5587

xtgmf]k; 6 27/03/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ 7;k,le7a o0v'w,h xj v' 8+ ;Pd'kodtly de ;y mu gIa fx5 p\a d l6 f\kd,j ;'fq d ໂດຍ: ມາລີດາ ຫລື ໄດ້ນໍາມາຈໍາໜ່າຍຢູ່ລາວແລ້ວ. ສໍານັກພິມ ຕ້ອງນໍາເອົາຕົ້ນສະບັບ ສົມບູນຂອງປື້ມທຸກປະເພດ, ທຸກ ຫົວເລື່ອງໄປຂໍອະນຸຍາດພິມ ນໍາກະ ຊວງຖະແຫລງຂ່າວ ແລະ ວັດທະ ນະທໍາ, ສໍາລັບສິ່ງພິມອື່ນນັ້ນ ອາດ ຈະຂໍອະນຸຍາດພິມ ກະຊວງຖະ ແຫລງຂ່າວ ແລະ ວັດທະນະທໍາ ຫລື ພະແນກ ຖະແຫລງຂ່າວ ແລະ ວັດ ທະນະທໍາແຂວງ, ນະຄອນທີ່ກ່ຽວ ຂ້ອງຕາມລະບຽບການ. ອົງການຄຸ້ມຄອງການພິມຈໍາ ໜ່າຍດັ່ງກ່າວຕ້ອງພິຈາລະນາອະນຸ ຍາດພິມ ໂດຍອອກໃບທະບຽນພິມ ຈໍາໜ່າຍ ໃຫ້ພາຍໃນກໍານົດເວລາ ສິບຫ້າວັນລັດຖະການ ນັບແຕ່ວັນ ຮັບຄໍາຮ້ອງຂໍເປັນຕົ້ນໄປ, ໃນກໍລະ ນີທີ່ບໍ່ສາມາດອະນຸຍາດພິມໃຫ້ນັ້ນ ກໍຕ້ອງຕອບສໍານັກພິມດັ່ງກ່າວ ຢ່າງ ເປັນລາຍລັກອັກສອນ. ຕົ້ນສະ ບັບສົມບູນຂອງປຶ້ມ, ສິ່ງພິມອື່ນທີ່ ໄດ້ຈົດທະບຽນພິມຈໍາໜ່າຍແລ້ວ ກໍສາມາດນໍາເອົາໄປຈົດທະບຽນ ລິຂະສິດ ຢູ່ຂະແຫນງການວິທະຍາ ສາດແລະ ເຕັກໂນໂລຊີທີ່ກ່ຽວຂ້ອງ ຕາມລະບຽບການ. ຕົ້ນສະບັບສົມ ບູນຂອງປຶ້ມ, ສິ່ງພິມອື່ນທີ່ໄດ້ຈົດທະ ບຽນລິຂະສິດແລ້ວ ແມ່ນຖືກຮັບຮູ້ ສິດຂອງຜູ້ເປັນເຈົ້າຂອງ ແລະ ໄດ້ ຮັບການປົກປ້ອງດ້ວຍກົດໝາຍ. ການຈັດໜ້າປຶ້ມ ໃຫ້ປະຕິບັດດັ່ງ ນີ້: ໜ້າປົກແຂງຕ້ອງພິມຊື່ປຶ້ມ, ຊື່ ຜູ້ຂຽນຫລືຜູ້ແປ, ສໍານັກພິມຫລືສໍາ ນັກງານ, ອົງການຈັດຕັ້ງທີ່ໄດ້ຮັບ ອະນຸຍາດໃຫ້ພິມຈໍາໜ່າຍ, ປີພິມ, ຮູບທີ່ກ່ຽວຂ້ອງ (ຖ້າມີ); ໜ້າປົກ ອ່ອນຕ້ອງພິມ ຕາມຂໍ້ 1 ເທິງນີ້, ຄັ້ງ ພິມ, ກາໝາຍຂອງສໍານັກພິມ; ດ້ານ ຫລັງຂອງໜ້າປົກອ່ອນຕ້ອງພິມ ຊື່ຜູ້ ຮັບຜິດຊອບພິມຈໍາໜ່າຍ, ຜູ້ກວດ ແກ້, ຜູ້ອອກແບບ, ເລກທະບຽນ, ບ່ອນພິມ, ຂະໜາດພິມ, ຈໍານວນ ພິມ. ຖ້າຫາກເປັນປື້ມແປໃຫ້ພິມຊື່ ນັກຂຽນ, ຊື່ສານັກພິມ, ປີພິມ, ແປ ຈາກພາສາໃດ, ຊື່ຜູ້ແປ; ຕໍ່ຈາກໜ້າ ປົກອ່ອນຕ້ອງພິມ ຄໍານໍາ ຫລື ຄໍາ ເຫັນກ່ອນພິມເນື້ອໃນ; ແຕ່ລະໜ້າ ຕ້ອງພິມເລກລໍາດັບ; ໜ້າສຸດທ້າຍ ຂອງປື້ມ ຕ້ອງພິມເອກະສານອ້າງ ອີງແລະຜູ້ອຸປະຖາປຶ້ມພິມ(ຖ້າມີ); ຫລັງປົກອ່ອນ; ຫລັງປົກແຂງ. ສໍາ ລັບສາລະບານນັ້ນ ອາດຈະພິມ ຫລັງຄໍານໍາ ຫລື ຫລັງເນື້ອໃນ. ສຳລັບການໂຄສະນາສິນຄ້າ ແລະ ການບໍລິການ ສາມາດຈັດພິມ ລົງໃສ່ປື້ມ, ສິ່ງພິມອື່ນ ຕາມລະບຽບ ການ. ສ່ວນປຶ້ມ, ສິ່ງພິມອື່ນກ່ຽວກັບ ທ່ານຜູ້ນໍາ ແມ່ນບໍ່ອະນຸຍາດໃຫ້ລົງ ໂຄສະນາສິນຄ້າແລະການບໍລິການ. ການພິມ ສາມາດດໍາເນີນໄດ້ໃນ ໂຮງພິມ, ຮ້ານພິມ, ຮ້ານອອກແບບ ພິມ ທີ່ໄດ້ຮັບທີ່ອະນຸຍາດຕາມລະ ບຽບກົດໝາຍ ໂດຍນໍາໃຊ້ເຕັກນິກ ການພິມທີ່ເໝາະສົມ ເຊັ່ນ: ຕີໂປ, ອັອບ ແຊັດ, ເລເຊີ, ໂຣນຽວ, ອິງ ແຈັດ, ອັດສໍາເນົາ, ຜ້າກັ້ງໄໝ ແລະ ອື່ນໆ. ເຈົ້າຂອງ ໂຮງພິມ, ຮ້ານພິມ ແລະ ຮ້ານອອກແບບພິມຕ້ອງດໍາ ເນີນການພິມໃຫ້ຖືກຕ້ອງຕາມເນື້ອ ໃນຕົ້ນສະບັບສົມບູນຂອງປື້ມ, ສິ່ງ ພິມອື່ນ ທີ່ໄດ້ມອບຮັບກັນ ແລະ ປະ ຕິບັດຕາມຂໍ້ຜູກພັນໃນການພິມທີ່ ໄດ້ກໍານົດໄວ້ໃນມາດຕາ 17 ຂອງ ກົດຫມາຍສະບັບນີ້. dy f9tdkory ,9e|j kp * ການຈັດພິມ ແມ່ນການທ້ອນ ໂຮມເອົາຜົນງານໃນການຄົ້ນຄວ້າ, ປະດິດຄິດແຕ່ງ, ການແປ, ຮູບແຕ້ມ ຫລື ຮູບຖ່າຍມາກວດແກ້, ຮຽບ ຮຽງແລ້ວຈັດເປັນຕົ້ນສະບັບສົມ ບູນ ແລະ ຂໍອະນຸຍາດພິມ. ສໍານັກພິມ ແລະ ເຈົ້າຂອງຕົ້ນ ສະບັບ ມີຫນ້າທີ່ຮ່ວມກັນກວດແກ້ ແລະ ຮຽບຮຽງຕົ້ນສະບັບ ໃຫ້ກາຍ ເປັນຕົ້ນສະບັບສົມບູນ ເພື່ອຂໍອະນຸ ຍາດພິມ. ການຮ່ວມກັນຈັດຕົ້ນສະ ບັບສົມບູນນັ້ນ ດໍາເນີນໄປຕາມສັນ ຍາ ດ້ວຍຮູບການຕ່າງໆ ເຊັ່ນ: ແບ່ງ ຜົນປະໂຫຍດນໍາກັນ ຫລື ເຈົ້າຂອງ ຕົ້ນສະບັບ ອາດຈະຂາຍຕົ້ນສະບັບ ໃຫ້ສໍານັກພິມຢ່າງຂາດຕົວ ຫລື ມີ ກໍານົດເວລາກໍໄດ້. ສຳລັບປຶ້ມ, ສິ່ງ ພິມອື່ນ ທີ່ຈະພິມຄືນໃນແຕ່ລະຄັ້ງ ຕ້ອງໄດ້ຮັບການເຫັນດີຈາກ ເຈົ້າ ຂອງລິຂະສິດ ແລະ ໄດ້ຜ່ານການ ກວດແກ້ ລວມທັງປຶ້ມ, ສິ່ງພິມອື່ນ ທີ່ ພິມຢູ່ຕ່າງປະເທດເປັນຕົ້ນສະບັບ * ໝາກມ່ວງເປັນໝາກໄມ້ຊະ ນິດໜຶ່ງທີ່ປູກງ່າຍໃຫຍ່ຂ້ອນຂ້າງ ໄວ ເຊິ່ງສາມາດເຫັນທັງສາຍພັນ ພື້ນເມືອງ ແລະ ສາຍພັນນໍາເຂົ້າ ຈາກຕ່າງປະເທດ ແຕ່ປັດຈຸບັນປະ ຊາຊົນ ຫັນມາ​ປູກ​ໝາກມ່ວງ​ເປັນ​ ສິນຄ້າ ເ​ພາະ​ເປັນ​ທີ່ຕ້​ ອງການຂອງ​ ຕະຫລາດ ເ​ພາະກິ​ ນໄ​ ດ້ທັ​ ງໝາກສຸກ​ ແລະ ໝາກດິບ ໃ​ ນຂ​ ະນະດ​ ຽວກັນກໍ​ ​ ແປຮູ​ ບໄ​ ດ້ທັ​ ງແ​ ບບສຸ​ ກ,​ ດິບດັ່ງນັ້​ ນ,​ ປະ​ຊົນ​ຈຶ່ງ​ນິຍົມ​ປູກເພື່ອຫລາຍ​ເພື່ອ​ ກິນພ​ າຍໃ​ ນຄ​ ອບຄົວແ​ ລະຂ​ າຍເ​ປັນ​ ສິນຄ້າ ​ແນວ​ໃດ​ກໍ​ດີ ​ເຖິງວ່​ າໝາກ ມ່ວງ​ຈະ​ປູກ​ງ່າຍ​ໃຫຍ່​ໄວ​ແຕ່ຈະ​ ເຮັດໃ​ ຫ້ມາກມ່​ ວງເ​ປັນໝາກດົກນັ້ນ ກໍ​ມີ​ສູດ​ບໍາລຸງ ​ແ​ລະ ມັນ​ກໍ​ມີ​ຫລາຍ​ ວິທີ ສະ​ນັ້ນ, ມື້​ນີ້ ຄໍ​ລໍາ​ສຶກສາ​ຫາ​ ຄວາມຈ​ ະມ​ າ ບ​ ອກສູ​ ດເ​ຮັດປຸ​ ຍໝັກ​ ໄວ້ບໍ​ າລຸງໝາກມ່ວງໃ​ ຫ້ໝາກດົກມີ​ ​ ດັ່ງ​ນີ້: ຂັ້ນຕອນ​ທໍາ​ອິດ​ແມ່ນ ວັດຖຸ​ດິບ ປະກອບມີ: ຝຸ່ນຄອກ 10 ກິໂລ, ຂີ້ແກບດິບ 5 ກິໂລ, ນ້ຳໝັກປາ 200 ມິນລີລິດ (ໃນນີ້ມີເສດປາ 3 ສ່ວນ, ກາກນ້ຳຕານ 1 ສ່ວນ ປະ ສົມເຂົ້າກັນແລ້ວໝັກປະໄວ້ 2 – 3 ເດືອນກ່ອນນຳມາໃຊ້ເປັນສ່ວນປະ ສົມນີ້ ), ນ້ຳໝາກໄມ້ 400 ມິນລີ ລິດ (ໝາກໄມ້ສຸກຊະນິດໃດກໍໄດ້ 3 ສ່ວນ, ກາກນ້ຳຕານ 1 ສ່ວນປະສົມ ໃຫ້ເຂົ້າກັນແລ້ວໝັກປະໄວ້ 2 – 3 ເດືອນກ່ອນເອົາມາເປັນສ່ວນປະສົມ ໃນນີ້ ), ປູນຂາວ 8 ກຣາມ, ປຸຍ ຢູເຣຍ 5 ກຣາມ ນ້ຳສະອາດ 20 ລິດ ຖັງສຳລັບໝັກ. ວິທີເຮັດປຸຍໝັກເລັ່ງໝາກມ່ວງ ດົກ: ເລີ່ມຈາກການກຽມນ້ຳສຳລັບ ຫົດກອງປຸຍ ໂດຍນ້ຳໝັກປາກັບນ້ຳ ໝັກໝາກໄມ້ສຸກປະສົມນ້ຳ20ລິດ, ເຮັດປຸຍເປັນ​ເປັນ​ກອງຊັ້ນໆຊັ້ນທຳ ອິດ ເ​ອົາແກບດິບມາກອງ ໃຫ້ແໜ້ນ ແລ້ວ ຫົດດ້​ ວຍນ້ຳກອງປຸຍທີ່ປະສົມ ກຽມໄວ​ໃຫ້​ທົ່ວ, ຈາກນັ້ນນຳປຸຍຢູ ເຣຍ(ມູນສັດ)ມາໂຮຍໃຫ້ທົ່ວກອງ ປຸຍເປັນຊັ້ນທີສອງ ແລ້ວຫົດນ້ຳ ກອງປຸຍອີກຮອບໜຶ່ງ, ນຳແກບດິບ ມາ ກອງທັບອີກຊັ້ນໜຶ່ງແລ້ວໃສ່ປຸຍ ຢູເຣຍ (ມູນສັດ) ຫົດນ້ຳກອງປຸຍ ເຮັດແບບນີ້ຕາມລຳດັບລຽງເປັນ ຊັ້ນປະມານ 3 ຊັ້ນ, ຊັ້ນເທິງສຸດນຳ ແກບດິບມາປິດທັບເປັນຊັ້ນສຸດທ້າຍ ເພື່ອຮັກສາຄວາມຊຸ່ມແລ້ວຫົດນ້ຳ ກອງປຸຍອີກຄັ້ງ, ໝັກປຸຍເປັນເວລາ 1 – 3 ເດືອນ ລະຫວ່າງໝັກໃຫ້ຫົດ ນ້ຳທີ່ກອງປຸຍເປັນປະຈຳໃຫ້ມີຄວາມ ຊຸ່ມຢູ່ທີ່ 60 ເ​ປີເ​ຊັນຕະຫລອດເວລາ ຈົນຄົບກຳນົດກໍເອົາມາໃຊ້ໄດ້ເລີຍ. ວິທີໃຊ້: ນຳປຸຍໝັກໄປໂຮຍອ້ອມ ຮອບຕົ້ນໝາກມ່ວງໃຫ້ທົ່ວ ເພື່ອບຳ ລຸງດິນ ແລະ ເລັ່ງການຈະເລີນເຕີບ ໂຕໃນທຸກສ່ວນຂອງຕົ້ນໝາກມ່ວງ ໂດຍໃສ່ປີລະ 2 – 3 ຄັ້ງ ຈະເຮັດໃຫ້ ຕົ້ນໝາກມ່ວງຕິດດອກອອກໝາກດີ ໃຫ້ຜົນຜະລິດຕະຫລອດປີ. ພາບປະກອບ * ຄົນລາວມີວັດທະນະທຳ, ຮີດ ຄອງປະເພນີ ແລະ ການດຳລົງຊີວິດ ຕິດພັນກັບທຳມະຊາດ ແລະ ການ ຜະລິດກະສິກຳ ມາແຕ່ບູຮານນະ ການ ຊຶ່ງຈະສັງເກດເຫັນໄດ້ຈາກ ເຄື່ອງໃຊ້ສອຍຕ່າງໆໃນຄົວເຮືອນ ລ້ວນແຕ່ຜະລິດມາຈາກທຳມະ ຊາດ ໂດຍສະເພາະແມ່ນໄມ້. ນອກ ນີ້, ການທຳມາຫາກິນ ກໍຄືການຜະ ລິດກະສິກຳນັ້ນບັນດາເຄື່ອງມືຕ່າງ ລ້ວນແຕ່ຜະລິດມາຈາກໄມ້ ໃນນັ້ນ ສ່ວນຫລາຍແມ່ນໄມ້ປ່ອງ. ໄມ້ປ່ອງຫລາຍຊະນິດ ນິຍົມນໍາ ມາໃຊ້ປະໂຫຍດໃນວຽກງານດ້ານ ການຜະລິດກະສິກຳ, ກາຍເປັນ ສ່ວນປະກອບໜື່ງທີ່ຂາດບໍ່ໄດ້ ແລະ ມີຄວາມຈຳເປັນທີ່ພວກເຮົາເຫັນ ຢູ່ເປັນປະຈຳໃນຊົນນະບົດຂອງປະ ເທດເຮົາ ມັນໄດ້ສະແດງໃຫ້ເຫັນ ເຖິງວິຖີດັ່ງເດີມຂອງລາວເຮົາ ໂດຍອີງຕາມການຜະລິດເຊັ່ນ: ການຜະລິດເຂົ້າ, ເຮັດສວນປູກພືດ ທັນຍາຫານ, ລ້ຽງສັດ ກໍ່ລ້ວນແລ້ວ ແຕ່ເປັນສ່ວນປະກອບທີ່ສຳຄັນໃນ ການຜະລິດເຄື່ອງຮັບໃຊ້ເຂົ້າໃນ ວຽກງານດັ່ງກ່າວ ເປັນຕົ້ນແມ່ນ: ດ້ຽມຈົກ, ສຽມ, ພ້າ, ມີດ, ຊວ້ານ ແລະ ອື່ນໆມັກເຮັດຈາກໄມ້ປ່ອງ ທີ່ຫາໄດ້ງ່າຍ. ກາບລາງຂອງໄມ້ ປ່ອງບາງຊະນິດຍັງນຳໃຊ້ເຂົ້າໃນ ການເຮັດເປັນກຸບ ຫລື ໝວກ ໃຊ້ ບັງແດດໃນຍາມອອກເຮັດການ ຜະລິດ. ສັງເກດໄດ້ຈາກຕົວຈິງໃນການ ຜະລິດເຂົ້າ ຊຶ່ງນັບແຕ່ຫວ່ານກ້າ ລົງນາກໍ່ມີການນໍາໃຊ້ກະບຸງ, ກະ ຕ່າ ທີ່ເຮັດຈາກໄມ້ປ່ອງ ເພື່ອໃສ່ ເຂົ້າແນວໄປຫວານ, ເມື່ອຫວ່ານ ແລ້ວກໍ່ຕ້ອງເຮັດຮົ້ວອ້ອມ ເພື່ອບໍ່ ໃຫ້ງົວ, ຄວາຍ ເຂົ້າທຳລາຍຕາກ້າ. ເມື່ອຮອດລະດູປັກດຳ, ຕ້ອງໄດ້ ກຽມຕອກ ເພື່ອມັດເຂົ້າກ້າ ໂດຍ ສ່ວນຫລາຍແມ່ນຈະອີງໃສ່ຊະນິດ ໄມ້ທີ່ຫາງ່າຍໃນແຕ່ລະທ້ອງຖິ່ນ ເພື່ອນຳມາເຮັດເປັນຕອກເຊັ່ນ: ໄມ້ບົງ, ໄມ້ຊອດ, ໄມ້ແຮ້, ໄມ້ພາງ, ໄມ້ໄລ່ ແລະ ອື່ນໆ. ເມື່ອຮອດລະ ດູເກັບກ່ຽວກໍ່ຕ້ອງໄດ້ໃຊ້ໄມ້ຕອກ ເຊັ່ນດຽວກັນ. ສ່ວນລານເຂົ້າ ເພິ່ນ ກໍປູກດ້ວຍໄມ້ປ່ອງ, ໄມ້ດ່ຽງຕີເຂົ້າ, ເລົາເຂົ້າ, ວີພັດເຂົ້າແກບ, ກະດົ້ງຝັດ ເຂົ້າ ແລະ ອື່ນໆ ແມ່ນນິຍົມເຮັດ ຈາກໄມ້ປ່ອງເຊັ່ນດຽວກັນ. ນອກ ຈາກນີ້, ການລ້ຽງສັດ ໂດຍສະ ເພາະເປັນອາຫານຂອງ ສັດກິນ ຫຍ້າ ໃບຂອງໄມ້ປ່ອງສາມາດນໍາ ມາເປັນອາຫານງົວ, ຄວາຍ. ໄມ້ ປ່ອງຍັງນຳມາສານເປັນສຸ່ມໄກ່, ເປັດ ຫລື ຕຸ້ມນົກຕ່າງໆ, ຄອກໝູ, ຄອກເປັດ, ຄອກໄກ່... ຄຽງຄູ່ກັນ ນີ້, ການຜະລິດອື່ນເຊັ່ນ: ເຮັດສວນ ຜັກກໍ່ຍັງໃຊ້ໄມ້ປ່ອງ ເພື່ອເຮັດເປັນ ຂອບກັ້ນໜານ, ຮົ້ວສວນ, ໄມ້ຄໍ້າ ຕົ້ນໄມ້, ສານເປັນເຄື່ອງໃຊ້ຕ່າງໆ ເຂົ້າໃນການເກັບກູ້ຜົນຜະລິດ. ນອກ ນັ້ນເພິ່ນຍັງປູກໄມ້ປ່ອງເຂົ້າເປັນພືດ ກະສິກຳເຊັ່ນ: ໄມ້ຊາງໄພ, ໄມ້ໄຜ່, ໄມ້ຮວກ ແລະ ອື່ນໆ ເພື່ອນຳໃຊ້ໄມ້ ແລະ ກີນໜໍ່ອ່ອນເປັນອາຫານ. ທັງໝົດນີ້ຖືວ່າໄມ້ປ່ອງມີຄວາມ ສຳຄັນໃນການດຳລົງຊີວິດຂອງ ຄົນລາວ ໂດຍສະເພາະແມ່ນການ ຜະລິດກະສິກຳ, ໃນຍຸກປັດຈຸບັນ ເຖິງວ່າຈະມີເຄື່ອງມືທັນສະໄໝ ແລ້ວ ແຕ່ໄມ້ປ່ອງກໍຍັງແມ່ນສິ່ງຈຳ ເປັນ ແລະ ຂາດບໍ່ໄດ້ ໂດຍສະເພາະ ໃນວຽກງານກະສິກຳ.

RkJQdWJsaXNoZXIy MTc3MTYxMQ==