5593

glu ,0tspkpdkorq ;ra o]ts;j k' ra dxx ]k; da [[a ofkra ddkog,n v' .o l ia fg-p  ອ່ານຕໍ່ໜ້າ 4 dt-;'dkog'o xk4tdt4k ,6 og-N vlv';a oxts;a flkf y dkozt]y frn fza d0v'xt-k-q o[h kooEpvogdqj k gxa omk'g]n vd|bj 'muj cdh w07;k,m5 dpkd lh k'7;k,g0A ,c0'fh kodko75h ,7v' 4j kpmvfg8a d3o3]-u c]t ot;a f8tde gzu pczj oy 8y de 8y f8k,{d;fdk dko9a f8A 'xt8y [a fdq f\kp0q 'g0fp5 8y me o; dP,lts]v'[5 oxu .\j ]k; Ia dlkxtgrou va ofu 'k,0v'-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 05.04.2023 ປີທີ 22 ສະບັບທີ 5.594 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 3  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 Iv'xtmkoxtgmf 8h voIa [ 7totz6 h cmoltstra oc,j py ' s;Pfok, 7totde,kmy dkoc,j oE0v'lkdq o dP,goN v.o.sh dv'xt-5 ,l5 fpvf 7A 'mu 4 * ເມື່ອຫວນຄືນປະຫວັດສາດກ່ອນນີ້ຫລາຍສິບປີ, ໃນລະຫວ່າງວັນທີ 13-17 ສິງຫາ ປີ 1950 ຢູ່ທີ່ຖານທີ່ໝັ້ນປະຕິວັດ, ກອງປະຊຸມໃຫຍ່ແນວ ລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ; ກອງປະຊຸມໄດ້ຕົກ ລົງສ້າງຕັ້ງແນວລາວອິດສະຫລະ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ຊຶ່ງປະກອບມີກົງຈັກການຈັດຕັ້ງ 5 ກະຊວງ, ໃນນັ້ນມີກະຊວງພາຍໃນ ໂດຍແມ່ນທ່ານ ພູມີ ວົງວິຈິດ ເປັນລັດຖະເສນາ(ລັດຖະມົນຕີ). ໃນປີ 1954 ໄດ້ມີການເຕົ້າໂຮມສອງແຂວງຄື: ຫົວພັນ ແລະ ຜົ້ງສາລີ ເພື່ອປົກປັກຮັກສາອົງການນຳຂອງພັກ, ອຳນາດການປົກ ຄອງປະຕິວັດຢູ່ສອງແຂວງເຕົ້າໂຮມ ຈຶ່ງໄດ້ຕົກລົງຈັດຕັ້ງ “ກຳລັງ ປ້ອງກັນ” ຂຶ້ນ. ວັນທີ 10 ຕຸລາ 1954, ເນື່ອງໃນໂອກາດສະເຫລີມສະ ຫລອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 9 ປີ, ສະເຫລີມສະ ຫລອງໄຊຊະນະໃຫຍ່ແຫ່ງການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ຊົມເຊີຍຜົນສຳເລັດການເຕົ້າໂຮມສອງແຂວງ; ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ຄະນະສັນຕິລາດສູນກາງ” ຢ່າງເປັນທາງການຢູ່ທີ່ບ້ານເລີຍ ຕາແສງເມືອງໂສຍ, ແຂວງຫົວພັນ -q ,g-u p;a olh k'8A 'de]a 'xh v'da o 7;k,lts'[xt-k-q o]k; 7q [Iv[ 62 xu q ຂປລ. ກອງປະຊຸມເຜີຍແຜ່ນິຕິ ກຳກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິ ບັດກົດໝາຍຂົງເຂດຍຸຕິທຳ 4 ສະ ບັບຄື: ກົດໝາຍວ່າດ້ວຍສານປະຊາ ຊົນ ສະບັບປີ 2017, ກົດໝາຍວ່າ ດ້ວຍອົງການໄອຍະການປະຊາຊົນ ສະບັບປີ 2017, ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງສະບັບປີ 2012 ແລະ ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາສະບັບປີ 2017 ຈັດຂຶ້ນໃນວັນທີ 3 ເມສາ 2023 ທີ່ສະພາແຫ່ງຊາດໂດຍການ ເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາ ແຫ່ງຊາດ, ປະທານກຳມາທິການ ກົດໝາຍ, ມີຜູ້ຕາງໜ້າຈາກກະ -q ,g-u p;a olh k'8A 'de]a 'xh v'da o7;k,lts'[xt-k-q o]k; 7q [Iv[ 62 xu 1j k'l5 f.9 K q ຂປລ. ກະຊວງການເງິນຈັດປາ ຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ຂປລ. ສູນສົ່ງເສີມ ແລະ ຖ່າຍ ທອດເຕັກໂນໂລຊີ, ກະຊວງເຕັກໂນ ໂລຊີ ແລະ ການສື່ສານ (ກຕສ) ເປີດຝຶກອົບຮົມການສ້າງຄວາມເຂັ້ມ ແຂງທາງດ້ານວຽກງານການຄຸ້ມ ຄອງ, ການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳ ໃນວັນທີ 3-5 ເມສາ 2023 ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານຄຸ້ມຄອງພະ ແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ຈາກ 18 ແຂວງ ທົ່ວປະ ເທດ. ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ຮອງ ລັດຖະມົນຕີ ກຕສ, ມີຄະນະກົມ/ ທຽບເທົ່າ, ຄະນະພະແນກ ແລະ ພະນັກງານ-ວິຊາການຂອງສູນ ແລະ ນັກສໍາມະນາກອນ ຈາກ ພຕສ ສະຫາຍ ນາງ ປານີ ຢາທໍ່ຕູ້ (ຜູ້ທີ 7 ນັບແຕ່ຂວາຫາຊ້າຍ) ຊວງ-ອົງການແລະພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທັງນີ້ກໍເພື່ອໃຫ້ ພາກສ່ວນທີ່ກ່ຽວຂ້ອງມີຄວາມ ເຂົ້າໃຈເປັນເອກະພາບກັນ ໃນການ ຈັດຕັ້ງປະຕິບັດທັງຢູ່ສູນກາງ ແລະ ທ່ານ ຈະເລີນ ເຢຍປາວເຮີ ແຂວງເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າ ຮ່ວມຈະໄດ້ຮັບຟັງການນໍາສະເໜີ ກ່ຽວກັບພາລະບົດບາດ ແລະ ໜ້າທີ່ ການຈັດຕັ້ງປະຕິບັດກ່ຽວກັບການ ຄຸ້ມຄອງເຕັກໂນໂລຊີແລະນະວັດຕະ ກຳ, ທັກສະການເປັນຄູຝຶກທີ່ດີ ແລະ ເຕັກນິກການນຳສະເໜີເທິງເວທີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະ ນັກງານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໃນການສົ່ງເສີມ ແລະ ຖ່າຍທອດວຽກງານຂະແໜງ ເຕັກໂນໂລຊີ ແລະ ການສື່ສານໃຫ້ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ມີນາ 1955-22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ77ປີ(21ມີນາ1946-21 ມີນາ 2023) ໂດຍການປາຖະກະ ຖາຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມ ການເມືອງສູນກາງພັກ, ອະດີດຮອງ ນາຍົກລັດຖະມົນຕີ, ມີສະຫາຍ ບຸນປອນ ວັນນະຈິດ ຮອງເລຂາຄະ ນະບໍລິຫານງານພັກ, ຮອງລັດຖະ ມົນຕີກະຊວງການເງິນ, ມີຄະນະ ບໍລິຫານງານພັກກະຊວງ, ເລຂາຂປລ. ຕອບສະໜອງຕາມການ ເຊື້ອເຊີນຂອງບັນດາພັກການເມືອງ ໃນສະຫະພັນຣັດເຊຍ, ໃນລະຫວ່າງ ວັນທີ 27 ມີນາ ຫາ 3 ເມສາ 2023, ຄະນະຜູ້ແທນພັກປະຊາຊົນປະຕິວັດ ຂປລ. ນະຄອນຫລວງວຽງຈັນ (ນວ) ກຽມສະຫລອງບຸນປີໃໝ່ ລາວ ພສ 2566 ໃຫ້ຮັກສາໄດ້ປະ ເພນີອັນດີງາມຂອງຊາດ ໂດຍໄດ້ກຳ ນົດຈຸດສູນກາງທີ່ມີກິດຈະກຳລວມ ສູນຄື: ເຂດຄຸ້ມເມືອງເກົ່າ ວັດຈັນ ເມືອງຈັນທະບູລີ ແບ່ງອອກເປັນ 2 ກິດຈະກຳຫລັກຄື: ກິດຈະກຳທາງ ສາສະໜາປະກອບມີພິທີທາງສາສະ ໜາອັງເຊີນພະພຸດທະຮູບລົງຫົດສົງ, ຂະບວນແຫ່ພະພຸດທະຮູບມິງເມືອງ, ພິທີໃສ່ບາດພິທີຕົບພະທາດຊາຍ (ຢູ່ຕາມວັດວາອາລາມ). ກິດຈະ ກໍາການທ່ອງທ່ຽວຫລິ້ນນ້ຳ ຢູ່ຖະ ໜົນເສດຖາທິລາດ. ທ່ານນາງວິໄລວອນຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວນະຄອນ ຫລວງວຽງຈັນ ຖະແຫລງຂ່າວ ໃນວັນທີ 3 ເມສາ 2023 ວ່າ: ໃນ ວັນທີ 14 ເມສາ ເວລາ 12:3013:30 ໂມງ ເລີ່ມເຕົ້າໂຮມຂະບວນ ກິດຈະກຳອັງເຊີນພະພຸດທະຮູບລົງ ຫົດສົງ ເວລາ 13:00 ໂມງ ທີ່ວັດ ອິນແປງ ເມືອງຈັນທະບູລີ (ເລີ່ມ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/04/2023 xtgmf]k; ຮອງປະທານປະເທດ... ຄະນະກຳມາທິການ... ເຜີຍແຜ່ນິຕິກຳ... ກະຊວງການເງິນ... ສ້າງຄວາມເຂັ້ມແຂງ... ຊົມເຊີຍ... ຂປລ. ໃນວັນທີ4 ເມສາ 2023 ນີ້, ທີ່ສຳນັກງານປະທານປະເທດ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະ ການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນ ສູງສະຫະພັນແມ່ຍິງ ສສ ຫວຽດ ນາມ ນໍາໂດຍ ສະຫາຍ ນາງ ຮາ ທິ ຫງ່າ ກໍາມະການສູນກາງພັກ, ສະ ມາຊິກສະພາແຫ່ງຊາດ, ປະທານ ສະຫະພັນແມ່ຍິງຫວຽດນາມ ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນລະຫວ່າງວັນທີ 3-7 ເມ ສາ 2023 ນີ້. ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ ຢ່າງອົບອຸ່ນແລະຕີລາຄາສູງຕໍ່ການ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຂອງຄະນະຜູ້ແທນຂັ້ນສູງ ສະຫະພັນແມ່ຍິງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່,ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ,ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນ ນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ ຍິ່ງໆຂຶ້ນ, ພ້ອມທັງໃຫ້ທິດຊີ້ນໍາສອງ ສະຫະພັນແມ່ຍິງລາວ-ຫວຽດນາມ ສືບຕໍ່ປະສານສົມທົບກັນຢ່າງໃກ້ ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ມີປະ ສິດທິພາບແລະປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ກໍຄື ລະຫວ່າງ ສອງສະ ຫະພັນແມ່ຍິງລາວ-ຫວຽດນາມໃຫ້ ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ໂອກາດດຽວກັນ, ສະຫາຍນາງ ຮາ ທິ ຫງ່າ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມ ທັງແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ສະຫາຍຮອງປະ ທານປະເທດຮັບຊາບ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຊຶ່ງມີກຳລັງພົນ 35 ສະຫາຍ ໂດຍພາຍໃຕ້ການຊີ້ນຳໆພາ ແລະ ບັນຊາ ໂດຍກົງຂອງທ່ານ ພູມີ ວົງວິຈິດ ຊຶ່ງເຮັດໜ້າທີ່ຕົ້ນຕໍຄື:ປ້ອງກັນຄະນະກຳມະ ການກວດກາສາກົນ (ອິນເດຍ, ການາດາ ແລະ ໂປໂລຍ)ໃຫ້ມີຄວາມປອດໄພ; ປົກປັກຮັກສາອົງການນຳຂອງພັກ-ລັດ; ສືບ ແລະ ກຳສະພາບເປົ້າໝາຍສັດຕູ, ພວກຕ້ອງໂທດຄະດີອາຍາ; ປຸກລະດົມຂົນຂວາຍ ແລະ ກໍ່ສ້າງຮາກຖານຢູ່ໃນ ຕົວເມືອງ. ໃນປີ 1954, ເພື່ອເປັນການກະກຽມໃຫ້ແກ່ການປ້ອງກັນຜູ້ນຳທີ່ ເຂົ້າຮວມລາວ ຄັ້ງທີ1, ສູນກາງພັກ ໄດ້ຕົກລົງປ່ຽນຊື່“ຄະນະສັນຕິລາດສູນກາງ” ມາເປັນ “ຄະນະປ້ອງກັນ ພາຍໃນ” ເພື່ອເຮັດໜ້າທີ່ປ້ອງກັນລັດຖະບານປະສົມ ຄັ້ງທີ 1. ໃນລະຫວ່າງວັນທີ 5-12 ເມສາ 1961, ຄະນະຊີ້ນຳສູນກາງພັກປະຊາ ຊົນລາວ ໄດ້ເປີດກອງປະຊຸມຄົບຄະນະຂຶ້ນທີ່ຄັງໄຂ ແຂວງຊຽງຂວາງ; ກອງປະ ຊຸມໄດ້ຕົກລົງປ່ຽນຊື່ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນ ຄວາມສະຫງົບສູນກາງ” ຊຶ່ງຊີ້ນຳໂດຍທ່ານ ສີສົມພອນ ລໍວັນໄຊ ແລະ ມອບ ໝາຍໃຫ້ທ່ານ ຊົມຊື່ນ ຄຳພິທູນ ເປັນຜູ້ນຳພາ-ບັນຊາຕົວຈິງ. ດ້ວຍມູນເຊື້ອອັນສະຫງ່າອົງອາດ ແລະ ພິລະອາດຫານຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດ ລາວ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກຳລັງປ້ອງກັນຄວາມສະຫງົບ ໄດ້ຕັ້ງໜ້າສືບຕໍ່ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງເປັນເຈົ້າການ. ມາໃນວັນທີ 1 ກັນຍາ 2005, ລັດຖະບານໄດ້ຕົກລົງ ແລະ ອອກດຳລັດເລກທີ 277/ນຍ ຮັບຮອງເອົາວັນທີ 5 ເມສາ 1961 ເປັນມື້ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ. ໂດຍປະຕິບັດຕາມມະຕິ IV ຂອງພັກ ແລະ ທິດຊີ້ນຳຂອງປະທານ ໄກສອນ ພົມວິຫານ; ກຳລັງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງທັບປະຊາຊົນລາວ ຕີເອົາຊະນະການບຽດຢຶດຂອງພວກປະຕິການຂວາຈັດດ້ານຕາເວັນຕົກ ຢູ່ສະ ໜາມຮົບບໍ່ແຕນ ແຂວງໄຊຍະບູລີ; ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິຂອງ ສັດຕູ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຂອງສັງຄົມ, ອັນພົ້ນເດັ່ນແມ່ນ ການແກ້ໄຂແນວຄິດລະແວງສົງໄສ ແລະ ທັດສະນະຜິດເຂວ ກ່ຽວກັບສັງຄົມນິ ຍົມ, ແນວຄິດຫລາຍພັກຫລາຍເຄົ້າ, ປະຊາທິປະໄຕເສລີ ແລະ ອື່ນໆ. ກຳລັງປ້ອງ ກັນຄວາມສະຫງົບໄດ້ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຕິດ ພັນກັບການພັດທະນາຊົນນະບົດຮອບດ້ານ, ປັບປຸງກໍ່ສ້າງກຳລັງ ແລະ ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຮາກຖານ ໃຫ້ເຂັ້ມແຂງ ຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ສະພາບການທົ່ວປະເທດມີຄວາມສະຫງົບ. ອັນພົ້ນເດັ່ນແມ່ນ ການປ້ອງກັນອົງການນຳຂອງພັກ-ລັດ, ປ້ອງກັນກອງປະຊຸມລະດັບຊາດ ແລະ ກອງປະຊຸມລະດັບສາກົນຕ່າງໆ ມີຄວາມປອດໄພ 100%; ເປັນເຈົ້າການປົກ ປ້ອງເຂດນ້ຳແດນດິນ ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆໄດ້ຢ່າງທັນການ. ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023) ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄໍາເຫັນຕໍ່ວັນສໍາຄັນດັ່ງກ່າວວ່າ: ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ ແລະ ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຕໍ່ກຳລັງປ້ອງກັນຄວາມສະຫງົບ, ເປັນກໍາລັງທີ່ແຫລມຄົມຂອງພັກ, ທີ່ມີຄວາມຈົງຮັກພັກດີ ແລະ ສັດຊື່ບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ຕໍ່ປະ ຊາຊົນລາວບັນດາເຜົ່າ ທັງແມ່ນກໍາລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ຕະຫລອດໄລຍະ 62 ປີ ແຫ່ງການກໍາເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ພາຍໃຕ້ ການນຳພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການ ທົດສອບອັນໃຫຍ່ຫລວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມ ເປັນເອກະລາດແຫ່ງຊາດ; ຕະຫລອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກ ລຳບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ, ວິລະກໍາອັນສູງສົ່ງ ແລະ ໄຊຊະ ນະອັນສະຫງ່າລາສີ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກເຮົາ, ກຳ ລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການປະຕິບັດໜ້າທີ່ການເມືອງ, ທັງປະສານ ແລະ ຕໍ່ສູ້ຢ່າງພິລະອາດຫານ, ຕິດພັນກັບການອອກແຮງປັບປຸງ, ກໍ່ ສ້າງກຳລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ. ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ; ພັກ, ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫລາຍດ້ານທີ່ກຳລັງ ປ້ອງກັນຄວາມສະຫງົບຍາດມາໄດ້; ເຖິງແມ່ນວ່າໄລຍະຜ່ານມາສະພາບພາກ ພື້ນ, ສາກົນ ແລະ ສະພາບພາຍໃນປະເທດ ໄດ້ຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງກໍ່ຕາມ, ແຕ່ກຳລັງປ້ອງກັນຄວາມສະຫງົບພວກເຮົາ ກໍ່ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບ ສູງໃນການຊີ້ນຳ-ນຳພາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງ ລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ. ກຳລັງປ້ອງກັນຄວາມສະຫງົບ ຍັງສາມາດຮັກສາບົດບາດເປັນແກ່ນສານ ແລະ ເປັນກຳລັງອັນແຫລມຄົມຂອງພັກ ໃນການຮັບປະກັນຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ສ້າງເງື່ອນໄຂເອື້ອອໍານວຍໃນການພັດທະນາເສດຖະກິດ-ສັງຄົມ. ເວົ້າລວມແລ້ວ,ກຳລັງປ້ອງກັນຄວາມສະຫງົບພ້ອມກັບກອງທັບປະຊາຊົນລາວ ສາມາດປົກປັກຮັກສາປະເທດຊາດ ແລະ ດິນແດນລາວ ໄວ້ຢ່າງໝັ້ນຄົງ, ບໍ່ມີ ເຫດການບໍ່ດີທາງການເມືອງເກີດຂຶ້ນຮ້າຍແຮງ; ສາມາດປ້ອງກັນຜູ້ນຳພັກ-ລັດ, ສຳນັກງານ-ອົງການ, ກອງປະຊຸມໃຫຍ່, ງານ-ບຸນສຳຄັນລະດັບຊາດ ແລະ ລະ ດັບສາກົນ, ປ້ອງກັນແຂກຕ່າງປະເທດໃຫ້ມີຄວາມປອດໄພ 100%; ກຳລັງປ້ອງ ກັນຄວາມສະຫງົບໄດ້ຮັບການປັບປຸງ ແລະ ກໍ່ສ້າງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍ ຕົວທັງທາງດ້ານຈຳນວນ ແລະ ຄຸນນະພາບ; ໄດ້ກາຍເປັນກຳລັງຕົ້ນຕໍທີ່ເຮັດໜ້າ ທີ່ກໍ່ສ້າງຮາກຖານການເມືອງ; ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ປະຕິບັດແນວທາງການຕ່າງປະເທດຂອງພັກໄດ້ເປັນຢ່າງດີ. ດ້ວຍຜົນງານ ແລະ ຄຸນງາມຄວາມດີຕ່າງໆຜ່ານມານັ້ນ, ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຍ້ອງຍໍສັນລະເສີນກຳລັງປ້ອງກັນຄວາມສະ ຫງົບວ່າ: “ເປັນກຳລັງປະກອບອາວຸດອັນແຫລມຄົມ, ຈົງຮັກພັກດີຄໍ່ພັກ, ຕໍ່ປະຊາ ຊົນລາວບັນດາເຜົ່າ”, ສົມແລ້ວເປັນກຳລັງປະກອບອາວຸດວິລະຊົນຂອງຊາດ ລາວວິລະຊົນ. ຊົມເຊີຍວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 62 ປີ ຢ່າງສຸດໃຈ! ຂປລ. ໃນວັນທີ 4 ເມສາ 2023 ນີ້, ຄະນະກຳມາທິການແມ່ນ້ຳຂອງ ສາກົນ (MRC) ໄດ້ຈັດກອງປະ ຊຸມລັດຖະມົນຕີ ເພື່ອກຽມໃຫ້ແກ່ ກອງປະຊຸມສຸດຍອດ ຄະນະກຳມາ ທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ແລະ ບັນດາກອງປະຊຸມຮ່ວມກັບ ຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມງານອື່ນໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບທີ່ຈະຈັດ ຂຶ້ນໃນວັນທີ 5 ເມສາ 2023 ຢູ່ຫໍ ປະຊຸມແຫ່ງຊາດ, ນະຄອນຫລວງ ວຽງຈັນ ໂດຍມີບັນດາລັດຖະມົນ ຕີ, ຮອງລັດຖະມົນຕີ ຈາກກະຊວງ ກ່ຽວຂ້ອງ ຈາກປະເທດສະມາ ຊິກ MRC ພ້ອມດ້ວຍນັກຄົ້ນຄວ້າ, ຊ່ຽວຊານຈາກພາກພື້ນ ແລະ ສາ ກົນເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ປະທານຄະນະກຳມະ ການແມ່ນໍ້າຂອງແຫ່ງຊາດ, ສະ ມາຊິກສະພາມົນຕີ ຄະນະກໍາມາທິ ການແມ່ນໍ້າຂອງສາກົນສຳລັບສປປ ລາວ ໄດ້ມີຄຳເຫັນກ່າວເປີດກອງ ປະຊຸມວ່າ: ກອງປະຊຸມລັດຖະມົນຕີ ໃນຄັ້ງນີ້, ໄດ້ທົບທວນຄືນຜົນສໍາ ເລັດຂອງຄະນະກໍາມາທິການແມ່ ນໍ້າຂອງສາກົນ ນັບແຕ່ສຳເລັດການ ຮັບຮອງຖະແຫລງການ ສຽມຣຽບ ໃນປີ 2018 ຢ່າງເປັນທາງການ ໂດຍເນັ້ນໃຫ້ເຫັນບາງຜົນສຳເລັດ ເຖິງແມ່ນວ່າຈະມີສິ່ງທ້າທາຍໃນ ພາກພື້ນ, ນອກຈາກນັ້ນ ຍັງຈະນໍາ ສະເໜີຜົນຂອງກອງປະຊຸມສຳມະ ນາວິຊາການສາກົນ ທີ່ໄດ້ຈັດຜ່ານ ມາ ໂດຍມີຜູ້ຊ່ຽວຊານຫລາຍຮ້ອຍ ຄົນຈາກທົ່ວໂລກເຂົ້າຮ່ວມ ເພື່ອລະ ດົມແນວຄວາມຄິດ, ກົນໄກທີ່ເປັນ ນະວັດຕະກໍາ ແລະ ການຮ່ວມມືທີ່ ທ້ອງຖິ່ນ ໃຫ້ສາມາດສຳເລັດທັນ ຕາມແຜນການທີ່ວາງໄວ້ ແລະ ສາ ມາດ ນຳເຂົ້າລາຍງານຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ IX ພິຈາລະ ນາ ແລະ ຮັບຮອງ; ພ້ອມທັງຮັບຟັງ ຄຳສະເໜີ, ແລກປ່ຽນຄຳຄິດຄຳ ເຫັນ, ສະຫລຸບຕີລາຄາ ແລະ ຖອດ ຖອນບົດຮຽນ ໃນການປະເມີນ ແລະ ການຕິດຕາມກວດກາ ການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ. ຈຸດປະສົງຂອງຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການ ຕິດຕາມກວດກາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງ ເຂດຍຸຕິທຳ ຈຳນວນ 4 ສະບັບ ເພື່ອ ກວດກາ ແລະ ຊຸກຍູ້ ສານປະຊາຊົນ ສູງສຸດ ແລະ ອົງການໄອຍະການປະ ຊາຊົນສູງສຸດ ປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ ໃຫ້ສຳເລັດຕາມແຜນການ, ມີປະ ສິດທິພາບ ແລະ ປະສິດທິຜົນ; ເພື່ອ ເຮັດໃຫ້ບົດສະຫລຸບຕີລາຄາການ ປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍຂົງເຂດຍຸຕິທໍາ 4 ສະບັບ ດັ່ງ ກ່າວ ທີ່ຈະນໍາລາຍງານຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 5 ຂອງສະ ພາແຫ່ງຊາດ ຊຸດທີ IX ມີເນື້ອໃນ ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງຕາມ ກົດໝາຍ ແລະ ແທດເໝາະກັບຕົວ ຈິງ; ເພື່ອຖອດຖອນບົດຮຽນໃຫ້ ແກ່ການຕິດຕາມກວດກາການ ປະ ເມີນຜົນການຈັດຕັ້ງປະຕິບັດກົດ ໝາຍຂົງເຂດຕ່າງໆໃນຕໍ່ໜ້າ. ສຳລັບບາດກ້າວໃນການດຳ ເນີນການຕິດຕາມກວດກາ ຈະດຳ ເນີນໄປຕາມ 3 ບາດກ້າວຄື: ໜຶຶ່ງ: ການກະກຽມຄວາມພ້ອມວຽກ ງານຮອບດ້ານ, ສອງດຳເນີນ ການ ຕິດຕາມກວດກາແລະ ເກັບກຳຂໍ້ມູນ ຢູ່ສູນກາງ ແລະ ທ້ອງຖິ່ນແລະ ສາມ ສະຫລຸບຕີລາຄາ ແລະ ລາຍງານ ຄະນະປະຈຳສະພາແຫ່ງຊາດ ເພື່ອ ຂໍທິດຊີ້ນຳ. ຂ່າວ-ພາບ: ສະພາແຫ່ງຊາດ ຈະເຮັດໃຫ້ແມ່ນໍ້າຂອງມີຄວາມ ໝັ້ນຄົງ ແລະ ຍືນຍົງໃນອະນາຄົດ, ເຊິ່ງຜົນຂອງກອງປະຊຸມລັດຖະມົນ ຕີທີ່ຈັດຂຶ້ນໃນມື້ນີ້, ຈະເປັນສ່ວນສຳ ຄັນໃຫ້ແກ່ການປຶກສາຫາລືຂອງ ບັນດາຫົວໜ້າລັດຖະບານປະເທດ ສະມາຊິກ ຄະນະກໍາມາທິການແມ່ ນໍ້າຂອງສາກົນ ເຊິ່ງກອງປະຊຸມທີ່ ຈະຈັດຂຶ້ນ ໃນວັນທີ 5 ເມສາ ບັນດາ ຫົວໜ້າລັດຖະບານປະເທດສະມາ ຊິກ MRC ຈະໄດ້ຢ້ຳຄືນຄຳໝັ້ນສັນ ຍາທາງການເມືອງສູງສຸດຕໍ່ການ ຮ່ວມມືໃນອ່າງແມ່ນໍ້າຂອງ, ໜ້າທີ່ ແລະ ພາລະບົດບາດຂອງຄະນະກຳ ມາທິການແມ່ນໍ້າຂອງສາກົນ ແລະ ການພັດທະນານໍ້າ ແລະ ຊັບພະຍາ ກອນທີ່ກ່ຽວຂ້ອງໃນອ່າງແມ່ນໍ້າ ຂອງຢ່າງຍຸຕິທຳ ແລະ ຍືນຍົງ. ທ່ານນາງ ບຸນຄຳ ວໍລະຈິດ ຍັງ ໃຫ້ຮູ້ອີກວ່າ: ໃນໄລຍະ 28 ປີຜ່ານ ມາ, ຄະນະກໍາມາທິການແມ່ນໍ້າຂອງ ສາກົນສາມາດບັນລຸໄດ້ບັນດາໝາກ ຜົນອັນສຳຄັນ ເປັນຕົ້ນ ການສ້າງ ວິ ໄສທັດຮ່ວມກັນ ເພື່ອເຮັດໃຫ້ເສດຖະ ກິດຈະເລີນຮຸ່ງເຮືອງ, ສັງຄົມມີ ຄວາມຍຸຕິທຳ, ສິ່ງແວດລ້ອມມີ ຄວາມອຸດົມສົມບູນ ແລະ ທົນທານ ຕໍ່ສະພາບການປ່ຽນແປງຂອງດິນ ຟ້າອາກາດ ໃນອ່າງແມ່ນໍ້າຂອງ. ຜົນສຳເລັດດັ່ງກ່າວ, ແມ່ນໝາກຜົນ ຂອງຄວາມພະຍາຍາມຮ່ວມກັນ ແລະ ການຮ່ວມມືທີ່ໄວ້ເນື້ອເຊື່ອ ໃຈ ກັນ ຂອງທຸກປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງ ສາກົນ ພາຍໃຕ້ສັນຍາແມ່ນ້ຳຂອງ ປີ 1995. ອ່າງແມ່ນໍ້າຂອງ ເປັນໜຶ່ງໃນ ອ່າງຮັບນ້ຳທີ່ມີລະບົບນິເວດອຸດົມ ສົມບູນທີ່ສຸດໃນໂລກ ເຊິ່ງເຮັດໜ້າ ທີ່ປຽບເໝືອນສາຍໄຍຊີວິດຂອງປະ ຊາຊົນ, ທຸລະກິດ ແລະ ບັນດາລະບົບ ນິເວດ ໃນທຸກໆປະເທດໃນອ່າງແມ່ ນໍ້າຂອງ ແລະ ຍັງເປັນດິນແດນຂອງ ພືດພັນນາໆຊະນິດ, ເປັນທີ່ຢູ່ອາ ໄສຂອງປະຊາຊົນຫລາຍກວ່າ 60 ລ້ານຄົນ ແລະ ເປັນບ່ອນເຮັດການ ປະມົງນໍ້າຈືດ ທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງສາມາດສະໜັບສະໜູນການດຳ ລົງຊີວິດຂອງປະຊາຊົນຫລາຍສິບ ລ້ານຄົນ ໃນພາກພື້ນອີກດ້ວຍ. ແມ່ນໍ້າຂອງ ມີທັງໂອກາດໃນ ການພັດທະນາແບບຍືນຍົງ ແລະ ພ້ອມດຽວກັນກໍຍັງມີສິ່ງທ້າທາຍ ເຊິ່ງບາງສ່ວນຂອງອ່າງແມ່ນ້ຳ ຂອງແມ່ນໄດ້ຮັບການພັດທະນາທີ່ ປະກອບສ່ວນເຂົ້າໃນການຂະຫຍາຍ ຕົວຂອງເສດຖະກິດ, ຄວາມໝັ້ນຄົງ ທາງດ້ານຊັບພະຍາກອນນໍ້າ ແລະ ປົກປ້ອງສັງຄົມຈາກຄວາມສ່ຽງທີ່ ກ່ຽວຂ້ອງກັບນໍ້າ ໂດຍສະເພາະແມ່ນ ໄພນໍ້າຖ້ວມແລະ ໄພແຫ້ງແລ້ງ. ເຖິງ ຢ່າງໃດກໍຕາມ, ບາງສ່ວນຂອງອ່າງ ແມ່ນໍ້າຂອງຍັງພົບກັບສິ່ງທ້າທາຍ ຈຳນວນໜຶ່ງ ເຊິ່ງອາດສົ່ງຜົນກະທົບ ດ້ານລົບ. ໃນຂະນະທີ່ພວກເຮົາມີ ຄວາມປິຕິຍິນດີຕໍ່ກັບ ການຂະຫຍາຍ ຕົວດ້ານເສດຖະກິດ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນທີ່ນັບມື້ນັບດີ ຂຶ້ນເປັນກ້າວໆ ເຊິ່ງເຮັດໃຫ້ພາກພື້ນ ມີຊີວິດຊີວານັ້ນພວກເຮົາຈໍາເປັນ ຕ້ອງສ້າງແນວທາງໃໝ່ສຳລັບການ ຄຸ້ມຄອງ ແລະ ການພັດທະນາຊັບ ພະຍາກອນ ນໍ້າໃນອ່າງແມ່ນໍ້າຂອງ ໃຫ້ມີຄວາມສົມດຸນ ແລະ ເໝາະສົມ ຍິ່ງໆຂຶ້ນໄປ ໂດຍສະເພາະການຫັນ ເປັນອຸດສະຫະກຳ ແລະ ການເພີ່ມ ຂຶ້ນສູງຂອງຈຳນວນປະຊາກອນ ແມ່ນໄດ້ສ້າງພາລະອັນໜັກໜ່ວງໃຫ້ ແກ່ຊັບພະຍາກອນທຳມະຊາດ ຢ່າງ ຫລີກລ່ຽງບໍ່ໄດ້. ການຮັບຮອງ ແລະ ຈັດຕັ້ງປະຕິ ບັດຍຸດທະສາດການພັດທະນາອ່າງ ແມ່ນໍ້າຂອງ ສົກປີ 2021-2030 ແລະແຜນຍຸດທະສາດສົກປີ20212025 ໄດ້ສະແດງໃຫ້ເຫັນເຖິງ ຄວາມພະຍາຍາມອັນສູງສົ່ງຂອງ ຄະນະກຳມາທິການແມ່ນໍ້າຂອງ ສາ ກົນ ເພື່ອບັນລຸການຟື້ນຟູສິ່ງແວດ ລ້ອມ, ສັງຄົມ ແລະ ເສດຖະກິດຂອງ ອ່າງແມ່ນໍ້າຂອງຢ່າງຮີບດ່ວນ. ຂ່າວ: ທະນູທອງ, ພາບ: ເກດສະໜາ ກັບພາກສ່ວນຕ່າງໆໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມທັງສາມາດນຳໄປຈັດ ຕັ້ງປະຕິບັດໃຫ້ມີປະສິດທິພາບສູງ. ນອກຈາກນັ້ນ, ຍັງຈະໄດ້ຮັບຟັງ ການນຳສະເໜີກ່ຽວກັບຄວາມໝາຍ ຄວາມສຳຄັນຂອງທຸລະກິດສະຕາດ ອັບ (Start up), ແຮງຈູງໃຈຂອງ ການເຮັດທຸລະກິດສະຕາດອັບ ແລະ ເວທີສົນທະນາກ່ຽວກັບລະບົບນິ ເວດສະຕາດອັບ ຈາກຜູ້ມີປະສົບ ການຕົວຈິງ ທີ່ເຮັດທຸລະກິດສະຕາດ ອັບມາຖ່າຍທອດ, ແລກປ່ຽນປະສົບ ການຕົວຈິງ ແລະ ສິ່ງສໍາຄັນທີ່ສຸດ ຜູ້ເຂົ້າຮ່ວມຝຶກອົບຮົມຍັງຈະໄດ້ ເຂົ້າຮ່ວມ ກິດຈະກຳຕ່າງໆໃນງານ ວາງສະແດງ ແລະ ສ້າງຄູ່ຮ່ວມ ມືດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ 2023 (TcehInovation Laos-Vietnam) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 4-5 ເມສາ 2023, ທີ່ສູນການຮ່ວມມື ສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ ເຊັ່ນ: ເຂົ້າ ຮ່ວມພິທີເປີດງານວາງສະແດງ, ຢ້ຽມຊົມ ແລະ ເຂົ້າຮ່ວມສຳມະນາ, ສົນທະນາ ແລະ ກອງປະຊຸມອື່ນໆ ທີ່ປີ່ນອ້ອມ ເພື່ອແລກປ່ຽນບົດຮຽນ, ຊອກຫາຊ່ອງທາງໃນການຮ່ວມມື ແລະ ທັງເປັນການສ້າງໂລກະທັດ ໃໝ່ ເພື່ອນຳໄປໝູນໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ. ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກຮາກ ຖານ ແລະ ສະມາຊິກພັກຂັ້ນຮອງ ຫົວໜ້າພະແນກ ເຂົ້າຮ່ວມ. ການຈັດປາຖະກະຖາຄັ້ງນີ້, ເພື່ອ ເຮັດໃຫ້ສະມາຊິກພັກ-ພະນັກງານ ກະຊວງການເງິນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບມູນ ເຊື້ອແລະ ໄຊຊະນະອັນຍິ່ງໃຫຍ່ຂອງ ການປະຕິວັດພາຍໃຕ້ການນຳພາຊີ້ນຳຂອງພັກປະຊາຊົນ ປະຕິວັດ ລາວ ຕະຫລອດໄລຍະ 68 ປີຜ່ານ ມາ ແລະ ລະນຶກວັນນັກຮົບເສຍອົງ ຄະ ແລະ ເສຍສະຫລະຊີວິດ ເພື່ອປະ ເທດຊາດຄົບຮອບ 77 ປີ, ເພື່ອສືບ ຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດ ແທ້ຂອງພັກເຮົາ ເຂົ້າໃນການນຳ ພາ-ຊີ້ນຳຈັດຕັ້ງປະຕິບັດພາລະກິດ ປ່ຽນແປງໃໝ່ໂດຍສະເພາະການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ສໍາເລັດຜົນ; ເພື່ອສືບຕໍ່ບຸກທະລຸທາງດ້ານແນວ ຄິດຈິນຕະນາການ, ສ້າງໃຫ້ມີການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສົ່ງເສີມດ້ານດີ, ແກ້ໄຂ ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆ, ສ້າງຄວາມເຊື່ອໝັ້ນຂອງພະ ນັກງານຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ເພື່ອສ້າງ ຄວາມຮັບຮູ້ຢ່າງເລິກເຊິ່ງເຖິງ ຄວາມປີຊາສາມາດ ແລະ ຄວາມ ສະຫລາດຫລັກແຫລມຂອງພັກເຮົາ ໃນການນຳພາຂະບວນການຕໍ່ສູ້ປົດ ປ່ອຍຊາດ ກໍຄື ການນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຕາມທິດສັງຄົມນິຍົມ. ໂອກາດນີ້, ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ກໍໄດ້ປາຖະກະ ຖາກ່ຽວກັບມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ໂດຍໄດ້ຍົກ ໃຫ້ເຫັນປະຫວັດການກໍາເນີດ, ທີ່ຕັ້ງ ແລະ ພາລະບົດບາດ; ທາດແທ້ຂອງ ພັກປະຊາຊົນປະຕິວັດລາວ ຊຶ່ງເປັນ ຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນ ປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ລາວທີ່ຮັກ ຊາດ ແລະ ຂອງຊາດລາວທັງໝົດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອ ອັນດີງາມຂອງພັກເປັນພື້ນຖານ ແນວຄິດ, ທິດສະດີຂອງພັກ, ອຸດົມ ການ,ພາລະກິດກໍຄືຜົນງານການນໍາ ພາຂອງພັກຕະຫລອດໄລຍະ 68 ປີ ຜ່ານມາ ຊຶ່ງເລີ່ມຈາກພັກນໍາພາການ ຕໍ່ສູ້ປົດປ່ອຍຊາດ, ພັກນໍາພາປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ພັກນໍາພາຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຈົນຮອດປັດຈຸບັນ. ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນ ເຖິງມູນເຊື້ອແຫ່ງການນຳພາ-ຊີ້ນໍາ ຂອງຄະນະພັກແຄວ້ນລາວໃນເມື່ອ ກ່ອນ, ການປຸກລະດົມຂົນຂວາຍປະ ຊາຊົນຢູ່ບັນດາແຂວງລຸກຮືຂຶ້ນຢຶດ ອໍານາດການປົກຄອງ ຂອງຈັກກະ ພັດຜູ້ຮຸກຮານ; ມູນເຊື້ອຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວເດັດດ່ຽວ ຕໍ່ສູ້ຢ່າງອົງອາດກ້າຫານ ເພື່ອຍາດ ເອົາເອກະລາດ ແລະ ອິດສະຫລະ ພາບມາໃຫ້ປະເທດຊາດ ຊຶ່ງເຫດ ການຕໍ່ສູ້ໃນວັນທີ 21 ມີນາ 1946 ຢູ່ເມືອງທ່າແຂກໄດ້ກາຍເປັນເຫດ ການປະຫວັດສາດແຫ່ງການຕໍ່ສູ້ ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາ ນັບມື້ເປັນຂະບວນ ການກວ້າງຂວາງ ແລະ ກ້າວໄປສູ່ ການປົດປ່ອຍຊາດຢ່າງສົມບູນ. ໃນໂອກາດນີ້, ສະຫາຍ ສົມສະ ຫວາດ ເລັ່ງສະຫວັດ ໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍຄະນະບໍລິຫານ ງານພັກ, ຄະນະພັກຮາກຖານ, ຄະ ນະໜ່ວຍພັກຮາກຖານ ແລະ ສະມາ ຊິກພັກເອົາໃຈໃສ່ເສີມຂະຫຍາຍ ມູນເຊື້ອດັ່ງກ່າວ ເຂົ້າໃນການເຄື່ອນ ໄຫວຊີ້ນໍາ-ນຳພາວຽກງານຕົວຈິງ ໂດຍໃຫ້ເພີ່ມທະວີການສຶກສາອົບ ຮົມການເມືອງ-ແນວຄິດໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຍູ້ ແຮງການຜະລິດສ້າງເສດຖະກິດກຸ້ມ ຕົນເອງ ໃຫ້ກາຍເປັນແບບຢ່າງພ້ອມ ທັງສຸມໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ເອົາໃຈໃສ່ປັບປຸງ ປົວແປງຮັກສາລະບົບການເມືອງ, ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ເພື່ອຍົກສູງມູນເຊື້ອອັນ ສະຫງ່າງາມຂອງພັກປະຊາຊົນປະ ຕິວັດລາວ, ເສີມຂະຫຍາຍມູນເຊື້ອ ອັນສະຫງ່າງາມຂອງພັກເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຂອງພາກທີ່ສ່ວນຕົນຮັບຜິດ ຊອບໃຫ້ສໍາເລັດຕາມແຜນການໂດຍ ສະເພາະການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້. ຂ່າວ-ພາບ: ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==