xtgmf]k; 3 25/04/2023 0j k; c]t gsfdko ບົດສະເໜີ ໂດຍ: ໄມເຄິ້ນ ບົວລະພັນ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ຢ່າຕົ່ງ; ພາບ: ຄັດທະນາມ dkorq ;ra oIj ;,,n ]k;{9u o ln [8+ 0tspkp8q ;1j k'g]y dg-y j ' xu zj ko,k c0;'v5 fq ,w- ,u dkora fmtoks]kpfh ko ຄວາມສົນໃຈວ່າເປັນຫຍັງຈຶ່ງຕັ້ງ ບັນຫານີ້ຂຶ້ນ, ທັງທີ່ມັນມີເລັກນ້ອຍໆ ທີ່ສຸດ.ບັນຫານີ້ຖ້າມີໜໍ່ ແໜງຢູ່ບ່ອນ ໃດ ໂດຍບໍ່ໄດ້ຮັບການເອົາໃຈໃສ່ແກ້ ໄຂແຕ່ຫົວທີກໍ່ຈະມີຜົນເກີດແນວຄິດ ຊັ່ງຊາກັນ ແລະ ກັນ, ພົວພັນເຖິງຜົນ ສໍາເລັດຂອງວຽກງານ. ແນວຄິດທີ່ ເຫັນແຕ່ດ້ານຫຍຸ້ງຍາກ, ມືດມົນ... ກໍ່ຈະພາໃຫ້ຄົນເຮົາອ່ອນແອລົງ ແລະ ຫລົ້ມເຫລວໃນຊີວິດ-ວຽກ ງານ. ພຶດຕິກໍາຕົວຈິງ ຢູ່ບາງບ່ອນ ຕາມເກັບກໍາຫາງສຽງມາໃຫ້ຮູ້ວ່າ ພາຍຫລັງພະຍາດໂຄວິດ-19 ລະ ບາດ ແລະ ເກີດສະພາບຄວາມຫຍຸ້ງ ຍາກຊົ່ວຄາວທາງດ້ານເສດຖະກິດ, ເຮັດໃຫ້ພະນັກງານຈໍານວນໜຶ່ງ ເກີດຄວາມງໍ້ງ່ຽງ ແລະ ທໍ້ຖອຍ, ປະ ກອບສ່ວນວຽກງານແປະໆບາງໆ ໂດຍອ້າງໃສ່ບັນດາບັນຫາຫຍຸ້ງ ຍາກຊົ່ວຄາວທີ່ກະທົບມາ ເຊິ່ງບັນ ຫານີ້ ຄວນໄດ້ຮັບການແກ້ໄຂໃນໄລ ຍະເວລາອົນສົມຄວນ, ບໍ່ປ່ອຍປະ ໃຫ້ເປັນພະຍາດຮ້າຍແຮງແລ້ວຈຶ່ງ ປິ່ນປົວ. ໃນສະພາບຄວາມຮຽກ ຮ້ອງຕ້ອງການໃໝ່, ຄົນໜຶ່ງຕ້ອງ ໄດ້ຮັບຜິດຊອບຫລາຍວຽກງານ ແລະ ຄວນເກັ່ງອັນໃດອັນໜຶ່ງ ເຊິ່ງ ຕ້ອງການຄວາມບືນຕົວຫລາຍຂຶ້ນ, ອົດທົນຫລາຍຂຶ້ນ...ກໍ່ມີຈໍານວນ ໜຶ່ງຈົ່ມທໍ້ຖອຍແຕ່ຫົວທີ, ອັນນີ້ສະ ທ້ອນເຖິງມານະຈິດປະຕິວັດຂອງ ບຸກຄົນນັ້ນໆ? ຄວາມຮຽກຮ້ອງ ຕ້ອງການສະເພາະ ແລະ ຍາວນານ ເລື່ອງພະນັກງານແມ່ນການຫັນປ່ຽນ ໃໝ່ທີ່ຕັ້ງໜ້າສູ່ຄຸນນະພາບໃໝ່. ເວົ້າພົວພັນເຖິງພະນັກງານ, ປະ ທານ ໄກສອນ ພົມວິຫານ ເຄີຍມີທິດ ຊີ້ນໍາ ເມື່ອປີ 1991 ໃນກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 7 ເວົ້າເຖິງການປ່ຽນແປງໃໝ່ວຽກ ງານພະນັກງານ, ທັງໄດ້ຍົກໃຫ້ເຫັນ ສະພາບເລັກນ້ອຍ ສະທ້ອນເຖິງ ແນວຄິດງໍ້ງ່ຽງແຕ່ຫົວທີຂອງພະ ນັກງານຈໍານວນໜຶ່ງ ທີ່ມີແນວຄິດ ລັກສະນະຄອງເດີມບໍ່ຢາກຫັນປ່ຽນ ໃໝ່ສູ່ອັນຕັ້ງໜ້າກວ່າເກົ່າ ເຊິ່ງເພິ່ນ ເວົ້າວ່າ: “ ມີຈໍານວນໜຶ່ງເກີດແນວ ຄິດງໍ້ງ່ຽງ, ຫຍໍ້ທໍ້ ໂດຍຄິດສັ້ນໆວ່າ ຖ້າຂັ້ນຖ້າຫາກຂັ້ນເທິງປະຕິບັດຕາ ມທິດທາງ, ຕາມຫລັກການ ແລະ ມາດຕະການພະນັກງານຕາມແບບ ໃໝ່ຕົນເອງຄົງຈະໄປບໍ່ລອດ,ຄົງຈະ ບໍ່ສາມາດບືນຕົວຂຶ້ນໄດ້ຕື່ມອີກແລະ ຄົົງຈະລາອອກຈາກລັດຖະການ. ອັນນັ້ນແມ່ນທັດສະນະທີ່ບໍ່ຖືກຕ້ອງ, ຂາດມານະຈິດປະຕິວັດ, ຂາດຄວາມ ຮັບຜິດຊອບ...ບໍ່ປະຕິເສດຫາກມີ ອາຍຸກະສຽນແລ້ວ ກໍ່ຕ້ອງໄດ້ພັກ ຜ່ອນ, ກິນບໍານານແທ້ ເພາະອັນ ນັ້ນແມ່ນຫລັກການ ແລະ ສອດຄ່ອງ ກັບກົດເກນ. ແຕ່ສໍາລັບຜູ້ທີ່ຍັງມີ ເຫື່ອມີແຮງ, ຍັງໜຸ່ມຍັງແໜ້ນຫາກ ຄິດງໍ້ງ່ຽງ, ທໍ້ຖອຍຄືແນວນັ້ນ ຄວນ ສໍາຫລວດຕົນເອງຄືນໃໝ່ ແລະ ເດັດດ່ຽວກໍາຈັດແກ້ໄຂ”. ໃນສະພາບເວລາໃດກໍ່ຕາມ ມັນ ມີທັງອັນສະດວກ ແລະ ຫຍຸ້ງຍາກ ຄຽງຄູ່ກັນໄປ, ຍາກຈະຫາໄດ້ແຕ່ ອັນສະດວກ ຫລື ມີແຕ່ຫຍຸ້ງຍາກຕະ ຫລອດໄປ. ສະນັ້ນ ພັກ-ລັດ ເຮົາຈຶ່ງ ເວົ້າຕະຫລອດກ່ຽວກັບການພັດທະ ນາມີທັງກາລະໂອກາດເອື້ອອໍາ ນວຍ ແລະ ສິ່ງທ້າທາຍທົດສອບ ນາໆປະການ. ພະນັກງານ-ສະມາ ຊິກພັກຜູ້ໜຶ່ງ ຄວນຍົກສູງມານະຈິດ ປະຕິບັດ, ບໍ່ງໍ້ງ່ຽງ ແລະ ທໍ້ຖອຍຕໍ່ ຄວາມຫຍຸ້ງຍາກຊົ່ວຄາວຕ່າງໆ, ທັງບໍ່ລົດລະຄວາມພະຍາຍາມໃນ ການຄົ້ນຄວ້າຮໍ່າຮຽນວິທະຍາ ສາດ ວິທະຍາການ ເພື່ອມາໝູນໃຊ້ ໃນວຽກງານຢ່າງປະດິດສ້າງບົນ ພື້ນຖານເງື່ອນໄຂຄວາມເປັນຈິງ ຂອງແຕ່ລະບ່ອນ. * ປີ 2022 ຜ່ານມາ ເຖິງວ່າພະ ຍາດໂຄວິດຍັງສືບຕໍ່ແພ່ລະບາດ ທັງຢູ່ໃນໄລຍະຈັດຕັ້ງປະຕິບັດບາງ ມາດຕະການຄວບຄຸມ, ຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວຢູ່, ແຕ່ ແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ອັນເຮັດໃຫ້ມີຫລາຍ ໜ້າວຽກມີການພັດທະນາແລະ ເສດ ຖະກິດມີການຂະຫຍາຍຕົວໃນລະ ດັບ 3,98%. ເຖິງຢ່າງໃດກໍຕາມ ມື້ນີ້ໜັງສືພິມປະເທດລາວຂໍສະເໜີ ກ່ຽວກັບການຈັດຕັ້ງປະຕິບັດໃນ ການພັດທະນາເສດຖະກິດ-ສັງຄົມ ໃຫ້ທ່ານຜູ້ອ່ານກ່ອນ ແລະ ສະບັບ ໜ້າຈຶ່ງນຳສະເໜີດ້ານອື່ນຕື່ມ. [+ '= 'P' m= h 4vp h * ໃນສະພາບທີ່ພວກເຮົາຍັງມີ ຄວາມຫຍຸ້ງຍາກ, ຂໍ້ຈໍາກັດບາງອັນ ກະທົບເຖິງການດໍາລົງຊີວິດ ແລະ ວຽກງານ, ພວກເຮົາຕ້ອງເດັດດ່ຽວ ຕັດສິນໃຈຜ່ານຜ່າ, ບັນຫາມີມາໃຫ້ ແກ້ ແລະ ເມື່ອມີບັນຫາກໍ່ຢ່າໜີບັນ ຫາ ຄືຜູ້ອາວຸໂສບາງທ່ານເຄີຍກ່າວ. ບໍ່ວ່າດຽວນີ້ກໍ່ຄືຜ່ານມາພວກເຮົາກໍ່ ບໍ່ອາດປະຕິເສດບັນດາດ້ານທີ່ແຕກ ຕ່າງທາງແນວຄິດ, ຜູ້ອົດທົນ, ຜູ້ ອ່ອນແອ...ແຕ່ເຖິງຢ່າງກໍ່ດີ ຄວນຕີ ຖອຍບັນດາດ້ານທີ່ມີແຕ່ຈະເກີດ ຄວາມອັບປະໂຫຍດ ເປັນຕົ້ນຄວາມ ງໍ້ງ່ຽງ ທໍ້ຖອຍ ແຕ່ຫົວທີ ກ່ອນການ ລົງມືເຮັດອັນໃດອັນໜຶ່ງ ຫລື ພໍ້ບັນ ຫາຫຍຸ້ງຍາກຊົ່ວຄາວກໍ່ທໍ້ຖອຍໃຈ ກາຍເປັນຄົນອ່ອນແອ. ປະເດັນທີ່ນໍາແລກປ່ຽນຄໍາເຫັນ ບົດນີ້ບໍ່ໜີໄປຈາກເລື່ອງຄົນ, ເວົ້າ ລົງເລິກເຖິງສະມາຊິກພັກ-ພະນັກ ງານ ບໍ່ວ່າຂົງເຂດວຽກງານໃດ ກໍ່ບໍ່ ປາສະຈາກບັນຫາຫຍໍ້ທໍ້ງໍ້ງ່ຽງທາງ ແນວຄິດ ອັນກະທົບເຖິງການກະທໍາ ຂອງບາງບຸກຄົນໃນເວລາມີຄວາມ ຫຍຸ້ງຍາກ. ຫລາຍທ່ານອາດຈະມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໄດ້ໃຫ້ສຳ ພາດຕໍ່ຄະນະນັກຂ່າວໜັງສືພິມປະ ເທດລາວມໍ່ໆນີ້ວ່າ: ໃນປີຜ່ານມາ ອົງການປົກຄອງແຂວງໄດ້ເອົາໃຈ ໃສ່ຊຸກຍູ້ທຸກພາກສ່ວນທັງພາກລັດເອກະຊົນ ລວມທັງປະຊາຊົນບັນ ດາເຜົ່າພາຍໃນແຂວງເອົາໃຈໃສ່ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ແລະ ເປັນປີທີ່ທຸກຂະແໜງການເອົາໃຈ ໃສ່ຟື້ນຄືນເສດຖະກິດທີ່ໄດ້ຮັບຜົນ ກະທົບຈາກພະຍາດໂຄວິດ-19 ໂດຍ ໄດ້ຕັ້ງໜ້ານຳພາ-ຊີ້ນຳໃນການພັດ ທະນາເສດຖະກິດຂອງແຂວງ ແລະ ກໍມີຫລາຍດ້ານທີ່ພົ້ນເດັ່ນ ໂດຍ ສະເພາະແມ່ນ ລວມຍອດຜະລິດ ຕະພັນພາຍໃນ GDP, ເສດຖະກິດ ຂະຫຍາຍຕົວໃນລະດັບ 3,98% ຄິດໄລ່ເປັນມູນຄ່າຕາມລາຄາປີ 7.888,22 ຕື້ກີບ, ສະເລ່ຍລາຍ ຮັບຕໍ່ຫົວຄົນເທົ່າກັບ 1.541 ໂດລາ ສະຫະລັດ. ການຜະລິດກໍມີການຂະ ຫຍາຍຕົວ. ໃນນັ້ນ, ເຂົ້າໄດ້ຫລາຍ ກວ່າ 26 ເຮັກຕາ, ຜົນຜະລິດຫລາຍ ກວ່າ 83 ໂຕນ, ປູກພືດສະບຽງ ອາຫານໄດ້ກວ່າ 7,8 ພັນເຮັກຕາ, ໄດ້ຜົນຜະລິດກວ່າ 36 ພັນໂຕນ, ປູກພືດເປັນສິນຄ້າໄດ້ກວ່າ 53 ພັນ ເຮັກຕາ, ໄດ້ຜະລິດກວ່າ 3 ແສນ ໂຕນ, ການຜະລິດຊີ້ນ, ໄຂ່ ແລະ ປາ ເພື່ອບໍລິໂພກໄດ້ກວ່າ16ໂຕນ,ການ ລ້ຽງສັດ ປະເພດງົວ ຫລາຍກວ່າ 61 ພັນໂຕ, ຄວາຍ ກວ່າ 19 ພັນໂຕ ແລະ ສັດໜ້ອຍອື່ນໆຫລາຍແສນ ໂຕ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງຍັງກ່າວໃຫ້ຮູ້ຕື່ມ ວ່າ: ນອກຈາກທີ່ກ່າວມານັ້ນແລ້ວ ຍັງໄດ້ເອົາໃຈໃສ່ຊຸກຍູ້ບັນດາອຸດ ສາຫະກຳ ໂດຍທົ່ວແຂວງມີໂຮງ ງານອຸດສາຫະກຳ ແລະ ຫັດຖະກຳ ປຸງແຕ່ງທັງໝົດ 656 ໂຮງງານ, ສ້າງມູນຄ່າຜົນຜະລິດອຸດສາຫະ ກຳໄດ້ຫລາຍກວ່າ 319,30 ຕື້ກີບ, ມູນຄ່ານຳເຂົ້າປະຕິບັດໄດ້ກວ່າ 8 ຕື້ກີບ, ສົ່ງອອກໄດ້ຫລາຍກວ່າ 826 ຕື້ກີບ; ຄຸ້ມຄອງລາຄາສິນຄ້າລວມ ບັນລຸໄດ້ຫລາຍກວ່າ 3 ແສນໂຕນ. ນອກຈາກນີ້ ສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງໄດ້ ຫລາຍກວ່າ 1,6 ແສນຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ ປະມານ 7,89 ລ້ານໂດລາສາຫະ ລັດ; ຈັດເກັບລາຍຮັບໄດ້ຫລາຍ ກວ່າ 182 ຕື້ກີບ ລື່ນແຜນກວ່າ 24%. ຂະນະທີ່ການລົງທຶນໃນການ ພັດທະນາທົ່ວແຂວງ ສາມາດປະ ຕິບັດໄດ້ຫລາຍກວ່າ 2.153 ຕື້ກີບ ລື່ນແຜນກວ່າ 11% ແລະ ວຽກ ງານອື່ນໆກໍໄດ້ຮັບການພັດທະນາດີ ຂຶ້ນຕາມລຳດັບ, ເຊິ່ງບົດສຳພາດ ຂອງທ່ານຮອງເຈົ້າແຂວງອຸດົມໄຊ ຕໍ່ທິມຂ່າວພວກເຮົາຍັງມີຫລາຍ ວຽກທີ່ພົ້ນເດັ່ນ ໂດຍສະບັບໜ້າຈະ ມາສະເໜີໃຫ້ທ່ານຜູ້ອ່ານຕື່ມ. * ສປປ ລາວ ແລະ ສປ ຈີນ ແມ່ນ ສອງປະເທດທີ່ມີຊາຍແດນຕິດຈອດ ກັນຍາວ 505 ກິໂລແມັດ ດ້ວຍສາຍ ພູ ແລະ ແມ່ນໍ້າລຳເຊ, ປະຊາຊົນ ສອງຊາດມີສານພົວພັນມິດຕະພາບ ມາແຕ່ບູຮານນະການ. ກ່ອນປີ1975ການພົວພັນແລະ ຮ່ວມມື ລາວ- ຈີນ ແມ່ນຢູ່ໃນຮູບ ແບບການສະໜັບສະໜູນຊ່ວຍ ເຫລືອ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາ ດຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດ ຂີ່ຂູດຮີດ. ໃນຖານະທີ່ສອງປະເທດ ມີເສັ້ນຊາຍແດນຕິດຈອດກັນ ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ກັນ, ສິ່ງສຳຄັນແມ່ນມີພັກກອມມູ ນິດ ນຳພາການປະຕິວັດຄືກັນ ພັກ- ລັດຖະບານແລະປະຊາຊົນຈີນອ້າຍ ນ້ອງໄດ້ຢູ່ຄຽງຂ້າງ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອການ ປະຕິວັດລາວ ທັງດ້ານວັດຖຸ ແລະ ຈິດໃຈທັງໃນເວທີສາກົນແລະພາກ ພຶ້ນ; ມີການໄປມາຢ້ຽມຢາມກັນຕ ຫລອດມາ, ອັນພົ້ນເດັ່ນກ່ວາໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິ ຫານ ເລຂາທິການໃຫຍ່ຂອງພັກ ປະຊາຊົນລາວ (ພັກປະຊາຊົນປະຕິ ວັດລາວ ໃນປັດຈຸບັນ )ໄດ້ໄປຢ້ຽມ ຢາມ ສປ ຈີນ, ຈາກນັ້ນມາກໍ່ມີຜູ້ ນຳທ່ານອຶ່ນໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງເພື່ອແຈ້ງການສະພາບ ການຂອງປະຕິວັດລາວ ແລະ ປຶກ ສາຫາລືກ່ຽວກັບບັນຫາການຊ່ວຍ ເຫລືອຂອງ ສປ ຈີນ ໃຫ້ແກ່ການ ປະຕິວັດລາວ. ມາຮອດເດືອນ 4 ປີ 1961 ລັດຖະະບານປະສົມ ແຫ່ງ ຊາດ ນຳໂດຍ ສະເດັດເຈົ້າສຸວັນນະ ພູມມານາຍົກລັດຖະມົນຕີ ວ່າການ ກະຊວງການຕ່າງປະເທດ ໄດ້ໄປ ຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະ ສານທີ່ສຳຄັນວ່າດ້ວຍການສ້າງຕັ້ງ ສາຍພົວພັນການທູດນຳກັນໃນ ວັນທີ25/04/1961, ນັ້ນແມ່ນເຫດ ການທີ່ສຳຄັນຍິ່ງໃນປະຫວັດສາດ ຂອງການພົວພັນ ລາວ- ຈີນ. ຫລັງ ຈາກນັ້ນເປັນຕົ້ນມາ ການນຳທັງ ສອງປະເທດກໍໄດ້ໄປມາຫາສູ່ຢ້ຽມ ຢາມ, ພົວພັນ- ແລກປ່ຽນ ບົດຮຽນ ເພື່ອສ້າງແຮງດັນອັນໃໝ່ໃຫ້ແກ່ ການພັດທະນາການພົວພັນຮ່ວມມື ລາວ- ຈີນ ຢ່າງຮອບດ້ານ. ນັບແຕ່ ພັກ ປປ ລາວ ແລະ ພັກ ກອມມູນິດຈີນ ໄດ້ສ້າງສາຍພົວພັນ ການທູດ ຮ່ວມກັນການພົວພັນຂອງ ສອງພັກ ແລະ ປະຊາຊົນສອງຊາດ ກໍນັບມື້ແໜ້ນແຟ້ນຍິ່ງຂຶ້ນ ຍິ່ງ ໃນ ສະພາບການໃໝ່ທີ່ຫຍຸ້ງຍາກສັບ ສົນ ໂດຍຍຶດໝັ້ນອຸດົມການດຽວ ກັນນັ້ນ ໄດ້ເຮັດໃຫ້ການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຈີນ ຂະ ຫຍາຍຕົວກວ້າງຂວາງ ແລະ ຮອບ ດ້ານຍິ່ງໆຂຶ້ນ. ພ້ອມທັງຮ່ວມກັນ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ບົນພຶ້ນຖານແຫ່ງການພົວພັນ ອັນໜັກແໜ້ນຕາມຈິດໃຈໝັ້ນຄົງ, ຍາວນານ, ຮັກແພງກັນຖານບ້ານ ໃກ້ ເຮທອນຄຽງ, ໄວ້ເນື້ອເຊື່ອໃຈ ກັນແລະຮ່ວມມືກັນຢ່າງຮອບດ້ານ. ເຮັດໃຫ້ການພົວພັນລະຫວ່າງສອງ ປະເທດໄດ້ກ້າວເຂົ້າສູ່ໄລຍະພັດທະ ນາອັນໃໝ່ ແລະ ກວ້າງຂວາງກວ່າ ເກົ່າ. ເສີມຂະຫຍາຍມູນເຊື້ອປະ ຕິວັດອັນດີງາມ ເພື່ອຊຸກຍູ້ການຮ່ວມ ມືກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ ໃນທຸກຂົງເຂດວຽກງານ ລະຫວ່າງສອງປະເທດ ແລະ ເພີ່ມ ເນື້ອໃນອັນໃໝ່ ໃຫ້ແກ່ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຕາມທິດ 4 ດີຄື: ເປັນເພື່ອບ້ານໄກ້ ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນ ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບສະໜອງຄວາມມຸ່ງຫວັງ ຂອງສອງພັກ, ສອງລັດແບະປະຊາ ຊົນສອງຊາດ ລາວ-ຈີນ ໃນຕໍ່ໜ້າ ຈະໄດ້ສຸມໃສ່ຮ່ວມມືກັນພັດທະນາ ບາງດ້ານທີ່ສຳຄັນຄື: ພັດທະນາຊັບ ພະຍາກອນ ດ້ານກະສິກຳ ແລະ ປ່າ ໄມ້ ເພື່ອຜະລິດເປັນສິນຄ້າ; ພັດທະ ນາຊັບພະຍາກອນ ດ້ານພະລັງງານ ແລະ ບໍ່ແຮ່; ພັດທະນາໂຄງລ່າງ ວັດຖຸ- ເຕັກນິກ; ພັດທະນາຊັບພະ ຍາກອນມະນຸດ ແລະ ພະນັກງານ ສືບທອດ; ດ້ານວຽກງານປ້ອງກັນ ຊາດ- ປ້ອງກັນຄວາມສະຫງົບແລະ ຄວາມໝັ້ນຄົງເພື່ອການພັດທະ ນາພາກພຶ້ນ. ພ້ອມກັນນັ້ນ ກໍ່ຕ້ອງ ໄດ້ເພິ່ມທະວີການພັດທະນາສາຍ ພົວພັນທັງສອງຝ່າຍໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນໄປບົນພຶ້ນຖານ ຄວາມສະເໝີພາບ, ເອກະລາດ, ບໍ່ແຊກແຊງພາຍໃນ ຂອງກັນແລະ ກັນ ຕ່າງຝ່າຍຕາາງມີຜົນປະໂຫຍດ ໂດຍຊອບທຳ, ຮ່ວມມືພັດທະນາ ເຂດພາກພຶ້ນ ແລະ ໃນໂລກ, ສະໜັບ ສະໜູນບົດບາດເຊິ່ງກັນ ແລະ ກັນ ໃນເວທີພາກພຶ້ນ ແລະ ສາກົນ ເພື່ອ ປົກປັກຮັກສາສັນຕິພາບ ແລະ ການ ພັດທະນາຂອງໂລກ. (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ ວັນທີ 25/04/1961-24/04/2023) ຂໍຮູບ j
RkJQdWJsaXNoZXIy MTc3MTYxMQ==