gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 25/04/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** -q ,g-u pzq oleg]a fdv'xt-5 , 2 ltrk 0v' lx 9u o 7A 'mu 1 ltw\mu 14 ໃນໄລຍະດຽວກັນ, ກອງປະຊຸມ ສະພາປຶກສາການເມືອງປະຊາຊົນ ຈີນຄັ້ງທີ 1 ສະໄໝທີ 14, ກໍໄດ້ດໍາ ເນີນເປັນເວລາ 7 ວັນ (ນັບແຕ່ວັນທີ 4-11 ມີນາ). ໃນນັ້ນ, ສະຫາຍ ຫວັງຢັງ ປະທານສະພາປຶກສາການ ເມືອງປະຊາຊົນຈີນ ສະໄໝທີ 13 ໄດ້ສະຫລຸບຜົນການຈັດຕັ້ງປະຕິ ບັດວຽກງານໃນໄລຍະ 5 ປີຜ່ານ ມາແລະຕີລາຄາການປະຕິບັດວຽກ ງານຂອງສະພາ ປະຈໍາປີ 2022. ກອງປະຊຸມດັ່ງກ່າວໄດ້ຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ຫວັງ ຫູ້ໜິງ ເປັນປະທານສະພາການເມືອງປະ ຊາຊົນຈີນ, ຮອງປະທານ 23 ທ່ານ ແລະ ເລຂາທີ່ປຶກສາສະພາການ ເມືອງປະຊາຊົນຈີນ 1 ທ່ານ. ນອກ ນັ້ນ, ຍັງໄດ້ຮັບຮອງເອົາເອກະສານ ທີ່ສໍາຄັນເຊັ່ນ: ໜຶ່ງ, ບົດລາຍງານ ການເມືອງຂອງສະພາປຶກສາການ ເມືອງປະຊາຊົນຈີນ ແລະ ສອງ, ບົດລາຍງານການປະຕິບັດວຽກ ງານຂອງສະພາປຶກສາການເມືອງ ປະຊາຊົນຈີນ ປະຈໍາປີ 2022. ສະ ພາດັ່ງກ່າວ ແມ່ນໄດ້ຍຶດໝັ້ນການ ນໍາພາຂອງພັກກອມມູນິດຈີນ ຢ່າງ ໜັກແໜ້ນ, ທີ່ມີບົດບາດສູງໃນກົນ ໄກການບໍລິຫານງານພັກ-ລັດ ໃນ ການພົວພັນຮ່ວມມືກັບຂະບວນ ການປະຊາທິປະໄຕຕ່າງໆ ທີ່ມີພັກ ກອມມູນິດຈີນເປັນແກນນໍາ ເພື່ອສົ່ງ ເສີມລະບອບປະຊາທິປະໄຕຂອງ ສັງຄົມນິຍົມທີ່ມີຈຸດພິເສດຕາມສີ ສັນສະເພາະຂອງ ສປ ຈີນ, ຍັງເປັນ ສູນກາງເຕົ້າໂຮມຄວາມສາມັກຄີ ໂດຍ: ໂຄງການຄົ້ນຄວ້າຮ່ວມມືລາວ-ຈີນ, ສະຖາບັນການຕ່າງປະເທດ ທົ່ວປະເທດຂອງທຸກຊົນເຜົ່າ, ສາສະ ໜາ, ຂະແໜງການ ແລະ ອື່ນໆ ໃຫ້ ຢູ່ພາຍໃຕ້ການຊີ້ນໍາຂອງພັກກອມມູ ນິດຈີນກໍຄືບັນລຸເປົ້າໝາຍການສ້າງ ປະເທດຈີນ ໃຫ້ມີຄວາມເຂັ້ມ ແຂງ, ປະຊາທິປະໄຕ, ທັນສະໄໝ, ປອງ ດອງ, ສີວິໄລ ແລະ ສະຫງ່າງາມ. ອີກດ້ານໜຶ່ງ, ສະພາປຶກສາການ ເມືອງປະຊາຊົນຈີນ ຍັງໄດ້ເຮັດໜ້າ ທີ່ເປັນເສນາທິການໃນການພັດທະ ນາເສດຖະກິດ-ສັງຄົມຂອງລັດຖະ ບານ ກໍຄື ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ຈີນ ໃນໄລຍະ 5 ປີ ຄັ້ງທີ 14 ໃຫ້ໄດ້ ຮັບຜົນສໍາເລັດ. ພ້ອມດຽວກັນນັ້ນ, ສະພາດັ່ງ ກ່າວກໍໄດ້ມີການຈັດຕັ້ງ ແລະ ເອົາ ໃຈໃສ່ປະຕິບັດຢ່າງຫ້າວຫັນໃນ ການເຜີຍແຜ່ ແລະ ໂຄສະນາບົດ ບາດຄວາມສໍາຄັນຂອງພັກ-ລັດ ຖະບານຈີນ ທີ່ມີຕໍ່ພາກພື້ນ ແລະ ສາກົນ, ປົກປັກຮັກສາສະຖຽນລະ ພາບ ແລະ ຜົນປະໂຫຍດແຫ່ງຊາດ ກໍຄື ການຕີຖອຍທຸກກົນອຸບາຍມ້າງ ເພທໍາລາຍລະບອບສັງຄົມນິຍົມ ຈາກທຸກອິດທິກໍາລັງປໍລະປັກທີ່ພະ ຍາຍາມເຂົ້າແຊກແຊງກິດຈະການ ພາຍໃນຂອງຈີນ. ຍ້ອນມີຄວາມເດັດດ່ຽວຍຶດໝັ້ນ ຕໍ່ຫລັກການນໍາພາຂອງສູນກາງ ພັກກອມມູນິດຈີນ ທີ່ມີສະຫາຍ ສີ ຈິ້ນຜີງ ເປັນແກນນຳ; ຍ້ອນມີຄວາມ ເດັດດ່ຽວຕັ້ງໜ້າຕໍ່ການຈັດຕັ້ງຜັນ ຂະຫຍາຍວຽກງານຂອງສະພາປຶກ ສາການເມືອງທົ່ວປະເທດຈີນ ຕາມ ມະຕິກອງປະຊຸມຂອງພັກ, ຕາມ ພາລະບົດບາດຂອງສະພາຢ່າງ ຫ້າວຫັນ; ຍ້ອນມີການສຶກສາອົບ ຮົມແນວຄິດການເມືອງເປັນຢ່າງດີ, ບວກກັບຄວາມເອົາໃຈໃສ່ ໃນການ ປະຕິບັດໜ້າທີ່ຂອງສະມາຊິກສະພາ ທີ່ມີຄວາມປອດໃສ, ເປັນແບບຢ່າງ ແລະຫ້າວຫັນ; ຍ້ອນມີການປະຕິບັດ ວຽກງານຕາມແບບວິທະຍາສາດ, ມີຫົວຄິດປະດິດສ້າງ ແລະ ມີການ ຕິດຕາມຖອດຖອນບົດຮຽນຢ່າງ ເປັນປະຈໍາ ເຮັດໃຫ້ ສປ ຈີນ ໃນມື້ນີ້ ກາຍເປັນປະເທດທີ່ມີຄວາມໝັ້ນ ຄົງທາງດ້ານການເມືອງ, ມີຮູບ ແບບການພັດທະນາທີ່ຍືນຍົງ, ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ກໍຄື ລະດັບການພັດທະນາຂອງ ປະເທດຈະເລີນເຕີບໂຕແບບກ້າວ ກະໂດດ ແລະ ເຮັດໃຫ້ບົດບາດຂອງ ປະເທດຈີນ ສູງເດັ່ນຂຶ້ນທັງໃນເວ ທີພາກພື້ນ ແລະ ສາກົນ. ພັກ, ລັດຖະບານ ແລະ ປະຊາ ຊົນລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບຜົນສໍາເລັດຂອງກອງປະຊຸມ ໃຫຍ່2ສະພາ ໂດຍໄດ້ສົ່ງສານອວຍ ພອນຂອງບັນດາການນໍາຂັ້ນສູງ ຂອງລາວ ໄປຍັງການນໍາຂັ້ນສູງ ຂອງ ສປ ຈີນ ທີ່ໄດ້ຮັບການແຕ່ງຕັ້ງ ຂຶ້ນດໍາລົງຕໍາແໜ່ງສໍາຄັນໃນຄະ ນະລັດຖະບານຊຸດໃໝ່, ໃນຖານະທີ່ ເປັນປະເທດບ້ານໃກ້ເຮືອນຄຽງທີ່ ຮ່ວມຊາຕາກໍາດຽວກັນ ເພື່ອສືບຕໍ່ ຮັດແໜ້ນ ແລະ ຍົກສູງມິດຕະພາບ ການພົວພັນຮ່ວມມືລາວ-ຈີນໃຫ້ສືບ ຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. *** ຕໍ່ຈາກສະບັບກ່ອນ *** ສວສ-ບີຄວາ... ຮອງລັດຖະມົນຕີ.. ລາວ, ທ່ານ ມາກ ເຮີວາດ ຮອງຜູ້ ອໍານວຍການດ້ານການວິເຄາະຂໍ້ ມູນອົງການອຸຍນີເຊບ ປະຈຳພາກ ພື້ນ, ມີຜູ້ຕາງໜ້າກະຊວງການ ຕ່າງປະເທດ ແລະ ພາກສ່ວນກ່ຽວ ຂ້ອງຈາກສູນກາງຢ້ຽມຢາມ ແຂວງຊຽງຂວາງ ເພື່ອຕິດຕາມ ວຽກງານສົ່ງເສີມສິດທິເດັກ ເເລະ ກະກຽມການສະເຫລີມສະຫລອງ ຄົບຮອບ 50 ປີ ຂອງອົງການ ອຸຍນີເຊບ ໃນ ສປປ ລາວ. ການຢ້ຽມຢາມແຂວງຊຽງ ຂວາງຄັ້ງນີ້, ຄະນະຜູ້ແທນດັ່ງກ່າວ ໄດ້ເດີນທາງໄປຢ້ຽມຢາມບັນດາ ກິດຈະກຳ ຂອງແຜນງານນະໂຍ ບາຍສັງຄົມ ທີ່ໄດ້ສະເເດງໃຫ້ເຫັນ ເຖິງຜົນສຳເລັດຕ່າງໆ ໂດຍຜ່ານ ການຮ່ວມມືອັນແໜ້ນແຟ້ນລະ ຫວ່າງລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊບ ໂດຍສະເພາະ ຜົນສຳເລັດໃນວຽກງານປົກປ້ອງ ສິດທິເດັກ, ການຄົ້ນຄວ້າ ແລະ ສ້າງ ຖານຂໍ້ມູນກ່ຽວກັບເດັກ ເພື່ອປະ ກອບສ່ວນເຂົ້າໃນການວັດແທກ ເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ. ພ້ອມນີ້, ຍັງໄດ້ລົງຢ້ຽມ ຢາມຄອບຄົວເດັກພິການ ທີ່ໄດ້ຮັບ ການຊ່ວຍເຫລືອຈາກອົງການອຸຍ ນີເຊບ ຜ່ານແຜນງານປົກປ້ອງເດັກ ໂຄງການການເບິ່ງແຍງ ແລະ ຊ່ວຍ ເຫລືອເດັກພິການທີ່ບ້ານໂພນໄຊ ແລະ ໂຮງຮຽນສົມທຽບທົງໝົດໃນ 21 ເມືອງ ທີ່ໄດ້ຮັບຄັດເລືອກ ເຊັ່ນ: ແຂວງຜົ້ງສາລີ, ຫລວງນ້ຳທາ, ເມືອງຄູນ ແຂວງຊຽງຂວາງ. ໂຄງ ການດັ່ງກ່າວ ເປັນໂຄງການສຳຄັນ ໃນການປົກປ້ອງສິດທິຂອງເດັກ ນ້ອຍ ແລະ ເປັນໂຄງການທົດລອງ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ໂດຍຜ່ານ Austral ian NGO Cooperation Program, ໂຄງການນີ້ ຈະສຸມໃສ່ການສະໜັບສະໜູນພິ ເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ. ຈາກນັ້ນ, ຄະນະຜູ້ແທນໄດ້ໄປ ສັງເກດການເດີນສຳຫລວດດັດຊະ ນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານນາໄຊ ເມືອງຄູນ ເພື່ອ ສັງເກດຂະບວນການເກັບກຳຂໍ້ມູນ ຂໍ້ມູນສຳລັບ LSIS III. ຜົນຈາກ ການສໍາຫລວດລະດັບປະເທດດັ່ງ ກ່າວນີ້ ຈະຊ່ວຍໃຫ້ລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊບ ອອກແບບນະໂຍບາຍທີ່ມີປະສິດທິ ພາບຫລາຍຂຶ້ນ ເພື່ອປັບປຸງຊີວິດ ຂອງເດັກນ້ອຍ ແລະ ແມ່ຍິງລາວ, ພ້ອມທັງເປັນການປະກອບສ່ວນ ເຂົ້າໃນການປະເມີນຄວາມຄືບໜ້າ ຂອງເປົ້າໝາຍພັດທະນາຊັບພະຍາ ກອນມະນຸດພາຍໃຕ້ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປົ້າໝາຍການພັດ ທະນາແບບຍືນຍົງ. ທ່ານຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນໄດ້ ກ່າວວ່າ: “ການຮ່ວມມືລະຫວ່າງ ລັດຖະບານສປປລາວແລະອົງການ ອຸຍນີເຊບ ມາເປັນເວລາ 50 ປີ ໄດ້ ມີເຮັດໃຫ້ຊີວິດການເປັນຢູ່ຂອງ ເດັກນ້ອຍ ແລະ ແມ່ຍິງລາວ ມີການ ປ່ຽນແປງທີ່ດີ ໂດຍສະເພາະໃນຂົງ ເຂດວຽກງານສຸຂະພາບ, ການປົກ ປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິ ບານ. ຜົນສໍາເລັດເຫລົ່ານີ້ມີຜົນມາ ຈາກຄວາມພະຍາຍາມ ແລະ ຄວາມ ຕັ້ງໃຈຂອງພວກເຮົາທຸກຄົນ. ພວກ ເຮົາຫວັງວ່າຈະສາມາດສືບຕໍ່ເຮັດ ວຽກກັບອົງການອຸຍນີເຊບ ເພື່ອສືບ ຕໍ່ປັບປຸງຊີວິດການເປັນຢູ່ຂອງປະ ຊາຊົນທຸກຄົນ ແລະ ບັນລຸວິໄສທັດ ຂອງພວກເຮົາສໍາລັບປະເທດລາວ ທີ່ຈະເລີນຮຸ່ງເຮືອງ”. ພ້ອມກັນນີ້, ຄະນະຜູ້ແທນຍັງໄດ້ ໄປຢ້ຽມຢາມ ບ້ານອົ້ມ ເມືອງຄູນ ໂດຍໄດ້ລົງສັງເກດລະບົບນ້ຳ ແລະ ສຸຂາອະນາໄມ ທີ່ມີຄວາມສຳຄັນ ໃນການສະໜອງນ້ຳສະອາດ ແລະ ປັບປຸງສຸຂະພາບຂອງບັນດາຊຸມ ຊົນໃນບ້ານ. ຜົນສຳເລັດຂອງໂຄງ ການນ້ຳ ແລະ ສຸຂາອະນາໄມໃນ ບ້ານດັ່ງກ່າວ ເປັນຕົວຢ່າງຄວາມ ມຸ່ງໝັ້ນຂອງອົງການອຸຍນີເຊບ ແລະ ລັດຖະບານ ສປປ ລາວ ໃນຂົງ ເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ. ທ່ານ Mark Hereward ໄດ້ກ່າວວ່າ: “ໃນໄລຍະ 50 ປີຜ່ານ ມາ, ພວກເຮົາໄດ້ຮ່ວມກັນບັນລຸ ຜົນສຳເລັດຫລາຍຢ່າງໃນການປັບ ປຸງຊີວິດຂອງເດັກນ້ອຍລາວ ເເລະ ຜົນສຳເລັດເຫລົ່ານີ້ ເປັນຫລັກຖານ ຢັ້ງຢືນເຖິງຄວາມມຸ່ງໝັ້ນອັນບໍ່ຢຸດ ຢັ້ງຂອງລັດຖະບານ ສປປ ລາວ ແລະ ອົງການ ອຸຍນີເຊບ ເພື່ອສ້າງ ອະນາຄົດທີ່ດີຂຶ້ນໃຫ້ແກ່ເດັກນ້ອຍ ທຸກຄົນ.” ການມາຢ້ຽມຢາມ ແຂວງຊຽງ ຂວາງ ໃນຄັ້ງນີ້ ໄດ້ເນັ້ນໃຫ້ເຫັນເຖິງ ສາຍພົວພັນທີ່ເຂັ້ມແຂງລະຫວ່າງ ອົງການ ອຸຍນີເຊບ ແລະ ກະຊວງ ແຜນການແລະການລົງທຶນກໍຄືລັດ ຖະບານສປປລາວທີ່ເລັ່ງໃສ່ຄວາມ ມຸ່ງໝັ້ນໃນການສືບຕໍ່ການຮ່ວມມື ເພື່ອຜົນປະໂຫຍດຂອງເດັກນ້ອຍ ແລະ ແມ່ຍິງໃນທົ່ວ ສປປ ລາວ. ໃນຂະນະທີ່ອົງການ ອຸຍນີເຊບ ສະ ເຫລີມສະຫລອງ ຄົບຮອບ 50 ປີ ໃນ ສປປ ລາວ, ອົງການອຸຍນີເຊບ ຢືນຢັນເຖິງຄຳໝັ້ນສັນຍາທີ່ຈະສືບ ຕໍ່ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍພັດທະ ນາຕ່າງໆຂອງ ສປປ ລາວ ແລະ ສ້າງອະນາຄົດທີ່ສົດໃສໃຫ້ເເກ່ເດັກ ນ້ອຍລາວທຸກຄົນ. ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ກໍໄດ້ມີຄຳເຫັນວ່າ: “ຕະ ຫລອດ 50 ປີຜ່ານມາ, ອົງການ ພວກເຮົາຮູ້ສຶກເປັນກຽດທີ່ໄດ້ມີ ໂອກາດເຮັດວຽກກັບ ລັດຖະບານ ສປປ ລາວ ເພື່ອສ້າງອະນາຄົດທີ່ດີ ກວ່າເກົ່າໃຫ້ແກ່ເດັກນ້ອຍ ເເລະ ເເມ່ຍິງລາວ. ພວກເຮົາມີຄວາມ ພາກພູມໃຈເປັນຢ່າງຍິ່ງ ຕໍ່ຜົນສຳ ເລັດທີ່ພວກເຮົາໄດ້ຮ່ວມກັນສ້າງ ແລະ ຢຶດໝັ້ນໃນຄຳສັນຍາທີ່ຈະ ສືບຕໍ່ສະໜັບສະໜູນລັດຖະບານ ສປປ ລາວ ໃນການບັນລຸເປົ້າໝາຍ ການພັດທະນາຂອງຕົນ. ບໍ່ແກ້ວ,ຫົວພັນ, ຊຽງຂວາງ, ໄຊສົມ ບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນ ນະເຂດ, ສາລະວັນ ແລະ ແຂວງ ອື່ນໆ, ການທົດລອງຈະເລີ່ມຕົ້ນໃນ ເດືອນກັນຍາ 2023 ນັກຮຽນຂັ້ນ ປ1 ທີ່ມາຈາກພື້ນຖານການເວົ້າ ພາສາອື່ນທີ່ບໍ່ແມ່ນພາສາລາວເປັນ ຫລັກໃນຄອບຄົວຈະໄດ້ຮັບການ ສອນພາສາລາວ ເພີ່ມຕື່ມອີກ 3-4 ຊົ່ວໂມງຕໍ່ອາທິດ ເພື່ອປັບປຸງຄວາມ ສາມາດໃນການເວົ້າພາສາລາວ. *** ຕໍ່ຈາກໜ້າ 1 *** xtgmf9u o *ປະເທດຈີນ(China) ມີຊື່ ຢ່າງເປັນທາງການວ່າ: ສາທາລະ ນະລັດ ປະຊາຊົນຈີນ (People’s Republic of China), ມີນະ ຄອນຫລວງຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນ ອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບຫວຽດນາມ ຕິດກັບທະເລຈີນ ໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ມີປະ ໂດຍ: ດາວັນ ຊາກອນຫລາຍທີ່ສຸດ ໃນໂລກ 1.412 ຕື້ກວ່າຄົນ (ໃນປີ 2021) ເຊິ່ງເປັນພັກການເມືອງດຽວ, ປົກ ຄອງໂດຍພັກກອມມູນິດຈີນ. ມີ ເນື້ອທີ່ທັງໝົດ 9,6 ລ້ານກິໂລຕາ ແມັດ. ປະຊາຊົນນັບຖືສາສະໜາ ພຸດ 18,2%, ສາສະໜາທ້ອງຖິ່ນ 21,9%, ບໍ່ມີສາສະໜາ 52,2% ແລະ ອື່ນໆ; ໃຊ້ພາສາທາງການ ແມ່ນ ພາສາ ຈີນ ກາງ; ສະກຸນເງິນ ຢວນ. ສ່ວນວັນຊາດ ແມ່ນທີ 1 ຕຸລາ ປີ 1949. ເສດຖະກິດຂອງຈີນ ໄດ້ຂະ ຫຍາຍຕົວຢ່າງວ່ອງໄວ ເປັນຕົ້ນ ການລົງທຶນ ແລະ ການສົ່ງອອກ, ກາຍເປັນມະຫາອຳນາດທາງດ້ານ ເສດຖະກິດ ໂດຍມີລວມຍອດຜະລິດ ຕະພັນພາຍໃນປະເທດ (GDP) 17,73 ພັນຕື້ໂດລາສະຫະລັດ(ໃນ ປີ 2021); ສະເລ່ຍຕໍ່ຫົວຄົນ 12.500 ກວ່າໂດລາສະຫະລັດຕໍ່ປີ; ອັດຕາການຈະເລີນເຕີບໂຕທາງ ເສດຖະກິດ 8,1% ຕໍ່ປີ. ສິນຄ້າທີ່ ສົ່ງອອກລວມມີ: ເຄື່ອງກົນຈັກ, ຜະ ລິດຕະພັນເຄື່ອງໃຊ້ໄຟຟ້າ, ເຄື່ອງ ນຸ່ງຫົ່ມ, ເຫລັກ ແລະ ໂທລະສັບມືຖື. ສ່ວນສິນຄ້າທີ່ນຳເຂົ້າ ເຊັ່ນ: ນ້ຳມັນ, ແຮ່ເຊື້ອໄຟ, ຢາງພາລາ ແລະ ອື່ນໆ. ສຳລັບປະເທດຄູ່ການຄ້າທີ່ສຳ ຄັນມີເຂດຮົງກົງ, ສ ອາເມລິກາ, ຍີ່ປຸ່ນ, ສ ເກົາຫລີ, ເຢຍລະມັນ, ອົດ ສະຕຣາລີ ຕາມລຳດັບ. ນອກນີ້ຍັງ ມີສະຖານທີ່ທ່ອງທ່ຽວສວຍງາມ ເປັນຕົ້ນ: ນະຄອນຫລວງປັກກິ່ງ ເປັນຈຸດສູນລວມຂອງປະຫວັດສາດ ອັນເກົ່າແກ່ຂອງຈີນ 3.000 ກວ່າ ປີ ເຊັ່ນ ພະລາຊາວັງຍຸກເກົ່າ, ພິພິ ທະພັນແຫ່ງຊາດ; ເກາະຮົງກົງ; ກຳແພງເມືອງຈີນ ມີຄວາມຍາວປະ ມານ 8.800 ກິໂລຕາແມັດກາຍ ເປັນກຳແພງ ທີ່ມີຂະໜາດຍາວທີ່ ສຸດໃນໂລກ ແລະ ອື່ນໆ. ສປ ຈີນ ແລະ ສປປ ລາວ ໄດ້ ສ້າງຕັ້ງສາຍພົວພັນທາງການທູດ ຮ່ວມກັນ ເມື່ອວັນທີ 25.04.1961 ເປັນຕົ້ນມາ. ຕະຫລອດໄລຍະຜ່ານ ມາສອງປະເທດ ກໍ່ໄດ້ໃຫ້ຄວາມ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ມີ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການເພີ່ມທະວີນັບມື້ສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມ ມືສອງຝ່າຍໃນດ້ານຕ່າງໆ ໄດ້ນຳ ເອົາຜົນປະໂຫຍດອັນໃຫຍ່ຫລວງ ມາສູ່ປະຊາຊົນສອງຊາດພວກເຮົາ. ອັນເປັນການສ່ອງແສງໃຫ້ເຫັນ ເຖິງສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ ຊຶ່ງໄດ້ຮັບການຖະນຸຖະ ໜອມເພີ່ມພູນຄູນສ້າງທີ່ມີປະສິດ ທິຜົນຢ່າງຕໍ່ເນື່ອງ, ອັນພົ້ນເດັ່ນກວ່າ ໝູ່ແມ່ນການຍົກລະດັບສາຍພົວ ພັນຮ່ວມມືມາເປັນຄູ່ຮ່ວມມືແບບຍຸດ ທະສາດຮອບດ້ານ, ໝັ້ນຄົງຍາວ ນານ, ສະແດງເຖິງສາຍພົວພັນມິດ ຕະພາບ ລະຫວ່າງ ສອງປະເທດໃຫ້ ນັບມື້ແໜ້ນແຟ້ນ ແລະ ຈະເລີນງອກ ງາມ ຍິ່ງຂື້ນເລື້ອຍໆ.
RkJQdWJsaXNoZXIy MTc3MTYxMQ==