xtgmf]k; 6 25/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d g-u omj P; skf-kplu 0k; s]n mtg]oE9n fcsj 'c,j oE0v' ໂດຍ: ມາລີດາ [h kol;o]k; ,u vksko9kogfa fda [;a f45 fy [xvflkory f * ຫາດຊາຍສີຂາວ ແຫ່ງເມືອງ ສັງທອງ ນະຄອນຫລວງວຽງຈັນ ຂຶ້ນຊື່ວ່າເປັນ ທະເລນໍ້າຈືດແຫ່ງແມ່ ນໍ້າຂອງ ໄດ້ກາຍແຫລ່ງທ່ອງທ່ຽວ ແຫ່ງໃໝ່ພວມໄດ້ຮັບຄວາມນິຍົມ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ. ປີໃໝ່ລາວຜ່ານມາໄດ້ປະກົດວ່າ * ການໄດ້ຮັບປະທານອາຫານ ແຊບໆທີ່ປຸງດ້ວຍວັດຖຸດິບທີ່ມີ ຄວາມສົດໃໝ່ ແລະ ທີ່ສຳຄັນປັດ ສະຈາກສານເຄມີໃນການປຸງແຕ່ງ ຖືວ່າເປັນປັດໄຈໜຶ່ງທີ່ມີສ່ວນສຳ ຄັນໃນກາດຶງດູລູຄ້າ ແລະ ສ້າງສຸ ຂະພາບທີ່ດີໃຫ້ແກ່ຜູ້ບໍລິໂພກ, ມື້ນີ້ ທ່າມກາງບັນຍາກາດຕ້ອນຮັບປີ ໃໝ່ລາວແອຈະນຳພາເພື່ອນໆມາ ຮູ້ຈັກກັບຮ້ານອາຫານບ້ານສວນ ລາວທີ່ເປັນຮ້ານອາຫານທີ່ມີຄວາມ ໂດດເດັ່ນທາງດ້ານການນຳໃຊ້ພືດ ຜັກປອດສານພິດເຂົ້າໃນການປຸງ ອາຫານທີ່ກຳລັງໄດ້ຮັບຄວາມນິ ຍົມຊົມຊອບຈາກສັງຄົມເພາະວ່າ ສະຖານທີ່ນີ້ເປັນທັງຮ້ານອາຫານ ແລະແຫລ່ງທີ່ໃຫ້ຄວາມຮູ້ທາງດ້ານ ກະສິກຳໄປພ້ອມກັນ. ທ່ານນາງ ປາວີນາ ຄຳສິງສະ ຫວັດ ຫລື ນ່ານ່າ ໃນນາມເຈົ້າຂອງ ຮ້ານອາຫານບ້ານສວນລາວໄດ້ໃຫ້ ຮູ້ວ່າ : ຮ້ານອາຫານບ້ານສວນລາວ ເກີດຂຶ້ນຈາກຄວາມມັກໃນການປູກ ຝັງຢູ່ແລ້ວເລີຍ ໝູນໃຊ້ພື້ນທີ່ໜ້າ ເຮືອນຂອງຕົນໃນການປູກພືດຜັກ ສວນຄົວທີ່ສາມາດນຳມາປຸງອາ ຫານໄດ້ຫລາກຫລາຍເພາະວ່າມີ ພືດຜັກຫລາຍກວ່າຮ້ອຍລາຍການ ທີ່ດີຕໍ່ສຸຂະພາບປອດສານພິດທີ່ຂ້າ ພະເຈົ້າໄດ້ລົງມືປູກ ແລະ ປະດັບປະ ດາສວນດ້ວຍຕົນເອງ; ໃນນີ້ອີງໃສ່ ບັນຍາກາດຂອງສວນທີ່ມີອາກາດ ດີເໝາະແກ່ການຜ່ອນຄາຍ ຈຶ່ງຢາກ ແບ່ງປັນຜັກທີ່ປູກໃຫ້ຄົນໃນສັງຄົມ ໄດ້ຮັບປະທານ ຈຶ່ງຕັດສິນໃຈເປີດຮ້ານອາຫານ ບ້ານສວນລາວແຫ່ງນີ້ຂຶ້ນມາໃນ ວັນທີ່ 20 ກຸມພາ 2023 ທີ່ຜ່ານມາ, ເຊິ່ງລູກຄ້າທຸກໆທ່ານທີ່ເຂົ້າມາສາ ມາດເກັບຜັກໃນສວນໄດ້ຕາມໃຈ ເພື່ອໃຫ້ພວກເຮົາປະກອບອາຫານ ຕາມທີ່ທ່ານຕ້ອງການໄດ້ເລີຍ; ມາ ຮອດປັດຈຸບັນນີ້ສາມາດເວົ້າໄດ້ວ່າ ຮ້ານອາຫານບ້ານສວນລາວ ແມ່ນ ໄດ້ຮັບຜົນຕອບຮັບຢ່າງກວ້າງ ຂວາງ ຈາກຖານລູກຄ້າຫລາກ ຫລາຍກຸ່ມໃນສັງຄົມໂດຍມີຖານ ລູກຄ້າທີ່ນັບມື້ນັບເພີ່ມຂຶ້ນເລື້ອຍໆ. ຮ້ານອາຫານບ້ານສວນລາວ ຈະມີຄວາມໂດດເດັ່ນຢູ່ທີ່ເປັນບ້ານ ສວນແທ້ໆທີ່ສ້າງຄວາມຮູ້ສຶກໃຫ້ ລູກຄ້າທຸກໆທ່ານທີ່ເຂົ້າມາມີຄວາມ ຮູ້ສຶກວ່າກຳລັງຮັບປະທານອາ ຫານຢູ່ພາຍໃນສວນໜ້າເຮືອນຂອງ ຕົນເອງ, ເປັນສວນອາຫານທີ່ເນັ້ນ ການສົ່ງເສີມໃຫ້ລູກຄ້າທຸກໆທ່ານ ໃນສັງຄົມຫັນມາເອົາໃຈໃສ່ໃນ ການຮັກສາສຸຂະພາບດ້ວຍການຮັບ ປະທານພືດຜັກປອດສານພິດໃຫ້ ຫລາຍຂຶ້ນ, ໃນນີ້ລູກຄ້າທີ່ມັກຮັກ ໃນການປູງຝັງຫລືການເຮັດກະສິ ກຳແມ່ນສາມາດເຂົ້າ ແລກປ່ຽນ ຄວາມຮູ້ໃນການປູກຝັງ ຫລື ແລກ ປ່ຽນແນວພັນພືດນຳພວກຂ້າພະ ເຈົ້າໄດ້. ສໍາລັບ ເມນູອາຫານທີ່ມີຄວາມ ໂດດເດັ່ນທີ່ສຸດຂອງຮ້ານບ້ານ ສວນລາວແມ່ນໄດ້ແກ່ເມນູ: ປາ ໝຶກໝໍ້ກະທະເຫລັກ ແລະ ໝ່າລ້າ ຖ່າງ ເຊິ່ງເປັນເມນູອາຫານຈີນ ຕົ້ນ ຕຳລັບທີ່ຂ້າພະເຈົ້າມັກຮັບປະທານ ຢູ່ແລ້ວໃນເວລາທີ່ເດີນທາງໄປສຶກ ສາຮໍ່າຮຽນທີ່ປະເທດຈີນ ເພາະວ່າ ເປັນເມນູອາຫານທີ່ມີສ່ວນປະກອບ ຂອງເຄື່ອງເທດຈີນຫລາຍຊະນິດ ທີ່ດີຕໍ່ສຸຂະພາບ ເຊິ່ງຂ້າພະເຈົ້າມີ ຄວາມປະທັບໃຈໃນເມນູດັ່ງກ່າວ ແລະ ຢາກເຜີຍແຜ່ໃຫ້ຄົນລາວເຮົາ ໄດ້ຮັບປະທານໂດຍຈະປຸງໃຫ້ມີລົດ ຊາດແບບຕົ້ນຕຳລັບຈີນດັ້ງເດີມ ແທ້ໆ; ນອກຈາກອາຫານຈີນແລ້ວ ພາຍໃນຮ້ານແມ່ນມີເມນູອາຫານ ລາວຫລາກຫລາຍລາຍການໄວ້ ໃຫ້ລູກຄ້າໄດ້ເລືອກຮັບປະທານ ຄຽງຄູ່ກັບຜັກສົດໆທີ່ປູກພາຍໃນ ສວນເຊັ່ນ : ເມນູແກງໜໍ່ໄມ້, ກ້ອຍ ປາເຄິງ, ປີ້ງປາ, ປີ້ງໄກ່ ແລະ ຕຳ ໝາກຫຸ່ງ... ໂດຍສາມາດເວົ້າໄດ້ວ່າ ພາຍໃນຮ້ານອາຫານບ້ານສວນ ລາວແມ່ນມີຄວາມຫລາກຫລາຍ ຂອງເມນູອາຫານໃຫ້ລູກຄ້າໄດ້ ເລືອກຮັບປະທານອັນຊ່ວຍຕອບ ໂຈດຄວາມຕ້ອງການຂອງລູກຄ້າ ທີ່ຄົບວົງຈອນທັງພາຍໃນ ແລະ ຕ່າງປະເທດທີ່ສາມາດເດີນທາງ ມາຮັບປະທານອາຫານທີ່ຕົນເອງ ຕ້ອງການຢູ່ສະຖານທີ່ແຫ່ງນີ້ໄດ້. ທ່ານ ນາງ ປາວີນາ ເວົ້າຕື່ມວ່າ: ຂ້າພະເຈົ້າຂໍຖືໂອກາດແລກປ່ຽນ ຄວາມຮູ້ໃນການເຮັດທຸລະກິດກັບ ບັນດາທ່ານໃນສັງຄົມວ່າການມີທຸ ລະກິດເປັນຂອງຕົນເອງແມ່ນເປັນ ສິ່ງໜຶ່ງທີ່ມີຄວາມທ້າທາຍ ແລະ ກົດດັນ ແຕ່ເຖິງແນວໃດກໍ່ຕາມຖ້າ ວ່າເຮົາບໍ່ລອງລົງມືເຮັດທຸລະກິດທີ່ ທ່ານໃຝ່ຝັນໄວ້ກໍ່ບໍ່ມີທາງທີ່ຈະເກີດ ຂຶ້ນໄດ້, ທ່ານຕ້ອງກ້າຕັດສິນໃຈ ໃຫ້ ເດັດຂາດເພາະຖ້າຮອດຈຸດທີ່ທ່ານ ເຮັດວຽກເປັນພະນັກງານເວລາ ຮອດຈຸດໃດຈຸດໜຶ່ງກໍ່ຕ້ອງມີການ ອີ່ມຕົວແລະ ສະນັ້ນໃນເວລາທີ່ທ່ານ ເຮັດວຽກເປັນມະນຸດເງິນເດືອນນັ້ນ ທ່ານຕ້ອງເກັບກ່ຽວປະສົບການໃຫ້ ຫລາຍໆ ແລະ ຕ້ອງມີເປົ້າໝາຍໃນ ຊີວິດວ່າອາຍຸຈັກປີເຮົາຈະມີທຸລະ ກິດເປັນຂອງຕົນເອງ; ໃນນີ້ຄວາມ ສ່ຽງທາງທຸລະກິດແມ່ນສິ່ງໜຶ່ງທີ່ ຖືວ່າເປັນຕາຢ້ານແຕ່ວ່າຂ້າພະເຈົ້າ ມີວິທີກ້າວຜ່ານຄວາມສ່ຽງນັ້ນຄື ເຮົາຕ້ອງຄົ້ນຫາຈຸດເດັ່ນໃນທຸລະ ກິດຂອງເຮົາໃຫ້ພົບ ແລະ ພັດທະ ນາຄວາມໂດດເດັ່ນນັ້ນໃຫ້ດີທີ່ສຸດ ເພື່ອໃຫ້ເກີດຄວາມປະທັບໃຈແກ່ ລູກຄ້າ ແລະ ມີຄວາມແຕກຕ່າງໃນ ສັງຄົມນີ້ຄືຍຸດທະສາດທີ່ຈະນຳພາ ທ່ານກ້າວສູ່ຄວາມສຳເລັດໃນທຸລະ ກິດໄດ້ເປັນຢ່າງດີ. ຮ້ານອາຫານບ້ານສວນລາວ ເປີດບໍລິການລູກຄ້າໃນທຸກໆມື້, ໃນເວລາ 10:00 ໂມງ - 22:00 ໂມງ, ສະຖານທີ່ຕັ້ງຢູ່ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ. ຂໍ້ມູນເພີ່ມຕື່ມສອບຖາມໄດ້ທີ່ Facebook : ຮ້ານອາຫານ ບ້ານ ສວນລາວ - Bansuanlao Restaurant at Vientiane. ໂດຍ:ເກີດຂວັນໃຈ ມາລີຈັນສີ ນວນຫລາຍລ້ານໆເມັດໄຫລມາ ໂຮມເຂົ້າກັນຕາມຝັ່ງແຄມແມ່ນໍ້າ ຂອງ ເກີດເປັນຫາດຊາຍສີຂາວ ຍາວຢຽດ ເກືອບ 3 ກິໂລແມັດ ຢູ່ບໍ ລິເວນອ້ອມຫາດຊາຍນັ້ນ ຍັງມີປ່າ ໄມ້, ພູຜາ, ໂງ່ນຫີນ ທີ່ຖືກກັດເຊາະ ເປັນຮູບພາບທີ່ທີ່ສວຍງາມອັນໄດ້ ເນລະມິດໃຫ້ຫາດຊາຍດັ່ງກ່າວຍິ່ງ ໜ້າສົນໃຈບໍ່ໜ້ອຍ. ສະຖານທີ່ທ່ອງທ່ຽວໃໝ່ຫາດ ຊາຍຂາວນີ້ ຕັ້ງຢູ່ເຂດບ້ານອ່າງ ນ້ອຍ, ເມືອງສັງທອງ ນະຄອນ ຫລວງວຽງຈັນ, ຖ້າທ່ານໃດມີຈຸດ ປະສົງຈະເດີນທາງໄປນັ້ນເປັນເລື່ອງ ພາບອັນງົດງາມ ແລະ ກຸ່ມຄົນຫລິ້ນ ນໍ້າຈຳນວນຫລາຍ ໄດ້ຖືກເຜີຍແຜ່ ໃນສື່ສັງຄົມອອນລາຍຢ່າງກວ້າງ ຂວາງ ຈົນເຮັດໃຫ້ຫລາຍທ່ານຕັ້ງ ຄໍາຖາມວ່າຫາດສີຂາວນີ້ແມ່ນຢູ່ ລາວ ຫລື ຢູ່ຕ່າງປະເທດຄືວ່າງາມ ເອົາແທ້ເອົາວ່າ ຊຶ່ງຜູ້ຂຽນເອງກໍໄດ້ ມີໂອກາດເດີນທາງໄປເບິ່ງ ແລະ ສໍາຜັດດ້ວຍຕາພົບວ່າເປັນເລື່ອງ ຈິງຄືກັບຄົນຊ່າລື ເພາະຫາດຊາຍ ດັ່ງກ່າວຂາວງາມແທ້ໆຊຶ່ງມັນເກີດ ຈາກທໍາມະຊາດທີ່ມີກຸ່ມດິນຊາຍຈໍາ ງ່າຍໆເພາະເສັ້ນທາງຈາກນະຄອນ ຫລວງວຽງຈັນ ເຖິງຫາດຊາຍ ຂາວກໍປະມານ70ກິໂລແມັດ, ເປັນ ເສັ້ນທາງປູຢາງສະດວກສະບາຍ ດີໃນການເດີນທາງ ເມື່ອໄປຮອດ ບ້ານອ່າງນ້ອຍແລ້ວຈະເຫັນປ້າຍ ໃຫຍ່ໆຂຽນວ່າຫາດຊາຍຂາວສັງ ທອງ ແລ້ວກໍລ້ຽວຊາຍເຂົ້າໄປຜ່ານ ທາງຄອນກຣີດ ແລະ ສືບຕໍ່ຂັບລົດ ຜ່ານທາງດິນຊາຍ ປະມານ 100 ແມັດ ກໍເຖິງຫາດຊາຍຂາວ. ຢູ່ສະ ຖານທີ່ທ່ອງທ່ຽວຫາດຊາຍຂາວ ນີ້ຈະມີກະຕູບ, ມີຮ້ານອາຫານ, ມີ ຂາຍສິນຄ້າ, ມີຮ້ານຂາຍເຄື່ອງຊິດ ເບັດ, ມີເຂດກໍານົດບໍລິເວນລອຍ ຫລິ້ນໃນແມ່ນໍ້າຂອງ, ມີການອະນຸ ຍາດໃຫ້ຊິດເບັດ, ສາມາດນອນຄ້າງ ຄືນໄດ້ເພິ່ນຈະມີເຕັນເພື່ອບໍລິການ. ຖ້າທ່ານໃດຢາກສໍາຜັດບັນຍາກາດ ຜັກຜ່ອນກັບຄອບຄົວ, ໝູ່ເພື່ອນ, ຄົນຮັກໃນຮູບແບບຕື່ນເຕັ້ນ ແລະ ງຽບສະຫງົບສາມາດໄປທົດລອງ ໄດ້ຮັບຮອງບໍ່ຜິດຫວັງ.
RkJQdWJsaXNoZXIy MTc3MTYxMQ==