gxu f;k'ltcf'ly o7h k 9u o{vk-Po 7A 'mu 20 16j ot7vos];';P'9a o l;o\kd,U 20 d;j kgIa d8k 16 j g0f g,n v'[= ]y 7a o glpskpph vow2w\h ]k,xj k g-u omj P;skf-kplu 0k; s]n mtg]oE9n fcsj 'c,j oE0v' Iv']a f4t,q o8u dt-;' zm c]t v5 pou g-a [ 8y f8k,;Pdlq j 'glu ,ly fmy gfa d16 j c0;'-P'0;k' /b dma dltfh kodq f\kp le]a [ 37'dko]q 'mb orkdgvdt-q o dP,fegou odv'xt-5 , ;Pd'kosh v';j kdkomq j ;xtgmf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 25.04.2023 ປີທີ 22 ສະບັບທີ 5.605 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j rh v,da ol5 ,.lj 9a f8A 'xt8y [a f 2 ;k]tcsj '-kf .sh gxa oI6 [xtme ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 l;l{[u 7;k Ia [Iv'goN v.o xB ,c[[IPo c]t 76 j ,n 76 0A o x 1 ot7vos];' ;k'7kf\kp7;[75 , va f8k;j k''ko.sh 16 j ]tfa [ 1,5% ຂປລ. ເມື່ອບໍ່ດົນມານີ້,ສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ຈັດກອງປະຊຸມກວດຜ່ານ ແລະ ຮັບ ຮອງເນື້ອໃນປຶ້ມແບບຮຽນ ແລະ ຄູ່ມືຄູໃນໂຄງການຝຶກເວົ້າພາສາ ລາວ ຂັ້ນ ປ1 ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ ການ ເປັນປະທານຂອງ ທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາ ບັນຄົ້ນຄວ້າວິທະຍາສາດການສຶກ ສາ, ມີທ່ານ ບອບ ເມກລາວລິນ ຫົວໜ້າທີມງານພັດທະນາຫລັກສູດ ແຜນງານບີຄວາ ພ້ອມດ້ວຍຄະນະ ກຳມະການກວດຜ່ານແລະຮັບຮອງ ຂປລ. ໃນລະຫວ່າງວັນທີ 20- 22 ເມສາ2023ຜ່ານມາທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງ ຂປລ. ໃນປີນີ້ບັນຫາໄຟໄໝ້ລາມ ປ່າ ເກີດຂຶ້ນຫລາຍບ່ອນໃນຂອບ ເຂດທົ່ວປະເທດ ຊຶ່ງນອກຈາກສົ່ງ ຜົນກະທົບຕໍ່ຄວາມອຸດົມສົມບູນ ຂອງເນື້ອທີ່ປ່າໄມ້ແລ້ວ ຍັງສົ່ງຜົນ ທຶນ, ທ່ານນາງດຣ. ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການ ສປຊ ສຳລັບເດັກ ຫລື ອຸຍນີເຊບ ປະຈຳ ຈາກຄະນະອັກສອນສາດມະຫາວິ ທະຍາໄລແຫ່ງຊາດ (ມຊ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ເພື່ອ ໃຫ້ການຊ່ວຍເຫລືອນັກຮຽນທີ່ເວົ້າ ພາສາລາວບໍ່ເກັ່ງ ຢູ່ 7 ເມືອງ ໃນ 4 ແຂວງເປົ້າໝາຍ ເຊິ່ງໃນໄລຍະທີ 1 ຂອງແຜນງານບີຄວາ ເປັນໄລຍະ ທົດລອງຂອງໂຄງການໄດ້ສິ້ນສຸດ ລົງໃນເດືອນມິຖຸນາ 2021 ແລະ ໄດ້ຮັບການປະເມີນຜົນຜ່ານການ ທົດສອບລະດັບພື້ນຖານ ແລະ ການ ທົດສອບພາຍຫລັງການທົດລອງ ສຳເລັດໃນໂຮງຮຽນເປົ້າໝາຍ ກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາ ຊົນ ດັ່ງໃນກໍລະນີທີ່ເກີດຂຶ້ນໃນຕອນ ບ່າຍຂອງວັນທີ 26 ກຸມພາ 2023 ໄດ້ເກີດເຫດໄຟໄໝ້ປ່າລາມໃສ່ ຂປລ. ອົງການການເງິນສາກົນ (IFC) ຮ່ວມກັບກະຊວງແຜນການ ແລະການລົງທຶນໄດ້ຈັດການຝຶກອົບ ຮົມທັກສະດ້ານກົດໝາຍການລົງ ທຶນຄັ້ງທຳອິດຢູ່ ສປປ ລາວ ໃນວັນ ທີ 24 ເມສາ 2023 ໂດຍການເປັນ ປະທານຂອງ ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈໍາລາວ, ທ່ານ ນາງ ວິນນິຕ້າ ສິນຫາ ຜູ້ຊ່ວຍທີ່ປຶກສາ ຂອງຫ້ອງ ການ IFC ປະຈຳລາວ, ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວ ໜ້າພະກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງ ທຶນ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ເພື່ອສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ສຳມະ ນາກອນກ່ຽວກັບກົດໝາຍການ ລົງທຶນທີ່ນຳໃຊ້ແຫລ່ງທຶນຈາກ ພາກເອກະຊົນ ເຊິ່ງຜູ້ເຂົ້າຮ່ວມຍັງ ຈະໄດ້ຮຽນຮູ້ກ່ຽວກັບການປະຕິບັດ ທີ່ດີທີ່ສຸດຂອງສາກົນໃນປັດຈຸບັນ ສຳລັບການແກ້ໄ ຂບັນຫາດ້ານກົດ ໝາຍ, ລະບຽບການ ແລະ ການຄ້າ ທີ່ຕິດພັນກັບການເງິນຂອງພາກ ເອກະຊົນ. ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈຳ ລາວໄດ້ກ່າວວ່າ: IFC ເປັນສະມາ ຊິກກຸ່ມທະນາຄານໂລກ ແລະສະ ຖາບັນການພັດທະນາທີ່ໃຫຍ່ທີ່ສຸດ ຂປລ. ໃນວັນທີ24ເມສາ2023 ນີ້, ຫ້ອງວ່າການສູນກາງພັກຈັດ ກອງປະຊຸມປຶກສາຫາລືການກະ ກຽມຄວາມພ້ອມດຳເນີນກອງປະ ຊຸມວຽກງານຫ້ອງວ່າການທົ່ວປະ ເທດ ຄັ້ງທີ IX, ພາຍໃຕ້ການເປັນປະ ທານ ຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງ ພັກ ຫົວໜ້າຫ້ອງວ່າການສູນກາງ ພັກ, ມີບັນດາສະຫາຍຕາງໜ້າຈາກ 4 ຫ້ອງວ່າການ ແລະ ຕາງໜ້າພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຜ່ານນິຕິກໍາວ່າ ດ້ວຍການອະນຸມັດເປີດກອງປະຊຸມ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ, ພ້ອມທັງລາຍງານຫຍໍ້ກ່ຽວກັບ ການກະກຽມທາງດ້ານເນື້ອໃນ, ແຜນການ ແລະ ລາຍການເຄື່ອນ ໄຫວໄລຍະກອງປະຊຸມ. ຈາກນັ້ນ ບັນດາສະຫາຍໃນຄະນະຮັບຜິດ ຊອບໄດ້ປະກອບຄໍາເຫັນຢ່າງພາ ວະວິໃສຕໍ່ບັນຫາຕ່າງໆ ພ້ອມທັງ ລາຍງານຄວາມຄືບໜ້າໃນການ ກະກຽມເນື້ອໃນບົດສຳມະນາວິທະ ຍາຂອງແຕ່ລະພາກສ່ວນທີ່ໄດ້ຮັບ ຜິດຊອບ. ໂອກາດນີ້ ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ເນັ້ນໃຫ້ແຕ່ລະພາກ ສ່ວນພ້ອມກັນກະກຽມຄວາມພ້ອມ ໃນດ້ານຕ່າງໆ ໃນການດຳເນີນ ກອງປະຊຸມວຽກງານຫ້ອງວ່າການ dkoIj ;,,n p5 fmtlkfIv[fh ko ]k;{9u o 0tspkp8q ;[+ 15 f1A ' *ມື້ນີ້ວັນທີ 25 ເມສາ ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງຂອງສອງ ປະເທດ ສປປ ລາວ ແລະ ສປ ຈີນ ເພາະເປັນມື້ສ້າງຕັ້ງສາຍພົວພັນການ ທູດລະຫວ່າງ ລາວ-ຈີນ (25 ເມສາ 1961-25 ເມສາ 2023) ຊຶ່ງປີນີ້ ກໍຄົບຮອບ 62 ປີພໍດີ. ຕະຫລອດໄລຍະ 62 ປີ ແຫ່ງການຮ່ວມມືເຫັນວ່າ ການຮ່ວມມືລະຫວ່າງ 2 ຝ່າຍນັບມື້ກວ້າງຂວາງ ຊຶ່ງເປັນການເສີມຂະ ຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບສ່ວນອັນໃໝ່ໃນການຊຸກຍູ້ ການຮ່ວມມືກັນຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນໃນທຸກຂົງເຂດ ວຽກງານ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດ ທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນ ເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນ ຄູ່ຮ່ວມມືທີ່ດີຕະຫລອດໄປ. ໃນໄລຍະທີ່ ສປປ ລາວ ຍັງບໍ່ໄດ້ຮັບການສະຖາປານາການພົວ ພັນຮ່ວມມື ລາວ-ຈີນ ແມ່ນຢູ່ໃນຮູບແບບການສະໜັບສະໜູນ ຊ່ວຍເຫລືອໃຫ້ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/04/2023 xtgmf]k; ເປີດວາງສະແດງ... ການຮ່ວມມື... ຝຶກທັກສະ... ສວນໝາກມີ້... ກຽມດຳເນີນ... ນະຄອນຫລວງ... ]a f4t,q o8u 4;m 8h voIa [ m6 f l gdq ks]u xt9e]k; ຂປລ. ປີ 2023 ນະຄອນຫລວງ ວຽງຈັນຈະສ້າງລະບົບການພັດທະ ນາສີມືແຮງງານດ້ວຍການສ້າງ ມາດຖານສີມືແຮງງານ, ຫລັກສູດ ການຝຶກສີມືແຮງງານ, ການທົດ ສອບ, ການອອກໃບຢັ້ງຢືນໂດຍ ການມີສ່ວນຮ່ວມຂອງສະຖານຝຶກ ສີມືແຮງງານ ແລະ ຫົວໜ່ວຍແຮງ ງານ, ພ້ອມທັງຄວບຄຸມອັດຕາວ່າງ ງານໃຫ້ຢູ່ໃນລະດັບ 1,5%. ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງວຽງ ຈັນ ລາຍງານຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 4 ຂອງສະພາປະຊາ ຊົນ ນະຄອນຫລວງວຽງຈັນຊຸດທີ II ເມື່ອບໍ່ດົນນີ້ວ່າ: ນະຄອນຫລວງ ວຽງຈັນນອກຈາກຈະສືບຕໍ່ສ້າງລະ ບົບການພັດທະນາສີມືແຮງງານ, ບັນດາຫລັກສູດການຝຶກສີມືແຮງ ງານຕ່າງແລ້ວ, ຍັງຈະສືບຕໍ່ສ້າງ ກໍາລັງແຮງງານໄດ້ຮັບການພັດທະ ນາສີມື, ມີຄວາມຫລາກຫລາຍສາ ຂາວິຊາອາຊີບ, ມີຄວາມຊໍານານ ງານ, ມີລະບຽບວິໄນ, ມີວຽກເຮັດ ງານທໍາທີ່ໝັ້ນທ່ຽງ ແລະ ມີລາຍໄດ້ ສູງຂຶ້ນ ຕິດພັນກັບສອງວາລະແຫ່ງ ຊາດ, ສິດ ແລະ ຜົນປະໂຫຍດຂອງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງ ງານ ໄດ້ຮັບການປົກປ້ອງຕາມກົດ ໝາຍ ແລະ ລະບຽບການບົນພື້ນ ຖານການຮ່ວມມືຂອງສາມຝ່າຍ, ສືບຕໍ່ສົ່ງເສີມການຈັດຫາວຽກເຮັດ ງານທໍາໃຫ້ແຮງງານທີ່ຕ້ອງການມີ ວຽກເຮັດງານທໍາໃຫ້ເຂົ້າສູ່ຕະ ຫລາດແຮງງານໃຫ້ໄດ້ 4.500 ຄົນ, ສືບຕໍ່ຕັ້ງຈຸດຮັບສະໝັກງານຢູ່ ຫ້ອງການແຮງງານ ແລະ ສະຫວັດ ດີການສັງຄົມຢູ່ຕາມເມືອງຕ່າງໆ ໃຫ້ໄດ້9ເມືອງແລະຄວບຄຸມອັດຕາ ວ່າງງານໃຫ້ຢູ່ໃນລະດັບ1,5%. ນອກຈາກນີ້, ໃນປີ 2023 ນະ ຄອນຫລວງວຽງຈັນ ຈະສືບຕໍ່ສົ່ງ ເສີມສຸຂະພາບ, ກວດກາ, ບົ່ງມະຕິ ແລະ ຟື້ນຟູໜ້າທີ່ການໃຫ້ມີຄຸນນະ ພາບ, ຢ່າງທົ່ວເຖິງ ແລະ ເປັນທໍາ ໂດຍຈະໄດ້ສຸມໃສ່ເພີ່ມຄວາມສາ ມາດໃນການເຝົ້າລະວັງ, ຕິດຕາມ, ກວດກາ, ຄົ້ນຄວ້າມາດຕະການ ປ້ອງກັນ, ຄວບຄຸມແລະແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດລະບາດຕາມລະດູ ການໃຫ້ທຸກພາກສ່ວນເສດຖະກິດ ແລະ ສັງຄົມ ໄດ້ເຄື່ອນໄຫວໄດ້ເປັນ ປົກກະຕິ, ສືບຕໍ່ໂຄສະນາເຜີຍແຜ່ ວຽກງານສຸຂະອະນາໄມ ແລະ ໂພ ຊະນາການໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສໍາຄັນແລະ ວິທີການກິນ-ດື່ມໃຫ້ຖືກຫລັກອະ ນາໄມ ແລະ ໂພຊະນາການຢ່າງ ເລິກເຊິ່ງ ແລະ ທົ່ວເຖິງ, ສືບຕໍ່ຮັກສາ ບ້ານສາທາລະນະສຸກແບບຢ່າງໃຫ້ ມີຄຸນນະພາບ, ເພີ່ມຄວາມສາມາດ ໃນການເຝົ້າລະວັງຕິດຕາມ, ບົ່ງມະ ຕິຊອກຄົ້ນຫາ ແລະ ຕອບໂຕ້ກໍລະນີ ພະຍາດລະບາດໃຫ້ໄດ້ໄວ, ປະເມີນ ຄວາມສ່ຽງ, ປັບປຸງລະບົບເຕືອນ ໄພ ແລະ ຕອບໂຕ້ໃຫ້ທັນເວລາດ້ວຍ ຕາໜ່າງລະບົບເຝົ້າລະວັງຢ່າງມີ ປະສິດທິຜົນ, ປັບປຸງລະບົບຕິດຕາມ ແລະ ເຝົ້າລະວັງຄວາມປອດໄພ ຂອງອາຫານ, ຢາ ແລະ ຜະລິດຕະ ພັນການແພດທີ່ຈໍາໜ່າຍໃນນະ ຄອນຫລວງວຽງຈັນ ໂດຍມີລະບົບ ຂປລ. ໃນວັນທີ 24 ເມສາ 2023, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖວທ ໄດ້ຕ້ອນຮັບ ທ່ານ ຈ່ອງ ຢ່ອງຊູ (JUNG Yung Soo) ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ໃນໂອກາດທີ່ ມາດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດ ປະຈຳ ສປປ ລາວ ຄົນ ໃໝ່. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຈ່ອງຢ່ອງຊູທີ່ຖືກແຕ່ງຕັ້ງໃຫ້ມາປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວ ພັນມິດຕະ ພາບ ແລະ ການຮ່ວມືອັນ ດີ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີໃນໄລະຍະຜ່ານມາ. ທ່ານ ລັດ ຖະມົນຕີ ກະຊວງ ຖວທ ໄດ້ສະ ແດງ ຄວາມເຊື່ອໝັ້ນວ່າໃນໄລຍະທີ່ ທ່ານທູດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືຢ່າງໃກ້ຊິດ ໃນຂະແໜງຖະແຫລງຂ່າວ, ວັດທະ ນະທຳແລະທ່ອງທ່ຽວ ເພື່ອສົ່ງເສີມ ການຮ່ວມມືຂອງສອງຝ່າຍໃຫ້ນັບ ມື້ກວ້າງຂວາງ ແລະ ເປັນຮູບປະ ທຳຫລາຍຂຶ້ນ. ທ່ານ ຈ່ອງ ຢ່ອງຊູ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ພ້ອມຄະນະທີ່ໄດ້ຕ້ອນຮັບຢ່າງອົບ ອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາ ມາດ ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ເກົາຫລີ ກໍຄື ຊຸກຍູ້ການພົວພັນຮ່ວມມືໃນຂະ ແໜງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໃຫ້ສືບຕໍ່ໄດ້ຮັບການ ເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ຂປລ. ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 20 ແລະ ງານ ວາງສະແດງສິນຄ້າສົ່ງອອກແຂວງ ກວາງຊີ ຈັດຂຶ້ນ ໃນລະຫວ່າງວັນ ທີ 24-26 ເມສາ 2023 ຢູ່ສູນການ ຄ້າລາວ-ໄອເຕັກ (ຕຶກເກົ່າ) ນະ ຄອນຫລວງວຽງຈັນ (ນວ) ສປປ ລາວ ໂດຍມີ ທ່ານ ຈຽງ ຈ້າຍ ຕົ່ງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ບັນດາຜູ້ຕາງໜ້າອົງ ການຈັດຕັ້ງສາກົນ, ຜູ້ຕາງໜ້າຈາກ ພາກລັດ, ເອກະຊົນ, ພ້ອມດ້ວຍຜູ້ ປະກອບການທັງລາວ ແລະ ຈີນ ເຂົ້າຮ່ວມ. ງານວາງສະແດງໃນຄັ້ງນີ້, ມີຫົວໜ່ວຍທຸລະກິດ, ຫ້າງຮ້ານ, ບໍ ລິສັດ ເຂົ້າຮ່ວມທັງໝົດ 175 ບໍລິ ສັດ, ມີ 235 ຫ້ອງວາງສະແດງ. ໃນ ນັ້ນ, ມີບໍລິສັດທຸລະກິດຂອງລາວ ເຂົ້າຮ່ວມ 25 ຫົວໜ່ວຍ, ນຳໃຊ້ 30 ຫ້ອງວາງສະແດງ, ບໍລິສັດທຸລະ ກິດ ຈາກ ສປ ຈີນ ເຂົ້າຮ່ວມ 100 ຫົວໜ່ວຍ, ນຳໃຊ້ 155 ຫ້ອງວາງ ສະແດງ ແລະ ຈາກປະເທດໄທ ຈຳນວນ 50 ບໍລິສັດ, ນຳໃຊ້ 50 ຫ້ອງວາງສະແດງ, ເຊິ່ງສິນຄ້າທີ່ນຳ ມາວາງສະແດງປະກອບມີ: ເຄື່ອງ ໃຊ້ໄຟຟ້າ, ອຸປະກອນໄຟຟ້າ, ກົນ ຈັກ ແລະ ເຄື່ອງມືຮັບໃຊ້ການຜະລິດ ກະສິກຳ, ນະວັດຕະກຳພະລັງງານ ສະອາດ, ອຸປະກອນການແພດແລະ ການຢາ, ອຸປະກອນເຄື່ອງກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ. ໂອກາດດັ່ງກ່າວ, ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການ ຄ້າກ່າວວ່າ: ງານວາງສະແດງສິນ ຄ້າ ຈີນ-ອາຊຽນ ຖືເປັນງານວາງ ສະແດງທີ່ການນຳຂັ້ນສູງຂອງຈີນ ແລະ ບັນດາປະເທດອາຊຽນ ໃຫ້ ຄວາມສຳຄັນ ທັງເປັນເວທີແຫ່ງ ການພົວພັນຮ່ວມມືຮອບດ້ານລະ ຫວ່າງພາກລັດ, ພາກທຸລະກິດແລະ ການໄປມາຫາສູ່ຂອງປະຊາຊົນ ໂດຍມີບົດບາດໃນການຊຸກຍູ້ສົ່ງ ເສີມດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ເພື່ອສະໜັບສະໜູນ ເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ ປາກົດຜົນເປັນຈິງເປັນເທື່ອກ້າວ. ສຳລັບ ສປປ ລາວ ໄດ້ປະກອບສ່ວນ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ເລີ່ມແຕ່ປີ 2004 ທີ່ນະຄອນໜານໜີງ, ໃນແຕ່ລະປີ ການນຳຂັ້ນສູງຂອງ ສປປ ລາວ ກໍໄດ້ນຳພາຄະນະຜູ້ແທນພ້ອມດ້ວຍ ຫົວໜ່ວຍທຸລະກິດທີ່ມີສິນຄ້າທ່າ ແຮງ, ເຂົ້າຮ່ວມວາງສະແດງດັ່ງ ກ່າວ ຢ່າງມີຜົນສຳເລັດຕະຫລອດ ມາ. ພ້ອມທັງສະແດງຄວາມຫວັງ ວ່າ ງານວາງສະແດງສິນຄ້າໃນຄັ້ງ ນີ້, ຈະກາຍເປັນເວທີໜຶ່ງ ທີ່ມີຄວາມ ໝາຍສຳຄັນຍິ່ງ, ທັງເປັນການສ້າງ ກາລະໂອກາດ ແລະ ແລກປ່ຽນຕະ ຫລາດຮ່ວມກັນ, ເຮັດໃຫ້ທຸລະກິດ ລາວ-ຈີນ ສາມາດຊອກໄດ້ຄູ່ຄ້າ ກໍຄື ຕະຫລາດ ແລະ ໄດ້ເຊັນສັນຍາ ຮ່ວມມືທຸລະກິດ ໃນຫລາຍຂົງເຂດ ໂດຍນໍາໃຊ້ປະໂຫຍດຈາກການເຂົ້າ ຮ່ວມງານຄັ້ງນີ້, ແນໃສ່ເພີ່ມທະວີ ແລະ ສົ່ງເສີມດ້ານເສດຖະກິດ,ການ ຄ້າ, ການລົງທຶນ, ທ່ອງທ່ຽວຕະ ຫລອດຮອດການພົວພັນຮ່ວມມື ແຈ້ງເຕືອນໄວ, ນໍາໃຊ້ຖານຂໍ້ມູນທີ່ ທັນສະໄໝ ເພື່ອເຜີຍແຜ່ຂໍ້ມູນຂ່າວ ສານດ້ານອາຫານ ແລະ ຢາໃຫ້ແກ່ ປະຊາຊົນ. ລະຫວ່າງ ພາກລັດ, ພາກທຸລະກິດ ແລະ ປະຊາຊົນ ເຊິ່ງຈະເປັນການ ປະກອບສ່ວນເຂົ້າໃນການເພີ່ມມູນ ຄ່າການຄ້າລະຫວ່າງສອງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ. ທ່ານນາງ ເວີຍ ຊາວຣຸ້ຍ ຫົວ ໜ້າກອງເລຂາງານວາງສະແດງ ຈີນ-ອາຊຽນ ໄດ້ກ່າວວ່າ: ງານ ວາງສະແດງສິນຄ້າຈີນ-ອາຊຽນ ເປັນເວທີເປີດກວ້າງທີ່ສຳຄັນຂອງ ຈີນ ແລະ ອາຊຽນ, ພ້ອມທັງໃຫ້ ຄຳໝັ້ນສັນຍາວ່າ ຈະລົງເລິກການ ແລກປ່ຽນ ແລະ ການຮ່ວມມືລະ ຫວ່າງລາວກັບຈີນ ກັບບັນດາປະ ເທດ ອາຊຽນ ແລະ ຈະຊ່ວຍເຫລືອ ຊ່າງໄມ້ບູຮານ, ເບຍ, ເຟີນີເຈີໄມ້, ກາເຟ, ເຂົ້າ ແລະ ຜະລິດຕະພັນອື່ນໆ ເຂົ້າສູ່ຕະຫລາດທີ່ກວ້າງຂວາງ. ງານວາງສະແດງສິນຄ້າຈີນອາຊຽນຄັ້ງນີ້, ຈະຈັດກິດຈະກຳສົ່ງ ເສີມການລົງທຶນທີ່ມີປະສິດທິຜົນ ກວ່າເກົ່າ ເພື່ອຊ່ວຍ ສປປ ລາວ ເພີ່ມທະວີຄວາມພະຍາຍາມດຶງດູດ ການລົງທຶນ ແລະ ສ້າງຄວາມສະ ດວກໃຫ້ແກ່ບໍລິສັດລາວທີ່ເຂົ້າຮ່ວມ ງານວາງສະແດງ ແລະ ກິດຈະກຳ ອື່ນໆປິ່ນອ້ອມ. ຂ່າວ: ທະນູທອງ, ພາບ: ເກດສະໜາ ຂອງໂລກ ທີ່ມີຈຸດສຸມໃສ່ພາກເອກະ ຊົນໃນປະເທດກຳລັງພັດທະນາ ເຊິ່ງການຝຶກອົບຮົມໃນຄັ້ງນີ້ ໄດ້ສຸມ ໃສ່ສະເພາະຄວາມຕ້ອງການພັດທະ ນາພື້ນຖານໂຄງລ່າງຂອງ ສປປ ລາວ ໂດຍສະເພາະຜ່ານຂອບການ ລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ແລະ ເປົ້າໝາຍດ້ານ ດິນຟ້າອາກາດ. ທ່ານ ນາງ ທະວີຈັນ ທ່ຽງເທບ ວົງສາ ຮອງຫົວໜ້າພະກົມສົ່ງເສີມ ການລົງທຶນກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການ ລົງທຶນ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ເປັນຮູບແບບ ການລົງທຶນທີ່ປະສົບຜົນສຳເລັດສູງ ໃນລະດັບສາກົນ ແລະ ໃນບັນດາ ປະເທດອາຊຽນ. ດ້ວຍເຫດນີ້ລັດຖະ ບານ ສປປ ລາວ ຈຶ່ງມີນະໂຍບາຍ ຊຸກຍູ້ສົ່ງເສີມໃຫ້ມີໂຄງການລົງທຶນ ຮ່ວມໃນຮູບແບບການລົງທຶນລະ ຫວ່າງ ພາກລັດ ແລະ ເອກະຊົນ ຫລາຍຂຶ້ນ ໂດຍມີນະໂຍບາຍເປີດ ກ້ວາງໃຫ້ພາກເອກະຊົນ ສາມາດ ເຂົ້າມາມີສ່ວນຮ່ວມໃນການພັດທະ ນາພື້ນຖານໂຄງລ່າງ ແລະ ການບໍລິ ການຂອງພາກລັດ ເພື່ອຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນ-ສັງຄົມດ້ວຍ ການດຶງດູດເອົາທຶນຮອນ, ນະວັດ ຕະກຳ, ເຕັກໂນໂລຊີທີ່ທັນສະໄໝ ແລະ ປະສົບການທີ່ດີທີ່ສຸດຂອງ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດມານຳໃຊ້ໃຫ້ສອດ ຄ່ອງກັບແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດໃນແຕ່ລະໄລ ຍະຈາມທິດສີຂຽວ ແລະ ຍືນຍົງ ຂອງລັດຖະບານ. ຂ່າວ-ພາບ: ສຸກທະວີ ສ່ວນໝາກໄມ້ກິນໝາກຂອງບໍລິສັດ ບໍລິຄຳໄຊຢູ່ເມືອງບໍລິຄັນແຂວງບໍລິ ຄຳໄຊ ຜູ້ປະກອບການທຸລະກິດ ສວນໝາກຖົ່ວລຽນ, ໝາກມີ້ ແລະ ກ້ວຍ ອັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ສວນໝາກມີ້ເນື້ອທີ່ທັງໝົດ 20 ກວ່າເຮັກຕາ, ຈຳນວນ 6.563 ຕົ້ນ ນອກຈາກນັ້ນ ຍັງໄໝ້ທໍ່ສົ່ງນໍ້າ ລ້ຽງຕົ້ນໄມ້ຈຳນວນ 17 ລາຍການ ໂດຍຄິດໄລ່ເປັນມູນຄ່າເປັນເງິນ 1 ລ້ານກວ່າໂດລາ ຫລື ປະມານ 10 ຕື້ກວ່າກີບ. ທ່ານນາງກິ່ງແກ້ວຈັນທະລັງສີ ເຈົ້າຂອງບໍລິສັດບໍລິຄຳໄຊ ໄດ້ໃຫ້ຮູ້ ໃນທ້າຍອາທິດຜ່ານມາວ່າ: ໝາກມີ້ ທີ່ໄດ້ຮັບຄວາມເສຍຫາຍຄ້ັງນີ້ ແມ່ນ ກຳລັງອອກຜົນເຕີບໃຫຍ່ຂຽວ ງາມ, ເປັນໝາກດົກ ແລະ ໃກ້ເຖິງ ເວລາຈະເກັບກ່ຽວຜົນຜະລິດຄັ້ງ ທໍາອິດ ເພື່ອສົ່ງໄປ ສປ ຈີນ ໃນປີ 2023 ນີ້. ແຕ່ກໍໜ້າເສຍດາຍທີ່ເກີດ ເຫດການແບບນີ້ເສຍກ່ອນ ຈຶ່ງ ເຮັດໃຫ້ຜົນຜະລິດບໍ່ເຕັມເມັດເຕັມ ໜ່ວຍເທົ່າທີ່ຄວນ. ພາຍຫລັງທີ່ເກີດ ໄຟໄໝ້ບໍລິເວນສວນໝາກມີ້ໃນ ຄັ້ງນີ້ ເຈົ້າໜ້າທີ່ເມືອງໄດ້ສົມທົບກັບ ອົງການປົກຄອງບ້ານ ແລະ ພະນັກ ງານກຳມະກອນຂອງບໍລິສັດບໍລິ ຄຳໄຊ ພວກຂ້າພະເຈົ້າ ໄດ້ສະກັດ ກັ້ນບໍ່ໃຫ້ເກີດໄຟລາມເຖິງເຮືອນ ປະຊາຊົນ ໃນນັ້ນ ບໍລິສັດບໍລິຄຳໄຊ ໄດ້ຈັດຕັ້ງກຳລັງເພື່ອເຝົ້າລະວັງຕະ ຫລອດ 24 ຊົ່ວໂມງ, ພ້ອມທັງນຳ ເອົາໄດ້ລົດບັນທຸກມາປະຈຳຢູ່ສວນ ນໍ້າເພື່ອກະກຽມຄວາມພ້ອມ. ຕໍ່ກັບບັນຫາໄຟໄໝ້ລາມ, ຜ່ານ ມາກະຊວງກະສິກຳ ແລະ ປ່າໄມ້ກໍ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໂຄສະ ນາ, ເຜີຍແຜ່ ແລະ ອອກແຈ້ງການ ຕ່າງໆ ເພື່ອສ້າງຄວາມເຂົ້າໃຈ, ເພີ່ມສະຕິ ແລະ ໃຫ້ມີຄວາມລະມັດ ລະວັງ ທັງຮັບປະກັນໃຫ້ທຸກຊົນຄົນ ໃນສັງຄົມຮ່ວມກັນເປັນເຈົ້າການ ສະກັດກັ້ນບໍ່ໃຫ້ເກີດໄຟໄໝ້ລາມ ປ່າຢ່າງເດັດຂາດ. ນອກຈາກນີ້ ກະ ຊວງກະສິກຳ ແລະ ປ່າໄມ້ ກໍຍັງໄດ້ ອອກແຈ້ງການ ສະບັບເລກທີ 1279/ກປ ລົງວັນທີ 24/1/2023 ເລື່ອງເພີ່ມທະວີຄວາມຮັບຜິດຊອບ ສະກັດກັ້ນຕ້ານໄຟໄໝ້ປ່າ ແລະການ ຈັດຕັ້ງປະຕິບັດວຽກງານສົ່ງເສີມ ປູກໄມ້ ແລະ ຟື້ນຟູປ່າ ປະຈຳປີ 2023. ຕໍ່ກັບຄຳສັ່ງແລະແຈ້ງການ ຂອງກະຊວງກະສິກຳ ແລະ ປ່າໄມ້ ດັ່ງກ່າວ, ທາງອົງການປົກຄອງ ແຂວງກໍຄືອົງການຈັດຕັ້ງຂັ້ນເມືອງ ກໍໄດ້ແຈ້ງໃຫ້ອົງການປົກຄອງຂັ້ນ ບ້ານ ຕະຫລອດຮອດບັນດາບໍລິສັດ ຕ່າງໆທີ່ກ່ຽວຂ້ອງເພື່ອນຳໄດ້ເຜີຍ ແຜ່ ແລະ ຈັດຕັ້ງຜັນຂະຫຍາຍຢ່າງ ຮອບດ້ານ ເພື່ອການກະກຽມຄວາມ ພ້ອມດ້ານການປ້ອງກັນ ແລະ ສະ ກັດກັ້ນ ບໍ່ໃຫ້ເກີດເຫດໄຟໄໝ້ລາມ ປ່ານັ້ນເອງ. ດັ່ງທີ່ຮູ້ນໍາກັນໄລຍະລະດູແລ້ງ ຂອງທຸກໆປີມັກເຮັດໃຫ້ຕົ້ນໄມ້ໃບ ຫຍ້າແຫ້ງ, ພື້ນທີ່ແຫລ່ງນໍ້າບົກ ແຫ້ງໄດ້ງ່າຍ ແລະ ອາກາດຮ້ອນ ອົບເອົ້າ ເຊິ່ງອາດມີຄວາມສຽງສູງ ທີ່ຈະກໍ່ໃຫ້ເກີດໄຟໄໝ້ໄດ້ງ່າຍບໍ່ວ່າ ຈະຢູ່ຕາມເຮືອນ, ອາຄານ, ສະຖານ ທີ່ຕ່າງໆ, ປ່າດົງ, ເຂດຜະລິດ ແລະ ອື່ນໆ ສະນັ້ນຂໍໃຫ້ທຸກທ່ານ ແລະ ປະຊາຊົນລາວທຸກຊັ້ນຄົນໃນສັງ ຄົມເພີ່ມຄວາມເອົາໃຈໃສ່ເປັນພິ ເສດ ແລະ ມີສະຕິລະມັດລະວັງຕົວ ຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ ໃນຖານະທີ່ສອງປະເທດມີເສັ້ນຊາຍແດນຕິດຈອດກັນເປັນປະເທດບ້ານ ໃກ້ເຮືອນຄຽງສິ່ງສຳຄັນແມ່ນ ມີພັກກອມມູນິດນຳພາການປະຕິບັດຄື ກັນ. ພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງໄດ້ຢູ່ຄຽງຂ້າງໃຫ້ການ ສະໜັບສະໜູນຊ່ວຍເຫລືອແກ່ການປະຕິບັດລາວ ທັງດ້ານວັດຖຸ, ຈິດໃຈ, ທັງໃນເວທີ່ສາກົນພາກພື້ນ, ມີການໄປມາຢ້ຽມຢາມກັນຕະຫລອດມາ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິຫານ ເລຂາ ທິການໃຫຍ່ຂອງພັກປະຊາຊົນລາວ (ພັກປະຊາຊົນ ປະຕິບັດລາວໃນ ປັດຈຸບັນ) ໄດ້ໄປຢ້ຽມຢາມ ສປ ຈີນ, ຈາກນັ້ນກໍ່ມີຜູ້ນຳທ່ານອື່ນໆໄປ ຢ້ຽມຢາມ ສປ ຈີນ ຫລາຍຄັ້ງ ເພື່ອແຈ້ງສະພາບການຂອງການປະຕິວັດ ລາວ, ປຶກສາຫາລືກ່ຽວກັບບັນຫາການຊ່ວຍເຫລືອ ຂອງ ສປ ຈີນ ໃຫ້ແກ່ ການປະຕິວັດລາວ ຕົກມາຮອດເດືອນ 4 ປີ 1961 ລັດຖະບານ ປະສົມ ແຫ່ງຊາດ ນຳໂດຍ ສະເດັດເຈົ້າ ສຸວັນນະພູມາ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ໄດ້ໄປຢ້ຽມຢາມ ສປ ຈີນ, ໄດ້ເຊັນ ເອກະສານທີ່ສຳຄັນວ່າດ້ວຍການສ້າງສາຍຕັ້ງສາຍສຳພົວພັນການທູດນຳ ກັນ ໃນວັນທີ 25 ເມສາ 1961 ນັ້ນແມ່ນເຫດການທີ່ສຳຄັນໃນປະຫວັດ ສາດຂອງການພົວພັນ ລາວ-ຈີນ. ໃນຕົ້ນເດືອນກັນຍາ 2009 ການພົວພັນລະຫວ່າງ 2 ປະເທດ ໄດ້ກ້າວ ຂຶ້ນສູ່ລະດັບສູງສຸດ ເມື່ອຜູ້ນໍາທັງສອງປະເທດໄດ້ມອງກວ້າງເຫັນໄກໄດ້ ຍົກລະດັບການພົວພັນ ລະຫວ່າງ ຈີນ ແລະ ລາວ ໃຫ້ເປັນການພົວພັນ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ. ອັນໄດ້ເຮັດໃຫ້ການພົວພັນກ້າວ ເຂົ້າສູ່ໄລຍະພັດທະນາໃໝ່ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ ຮ່ວມມືຍຸດທະສາດຮອບດ້ານລະຫວ່າງລາວ ແລະ ຈີນ ເຮັດໃຫ້ປະເທດລາວ ແລະ ປະເທດຈີນເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີຕະຫລອດໄປ. ພາຍຫລັງຍົກລະດັບການຮ່ວມມືຂອງ ສອງປະເທດ ລາວ-ຈີນ ມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານການພົວພັນ ລະຫວ່າງ 2 ປະເທດ ລາວ-ຈີນ ກໍໄດ້ມີບາດກ້າວຂະຫຍາຍຕົວຢ່າງແຂງ ແຮງ ໂດຍສະເພາະດ້ານເສດຖະກິດ, ການຄ້າ ແລະ ການລົງທຶນນັບມື້ເພີ່ມ ຂຶ້ນປະກອບສ່ວນສໍາຄັນເຂົ້າການພັດທະນາເສດຖະກິດ-ສັງຄົມຂອງລາວ. ສິ່ງສຳຄັນ, ທັງສອງປະເທດໄດ້ມີການຮ່ວມມືກັນດ້ານການພັດທະນາ ຊັບພະຍາກອນມະນຸດ ໂດຍການສະໜອງທຶນການສຶກສາ, ຝຶກອົບຮົມໄລ ຍະສັ້ນ ແລະ ຍາວ, ລວມທັງຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ເພື່ອສ້າງຂີດຄວາມສາມາດດ້ານບຸກຄະລາກອນຮ່ວມກັນຢ່າງຮອບດ້ານ ທັງໃນລະດັບທ້ອງຖິ່ນ ກໍຄື ສູນກາງ. ນອກນີ້, ລາວ-ຈີນ ຍັງມີການຮ່ວມມືທີ່ ດີໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ ເຊິ່ງສະແດງໃຫ້ເຫັນ ໂດຍບໍລິມາດດ້ານການຄ້າ ແລະ ມູນຄ່າການລົງທຶນສອງຝ່າຍທີ່ນັບມື້ນັບ ສູງຂຶ້ນ. ປັດຈຸບັນ, ສປ ຈີນ ໄດ້ກາຍເປັນຄູ່ຄ້າອັນດັບສອງຂອງລາວ ແລະ ມີການລົງທຶນທີ່ຫລາຍທີ່ສຸດຢູ່ ສປປ ລາວ. ພາຍໃຕ້ການຮ່ວມມື: “ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” ໂຄງການເສັ້ນ ທາງລົດໄຟລາວ-ຈີນມີບົດບາດສໍາຄັນໃນການເປັນຂົວຕໍ່ໃຫ້ແກ່ການເຊື່ອມ ໂຍງ-ການເຊື່ອມຈອດພາກພື້ນ ໂດຍການປະກອບສ່ວນເຂົ້າໃນການຈັດ ຕັ້ງຜັນຂະຫຍາຍແຜນແມ່ບົດໃນການເຊື່ອມຈອດອາຊຽນກໍຄື ປະກອບ ສ່ວນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ປາກົດຜົນເປັນຈິງ ຜ່ານການ ເຊື່ອມຕໍ່ກັບເສັ້ນທາງລົດໄຟ ໄທ-ຈີນ, ມາເລເຊຍ-ຈີນ ລົງໄປເຖິງສິງກະໂປ ທີ່ຈະເຮັດໃຫ້ບັນດາປະເທດໃນອະນຸພາກພື້ນ ແລະ ພາກພື້ນມີການເຊື່ອມ ຈອດກັນຫລາຍຂຶ້ນ. ໃນເມື່ອບັນດາປະເທດມີການເຊື່ອມໂຍງກັນ, ຄ່າບໍລິ ການໃນການຂົນສົ່ງສິນຄ້າ, ການບໍລິການ ແລະ ການເດີນທາງຂອງຜູ້ໂດຍ ສານລະຫວ່າງປະເທດ ຈະມີຄວາມສະດວກສະບາຍ, ວ່ອງໄວ ແລະ ປະ ຢັດຄ່າໃຊ້ຈ່າຍຫລາຍເທົ່າຕົວ, ໂດຍສະເພາະການເດີນທາງຢູ່ເຂດພາກ ເໜືອຂອງລາວທີ່ມີຄວາມຫຍຸ້ງຍາກ ຍ້ອນມີພູຜາສູງຊັນ ຊຶ່ງໄດ້ຊ່ວຍສົ່ງ ເສີມໃຫ້ມີກິດຈະກໍາການຄ້າຂາຍ, ການລົງທຶນ, ການທ່ອງທ່ຽວ, ການ ໄປມາຫາສູ່ ແລະ ແລກປ່ຽນວັດທະນະທໍານໍາກັນຫລາຍຂຶ້ນ. ໝາຍວ່າ ເສັ້ນທາງລົດໄຟ ລາວ-ຈີນ ເປັນຂົວຕໍ່ໃຫ້ແກ່ການພົວພັນກັນໃນທຸກໆ ດ້ານໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍອອກສູ່ລວງກວ້າງທັງໝົດນີ້ ໄດ້ປະກອບສ່ວນຊຸກຍູ້ໃຫ້ເສດຖະກິດຂອງລາວ ແລະ ຈີນ ກໍຄື ຂອງພາກ ພື້ນມີການຂະຫຍາຍຕົວ. ນັບແຕ່ພັກ ປປ ລາວ ແລະ ພັກກອມມູນິດຈີນ ໄດ້ສ້າງສາຍພົວພັນໂດຍກົງນຳກັນໃນປີ 1959 ການພົວພັນຂອງສອງ ພັກ ແລະ ປະຊາຊົນສອງຊາດກໍໄດ້ມີການສະໜິດຕິດພັນກັນຢ່າງແໜ້ນ ແຟ້ນຕະຫລອດມາ. ອວຍພອນໃຫ້ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສປ ຈີນ ສືບຕໍ່ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ! . ທົ່ວປະເທດ ຄັ້ງທີ IX ເພື່ອໃຫ້ມີການ ຫັນປ່ຽນໃນຕໍ່ໜ້າ; ໃຫ້ແຕ່ລະພາກ ສ່ວນພ້ອມກັນຄົ້ນຄວ້າຊອກຫາບັນ ຫາທີ່ຍັງບໍ່ທັນເອກະພາບກັນເພື່ອ ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມກັນຊອກຫາວິທີແກ້ໄຂ້ປັບປຸງ ໃຫ້ດີຂຶ້ນ. ພ້ອມນັ້ນ, ໃຫ້ເປັນການຍົກ ລະດັບ, ສ້າງຄວາມຮັບຮູ້ໃໝ່ໃຫ້ແກ່ ຜູ້ເຂົ້າຮ່ວມ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ວຽກງານຫ້ອງວ່າການໃນການ ເປັນເສນາທິການຮັບໃຊ້ການນຳ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ເປັນຢ່າງສູງເພື່ອເຝົ້າລະວັງ ເພື່ອ ຮັບປະກັນບໍ່ໃຫ້ເກີດໄຟໄໝ້ລຸກລາມ ເຊິ່ງມັນອາດນໍາມາສູ່ຄວາມເສຍ ຫາຍຢ່າງຫລວງດ້ານຊັບສິນ ແລະ ຊີວິດ. ຂ່າວ+ພາບ: ເກີດຂວັນໃຈ
xtgmf]k; 3 25/04/2023 0j k; c]t gsfdko ບົດສະເໜີ ໂດຍ: ໄມເຄິ້ນ ບົວລະພັນ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ຢ່າຕົ່ງ; ພາບ: ຄັດທະນາມ dkorq ;ra oIj ;,,n ]k;{9u o ln [8+ 0tspkp8q ;1j k'g]y dg-y j ' xu zj ko,k c0;'v5 fq ,w- ,u dkora fmtoks]kpfh ko ຄວາມສົນໃຈວ່າເປັນຫຍັງຈຶ່ງຕັ້ງ ບັນຫານີ້ຂຶ້ນ, ທັງທີ່ມັນມີເລັກນ້ອຍໆ ທີ່ສຸດ.ບັນຫານີ້ຖ້າມີໜໍ່ ແໜງຢູ່ບ່ອນ ໃດ ໂດຍບໍ່ໄດ້ຮັບການເອົາໃຈໃສ່ແກ້ ໄຂແຕ່ຫົວທີກໍ່ຈະມີຜົນເກີດແນວຄິດ ຊັ່ງຊາກັນ ແລະ ກັນ, ພົວພັນເຖິງຜົນ ສໍາເລັດຂອງວຽກງານ. ແນວຄິດທີ່ ເຫັນແຕ່ດ້ານຫຍຸ້ງຍາກ, ມືດມົນ... ກໍ່ຈະພາໃຫ້ຄົນເຮົາອ່ອນແອລົງ ແລະ ຫລົ້ມເຫລວໃນຊີວິດ-ວຽກ ງານ. ພຶດຕິກໍາຕົວຈິງ ຢູ່ບາງບ່ອນ ຕາມເກັບກໍາຫາງສຽງມາໃຫ້ຮູ້ວ່າ ພາຍຫລັງພະຍາດໂຄວິດ-19 ລະ ບາດ ແລະ ເກີດສະພາບຄວາມຫຍຸ້ງ ຍາກຊົ່ວຄາວທາງດ້ານເສດຖະກິດ, ເຮັດໃຫ້ພະນັກງານຈໍານວນໜຶ່ງ ເກີດຄວາມງໍ້ງ່ຽງ ແລະ ທໍ້ຖອຍ, ປະ ກອບສ່ວນວຽກງານແປະໆບາງໆ ໂດຍອ້າງໃສ່ບັນດາບັນຫາຫຍຸ້ງ ຍາກຊົ່ວຄາວທີ່ກະທົບມາ ເຊິ່ງບັນ ຫານີ້ ຄວນໄດ້ຮັບການແກ້ໄຂໃນໄລ ຍະເວລາອົນສົມຄວນ, ບໍ່ປ່ອຍປະ ໃຫ້ເປັນພະຍາດຮ້າຍແຮງແລ້ວຈຶ່ງ ປິ່ນປົວ. ໃນສະພາບຄວາມຮຽກ ຮ້ອງຕ້ອງການໃໝ່, ຄົນໜຶ່ງຕ້ອງ ໄດ້ຮັບຜິດຊອບຫລາຍວຽກງານ ແລະ ຄວນເກັ່ງອັນໃດອັນໜຶ່ງ ເຊິ່ງ ຕ້ອງການຄວາມບືນຕົວຫລາຍຂຶ້ນ, ອົດທົນຫລາຍຂຶ້ນ...ກໍ່ມີຈໍານວນ ໜຶ່ງຈົ່ມທໍ້ຖອຍແຕ່ຫົວທີ, ອັນນີ້ສະ ທ້ອນເຖິງມານະຈິດປະຕິວັດຂອງ ບຸກຄົນນັ້ນໆ? ຄວາມຮຽກຮ້ອງ ຕ້ອງການສະເພາະ ແລະ ຍາວນານ ເລື່ອງພະນັກງານແມ່ນການຫັນປ່ຽນ ໃໝ່ທີ່ຕັ້ງໜ້າສູ່ຄຸນນະພາບໃໝ່. ເວົ້າພົວພັນເຖິງພະນັກງານ, ປະ ທານ ໄກສອນ ພົມວິຫານ ເຄີຍມີທິດ ຊີ້ນໍາ ເມື່ອປີ 1991 ໃນກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 7 ເວົ້າເຖິງການປ່ຽນແປງໃໝ່ວຽກ ງານພະນັກງານ, ທັງໄດ້ຍົກໃຫ້ເຫັນ ສະພາບເລັກນ້ອຍ ສະທ້ອນເຖິງ ແນວຄິດງໍ້ງ່ຽງແຕ່ຫົວທີຂອງພະ ນັກງານຈໍານວນໜຶ່ງ ທີ່ມີແນວຄິດ ລັກສະນະຄອງເດີມບໍ່ຢາກຫັນປ່ຽນ ໃໝ່ສູ່ອັນຕັ້ງໜ້າກວ່າເກົ່າ ເຊິ່ງເພິ່ນ ເວົ້າວ່າ: “ ມີຈໍານວນໜຶ່ງເກີດແນວ ຄິດງໍ້ງ່ຽງ, ຫຍໍ້ທໍ້ ໂດຍຄິດສັ້ນໆວ່າ ຖ້າຂັ້ນຖ້າຫາກຂັ້ນເທິງປະຕິບັດຕາ ມທິດທາງ, ຕາມຫລັກການ ແລະ ມາດຕະການພະນັກງານຕາມແບບ ໃໝ່ຕົນເອງຄົງຈະໄປບໍ່ລອດ,ຄົງຈະ ບໍ່ສາມາດບືນຕົວຂຶ້ນໄດ້ຕື່ມອີກແລະ ຄົົງຈະລາອອກຈາກລັດຖະການ. ອັນນັ້ນແມ່ນທັດສະນະທີ່ບໍ່ຖືກຕ້ອງ, ຂາດມານະຈິດປະຕິວັດ, ຂາດຄວາມ ຮັບຜິດຊອບ...ບໍ່ປະຕິເສດຫາກມີ ອາຍຸກະສຽນແລ້ວ ກໍ່ຕ້ອງໄດ້ພັກ ຜ່ອນ, ກິນບໍານານແທ້ ເພາະອັນ ນັ້ນແມ່ນຫລັກການ ແລະ ສອດຄ່ອງ ກັບກົດເກນ. ແຕ່ສໍາລັບຜູ້ທີ່ຍັງມີ ເຫື່ອມີແຮງ, ຍັງໜຸ່ມຍັງແໜ້ນຫາກ ຄິດງໍ້ງ່ຽງ, ທໍ້ຖອຍຄືແນວນັ້ນ ຄວນ ສໍາຫລວດຕົນເອງຄືນໃໝ່ ແລະ ເດັດດ່ຽວກໍາຈັດແກ້ໄຂ”. ໃນສະພາບເວລາໃດກໍ່ຕາມ ມັນ ມີທັງອັນສະດວກ ແລະ ຫຍຸ້ງຍາກ ຄຽງຄູ່ກັນໄປ, ຍາກຈະຫາໄດ້ແຕ່ ອັນສະດວກ ຫລື ມີແຕ່ຫຍຸ້ງຍາກຕະ ຫລອດໄປ. ສະນັ້ນ ພັກ-ລັດ ເຮົາຈຶ່ງ ເວົ້າຕະຫລອດກ່ຽວກັບການພັດທະ ນາມີທັງກາລະໂອກາດເອື້ອອໍາ ນວຍ ແລະ ສິ່ງທ້າທາຍທົດສອບ ນາໆປະການ. ພະນັກງານ-ສະມາ ຊິກພັກຜູ້ໜຶ່ງ ຄວນຍົກສູງມານະຈິດ ປະຕິບັດ, ບໍ່ງໍ້ງ່ຽງ ແລະ ທໍ້ຖອຍຕໍ່ ຄວາມຫຍຸ້ງຍາກຊົ່ວຄາວຕ່າງໆ, ທັງບໍ່ລົດລະຄວາມພະຍາຍາມໃນ ການຄົ້ນຄວ້າຮໍ່າຮຽນວິທະຍາ ສາດ ວິທະຍາການ ເພື່ອມາໝູນໃຊ້ ໃນວຽກງານຢ່າງປະດິດສ້າງບົນ ພື້ນຖານເງື່ອນໄຂຄວາມເປັນຈິງ ຂອງແຕ່ລະບ່ອນ. * ປີ 2022 ຜ່ານມາ ເຖິງວ່າພະ ຍາດໂຄວິດຍັງສືບຕໍ່ແພ່ລະບາດ ທັງຢູ່ໃນໄລຍະຈັດຕັ້ງປະຕິບັດບາງ ມາດຕະການຄວບຄຸມ, ຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວຢູ່, ແຕ່ ແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ຕໍ່ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ອັນເຮັດໃຫ້ມີຫລາຍ ໜ້າວຽກມີການພັດທະນາແລະ ເສດ ຖະກິດມີການຂະຫຍາຍຕົວໃນລະ ດັບ 3,98%. ເຖິງຢ່າງໃດກໍຕາມ ມື້ນີ້ໜັງສືພິມປະເທດລາວຂໍສະເໜີ ກ່ຽວກັບການຈັດຕັ້ງປະຕິບັດໃນ ການພັດທະນາເສດຖະກິດ-ສັງຄົມ ໃຫ້ທ່ານຜູ້ອ່ານກ່ອນ ແລະ ສະບັບ ໜ້າຈຶ່ງນຳສະເໜີດ້ານອື່ນຕື່ມ. [+ '= 'P' m= h 4vp h * ໃນສະພາບທີ່ພວກເຮົາຍັງມີ ຄວາມຫຍຸ້ງຍາກ, ຂໍ້ຈໍາກັດບາງອັນ ກະທົບເຖິງການດໍາລົງຊີວິດ ແລະ ວຽກງານ, ພວກເຮົາຕ້ອງເດັດດ່ຽວ ຕັດສິນໃຈຜ່ານຜ່າ, ບັນຫາມີມາໃຫ້ ແກ້ ແລະ ເມື່ອມີບັນຫາກໍ່ຢ່າໜີບັນ ຫາ ຄືຜູ້ອາວຸໂສບາງທ່ານເຄີຍກ່າວ. ບໍ່ວ່າດຽວນີ້ກໍ່ຄືຜ່ານມາພວກເຮົາກໍ່ ບໍ່ອາດປະຕິເສດບັນດາດ້ານທີ່ແຕກ ຕ່າງທາງແນວຄິດ, ຜູ້ອົດທົນ, ຜູ້ ອ່ອນແອ...ແຕ່ເຖິງຢ່າງກໍ່ດີ ຄວນຕີ ຖອຍບັນດາດ້ານທີ່ມີແຕ່ຈະເກີດ ຄວາມອັບປະໂຫຍດ ເປັນຕົ້ນຄວາມ ງໍ້ງ່ຽງ ທໍ້ຖອຍ ແຕ່ຫົວທີ ກ່ອນການ ລົງມືເຮັດອັນໃດອັນໜຶ່ງ ຫລື ພໍ້ບັນ ຫາຫຍຸ້ງຍາກຊົ່ວຄາວກໍ່ທໍ້ຖອຍໃຈ ກາຍເປັນຄົນອ່ອນແອ. ປະເດັນທີ່ນໍາແລກປ່ຽນຄໍາເຫັນ ບົດນີ້ບໍ່ໜີໄປຈາກເລື່ອງຄົນ, ເວົ້າ ລົງເລິກເຖິງສະມາຊິກພັກ-ພະນັກ ງານ ບໍ່ວ່າຂົງເຂດວຽກງານໃດ ກໍ່ບໍ່ ປາສະຈາກບັນຫາຫຍໍ້ທໍ້ງໍ້ງ່ຽງທາງ ແນວຄິດ ອັນກະທົບເຖິງການກະທໍາ ຂອງບາງບຸກຄົນໃນເວລາມີຄວາມ ຫຍຸ້ງຍາກ. ຫລາຍທ່ານອາດຈະມີ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໄດ້ໃຫ້ສຳ ພາດຕໍ່ຄະນະນັກຂ່າວໜັງສືພິມປະ ເທດລາວມໍ່ໆນີ້ວ່າ: ໃນປີຜ່ານມາ ອົງການປົກຄອງແຂວງໄດ້ເອົາໃຈ ໃສ່ຊຸກຍູ້ທຸກພາກສ່ວນທັງພາກລັດເອກະຊົນ ລວມທັງປະຊາຊົນບັນ ດາເຜົ່າພາຍໃນແຂວງເອົາໃຈໃສ່ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ແລະ ເປັນປີທີ່ທຸກຂະແໜງການເອົາໃຈ ໃສ່ຟື້ນຄືນເສດຖະກິດທີ່ໄດ້ຮັບຜົນ ກະທົບຈາກພະຍາດໂຄວິດ-19 ໂດຍ ໄດ້ຕັ້ງໜ້ານຳພາ-ຊີ້ນຳໃນການພັດ ທະນາເສດຖະກິດຂອງແຂວງ ແລະ ກໍມີຫລາຍດ້ານທີ່ພົ້ນເດັ່ນ ໂດຍ ສະເພາະແມ່ນ ລວມຍອດຜະລິດ ຕະພັນພາຍໃນ GDP, ເສດຖະກິດ ຂະຫຍາຍຕົວໃນລະດັບ 3,98% ຄິດໄລ່ເປັນມູນຄ່າຕາມລາຄາປີ 7.888,22 ຕື້ກີບ, ສະເລ່ຍລາຍ ຮັບຕໍ່ຫົວຄົນເທົ່າກັບ 1.541 ໂດລາ ສະຫະລັດ. ການຜະລິດກໍມີການຂະ ຫຍາຍຕົວ. ໃນນັ້ນ, ເຂົ້າໄດ້ຫລາຍ ກວ່າ 26 ເຮັກຕາ, ຜົນຜະລິດຫລາຍ ກວ່າ 83 ໂຕນ, ປູກພືດສະບຽງ ອາຫານໄດ້ກວ່າ 7,8 ພັນເຮັກຕາ, ໄດ້ຜົນຜະລິດກວ່າ 36 ພັນໂຕນ, ປູກພືດເປັນສິນຄ້າໄດ້ກວ່າ 53 ພັນ ເຮັກຕາ, ໄດ້ຜະລິດກວ່າ 3 ແສນ ໂຕນ, ການຜະລິດຊີ້ນ, ໄຂ່ ແລະ ປາ ເພື່ອບໍລິໂພກໄດ້ກວ່າ16ໂຕນ,ການ ລ້ຽງສັດ ປະເພດງົວ ຫລາຍກວ່າ 61 ພັນໂຕ, ຄວາຍ ກວ່າ 19 ພັນໂຕ ແລະ ສັດໜ້ອຍອື່ນໆຫລາຍແສນ ໂຕ. ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງຍັງກ່າວໃຫ້ຮູ້ຕື່ມ ວ່າ: ນອກຈາກທີ່ກ່າວມານັ້ນແລ້ວ ຍັງໄດ້ເອົາໃຈໃສ່ຊຸກຍູ້ບັນດາອຸດ ສາຫະກຳ ໂດຍທົ່ວແຂວງມີໂຮງ ງານອຸດສາຫະກຳ ແລະ ຫັດຖະກຳ ປຸງແຕ່ງທັງໝົດ 656 ໂຮງງານ, ສ້າງມູນຄ່າຜົນຜະລິດອຸດສາຫະ ກຳໄດ້ຫລາຍກວ່າ 319,30 ຕື້ກີບ, ມູນຄ່ານຳເຂົ້າປະຕິບັດໄດ້ກວ່າ 8 ຕື້ກີບ, ສົ່ງອອກໄດ້ຫລາຍກວ່າ 826 ຕື້ກີບ; ຄຸ້ມຄອງລາຄາສິນຄ້າລວມ ບັນລຸໄດ້ຫລາຍກວ່າ 3 ແສນໂຕນ. ນອກຈາກນີ້ ສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງໄດ້ ຫລາຍກວ່າ 1,6 ແສນຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ ປະມານ 7,89 ລ້ານໂດລາສາຫະ ລັດ; ຈັດເກັບລາຍຮັບໄດ້ຫລາຍ ກວ່າ 182 ຕື້ກີບ ລື່ນແຜນກວ່າ 24%. ຂະນະທີ່ການລົງທຶນໃນການ ພັດທະນາທົ່ວແຂວງ ສາມາດປະ ຕິບັດໄດ້ຫລາຍກວ່າ 2.153 ຕື້ກີບ ລື່ນແຜນກວ່າ 11% ແລະ ວຽກ ງານອື່ນໆກໍໄດ້ຮັບການພັດທະນາດີ ຂຶ້ນຕາມລຳດັບ, ເຊິ່ງບົດສຳພາດ ຂອງທ່ານຮອງເຈົ້າແຂວງອຸດົມໄຊ ຕໍ່ທິມຂ່າວພວກເຮົາຍັງມີຫລາຍ ວຽກທີ່ພົ້ນເດັ່ນ ໂດຍສະບັບໜ້າຈະ ມາສະເໜີໃຫ້ທ່ານຜູ້ອ່ານຕື່ມ. * ສປປ ລາວ ແລະ ສປ ຈີນ ແມ່ນ ສອງປະເທດທີ່ມີຊາຍແດນຕິດຈອດ ກັນຍາວ 505 ກິໂລແມັດ ດ້ວຍສາຍ ພູ ແລະ ແມ່ນໍ້າລຳເຊ, ປະຊາຊົນ ສອງຊາດມີສານພົວພັນມິດຕະພາບ ມາແຕ່ບູຮານນະການ. ກ່ອນປີ1975ການພົວພັນແລະ ຮ່ວມມື ລາວ- ຈີນ ແມ່ນຢູ່ໃນຮູບ ແບບການສະໜັບສະໜູນຊ່ວຍ ເຫລືອ ໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາ ດຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດ ຂີ່ຂູດຮີດ. ໃນຖານະທີ່ສອງປະເທດ ມີເສັ້ນຊາຍແດນຕິດຈອດກັນ ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ກັນ, ສິ່ງສຳຄັນແມ່ນມີພັກກອມມູ ນິດ ນຳພາການປະຕິວັດຄືກັນ ພັກ- ລັດຖະບານແລະປະຊາຊົນຈີນອ້າຍ ນ້ອງໄດ້ຢູ່ຄຽງຂ້າງ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອການ ປະຕິວັດລາວ ທັງດ້ານວັດຖຸ ແລະ ຈິດໃຈທັງໃນເວທີສາກົນແລະພາກ ພຶ້ນ; ມີການໄປມາຢ້ຽມຢາມກັນຕ ຫລອດມາ, ອັນພົ້ນເດັ່ນກ່ວາໝູ່ແມ່ນ ປີ 1959 ປະທານ ໄກສອນ ພົມວິ ຫານ ເລຂາທິການໃຫຍ່ຂອງພັກ ປະຊາຊົນລາວ (ພັກປະຊາຊົນປະຕິ ວັດລາວ ໃນປັດຈຸບັນ )ໄດ້ໄປຢ້ຽມ ຢາມ ສປ ຈີນ, ຈາກນັ້ນມາກໍ່ມີຜູ້ ນຳທ່ານອຶ່ນໄປຢ້ຽມຢາມ ສປ ຈີນ ຫລາຍຄັ້ງເພື່ອແຈ້ງການສະພາບ ການຂອງປະຕິວັດລາວ ແລະ ປຶກ ສາຫາລືກ່ຽວກັບບັນຫາການຊ່ວຍ ເຫລືອຂອງ ສປ ຈີນ ໃຫ້ແກ່ການ ປະຕິວັດລາວ. ມາຮອດເດືອນ 4 ປີ 1961 ລັດຖະະບານປະສົມ ແຫ່ງ ຊາດ ນຳໂດຍ ສະເດັດເຈົ້າສຸວັນນະ ພູມມານາຍົກລັດຖະມົນຕີ ວ່າການ ກະຊວງການຕ່າງປະເທດ ໄດ້ໄປ ຢ້ຽມຢາມ ສປ ຈີນ, ໄດ້ເຊັນເອກະ ສານທີ່ສຳຄັນວ່າດ້ວຍການສ້າງຕັ້ງ ສາຍພົວພັນການທູດນຳກັນໃນ ວັນທີ25/04/1961, ນັ້ນແມ່ນເຫດ ການທີ່ສຳຄັນຍິ່ງໃນປະຫວັດສາດ ຂອງການພົວພັນ ລາວ- ຈີນ. ຫລັງ ຈາກນັ້ນເປັນຕົ້ນມາ ການນຳທັງ ສອງປະເທດກໍໄດ້ໄປມາຫາສູ່ຢ້ຽມ ຢາມ, ພົວພັນ- ແລກປ່ຽນ ບົດຮຽນ ເພື່ອສ້າງແຮງດັນອັນໃໝ່ໃຫ້ແກ່ ການພັດທະນາການພົວພັນຮ່ວມມື ລາວ- ຈີນ ຢ່າງຮອບດ້ານ. ນັບແຕ່ ພັກ ປປ ລາວ ແລະ ພັກ ກອມມູນິດຈີນ ໄດ້ສ້າງສາຍພົວພັນ ການທູດ ຮ່ວມກັນການພົວພັນຂອງ ສອງພັກ ແລະ ປະຊາຊົນສອງຊາດ ກໍນັບມື້ແໜ້ນແຟ້ນຍິ່ງຂຶ້ນ ຍິ່ງ ໃນ ສະພາບການໃໝ່ທີ່ຫຍຸ້ງຍາກສັບ ສົນ ໂດຍຍຶດໝັ້ນອຸດົມການດຽວ ກັນນັ້ນ ໄດ້ເຮັດໃຫ້ການພົວພັນຮ່ວມ ມືລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຈີນ ຂະ ຫຍາຍຕົວກວ້າງຂວາງ ແລະ ຮອບ ດ້ານຍິ່ງໆຂຶ້ນ. ພ້ອມທັງຮ່ວມກັນ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ບົນພຶ້ນຖານແຫ່ງການພົວພັນ ອັນໜັກແໜ້ນຕາມຈິດໃຈໝັ້ນຄົງ, ຍາວນານ, ຮັກແພງກັນຖານບ້ານ ໃກ້ ເຮທອນຄຽງ, ໄວ້ເນື້ອເຊື່ອໃຈ ກັນແລະຮ່ວມມືກັນຢ່າງຮອບດ້ານ. ເຮັດໃຫ້ການພົວພັນລະຫວ່າງສອງ ປະເທດໄດ້ກ້າວເຂົ້າສູ່ໄລຍະພັດທະ ນາອັນໃໝ່ ແລະ ກວ້າງຂວາງກວ່າ ເກົ່າ. ເສີມຂະຫຍາຍມູນເຊື້ອປະ ຕິວັດອັນດີງາມ ເພື່ອຊຸກຍູ້ການຮ່ວມ ມືກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນ ໃນທຸກຂົງເຂດວຽກງານ ລະຫວ່າງສອງປະເທດ ແລະ ເພີ່ມ ເນື້ອໃນອັນໃໝ່ ໃຫ້ແກ່ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ຕາມທິດ 4 ດີຄື: ເປັນເພື່ອບ້ານໄກ້ ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນ ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ, ເພື່ອຕອບສະໜອງຄວາມມຸ່ງຫວັງ ຂອງສອງພັກ, ສອງລັດແບະປະຊາ ຊົນສອງຊາດ ລາວ-ຈີນ ໃນຕໍ່ໜ້າ ຈະໄດ້ສຸມໃສ່ຮ່ວມມືກັນພັດທະນາ ບາງດ້ານທີ່ສຳຄັນຄື: ພັດທະນາຊັບ ພະຍາກອນ ດ້ານກະສິກຳ ແລະ ປ່າ ໄມ້ ເພື່ອຜະລິດເປັນສິນຄ້າ; ພັດທະ ນາຊັບພະຍາກອນ ດ້ານພະລັງງານ ແລະ ບໍ່ແຮ່; ພັດທະນາໂຄງລ່າງ ວັດຖຸ- ເຕັກນິກ; ພັດທະນາຊັບພະ ຍາກອນມະນຸດ ແລະ ພະນັກງານ ສືບທອດ; ດ້ານວຽກງານປ້ອງກັນ ຊາດ- ປ້ອງກັນຄວາມສະຫງົບແລະ ຄວາມໝັ້ນຄົງເພື່ອການພັດທະ ນາພາກພຶ້ນ. ພ້ອມກັນນັ້ນ ກໍ່ຕ້ອງ ໄດ້ເພິ່ມທະວີການພັດທະນາສາຍ ພົວພັນທັງສອງຝ່າຍໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນໄປບົນພຶ້ນຖານ ຄວາມສະເໝີພາບ, ເອກະລາດ, ບໍ່ແຊກແຊງພາຍໃນ ຂອງກັນແລະ ກັນ ຕ່າງຝ່າຍຕາາງມີຜົນປະໂຫຍດ ໂດຍຊອບທຳ, ຮ່ວມມືພັດທະນາ ເຂດພາກພຶ້ນ ແລະ ໃນໂລກ, ສະໜັບ ສະໜູນບົດບາດເຊິ່ງກັນ ແລະ ກັນ ໃນເວທີພາກພຶ້ນ ແລະ ສາກົນ ເພື່ອ ປົກປັກຮັກສາສັນຕິພາບ ແລະ ການ ພັດທະນາຂອງໂລກ. (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 62 ປີ ວັນທີ 25/04/1961-24/04/2023) ຂໍຮູບ j
RkJQdWJsaXNoZXIy MTc3MTYxMQ==