5567

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/04/2023 xtgmf]k; ຫສປທ ສະຫລຸບ... ການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ກະທັດຮັດ, ຮັບປະກັນການປະຕິບັດ ໜ້າທີ່ການເມືອງໃຫ້ມີຜົນສໍາເລັດ ແລະ ເຄື່ອນໄຫວມີປະສິດທິພາບ, ສ້າງກົມເປັນຫົວໜ່ວຍຍຸດທະສາດ, ສ້າງພະແນກໃຫ້ມີຄວາມເຂັ້ມແຂງ ທາງດ້ານວິຊາການ ແລະ ສ້າງພັກພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສືບຕໍ່ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະ ຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ຫສປທ ລວມທັງ 2 ວາລະແຫ່ງ ຊາດ ທີ່ຢູ່ໃນໄລຍະການສະຫລຸບ ກາງສະໄໝ; ສືບຕໍ່ສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິກ ພັກ, ພະນັກງານ-ລັດຖະກອນໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ອຸ່ນ ອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກ ງານ, ມີຄວາມເສຍສະລະ, ອົດທົນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະ ການໂດຍສະເພາະຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ; ເອົາໃຈໃສ່ຍູ້ ແຮງຂະບວນການຂອງອົງການ ຈັດຕັ້ງມະຫາຊົນດ້ວຍການສ້າງຂະ ບວນການ ເພື່ອສ້າງຄວາມສາມັກ ຄີພາຍໃນ ແລະ ແຂ່ງຂັນກັນຍົກສູງ ຄຸນນະພາບວຽກງານທາງດ້ານວິ ຊາສະເພາະ ໃນແຕ່ລະຂົງເຂດວຽກ ງານ; ສືບຕໍ່ຍົກສູງຄຸນນະພາບການ ເປັນເສນາທິການໃຫ້ມີຄວາມໜັກ ແໜ້ນຂຶ້ນຕື່ມ, ຫັນເຂົ້າສູ່ຄວາມເປັນ ມືອາຊີບຕາມທິດຫັນເປັນວິຊາ ການ, ຫັນເປັນຜູ້ຊໍານານງານ, ຜູ້ ຊ່ຽວຊານ ແລະ ຫັນເປັນຜູ້ບໍລິຫານ ທີ່ມີຄວາມຮູ້ຄວາມສາມາດເຮັດ ລ້ອນໜ້າທີ່ການເມືອງ ທີ່ໄດ້ຮັບ ມອບໝາຍນັບມື້ນັບຫລາຍຂຶ້ນ; ການປະຕິບັດວຽກງານຕ້ອງໃຫ້ໄດ້ ຕາມ 4 ຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ ແລະ ໃຫ້ຖືກກົດໝາຍ; ສືບຕໍ່ພັດທະນາ, ປົກປັກຮັກສາ ແລະ ນໍາໃຊ້ພື້ນຖານວັດຖຸເຕັກນິກທີ່ມີ ຢູ່ຂອງ ຫສປທ ໃຫ້ເກີດປະໂຫຍດ ສູງສຸດ ແລະ ຮັບປະກັນຄວາມຮຽບ ຮ້ອຍ ແລະ ຄວາມສະຫງົບປອດໄພ ຢູ່ພາຍໃນ, ສ້າງສະພາບແວດລ້ອມ ເອື້ອອໍານວຍເພື່ອຫັນວຽກງານຂອງ ຫສປທ ສູ່ທັນສະໄໝ ເທື່ອລະກ້າວ. ນາຍົກລັດຖະມົນຕີ, ມີບັນດາທ່ານຮອງ ນາຍົກລັດຖະມົນຕີ ແລະ ສະມາຊິກລັດ ຖະບານ, ຜູ້ຕາງໜ້າບັນດາກະຊວງ, ແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ ຕາງໜ້າບັັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງການ ລາຍງານສະພາບພົ້ນເດັ່ນປະຈຳເດືອນ ເມສາ ແລະ ທິດທາງແຜນການປະຈຳ ເດືອນພຶດສະພາ 2023. ກອງປະຊຸມລັດຖະບານຄັ້ງນີ້, ໄດ້ ພ້ອມກັນປຶກສາຫາລື, ຄົົ້ນຄວ້າພິຈາລະ ນາບັນດາຫົວຂໍ້ທີ່ສໍາຄັນດັ່ງນີ້: ວາລະ ທີ 1. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ບົດສະຫລຸບວຽກງານປະຈໍາເດືອນ ເມສາ ແລະ ທິດທາງແຜນການປະຈຳ ເດືອນພຶດສະພາ 2023 ຂອງລັດຖະ ບານ ກໍຄືວຽກງານເສດຖະກິດ-ສັງ ຄົມ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແລະການຕ່າງປະເທດ, ສະພາບໄຟໄໝ້ປ່າ ແລະ ບັນຫາມົນລະ ພິດທາງອາກາດ: ກອງປະຊຸມໄດ້ມອບ ໃຫ້ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີສົມທົບກັບພາກສ່ວນທີ່ ກ່ຽວຂ້ອງນໍາເອົາບົດສະຫລຸບວຽກ ງານ ແລະ ທິດທາງແຜນການດັ່ງກ່າວ ໄປປັບປຸງຕື່ມຕາມການປະກອບຄຳ ເຫັນຂອງສະມາຊິກລັດຖະບານ ເພື່ອ ໃຫ້ມີເນື້ອໃນລະອຽດ, ຄົບຖ້ວນສົມບູນ. ພ້ອມກັນນີ້, ກອງປະຊຸມໄດ້ຊີ້ນໍາໃຫ້ບັນ ດາຂະແໜງການຢູ່ສູນກາງ ແລະ ທ້ອງ ຖິ່ນ ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາ ວຽກງານຈຸດສຸມປະຈຳເດືອນພຶດສະ ພາ 2023 ໂດຍສະເພາະການເກັບລາຍ ຮັບເຂົ້າງົບປະມານ ແລະ ແກ້ໄຂບັນຫາ ເງິນເຟີ້; ການລົງກໍ່ສ້າງຮາກຖານ ແລະ ຮັກສາຄວາມສະຫງົບປອດໄພຢູ່ ຕາມຈຸດທີ່ມີຄວາມຫລໍ່ແຫລມ; ການ ກະກຽມສະຫລຸບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ການແກ້ໄຂປາກົດ ການຫຍໍ້ທໍ້ໃນສັງຄົມ; ການຕິດຕາມ ແລະ ວິເຄາະວິໄຈຂໍ້ມູນກ່ຽວກັບສະ ພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນ; ການຕິດຕາມ, ປະເມີນ ແລະ ແກ້ໄຂ ບັນຫາໄຟໄໝ້ລາມປ່າ ໂດຍໃຫ້ມີມາດ ຕະການແກ້ໄຂສະເພາະ ໃນໄລຍະສັ້ນ ແລະ ໄລຍະຍາວ, ທັງໃຫ້ມີການຖອດ ຖອນບົດຮຽນການຈັດຕັ້ງປະຕິບັດໃນ ໄລຍະຜ່ານມາ, ຄຽງຄູ່ກັບການເອົາໃຈ ໃສ່ສຶກສາອົບຮົມໃຫ້ປະຊາຊົນ, ສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍ ຈາກການບຸກລຸກປ່າ, ການຖາງປ່າ ແລະ ຈູດປ່າເພື່ອທຳການຜະລິດ. ວາລະທີ 2. ກອງປະຊຸມໄດ້ພິຈາ ລະນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາບົດສະຫລຸບຕີລາຄາການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ3 ເດືອນຕົ້ນປີ2023ແລະ ບົດລາຍງານສະພາບການແກ້ໄຂບັນ ຫາຮີບດ່ວນ ຄື: ບັນຫາເງິນເຟີ້, ລາຄາ ສິນຄ້າແລະອັດຕາແລກປ່ຽນ: ກອງປະ ຊຸມໄດ້ຊີ້ນຳກະຊວງແຜນການ ແລະ ການລົງທຶນສົມທົບກັບພາກສ່ວນທີ່ ກ່ຽວຂ້ອງສືບຕໍ່ປັບປຸງຕື່ມຕາມການ ປະກອບຄຳເຫັນຂອງສະມາຊິກລັດຖະ ບານ ໂດຍສະເພາະຕົວເລກຕ່າງໆຂອງ ຂະແໜງການ ເພື່ອໃຫ້ມີເນື້ອໃນຊັດ ເຈນ, ຄົບຖ້ວນສົມບູນ. ພ້ອມນີ້ໃຫ້ກະ ຊວງການເງິນ ສືບຕໍ່ສົມທົບກັບຂະ ແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ ຈັດເກັບລາຍຮັບທີ່ຍັງຄ້າງ, ທີ່ຍັງບໍ່ທັນ ຄົບຖ້ວນໃຫ້ສໍາເລັດ ແລະ ປະຕິບັດ ລາຍຈ່າຍງົບປະມານຕາມແຜນການ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມ ງວດ. ສຳລັບທິດທາງແຜນການ 9 ເດືອນທ້າຍປີ ໃຫ້ບັນດາຂະແໜງການ ສືບຕໍ່ຈັດຕັ້ງດຳລັດວ່າດ້ວຍການກຳ ນົດໜ້າວຽກ ແລະ ແບ່ງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາປະຈຳປີ 2023 ແລະ ແຜນ ການແກ້ໄຂຜົນການກວດສອບ.ຕໍ່ບັນ ຫາເງິນເຟີ້, ລາຄາສິນຄ້າ ແລະ ອັດຕາ ແລກປ່ຽນ: ກອງປະຊຸມໄດ້ຊີ້ນໍາຄະນະ ສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນ ຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ ເພີ່ມສູງຂຶ້ນ ເປັນເຈົ້າການສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ວາງມາດຕະການແກ ້ໄຂບັນຫາຕົວຈິງ ໃຫ້ລະອຽດຢ່າງມີວິທະຍາສາດ ໂດຍ ມີມາດຕະການສະເພາະໜ້າ ແລະມາດ ຕະການໄລຍະຍາວ ແລ້ວລາຍງານລັດ ຖະບານ ເພື່ອພິຈາລະນາ; ວາລະທີ 3. ກອງປະຊຸມໄດ້ພິຈາ ລະນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາຮ່າງດຳລັດ ວ່າດ້ວຍການ ສ້າງແຜນງົບປະມານແຫ່ງລັດ: ກອງ ປະຊຸມໄດ້ຊີ້ນຳກະຊວງການເງິນສົມ ທົບກັບພາກສ່ວນກ່ຽວຂ້ອງປັບປຸງ ຕາມການປະກອບຄຳເຫັນຂອງສະມາ ຊິກລັດຖະບານ ເປັນຕົ້ນ ເນື້ອໃນຂອງ ຮ່າງດໍາລັດຕ້ອງໃຫ້ສອດຄ່ອງກັບກົດ ໝາຍ ແລະ ລະບຽບການກ່ຽວຂ້ອງທີ່ ໄດ້ປະກາດນຳໃຊ້ແລ້ວ ກໍຄືສະພາບ ຄວາມເປັນຈິງໃນປັດຈຸບັນ; ການກຳ ນົດເພດານງົບປະມານປະຈຳໄຕມາດ, ປະຈຳປີ ແລະ ກົນໄກການຈັດຕັ້ງປະຕິ ບັດໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ, ທັງສອດຄ່ອງກັບວິໄສທັດການພັດທະ ນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິ ບັດວຽກງານ ມີຄວາມເປັນເອກະພາບ, ວ່ອງໄວ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫລັງປັບປຸງແລ້ວໃຫ້ ນຳສະເໜີຜ່ານທ່ານຮອງນາຍົກລັດ ຖະມົນຕີຜູ້ຊີ້ນຳວຽກງານຂົງ ເຂດການ ປົກຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານພິຈາລະນາ ໃນຂັ້ນຕໍ່ໄປ; ວາລະທີ 4. ກອງປະຊຸມໄດ້ພິຈາ ລະນາຮ່າງດໍາລັດວ່າດ້ວຍກອງທຶນ ຄວາມປອດໄພທາງລົດໄຟ ແລະ ໄດ້ຊີ້ ນຳກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງສືບ ຕໍ່ຄົ້ນຄວ້າຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ໂດຍລົງ ເລິກປັບປຸງເນື້ອໃນໃຫ້ລະອຽດ, ຈະ ແຈ້ງແລະຮັດກຸມໂດຍສະເພາະເນື້ອໃນ ກ່ຽວກັບຂອບເຂດການນຳໃຊ້, ແຫລ່ງ ລາຍຮັບ ແລະ ການນຳໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ ແລະ ບັນຫາອື່ນໆ ທີ່ຍັງບໍ່ທັນເປັນເອກະພາບ ແລະ ບໍ່ທັນຄົບຖ້ວນ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ພາຍຫລັງປັບປຸງສໍາເລັດແລ້ວໃຫ້ນໍາ ສະເໜີລັດຖະບານ ມີທິດຊີ້ນຳໃນຂັ້ນ ຕໍ່ໄປ. ວາລະທີ5. ກອງປະຊຸມໄດ້ພິຈາລະ ນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາ ຮ່າງດຳລັດ ວ່າດ້ວຍນາມມະ ຍົດນັກຂ່າວ: ກອງປະຊຸມໄດ້ຊີ້ນຳກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວສົມທົບກັບພາກສ່ວນ ກ່ຽວຂ້ອງປັບປຸງຕາມຄຳເຫັນຂອງສະ ມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຈະ ແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ລວມທັງການຖອດຖອນບົດຮຽນນໍາ ບັນດາປະເທດເພື່ອນມິດກ່ຽວກັບຊື່ ນາມມະຍົດ. ພາຍຫລັງປັບປຸງສໍາເລັດ ແລ້ວ ໃຫ້ສະເໜີຜ່ານຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີເພື່ອສະເໜີ ລັດຖະບານພິຈາລະນາປະກາດໃຊ້; ວາລະທີ6. ກອງປະຊຸມໄດ້ພິຈາລະ ນາ ແລະ ເຫັນດີດ້ານຫລັກການຮັບ ຮອງເອົາເນື້ອໃນຄຳຂວັນ ສຳລັບການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024; ການກະກຽມເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ແລະ ການເຄື່ອນໄຫວວຽກງານຢູ່ຕ່າງ ປະເທດຂອງການນຳລາວ ໃນເດືອນ ພຶດສະພາ 2023: ກອງປະຊຸມໄດ້ຊີ້ນໍາ ກະຊວງການຕ່າງປະເທດສືບຕໍ່ປັບປຸງ ເນື້ອໃນຄໍາຂວັນຕາມການປະກອບຄໍາ ເຫັນຂອງສະມາຊິກລັດຖະບານໃຫ້ມີ ເນື້ອໃນກະທັດຮັດ, ສອດຄ່ອງກັບບູລິ ມະສິດ ຂອງ ສປປ ລາວ ແລະ ຂອງ ອາຊຽນ ໃນໄລຍະປັດຈຸບັນ, ສາມາດ ກວມລວມເອົາບັນດາເນື້ອໃນຫົວຂໍ້ບູ ລິມະສິດຂອງການຮ່ວມມືບົນພື້ນຖານ ເນື້ອໃນ 3 ເສົາຄໍ້າປະຊາຄົມອາຊຽນ. ພ້ອມກັນນີ້, ໄດ້ຊີ້ນຳໃຫ້ສືບຕໍ່ກະກຽມ ເນື້ອໃນແລະ ຄວາມພ້ອມຮອບດ້ານໃຫ້ ແກ່ຄະນະຜູ້ແທນລາວທີ່ຈະເດີນທາງ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ, ການພົວພັນຮ່ວມມື ໃນຂອບສອງຝ່າຍ ກັບບັນດາປະເທດອາຊຽນ ກໍຄືກັບບັນ ດາຜູ້ນຳປະເທດຕ່າງໆໃຫ້ດີໂດຍສະ ເພາະການສະເໜີທັດສະນະຕໍ່ບັນຫາ ຕ່າງໆ. ຄຽງຄູ່ກັນນັ້ນ, ກໍໃຫ້ສືບຕໍ່ກະ ກຽມໃຫ້ແກ່ການໄປເຄື່ອນໄຫວວຽກ ງານຢູ່ຕ່າງປະເທດຂອງການນຳຂັ້ນ ສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກຕ່າງປະເທດໃຫ້ມີຄວາມພ້ອມ ຮອບດ້ານ. ວາລະທີ7. ກອງປະຊຸມໄດ້ພິຈາລະ ນາການສະເໜີປັບປຸງຄ່າແຮງງານ ຂັ້ນຕໍ່າສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍໄດ້ເຫັນດີໃຫ້ເພີ່ມ ຄ່າແຮງງານຂັ້ນຕ່ຳເປັນ 1.300.000 ກີບ ຕາມທີ່ລັດຖະບານໄດ້ຕົກລົງແລ້ວ ແລະ ໄດ້ລະບຸໃນແຈ້ງການຂອງຫ້ອງ ວ່າການສຳນັກງານນາຍົກລັດຖະມົນ ຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 13 ມິຖຸນາ 2022 ໂດຍເລີ່ມປະຕິບັດ ໃນວັນທີ 1 ພຶດສະພາ 2023 ເປັນຕົ້ນ ໄປ. ສຳລັບການສະເໜີເພີ່ມເປັນອັດຕາ ໃໝ່ ທີ່ສູງກ່ວາອັດຕາທີ່ໄດ້ກ່າວມນັ້ນ, ມອບໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມສືບຕໍ່ເປັນໃຈກາງ ສົມທົບກັບກະຊວງການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ສູນກາງ ສະຫະພັນກໍາມະບານລາວ, ສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງລົງເລິກຄົ້ນ ຄວ້າຢ່າງຮອບດ້ານຕື່ມ. ພ້ອມກັນນັ້ນ ກໍໃຫ້ຄົ້ນຄວ້າຕາມທິດກໍານົດອັດຕາຄ່າ ແຮງງານຂັ້ນຕໍ່າ ໂດຍແບ່ງເປັນເຂດ ຕື່ມ ເພື່ອໃຫ້ສອດຄ່ອງກັບຄ່າຄອງຊີບ ຕົວຈິງຢູ່ແຕ່ລະບ່ອນ, ພາຍຫລັງຄົ້ນ ຄວ້າສໍາເລັດແລ້ວ ໃຫ້ລາຍງານລັດຖະ ບານພິຈາລະນາໃນໄຕມາດ 3 ຂອງ ປີນີ້. ວາລະທີ8. ກອງປະຊຸມໄດ້ພິຈາລະ ນາແລະເຫັນດີດ້ານຫລັກການຮັບຮອງ ເອົາຮ່າງຍຸດທະສາດພັດທະນາວຽກ ງານຄວາມປອດໄພຂອງຜະລິດຕະພັນ ສັດຂັ້ນຕົ້ນ ຂອງ ສປປ ລາວ ໄລຍະປີ 2021-2030 (ສະບັບສ້າງໃໝ່): ກອງປະຊຸມໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວ ຂ້ອງປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງສ້າງ ແລະ ເນື້ອໃນຂອງຮ່າງຍຸດ ທະສາດ ໃຫ້ມີຄວາມກົມກຽວກັນ ແລະ ການນໍາໃຊ້ຄໍາສັບໃຫ້ເຂົ້າໃຈງ່າຍ ກວ່າ ເກົ່າ; ເນື້ອໃນຍຸດທະສາດໃຫ້ເຫັນແຈ້ງ ທິດທາງ ແລະ ເປົ້າໝາຍການພັດທະ ນາໃນຕໍ່ໜ້າ, ການກຳນົດມາດຕະການ ຈັດຕັ້ງປະຕິບັດ ແລະ ແບ່ງຄວາມຮັບ ຜິດຊອບຂອງບັນດາພາກສ່ວນທີ່ກ່ຽວ ຂ້ອງຕ້ອງໃຫ້ຈະແຈ້ງ, ຊັດເຈນລວມ ທັງການກຳນົດຕ່ອງໂສ້ການຜະລິດ; ການສົ່ງເສີມການລົງທຶນ ແລະ ການ ສ້າງວິຊາການໃນວຽກງານດັ່ງກ່າວ. ພາຍຫລັງປັບປຸງສໍາເລັດແລ້ວໃຫ້ນຳ ສະເໜີຜ່ານທ່ານຮອງນາຍົກລັດຖະ ມົນຕີຜູ້ຊີ້ນຳວຽກງານຂົງເຂດການປົກ ຄອງ ແລະ ວັດທະນະທໍາ-ສັງຄົມ ເພື່ອ ນຳສະເໜີລັດຖະບານພິຈາລະນາໃນ ຂັ້ນຕໍ່ໄປ. ວາລະທີ9: ກອງປະຊຸມໄດ້ພິຈາລະ ນາ ແລະ ເຫັນດີດ້ານຫລັກການຮັບ ຜົນກອງປະຊຸມ... ຮອງເອົາຮ່າງນະໂຍບາຍແຫ່ງຊາດ ວ່າດ້ວຍການສ ົງເສີມການປູກພືດຂອງ ສປປ ລາວ (ສະບັບສ້າງໃໝ່). ກອງ ປະຊຸມໄດ້ຊີ້ນໍາກະຊວງກະສິກໍາ ແລະ ປ່າໄມ້ປັບປຸງຕາມການປະກອບຄໍາ ເຫັນຂອງສະມາຊິກລັດຖະບານ. ພ້ອມ ນີ້ ໃຫ້ຈັດກອງປະຊຸມປຶກສາຫາລືຮ່ວມ ກັນຂະແໜງການກ່ຽວຂ້ອງທີ່ຕິດພັນ ກັບນະໂຍບາຍ ເປັນຕົ້ນນະໂຍບາຍດ້ານ ທີ່ດິນ, ດ້ານພາສີ-ອາກອນ, ດ້ານສິນ ເຊື່ອ ແລະ ດ້ານການນໍາເຂົ້າອຸປະກອນ, ເຕັກນິກ ແລະ ເຄື່ອງຈັກເພື່ອຄວາມ ເປັນເອກະພາບ ແລະ ສາມາດຈັດຕັ້ງ ປະຕິບັດໄດ້. ພາຍຫລັງປັບປຸງສໍາເລັດ ແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ສະເໜີຕໍ່ທ່ານຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຂົງເຂດການປົກຄອງ ແລະ ວັດທະນະ ທໍາ-ສັງຄົມ ເພື່ອນຳສະເໜີລັດຖະບານ ພິຈາລະນາໃນຂັ້ນຕໍ່ໄປ ແລະ ວາລະທີ 10. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍເຍົາວະຊົນລາວ (ສະບັບສ້າງໃໝ່). ກອງປະຊຸມໄດ້ຊີ້ ນໍາສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ ສົມທົບກັບພາກສ່ວນກ່ຽວ ຂ້ອງ ນໍາໄປປັບປຸງ ຕາມການປະກອບ ຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນການອະທິບາຍ ແລະ ນໍາໃຊ້ ຄໍາສັບ, ຈຸດປະສົງ, ບັນດານະໂຍບາຍ ທີ່ມີຕໍ່ເຍົາວະຊົນ ລວມທັງທັດສະນະ ຂອງພັກ ທີ່ມີຕໍ່ເຍົາວະຊົນໃຫ້ມີເນື້ອໃນ ຈະແຈ້ງ, ຄົບຖ້ວນສົມບູນແລະສາມາດ ປະຕິບັດໄດ້ຢ່າງມີປະສິດທິພາບ. ສຳ ລັບແຜນວຽກໃນເດືອນພຶດສະພາຈະ ມາ ເຖິງນີ້ລັດຖະບານຈະໄດ້ສຸມໃສ່ປະ ຕິບັດບາງວຽກງານທີ່ສໍາຄັນທີ່ນອນ ໃນແຜນວຽກຈຸດສຸມຂອງລັດຖະບານ ໃນປີ 2023 ເຊິ່ງເປັນວຽກທີ່ປິ່ນອ້ອມ ກັບ 5 ແຜນວຽກທີ່ເປັນບູລິມະສິດຮີບ ດ່ວນທີ່ຕິດພັນກັບແຜນພັດພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ຕິດພັນກັບ 2 ວາລະ ແຫ່ງຊາດ, ໃນນັ້ນ ຈະໄດ້ສຸມໃສ່ວຽກ ງານຕົວຈິງຈຳນວນໜຶ່ງດັ່ງນີ້: ສືບຕໍ່ ຈັດຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງ ຊົນຮອບດ້ານດ້ວຍມາດຕະການ ຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງສາ ມາດຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ຄວາມສະຫງົບຕາມ ແນວຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ. ນອກ ນັ້ນກໍສືບຕໍ່ຕິດຕາມແລະແກ້ໄຂສະພາບ ໄຟໄໝ້ລາມປ່າ, ຖ້າເກີດມີຈຸດໃດກໍ່ຮີບ ຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ດັບມອດໄຟໃຫ້ໄວ; ສືບຕໍ່ເພີ່ມທະວີການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 27/ນຍ ວ່າດ້ວຍການເພີ່ມທະວີວຽກງານສະ ກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມ ໃຫ້ແຂງແຮງກ່ວາເກົ່າເປັນ ຕົ້ນ ບັນຫາປຸ້ນຈີ້, ຊີງຊັບ, ລັກຊັບ, ຄ້າ ຂາຍຢາເສບຕິດ, ອຸບັດເຫດ, ນັກເລງ ອັນຕະພານ, ກຸ່ມແກ້ງລັກລົດຈັກ ແລະ ຂີ່ລົດກວນເມືອງ ມີລັກສະນະເພີ່ມຂຶ້ນ ແລະ ຮ້າຍແຮງຂຶ້ນແບບບໍ່ເກງກົວຕໍ່ ກົດໝາຍບ້ານເມືອງ ເຊິ່ງຕ້ອງມີມາດ ຕະການລົງໂທດ ໃຫ້ໜັກຂຶ້ນ ໂດຍສະ ເພາະກໍລະນີຜູ້ກະທຳຜິດທີ່ບໍ່ເຂັດ ຫລາບ; ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະ ກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍໃຫ້ກະຊວງ-ອົງການກ່ຽວຂ້ອງ ສຸມໃສ່ປະຕິບັດບັນດາໜ້າວຽກສຳຄັນ ດັ່ງນີ້: (1) ສືບຕໍ່ຈັດຜັນຂະຫຍາຍ ການຕົກລົງແລະຊີ້ນຳຂອງລັດຖະບານ ກ່ຽວກັບການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ກໍໃຫ້ ສືບຕໍ່ສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານໃນ ເດືອນພຶດສະ ພາ ໃຫ້ໄດ້ຕາມແຜນການ ທີ່ວາງໄວ້ ຫລື ລື່ນແຜນກວ່າເກົ່າ ໂດຍ ສຸມໃສ່ການຫັນການເກັບລາຍຮັບ ຈາກຄ່າທຳນຽມແລະຄ່າບໍລິການເປັນ ທັນສະໄໝ; ສືບຕໍ່ແກ້ໄຂບັນຫາຊ່ອງ ຫວ່າງລາຍຈ່າຍຊໍ້າຊ້ອນທຸກຮູບແບບ ຢ່າງເຂັ້ມງວດແລະ ເດັດຂາດ;ສືບຕໍ່ສຸມ ໃສ່ປັບປຸງ ແລະ ສ້າງນິຕິກໍາໃໝ່ກ່ຽວ ກັບການເກັບຖານລາຍຮັບໃໝ່ ເປັນຕົ້ນ ອາກອນທີ່ດິນ, ຄ່າຊັກພິເສດໃນການ ສົ່ງອອກຊັບພະຍາກອນທໍາມະຊາດ ແລະອື່ນໆ; (2)ກະກຽມຮ່າງບົດລາຍ ງານສະຫລຸບຂາດຕົວການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 3 ເດືອນຕົ້ນປີ, ຄາດຄະເນ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2023, ພ້ອມທັງກະກຽມສະຫລຸບກາງ ສະໄໝການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອກະກຽມລາຍງານ ຕໍ່ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 6 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX. (3) ສຸມໃສ່ ກວດກາ, ຕິດຕາມ ແລະ ຊຸກ ຍູ້ການສົ່ງອອກແຮ່ທາດ (ທັງທົດ ລອງ ແລະ ປົກກະຕິ),ໃນນັ້ນສຸມໃສ່ ກວດກາຄຸນນະພາບແຮ່ເຫລັກທີ່ສົ່ງ ອອກ ເພື່ອບໍ່ໃຫ້ມີຊ່ອງຫວ່າງສວຍໃຊ້; ສຸມໃສ່ຊຸກຍູ້ຕິດຕາມການສົ່ງອອກແຮ່ ຫາຍາກ, ໃນນັ້ນ ໃຫ້ເອົາໃຈໃສ່ຢັ້ງຢືນ ປະເພດທາດທີ່ມີໃນແຮ່ຫາຍາກ ແລະ ຊອກຮູ້ລາຄາຊື້-ຂາຍແຮ່ຫາຍາກໃຫ້ ຊັດເຈນ ເພື່ອຮັບປະກັນເກັບລາຍຮັບ ໄດ້. (4) ສຸມໃສ່ຊຸກຍູ້ບັນດາໂຄງການ ພະລັງງານຢູ່ເຂດພາກໃຕ້ເປັນຕົ້ນ ພະ ລັງງານແສງຕາເວັນ, ພະລັງງານລົມ, ພະລັງງານຄວາມຮ້ອນທີ່ຈະສົ່ງອອກ ຂາຍຕ່າງປະເທດ. (5) ສືບຕໍ່ປະຕິບັດ ນະໂຍບາຍເງິນຕາ ໂດຍຖືເອົາການຮັກ ສາສະຖຽນລະພາບທາງດ້ານເງິນຕາ ເປັນກົກ ດ້ວຍການດໍາເນີນນະໂຍບາຍ ໃນທິດທາງ ທີ່ຮັດກຸມ ຕາມແຜນການ ທີ່ກຳນົດໄວ້ ໂດຍສະເພາະການປັບປຸງ ໂຄງສ້າງຄັງສໍາຮອງເງິນຕາຕ່າງປະ ເທດ, ສ້າງລະບົບກົນໄກຄຸ້ມຄອງຜູ້ສົ່ງ ອອກ ໃຫ້ເປີດບັນຊີສະເພາະ ແລະ ນໍາ ລາຍຮັບຈາກການສົ່ງອອກ ແລະ ເງິນ ລົງທຶນຈາກຕ່າງປະເທດເຂົ້າປະເທດ, ອອກແຈ້ງການປະກາດຕິດລາຄາສິນ ຄ້າ ແລະ ບໍລິການເປັນເງິນກີບ,ຄົ້ນ ຄວ້ານະໂຍບາຍກົນໄກສົ່ງເສີມການຖື ຄອງເງິນຕາຕ່າງປະເທດ ໃນຮູບແບບ ເງິນຝາກ. (6) ສືບຕໍ່ຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການຢູ່ທັງຂັ້ນສູນ ກາງແລະທ້ອງຖິ່ນໂດຍມີມາດຕະການ ຕົວຈິງ ເພື່ອບໍ່ໃຫ້ມີການສວຍໂອກາດ ໂດຍສະເພາະການກໍານົດໂຄງປະກອບ ລາຄາສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດ ຕາມການເໜັງຕີງ ຂອງລາຄາສິນຄ້າ ໃຫ້ຮູ້ໄດ້ເຖິງສາເຫດການຂຶ້ນ-ລົງລາ ຄາ ເພື່ອມີມາດຕະການແກ້ໄຂໃຫ້ທັນ ກັບສະພາບການ, ລວມທັງເອົາໃຈ ໃສ່ໃນການສະໜອງນໍ້າມັນເຊື້ອໄຟ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນ ສິນຄ້າທົດແທນການນໍາເຂົ້າ ແລະ ເພື່ອ ສົ່ງອອກ. (7) ສືບຕໍ່ສຸມໃສ່ຈັດຕັ້ງປະ ຕິບັດຜົນກອງປະຊຸມທຸລະກິດປະຈຳປີ 2023 ໃຫ້ເປັນຮູບປະທໍາ; ວຽກງານ ວັດທະນະທຳ-ສັງຄົມ: ສືບຕໍ່ສຸມໃສ່ແກ້ ໄຂສະພາບການວ່າງງານ ໂດຍເກັບກໍາ ຂໍ້ມູນຄວາມຕ້ອງການດ້ານແຮງງານ ຂອງແຕ່ລະສາຂາອາຊີບ ເພື່ອຈັດເຂົ້າ ສູ່ການຈ້າງງານໃຫ້ໄວພ້ອມທັງຍົກສູງ ການພັດທະນາສີມືແຮງງານ ເພື່ອສະ ໜອງຄວາມຕ້ອງການຂອງຕະຫລາດ ແຮງງານພາຍໃນ ແລະ ຕ່າງປະເທດ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງ ຄົມໃຫ້ຫລາຍຂຶ້ນ; ສືບຕໍ່ສົ່ງເສີມການ ທ່ອງທ່ຽວ ໂດຍສະເພາະຕາມເສັ້ນທາງ ລົດໄຟ ລາວ-ຈີນ ໃຫ້ນັບມື້ນັບສະດວກ ແລະ ດີຂຶ້ນລວມທັງແກ້ໄຂບັນດາປາ ກົດການຫຍໍ້ທໍ້ທີ່ຕິດພັນກັບທຸລະກິດ ການທ່ອງທ່ຽວ ແລະ ຕິດຕາມຫາງ ສຽງຂອງສັງຄົມ ແລະ ຕອບໂຕ້ຂ່າວ ປອມທີ່ບິດເບືອນຄວາມຈິງ ເພື່ອແຈ້ງ ໃຫ້ສັງຄົມໄດ້ເຂົ້າໃຈຢ່າງຖືກຕ້ອງ; ສືບຕໍ່ຊີ້ນຳຄູຝຶກ, ນັກກິລາ ແລະ ຜູ້ທີ່ຈະ ເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 32 ທີ່ລາຊະອານາຈັກກຳປູເຈຍ ໃນຕົ້ນ ເດືອນພຶດສະພານີ້ໂດຍໃຫ້ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ມີສະຕິເຄົາລົບລະບຽບກົດໝາຍຂອງ ປະເທດເຈົ້າພາບໃຫ້ດີ, ປະຕິບັດຕາມ ກະຕິກາຂອງສະຫະພັນກິລາສາກົນ ໄດ້ກໍານົດໄວ້ທັງມີນ້ຳໃຈນັກກິລາ ເສຍສະລະສູງ. ສໍາລັບການແກ້ໄຂບັນຫາມົນລະ ພິດ, ໃຫ້ຂະແໜງການສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຕິດຕາມ, ປະ ເມີນບັນຫາສະພາບໄຟໄໝ້ລາມປ່າ ແລະ ມີມາດຕະການແກ້ໄຂຢ່າງທັນ ການກວ່າເກົ່າ, ໃຫ້ຖອດຖອນບົດຮຽນ ບໍ່ໃຫ້ມີສະພາບດັ່ງກ່າວເກີດຂຶ້ນອີກ, ຖ້າພົບເຫັນຕ້ອງມີການສືບຫາສາເຫດ ເພື່ອແກ້ໄຂຢ່າງຖືກເປົ້າໝາຍ. ພ້ອມ ນັ້ນ, ກໍຕ້ອງເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນມີຄວາມເຂົ້າໃຈບໍ່ໃຫ້ຈູດ ປ່າຊະຊາຍ, ໃຫ້ແກ້ໄຂບັນຫາບຸກລຸກ ປ່າສະຫງວນຕ່າງໆຢ່າງເຂັ້ມງວດ ຕາມກົດໝາຍ ແລະ ລະບຽບການກ່ຽວ ຂ້ອງກຳນົດ; ໃຫ້ອົງການປົກຄອງນະ ຄອນຫລວງວຽງຈັນ ແລະ ບັນດາ ແຂວງ ເປັນເຈົ້າການແຈ້ງໃຫ້ບັນດາ ເມືອງ ແລະ ບ້ານຕ່າງໆໃຫ້ມີການເຝົ້າ ລະວັງ, ພ້ອມທັງ ເພີ່ມທະວີການປູກຈິດ ສຳນຶກຂອງປະຊາຊົນເຫັນຜົນຮ້າຍ ແລະ ເຜີຍແຜ່ບັນດານິຕິກໍາຂອງລັດຖະ ບານ ໃຫ້ປະຊາຊົນຢຸດຕິການຈູດປ່າໃນ ໄລຍະນີ້້ ຢ່າງເດັດຂາດ, ຖ້າເກີດມີເຫດ ການໄຟໄໝ້ປ່າຢູ່ບ້ານໃດກໍມອບໃຫ້ ເປັນເຈົ້າການຄວບຄຸມບໍ່ໃຫ້ແຜ່ລາມ ໄປເຂດອື່ນ. ພ້ອມທັງ, ໃຫ້ມີການສືບຮູ້ ຜູ້ກະທຳຜິດ ເພື່ອເອົາມາລົງໂທດຕາມ ກົດໝາຍຢ່າງເຂັ້ມງວດ. ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ ທັນການໂດຍສະເພາະບັນຫາທີ່ຈະສົ່ງ ຜົນກະທົບຕໍ່ລາວເຮົາ ກໍຄືບັນຫາທີ່ ພວກເຮົາຕ້ອງໄດ້ໃຫ້ທັດສະນະ ຫລື ລົງ ມະຕິນັ້ນ ເພື່ອລາຍງານຂໍທິດຊີ້ນຳໃຫ້ ທັນການ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມສຸດຍອດຄະນະກໍາມາ ທິການແມ່ນໍ້າຂອງສາກົນ ຄັ້ງທີ IV, ຜົນການພົບປະລະຫວ່າງສອງນາຍົກ ລັດຖະມົນຕີ ລາວ-ຫວຽດນາມ; ກະ ກຽມການໄປເຄື່ອນໄຫວວຽກງານ ຕ່າງປະເທດຂອງການນຳຂັ້ນສູງ, ການຕ້ອນຮັບການນໍາຂັ້ນສູງ ຈາກ ຕ່າງປະເທດ ເຊັ່ນ: ການກະກຽມໃຫ້ ແກ່ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະ ໃນການເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 42 ໃນລະ ຫວ່າງວັນທີ 09-12 ພຶດສະພາ 2023 ທີ່ປະເທດອິນໂດເນເຊຍ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==