5565

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/04/2023 xtgmf]k; ເປີດວາງສະແດງ... ການຮ່ວມມື... ຝຶກທັກສະ... ສວນໝາກມີ້... ກຽມດຳເນີນ... ນະຄອນຫລວງ... ]a f4t,q o8u 4;m 8h voIa [ m6 f l gdq ks]u xt9e]k; ຂປລ. ປີ 2023 ນະຄອນຫລວງ ວຽງຈັນຈະສ້າງລະບົບການພັດທະ ນາສີມືແຮງງານດ້ວຍການສ້າງ ມາດຖານສີມືແຮງງານ, ຫລັກສູດ ການຝຶກສີມືແຮງງານ, ການທົດ ສອບ, ການອອກໃບຢັ້ງຢືນໂດຍ ການມີສ່ວນຮ່ວມຂອງສະຖານຝຶກ ສີມືແຮງງານ ແລະ ຫົວໜ່ວຍແຮງ ງານ, ພ້ອມທັງຄວບຄຸມອັດຕາວ່າງ ງານໃຫ້ຢູ່ໃນລະດັບ 1,5%. ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງວຽງ ຈັນ ລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາປະຊາ ຊົນ ນະຄອນຫລວງວຽງຈັນຊຸດທີ II ເມື່ອບໍ່ດົນນີ້ວ່າ: ນະຄອນຫລວງ ວຽງຈັນນອກຈາກຈະສືບຕໍ່ສ້າງລະ ບົບການພັດທະນາສີມືແຮງງານ, ບັນດາຫລັກສູດການຝຶກສີມືແຮງ ງານຕ່າງແລ້ວ, ຍັງຈະສືບຕໍ່ສ້າງ ກໍາລັງແຮງງານໄດ້ຮັບການພັດທະ ນາສີມື, ມີຄວາມຫລາກຫລາຍສາ ຂາວິຊາອາຊີບ, ມີຄວາມຊໍານານ ງານ, ມີລະບຽບວິໄນ, ມີວຽກເຮັດ ງານທໍາທີ່ໝັ້ນທ່ຽງ ແລະ ມີລາຍໄດ້ ສູງຂຶ້ນ ຕິດພັນກັບສອງວາລະແຫ່ງ ຊາດ, ສິດ ແລະ ຜົນປະໂຫຍດຂອງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງ ງານ ໄດ້ຮັບການປົກປ້ອງຕາມກົດ ໝາຍ ແລະ ລະບຽບການບົນພື້ນ ຖານການຮ່ວມມືຂອງສາມຝ່າຍ, ສືບຕໍ່ສົ່ງເສີມການຈັດຫາວຽກເຮັດ ງານທໍາໃຫ້ແຮງງານທີ່ຕ້ອງການມີ ວຽກເຮັດງານທໍາໃຫ້ເຂົ້າສູ່ຕະ ຫລາດແຮງງານໃຫ້ໄດ້ 4.500 ຄົນ, ສືບຕໍ່ຕັ້ງຈຸດຮັບສະໝັກງານຢູ່ ຫ້ອງການແຮງງານ ແລະ ສະຫວັດ ດີການສັງຄົມຢູ່ຕາມເມືອງຕ່າງໆ ໃຫ້ໄດ້9ເມືອງແລະຄວບຄຸມອັດຕາ ວ່າງງານໃຫ້ຢູ່ໃນລະດັບ1,5%. ນອກຈາກນີ້, ໃນປີ 2023 ນະ ຄອນຫລວງວຽງຈັນ ຈະສືບຕໍ່ສົ່ງ ເສີມສຸຂະພາບ, ກວດກາ, ບົ່ງມະຕິ ແລະ ຟື້ນຟູໜ້າທີ່ການໃຫ້ມີຄຸນນະ ພາບ, ຢ່າງທົ່ວເຖິງ ແລະ ເປັນທໍາ ໂດຍຈະໄດ້ສຸມໃສ່ເພີ່ມຄວາມສາ ມາດໃນການເຝົ້າລະວັງ, ຕິດຕາມ, ກວດກາ, ຄົ້ນຄວ້າມາດຕະການ ປ້ອງກັນ, ຄວບຄຸມແລະແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດຕາມລະດູ ການໃຫ້ທຸກພາກສ່ວນເສດຖະກິດ ແລະ ສັງຄົມ ໄດ້ເຄື່ອນໄຫວໄດ້ເປັນ ປົກກະຕິ, ສືບຕໍ່ໂຄສະນາເຜີຍແຜ່ ວຽກງານສຸຂະອະນາໄມ ແລະ ໂພ ຊະນາການໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນແລະ ວິທີການກິນ-ດື່ມໃຫ້ຖືກຫລັກອະ ນາໄມ ແລະ ໂພຊະນາການຢ່າງ ເລິກເຊິ່ງ ແລະ ທົ່ວເຖິງ, ສືບຕໍ່ຮັກສາ ບ້ານສາທາລະນະສຸກແບບຢ່າງໃຫ້ ມີຄຸນນະພາບ, ເພີ່ມຄວາມສາມາດ ໃນການເຝົ້າລະວັງຕິດຕາມ, ບົ່ງມະ ຕິຊອກຄົ້ນຫາ ແລະ ຕອບໂຕ້ກໍລະນີ ພະຍາດລະບາດໃຫ້ໄດ້ໄວ, ປະເມີນ ຄວາມສ່ຽງ, ປັບປຸງລະບົບເຕືອນ ໄພ ແລະ ຕອບໂຕ້ໃຫ້ທັນເວລາດ້ວຍ ຕາໜ່າງລະບົບເຝົ້າລະວັງຢ່າງມີ ປະສິດທິຜົນ, ປັບປຸງລະບົບຕິດຕາມ ແລະ ເຝົ້າລະວັງຄວາມປອດໄພ ຂອງອາຫານ, ຢາ ແລະ ຜະລິດຕະ ພັນການແພດທີ່ຈໍາໜ່າຍໃນນະ ຄອນຫລວງວຽງຈັນ ໂດຍມີລະບົບ ຂປລ. ໃນວັນທີ 24 ເມສາ 2023, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖວທ ໄດ້ຕ້ອນຮັບ ທ່ານ ຈ່ອງ ຢ່ອງຊູ (JUNG Yung Soo) ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ໃນໂອກາດທີ່ ມາດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດ ປະຈຳ ສປປ ລາວ ຄົນ ໃໝ່. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຈ່ອງຢ່ອງຊູທີ່ຖືກແຕ່ງຕັ້ງໃຫ້ມາປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວ ພັນມິດຕະ ພາບ ແລະ ການຮ່ວມືອັນ ດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີໃນໄລະຍະຜ່ານມາ. ທ່ານ ລັດ ຖະມົນຕີ ກະຊວງ ຖວທ ໄດ້ສະ ແດງ ຄວາມເຊື່ອໝັ້ນວ່າໃນໄລຍະທີ່ ທ່ານທູດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືຢ່າງໃກ້ຊິດ ໃນຂະແໜງຖະແຫລງຂ່າວ, ວັດທະ ນະທຳແລະທ່ອງທ່ຽວ ເພື່ອສົ່ງເສີມ ການຮ່ວມມືຂອງສອງຝ່າຍໃຫ້ນັບ ມື້ກວ້າງຂວາງ ແລະ ເປັນຮູບປະ ທຳຫລາຍຂຶ້ນ. ທ່ານ ຈ່ອງ ຢ່ອງຊູ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ພ້ອມຄະນະທີ່ໄດ້ຕ້ອນຮັບຢ່າງອົບ ອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາ ມາດ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ເກົາຫລີ ກໍຄື ຊຸກຍູ້ການພົວພັນຮ່ວມມືໃນຂະ ແໜງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໃຫ້ສືບຕໍ່ໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ຂປລ. ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານ ວາງສະແດງສິນຄ້າສົ່ງອອກແຂວງ ກວາງຊີ ຈັດຂຶ້ນ ໃນລະຫວ່າງວັນ ທີ 24-26 ເມສາ 2023 ຢູ່ສູນການ ຄ້າລາວ-ໄອເຕັກ (ຕຶກເກົ່າ) ນະ ຄອນຫລວງວຽງຈັນ (ນວ) ສປປ ລາວ ໂດຍມີ ທ່ານ ຈຽງ ຈ້າຍ ຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ບັນດາຜູ້ຕາງໜ້າອົງ ການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກ ພາກລັດ, ເອກະຊົນ, ພ້ອມດ້ວຍຜູ້ ປະກອບການທັງລາວ ແລະ ຈີນ ເຂົ້າຮ່ວມ. ງານວາງສະແດງໃນຄັ້ງນີ້, ມີຫົວໜ່ວຍທຸລະກິດ, ຫ້າງຮ້ານ, ບໍ ລິສັດ ເຂົ້າຮ່ວມທັງໝົດ 175 ບໍລິ ສັດ, ມີ 235 ຫ້ອງວາງສະແດງ. ໃນ ນັ້ນ, ມີບໍລິສັດທຸລະກິດຂອງລາວ ເຂົ້າຮ່ວມ 25 ຫົວໜ່ວຍ, ນຳໃຊ້ 30 ຫ້ອງວາງສະແດງ, ບໍລິສັດທຸລະ ກິດ ຈາກ ສປ ຈີນ ເຂົ້າຮ່ວມ 100 ຫົວໜ່ວຍ, ນຳໃຊ້ 155 ຫ້ອງວາງ ສະແດງ ແລະ ຈາກປະເທດໄທ ຈຳນວນ 50 ບໍລິສັດ, ນຳໃຊ້ 50 ຫ້ອງວາງສະແດງ, ເຊິ່ງສິນຄ້າທີ່ນຳ ມາວາງສະແດງປະກອບມີ: ເຄື່ອງ ໃຊ້ໄຟຟ້າ, ອຸປະກອນໄຟຟ້າ, ກົນ ຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດ ກະສິກຳ, ນະວັດຕະກຳພະລັງງານ ສະອາດ, ອຸປະກອນການແພດແລະ ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ. ໂອກາດດັ່ງກ່າວ, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການ ຄ້າກ່າວວ່າ: ງານວາງສະແດງສິນ ຄ້າ ຈີນ-ອາຊຽນ ຖືເປັນງານວາງ ສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ ຄວາມສຳຄັນ ທັງເປັນເວທີແຫ່ງ ການພົວພັນຮ່ວມມືຮອບດ້ານລະ ຫວ່າງພາກລັດ, ພາກທຸລະກິດແລະ ການໄປມາຫາສູ່ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງ ເສີມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ເພື່ອສະໜັບສະໜູນ ເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ ປາກົດຜົນເປັນຈິງເປັນເທື່ອກ້າວ. ສຳລັບ ສປປ ລາວ ໄດ້ປະກອບສ່ວນ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມແຕ່ປີ 2004 ທີ່ນະຄອນໜານໜີງ, ໃນແຕ່ລະປີ ການນຳຂັ້ນສູງຂອງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນພ້ອມດ້ວຍ ຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າ ແຮງ, ເຂົ້າຮ່ວມວາງສະແດງດັ່ງ ກ່າວ ຢ່າງມີຜົນສຳເລັດຕະຫລອດ ມາ. ພ້ອມທັງສະແດງຄວາມຫວັງ ວ່າ ງານວາງສະແດງສິນຄ້າໃນຄັ້ງ ນີ້, ຈະກາຍເປັນເວທີໜຶ່ງ ທີ່ມີຄວາມ ໝາຍສຳຄັນຍິ່ງ, ທັງເປັນການສ້າງ ກາລະໂອກາດ ແລະ ແລກປ່ຽນຕະ ຫລາດຮ່ວມກັນ, ເຮັດໃຫ້ທຸລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫລາດ ແລະ ໄດ້ເຊັນສັນຍາ ຮ່ວມມືທຸລະກິດ ໃນຫລາຍຂົງເຂດ ໂດຍນໍາໃຊ້ປະໂຫຍດຈາກການເຂົ້າ ຮ່ວມງານຄັ້ງນີ້, ແນໃສ່ເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ,ການ ຄ້າ, ການລົງທຶນ, ທ່ອງທ່ຽວຕະ ຫລອດຮອດການພົວພັນຮ່ວມມື ແຈ້ງເຕືອນໄວ, ນໍາໃຊ້ຖານຂໍ້ມູນທີ່ ທັນສະໄໝ ເພື່ອເຜີຍແຜ່ຂໍ້ມູນຂ່າວ ສານດ້ານອາຫານ ແລະ ຢາໃຫ້ແກ່ ປະຊາຊົນ. ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ເຊິ່ງຈະເປັນການ ປະກອບສ່ວນເຂົ້າໃນການເພີ່ມມູນ ຄ່າການຄ້າລະຫວ່າງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ. ທ່ານນາງ ເວີຍ ຊາວຣຸ້ຍ ຫົວ ໜ້າກອງເລຂາງານວາງສະແດງ ຈີນ-ອາຊຽນ ໄດ້ກ່າວວ່າ: ງານ ວາງສະແດງສິນຄ້າຈີນ-ອາຊຽນ ເປັນເວທີເປີດກວ້າງທີ່ສຳຄັນຂອງ ຈີນ ແລະ ອາຊຽນ, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າ ຈະລົງເລິກການ ແລກປ່ຽນ ແລະ ການຮ່ວມມືລະ ຫວ່າງລາວກັບຈີນ ກັບບັນດາປະ ເທດ ອາຊຽນ ແລະ ຈະຊ່ວຍເຫລືອ ຊ່າງໄມ້ບູຮານ, ເບຍ, ເຟີນີເຈີໄມ້, ກາເຟ, ເຂົ້າ ແລະ ຜະລິດຕະພັນອື່ນໆ ເຂົ້າສູ່ຕະຫລາດທີ່ກວ້າງຂວາງ. ງານວາງສະແດງສິນຄ້າຈີນອາຊຽນຄັ້ງນີ້, ຈະຈັດກິດຈະກຳສົ່ງ ເສີມການລົງທຶນທີ່ມີປະສິດທິຜົນ ກວ່າເກົ່າ ເພື່ອຊ່ວຍ ສປປ ລາວ ເພີ່ມທະວີຄວາມພະຍາຍາມດຶງດູດ ການລົງທຶນ ແລະ ສ້າງຄວາມສະ ດວກໃຫ້ແກ່ບໍລິສັດລາວທີ່ເຂົ້າຮ່ວມ ງານວາງສະແດງ ແລະ ກິດຈະກຳ ອື່ນໆປິ່ນອ້ອມ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຂອງໂລກ ທີ່ມີຈຸດສຸມໃສ່ພາກເອກະ ຊົນໃນປະເທດກຳລັງພັດທະນາ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ໄດ້ສຸມ ໃສ່ສະເພາະຄວາມຕ້ອງການພັດທະ ນາພື້ນຖານໂຄງລ່າງຂອງ ສປປ ລາວ ໂດຍສະເພາະຜ່ານຂອບການ ລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ແລະ ເປົ້າໝາຍດ້ານ ດິນຟ້າອາກາດ. ທ່ານ ນາງ ທະວີຈັນ ທ່ຽງເທບ ວົງສາ ຮອງຫົວໜ້າພະກົມສົ່ງເສີມ ການລົງທຶນກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການ ລົງທຶນ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ເປັນຮູບແບບ ການລົງທຶນທີ່ປະສົບຜົນສຳເລັດສູງ ໃນລະດັບສາກົນ ແລະ ໃນບັນດາ ປະເທດອາຊຽນ. ດ້ວຍເຫດນີ້ລັດຖະ ບານ ສປປ ລາວ ຈຶ່ງມີນະໂຍບາຍ ຊຸກຍູ້ສົ່ງເສີມໃຫ້ມີໂຄງການລົງທຶນ ຮ່ວມໃນຮູບແບບການລົງທຶນລະ ຫວ່າງ ພາກລັດ ແລະ ເອກະຊົນ ຫລາຍຂຶ້ນ ໂດຍມີນະໂຍບາຍເປີດ ກ້ວາງໃຫ້ພາກເອກະຊົນ ສາມາດ ເຂົ້າມາມີສ່ວນຮ່ວມໃນການພັດທະ ນາພື້ນຖານໂຄງລ່າງ ແລະ ການບໍລິ ການຂອງພາກລັດ ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນ-ສັງຄົມດ້ວຍ ການດຶງດູດເອົາທຶນຮອນ, ນະວັດ ຕະກຳ, ເຕັກໂນໂລຊີທີ່ທັນສະໄໝ ແລະ ປະສົບການທີ່ດີທີ່ສຸດຂອງ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດມານຳໃຊ້ໃຫ້ສອດ ຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດໃນແຕ່ລະໄລ ຍະຈາມທິດສີຂຽວ ແລະ ຍືນຍົງ ຂອງລັດຖະບານ. ຂ່າວ-ພາບ: ສຸກທະວີ ສ່ວນໝາກໄມ້ກິນໝາກຂອງບໍລິສັດ ບໍລິຄຳໄຊຢູ່ເມືອງບໍລິຄັນແຂວງບໍລິ ຄຳໄຊ ຜູ້ປະກອບການທຸລະກິດ ສວນໝາກຖົ່ວລຽນ, ໝາກມີ້ ແລະ ກ້ວຍ ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ສວນໝາກມີ້ເນື້ອທີ່ທັງໝົດ 20 ກວ່າເຮັກຕາ, ຈຳນວນ 6.563 ຕົ້ນ ນອກຈາກນັ້ນ ຍັງໄໝ້ທໍ່ສົ່ງນໍ້າ ລ້ຽງຕົ້ນໄມ້ຈຳນວນ 17 ລາຍການ ໂດຍຄິດໄລ່ເປັນມູນຄ່າເປັນເງິນ 1 ລ້ານກວ່າໂດລາ ຫລື ປະມານ 10 ຕື້ກວ່າກີບ. ທ່ານນາງກິ່ງແກ້ວຈັນທະລັງສີ ເຈົ້າຂອງບໍລິສັດບໍລິຄຳໄຊ ໄດ້ໃຫ້ຮູ້ ໃນທ້າຍອາທິດຜ່ານມາວ່າ: ໝາກມີ້ ທີ່ໄດ້ຮັບຄວາມເສຍຫາຍຄ້ັງນີ້ ແມ່ນ ກຳລັງອອກຜົນເຕີບໃຫຍ່ຂຽວ ງາມ, ເປັນໝາກດົກ ແລະ ໃກ້ເຖິງ ເວລາຈະເກັບກ່ຽວຜົນຜະລິດຄັ້ງ ທໍາອິດ ເພື່ອສົ່ງໄປ ສປ ຈີນ ໃນປີ 2023 ນີ້. ແຕ່ກໍໜ້າເສຍດາຍທີ່ເກີດ ເຫດການແບບນີ້ເສຍກ່ອນ ຈຶ່ງ ເຮັດໃຫ້ຜົນຜະລິດບໍ່ເຕັມເມັດເຕັມ ໜ່ວຍເທົ່າທີ່ຄວນ. ພາຍຫລັງທີ່ເກີດ ໄຟໄໝ້ບໍລິເວນສວນໝາກມີ້ໃນ ຄັ້ງນີ້ ເຈົ້າໜ້າທີ່ເມືອງໄດ້ສົມທົບກັບ ອົງການປົກຄອງບ້ານ ແລະ ພະນັກ ງານກຳມະກອນຂອງບໍລິສັດບໍລິ ຄຳໄຊ ພວກຂ້າພະເຈົ້າ ໄດ້ສະກັດ ກັ້ນບໍ່ໃຫ້ເກີດໄຟລາມເຖິງເຮືອນ ປະຊາຊົນ ໃນນັ້ນ ບໍລິສັດບໍລິຄຳໄຊ ໄດ້ຈັດຕັ້ງກຳລັງເພື່ອເຝົ້າລະວັງຕະ ຫລອດ 24 ຊົ່ວໂມງ, ພ້ອມທັງນຳ ເອົາໄດ້ລົດບັນທຸກມາປະຈຳຢູ່ສວນ ນໍ້າເພື່ອກະກຽມຄວາມພ້ອມ. ຕໍ່ກັບບັນຫາໄຟໄໝ້ລາມ, ຜ່ານ ມາກະຊວງກະສິກຳ ແລະ ປ່າໄມ້ກໍ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໂຄສະ ນາ, ເຜີຍແຜ່ ແລະ ອອກແຈ້ງການ ຕ່າງໆ ເພື່ອສ້າງຄວາມເຂົ້າໃຈ, ເພີ່ມສະຕິ ແລະ ໃຫ້ມີຄວາມລະມັດ ລະວັງ ທັງຮັບປະກັນໃຫ້ທຸກຊົນຄົນ ໃນສັງຄົມຮ່ວມກັນເປັນເຈົ້າການ ສະກັດກັ້ນບໍ່ໃຫ້ເກີດໄຟໄໝ້ລາມ ປ່າຢ່າງເດັດຂາດ. ນອກຈາກນີ້ ກະ ຊວງກະສິກຳ ແລະ ປ່າໄມ້ ກໍຍັງໄດ້ ອອກແຈ້ງການ ສະບັບເລກທີ 1279/ກປ ລົງວັນທີ 24/1/2023 ເລື່ອງເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນຕ້ານໄຟໄໝ້ປ່າ ແລະການ ຈັດຕັ້ງປະຕິບັດວຽກງານສົ່ງເສີມ ປູກໄມ້ ແລະ ຟື້ນຟູປ່າ ປະຈຳປີ 2023. ຕໍ່ກັບຄຳສັ່ງແລະແຈ້ງການ ຂອງກະຊວງກະສິກຳ ແລະ ປ່າໄມ້ ດັ່ງກ່າວ, ທາງອົງການປົກຄອງ ແຂວງກໍຄືອົງການຈັດຕັ້ງຂັ້ນເມືອງ ກໍໄດ້ແຈ້ງໃຫ້ອົງການປົກຄອງຂັ້ນ ບ້ານ ຕະຫລອດຮອດບັນດາບໍລິສັດ ຕ່າງໆທີ່ກ່ຽວຂ້ອງເພື່ອນຳໄດ້ເຜີຍ ແຜ່ ແລະ ຈັດຕັ້ງຜັນຂະຫຍາຍຢ່າງ ຮອບດ້ານ ເພື່ອການກະກຽມຄວາມ ພ້ອມດ້ານການປ້ອງກັນ ແລະ ສະ ກັດກັ້ນ ບໍ່ໃຫ້ເກີດເຫດໄຟໄໝ້ລາມ ປ່ານັ້ນເອງ. ດັ່ງທີ່ຮູ້ນໍາກັນໄລຍະລະດູແລ້ງ ຂອງທຸກໆປີມັກເຮັດໃຫ້ຕົ້ນໄມ້ໃບ ຫຍ້າແຫ້ງ, ພື້ນທີ່ແຫລ່ງນໍ້າບົກ ແຫ້ງໄດ້ງ່າຍ ແລະ ອາກາດຮ້ອນ ອົບເອົ້າ ເຊິ່ງອາດມີຄວາມສຽງສູງ ທີ່ຈະກໍ່ໃຫ້ເກີດໄຟໄໝ້ໄດ້ງ່າຍບໍ່ວ່າ ຈະຢູ່ຕາມເຮືອນ, ອາຄານ, ສະຖານ ທີ່ຕ່າງໆ, ປ່າດົງ, ເຂດຜະລິດ ແລະ ອື່ນໆ ສະນັ້ນຂໍໃຫ້ທຸກທ່ານ ແລະ ປະຊາຊົນລາວທຸກຊັ້ນຄົນໃນສັງ ຄົມເພີ່ມຄວາມເອົາໃຈໃສ່ເປັນພິ ເສດ ແລະ ມີສະຕິລະມັດລະວັງຕົວ ຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ ໃນຖານະທີ່ສອງປະເທດມີເສັ້ນຊາຍແດນຕິດຈອດກັນເປັນປະເທດບ້ານ ໃກ້ເຮືອນຄຽງສິ່ງສຳຄັນແມ່ນ ມີພັກກອມມູນິດນຳພາການປະຕິບັດຄື ກັນ. ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງໄດ້ຢູ່ຄຽງຂ້າງໃຫ້ການ ສະໜັບສະໜູນຊ່ວຍເຫລືອແກ່ການປະຕິບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີ່ສາກົນພາກພື້ນ, ມີການໄປມາຢ້ຽມຢາມກັນຕະຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາ ທິການໃຫຍ່ຂອງພັກປະຊາຊົນລາວ (ພັກປະຊາຊົນ ປະຕິບັດລາວໃນ ປັດຈຸບັນ) ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານອື່ນໆໄປ ຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການຂອງການປະຕິວັດ ລາວ, ປຶກສາຫາລືກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ ການປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານ ປະສົມ ແຫ່ງຊາດ ນຳໂດຍ ສະເດັດເຈົ້າ ສຸວັນນະພູມາ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນ ເອກະສານທີ່ສຳຄັນວ່າດ້ວຍການສ້າງສາຍຕັ້ງສາຍສຳພົວພັນການທູດນຳ ກັນ ໃນວັນທີ 25 ເມສາ 1961 ນັ້ນແມ່ນເຫດການທີ່ສຳຄັນໃນປະຫວັດ ສາດຂອງການພົວພັນ ລາວ-ຈີນ. ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວ ຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ນໍາທັງສອງປະເທດໄດ້ມອງກວ້າງເຫັນໄກໄດ້ ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນການພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ. ອັນໄດ້ເຮັດໃຫ້ການພົວພັນກ້າວ ເຂົ້າສູ່ໄລຍະພັດທະນາໃໝ່ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງຍົກລະດັບການຮ່ວມມືຂອງ ສອງປະເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານການພົວພັນ ລະຫວ່າງ 2 ປະເທດ ລາວ-ຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງແຂງ ແຮງ ໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນັບມື້ເພີ່ມ ຂຶ້ນປະກອບສ່ວນສໍາຄັນເຂົ້າການພັດທະນາເສດຖະກິດ-ສັງຄົມຂອງລາວ. ສິ່ງສຳຄັນ, ທັງສອງປະເທດໄດ້ມີການຮ່ວມມືກັນດ້ານການພັດທະນາ ຊັບພະຍາກອນມະນຸດ ໂດຍການສະໜອງທຶນການສຶກສາ, ຝຶກອົບຮົມໄລ ຍະສັ້ນ ແລະ ຍາວ, ລວມທັງຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ເພື່ອສ້າງຂີດຄວາມສາມາດດ້ານບຸກຄະລາກອນຮ່ວມກັນຢ່າງຮອບດ້ານ ທັງໃນລະດັບທ້ອງຖິ່ນ ກໍຄື ສູນກາງ. ນອກນີ້, ລາວ-ຈີນ ຍັງມີການຮ່ວມມືທີ່ ດີໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ເຊິ່ງສະແດງໃຫ້ເຫັນ ໂດຍບໍລິມາດດ້ານການຄ້າ ແລະ ມູນຄ່າການລົງທຶນສອງຝ່າຍທີ່ນັບມື້ນັບ ສູງຂຶ້ນ. ປັດຈຸບັນ, ສປ ຈີນ ໄດ້ກາຍເປັນຄູ່ຄ້າອັນດັບສອງຂອງລາວ ແລະ ມີການລົງທຶນທີ່ຫລາຍທີ່ສຸດຢູ່ ສປປ ລາວ. ພາຍໃຕ້ການຮ່ວມມື: “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ໂຄງການເສັ້ນ ທາງລົດໄຟລາວ-ຈີນມີບົດບາດສໍາຄັນໃນການເປັນຂົວຕໍ່ໃຫ້ແກ່ການເຊື່ອມ ໂຍງ-ການເຊື່ອມຈອດພາກພື້ນ ໂດຍການປະກອບສ່ວນເຂົ້າໃນການຈັດ ຕັ້ງຜັນຂະຫຍາຍແຜນແມ່ບົດໃນການເຊື່ອມຈອດອາຊຽນກໍຄື ປະກອບ ສ່ວນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ປາກົດຜົນເປັນຈິງ ຜ່ານການ ເຊື່ອມຕໍ່ກັບເສັ້ນທາງລົດໄຟ ໄທ-ຈີນ, ມາເລເຊຍ-ຈີນ ລົງໄປເຖິງສິງກະໂປ ທີ່ຈະເຮັດໃຫ້ບັນດາປະເທດໃນອະນຸພາກພື້ນ ແລະ ພາກພື້ນມີການເຊື່ອມ ຈອດກັນຫລາຍຂຶ້ນ. ໃນເມື່ອບັນດາປະເທດມີການເຊື່ອມໂຍງກັນ, ຄ່າບໍລິ ການໃນການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງຂອງຜູ້ໂດຍ ສານລະຫວ່າງປະເທດ ຈະມີຄວາມສະດວກສະບາຍ, ວ່ອງໄວ ແລະ ປະ ຢັດຄ່າໃຊ້ຈ່າຍຫລາຍເທົ່າຕົວ, ໂດຍສະເພາະການເດີນທາງຢູ່ເຂດພາກ ເໜືອຂອງລາວທີ່ມີຄວາມຫຍຸ້ງຍາກ ຍ້ອນມີພູຜາສູງຊັນ ຊຶ່ງໄດ້ຊ່ວຍສົ່ງ ເສີມໃຫ້ມີກິດຈະກໍາການຄ້າຂາຍ, ການລົງທຶນ, ການທ່ອງທ່ຽວ, ການ ໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນຫລາຍຂຶ້ນ. ໝາຍວ່າ ເສັ້ນທາງລົດໄຟ ລາວ-ຈີນ ເປັນຂົວຕໍ່ໃຫ້ແກ່ການພົວພັນກັນໃນທຸກໆ ດ້ານໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍອອກສູ່ລວງກວ້າງທັງໝົດນີ້ ໄດ້ປະກອບສ່ວນຊຸກຍູ້ໃຫ້ເສດຖະກິດຂອງລາວ ແລະ ຈີນ ກໍຄື ຂອງພາກ ພື້ນມີການຂະຫຍາຍຕົວ. ນັບແຕ່ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄດ້ສ້າງສາຍພົວພັນໂດຍກົງນຳກັນໃນປີ 1959 ການພົວພັນຂອງສອງ ພັກ ແລະ ປະຊາຊົນສອງຊາດກໍໄດ້ມີການສະໜິດຕິດພັນກັນຢ່າງແໜ້ນ ແຟ້ນຕະຫລອດມາ. ອວຍພອນໃຫ້ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສປ ຈີນ ສືບຕໍ່ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ! . ທົ່ວປະເທດ ຄັ້ງທີ IX ເພື່ອໃຫ້ມີການ ຫັນປ່ຽນໃນຕໍ່ໜ້າ; ໃຫ້ແຕ່ລະພາກ ສ່ວນພ້ອມກັນຄົ້ນຄວ້າຊອກຫາບັນ ຫາທີ່ຍັງບໍ່ທັນເອກະພາບກັນເພື່ອ ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມກັນຊອກຫາວິທີແກ້ໄຂ້ປັບປຸງ ໃຫ້ດີຂຶ້ນ. ພ້ອມນັ້ນ, ໃຫ້ເປັນການຍົກ ລະດັບ, ສ້າງຄວາມຮັບຮູ້ໃໝ່ໃຫ້ແກ່ ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານຫ້ອງວ່າການໃນການ ເປັນເສນາທິການຮັບໃຊ້ການນຳ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ເປັນຢ່າງສູງເພື່ອເຝົ້າລະວັງ ເພື່ອ ຮັບປະກັນບໍ່ໃຫ້ເກີດໄຟໄໝ້ລຸກລາມ ເຊິ່ງມັນອາດນໍາມາສູ່ຄວາມເສຍ ຫາຍຢ່າງຫລວງດ້ານຊັບສິນ ແລະ ຊີວິດ. ຂ່າວ+ພາບ: ເກີດຂວັນໃຈ

RkJQdWJsaXNoZXIy MTc3MTYxMQ==