xtgmf]k; 6 05/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ly f c]t |h kmuj 0v'leoa dry , -u ;y f{;a fmtotme ໂດຍ: ໂສພາ ທິບພະວົງ gzqj kdb ,,5 ivd g,n v'zkv5 fq , lts]v'[5 o16 odit * ທ້າຍເດືອນມີນາມານີ້, ອໍາ ນາດການປົກຄອງບ້ານ, ເຖົ້າແກ່ ແນວໂຮມບ້ານພ້ອມດ້ວຍພໍ່ແມ່ປະ ຊາຊົນບ້ານໂຮມສຸກ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ພ້ອມກັນຈັດງານ ສະຫລອງບຸນຢູນກຣະ ຂຶ້ນເປັນຄັ້ງ ທີ 24 ໂດຍນັບແຕ່ປີ 1999-2023 ເຊິ່ງເປັນບຸນປະເພນີຂອງເຜົ່າກຶມ ມຸຣອກ. ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສູນທອນ ວັນສະຫວ່າງ ຄະ ນະປະຈໍາພັກເມືອງ ປະທານແນວ ລາວສ້າງຊາດເມືອງ, ມີອຳນາດ ການປົກຄອງ, ເຈົ້າກົກເຈົ້າເລົ່າ ບ້ານ, ປະຊາຊົນພາຍໃນບ້ານ. ທ່ານ ສົມຈັນ ແກ້ວບຸພາ ເຈົ້າກົກ ເຈົ້າເລົ່າ ໄດ້ເລົ່ມູນເຊື້ອປະຫວັດ ຄວາມເປັນມາຂອງບ້ານ ແລະ ບຸນ ຢູນກຣະວ່າ: ບ້ານໂຮມສຸກເປັນບ້ານ ເຜົ່າກຶມມຸຣອກ ເຊິ່ງໄດ້ສ້າງຕັ້ງ * ໃນກົດໝາຍວ່າດ້ວຍການພິມ ຈຳໜ່າຍ ສະບັບປີ 2008 ໄດ້ກຳນົດ ສິດ ແລະ ໜ້າທີ່ຂອງສຳນັກພິມ ໄດ້ ລະບຸດັ່ງນີ້: ມີໜ້າທີ່ກໍານົດແຜນການ, ໂຄງການສ້າງຫົວເລື່ອງໄລຍະສັ້ນ ແລະ ໄລຍະຍາວ; ຊຸກຍູ້, ສົ່ງເສີມ ນັກປະດິດຄິດແຕ່ງ ເພື່ອຄົ້ນຄວ້າ ແລະ ດໍາເນີນການຂຽນເນື້ອໃນ ຂອງຫົວເລື່ອງ; ພົວພັນປະສານ ສົມທົບວຽກງານຈັດພິມ ກັບພາກ ສ່ວນທີ່ກ່ຽວຂ້ອງ; ກວດແກ້ເນື້ອ ໃນ, ຈັດເປັນຕົ້ນສະບັບສົມບູນ ຂອງປຶ້ມ, ສິ່ງພິມອື່ນ; ຂໍອະນຸຍາດ ພິມປຶ້ມ, ສິ່ງພິມອື່ນ ຕາມລະບຽບ ການ; ນໍາສົ່ງຕົ້ນສະບັບສົມບູນ ການບໍ່ສາມາດປະຕິບັດໜ້າທີ່ໄດ້. ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດ ຕໍາແໜ່ງຜູ້ອໍານວຍການ ແລະ ຮອງ ຜູ້ອໍານວຍການ ແມ່ນເຈົ້າຂອງ ສໍານັກພິມ ເປັນຜູ້ຕົກລົງຕາມການ ເຫັນດີຂອງອົງການຄຸ້ມຄອງການ ພິມຈໍາໜ່າຍທີ່ກ່ຽວຂ້ອງ. ສ່ວນຫົວໜ້າຄະນະບັນນາທິ ການ ແມ່ນຜູ້ມີສິດຕັດສິນວຽກງານ ດ້ານວິຊາການໃນສໍານັກພິມ ແລະ ຮັບຜິດຊອບໂດຍກົງຕໍ່ຜູ້ອໍານວຍ ການ ແລະ ລະບຽບກົດໝາຍ. ບັນ ນາທິການ ແມ່ນຜູ້ກວດແກ້ຕົ້ນສະ ບັບຂອງປຶ້ມ, ສິ່ງພິມອື່ນ ແລະ ຮັບ ຜິດຊອບຕໍ່ ຫົວໜ້າຄະນະບັນນາທິ ການ ແລະ ລະບຽບກົດໝາຍ. ການ ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕໍາ ແໜ່ງຫົວໜ້າຄະນະບັນນາທິການ, ບັນນາທິການ ແມ່ນເຈົ້າຂອງສໍາ ນັກພິມເປັນຜູ້ຕົກລົງ ໂດຍປະສານ ສົມທົບກັບອົງການຄຸ້ມຄອງການ ພິມຈໍາໜ່າຍ ພ້ອມນີ້ ຜູ້ອໍານວຍການ, ຮອງ ຜູ້ອໍານວຍການ, ຫົວໜ້າຄະນະ ບັນນາທິການ ແລະ ບັນນາທິການ ມີມາດຕະຖານ ດັ່ງນີ້: ມີພູມລໍາເນົາ ຖາວອນຢູ່ ສປປ ລາວ; ຖືສັນຊາດ ລາວ ແລະ ມີອາຍຸ ຊາວເອັດປີຂຶ້ນ ໄປ; ມີຄວາມສາມາດໃນການຄຸ້ມ ຄອງບໍລິຫານທົ່ວໄປສໍາລັບຜູ້ອໍາ ນວຍການ, ຮອງຜູ້ອໍານວຍການ ແລະ ມີຄວາມສາມາດໃນການບັນ ນາທິການສໍາລັບ ຫົວຫນ້າຄະນະ ບັນນາທິການ, ບັນນາທິການ; ມີ ປະກາສະນີຍະບັດຊັ້ນສູງຂຶ້ນໄປ ແລະ ມີປະສົບການດ້ານການພິມ ຈໍາໜ່າຍ, ສໍາລັບຮອງຜູ້ອໍານວຍ ການຫລືຮອງບັນນາທິການຕ້ອງມີ ປະກາສະນີຍະບັດຊັ້ນກາງຂຶ້ນໄປ; ມີຄຸນສົມບັດສິນທໍາປະຕິວັດ, ຄຸນ ທາດການເມືອງໜັກແໜ້ນ; ຮູ້ພາສາ ຕ່າງປະເທດໃດຫນຶ່ງໃນລະດັບທີ່ ແນ່ນອນ; ມີສຸຂະພາບແຂງແຮງ. າບປະອບ ຂຶ້ນວັນທີ 20 ມັງກອນ ປີ 1976 ມີທັງໝົດ 22 ຫລັງຄາເຮືອນ, ມີພົນລະເມືອງ ທັງໝົດ 123 ຄົນ, ຍິງ 68 ຄົນ, ພື້ນຖານຕົ້ນຕໍເກົ່າ ແມ່ນຢູ່ເຂດຕາແສງມົກກະຈອກ ໃນອະດີດແມ່ນຂຶ້ນກັບເມືອງປາກ ທາ ແຂວງອຸດົມໄຊ ປະກອບມີ 11 ບ້ານຄື: ບ້ານພູຢວກ, ບ້ານກອນ ໂຕຣງ, ບ້ານກຣາງ, ບ້ານກະຕຸຍ, ບ້ານມົກຄະ, ບ້ານແວນ, ບ້ານພູກໍ, ບ້ານຈຸກລຸກ, ບ້ານມົກກຣະ, ບ້ານ ກອນໂທງ ແລະ ບ້ານເດື່ອ ໄດ້ເຕົ້າ ໂຮມເປັນບ້ານດຽວ ແລະ ໃສ່ຊື່ ວ່າ: ບ້ານໂຮມສຸກ ໂດຍແມ່ນ ທ່ານ ທອງພັນ ອະດີດ ເຈົ້າແຂວງບໍ່ແກ້ວ ໃນເມື່ອກ່ອນເປັນຄະນະປະຈໍາພັກ ແຂວງ ດໍາລົງຕໍາແໜ່ງເປັນປະ ທານ ແນວລາວສ້າງຊາດແຂວງ ອຸດົມໄຊ ເປັນຜູ້ແຕ່ງຕັ້ງປະຫວັດ ມູນເຊື້ອຂອງບ້ານແລະບຸນຢູນກຣະ ຫລື ເອີ້ນວ່າ ຫລິ້ນບຸນ ໂດຍຕາມ ການເຊື່ອຖືຂອງປູ່ຍ່າຕາຍາຍ ການ ເຮັດບຸນແມ່ນລະນຶກເຖິງຄຸນງາມ ຄວາມດີຂອງບັນພະບູລຸດທີ່ໄດ້ ລ່ວງລັບໄປແລ້ວ, ເປັນການສະ ເຫລີມສະຫລອງຜົນງານການເກັບ ກ່ຽວຜົນຜະລິດກະສິກໍາໃນໜຶ່ງປີ ຜ່ານມາ ທັງເປັນການເຕົ້າໂຮມ ຄວາມສາມັກຄີພາຍໃນບ້ານໃຫ້ ໄດ້ພົບປະສ້າງສັນມ່ວນຊື່ນ ພາຍ ຫລັງສໍາເລັດການເກັບກ່ຽວຕ່າງໆ ແນໃສ່ອະນຸລັກຮີດຄອງປະເພນີ ຂອງເຜົ່າກຶມມຸຣອກ ເພື່ອສົ່ງເສີມ ໃຫ້ລູກຫລານຮຸ່ນຕໍ່ໄປຮູ້ຈັກກັບ ຮີດຄອງປະເພນີ ວັດທະນະທໍາປະ ຈໍາເຜົ່າ ແລະ ພ້ອມກັນຈັດຕັ້ງປະຕິ ບັດສືບຕໍ່ໄປ. ທ່ານ ສົມຈັນ ຍັງກ່າວຕື່ມວ່າ: ມີໄລຍະໜຶ່ງໂດຍສະເພາະສະໄໝ ສົງຄາມບຸນດັ່ງກ່າວເກືອບຖືກຫລົງ ລືມໄປແລ້ວ ຍ້ອນປະຊາຊົນຢູ່ກະ ແຈກກະຈາຍ, ລີ້ໄພສົງຄາມຢູ່ຕາມ ຍອດຫ້ວຍຍອດຮ່ອງ, ຈົນມາເຖິງ ປີ 1999 ພັກ-ລັດ ໄດ້ປຸກລະດົມຂົນ ຂວາຍໃຫ້ພວກເຮົາຫວນຄືນຮີດ ຄອງອັນເກົ່າແກ່ອັນດີງາມ, ດັ່ງນັ້ນ ຊາວບ້ານໂຮມສຸກໄດ້ ເປັນເອກະ ພາບກັນເຮັດບຸນຢູນກຣະ ຂຶ້ນອີກ ຈົນມາເຖິງທຸກວັນນີ້ ລວມໄດ້ 24 ປີ. ສຳລັບກິດຈະກໍາພາຍໃນ ບຸນ ດັ່ງກ່າວ ຫົວໜ້າເຜົ່າ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ປະຊາຊົນພາຍ ໃນບ້ານ ແລະ ແຂກຖືກເຊີນໄດ້ພ້ອມ ກັນໄປແຫ່ເອົາເກິງ ທີ່ໄດ້ກະກຽມ ໄວ້ຢູ່ທ່ານໍ້າ ແລະ ແຫ່ໄປຕາມເສັ້ນ ທາງພາຍໃນບ້ານ ພ້ອມແຫ່ອ້ອມ ສະໂລກບ້ານ 3 ຮອບ ແລະ ດື່ມ ເຫລົ້າໄຫທີ່ໃສ່ດ້ວຍນໍ້າບັ້ງໃຫຍ່, ທັ່ງເກິງ, ທັ່ງບັ້ງ ຫລື ເຄື່ອງດົນຕີ ທີ່ເປັນເອກະລັກຂອງເຜົ່າ ເພື່ອສະ ແດງເຖິງຄວາມສາມັກຄີຂອງເຜົ່າ ກໍຄືປະຊາຊົນພາຍໃນບ້ານໃນການ ປົກປັກຮັກສາ ຮີດຄອງປະເພນີອັນ ດີງາມຂອງເຜົ່າກຶມມຸຣອກສືບຕໍ່ ໄປ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບ ຊົມລາຍການວັນນະຄະດີທີ່ສະແດງ ເຖິງວິຖິຊີວິດຂອງເຜົ່າກຶມມຸຣອກ ຢ່າງຄຶກຄື້ນມ່ວນຊື່ນ. ເຂົ້າໂຮງພິມ; ຈ່າຍຄ່າແຮງງານ ໃຫ້ນັກຂຽນ ແລະ ຜູ້ຮ່ວມງານຕາມ ລະບຽບການ. ບຸກຄະລາກອນຂອງສໍານັກພິມ ປະກອບດ້ວຍ: ຜູ້ອໍານວຍການ, ຮອງຜູ້ອໍານວຍການ, ຫົວໜ້າຄະ ນະບັນນາທິການ, ບັນນາທິການ, ນັກວິຊາການສໍານັກພິມ ແລະ ຜູ້ ຮ່ວມງານ ທີ່ໄດ້ຮັບການແຕ່ງຕັ້ງ ຫລື ຮັບມອບໝາຍຈາກເຈົ້າຂອງ ສໍານັກພິມ. ຜູ້ອໍານວຍການ ແມ່ນຜູ້ ບໍລິຫານງານສູງສຸດໃນສຳນັກພິມ ແລະ ຮັບຜິດຊອບໂດຍກົງຕໍ່ ເຈົ້າ ຂອງສໍານັກພິມ ແລະ ລະບຽບກົດ ໝາຍ. ຮອງຜູ້ອໍານວຍການ ເປັນ ຜູ້ຊ່ວຍວຽກຂອງຜູ້ອໍານວຍການ ແລະ ຮັບຜິດຊອບວຽກງານໃດໜຶ່ງ ແລະ ເປັນຜູ້ວ່າການແທນ ຕາມການ ມອບໝາຍ ໃນເວລາຜູ້ອໍານວຍ
RkJQdWJsaXNoZXIy MTc3MTYxMQ==