gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 05/04/2023 xtgmf]k; 4 3]d c]t gsfdko lld 4vf4vo[q fIPo ;PdIj ;,,n da [vq 'dko9a f8A 'lkdq o ltstra oc,j py 'dt-;'dko8j k'xtgmf lts]v';a oc,j py 'lkdq o 7q [Iv[ 1 1 3 xu ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມ ທົບທວນຄືນ ແລະ ຖອດຖອນບົດ ຮຽນປະຈຳປີ ກ່ຽວກັບວຽກງານ ການຮ່ວມມືກັບອົງການຈັດຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ, ສະມາ ຄົມ ແລະ ມູນນິທິ ໃຫ້ການຊ່ວຍ ເຫລືອຂະແໜງການສຶກສາ ແລະ ກິລາ ໃນລະຫວ່າງວັນທີ 30-31 ມີນາ 2023 ທີ່ແຂວງວຽງຈັນ ເພື່ອ ແລກປ່ຽນຄຳຄິດຄຳເຫັນ ແລະ ບົດ ຮຽນທີ່ຖອດຖອນໄດ້ຈາກການປະຕິ ບັດຕົວຈິງ ກ່ຽວກັບວຽກຮ່ວມມືຕະ ຫລອດປີ 2022 ຜ່ານມາ. ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາໄດ້ໃຫ້ຮູ້ວ່າ:ການປະກອບສ່ວນ ຊ່ວຍເຫລືອຂອງບັນດາປະເທດ ຕ່າງໆ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິ ໄດ້ຊ່ວຍຫລຸດຜ່ອນ ພາລະແບກຫາບການລົງທຶນຂອງ ລັດຖະບານ ເຂົ້າໃສ່ການສຶກສາ ເປັນຈຳນວນຫລວງຫລາຍ ກໍຄື ຊ່ວຍລັດຖະບານໃນການຈັດຕັ້ງ ແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະກໍໄດ້ປະກອບສ່ວນ ຊຸກຍູ້ການປະຕິບັດແຜນພັດທະນາ ການສຶກສາຂອງກະຊວງສຶກສາທິ ການ ແລະ ກິລາ ເປັນຕົ້ນ ແມ່ນໄດ້ ຊ່ວຍເຫລືອເດັກນ້ອຍນັກຮຽນຢູ່ ເຂດຫ່າງໄກສອກຫລີກ ໄດ້ເຂົ້າເຖິງ ການສຶກສາຂັ້ນພື້ນຖານ ແລະ ສິ່ງ ອຳນວຍຄວາມສະດວກຕ່າງໆເຊັ່ນ: ອາຄານຮຽນ, ຫໍສະໝຸດ, ຫໍພັກ, ຫ້ອງນໍ້າ, ນໍ້າສະອາດ, ອາຫານທ່ຽງ ໃນໂຮງຮຽນ, ເຄື່ອງນຸ່ງຫົ່ມ, ອຸປະ ກອນຮັບໃຊ້ການຮຽນການສອນ, ເຄື່ອງໃຊ້ຫ້ອງການ, ສະໜອງຄູ ສອນພາສາອັງກິດ, ໃຫ້ທຶນການສຶກ ສາ, ຊຸກຍູ້ກອງປະຊຸມສຳມະນາຝຶກ ອົບຮົມເຕັກນິກ ແລະ ທັກສະຕ່າງໆ ໃຫ້ພະນັກງານວິຊາການ, ຄູ-ອາ ຈານ ແລະ ນັກຮຽນ, ສົ່ງເສີມກິດຈະ ກຳກິລາ, ສະໜອງທຶນສ້າງເສດຖະ ກິດຄອບຄົວ ແລະ ການພັດທະນາ ຫລັກສູດໃນການຝຶກອົບຮົມ ຊຶ່ງໄດ້ ປະກອບສ່ວນຊ່ວຍຫລຸດຜ່ອນງົບ ປະມານຂອງລັດຖະບານເປັນຈຳ ນວນຫລວງຫລາຍ. ພິເສດໃນໄລ ຍະພະຍາດ ໂຄວິດ-19 ລະບາດຍັງ ໄດ້ຮັບການສະໜອງສິ່ງອຳນວຍ ຄວາມສະດວກຕ່າງໆ ເປັນຕົ້ນແມ່ນ ຜ້າອັດປາກ, ອ່າງລ້າງມື, ເຈວລ້າງ ມື, ສະບູ, ເຄື່ອງແທກອຸນຫະພູມ, ນໍ້າ ສະອາດ, ອາຫານ, ເຄື່ອງນຸ່ງຫົ່ມ, ອຸປະກອນປະກອບການຮຽນການ ສອນ, ທຶນການສຶກສາໃຫ້ນ້ອງນັກ ຮຽນຜູ້ທຸກຍາກ ແລະ ຜູ້ດ້ອຍໂອ ກາດ. ທ່ານ ພຸດ ສິມມາລາວົງ ຍັງໄດ້ ເນັ້ນອີກວ່າ: ເພື່ອສືບຕໍ່ປະສານງານ, ແລກປ່ຽນບົດຮຽນ, ຊຸກຍູ້ການປະຕິ ຂປລ. ສະຫະພັນແມ່ຍິງກະ ຊວງການຕ່າງປະເທດຈັດປາຖະກະ ຖາ ເພື່ອສະເຫລີມສະຫລອງວັນ ແມ່ຍິງສາກົນ ຄົບຮອບ 113 ປີ (ວັນທີ 8 ມີນາ 1910-8 ມີນາ 2023) ໃນວັນທີ 31 ມີນາ 2023 ຜ່ານມາໂດຍມີທ່ານນາງອິນລາວັນ ແກ້ວບຸນພັນ ປະທານສູນກາງສະ ຫະພັນແມ່ຍິງລາວ (ສສຍລ), ທ່ານ ທອງຜ່ານ ສະຫວັນເພັດ, ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາ ຊົນ, ມີຄະນະບໍລິຫານງານສະຫະ ພັນແມ່ຍິງກະຊວງການຕ່າງປະ ເທດ, ຕາງໜ້າຄະນະບໍລິຫານງານ ສະຫະພັນກໍາມະບານ ແລະ ເລຂາ ຄະນະບໍລິຫານງານຊາວໜຸ່ມກະ ບັດກິດຈະກຳໂຄງການຂອງໂຄງ ການໃຫ້ມີປະສິດທິພາບ ແລະ ປະສິດ ທິຜົນສູງ ພວກເຮົາຕ້ອງເອົາໃຈໃສ່ ການປະຕິບັດກິດຈະກຳໃຫ້ໄດ້ຮັບ ໜາກຜົນ ແລະ ປະສິດທິພາບສູງ; ຕ້ອງມີກົນໄກການປະສານງານໃນ ການຈັດຕັ້ງປະຕິບັດກິດຈະກຳຢູ່ ເປົ້າໝາຍໂຄງການລະຫວ່າງທ້ອງ ຖິ່ນ, ສູນກາງ ແລະ ອົງການສາກົນ ທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິໃຫ້ຈອດກັນ; ການຄຸ້ມ ຄອງ, ການຕິດຕາມ, ກວດກາ, ການ ປະເມີນຜົນກິດຈະກຳໂຄງການແລະ ການສົ່ງບົດສະຫລຸບລາຍງານໃຫ້ ພາກສ່ວນທີ່ກ່ຽວຂ້ອງຮັບຊາບຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ; ແຕ່ລະ ພາກສ່ວນຕ້ອງກຳໄດ້ ແລະ ເຂົ້າໃຈ ພາລະບົດບາດ ແລະ ໜ້າທີ່ຂອງ ຕົນທີ່ກຳນົດຢູ່ບົດບັນທຶກຄວາມ ເຂົ້າໃຈ, ຂໍ້ຕົກລົງ ແລະ ກິດຈະກຳ ຕ່າງໆເຊັ່ນ: ຂັ້ນກະຊວງເຮັດຫຍັງ, ຂັ້ນແຂວງເຮັດຫຍັງ, ຂັ້ນເມືອງເຮັດ ຫຍັງ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ສະມາຄົມ ແລະ ມູນນິທິເຮັດຫຍັງຕາມໜ້າທີ່ ຂອງໃຜລາວ; ການຮັບເອົາການ ຊ່ວຍເຫລືອຕ້ອງໄດ້ເອົາໃຈໃສ່ ແລະ ຜ່ານລະບົບປະຕູດຽວ; ກ່ອນຈະ ດຳເນີນກິດຈະກຳໃດໜຶ່ງຕ້ອງໄດ້ ຮັບອະນຸມັດຈາກກະຊວງການຕ່າງ ປະເທດກ່ອນ ໂດຍຜ່ານອົງການຈັດ ຕັ້ງທີ່ກ່ຽວຂ້ອງຈຶ່ງລົງມືຈັດຕັ້ງ ປະຕິບັດ; ພະນັກງານຊ່ຽວຊານ ຕ່າງປະເທດ ທີ່ລະບຸໃນບົດບັນທຶກ ຄວາມເຂົ້າໃຈ ທີ່ເຂົ້າມາເຄື່ອນໄຫວ ວຽກຢູ່ ສປປ ລາວ ຈະເປັນເວລາ 1 ຫລື 2 ວັນ ກໍຕ້ອງໄດ້ຖືວິຊາປະ ເພດ &#-2; ດ້ານງົບປະມານ ຈະ ໄດ້ເພີ່ມເທົ່າໃດກໍຕ້ອງໄດ້ຂໍອະນຸ ຍາດນຳໃຊ້ນຳພາກສ່ວນກ່ຽວຂ້ອງ ແລະ ກະຊວງຕ່າງປະເທດ. ຂ່າວ: ສົງການ ພັນແພງດີ ຊວງການຕ່າງປະເທດ, ພ້ອມດ້ວຍ ບັນດາພະນັກງານ ເພດຍິງຂອງກະ ຊວງການຕ່າງປະເທດເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ ຄະນະບໍລິຫານ ງານພັກກະຊວງ, ປະທານຄະນະບໍ ລິຫານງານສະຫະພັນແມ່ຍິງກະ ຊວງການຕ່າງປະເທດ ໄດ້ຜ່ານບົດ ສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນ ການເຄື່ອນໄຫວ ປະຈໍາປີ 2023 ຂອງສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ໂດຍໄດ້ຍົກໃຫ້ເຫັນ ເຖິງຜົນສໍາເລັດອັນພົ້ນເດັ່ນໃນການ ປະຕິບັດວຽກງານໃນດ້ານຕ່າງໆ ໃນໄລຍະ 1 ປີ ຜ່ານມາ ເຊິ່ງເອື້ອຍ ນ້ອງແມ່ຍິງໄດ້ເຄື່ອນໄຫວວຽກງານ ຂອງສະຫະພັນແມ່ຍິງໄປຄຽງຄູ່ກັບ ການເຄື່ອນໄຫວວຽກງານດ້ານ ວິຊາສະເພາະ ທັງເຄື່່ອນໄຫວຕາມ ແຜນການປະຈຳປີ ແລະ ນອກແຜນ ການຢ່າງມີປະສິດທິພາບ ແລະ ມີຜົນ ສໍາເລັດອັນຈົບງາມ ເຊິ່ງສະແດງ ອອກໃນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ຂອງສູນກາງສະຫະພັນແມ່ ຍິງລາວ, ຜ່ານການຈັດຕັ້ງປະຕິບັດ ຕົວຈິງ ໃນປີ 2022 ສາມາດຄັດ ເລືອກໄດ້ ໜ່ວຍ/ຈຸ 3 ດີ ປະເພດ I, ຈຳນວນ 51 ໜ່ວຍ/ຈຸ (ຢູ່ພາຍໃນ 17 ໜ່ວຍ ແລະ ຕ່າງປະເທດ 34 ໜ່ວຍ/ຈຸ) ແລະ ມີບຸກຄົນ 3 ດີ ປະເພດ I, 334 ສະຫາຍ (247 ສະຫາຍຢູ່ພາຍໃນປະເທດ ແລະ 87 ສະຫາຍຢູ່ຕ່າງປະເທດ). ໃນໂອກາດນີ້, ທ່ານ ນາງ ອິນລາວັນແກ້ວບຸນພັນກໍໄດເລົ່າມູນ ເຊື້ອປະຫວັດຄວາມເປັນມາຂອງວັນ ແມ່ຍິງສາກົນ, ພ້ອມທັງໄດ້ຍົກໃຫ້ ເຫັນບົດບາດຄວາມສໍາຄັນຂອງ ແມ່ຍິງໃນຂົງເຂດວຽກງານຕ່າງໆ ໃນທົ່ວໂລກກໍຄືແມ່ຍິງລາວໃນຂອບ ເຂດທົ່ວປະເທດ ເພື່ອສືບຕໍ່ປົກປ້ອງ ສິດຜົນປະໂຫຍດອັນຊອບທໍາຂອງ ແມ່ຍິງ, ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງແລະ ຮັບປະກັນການປະ ຕິບັດຄວາມສະເໝີພາບຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມປະ ກອບສ່ວນເຂົ້າໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ. ພ້ອມດຽວກັນນັ້ນ, ປະທານ ສສຍລ ຍັງໄດ້ໃຫ້ກຽດມີຄຳເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ເອື້ອຍ ນ້ອງແມ່ຍິງກະຊວງການຕ່າງປະ ເທດ ເຊິ່ງໄດ້ເນັ້ນໜັກບາງຈຸດໂດຍ ສະເພາະແມ່ນຄວາມໜັກແໜ້ນທາງ ດ້ານແນວຄິດການເມືອງ, ການຮັກ ສາຄວາມສາມັກຄີພາຍໃນ, ຄວາມ ບຸກໜ້າບືນຕົວ ແລະ ພັດທະນາຕົນ ເອງເລື້ອຍໆ ເພື່ອເຮັດວຽກຄຽງ ບ່າຄຽງໄຫລ່ກັບເພດຊາຍ ເຂົ້າຮ່ວມ ຂະບວນການສ້າງສາພັດທະນາປະ ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ເສີມຂະຫຍາຍ... ນວ ກຽມສະຫລອງ... ພິທີທາງສາສະໜາ) ເຊີນສະເພາະ ພະສົງ, ການຈັດຕັ້ງ, ເຖົ້າແກ່ແນວ ໂຮມເວລາ 14:00 ໂມງ ເລີ່ມພິທີແຫ່ ພະພຸດທະຮູບມິ່ງເມືອງ ທີ່ວັດອິນ ແປງຕາມຖະໜົນເສດຖາທິລາດຫາ ນ້ຳພຸແລ້ວຂຶ້ນມາທາງແຄມຂອງຫາ ວັດອິນແປງ ປະກອບມີກ້ອນກໍາລັງ ປ້າຍຄຳຂວັນ ພະສົງ 66 ອົງ, ລາດ ສະລົດແຫ່ພະພຸດທະຮູບມິ່ງບ້ານ ເມືອງ, ລົດພາບາສີ ມີພະສົງໃຫຍ່ ນັ່ງ ເທິງ 4 ອົງ, ຂະບວນການຈັດຕັ້ງ ເຖົ້າແກ່ແນວໂຮມນວ, ເມືອງ, ບ້ານ, ລົດມະໂຫລີ, ຂະບວນສິລະປະ ແລະ ກາຍຍະສິນ, ຂະບວນນັກກິລາທີ່ໄດ້ ຮັບຫລຽນຈາກການແຂ່ງຂັນຊຽງ ຂວາງເກມ 50ທ່ານ, ກ້ອນອົງການ ຈັດຕັ້ງມະຫາຊົນ, ກ້ອນຂະບວນແຫ່ ບ້ານວັດທະນະທຳນາຊາຍທອງ, ກ້ອນມວນຊົນທົ່ວໄປ ແລະ ລົດເຈົ້້າ ໜ້າທີ່. ທ່ານນາງວິໄລວອນຈັນທະລາຕີ ໄດ້ໃຫ້ຮູ້ອີກວ່າ: ບຸນປີໃໝ່ລາວ ພສ 2566 ທີ່ນະຄອນຫລວງວຽງ ຈັນ ວັນທີ 14-15-16 ເມສາ 2023 ຈັດຂຶ້ນພາຍໃຕ້ຄໍາຂັວນ“ນວ ສະຫລອງບຸນປີໃໝ່ລາວ ກ້າວສູ່ ເມືອງວັດທະນະທຳອາຊຽນ” ປະ ກອບມີ 3 ເນື້ອໃນຄຳສັ່ງ, 6 ຂໍ້ຫາມ ເຊິ່ງມີຈຸດປະສົງ ເພື່ອເປັນການອະນຸ ລັກຮັກສາວັດທະນະທຳ ແລະ ຮີດ ຄອງປະເພນີອັນດີງາມຂອງການ ຫລິ້ນບຸນກຸດສົງການປີໃໝ່ລາວໃຫ້ ຖືກຕ້ອງສອດຄ່ອງ ແລະ ມີບັນຍາ ກາດເບີກບານມ່ວນຊື່ນ. ພ້ອມນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມວຽກ ງານການທ່ອງທ່ຽວ ຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ, ຕິດພັນກັບວຽກງານຟື້ນຟູ ເສດຖະກິດພາຍຫລັງທີ່ຖືກຜົນກະ ທົບ ຈາກການລະບາດພະຍາດໂຄ ວິດ-19 ມາເປັນເວລາ 3 ປີ ໃຫ້ກັບ ຄືນມາມີບັນຍາກາດ ເພື່ອໃຫ້ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ໄດ້ມາທ່ຽວຫລິ້ນຢູ່ ນວ ໃນ ໂອກາດບຸນປີໃໝ່ລາວໃຫ້ຫລາຍ ຂຶ້ນ, ຫລຸດຜ່ອນໃຫ້ຄົນໃນຕົວເມືອງ ເດີນທາງອອກໄປທ່ຽວຕ່າງແຂວງ ແລະ ຕ່າງປະເທດໃຫ້ໜ້ອຍລົງເຊິ່ງ ການຫລິ້ນບຸນກຸດສົງການປີໃໝ່ ລາວຂອງ ນວ ໄດ້ກໍານົດເຂດຄຸ້ມຕົວ ເມືອງເກົ່າ ອັນເປັນຈຸດເດັ່ນທີ່ນັກ ທ່ອງທ່ຽວຮູ້ຈັກໄດ້ຕິດພັນກັບວັດທະ ນະທຳ ແລະ ຖືກຈັດເຂົ້າໃນປະຕິທິນ ການທ່ອງທ່ຽວໃນແຕ່ລະປີ. ສ່ວນຄາດໝາຍ ແມ່ນຮັກສາໄດ້ ການຫລິ້ນບຸນປີໃໝ່ລາວ ດ້ວຍບັນ ຍາກາດເບິກບານມ່ວນຊື່ນຖືກຕ້ອງ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງ ຊາດຮັກສາໄດ້ຄວາມສະຫງົບ,ປອດ ໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ ຈົບງາມປາສະຈາກ ລາວນໍາໂດຍສະຫາຍທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດ ສູນກາງພັກໄດ້ດໍາເນີນການຢ້ຽມ ຢາມ ເເລະ ພົບປະເຮັດວຽກກັບສາມ ພັກການເມືອງໃນ ສ ຣັດເຊຍ ຄື: ພັກກອມມູນິດສະຫະພັນຣັດເຊຍ, ພັກຣັດເຊຍເອກະພາບແລະພັກກອມ ມູນິດຊາວກອມມູນິດຣັດເຊຍ. ການຢ້ຽມຢາມສາມພັກການ ເມືອງໃນຄັ້ງນີ້, ເພື່ອເປັນການສືບຕໍ່ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບກັບສາມພັກການ ເມືອງດັ່ງກ່າວ ໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ມີປະສິດທິຜົນ ຍິ່ງຂຶ້ນ ເພື່ອປະກອບສ່ວນຢ່າງຕັ້ງ ໜ້າໃຫ້ແກ່ການເສີມຂະຫຍາຍການ ພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍກ້າວ ຂຶ້ນສູ່ລະດັບໃໝ່ ໃຫ້ນັບມື້ນັບເກີດ ດອກອອກຜົນ ແລະ ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດຮ່ວມກັນຫລາຍ ຂຶ້ນ. ຄະນະຜູ້ແທນພັກ ປປ ລາວ ໄດ້ ຕີລາຄາສູງຕໍ່ມູນເຊື້ອການພົວພັນ ລະຫວ່າງ ພັກ, ລັດຖະບານ ແລະ ປະຊາຊົນລາວ ກັບ ພັກ, ລັດຖະ ບານ ແລະ ປະຊາຊົນຣັດເຊຍ, ໄດ້ ແຈ້ງ ສະພາບການພົ້ນເດັ່ນຂອງ ສປປລາວ, ປຶກສາຫາລືກ່ຽວກັບທິດ ທາງການຮ່ວມມືໃນຕໍ່ໜ້າ, ໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການສະໜັບສະໜູນ ແລະ ການ ຊ່ວຍເຫລືອຂອງສາມພັກດັ່ງກ່າວ ໃນການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ຣັດເຊຍ ເເລະ ລາວ ໃນ ປັດຈຸບັນ ກໍຄື ການຊ່ວຍເຫລືອຂອງ ອະດີດສະຫະພາບໂຊວຽດ ໃນພາ ລະກິດການປະຕິວັດຂອງປະຊາຊົນ ລາວໃນເມື່ອກ່ອນ. ການນໍາຂອງ ສາມພັກ ກໍໄດ້ເນັ້ນເຖິງຄວາມສໍາຄັນ ໃນການສືບຕໍ່ພົວພັນຮ່ວມມືໃນຂົງ ເຂດຕ່າງໆນໍາກັນ ເຊັ່ນ: ດ້ານການ ເມືອງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການສ້າງຊັບພະ ຍາກອນມະນຸດ ຕາມເງື່ອນໄຂສະ ດວກຂອງແຕ່ລະຝ່າຍ ລວມທັງ ການເສີມຂະຫຍາຍການພົວພັນ ຕໍ່ຈາໜ້າ ຕໍ່ຈາໜ້າ ຂີ້ເຫຍື້ອ, ສິ່ງເສດເຫລືອຕາມນາມ ມະຍົດເມືອງທ່ອງທ່ຽວສະອາດ ອາຊຽນ ສາມາດດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມຢູ່ ນວ ໃນ 3 ວັນ ໃຫ້ໄດ້ 25% ຂອງຕົວເລກຄາດ ໝາຍນັກທ່ອງທ່ຽວປີ 2023. ສຳລັບກິດຈະກຳຢູ່ຕາມແຕ່ລະ ເມືອງຖືວ່າຢູ່ຕາມວັດວາອາລາມ ຕ່າງໆມີພິທີຫົດສົງນໍ້າພະ ສຳລັບ ຫາດຊາຍແລະກິດຈະກຳການທ່ອງ ທ່ຽວ ຕາມສະຖານທີ່ທ່ອງທ່ຽວ ຕ່າງໆເປັນປົກກະຕິ. ພິເສດ ຢູ່ເມືອງ ສັງທອງ ມີກິດຈະກຳເປີດຫາດຊາຍ ຢູ່ແຄມຂອງ ເຂດບ້ານອ່າງນ້ອຍ, ເປັນຫາດຊາຍທີ່ສວຍງາມ ສ່ວນ ການບໍລິການໂຮມແຮມ, ເຮືອນພັກ, ຮ້ານອາຫານໄດ້ມີການລົງປະເມີນ ມາດຕະຖານ ເພື່ອໃຫ້ໄດ້ຄຸນນະ ພາບ ແລະ ແນະນຳໃຫ້ເປີດບໍລິການ ປົກກະຕິ ເພື່ອຮອງຮັບນັກທ່ອງທ່ຽວ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ຽວ ໃຫ້ມີຄວາມສະດວກສະບາຍ ແລະ ພຽງພໍກັບຈຳນວນນັກທ່ອງທ່ຽວ ທີ່ຈະເຂົ້າມາ. ຮ່ວມມືໃນຂົງເຂດລັດຖະສະພາ ເເລະ ອົງການຈັດຕັ້ງມະຫາຊົນ. ໃນໂອກາດການຢ້ຽມຢາມຄັ້ງນີ້, ຕາງໜ້າພັກ ປປ ລາວ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ ໄດ້ລົງນາມໃນສັນຍາສະບັບປັບປຸງ ໃໝ່ ວ່າດ້ວຍການຮ່ວມມື ລະຫວ່າງ ພັກປປລາວແລະ ພັກກອມມູນິດສະ ຫະພັນຣັດເຊຍ ໃນໄລຍະໃໝ່. ນອກຈາກນີ້, ຄະນະຜູ້ແທນພັກ ປປລາວຍັງໄດ້ເຂົ້າຮ່ວມກອງປະຊຸມ ຮອບປະຖົມມະລຶກຂອງຄະນະກຳ ມະການຈັດຕັ້ງກອງປະຊຸມສາກົນ ເຊິ່ງຈັດຂຶ້ນໃນວັນທີ30ມີນາ2023, ທີ່ນະຄອນຫລວງມົດສະກູ, ສະຫະ ພັນຣັດເຊຍ ໂດຍການເປັນເຈົ້າພາບ ຂອງພັກຣັດເຊຍເອກະພາບ, ມີຄະ ນະຜູ້ແທນຈາກ 15 ພັກການເມືອງ ທີ່ມາຈາກ ອາຊີ, ອາຟຣິກາ, ອາ ເມລິກາລາຕິນ, ເອີຣົບ ແລະ 1 ອົງການຈັດຕັ້ງສາກົນ (ໄອແຄັບ IC"11) ເຂົ້າຮ່ວມ. ໃນນີ້, ເຂົ້າ ຮ່ວມແບບເຊິ່ງໜ້າມີ 7 ພັກ ເເລະ ເເບບອອນລາຍມີ 8 ພັກການເມືອງ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ຫລາຍບັນຫາສໍາຄັນທີ່ເປັນພື້ນ ຖານ ເພື່ອກະກຽມໃຫ້ແກ່ການຈັດ ກອງປະຊຸມເວທີປຶກສາຫາລື ຂອງ ບັນດາຝ່າຍສະໜັບສະໜູນການຕໍ່ ສູ້ຕ້ານການປະຕິບັດຂອງລັດທິລ່າ ເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່ ຊຶ່ງຈະຈັດຂຶ້ນໃນເດືອນ ຕຸລາ 2023 ທີ່ຈະມາເຖິງນີ້ ໂດຍມີຈຸດປະສົງ ເພື່ອເຕົ້າໂຮມຄວາມເປັນເອກະພາບ ຂອງບັນດາກໍາລັງການເມືອງ ແລະ ສັງຄົມທີ່ກ້າວໜ້າຂອງບັນດາປະ ເທດ ແລະ ທະວີບຕ່າງໆ ໃນໂລກ ເພື່ອຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແບບໃໝ່. ໃນກອງປະຊຸມດັ່ງກ່າວ, ຫົວໜ້າ ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະ ກອບຄໍາເຫັນໂດຍໄດ້ສະແດງຄວາມ ຍິນດີຕໍ່ແນວຄິດລິເລີ່ມຂອງພັກ ຣັດ ເຊຍເອກະພາບ ໃນການຈັດກອງປະ ຊຸມເວທີປຶກສາຫາລືດັ່ງກ່າວ; ຕາງ ໜ້າພັກ ປປ ລາວ ໄດ້ສົ່ງຄໍາຢື້ຢາມ ຖາມຂ່າວ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດແຫ່ງ ສປປ ລາວ ເຖິງສະ ຫາຍ ດີມິຕຣີ ອານາໂຕລິເຢວິດ ເມດເວເດບ ປະທານພັກຣັດເຊຍ ເອກະພາບ, ຮອງປະທານສະພາ ຄວາມໝັ້ນຄົງແຫ່ງສະຫະພັນ ຣັດເຊຍ; ຍົກໃຫ້ເຫັນແນວທາງ ຂອງພັກ ແລະ ນະໂຍບາຍຕ່າງປະ ເທດຂອງພັກ; ຢືນຢັນຄືນຄວາມ ໝາຍໝັ້ນຂອງພັກປປລາວໃນການ ເສີມສ້າງການຮ່ວມມືແບບຕ່າງຝ່າຍ ຕ່າງມີຜົນປະໂຫຍດ ບົນພື້ນຖານ 5 ຫລັກການແຫ່ງການຢູ່ຮ່ວມກັນ ໂດຍສັນຕິ ກໍຄື ບັນດາຫລັກການ ແລະ ລະບຽບການຂອງກົດບັດ ສປຊ ແລະ ກົດໝາຍສາກົນ ເປັນ ຕົ້ນ ການເຄົາລົບເອກະລາດ, ອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງບັນດາປະເທດສະມາ ຊິກ, ບໍ່ແຊກແຊງເຂົ້າໃນກິດຈະການ ພາຍໃນຂອງກັນ ແລະ ກັນ; ຢືນຢັນ ຄວາມໝາຍໝັ້ນໃນການສືບຕໍ່ຮ່ວມ ມື ແລະ ເຮັດວຽກຢ່າງໃກ້ຊິດ ກັບ ພັກຣັດເຊຍເອກະພາບ ແລະ ບັນດາ ພັກເພື່ອນມິດ ແລະ ກໍາລັງທີ່ກ້າວ ໜ້າຂອງບັນດາປະເທດຈາກອາຊີ, ອາຟຣິກາ, ອາເມລິກາລາຕິນ ແລະ ເອີຣົບ ໃນການຕໍ່ສູ້ກັບການປະພຶດ ແບບລັດທິລ່າເມືອງຂຶ້ນແບບໃໝ່. ຂ່າວ-ພາບ: ຄຕພ
RkJQdWJsaXNoZXIy MTc3MTYxMQ==