lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 21/03/2023 xtgmf]k; ຊົມເຊີຍນ້ຳໃຈ... ຫົວໜ້າຄະນະຈັດຕັ້ງ... ຫົວໜ້າຄະນະພົວພັນ... ລັດຖະມົນຕີກະຊວງ... ນາຍົກລັດຖະມົນຕີ... ສ້າງຈິດສຳນຶກ... ປະທານປະເທດ... ການປາບປາມອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນ ແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ. ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍ ພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະ ບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນ ການຕໍ່ສູ້ຍືດເຍື້ອຍາວນານຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດ ລາວ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳ ພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດ ຫານ, ລະອິດລະອ້ຽວ ທໍລະຫົດອົດທົນ, ເຕັມໄປດ້ວຍຄວາມເສຍສະລະ ຕະຫລອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດ ຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບໃໝ່, ລົບລ້າງ ລະບອບສັກດີນາຫລ້າຫລັງ ແລ້ວສ້າງລະບອບໃໝ່ ລະບອບປະຊາທິປະ ໄຕປະຊາຊົນ ແລະ ສະຖາປະນາ ເປັນປະເທດສາທາລະນະລັດປະຊາທິ ປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີໃນ ວັນທີ 2 ທັນວາ ປີ 1975 . ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະຕະ ວັດທີ 14, ແຕ່ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ, ໄລຍະທີ່ດຸເດືອດ ຂ້ຽວຂາດ ເປັນຕາຍກວ່າໝູ່ແມ່ນໄລຍະສົງ ຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະ ແຫ່ງການນຳພາຕໍ່ສູ້ອັນລະອິດລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກ ປະຊາຊົນລາວ ກໍຄືລັດຖະບານລາວອິດສະລະໃນເມື່ອກ່ອນ ຊຶ່ງປັດຈຸ ບັນເປັນພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງ ພວກເຮົາ ກໍໄດ້ຖືສຳຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ ໄດ້ຮັບບາດເຈັບເສຍອົງຄະ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດ ຮັບຮອງເອົາວັນທີ 21 ມີນາ 1946 ເປັນວັນນັກຮົບເສຍອົງຄະ ແລະ ສະ ລະຊີວິດເພື່ອປະເທດຊາດ. ຂະບວນການຕໍ່ສູ້ຂອງ ປະຊາຊົນລາວເຮົາກັບ ສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດ ຄອງລາວ ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດ ໃຫ້ແກ່ຜືນແຜ່ນດິນອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ ແກ່ຜູ້ຮຸກຮານ. ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະລະຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສະລະ ເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າ ທຸກວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປົກ ປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດເຮົາ; ພ້ອມກັນອຸທິດຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລຕາມຈຸດໝາຍກ້າວສູ່ສັງ ຄົມນິຍົມໃຫ້ສຳເລັດຜົນເປັນກ້າວໆ. ນ້ຳໃຈ ວັນທີ 21 ມີນາ ໝັ້ນຍືນ ! ກຳປູເຈຍ ນຳໂດຍ ສົມເດັດກຣໍລາ ໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງພາຍໃນກຳ ປູເຈຍ ໃນໂອກາດເດີນທາງມາຢ້ຽມ ຢາມສັນຖະວະໄມຕີ ແລະ ເຂົ້າຮ່ວມ ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ປະຈຳປີ 2023 ລະ ຫວ່າງ ວັນທີ 17-20 ມີນາ 2023. ທ່ານສອນໄຊສີພັນດອນ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ ສົມເດັດ ກຣໍລາ ໂຮມ ຊໍ ເຄັງ ພ້ອມດ້ວຍຄະນະຜູ້ແທນກະ ຊວງພາຍໃນກຳປູເຈຍ ທີ່ໄດ້ມາ ເຄື່ອນໄຫວຢ້ຽມຢາມແລະເຮັດວຽກ ຮ່ວມກັບກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ເພື່ອພ້ອມກັນ ເສີມຂະຫຍາຍສາຍພົວພັນທີ່ເປັນ ມູນເຊື້ອອັນຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ນັບມື້ນັບແໜ້ນ ແຟ້ນຍິ່ງໆຂຶ້ນ ແລະ ພ້ອມກັນຈັດຕັ້ງ ຜັນຂະຫຍາຍບົດບັນທຶກການຮ່ວມ ມືປະຈຳປີ 2023 ໃຫ້ມີຜົນສໍາເລັດ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ ອວຍພອນໃຫ້ ສົມເດັດ ກຣໍລາໂຮມ ຊໍ ເຄັງ ພ້ອມຄະນະຈົ່ງປະສົບຜົນ ສໍາເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບ. ໂອກາດດັ່ງກ່າວ,ສົມເດັດກຣໍລາ ໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງລາຊະອານາຈັກ ກຳປູເຈຍ ກໍໄດ້ລາຍງານໃຫ້ທ່ານນາຍົກລັດ ຖະມົນຕີຊາບກ່ຽວກັບຜົນສຳເລັດ ຂອງການຢ້ຽມຢາມສັນຖະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມວ່າດ້ວຍ ການຮ່ວມມືສອງຝ່າຍ ປະຈຳປີ 2023 ຮ່ວມກັບຄະນະຜູ້ແທນຂັ້ນ ສູງກະຊວງປ້ອງກັນຄວາມສະຫງົບ ລາວ, ພ້ອມທັງໃຫ້ຄຳໝັ້ນວ່າຈະ ເອົາໃຈໃສ່ພົວພັນຮ່ວມມື ແລະ ປະ ສານສົມທົບກັບກະຊວງປ້ອງກັນ ຄວາມສະຫງົບ ສປປ ລາວ ໃນການ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ ແຜນການຮ່ວມມືທີ່ຄະນະຜູ້ແທນ ຂັ້ນສູງທັງສອງຝ່າຍໄດ້ຕົກລົງຮັບ ຮອງແລະກຳນົດໄວ້ຢູ່ໃນບົດບັນທຶກ ວ່າດ້ວຍການຮ່ວມມືສອງຝ່າຍໃຫ້ ເປັນຮູບປະທໍາ ແລະ ມີຜົນສໍາເລັດ ຕາມຄາດໝາຍ. ຂ່າວ: ສົມຫວັງ, ພາບ: ຂັນໄຊ ໄດ້ຮັບຟັງການລາຍງານກ່ຽວກັບ ປະຫວັດຄວາມເປັນມາ ໃນການຄົ້ນ ພົບແລະການພັດທະນາແຫລ່ງທ່ອງ ທ່ຽວອຸທິຍານພູຜາສຸກ ໃນແຕ່ລະ ໄລຍະ, ເລີ່ມພັດທະນາ ແຕ່ປີ 2017 ເປັນຕົ້ນມາ, ເປັນເຂດທີ່ມີຄວາມ ອຸດົມສົມບູນທາງດ້ານທໍາມະຊາດ, ພິເສດໃນຈຸດດັ່ງກ່າວ ມີຖ້ຳທັງໝົດ ຈຳນວນ 9 ຖໍ້າ ແລະ ມີຄວາມສວຍ ສົດງົດງາມ, ພາຍໃນຖໍ້າມີຫີນງອກ, ຫີນຍອຍເຫລື້ອມຄ້າຍຄືເພັດພອຍ, ມີແຫລ່ງນ້ຳ, ນ້ຳຕົກຕາດ, ມີພູຜາປ່າ ໄມ້ທີ່ສວຍງາມ, ຕໍ່ກັບການພັດທະ ນາແຫລ່ງທ່ອງທ່ຽວເຂດດັ່ງກ່າວ ອົງການປົກຄອງແຂວງສາລະວັນ ໄດ້ໃຊ້ງົບປະມານລັດຈຳນວນໜຶ່ງ ເຊັ່ນ: ບຸກເບີກເສັ້ນທາງເຂົ້າ, ບຸກ ເບີກເນື້ອທີ່, ຕິດຕັ້ງດອກໄຟໃນຖ້ຳ, ສ້າງທາງຍ່າງທ່ຽວຊົມ, ປຸກສ້າງ ສາລາຊົມວິວ, ກໍ່ສ້າງສູນຂໍ້ມູນດ້ານ ການທ່ອງທ່ຽວ, ອ່າງເກັບນໍ້າ ແລະ ອື່ນໆ. ພາຍຫລັງທີ່ໄດ້ຮັບຟັງການ ລາຍງານແລ້ວ, ທ່ານກໍ່ໄດ້ເຂົ້າທ່ຽວ ຊົມພາຍໃນຖໍ້າພູຜາສຸກ, ແຕ່ລະ ຈຸດພາຍໃນຖ້ຳ, ການກໍ່ສ້າງ ແລະ ພັດທະນາ, ພ້ອມທັງໄດ້ທ່ຽວຊົມເບິ່ງ ຫີນງອກ, ຫີນຍ້ອຍ ທີ່ມີຫລາຍສີສັນ ແລະ ຈຸດຊົມວີວຕ່າງໆພາຍໃນຖ້ຳ ພູຜາສຸກ, ເບິ່ງຂອບເຂດການພັດທະ ນາໃນບໍລິເວນອ້ອມຮອບ. ໂອກາດດັ່ງກ່າວ, ທ່ານຫົວໜ້າ ຄະນະຈັດຕັ້ງສູນກາງພັກໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍທີ່ຄະນະ ພັກ, ຄະນະນຳຂອງແຂວງສາລະວັນ ໄດ້ເອົາໃຈໃສ່ປົກປັກຮັກສາຊັບພະ ຍາກອນທຳມະຊາດ ແລະ ພັດທະ ນາມາແຕ່ລະ ໄລຍະ, ທັງເຮັດແຫລ່ງ ທ່ອງທ່ຽວແຫ່ງດັ່ງກ່າວທີ່ເຕັມໄປ ດ້ວຍຄວາມອຸດົມສົມບູນໄປທາງ ດ້ານທຳມະຊາດ ທີ່ສວຍສົດງົດງາມ ແລະ ມີຄວາມຍືນຍົງ. ຈາກນັ້ນ,ກໍ ໄດ້ໄປຢ້ຽມຊົມຫໍໄຕປີດົກມໍລະດົກ ແຫ່ງຊາດລະດັບທ້ອງຖິ່ນຂອງ ແຂວງສາລະວັນ ຕື່ມອີກ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ພ້ອມດ້ວຍພະນັກງານຫລັກແຫລ່ງ ຄະນະພົວພັນຕ່າງປະເທດສູນກາງ ພັກ ໄດ້ຕ້ອນຮັບສະຫາຍ ຫງວຽນ ບ່າຮຸ່ງ ເອກອັກຄະລັດຖະທູດວິສາ ມັນຜູ້ມີອໍານາດເຕັມແຫ່ງສສຫວຽດ ນາມ ປະຈຳ ສປປ ລາວ ພ້ອມດ້ວຍ ພະນັກງານຂອງສະຖານທູດ ເຂົ້າ ອວຍພອນເນື່ອງໃນໂອກາດວັນສ້າງ ຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບ ຮອບ 68 ປີ. ສະຫາຍ ທອງສະຫວັນ ພົມວິ ຫານ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນບ່າຮຸ່ງ ພ້ອມດ້ວຍ ຄະນະທີ່ມາອວຍພອນ ໃນໂອກາດ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດ ລາວ ເຊິ່ງເປັນການສະແດງເຖິງ ການຖືສໍາຄັນ ແລະ ມິດຈິດມິດໃຈ ແຫ່ງການພົວພັນມິດຕະພາບອັນ ເປັນມູນເຊື້ອ, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ກໍຄື ລະຫວ່າງຄະນະພົວພັນ ຕ່າງປະເທດສູນກາງພັກ ແລະ ສະ ຖານເອກອັກຄະລັດຖະທູດຫວຽດ ນາມ ແລະ ໄດ້ກ່າວວ່າ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ມີຕົ້ນກໍາເນີດຈາກພັກ ກອມມູນິດອິນດູຈີນ, ຕະຫລອດໄລ ຍະ 68 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ, ພັກປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະ ກໍາປະຫວັດສາດ ເຮັດສໍາເລັດພາລະ ກິດປົດປ່ອຍປະເທດຊາດ, ສືບຕໍ່ປົກ ປັກຮັກສາ ແລະສ້າງສາພັດທະນາ ປະເທດຊາດ ສູ່ຈຸດໝາຍສັງຄົມນິ ຍົມ. ເຖິງວ່າຈະໄດ້ຮັບຜົນກະທົບ ຈາກການແພ່ລະບາດຂອງເຊື້ອພະ ຍາດໂຄວິດ-19, ຜົນກະທົບຈາກ ສະພາບການພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ. ແຕ່ພັກ, ລັດຖະບານ ລາວກໍໄດ້ມີຄວາມພະຍາຍາມສູງໃນ ການແກ້ໄຂບັນຫາເທື່ອລະກ້າວ, ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໄດ້ຮັບການປັບປຸງ ດີຂຶ້ນ. ສະແດງຄວາມຂອບໃຈແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນ ໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ກູ້ ຊາດ ໃນເມື່ອກ່ອນກໍຄືພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນຂອງປະ ຊາຊົນລາວ. ສະຫາຍ ຫງວຽນບ່າຮຸ່ງ ໄດ້ສະ ແດງຄວາມຊົມເຊີຍແລະຕີລາຄາສູງ ຕໍ່ບັນດາຜົນສຳເລັດ ແລະ ຜົນງານ ອັນໃຫຍ່ຫລວງ, ຮອບດ້ານຂອງ ພັກ ປະຊາຊົນ ປະຕິວັດລາວຍາດມາ ໄດ້ຕະຫລອດໄລຍະ 68 ປີ ທີ່ຜ່ານ ມາພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສໜັກແໜ້ນເຂັ້ມແຂງຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາ ຊົນລາວໄດ້ຜ່ານຜ່າຄວາມຫຍຸ້ງ ຍາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນພາ ລະກິດການຕໍ່ສູ້ປົດປ່ອຍຊາດ, ປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ພິເສດ, ຕະຫລອດໄລ ຍະ 35 ກວ່າປີ ແຫ່ງການຈັດຕັ້ງປະ ຕິບັດແນວທາງການປ່ຽນແປງໃໝ່ ຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວສາມາດຍາດໄດ້ບັນ ດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດ ສາດ, ຮັບປະກັນສະຖຽນລະພາບ ທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກໂດຍ ພື້ນຖານ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງ ປະຊາຊົນ ໄດ້ຮັບການປັບປຸງໃຫ້ດີ ຂຶ້ນຢ່າງບໍ່ຢຸດຢັ້ງ; ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບມີ ຄວາມໜັກແໜ້ນ, ການພົວພັນຕ່າງ ປະເທດ ໄດ້ຮັບການເປີດກວ້າງ, ບົດ ບາດ ແລະ ອິດທິພົນຂອງພັກປະ ຊາຊົນ ປະຕິວັດລາວ ແລະ ປະເທດ ສາທາລະນະລັດ ປະຊາທິປະໄຕປະ ຊາຊົນລາວ ນັບມື້ຍິ່ງໄດ້ຮັບການຍົກ ສູງຂຶ້ນໃນເວທີສາກົນ. ເຊື່ອໜັ້ນວ່າ ດ້ວຍການເສີມຂະຫຍາຍມູນເຊື້ອ ອັນສະຫງ່າງາມ ແລະ ຜົນສໍາເລັດ ທີ່ຍາດມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ ຍາດໄດ້ບັນດາຜົນສໍາເລັດໃໝ່ໃຫຍ່ ຫລວງກວ່າເກົ່າ ໃນພາລະກິດການ ປ່ຽນແປງໃໝ່, ສືບຕໍ່ປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ໃຫ້ປະສົບ ຜົນສໍາເລັດຢ່າງມີໄຊ, ສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ ແລະ ວັດທະນາ ຖາວອນ ຕາມຈຸດໝາຍສັງຄົມນິຍົມ. ສອງຝ່າຍຕ່າງຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ສືບຕໍ່ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍດ້ວຍທ່ວງທ່າທີ່ຕັ້ງ ໜ້ານັບມື້ກ້າວເຂົ້າສູ່ລ່ວງເລິກໃນ ທຸກຂົງເຂດວຽກງານ ແລະ ມີປະ ສິດທິຜົນນໍາເອົາຜົນປະໂຫຍດຕົວ ຈິງມາສູ່ປະຊາຊົນສອງຊາດ ລາວຫວຽດນາມ. ຂ່າວ: ຄຕພ, ພາບ: ເກດສະໜາ ທ່ານລັດຖະມົນຕີກະຊວງການ ເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນ ດາຫົວໜ່ວຍທຸລະກິດທີ່ມອບໂອນ ຈາກສູນກາງ ໄປສູ່ບັນດາແຂວງ ຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງ ປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະ ກິດຕ້ອງໄດ້ເອົາໃຈໃສ່ໃນການຈັດ ຕັ້ງປະຕິບັດການມອບພັນທະສ່ວຍ ສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງ ແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາຕາມກົດໝາຍກໍາ ນົດ, ທັງຕ້ອງໃຫ້ຄວາມຮ່ວມມືກັບ ອຳນາດການປົກຄອງທ້ອງຖິ່ນຂັ້ນ ແຂວງ ເປັນຕົ້ນ ພະແນກການເງິນ ແຂວງ, ສ່ວຍສາອາກອນປະຈຳ ແຂວງ ແລະ ຂະແໜງຄຸ້ມຄອງຊັບ ສິນແຫ່ງລັດຂອງແຂວງໃນການ ຕິດຕາມ, ຄຸ້ມຄອງ, ກວດກາ ແລະ ໄລ່ລຽງບັນດາພັນທະລາຍຮັບ ຕ່າງໆຂອງວິສາຫະກິດຕົນຕາມກົດ ໝາຍ ແລະ ລະບຽບການ, ປະຕິບັດ ການແຈ້ງ-ມອບລາຍຮັບສ່ວຍສາ ອາກອນທຸກປະເພດຢູ່ແຂວງຕາມ ກົນໄກຢ່າງເຂັ້ມງວດ. ການເຮັດທົດລອງ ການມອບ ຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມ ຄອງ ໃນໄລຍະຜ່ານມາໃຫ້ບັນດາ ແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງ ປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ໂດຍສອດຄ່ອງກັບມະຕິຂອງສະພາ ແຫ່ງຊາດສະບັບເລກທີ 63/ສພຊ, ລົງວັນທີ 09 ທັນວາ 2022 ເພື່ອ ໃຫ້ບັນດາແຂວງມີຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບ ປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນ ກາງ) ຊຶ່ງກະຊວງການເງິນ, ກໍໄດ້ ມີຄໍາແນະນຳວ່າດ້ວຍການທົດລອງ ຫັນຫົວໜ່ວຍວິສາຫະກິດທີ່ສູນກາງ ຄຸ້ມຄອງມອບໃຫ້ແຂວງຈັດຕັ້ງປະ ຕິບັດປີ2023ສະ ບັບເລກທີ0697/ ກງ, ລົງວັນທີ 10 ມີນາ 2023 ເພື່ອ ເປັນບ່ອນອີງໃຫ້ພາກສ່ວນທີ່ກ່ຽວ ຂ້ອງຂອງພາກລັດພ້ອມກັນຈັດຕັ້ງ ປະຕິບັດໃຫ້ປາກົດຜົນເປັນຈິງ. ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ລັດຖະມົນຕີກະຊວງການເງິນສະ ບັບເລກທີ 0698/ກງ, ລົງວັນທີ 10 ມີນາ 2023 ວ່າດ້ວຍການເຮັດ ທົດລອງ ມອບຫົວໜ່ວຍວິສາຫະກິດ ໃຫ້ 9 ແຂວງຄຸ້ມຄອງ ປີ 2023 ແລະ ໄດ້ຮັບຟັງບັນດາກົມວິຊາການ ແນະນໍາກົນໄກການຈັດຕັ້ງປະຕິບັດ ວຽກງານໂດຍສະເພາະບາງໜ້າ ວຽກງານສ່ວຍສາອາກອນໃຫ້ໄດ້ ຮັບຊາບ ເປັນຕົ້ນ ການຈັດຕັ້ງປະຕິ ບັດເລກປະຈຳຕົວຜູ້ເສຍອາກອນ, ວິທີການແຈ້ງ-ມອບພັນທະລາຍ ຮັບງົບປະມານ, ການຍື່ນບົດລາຍ ງານການເງິນແລະການກວດກາໄລ່ ລຽງອາກອນແບບຄົບຊຸດປະຈຳ ປີ ລວມທັງຂອດການປະສານງານ ຕ່າງໆ ເພື່ອເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກງານການໂອນ ຫົວໜ່ວຍໃຫ້ບັນດາແຂວງ. ຂ່າວ-ພາບ: ກະຊວງການເງິນ ກັບວຽກງານຄວາມປອດໄພທາງ ຫລວງ ແລະ ຈັດກິດຈະກໍາ ເພື່ອສ້າງ ຈິດສໍານຶກໃຫ້ແກ່ນັກຮຽນ, ຄູອາ ຈານ ຜູ້ທີ່ນໍາໃຊ້ລົດຈັກໃຫ້ໃສ່ໝວກ ກັນກະທົບ ແລະ ໃຫ້ເຂົາເຈົ້າເຫັນໄດ້ ຄວາມສໍາຄັນຂອງການໃສ່ໝວກກັນ ກະທົບເວລາຂັບຂີ່ລົດຈັກ, ຄວາມ ອັນຕະລາຍຂອງຜູ້ຂັບຂີ່ທີ່ບໍ່ໃສ່ ໝວກກັນກະທົບເວລາເກີດອຸບັດ ເຫດ, ຢູ່ຕາມໂຮງຮຽນສາມັນສຶກ ສາແຫ່ງຕ່າງໆພາຍໃນແຂວງສະ ຫວັນນະເຂດ. ກ່ອນທີ່ຈະມີການລົງເຄື່ອນ ໄຫວໂຄສະນາ ແລະ ເຮັດກິດຈະກໍາ ໃນຄັ້ງນີ້, ພາກສ່ວນກ່ຽວຂ້ອງໄດ້ ພ້ອມກັນຄົ້ນຄວ້າ ເເລະ ກໍານົດຮູບ ເເບບການເຮັດກິດຈະກໍາອອກເປັນ2 ໄລຍະ, ຊຶ່ງໄລຍະທໍາອິດໄດ້ຄົ້ນຄວ້າ ແລະ ອອກແບບອຸປະກອນທີ່ໃຊ້ປະ ກອບກິດຈະກໍາລົງໂຄສະນາເຜີຍ ແຜ່ຢູ່ໂຮງຮຽນ ລວມມີ: ແຜ່ນພັບ, ໂປສເຕີ, ສະຕິກເກີ, ປຶ້ມນິທານ, ໝວກກັນກະທົບ,ຄູ່ມືການນໍາໃຊ້ຖະ ໜົນເບື້ອງຕົ້ນ, ວິດີໂອ ແລະ ບົດນໍາ ສະເໜີເຊິ່ງທີມງານໄດ້ເລີ່ມເຮັດວຽກ ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ໂດຍສົມທົບກັບຊ່ຽວຊານດ້ານການ ສື່ສານ, ພະນັກງານອາວຸໂສ, ນັກ ແຕ້ມຮູບນິທານ ແລະ ບໍລິສັດອອກ ແບບທີ່ມີປະສົບການມາເຮັດວຽກ ພັດທະນາອຸປະກອນ ຈົນເຖິງປັດຈຸ ບັນແມ່ນເຮັດສໍາເລັດແລ້ວ; ໄລຍະ ທີ 2 ແມ່ນການໂຄສະນາເຜີຍແຜ່ ປູກຈິດສໍານຶກດ້ານຄວາມປອດໄພ ທາງຫລວງ ແລະ ເຮັດກິດຈະກໍາ ຢູ່ ໂຮງຮຽນປະຖົມ ແລະ ມັດທະຍົມ ແຂວງສະຫວັນນະເຂດ ຊຶ່ງໄດ້ດໍາ ເນີນການຈັດຕັ້ງປະຕິບັດກິດຈະກໍາ ໂດຍການສົມທົບກັນລະຫວ່າງ ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ, ກົມຕຳຫລວດຈະລາ ຈອນກະຊວງປ້ອງກັນຄວາມສະ ຫງົບ, ກະຊວງສຶກສາທິການ ແລະ ກິລາ, ພະ ແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ແລະ ພາກ ສ່ວນທີ່ກ່ຽວຂ້ອງ. ທ່ານ ວັນລາ ລາຊະຈັກ ຄູສຶກ ສານິເທດມັດທະຍົມແຂວງສະ ຫວັນນະເຂດ ໄດ້ໃຫ້ສຳພາດວ່າ:ກົມ ຕຳຫລວດຈະລາຈອນກະຊວງ ປ້ອງກັນຄວາມສະຫງົບ ແລະ ພະ ແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດໄດ້ໃຫ້ຄວາມ ຮູ້ກ່ຽວກັບການໃສ່ໝວກກັນກະທົບ ທີ່ຖືກຕ້ອງເວລາຂັບຂີ່ລົດຈັກ, ການ ຍ່າງ ແລະ ການໃຊ້ລົດໃຊ້ຖະໜົນ ທີ່ມີຄວາມປອດໄພ, ເຜີຍແຜ່ກົດລະ ບຽບຈະລາຈອນທາງບົກໃຫ້ນ້ອງ ນັກຮຽນທຸກຄົນໄດ້ຮັບຮູ້ຢ່າງທົ່ວ ເຖິງ. ໃນໄລຍະຜ່ານມາ,ນັກຮຽນໃນ ແຂວງສະຫວັນນະເຂດ ຍັງຖືເບົາ, ບໍ່ໃສ່ໝວກກັນກະທົບ ແລະ ບໍ່ຮູ້ເຖິງ ຄຸນປະໂຫຍດຂອງໝວກກັນກະທົບ, ເວົ້າລວມແລ້ວ ຍັງບໍ່ໃຫ້ຄວາມສໍາ ຄັນກ່ຽວກັບກົດຈະລາຈອນເທື່ອ. ການຈັດກິດຈະກໍານີ້, ຈຸດປະສົງ ກໍເພື່ອເພີ່ມຈໍານວນຜູ້ຂັບຂີ່ລົດຈັກ ໃຫ້ໃສ່ໝວກກັນກະທົບເວລາຂັບ ຂີ່ລົດຈັກ ແລະ ໃສ່ໃຫ້ຖືກວິທີ, ເພີ່ມ ຈໍານວນຜູ້ຂັບຂີ່ ໃຫ້ມີໃບຂັບຂີ່ຖືກ ຕ້ອງ ແລະ ເຮັດໃຫ້ເຂົາ ເຈົ້າມີສ່ວນ ຮ່ວມໃນການປະຕິບັດລະບຽບກົດ ໝາຍ, ພ້ອມທັງປູກຈິດສໍານຶກດ້ານ ຄວາມປອດໄພທາງຫລວງໃຫ້ນັກ ຮຽນຊັ້ນປະຖົມ ເຊິ່ງເປັນກຸ່ມຄົນທີ່ ຈະກາຍເປັນຜູ້ຂັບຂີ່ໜ້າໃໝ່ໃນອະ ນາຄົດ. ກິດຈະກໍາດັ່ງກ່າວເລີ່ມຈັດ ຕັ້ງປະຕິບັດມາເເຕ່ວັນທີ 3 ທັນວາ 2022 ໂດຍເລີ່ມຈາກໂຮງຮຽນມັດ ທະຍົມຕອນຕົ້ນ ສົມສະອາດ, ໂຮງ ຮຽນມັດທະຍົມຕອນຕົ້ນ ດົງຄຳ ຫລວງ, ໂຮງຮຽນມັດທະຍົມຕອນ ຕົ້ນ ຢາງສູງ ແລະ ໂຮງຮຽນປະຖົມ ສົມບູນ ບ້ານຫ້ວຍ ນະຄອນ ໄກສອນ ພົມວິຫານ, ໂຮງຮຽນມັດທະຍົມ ສົມບູນ ບ້ານນາ, ໂຮງຮຽນມັດທະ ຍົມສົມບູນ ອຸທຸມພອນ,ໂຮງຮຽນ ມັດທະຍົມສົມບູນ ໄຊຍະເພັດເມືອງ ອຸທຸມພອນ, ໂຮງຮຽນມັດທະຍົມ ຕອນປາຍ ດົງເຫັນ ເມືອງອາດສະ ພັງທອງ, ໂຮງຮຽນມັດທະຍົມສົມ ບູນ ແກ້ງກອກ, ໂຮງຮຽນມັດທະຍົມ ສົມບູນ ບຶກທົ່ງ, ໂຮງຮຽນມັດທະ ຍົມສົມບູນຫລັກ35ເມືອງຈຳພອນ, ໂຮງຮຽນມັດທະຍົມສົມບູນ ປາກ ຊ່ອງເມືອງສອງຄອນ,ໂຮງຮຽນມັດ ທະຍົມສົມບູນ ບ້ານນາຄຳ, ໂຮງ ຮຽນມັດທະຍົມຕອນຕົ້ນ ໂພສີແກ້ວ ເມືອງໄຊພູທອງ, ໂຮງຮຽນມັດທະ ຍົມສົມບູນ ນາວເໜືອ, ໂຮງຮຽນມັດ ທະຍົມສົມບູນ ສາລະພູມ ເມືອງໄຊ ບູລີ, ຊຶ່ງມີຜູ້ເຂົ້າ ຮ່ວມຫລາຍກວ່າ 2.000 ຄົນ. ໂອກາດນີ້,ທ່ານທອງລຸນສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ຂອງ ທ່ານ ສຸຣະກຽດ ສະຖຽນໄທ ໃນຄັ້ງນີ້ ເພື່ອ ເພີ່ມພູນຄູນສ້າງການພົວພັນມິດຕະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາຕາມຍຸດທະສາດການ ຮ່ວມມື ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະລາຊະ ອານາຈັກໄທ. ພ້ອມນີ້, ທ່ານປະ ທານປະເທດຍັງໄດ້ຝາກຄວາມຢື້ ຢາມຖາມຂ່າວພະບໍລົມວົງ ສານຸວົງ ທຸກພະອົງ ແລະ ເຊື້ອເຊີນເດີນທາງ ມາຢ້ຽມ ສປປ ລາວ ໃນໂອກາດ ທຸກພະອົງມີຄວາມສະດວກ. ນອກ ຈາກນີ້, ຍັງໄດ້ສະແດງຄວາມຂອບ ໃຈ ທ່ານ ສຸລະກຽດ ສະຖຽນໄທ ໃນນາມເປັນຮອງປະທານທີ່ປຶກສາ ແລະ ປະທານກໍາມະການບໍລິຫານ ຂອງມູນນິທິອາສາເພື່ອນເພິ່ງພາ ຍາມຍາກ, ສະພາກາຊາດໄທ ໃນ ການຈັດຕັັ້ງປະຕິບັດໂຄງການຕິດ ຕັ້ງສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດ ຈຳນວນ 11 ສະ ຖານີ ຢູ່ແຂວງຕ່າງໆຂອງລາວ ຊຶ່ງ ເປັນເຄື່ອງມືໜຶ່ງທີ່ສໍາຄັນໃນການ ເຝົ້າລະວັງລະດັບນໍ້າ ແລະ ຕິດຕາມ ສະພາບອາກາດ ເພື່ອເປັນຂໍ້ມູນນໍາ ໃຊ້ເຂົ້າໃນການແຈ້ງເຕືອນປະຊາ ຊົນ ເພື່ອຫລຸດຜ່ອນຜົນກະທົບ ຈາກໄພນໍ້າຖ້ວມ ກໍຄື ໄພທຳມະຊາດ ຕ່າງໆທີ່ອາດຈະເກີດຂຶ້ນ ແລະຫວັງ ວ່າການຮ່ວມມືດັ່ງກ່າວຈະສືບຕໍ່ ເພີ່ມທະວີໃຫ້ຫລາຍຂຶ້ນເພື່ອຄວາມ ສົມບູນພູນສຸກຂອງປະຊາຊົນສອງ ຊາດ. ໃນຂະນະດຽວກັນ , ທ່ານ ສຸລະກຽດ ສະຖຽນໄທ ກໍໄດ້ສະແດງ ຄວາມຂອບໃຈທີ່ໄດ້ຮັບກຽດຢ່າງ ສູງຕໍ່ການຕ້ອນຮັບ ແລະ ໄດ້ຢືນຢັນ ວ່າ ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະ ເທດຕາມພາລະບົດບາດຂອງຕົນ. ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==