21/03/2023 xtgmf]k; 4 3]d c]t gsfdko *** ອ່ານຕໍ່ສະບັບໜ້າ *** *** ອ່ານຕໍ່ສະບັບໜ້າ *** dkoIj ;,,n 0v'[a ofkxtgmfrkdrN ovj k'c,j oE0v' mk[mk,Ij k'fe]a fdkosa osq ;|j ;p;y -kdko gxa og9Q k8q ogv' c]t Ij k'fe]a f;j kfh ;prk]tdvo ]k;{9u o g-a o[q f[a omb dIj ;,,n fh kodtly deltvkf{ma oltw\ gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *ການຮ່ວມມືໃນຂົງເຂດອ່າງ ແມ່ນໍ້າຂອງໄດ້ເລີ່ມຖືກໍາເນີດມາແຕ່ ຊຸມປີ 1950, ໂດຍເລີ່ມຈາກການ ສຶກສາກ່ຽວກັບທ່າແຮງຂອງແມ່ນ້ຳ ຂອງໃນດ້ານການພັດທະນາໄຟຟ້າ ພະລັງນໍ້າ ແລະ ຊົນລະປະທານໃນ ປີ 1952 ໂດຍສະພາມົນຕີດ້ານເສດ ຖະກິດຂອງສະຫະປະຊາຊາດໃນ ຂົງເຂດອາຊີ ແລະ ຕາເວັນອອກ ໄກ(Economic Commission for Asia and the Far East - ECAFE) ແລະ ບົດລາຍງານກ່ຽວ ກັບການວາງແຜນແລະ ການພັດທະ ນາໃນອ່າງແມ່ນໍ້າຂອງຕອນລຸ່ມ ໃນ ປີ 1955-1956. ການສຶກສາດັ່ງກ່າວໄດ້ກໍ່ໃຫ້ ເກີດຄວາມສົນໃຈໃຫ້ແກ່ບັນດາປະ ເທດແມ່ນ້ຳຂອງຕອນລຸ່ມ ແລະ ອົງ ການ ECAFE, ທີ່ຫາກໍ່ຖືກກໍ່ຕັ້ງ ຂປລ. ພັກ, ລັດຖະບານ ແລະ ປະຊາຊົນຈີນ ຍາມໃດກໍຖື ວ່າ ສັນຕິ ພາບ ແລະ ຄວາມໝັ້ນຄົງເປັນບັນ ຫາສໍາຄັນ, ຕັດສິນຊີ້ຂາດໂຊກຊາຕາ ກຳຂອງມວນມະນຸດ, ການສ້າງສາ ພັດທະນາປະເທດຂອງ ສປ ຈີນ ຈະບໍ່ສາມາດດໍາເນີນໄປຢ່າງເປັນ ປົກກະຕິ ຖ້າສະພາບແວດລ້ອມພາຍ ນອກບໍ່ມີຄວາມສະຫງົບ. ຄຽງຄູ່ກັນ ນັ້ນ, ຖ້າພາຍໃນຈີນ ບໍ່ມີຄວາມສະ ຫງົບກໍຈະສົ່ງຜົນສະທ້ອນໂດຍກົງຕໍ່ ສະຖຽນລະພາບ ແລະ ຄວາມໝັ້ນ ຄົງຢູ່ໃນພາກພື້ນ ແລະ ໃນໂລກ. ໃນໄລຍະຜ່ານມາ, ສປ ຈີນໄດ້ ທຸ້ມເທສະຕິປັນຍາ, ເຫື່ອແຮງ ແລະ ງົບປະມານເຂົ້າໃນການສົ່ງເສີມສັນ ຕິພາບແລະຄວາມໝັ້ນຄົງຢູ່ໃນພາກ ພື້ນແລະສາກົນໂດຍຜ່ານຫລາຍກົນ ໄກ, ຫລາຍຊ່ອງທາງ ແລະ ຫລາຍ ຮູບແບບ. ຍ້ອນເຫັນໄດ້ຄວາມສຳ ຄັນດັ່ງກ່າວ, ທ່ານ ສີ ຈິ້ນຜິງ ປະ ທານປະເທດແຫ່ງ ສປ ຈີນ ໄດ້ສະ ເໜີ “ແນວຄວາມຄິດຄວາມໝັ້ນຄົງ ແບບໃໝ່” ເປັນຄັ້ງທໍາອິດໃນປີ 2014, ຈຸດປະສົງເພື່ອສົ່ງເສີມໃຫ້ ໂລກມີສັນຕິພາບ ແລະ ຄວາມໝັ້ນ ຄົງຮ່ວມກັນ ເຊິ່ງກວມລວມເອົາ ຂປລ. ກະຊວງພາຍໃນ ຈັດກອງ ປະຊຸມທາບທາມຮ່າງດຳລັດ ວ່າ ດ້ວຍການຫັນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງແລະຮ່າງດຳລັດວ່າ ດ້ວຍພາລະກອນ ໃນວັນທີ 14-15 ມີນາ 2023 ພາຍໃຕ້ການເປັນປະ ທານຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ອົງ ການອ້ອມຂ້າງສູນກາງເຂົ້າຮ່ວມ. ທ່ານ ນິສິດ ແກ້ວປັນຍາ ໄດ້ໃຫ້ ຮູ້ວ່າ: ໃນການຄົ້ນຄວ້າສ້າງຮ່າງດໍາ ລັດ ທັງສອງສະບັບນີ້, ໄດ້ອີງໃສ່ ບັນດາຂໍ້ມູນ, ນິຕິກໍາທີ່ກ່ຽວຂ້ອງ, 0= ]y g]ju , 7;k,\A o7q '0v'3]d xtdv[lj ;o le7a og0Q k.odkolqj 'glu ,la o8y rk[3]d h ໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ, ສະຖາບັນການຕ່າງປະເທດ ຫລາຍຂົງເຂດ, ການຮ່ວມມືກັນ ແລະ ມີລັກສະນະຍືນຍົງ, ເດືອນເມ ສາ 2022, ທ່ານສີຈິ້ນຜິງ, ປະທານ ປະເທດ ແຫ່ງ ສປ ຈີນ ໄດ້ສະເໜີຂໍ້ ລິເລິ່ມ “ຄວາມໝັ້ນຄົງຂອງໂລກ” ໃນໂອກາດມີຄໍາເຫັນໃນພິທີເປີດເວ ທີປຶກສາຫາລືໂບອາວ ເພື່ອອາຊີ 2022 ໂດຍອີງໃສ່ເນື້ອໃນຈິດໃຈພື້ນ ຖານຂອງ “ແນວຄວາມຄິດຄວາມ ໝັ້ນຄົງແບບໃໝ່” ທີ່ທ່ານໄດ້ຍົກ ຂຶ້ນ ໃນປີ 2014. ຂໍ້ລິເລິ່ມດັ່ງກ່າວແມ່ນ ໜຶ່ງໃນຄວາມພະຍາຍາມ ຂອງ ສປ ຈີນ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ ແລະ ຢູ່ໃນໂລກ ເຊິ່ງໄດ້ຮັບສຽງຕອບຮັບ ເປັນຢ່າງດີຈາກປະຊາຄົມໂລກເໝືອ ດັ່ງຂໍ້ລິເລິ່ມ”ໜຶ່ງແລວໜຶ່ງເສັ້ນ ທາງ” ທີ່ປະທານປະເທດ ສີ ຈິ້ນຜິງ ປະກາດ ໃນປີ 2013, ພາຍຫລັງ ທີ່ຍົກຂໍ້ລິເລິ່ມ “ຄວາມໝັ້ນຄົງຂອງ ໂລກ” ຂຶ້ນກໍໄດ້ຮັບການຍ້ອງຍໍ ແລະ ສະໜັບສະໜູນ ຈາກ 80 ກວ່າປະ ເທດໃນໂລກ. ໃນນັ້ນ, ສປປ ລາວ ໂດຍເຫັນໄດ້ເຖິງຄວາມໝາຍຄວາມ ສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກກໍໄດ້ໃຫ້ການສະໜັບສະໜູນ ຂໍ້ລິເລິ່ມດັ່ງກ່າວຕັ້ງແຕ່ຫົວທີ. ວັນທີ 21 ກຸມພາ 2023, ເພື່ອ ເປັນບ່ອນອີງໃນການຈັດຕັ້ງຜັນຂະ ຫຍາຍຂໍ້ລິເລິ່ມ“ຄວາມໝັ້ນຄົງຂອງ ໂລກ”ໃຫ້ເປັນຮູບປະທຳລັດຖະບານ ຈີນ ໄດ້ເຜີຍແຜ່ເອກະສານ “ແນວ ຄວາມຄິດກ່ຽວກັບຂໍ້ລິເລີ່ມ“ຄວາມ ໝັ້ນຄົງຂອງໂລກ”ທີ່ຊີ້ແຈງໃຫ້ເຫັນ 6 ຂໍ້ຍຶດໝັ້ນ ທີ່ເປັນຫລັກການພື້ນ ຖານຂອງຂໍ້ລິເລິ່ມດັ່ງກ່າວ ເຊັ່ນ: ໜຶ່ງ. ຍຶດໝັ້ນແນວຄວາມຄິດຄວາມ ໝັ້ນຄົງໃນຮູບແບບຮ່ວມກັນ, ກວມ ລວມ, ຮ່ວມມືແລະ ຍືນຍົງ; ສອງຍຶດ ໝັ້ນການເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ ລະປະເທດ; ສາມ. ຍຶດໝັ້ນປະຕິບັດ ຕາມເປົ້າໝາຍ ແລະ ຫລັກການຂອງ ກົດບັດອົງການສະຫະປະຊາຊາດ; ສີ່. ຍຶດໝັ້ນຖືສໍາຄັນຄວາມໝັ້ນຄົງ ທີ່ເໝາະສົມຂອງແຕ່ລະປະເທດ; ຫ້າ. ຍຶດໝັ້ນການແກ້ໄຂບັນຫາຂໍ້ຂັດ ແຍ່ງລະຫວ່າງປະເທດ ໂດຍຜ່ານ ການປຶກສາຫາລືໃນຮູບແບບສັນຕິ ວິທີ; ຫົກ. ຍຶດໝັ້ນການຮັກສາຄວາມ ໝັ້ນຄົງທາງດ້ານການທະຫານແລະ ຄວາມໝັ້ນຄົງທີ່ບໍ່ແມ່ນດ້ານການ ທະຫານ. ນອກນັ້ນ, ເອກະສານດັ່ງ ກ່າວ ຍັງໄດ້ສະເໜີແນະ 20ທິດທາງ ຈຸດສຸມຂອງການຮ່ວມມື,ໂດຍການ ສົ່ງເສີມພາລະບົດບາດຂອງກົນໄກ ການຮ່ວມມືເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນຂອບອົງ ການສະຫະປະຊາຊາດ, ຂອບການ ຮ່ວມມືພາກພື້ນ ແລະ ອານຸພາກພື້ນ ຕ່າງໆໃນທົ່ວໂລກໃຫ້ມີປະສິດທິຜົນ, ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບ ປະທໍາກວ່າເກົ່າ. ພ້ອມນັ້ນ, ຍັງຮຽກ ຮ້ອງໃຫ້ສັງຄົມໂລກໃຫ້ການສະໜັບ ສະໜູນທາງດ້ານງົບປະມານ, ເຕັກ ນິກ, ຂໍ້ມູນຂ່າວສານໃຫ້ແກ່ບັນດາ ປະເທດທີ່ພົບຄວາມຫຍຸ້ງຍາກໃນ ການຮັບມືກັບຄວາມໝັ້ນຄົງທີ່ບໍ່ ແມ່ນດ້ານການທະຫານ, ໄປຄຽງຄູ່ ກັບການສົ່ງເສີມການແກ້ໄຂບັນຫາ ຂໍ້ຂັດແຍ່ງໃນທາງສັນຕິວິທີ,ຕ້ານ ການເຮັດສົງຄາມນິວເຄຣຍ, ຄຸ້ມ ຄອງຄວາມສ່ຽງໃນການຄົ້ນຄວ້າ- ວິໄຈຊີວະພາບ, ສົ່ງເສີມການຮ່ວມມື ສາກົນໃນຂົງເຂດວຽກງານອາວະ ກາດ, ສົ່ງເສີມບົດບາດຂອງອົງ ການອະນາໄມໂລກໃນການຮັບມື ກັບພະຍາດລະບາດ, ຮັກສາສະຖຽນ ລະພາບຄວາມໝັ້ນຄົງທາງດ້ານ ສະບຽງອາຫານ ແລະ ພະລັງງານ, ຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງໃນປີ 2030 ຂອງອົງການສະຫະປະຊາຊາດ ແລະ ວຽກຈຸດສຸມ ອື່ນໆ. (ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4, ທີ່ນະຄອນຫລວງວຽງຈັນ ໃນວັນທີ 2-5 ເມສາ 2023) ຂຶ້ນໃໝ່, ໃນການສ້າງແຜນງານຂະ ໜາດໃຫຍ່ ເພື່ອເຮັດການຄຸ້ມຄອງ ແມ່ນ້ຳຂອງທີ່ໃນສະໄໝນັ້ນຖືວ່າ ເປັນໜຶ່ງໃນແມ່ນ້ຳກັນດານທີ່ສຸດ ໃນໂລກ. ສິ່ງນີ້ໄດ້ນໍາໄປສູ່ການສ້າງ ຕັ້ງຄະນະກຳມະການ ເພື່ອການປະ ສານງານໃນການສຳຫລວດອ່າງ ນໍ້າຂອງຕອນລຸ່ມ (Committee for Coordination of Investigations on the Lower Mekong River Basin) ຫລື ຮຽກກັນສັ້ນໆວ່າ ຄະນະກຳມະ ການແມ່ນ້ຳຂອງ (Mekong Committee) ໃນປີ 1957. ອົງການດັ່ງກາວໄດ້ເກີດຂຶ້ນໃນ ຍຸກສະໄໝທີ່ມີການເບິ່ງໂລກໃນ ແງ່ດີໃນທາງວິທະຍາສາດ ແລະ ເຕັກໂນໂລຊີ, ອັນເປັນຍຸກທີ່ຜູ້ຄົນພາ ກັນເຊື່ອວ່າເຕັກໂນໂລຊີ ຈະມີຄຳ ຕອບໃຫ້ທຸກບັນຫາທີ່ມີໃນໂລກສະ ເໝີ. ໃນເວລານັ້ນ ຍັງບໍ່ເຄີຍມີອົງ ການຄຸ້ມຄອງແມ່ນ້ຳສາກົນສາຍໃດ ໃນໂລກທີ່ໄດ້ເຄີຍພະຍາຍາມໃນ ການແບກຮັບຄວາມຮັບຜິດຊອບ ຢ່າງຮອບດ້ານທັງໃນດ້ານການໃຫ້ ທຶນ, ກໍ່ສ້າງ, ຄຸ້ມຄອງ ແລະ ບຳລຸງ ຮັກສາບັນດາໂຄງການໃນແມ່ນ້ຳ ສາກົນແບບນີ້ມາກ່ອນ. ນັບແຕ່ປີ 1955 ຈົນເຖິງກາງ ຊຸມປີ 1960, ຄະນະກຳມະການແມ່ ນ້ຳຂອງໄດ້ເຮັດການສຶກສາ ແລະ ສຳຫລວດຫລາຍຮ້ອຍໂຄງການ. ບັນດາທິມງານ ແລະ ຜູ້ຊ່ຽວຊານ ໄດ້ເດີນທາງຂຶ້ນລົງຕາມລຳແມ່ນໍ້າ ຂອງ ແລະ ບັນດານ້ຳສາຂາດ້ວຍ ການຂີ່ລົດ ແລະ ເຮືອສະລັບກັບການ ຍ່າງ ແລະ ຂີ່ຊ້າງໃນບາງເຂດ ເພື່ອ ດໍາເນີນການວັດແທກ, ເກັບຕົວຢ່າງ, ສ້າງແຜນທີ່ ແລະ ເກັບກຳເອກະ ສານໃນຮູບແບບທີ່ຫລາກຫລາຍ ແລະ ນໍາໄປສູ່ການຮວບຮວມເປັນ ແຜນອ່າງຮັບນໍ້າແບບຊີ້ນໍາ (Indicative Basin Plan) ທີ່ເຮັດສຳ ເລັດໃນປີ 1970. ບັນດາການສຶກ ສາເຫລົ່ານີ້ຄືພື້ນຖານຂອງອົງ ຄວາມຮູ້ທີ່ນັບວັນນັບເຕີບໃຫຍ່ຂະຫ ຍາຍຕົວແລະ ປັດຈຸບັນໄດ້ຖືກບຳລຸງ ຮັກສາໂດຍຄະນະກຳມາທິການແມ່ ນ້ຳຂອງສາກົນ. ງານຄຸ້ມຄອງ ແລະ ພັດທະນາພາລະ ກອນ ໃຫ້ມີຄຸນນະພາບ, ຍຸຕິທຳ, ໂປ່ງໄສ, ສາມາດກວດສອບໄດ້, ວ່ອງໄວ, ທັນສະໄໝ, ເປັນມືອາຊີບ, ມີປະສິດທິພາບແລະປະສິດທິຜົນປະ ກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ພັດທະນາປະເທດຊາດ, ພາລະກອນແມ່ນບຸກຄະລາກອນ ຂອງລັດ ທີ່ຖືກຮັບບັນຈຸສັບຊ້ອນ, ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃດໜຶ່ງຢູ່ ຫົວໜ່ວຍວິຊາການທີ່ຂຶ້ນກັບອົງ ການຈັດຕັ້ງພັກ, ລັດ, ແນວລາວສ້າງ ຊາດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງແລະທ້ອງຖິ່ນຊຶ່ງໄດ້ຮັບ ເງິນເດືອນ ແລະ ເງິນອຸດໜູນຈາກ ລາຍຮັບວິຊາການຂອງຫົວໜ່ວຍ ວິຊາການຕາມກົດໝາຍ ແລະ ລະ ບຽບການ. ໃນໂອກາດນີ້, ທ່ານ ນິສິດ ແກ້ວ ປັນຍາ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມ ຈົ່ງຍົກສູງຄວາມຮັບຜິດຊອບ ຮ່ວມປະກອບຄຳຄິດຄຳເຫັນຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ຮ່າງດໍາ ລັດທັງສອງສະບັບ ມີເນື້ອໃນທີ່ຮັດ ກຸມ, ລະອຽດ, ຈະແຈ້ງ, ຄົບຖ້ວນ, ສອດຄ່ອງກັບສະພາບການຈັດຕັ້ງ ປະຕິບັດຕົວຈິງ ແລະ ສາມາດນໍາສະ ເໜີລັດຖະບານພິຈາລະນາອະນຸມັດ ຕາມແຜນການທີ່ກໍານົດ. ຂ່າວ: ທະນູທອງ ຂປລ. ກົມປູກຝັງ, ກະຊວງກະສິ ກຳ ແລະ ປ່າໄມ້ ແລະ ບໍລິສັດ ໄໜ ສຽງພັດທະນາກະສິກຳ ແຂວງໄຮ ລົງຈ່ຽງ ຈຳກັດ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈຮ່ວມມືດ້ານກະສິກຳ ສະອາດ-ທັນສະໄໝ ໃນວັນທີ 17 ມີນາ 2023 ທີ່ນະຄອນຫລວງ ວຽງຈັນ. ໂຄງການດັ່ງກ່າວຈະໄດ້ ຈັດຕັ້ງປະຕິບັດ 4 ຈຸດ ຄື: ຢູ່ສູນມາດ ຕະຖານກະສິກຳສະອາດກົມປູກຝັງ, ບ້ານໄຜ່ລ້ອມ, ບ້ານດົງບັງ ແລະ ບ້ານແກ້ງໄຄ້ ເມືອງໄຊທານີນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ທີ່ລຽບຕາມເສັ້ນທາງລົດໄຟລາວຈີນ, ພ້ອມທັງຊອກຫາພື້ນທີ່ເໝາະ ສົມ ໃຫ້ໄດ້ 4 ຈຸດ, ຈຸດລະ 150 ເຮັກຕາ ເພື່ອພັດທະນາພະລັງງານ ແສງຕາເວັນ ຮັບໃຊ້ການຜະລິດກະ ສິກຳທັນສະໄໝດັ່ງກ່າວ, ຄາດຄະເນ ມູນຄ່າໂຄງການ ປະມານ 79 ລ້ານ ໂດລາສະຫະລັດ ໂດຍການຮ່ວມ ລົງນາມ ລະຫວ່າງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ແລະ ທ່ານ ນາງ ເອີເວ ປະທານ ບໍລິສັດ ໄໝສຽງ ພັດທະນາກະສິກຳ ແຂວງໄຮລົງຈ່ຽງ ຈຳກັດ, ມີທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ກຳມະທິການຮ່ວມມືລາວ-ຈີນ ພ້ອມ ດ້ວຍພະນັກງານກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງກະຊວງ ກະສິກຳ ແລະ ປ່າໄມ້ໄດ້ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ, ພາຍຫລັງກົມ ປູກຝັງ ໄດ້ເຊັນບົດບັນທຶກຄວາມເຂົ້າ ໃຈກັບບໍລິສັດ ໄໝສຽງພັດທະນາ ກະສິກໍາ ແຂວງໄຮລົງຈ່ຽງ ຈຳກັດ ທີ່ນະຄອນຫລວງວຽງຈັນ, ລົງ ວັນທີ 15 ຕຸລາ 2018 ກ່ຽວກັບ ການຮ່ວມມືດ້ານວິຊາການ (ໂຄງ ການຕົວແບບການຜະລິດພືດຜັກ ແລະໝາກໄມ້ສະອາດ)ຢູ່ສປປລາວ ໄປຕາມທິດການຜະລິດກະສິກໍາສະ ອາດ, ສີຂຽວ ແລະ ຍືນຍົງ ທັງເປັນ ທ່າແຮງໃນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານວິ ຊາການ ແລະ ກະສິກອນ, ກົມປູກ ຝັງຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ໄດ້ຮ່ວມກັບບໍລິສັດ ຂຽນບົດ ສະເໜີໂຄງການຕົວແບບການປູກ ພືດຜັກ ແລະ ໝາກໄມ້ສະອາດຕິດ ພັນກັບການນຳໃຊ້ພະລັງແສງຕາ ເວັນ ປະກອບເຂົ້າໃນໂຄງການຊ່ວຍ ເຫລືອລ້າ ຈາກລັດຖະບານ ສປ ຈີນ, ເຊິ່ງໄລຍະດຽວກັນນັ້ນ, ບໍລິສັດ ບໍລິສັດ ໄໝສຽງ ພັດທະນາກະສິກຳ ແຂວງໄຮລົງຈ່ຽງຈຳກັດບໍສາມາດ ເຂົ້າມາເຄື່ອນໄຫວຈັດຕັ້ງປະຕິບັດ ໂຄງການດັ່ງກ່າວໄດ້, ເນື່ອງຈາກ ໄດ້ຜະເຊີນກັບບັນຫາການແພ່ລະ ບາດ ຂອງພະຍາດໂຄວິດ-19. ທ່ານ ວັນທ່ຽງ ພົມມະສຸລິນ ຍັງ ໃຫ້ຮູ້ອີກວ່າ: ມາຮອດປັດຈຸບັນ, ບໍລິ ສັດ ແມ່ນມີຄວາມພ້ອມໃນການສືບ ຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ແລະ ໄດ້ຮ່ວມກັບກົມ ປູກຝັງຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງບົດບົດບັນທຶກຄວາມເຂົ້າ ໃຈຮ່ວມມືດ້ານກະສິກຳສະອາດທັນສະໄໝຄືນໃໝ່ແນໃສ່ເພື່ອການ ຜະລິດພືດຜັກ ແລະ ໝາກໄມ້ສະ ອາດ ແລະ ນຳໃຊ້ພະນັກງານແສງ ຕາເວັນ ເຂົ້າໃນການຜະລິດ. ພາຍຫລັງທີ່ໄດ້ເຊັນບົດບັນທຶກ ນີ້ແລ້ວ, ກົມປູກຝັງ ຈະໄດ້ຮ່ວມກັບ ບໍລິສັດ ວາງແຜນດຳເນີນງານ ການຈັດຕັ້ງປະຕິບັດບັນດາກິດຈະ ກຳຂອງໂຄງການໃຫ້ລະອຽດ, ມີ ເນື້ອໃນກວມລວມກ່ຽວກັບການ ສ້າງເຮືອນຮົ່ມທັນສະ ໄໝ, ໂຄງລ່າງ ພື້ນຖານ, ບັນດາເຄື່ອງມືອຸປະກອນ ຮັບໃຊ້ໂຄງການ ລວມທັງການຝຶກ ອົບຮົມ, ຖ່າຍຖອດເຕັກນິກໃຫ້ແກ່ວິ ຊາການຂັ້ນແຂວງ, ເມືອງ, ຜູ້ປະ ກອບການ ແລະ ກະສິກອນໃຫ້ຮຽນ ຮູ້ໄດ້ເຖິງເຕັກນິກ-ເຕັກໂນໂລຊີທີ່ທັນ ສະໄໝ ເຂົ້າໃນການຜະລິດພືດຜັກ ແລະ ໄມ້ໃຫ້ໝາກສະອາດແນໃສ່ ເຮັດໃຫ້ການຜະລິດກະສິກຳສະອາດ ເປັນສິນຄ້າ ມີທັງປະລິມານ ແລະຄຸນ ນະພາບ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຍັງ ສປ ຈີນ ໃຫ້ຫລາຍ ຂຶ້ນ. ສູນວັດທະນະທຳຈີນ... ສືສະເພາະເດັກນ້ອຍ, ມີບໍລິການ ການຢືມປື້ມ ແລະ ຫ້ອງສຳຜັດວັດ ທະນະທຳໄດ້ອອກແບບເປັນແບບ ບູຮານ ມີອົງປະກອບວັດທະນະທຳ ອັນດັ້ງເດີມຂອງຈີນ, ສາມາດສຳ ຜັດໄດ້ເຖິງສະເໜ່ທີ່ບໍ່ມີສິ້ນສຸດຂອງ ເຄື່ອງດົນຕີຈີນ ແລະ ໝາກລຸກຈີນ. ນອກນີ້, ຍັງມີການສະແດງສິລະ *** ຕໍ່ຈາກໜ້າ 1 *** ການຖອດຖອນບົດຮຽນຈາກການ ເຮັດທົດລອງຫັນ 5 ຫົວໜ່ວຍ ກຸ້ມ ຕົນເອງດ້ານງົບປະມານ ແລະ ການ ສຶກສາຂໍ້ມູນຂອງບັນດາປະເທດ ໃນ ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກໍໄດ້ຄົ້ນຄວ້າກໍານົດເງື່ອນໄຂ ແລະ ວິທີການໃນການຫັນຫົວໜ່ວຍວິຊາ ການເປັນເຈົ້າຕົນເອງ ລາຍງານຕໍ່ ກອງປະຊຸມລັດຖະບານປະຈໍາເດືອນ ກັນຍາ 2022 ຜ່ານມາ ເຊິ່ງກອງ ປະຊຸມມີມະຕິຕົກລົງເຫັນດີເປັນ ເອກະພາບ. ຮ່າງດຳລັດ ວ່າດ້ວຍການຫັນ ຫົວໜ່ວຍວິຊາການເປັນເຈົ້າຕົນ ເອງ ໄດ້ກໍານົດຫລັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບ ການຫັນເປັນເຈົ້າຕົນເອງ, ການຄຸ້ມ ຄອງ, ການຕິດຕາມກວດກາ ແລະ ປະເມີນຜົນຫົວໜ່ວຍວິຊາການ ເປັນເຈົ້າຕົນເອງ ແນໃສ່ສ້າງຄວາມ ເຂັ້ມແຂງໃຫ້ຫົວໜ່ວຍວິຊາການ ສາມາດແຂ່ງຂັນຕາມກົນໄກເສດຖະ ກິດຕະຫລາດຮັບປະກັນການບໍລິ ການດ້ານວິຊາການໃຫ້ປະຊາຊົນ ແລະ ທົ່ວສັງຄົມຢ່າງມີປະສິດທິ ພາບ, ປະສິດທິຜົນປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມຂອງຊາດ ເຊິ່ງການຫັນຫົວໜ່ວຍ ວິຊາການ ເປັນເຈົ້າຕົນເອງແມ່ນ ການຫັນຫົວໜ່ວຍວິຊາການທີ່ມີ ເງື່ອນໄຂ ເພື່ອມອບຄວາມຮັບຜິດ ຊອບດ້ານງົບປະມານບໍລິຫານປົກ ກະຕິ, ດ້ານການປະຕິບັດໜ້າທີ່ວຽກ ງານ, ດ້ານກົງຈັກການຈັດຕັ້ງ, ດ້ານ ບຸກຄະລາກອນ ແລະ ດ້ານການລົງ ທຶນໃຫ້ເປັນເຈົ້າຕົນເອງເທື່ອລະກ້າວ. ສ່ວນຮ່າງດຳລັດວ່າດ້ວຍພາລະ ກອນ ໄດ້ກຳນົດຫລັກການ, ລະບຽບ ການ ແລະ ມາດຕະການກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມກວດ ກາວຽກງານພາລະກອນເພື່ອເຮັດ ໃຫ້ອົງການຄຸ້ມຄອງພາລະກອນຂັ້ນ ສູນກາງ ແລະ ຂັ້ນທ້ອງຖິ່ນ ດຳເນີນ ວຽກງານດັ່ງກ່າວຢ່າງຖືກຕ້ອງ, ເປັນລະບົບ, ມີຄວາມເປັນເອກະ ພາບ, ເຂັ້ມແຂງ ແລະ ໜັກແໜ້ນ ແນ ໃສ່ຮັບປະກັນການປະຕິບັດວຽກ ປະຊົງນໍ້າຊາ, ມີກາເຟ ແລະ ຂອງ ຫວ່າງໄວ້ບໍລິການ. ຫໍສະໝຸດຂອງສູນວັດທະນະທຳ ຈີນ ປະຈໍາ ສປປ ລາວ ເປີດໃຫ້ບໍລິ ການທຸກວັນພຸດ-ວັນສຸກ ຕອນເຊົ້າ ເວລາ9:00-11:00ໂມງແລະຕອນ ບ່າຍເວລາ 14:30-16:30 ໂມງ; ຫ້ອງວາງສະແດງ, ໂຮງໜັງ, ຫ້ອງ ສຳຜັດວັດທະນະທຳເປີດທຸກໆວັນ ເສົາ ເວລາ 9:00-16:00 ໂມງ; ຫ້ອງຮຽນພາສາຈີນ ເປີດສອນວັນ ເສົາ-ວັນອາທິດ ເວລາ 9:0011:00 ໂມງ.
RkJQdWJsaXNoZXIy MTc3MTYxMQ==