5593

xtgmf]k; 3 05/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສາຍສະໝອນ ແກ້ວວິສິດ ບົດສະເໜີ dkozt]y frn fza d0v'xt-k-q o[h kooEpvogdqj k dkpgxa omk'g]n vd|b j 'mu j cdh w07;k,m5 dpkd mkfcmh c]t ,6 og-N vlts'j k'k, 0v'de]a 'xh v'da o7;k,lts'q [xt-k-q o]k; (ໃນໂອກາດ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ 5 ເມສາ 1961- 5 ເມສາ 2023 ຄົບຮອບ 62 ປີ) * ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ເປັນກຳລັງປະກອບ ອາວຸດທີ່ແຫລມຄົມ, ຈົງຮັກພັກ ດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາ ເຜົ່າ, ເປັນກຳລັງປະກອບອາວຸດວິ ລະຊົນຂອງຊາດລາວວິລະຊົນດ້ວຍ ເຫດນັ້ນທາດແທ້ຂອງກຳລັງປ້ອງ ກັນຄວາມສະຫງົບ ປະຊາຊົນລາວ ຈຶ່ງແມ່ນກໍາລັງປະກອບອາວຸດປະຕິ ວັດຂອງພັກໂດຍແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ສ້າງຕັ້ງ, ນຳ ພາເດັດຂາດ, ໂດຍກົງ ແລະ ຮອບ ດ້ານ. ເປັນກໍາລັງມາຈາກປະຊາ ຊົນ, ໂດຍປະຊາຊົນ ແລະ ເພື່ອປະ ຊາຊົນ; ຍາມໃດກໍຮັບໃຊ້ປະຊາຊົນ ຢ່າງບໍ່ມີຂອບເຂດ ແລະ ເງື່ອນໄຂ. ແມ່ນກໍາລັງປະກອບອາວຸດປະຕິວັດ ທີ່ມີລະບຽບວິໄນເຂັ້ມງວດ, ບໍ່ວ່າ ເວລາໃດ ໃນສະຖານະການໃດກໍ ເດັດດ່ຽວ, ເດັດຂາດຕໍ່ສັດຕູ. ຕະຫລອດໄລຍະ 62 ປີຜ່ານມາ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ແມ່ນມີຄວາມຈົງຮັກພັກດີຕໍ່ ພັກ, ຕໍ່ປະເທດຊາດ, ຕໍ່ອຸດົມການ ສັງຄົມນິຍົມ ແລະ ພຶດຕິກໍາແຫ່ງ ການຕໍ່ສູ້ກູ້ຊາດອັບຍືດເຍື້ອຍາວ ນານໄດ້ຢັ້ງຢືນຢ່າງຈະແຈ້ງແລ້ວ ວ່າ: ກໍາລັງປະກອບອາວຸດພວກ ເຮົາແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ ແລະ ເພື່ອປະຊາຊົນ ພາຍ ໃຕ້ການນໍາພາ ແລະ ສຶກສາອົບຮົມ ຈາກພັກ. ສະນັ້ນ, ຍາມໃດກໍມີຄວາມ ຈົງຮັກພັກ, ບໍລິສຸດຜຸດຜ່ອງ, ມີລະ ບຽບແບບແຜນທີ່ເຂັ້ມງວດ,ມີຄວາມ ເດັດດ່ຽວໜຽວແໜ້ນພິລະອາດ ຫານ, ມີນ້ໍາໃຈເສຍສະຫລະອັນສູງ ສົ່ງ ເພື່ອຊາດ, ເພື່ອປະຊາຊົນ, ເພື່ອ ອຸດົມການສັງຄົມນິຍົມ. ມີມູນເຊື້ອ ລົງຮາກຖານປຸກລຸກຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນ. ໃນພາລະກິດປະຕິວັດປົດປ່ອຍຊາດ ໃນ ເມື່ອກ່ອນກໍຄືພາລະກິດປະຕິວັດ ປົກປັກຮັກສາ ແລະ ສ້າງສາພັດທະ ນາ ປະເທດຊາດໃນປັດຈຸບັນກຳລັງ ປ້ອງກັນຄວາມສະຫງົບ ໄດ້ຖືສໍາ ຄັນຕໍ່ວຽກງານລົງຮາກຖານປຸກ ລຸກຂົນຂວາຍ ແລະ ໃກ້ຊິດຕິດແທດ ກັບປະຊາຊົນ (ຮ່ວມສຸກ, ຮ່ວມທຸກ ກັບປະຊາຊົນ) ອັນນີ້ທັງແມ່ນມູນ ເຊື້ອ ແລະ ທັງແມ່ນໜ້າທີ່ຍຸດທະ ສາດໃນແຕ່ລະໄລຍະຂອງພັກເຮົາ. ມີມູນເຊື້ອສູ້ຮົບພິລະອາດຫານ ແລະ ຕໍ່ສູ້ບໍ່ຍອມຈໍານົນກັບສັດຕູ ແລະ ກຸ່ມ ຄົນບໍ່ດີ. ພຶດຕິກໍາແຫ່ງການຕໍ່ສູ້ກູ້ ຊາດຍືດເຍື້ອຍາວນານ, ດຸເດືອດ, ຂ້ຽວຂາດ, ກໍາລັງປ້ອງກັນຄວາມ ສະຫງົບພວກເຮົາຍາມ ໃດກໍເດັດ ດ່ຽວໜຽວແໜ້ນມີຄວາມອາດຫານ ບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງ ຍາກ ແລະ ອຸປະສັກຕ່າງໆ ແລະ ມີ ໄຫວພິບເພື່ອເອົາຊະນະສັດຕູກໍາລັງ ພວກເຮົາໄດ້ໃຊ້ສິລະປະຍຸດ ຍຸດທະ ວີທີຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມ ແຂງ, ຍິ່ງສູ້ຮົບກໍຍິ່ງມີໄຊຊະນະ, ສາມາດຕີເອົາຊະນະຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ແລະ ປົດປ່ອຍຊາດມາໄດ້ຢ່າງສົມ ບູນ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ກໍາລັງປ້ອງກັນຄວາມສະຫງົບ ພວກເຮົາ ກໍໄດ້ຕັ້ງໜ້າເຮັດວຽກ ງານປ້ອງກັນຄວາມສະຫງົບໄດ້ດີ; ສາມາດທັບມ້າງທຸກກົນອຸບາຍທໍາ ລາຍມ້າງເພ ຂອງພວກຈັກກະພັດ ພາຍນອກ ແລະ ບັນດາອິດທິກໍາລັງ ທີ່ເປັນປໍລະປັກ, ປົກປັກຮັກສາສະ ຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍທາງດ້ານ ສັງຄົມ. ມີມູນເຊື້ອດຸໝັ່ນຂະຫຍັນ ພຽນໃນການອອກແຮງງານ, ເພີ່ມ ພູນຜະລິດຜົນ; ປະຢັດມັດທະຍັດ, ເພິ່ງຕົນເອງ-ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ກົມ ກອງຕັ້ງຢູ່ໃສກໍເພີ່ມພູນຢູ່ບ່ອນນັ້ນ ເພື່ອຮັບປະກັນໃຫ້ກົມກອງມີ ຄວາມ ສາມາດກຸ້ມຕົນເອງທາງດ້ານສະ ບຽງອາຫານ, ຮັບປະກັນໃນການສູ້ ຮົບ, ເຮັດຫລ້ອນໜ້າທີ່ເປັນຢ່າງດີ ແລະ ປັບປຸງຊີວິດການເປັນ ຢູ່ຂອງ ພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອ ລະກ້າວ. ມີມູນເຊື້ອສາມັກຄີເປັນເອ ກະພາບພາຍໃນ ແລະ ສາມັກຄີກັບ ປະຊາຊົນບັນດາເຜົ່າຢ່າງແໜ້ນ ແຟ້ນ. ຍາມໃດກໍຢຶດໝັ້ນຄວາມສາ ມັກຄີເປັນເອກະພາບພາຍໃນ, ປະຕິ ບັດການພົວພັນລະຫວ່າງກຳລັງ ປະກອບອາວຸດກັບປະຊາຊົນຄືປາ ກັບນ້ຳ, ສ້າງກ້ອນກຳລັງສາມັກຄີ ເປັນປຶກແຜ່ນກັບປະຊາຊົນບັນດາ ເຜົ່າ, ອີງໃສ່ປະຊາຊົນ ແລະ ໄດ້ຮັບ ການອູ້ມຊູຊ່ວຍເຫລືອເບິ່ງແຍງ ລ້ຽງດູຈາກປະຊາຊົນບັນດາເຜົ່າ, ເຂົາເຈົ້າບໍ່ພຽງແຕ່ໄດ້ອຸທິດວັດຖຸ ແລະ ຈິດໃຈໃຫ້ກຳລັງພວກເຮົາແຕ່ ຍັງໄດ້ຈັດສົ່ງລູກຫÌ ານຂອງຕົນປະ ກອບສ່ວນເຂົ້າໃນຖັນແຖວກຳລັງ ປ້ອງກັນຄວາມສະຫງົບ ແລະ ຊ່ວຍ ເປັນຫູເປັນຕາໃນການຮັກສາຄວາມ ສະຫງົບຂອງບ້ານ-ເມືອງ. ເປັນກຳລັງທີ່ ມີລະບຽບວິໄນ, ມີ ສະຕິຕໍ່ການຈັດຕັ້ງແລະ ປະຕິບັດຄໍາ ສັ່ງເຂັ້ມງວດ. ຍາມໃດກໍມີສະຕິຕໍ່ ການຈັດຕັ້ງ, ປະຕິບັດລະບຽບວິໄນ ຢ່າງເຂັ້ມງວດກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ຖືລະບຽບວິໄນແມ່ນວິນ ຍານຂອງກໍາລັງປ້ອງກັນຄວາມ ສະຫງົບ. ມີມູນເຊື້ອພົວພັນຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ. ເລີ່ມແຕ່ຫົວທີ່ ກໍາລັງ ປ້ອງກັນຄວາມສະຫງົບໄດ້ພົວພັນ ສາມັກຄີຮ່ວມມື ແລະ ຍາດແຍ່ງເອົາ ການສະໜັບສະໜູນ, ການຊ່ວຍ ເຫລືອຂອງບັນດາປະເທດເພື່ອນ ມິດທີ່ກ້າວໜ້າໃນໂລກ, ສາມັກຄີພິ ເສດກັບກໍາລັງຕໍາຫລວດແລະປະຊາ ຊົນຫວຽດນາມ, ສາມັກຄີແລະ ຮ່ວມ ມືຮອບດ້ານກັບກໍາລັງສັນຕິບານ ແລະ ປະຊາຊົນ ຈີນ, ພົວພັນຮ່ວມມື ກັບກໍາລັງຕໍາຫລວດອາຊຽນ ແລະ ສາກົນ. * ບ້ານນ້ຳຍອນເກົ່າ ເມືອງຫ້ວຍ ຊາຍ ແມ່ນບ້ານໜຶ່ງທີ່ຢູ່ຫ່າງຈາກ ເທສະບານ ແຂວງບໍ່ແກ້ວ ພຽງແຕ່ 20 ກິໂລແມັດ, ມີເສັ້ນທາງຫລວງ ປູຢາງຜ່ານ ເຮັດໃຫ້ເຂົ້າເຖິງບ້ານ ໄດ້ຢ່າງສະດວກສະບາຍ, ມີເນື້ອ ທີ່ທຳການຜະລິດຕິດແຄມແມ່ນໍ້າ ຂອງທີ່ເປັນດອນຮາບພຽງ ແລະ ອຸດົມສົມບູນເໝາະສົມໃຫ້ແກ່ການ ປູກຝັງພືດຜັກປະເພດຕ່າງໆໄດ້ ຈະເລີນເຕີບໂຕດີ, ຖືວ່າເປັນເຂດ ການຜະລິດພືດຜັກທີ່ສຳຄັນ ທີ່ ແຂວງບໍ່ແກ້ວ ໃຫ້ການຊຸກຍູ້ ເພື່ອ ຜະລິດພືດຜັກສະໜອງຕະຫລາດ ພາຍໃນແຂວງໃຫ້ພຽງພໍ. ໃນທຸກໆ ປີ ເມື່ອແມ່ນໍ້າຂອງບົກແຫ້ງລົງ ແມ່ນເລີ່ມເຂົ້າສູ່ການຜະລິດພືດຜັກ, ປະຊາຊົນບ້ານນ້ຳຍອນເກົ່າ ກວມ ເອົາ 70%ໄດ້ຖືເອົາການປູກພືດຜັກ ແບບປະສົມປະສານຂາຍ ເພື່ອສ້າງ ລາຍຮັບເສີມໃຫ້ແກ່ຄອບຄົວ. ປ້າ ສາຍຄຳ ສຸທະພັນ ຊາວສວນ ບ້ານນໍ້າຍອນ ໃຫ້ສໍາພາດວ່າ: ປັດ ຈຸບັນການປູກພືດຜັກແມ່ນມີຄວາມ ສະດວກຫລາຍ ເພາະວ່າທາງການ ຈັດຕັ້ງພັກ-ລັດໄດ້ໃຫ້ການຊຸກຍູ້ສົ່ງ ເສີມນຳລະບົບໄຟຟ້າມາຕິດຕັ້ງ ເຂດ ທຳການຜະລິດຂອງປະຊາຊົນ ແລະ ໃຫ້ການແນະນຳດ້ານເຕັກນິກ ວິຊາການຈຳນວນໜຶ່ງ, ເຮັດໃຫ້ ຫລຸດຜ່ອນການນໍາໃຊ້ແຮງງານ ແລະ ການຜະລິດກໍເພີ່ມຂຶ້ນຢ່າງຕໍ່ ເນື່ອງ, ພືດຜັກທີ່ນຳມາປູກສ່ວນ ຫລາຍແມ່ນປູກແບບປະສົມປະ ສານ ເປັນຕົ້ນແມ່ນປູກໝາກເຂືອ, ໝາກເຜັດ, ຜັກກະລຳປີ, ໝາກຖົ່ວ ຝັກຍາວ, ມັນດ້າງ, ມັນເພົາ, ໝາກ ຖົ່ວ, ຜັກຫອມ, ຜັກກາດ, ຜັກບົ້ງ, ໝາກອຶ, ໝາກນໍ້າ, ໝາກນອຍ ແລະ ພືດຜັກປະເພດອື່ນໆຈຳນວນໜຶ່ງ ໝູນວຽນກັນໄປຕາມຄວາມສາມາດ. ພ້ອມນີ້, ນາງ ບົວ ຊາວສວນ ກໍ ເວົ້າວ່າ: ການປູກພືດຜັກຂາຍຖືວ່າ ເປັນລາຍຮັບທີ່ສໍາຄັນຂອງຄອບ ຄົວພໍມີເງິນໃຊ້ຈ່າຍແບ່ງເບົາຄວາມ ທຸກຍາກຂາດເຂີນໃນຊີວິດປະຈຳ ວັນ ໃຫ້ມີຄວາມສະດວກຂຶ້ນກວ່າ ເກົ່າ, ບໍ່ວ່າຈະເປັນຄ່ານໍ້າ, ຄ່າໄຟຟ້າ, ຄ່າໃຊ້ຈ່າຍຕ່າງໆໃນຄອບຄົວ ແລະ ເປັນທຶນສຶກສາໃຫ້ລູກກໍລ້ວນແລ້ວ ແຕ່ແມ່ນ ມາຈາກການປູກພືດຜັກ ຂາຍ. ເວົ້າໄດ້ວ່າໃນໄລຍະທີ່ໄດ້ປູກ ຜັກແມ່ນບໍ່ຂາດເຂີນເງິນໃຊ້ຈ່າຍ ໃນຄອບຄົວ. ສຳລັບພໍ່ເຖົ້າ ສິງ ສຸວິເສດ ຊາວ ສວນ ໄດ້ເວົ້າວ່າ: ຂໍໃຫ້ມີຄວາມ ດຸໝັ້ນຫ້າວຫັນເຂົ້າໃນການຜະລິດ ໃຫ້ຫລາຍສ່ວນການຂາຍນັ້ນຂໍແຕ່ ມີພືດຜັກສະໜອງ ກໍມີຄົນມາຮັບຊື້ ກັບບ້ານ, ຊຶ່ງສາມາດສ້າງລາຍ ຮັບຈາກການປູກຜັກຂາຍໄດ້ຢ່າງ ຕ່ຳ 20 ລ້ານກີບ/ປີ ແລະ ບາງຄອບ ຄົວເຮັດຫລາຍກໍໄດ້ຮອດ 60 ລ້ານ ກີບ - 70 ລ້ານກີບ/ປີ ອີງຕາມການ ຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະ ຄອບຄົວ. ເຖິງວ່າການຜະລິດພືດຜັກຂອງ ປະຊາຊົນບ້ານນໍ້າຍອນເກົ່າ ຈະໄດ້ ຮັບຜົນດີກໍຕາມ ແຕ່ກໍມີຫລາຍດ້ານ ຍັງພົບຄວາມຫຍຸ້ງຍາກ ປະຊາຊົນ ໄດ້ຮຽກຮ້ອງເຖິງພາກສ່ວນທີ່ກ່ຽວ ຂ້ອງລົງໃກ້ຊິດຕິດແທດ ໃຫ້ການ ຊ່ວຍເຫລືອທາງດ້ານເຕັກນິກວິຊາ ການ ໃນການປູກພືດຜັກບາງປະ ເພດຍັງບໍ່ໄດ້ຮັບຜົນດີເທົ່າທີ່ຄວນ, ເພື່ອສາມາດຜະລິດຕອບສະໜອງ ໃຫ້ແກ່ຕະຫລາດພາຍໃນແຂວງ ໃຫ້ ພຽງພໍທຸກລະດູການ ແລະ ຫລຸດ ຜ່ອນການນຳເຂົ້າຈາກຕ່າງປະເທດ ໄປເທື່ອລະກ້າວ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==