20/03/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** le,tok;y mtpklkfco;7y f wdlvo rq ,;y sko dj P;da [;Pdde,t[ko ຂປລ. ຄະນະຮັບຜິດຊອບການ ຄົ້ນຄວ້າແນວຄິດໄກສອນ ພົມວິ ຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ຈັດສຳມະນາວິທະຍາສາດພາຍໃຕ້ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ” ໃນວັນທີ 15 ມີນາ 2023 ທີ່ສູນ ກາງສະຫະພັນກຳມະບານລາວ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາ ສະພາທິດສະດີສູນກາງພັກ, ທີ່ປຶກ ສາຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດ ໄກສອນ ພົມວິຫານ,ທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າສະຖາບັນ ການເມືອງ ແລະ ການປົກຄອງແຫ່ງ ຊາດ, ຜູ້ປະຈຳການຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິ ຫານງານສູນກາງ ສະຫະພັນກຳມະ ບານລາວ. ທ່ານສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ສຳມະນາ ຄັ້ງນີ້, ເພື່ອ ຮັບຟັງການລາຍງານຜົນການຄົ້ນ ຄວ້າຈາກນັກວິທະຍາສາດ ແລະ ລະດົມຄວາມຄິດໃສ່ບົດວິທະຍາ ສາດ ໃຫ້ຮັບປະກັນລັກສະນະວິທະ ຍາສາດ, ເຊິ່ງມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະ ພຶດຕິ ກຳ, ເປັນປະໂຫຍດໃຫຍ່ຫລວງແທດ ຕົວຈິງຮັບໃຊ້ໃຫ້ແກ່ການຈັດຕັ້ງປະ ຕິບັດແນວທາງນະໂຍບາຍຂອງ ພັກ-ລັດ ກ່ຽວກັບວຽກງານກໍາມະ ບານ ໃຫ້ປະກົດຜົນເປັນຈິງ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບ ການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດ ໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເຖິງ ເນື້ອໃນແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ ເພື່ອ ໃຫ້ກາຍເປັນຄັງສ້າງທິດສະດີ ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວໄປ ຄົ້ນຄວ້າແລະໝູນໃຊ້ເຂົ້າໃນການສຶກ ສາອົບຮົມ, ປຸກລະດົມສະມາຊິກ ກຳມະບານ ໃນຄວາມຮັບຜິດຊອບ ຂອງຕົນຢ່າງມີປະສິດທິຜົນ. ປະທານ ໄກສອນ ພົມວິຫານ ເວົ້າວ່າ: ການຈັດຕັ້ງກຳມະບານ “ເປັນຫົວຈັກຫລັກແຫລ່ງໃຫ້ແກ່ຂະ ບວນກຳມະກອນ ແລະ ຊາວຜູ້ອອກ ແຮງງານໃນການເສີມຂະຫຍາຍມູນ ເຊື້ອຮັກຊາດ ແລະ ສາມັກຄີປອງ ດອງກັນ, ເດັດດ່ຽວຜ່ານຜ່າຄວາມ ຫຍຸ້ງຍາກນາໆປະການ ໃນການປົກ ປັກຮັກສາປະເທດຊາດ ແລະ ພາ ປະເທດຊາດກ້າວເດີນໄປດ້ວຍບາດ ກ້າວອັນໜັກແໜ້ນໃນພາລະກິດ ລວມຂອງຊາດ”. ສະນັ້ນ, ເວົ້າເຖິງ ວຽກງານກໍາມະບານ ແມ່ນເວົ້າເຖິງ ການເຄື່ອນໄຫວຕາມພາລະບົດ ບາດ, ປັບປຸງກົງຈັກການຈັດຕັ້ງທຸກ ຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ສຶກສາອົບກຳມະກອນ ແລະ ຊາວ ຜູ້ອອກແຮງງານປະຕິບັດແນວທາງ ນະໂຍບາຍຂອງພັກ ແລະ ລັດ ໃຫ້ປາ ກົດຜົນເປັນຈິງ; ປຸກລະດົມກຳມະ ກອນ ແລະ ຊາວຜູ້ອອກແຮງງານ ສ້າງຂະບວນການໃຫ້ຟົດຟື້ນ; ສຸມໃສ່ ປົກປ້ອງສິດຜົນປະໂຫຍດຂອງກໍາ ມະກອນ ແລະຊາວຜູ້ອອກແຮງານ. ປະທານ ໄກສອນ ພົມວິຫານ ເຊັ່ນ: ຫລັກໝັ້ນ, ທັດສະນະ, ລະດັບ ວັດທະນະທຳ, ວິຊາສະເພາະ, ລະ ບຽບອອກແຮງງານ. ທັງນີ້, ກໍເພື່ອ ໃຫ້ສົມເປັນຊົນຊັ້ນປະຕິວັດກວ່າໝູ່, ກ້າວໜ້າກວ່າໝູ່, ເປັນກຳລັງຫລັກ ແຫລ່ງທີ່ດຳລົງບົດບາດນຳພາສັງ ຄົມ”. ປະທານໄດ້ນໍາພາ-ຊີ້ນໍາກຳ ມະກອນແລະ ຊາວຜູ້ອອກແຮງງານ ລາວຢ່າງ ໃກ້ຊິດ ແລະ ໄດ້ສ້າງຕັ້ງ ອົງການກໍາມະບານລາວຂຶ້ນ ໃນວັນ ທີ1ກຸມພາ1956 ເພື່ອເປັນຕົວແທນ ປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງກຳມະກອນແລະຊາວ ຜູ້ອອກແຮງງານລາວ ປະທານເວົ້າ ວ່າ: “ອົງການກໍາມະບານແມ່ນ ກໍາ ລັງທັບ, ພັກກອມມູນິດ ເປັນກອງ ເສນາທິການໃຫ້ແກ່ກອງກໍາລັງ ດັ່ງກ່າວ”. ພ້ອມກັນນີ້, ທ່ານ ພູວົງ ອຸ່ນຄຳ ແສນ ໄດ້ຕີລາຜົນໄດ້ຮັບໃນເບື້ອງ ຕົ້ນທີ່ນັກວິທະຍາສາດໄດ້ຄົ້ນຄວ້າ ຢ່າງເລິກເຊິ່ງແລະຈະແຈ້ງກ່ຽວກັບ “ແນວຄິດໄກສອນ ພົມວິຫານກັບ ວຽກງານກໍາມະບານ”ແລະໄດ້ເນັ້ນ ວ່າ: ການສ້າງຄວາມເຂັ້ມແຂງດ້ານ ການຈັດຕັ້ງກຳມະບານ ແມ່ນການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນ (ສະມາຊິກກຳມະບານ), ໝາຍວ່າ ແມ່ນການປັບປຸງກົງຈັກກ ານຈັດຕັ້ງກຳມະບານຢ່າງເປັນລະ ບົບນັບແຕ່ສູນກາງລົງຮອດຮາກ ຖານ, ທັງເປັນການເສີມຂະຫຍາຍ ບົດບາດ ຂອງອົງການຈັດຕັ້ງກຳມະ ບານຂັ້ນຕ່າງໆເຂົ້າໃນຂະບວນການ ປ່ຽນແປງໃໝ່. ຄຽງຄູ່ກັນນັ້ນ, ເພື່ອ ເສີມຂະຫຍາຍບົດບາດນຳໜ້າຂອງ ຊົນຊັ້ນກຳມະກອນໃນທຸກຂົງເຂດ ວຽກງານ, ພວກເຮົາຕ້ອງຖືສຳຄັນ ເປັນພິ ເສດກ່ຽວກັບ “ການຍົກລະ ດັບການສຶກສາ, ວັດທະນະທຳ ແລະ ວິຊາຊີບ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສູງຂຶ້ນ ເລື້ອຍໆ, ປຸກລະດົມ ແລະ ສ້າງ ເງື່ອນໄຂໃຫ້ຊາວຜູ້ອອກແຮງ ງານ ໂດຍສະເພາະປັນຍາຊົນໄດ້ເຂົ້າຮ່ວມ ຂະບວນການແຂ່ງຂັນຮ່ຳຮຽນ, ນຳໃຊ້ຜົນສຳເລັດທາງດ້ານເຕັກນິກ ເຂົ້າໃນວຽກງານ, ສືບຕໍ່ເສີມຂະ ຫຍາຍແນວຄິດຊີ້ນຳຂອງປະທານ ເຂົ້າໃນວຽກງານກຳມະບານໃຫ້ມີ ການຫັນປ່ຽນໃນພຶດຕິກຳໃນຕໍ່ໜ້າ. ຂ່າວ: ມະນີທອນ, ພາບ: ວີລະວັນ ເວົ້າວ່າ: ກຳມະບານ “ມີພາລະບົດ ບາດຂົນຂວາຍ, ເຕົ້າໂຮມຈັດຕັ້ງ ແລະ ສຶກສາອົບຮົມກຳມະກອນ, ລັດ ຖະກອນໃນທຸກດ້ານ ໂດຍແນໃສ່ ປະຕິບັດແນວທາງປະຕິວັດສັງຄົມ ນິຍົມຂອງພັກ ແລະແຜນການຂອງ ລັດໃຫ້ປາກົດເປັນຈິງ, ມີຄວາມຕື່ນ ຕົວທາງຊົນຊັ້ນ ແລະ ມີຄວາມຕື່ນ ຕົວສັງຄົມນິຍົມ, ມີສະຕິອອກແຮງ ງານ ດ້ວຍຄວາມຕື່ນຕົວ, ມີຜະລິດ ຕະພາບສູງ, ມີສະຕິແພງຖະໜອມ ເເລະ ປົກປັກຮັກສາຊັບສົມບັດສັງ ຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນ, ມີລະດັບການເມືອງ, ວັດທະນະທຳ, ເຕັກນິກສູງ ແລະ ມີ ຄວາມຊຳນິຊຳນານໃນວິຊາຊີບ, ມີແບບແຜນດຳລົງຊີວິດແບບງ່າຍໆ ແລະປອດໃສ,ດຳລົງຊີວິດແລະເຮັດ ວຽກຕາມຄຸນນະທຳອັນຈົບງາມ ທີ່ວ່າ “ຕົນເພື່ອທຸກຄົນ, ທຸກຄົນ ເພື່ອຕົນ”. ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວວ່າ: ການກຳເນີດແນວຄິດ ໄກສອນ ພົມວິຫານກ່ຽວກັບວຽກ ງານກໍາມະບານ ແມ່ນຄວາມຈຳ ເປັນພາວະວິໄສ, ແມ່ນພາກສ່ວນປະ ກອບ ໃນລະບົບແນວຄິດຂອງເພິ່ນ, ກາຍເປັນພື້ນຖານທິດສະດີອັນ ສຳຄັນຕໍ່ການເຄື່ອນໄຫວວຽກງານ ກຳມະບານ. ໂດຍເຫັນໄດ້ບົດບາດ ສໍາຄັນ ຂອງສັດຈະທໍາດັ່ງກ່າວປະ ທານ ໄກສອນ ພົມວິຫານ ໄດ້ເວົ້າ ວ່າ: “ຊົນຊັ້ນກຳມະກອນຕ້ອງຝຶກ ຝົນຫລໍ່ຫລອມຕົນເອງໃນທຸກດ້ານ ໃນພາລະກິດແຫ່ງການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມນັ້ນເອງ 7totrq ;ra o8j k'xtgmfl6 odk'ra ddv,,6 oy fs;Pfok, v;prvom6 f]k; xt9es;Pfok, .o3vdkf;a olh k'8A 'ra d xx ]k; ຂປລ. ວັນທີ 17 ມີນາ 2023 ຜ່ານມາ, ທີ່ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ນະຄອນ ຫລວງຮ່າໂນ້ຍ ສສ ຫວຽດນາມ, ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນ ທິ ຮວ່າງ ເວີນ (NguyễnThị HoàngVân), ຮອງຫົວໜ້າ ຜູ້ປະຈໍາການຄະນະພົວ ພັນຕ່າງປະເທດສູນກາງພັກກອມ ມູນິດຫວຽດນາມ ພ້ອມຄະນະໄດ້ ເຂົ້າອວຍພອນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ສະຫາຍນາງ ຫງວຽນ ທິ ຮວ່າງ ເວີນ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານອັນໃຫຍ່ ຫລວງ, ຮອບດ້ານ, ເລິກເຊິ່ງຕະ ຫລອດໄລຍະ 68 ປີ ຜ່ານມາພາຍ ໃຕ້ການນຳພາ-ຊີ້ນຳຂອງພັກປະ ຊາຊົນປະຕິວັດລາວ ທີ່ຕໍ່ສູ້ຢ່າງພິລະ ອາດຫານຕ້ານການຮຸກຮານຂອງ ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຈົນໄດ້ຮັບໄຊຊະນະເຮັດ ໃຫ້ສະຖາປະນາ ສປປ ລາວ ໃນປີ 1975 ຢ່າງສະຫງ່າອົງອາດ, ສືບຕໍ່ ນຳພາປະຊາຊົນທັງຊາດ ດຳເນີນ ສອງໜ້າທີ່ຍຸດທະສາດ ຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ພິເສດບັນດາໝາກຜົນທີ່ ຍາດມາຕະຫລອດໄລຍະກວ່າສາມ ທົດສະວັດ ພາຍຫລັງການປະຕິບັດ ການປ່ຽນແປງໃໝ່. ພ້ອມນັ້ນ, ສະ ຫາຍນາງ ຫງວຽນ ທິ ຮວ່າງ ເວີນ ຍັງໄດ້ສະແດງຄວາມເອກອ້າງທະ ນົງໃຈທີ່ເຫັນວ່າສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດແລະການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ປະ ທານ ໂຮ່ຈີ່ມິງ, ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມແລະລາວກໍຄືບັນດາຮຸ່ນ ການນຳ ຕ່າງໆຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງປະເທດໄດ້ ເພີ່ມພູນຄູນສ້າງ ແລະ ຮັກສາໄວ້ໃ ຫ້ຮຸ້ນຄົນຕໍ່ໄປສືບຕໍ່ຖະນຸຖະໜອມ ໃຫ້ນັບມື້ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດໄປ. ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ນາງ ຫງວຽນ ທິ ຮວ່າງ ເວີນ ໄດ້ນຳ ພາຄະນະມາອວຍພອນ ໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ເປັນການເພີ່ມທະ ວີສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ຂອງສອງປະເທດລາວ-ຫວຽດ ນາມ, ຫວຽດນາມ-ລາວ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕາງ ໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວບັນດາເຜົ່າສະແດງຄວາມຂອບ ໃຈຢ່າງຈິງໃຈໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ ຍາມໃດກໍໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ຕະຫລອດມາ ບໍ່ວ່າຈະຢູ່ສະ ໄໝຕໍ່ສູ້ຍາດເອົາເອກະລາດ ກໍຄື ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໃນໄລຍະທີ່ມີການ ແພ່ລະບາດຂອງເຊື້ອພະຍາດໂຄ ວິດ-19 ກໍຄື ໃນໄລຍະທີ່ ສປປ ລາວ ພົບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດການເງິນ. ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າສະຫາຍ ພ້ອມດ້ວຍພະນັກງານສະຖານທູດ ທຸກຄົນ ຈະເຮັດສຸດຄວາມສາມາດ ຂອງຕົນໃນການເປັນຂົວຕໍ່ ແລະ ປະ ສານສົມທົບກັບຄະນະພົວພັນຕ່າງ ປະເທດສູນກາງພັກ ກໍຄື ກະຊວງ ການຕ່າງປະເທດຫວຽດນາມໃນ ການເພີ່ມພູນຄູນສ້າງສາຍພົວພັນ ມິມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງ ສອງ ປະ ເທດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ຈະເລີນງອກງາມຂຶ້ນໄປ ເລື້ອຍໆ. ໂດຍສະເພາະການປະສານ ສົມທົບເພື່ອ ຈັດຕັ້ງຜັນຂະຫຍາຍບັນ ດາຂໍ້ຕົກລົງກ່ຽວກັບການຮ່ວມມື ຂອງສອງພັກ, ສອງລັດໃຫ້ມີປະສິດ ທິຜົນ ເພື່ອນຳເອົາຜົນປະໂຫຍດທີ່ ແທດຈິງສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ນອກຈາກນີ້, ສອງຝ່າຍໄດ້ສະ ແດງຄວາມເພິ່ງພໍໃຈ ແລະ ຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງປະເທດໄລຍະທີ່ຜ່ານມາ. ພິ ເສດໃນປີ 2022 ສອງຝ່າຍໄດ້ຮ່ວມ ກັນຈັດກິດຈະກໍາຕ່າງໆ ເພື່ອພ້ອມ ກັນສະເຫລີມສະຫລອງສອງປະ ຫວັດສາດ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ທີ່ ເຕັມໄປດ້ວຍບັນຍາກາດ ແລະ ເນື້ອ ໃນອຸດົມສົມບູນ. ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ ສາທາລະນະສຸກ.... ເຊັນບົດບັນທຶກເປີດກວ້າງ.... ຕິດແຜ່ນກາໝາຍ.... ຂປລ. ກະຊວງສາທາລະນະສຸກ ຈັດພິທີຍ້ອງຍໍຜົນງານ 5 ປີ ແລະ ການຈັດຕັ້ງປະຕິບັດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງວຽກງານຂະແໜງການສາທາ ລະນະສຸກແຕ່ປີ 2016-2020 ແລະ ທິດທາງແຜນການຮອດປີ 2025, ພ້ອມທັງປະກາດເນື້ອໃນແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນວັນທີ 17 ມີນາ 2023 ທີ່ນະຄອນຫລວງ ວຽງຈັນ. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາ ລັດວິສາຫະກິດລົດ ໄຟແຫ່ງຊາດ ລາວ, ທ່ານ ຊານສັກ ຊືນຊົມ ປະ ທານ ບໍລິຫານ ບໍລິສັດ Global Multimodal Logistics ຈຳກັດ, ແລະ ຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ລົດຂອງລັດ ເລກທີ 599/ລບ, ລົງ ວັນທີ 29 ກັນຍາ 2021, ຄໍາແນະ ນໍາວ່າດ້ວຍການຄຸ້ມຄອງ ແລະ ນໍາ ໃຊ້ລົດບໍລິຫານຂອງລັດ ເລກທີ 0393/ກງ, ລົງວັນທີ 4 ກຸມພາ 2022, ມາດຕາ 17 ຂອງດໍາລັດວ່າ ດ້ວຍລົດຂອງລັດໄດ້ລະບຸໄວ້ວ່າ: “ລົດຂອງລັດທຸກຄັນທີ່ນໍາໃຊ້ເຂົ້າ ໃນວຽການບໍລິຫານລວມ, ລົດຮັບ ໃຊ້ວຽກງານວິຊາສະເພາະ ແລະ ລົດວິຊາສະເພາະ ຈໍາເປັນຕ້ອງຕິດ ແຜ່ນກາໝາຍນໍາໃຊ້ ໂດຍລະບຸຊື່ ອົງການທີ່ນໍາໃຊ້ພ້ອມທັງຂຽນວ່າ: ລົດຮັບໃຊ້ວຽກງານທາງລັດຖະ ການແລະ ມີຄິວອາໂຄດQRcode ໂດຍໃຫ້ຕິດໃສ່ປະຕູເບື້ອງໜ້າທັງ ສອງດ້ານ”. gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ, ເປັນການລິເລີ່ມອີກບາດ ກ້າວໜຶ່ງທີ່ສໍາຄັັນ ເພື່ອເຮັດໃຫ້ ການຄຸ້ມຄອງນໍາໃຊ້ລົດຂອງລັດ ມີປະສິດທິຜົນ, ຈໍາກັດການນໍາໃຊ້ລົດ ຂອງລັດບໍ່ຖືກເປົ້າໝາຍ ແລະ ນໍາໃຊ້ ຊະຊາຍ,ຫັນເຂົ້າສູ່ການຄຸ້ມຄອງດ້ວຍ ລະບົບທັນສະໄໝ, ຕອບສະໜອງ ການຈັດຕັ້ງປະຕິບັດນະໂຍບາຍປະ ຢັດທີ່ລັດຖະບານໄດ້ວາງອອກໃຫ້ ປະກົດຜົນເປັນຈິງເທື່ອລະກ້າວ. ຂ່າວ-ພາບ: ກະຊວງການເງິນ ທ່ານ ພະເດດເມທິຍະນົນ ຮອງປະ ທານບໍລິຫານ ບໍລິສັດ Pan-asia SilkRoadຈຳກັດແລະທ່ານປັນຍາ ປະພຸດສະໂຣ ປະທານກຳມະການ ບໍລິສັດເກົ້າຈະເລີນ ເທຣນທຣານສ ປອດ ຈຳກັດ ໂດຍມີພາກສ່ວນກ່ຽວ ຂ້ອງຂອງສອງຝ່າຍເຂົ້າຮ່ວມເປັນ ສັກຂີພິຍານ. ໃນບົດບັນທຶກດັ່ງກ່າວ, ລັດວິ ສາຫະກິດລົດໄຟແຫ່ງຊາດລາວ ເປັນຜູ້ປະສານງານ, ອຳນວຍຄວາມ ສະດວກ ແລະ ຈອງພ່ວງຈາກການ ລົດໄຟ ແຫ່ງປະເທດໄທ ແລະ ລົດໄຟ ລາວ-ຈີນ ເພື່ອໃຫ້ຝ່າຍບໍລິສັດ ເກົ້າ ຈະເລີນ ເທຣນ ທຣານສປອດ ຈຳ ກັດ, ບໍລິສັດ Global Multimodal Logistics ຈຳກັດ ແລະ ບໍລິສັດ Pan-asia Silk Road ຈຳກັດນໍາ ໃຊ້ໃນການບໍລິການຂົນສົ່ງສິນຄ້າ ທາງລົດໄຟຂ້າມແດນ ແລະ ຜ່ານ ແດນ, ພ້ອມທັງຈອງຂະບວນລົດໄຟ ຂົນສົ່ງສິນຄ້າຈາກການລົດໄຟແຫ່ງ ປະເທດໄທ ຫາ ສະຖານີລົດໄຟທ່າ ນາແລ້ງ ຫລື ຈາກສະຖານີລົດໄຟ ທ່ານາແລ້ງ ຫາ ການລົດໄຟແຫ່ງ ປະເທດໄທ. ກຸ່ມບໍລິສັດ ດັ່ງກ່າວ, ວາງເປົ້າ ໝາຍ ຈະຂົນສົ່ງໝາກໄມ້ຈາກໄທ ຜ່ານລາວ ອອກໄປ ສປ ຈີນ ເປັນ ຫລັກ, ໃນນັ້ນ, ບໍລິສັດ Global Multimodal Logistics ຈຳກັດ ເຊິ່ງເປັນບໍລິສັດຖືຫຸ້ນໂດຍ PTT ທັງໝົດ ຈະຮ່ວມມືກັບ ບໍລິສັດ Panasia Silk Road ຈຳກັດ ໂດຍ ຈະເປັນຜູ້ປະສານງານກັບຜູ້ປະກອບ ການ (ພໍ່ຄ້າທຸລຽນ) ຈາກ ສປ ຈີນ ໂດຍມີບໍລິສັດເກົ້າຈະເລີນເທຣນ ທຣານສປອດ ຈຳກັດເປັນຜູ້ຮັບເໝົາ ຂົນສົ່ງ ແລະ ລັດວິສາຫະກິດລົດໄຟ ແຫ່ງຊາດລາວ ເປັນຜູ້ສະໜອງຕູ້ ເກັບສິນຄ້າເຢັນ ສໍາລັບການຂົນສົ່ງ. ພ້ອມກັນນັ້ນ, ກຸ່ມບໍລິສັດດັ່ງ ກ່າວ, ຕັ້ງເປົ້າຈະຂົນສົ່ງທຸລຽນ ແລະ ໝາກໄມ້ ໃຫ້ໄດ້ຢ່າງໜ້ອຍ 20 ພັນ ໂຕນຕໍ່ເດືອນ. ລະນະສຸກ ໄດ້ຜ່ານບົດສະຫລຸບຂະ ບວນການແຂ່ງຂັນຮັກຊາດແລະພັດ ທະນາຜ່ານມາ(2016- 2020) ແລະທິດທາງໃນຕໍ່ໜ້າຮອດປີ2025 ໂດຍໄດ້ຍົກໃຫ້ ເຫັນສະພາບລວມ , ດ້ານດີຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງ ຄ້າງ, ສາຍເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດ ຖອນໄດ້ທີ່ໄດ້ຈັດຕັ້ງຜັນຂະຫຍາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກ ງານຕົວຈິງ, ຄາດໝາຍສູ້ຊົນ,ທິດ ທາງວຽກງານຈຸດສຸມ ແລະມາດຕະ ການຈັດຕັ້ງປະຕິບັດ ໃນຕໍ່ໜ້າຮອດ ປີ 2025, ໜ້າທີ່ອັນສຳຄັນອີກຢ່າງ ໜຶ່ງຂອງກອງປະຊຸມໃນຄັ້ງນີ້ແມ່ນ ໄດ້ປະກາດ ແລະ ຮັບຮອງເອົາເນື້ອ ໃນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ເພື່ອເປັນແນວທາງໃນການ ສືບຕໍ່ການແຂ່ງຂັນ-ຍ້ອງຍໍໃນຕໍ່ໜ້າ. ຜ່ານການສະຫລຸບ, ຕີລາຄາ ແລະ ປະເມີນຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາຂອງກະ ຊວງສາທາລະນະສຸກ ໂດຍມີຜົນສຳ ເລັດທີ່ຕິດພັນກັບ 8 ແຜນງານຂອງ ຂະແໜງການສາທາລະນະສຸກ. ຕໍ່ ຜົນສຳເລັດດັ່ງກ່າວ ສາມາດຍ້ອງຍໍ ໃຫ້ແກ່ກົມກອງດີເດັ່ນໄດ້ຮັບຫລຽນ ໄຊແຮງງານຊັ້ນ I ຈຳນວນ 19 ກົມກອງ, ຊັ້ນ II ຈຳນວນ 12 ກົມ ກອງ, ຊັ້ນ III ຈຳນວນ 03 ກົມກອງ; ບຸກຄົນດີເດັ່ນ ໄດ້ຫລຽນໄຊແຮງ ງານຊັ້ນ I ຈຳນວນ 39 ຄົນ, ຊັ້ນ II ຈໍານວນ 89 ຄົນ, ຊັ້ນ III ຈໍານວນ 303ຄົນ, ຫລຽນກາແຮງງານ470 ຄົນ, ໃບຍ້ອງຍໍຂັ້ນລັດຖະບານ 763 ຄົນ ແລະ ໃບຍ້ອງຍໍຂັ້ນກະຊວງ 6.281 ຄົນ. ຂ່າວ: ມະນີທອນ, ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==