lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/03/2023 xtgmf]k; ຫົວໜ້າຄະນະຈັດຕັ້ງ.... ສະຖານທູດ... ລາວ-ກຳປູເຈຍ... ປະທານປະເທດ.... ຮອງນາຍົກລັດຖະມົນຕີ.... ຂປລ. ໂດຍຕອບສະໜອງຕາມ ຄໍາເຊີນຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງກະຊວງພາຍ ໃນ ແຫ່ງ ລາຊະອານາຈັກກຳປູເຈຍ ນໍາໂດຍ ສົມເດັດ ກຣໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງພາຍໃນ ແຫ່ງລາຊະ ອານາຈັກກໍາປູເຈຍ ພ້ອມດ້ວຍບັນ ທ້າວ ຈໍຊົ້ງ ປະຊາຊົນຢູ່ບ້ານພູຫົວ ຊ້າງ ເມືອງອະນຸວົງ, ມີເນື້ອທີ່ທັງໝົດ 2 ເຮັກຕາ ຊຶ່ງຖືວ່າເປັນໜໍ່ແໜງ ຂອງການຜະລິດກະສິກຳເປັນສິນ ຄ້າທີ່ຕິດພັນກັບການທ່ອງທ່ຽວ, ການສົ່ງເສີມການຜະລິດກະສິກຳ ເປັນສິນຄ້າແມ່ນຕິດພັນກັບການ ຈັດຕັ້ງຜັນຂະຫຍາຍດໍາລັດ 414 ຂອງລັດຖະບານ ກໍຄື 5 ທ່າແຮງ ໃນການພັດທະນາຂອງ ແຂວງໄຊ ສົມບູນ. ໃນນັ້ນ,ແຂວງໄດ້ມີການຊຸກ ຍູ້, ສົ່ງເສີມປະຊາຊົນເຮັດການຜະ ລິດກະສິກໍາ ເປັນສິນຄ້າສ້າງລາຍ ຮັບເຂົ້າໃນຄອບຄົວ ແນໃສ່ປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນ ເພື່ອ ຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ພ້ອມກັນນີ້, ທ່ານປະ ທານປະເທດພ້ອມຄະນະຍັງໄດ້ຢ້ຽມ ຊົມສວນສາທາລະນະ ຖໍ້າເຈົ້າອະນຸ ວົງ ຊຶ່ງເປັນບ່ອນທ່ອງທ່ຽວທາງ ປະຫວັດສາດທີ່ຕິດພັນກັບຮ່ອງຮອຍ ປະຫວັດສາດທີ່ສຳຄັນຂອງຊາດ; ຢ້ຽມຢາມຫໍຫລັກເມືອງ ແລະ ຕະ ຫລາດໄຊສົມບູນ. ພ້ອມນີ້, ທ່ານປະ ທານປະເທດ ພ້ອມຄະນະຍັງໄດ້ຂຶ້ນ ພິຊິດຈອມພູເບ້ຍຊຶ່ງເປັນຈອມພູທີ່ສູງ ທີ່ສຸດຂອງປະເທດລາວ, ມີຄວາມ ສູງ2.820ແມັດຈາກລະດັບໜ້ານໍ້າ ທະເລ,ໂດຍໄດ້ຮັບຂະໜານນາມວ່າ ເປັນ “ຫລັງຄາຂອງປະເທດລາວ”, ມີລະບົບຊີວະນາໆພັນອຸດົມສົມບູນ ແລະ ທິວທັດທຳມະຊາດທີ່ສວຍ ງາມ ຊຶ່ງກຳລັງໄດ້ຮັບການພັດທະ ນາໃຫ້ເປັນແຫລ່ງທ່ອງທ່ຽວທາງ ທຳມະຊາດທີ່ສຳຄັນຂອງແຂວງ. ໂອກາດນີ້, ທ່ານປະທານປະເທດ ໄດ້ພົບປະເຮັດວຽກກັບຄະນະປະ ຈຳພັກແຂວງໄຊສົມບູນ ໂດຍໄດ້ ຮັບຟັງການລາຍງານກ່ຽວກັບສະ ພາບຮອບດ້ານຂອງແຂວງ. ຈາກ ນັ້ນ, ທ່ານກໍໄດ້ສະແດງຄວາມຊົມ ເຊີຍ ແຂວງໄຊສົມບູນ ທີ່ໄດ້ມີການ ພັດທະນາແລະ ມີໂສມໜ້າໃໝ່,ພ້ອມ ທັງໄດ້ເນັ້ນໃຫ້ສືບຕໍ່ຮັກສາມູນເຊື້້ອ ຄວາມສາມັກຄີເປັນເອກະພາບ ແລະ ຄວາມເປັນແບບຢ່າງນຳໜ້າຂອງ ຄະນະພັກ, ເອົາໃຈໃສ່ລົງເລິກວຽກ ງານກໍ່ສ້າງພັກ-ພະນັກງານ, ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ການຈັດຕັ້ງປະຕິບັດສອງ ວາລະແຫ່ງຊາດ, ວຽກງານກໍ່ສ້າງ ຮາກຖານການເມືອງຕິດພັນກັບ ການພັດທະນາຊົນນະບົດ ແລະ ລຶບ ລ້າງຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມການຜະລິດກະສິກຳເປັນສິນ ຄ້າຂອງປະຊາຊົນໃຫ້ມີໜໍ່ແໜງໃໝ່, ຂຸດຄົ້ນບັນດາທ່າແຮງຂອງແຂວງ ຕິດພັນກັບການຄຸ້ມຄອງ, ນຳໃຊ້ຊັບ ພະຍາກອນຢ່າງມີປະສິດທິພາບ ຕາມທິດຍືນຍົງ, ທັງນີ້ກໍເພື່ອເຮັດໃຫ້ ແຂວງໄຊສົມບູນ ສືບຕໍ່ມີການພັດ ທະນາ ແລະ ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ແກ່ນຈັນ ທຳມະນີ ໝາຍທີ່ວາງໄວ້. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳວ່າ: ສະເພາະວຽກ ພັກ, ອົງຄະນະພັກກະຊວງສາທາລະ ນະສຸກ ຕ້ອງເພີ່ມທະວີການນຳພາ ຕົວຈິງທີ່ເຂັ້ມແຂງ ຂອງພັກ,ຍົກສູງ ຄວາມສາມາດນຳພາ ແລະ ລັດສະ ນະນຳໜ້າຂອງຄະນະນະພັກ, ຖືສຳ ຄັນ ແລະ ເອົາໃຈໃສ່ການກໍ່ສ້າງ ພັກ ທາງດ້ານການເມືອງໂດຍນຳໃຊ້ ຫລາຍຮູບການ, ວິທີການທີ່ອຸດົມ ສົມບູນ ສອດຄ່ອງເໝາະສົມເພື່ອສຶກ ສາອົບຮົມໃຫ້ພະນັກງານ, ສະມາ ຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ ເຊື່ອມຊຶມແນວທາງ, ແຜນນະໂຍ ບາຍ, ມະຕິຄຳສັ່ງຂອງພັກ, ລະບຽບ ກົດໝາຍ ຂອງລັດໃນແຕ່ລະໄລຍະ; ເປັນເຈົ້າການກໍ່ສ້າງພັກທາງດ້ານ ແນວຄິດ, ໃນນີ້ ສຳຄັນກວ່າໝູ່ແມ່ນ ເອົາໃຈໃສ່ປັບປຸງຍົກລະດັບຄວາມ ຮູ້ທິດສະດີການເມືອງ-ການປົກ ຄອງ ໂດຍສະເພາະແມ່ນ ທິດສະດີ ມາກ-ເລນິນ, ທິດສະດີທີ່ກ້າວໜ້າ ອື່ນໆ, ທິດສະດີການເມືອງ ແລະ ມູນເຊື້ອຂອງພັກເຮົາ ແລະ ຍູ້ແຮງ ຄວາມຕື່ນຕົວເປັນເຈົ້າການຝຶກຝົນ ຫລໍ່ຫລອມຕົນເອງຂອງສະມາ ຊິກພັກດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ ຄວາມສາມາດ, ແບບແຜນວິທີນຳ ພາ ແລະ ແບບແຜນວິທີເຮັດວຽກ; ເອົາໃຈໃສ່ຈົດຈໍ່ຕໍ່ການກໍ່ສ້າງພັກ ທາງດ້ານການຈັດຕັ້ງ, ໃນນັ້ນ ອັນ ເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນຳແຫ່ງການຈັດ ຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບ ແຜນນຳພາ ຂອງອົງຄະນະພັກ ເປັນ ຕົ້ນ ພັກນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍຕິດພັນກັບການ ຂະຫຍາຍຄວາມເປັນແບບຢ່າງນຳ ໜ້າຂອງພັກ ປະຕິບັດແນວທາງ, ແບບຢ່າງໃນການປະຕິບັດລະບຽບ ກົດໝາຍ, ການປ່ຽນແປງແກ້ໄຂຂໍ້ ຂາດຕົກບົກພ່ອງ ແລະ ການນຳພາ ແຫ່ງການຝຶກຝົນຫລໍ່ຫລອມຕົນ ເອງໃຫ້ດີຂຶ້ນ. ສຳລັບວຽກງານປັບປຸງກົງ ຈັກການຈັດຕັ້ງ, ພະນັກງານ ແລະ ກົນໄກບໍລິຫານ: ຕ້ອງໄດ້ເອົາໃຈ ໃສ່ໃນການປັບປຸງກົງຈັກໃຫ້ກະ ທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງ ປະຕິບັດວຽກງານລ່ອງຊ່ອງໄປ ລວງດຽວກັນ; ສ້າງກົນໄກການປະ ສານງານພາຍໃນ ແລະ ພາຍນອກ ຢູ່ສູນກາງ, ຢູ່ໂຮງໝໍແລະ ຢູ່ພາກສະ ໜາມລວມເຖິງບັນດາກົມກອງຊ່ວຍ ໜູນອ້ອມຂ້າງກະຊວງໃຫ້ມີຄວາມ ເປັນເອກະພາບສູງຫລີກລ່ຽງຫາງ ສຽງບໍ່ດີທີ່ເປັນຜົນກະທົບຕໍ່ວຽກ ງານຂະແໜງການກໍຄືຜົນປະໂຫຍດ ລວມຂອງປະເທດຊາດ; ອົງຄະ ນະພັກຕ້ອງເອົາໃຈໃສ່ປັບປຸງຢ່າງ ຈິງຈັງຕໍ່ວຽກງານພະນັກງານ ຊຶ່ງ ເປັນປັດໄຈສ້າງການຫັນປ່ຽນຢ່າງ ແຂງແຮງເລິກເຊິ່ງ ໃນທຸກຂອດ ຂອງວຽກງານພະນັກງານນັບແຕ່ ຂອດສ້າງ ແລະ ປະຕິບັດແຜນກຳ ນົດຕໍາແໜ່ງງານ, ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ, ການປະ ຕິບັດນະໂຍບາຍ ແລະ ສະຫວັດດີ ການຕໍ່ພະນັກງານ, ການຄຸ້ມຄອງຕິດ ຕາມກວດກາ ແລະ ປະຕິບັດວິໄນ ຕໍ່ພະນັກງານຢ່າງຖືກຕ້ອງແລະ ມີຄວາມຍຸຕິທໍາ; ເອົາໃຈໃສ່ສຶກສາ ຄົ້ນຄວ້າ ແລະ ທົດລອງຈັດຕັ້ງປະຕິ ບັດຄວາມເປັນໄປໄດ້ການຫັນໄປ ກຸ້ມຕົນເອງດ້ານງົບປະມານຢູ່ໃນ ບ່ອນທີ່ມີເງື່ອນໄຂຄົບຖ້ວນ ຈຶ່ງຈະ ສາມາດຫັນພະນັກງານ, ລັດຖະ ກອນໄປເປັນພາລະກອນ ເພື່ອຫລຸດ ຜ່ອນດ້ານງົບປະມານລັດ, ທັງຮັບ ປະກັນຄຸນນະພາບດ້ານວຽກງານ ສາທາລະນະສຸກເທື່ອລະກ້າວ; ການ ປັບປຸງວຽກງານພະນັກງານຕ້ອງ ໄປຕາມທິດລວມ ທີ່ກໍານົດໃນມະຕິ ກອງປະຊຸມໃຫຍ່ຄັ້ງທີXI ຂອງພັກ, ມະຕິ, ຄຳສັ່ງ ໃນແຕ່ລະໄລຍະໃຫ້ ປະກົດຜົນເປັນຈິງໂດຍການຈັດວາງ ພະນັກງານຢູ່ໃນພາວະເຄື່ອນເໜັງ ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ, ຮັບປະ ກັນການປະຕິບັດວຽກງານຄຸ້ມຄອງ ພະນັກງານເປັນເອກະພາບ, ມີຄຸນນະ ພາບ, ການບັນຈຸລັດຖະກອນຕ້ອງ ປະຕິບັດຫລັກການສະເໝີພາບ, ໂປ່ງ ໄສ, ຍຸຕິທຳ, ອີງໃສ່ຕຳແໜ່ງງານ ແລະໜ້າວຽກທີ່ຕ້ອງການທັງຮັບປະ ກັນການສ້າງ, ປະຕິບັດແຜນກຳນົດ ພະນັກງານຢ່າງເປັນລະບົບຕາມ ທິດຫັນເປັນໜຸ່ມກົງຈັກກະທັດຮັດ, ຫລຸດຜ່ອນຈຳນວນພົນ ແລະ ຫລີກ ເວັ້ນລະບົບອຸປະຖຳຄ້ຳຊູຄົນເຈົ້າ ຄົນຂ້ອຍ ແລະ ມີການຄົ້ນຄວ້າລົງ ວິໄນຕໍ່ຜູ້ກະທຳຜິດຢ່າງເດັດຂາດ ໂປ່ງໄສຍຸຕິທຳປະກົດການເກີດຢູ່ ບ່ອນໃດ ແມ່ນບ່ອນນັ້ນເປັນຜູ້ຄົ້ນ ຄວ້າແກ້ໄຂ ຢ່າງຂາດຕົວ; ຕ້ອງຮັບ ກັນການບັນຊາການຄືກັບບັນຊາບັ້ນ ຮົບ ເພື່ອຮັບປະກັນຄວາມຮັບຜິດ ຊອບຂອງພະນັກງານສະມາຊິກພັກ, ແພດໝໍ ໄປຕາມທິດຂອງພັກ ແລະ ລັດຖະບານ ວາງອອກ ເພື່ອໃຫ້ມີ ການຫັນປ່ຽນຢ່າງຮອບດ້ານ; ເອົາ ໃຈໃສ່ປະຕິບັດວຽກການແຂ່ງຂັນ ຍ້ອງຍໍໃຫ້ພະນັກງານນັກຮົບຊຸດ ຂາວຢ່າງຖືກຕ້ອງເໝາະສົມ,ທັນ ການ, ຖືກທິດ ແລະ ທົ່ວເຖິງເພື່ອເປັນ ຂວັນ ແລະ ກຳລັງໃຈ ໃຫ້ຜູ້ທີ່ເຮັດ ວຽກງານຢ່າງເອົາຈິງເອົາຈັງໃນ ພາກປະຕິບັດຕົວຈິງ ມີລັງໃຈເຮັດ ວຽກງານຢ່າງສຸດກົກສຸດປາຍ. ສ່ວນວຽກງານວິຊາສະເພາະ, ກ່ອນອື່ນໝົດ ຕ້ອງເອົາໃຈໃສ່ຕັ້ງປະ ຕິບັດ ມະຕິກອງປະຊຸມໃຫ່ຍຄັ້ງທີXI ຂອງພັກທີ່ວ່າ ສືບຕໍ່ຍຶດໝັ້ນການ ປະຕິບັດນະໂຍບາຍສາທາລະນະສຸກ ທົ່ວປວງຊົນ ຕາມທິດຖືເອົາການອະ ນາໄມກັນພະຍາດ ແລະ ສົ່ງເສີມ ສຸຂະພາບ ເປັນຕົ້ນຕໍ; ຖືເອົາການບໍ ລິການປິ່ນປົວ ແລະ ສະໜອງການ ບໍລິການສຸຂະພາບຢ່າງທົ່ວເຖິງ, ມີ ຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດ ຕັ້ງປະຕິບັດ 8 ແຜນງານ ແລະ 133 ໂຄງການ ຄວບຄູ່ກັບການປະ ຕິບັດແຜນປະຕິຮູບສາທາລະນະ ສຸກໄລຍະ III (2021-2025). ເພື່ອເປັນທິດໃນການຈັດຕັ້ງປະຕິ ບັດແຜນພັດທະນາສາທາລະນະ ສຸກ 5 ປີ ຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກເປັນ ຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ທີ່ຍັງສືບ ຕໍ່ມີຜົນກະທົບຕໍ່ພາຍໃນພວກເຮົາ ໂດຍຫັນໄປດໍາລົງຊີວິດແບບໃໝ່ ແລະ ເອົາໃຈໃສ່ໂຄສະນາສຶກສາອົບ ຮົມກ່ຽວກັບການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະ ຍາດໂຄວິດ-19 ຢ່າງຮອບດ້ານ; ຂະແໜງສາທາລະນະສຸກຕ້ອງປະ ກອບສ່ວນຢ່າງຕັ້ງໜ້າກວ່າເກົ່າ ເຂົ້າ ໃນພາລະກິດລວມແຫ່ງການ ລົງກໍ່ສ້າງຮາກຖານ ແລະ ພັດທະ ນາຊົນນະບົດຮອບດ້ານ, ເຮັດແນວ ໃດໃຫ້ຈຳນວນສ່ວນຫລາຍປະຊາ ຊົນ ສາມາດເຂົ້າເຖິງການບໍລິການ ແລະ ຮັກສາສຸຂະພາບຂັ້ນພື້ນຖານ, ມີຄຸນນະພາບ ແລະ ໄດ້ຮັບສະຫວັດ ດີການສັງຄົມ ໄປຄຽງຄູ່ກັບການຂະ ຫຍາຍລະບົບປະກັນສຸຂະພາບລວມ ທັງການປັບປຸງຄຸນນະພາບສ້າງ ການຫັນປ່ຽນ ເຮັດໃຫ້ປະຊາຊົນ ລາວບັນດາເຜົ່າເຂົ້າເຖິງຕາໜ່າງ ສາທາລະນະສຸກ ນັບມື້ນັບຫລາຍ ຂຶ້ນ; ສືບຕໍ່ປະຕິບັດບັນດາຄາດໝາຍ ຕາມມະຕິສະພາແຫ່ງຊາດວາງ ອອກ ໂດຍເລັ່ງໃສ່ບັນດາຄາດໝາຍ ທີ່ບໍ່ທັນສຳເລັດ ເປັນຕົ້ນແຜນປະ ຕິຮູບສາທາລະນະສຸກໄລຍະ III ເພື່ອ ບັນລຸເປົ້າໝາຍສຸຂະພາບທົ່ວປວງ ຊົນ, ເປົ້າໝາຍການພັດທະນາແບບ ຍືນຍົງ ໃນ 5 ຂົງເຂດຄື: ການພັດທະ ນາຊັບພະຍາກອນມະນຸດ, ການເງິນ ສາທາລະນະສຸກ, ຄຸນນະພາບການ ບໍລິການ, ການບໍລິຫານຈັດການ ແລະ ຂໍ້ມູນຂ່າວ ສານສາທາລະນະ ສຸກ ໂດຍເລີ່ມຈາກການສ້າງ, ປັບ ປຸງພະນັກງານດ້ານສາທາລະນະ ສຸກ ທັງສ້າງຈັນຍາບັນຈັນຍາທຳ, ສ້າງສະຖານທີ່ບໍລິການ, ຮັບປະ ກັນ ມາດຕະຖານສະອາດ, ອຸປະກອນ ການແພດຄົບຖ້ວນ-ທັນສະໄໝ ແລະ ຢາປົວພະຍາດພຽງພໍຕາມນະ ໂຍບາຍ 5 ດີ 1 ພໍໃຈ ຕິດພັນກັບການ ສ້າງນັກຄົ້ນຄ້ວາ, ຊ່ຽວຊານຜູ້ຊຳ ນານ ບໍ່ຄວນແລ່ນນຳປະລິມານ. ພ້ອມນີ້, ທ່ານຮອງນາຍົກລັດຖະ ມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມ ມື້ນີ້, ນຳເອົາເນື້ອໃນຈິດໃຈຂອງ ກອງປະຊຸມຄັ້ງນີ້ ນຳໄປຈັດຕັ້ງປະ ຕິບັດໃຫ້ເກີດໝາກເກີດຜົນຕາມຈຸດ ປະສົ່ງຄາດໝາຍທີ່ວາງໄວ້ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍ ໃຕ້ການນຳພາ ຂອງຄະນະພັກຂັ້ນ ສູນກາງ ແລະ ທ້ອງຖິ່ນ ຂອງຂະ ແໜງການສາທາລະນະສຸກກັບການ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານທີ່ຍາດມາໄດ້ບວກກັບ ການຍົກສູງຄວາມຜິດຊອບການ ເມືອງ ແລະ ປະກອບສ່ວນຂອງທຸກ ພາກສ່ວນພາຍໃນ ແລະ ຕ່າງປະ ເທດ, ພາກລັດ ແລະ ເອກະຊົນພວກ ເຮົາ ນັກຮົບເສື້ອຂາວທີ່ພ້ອມເສຍ ສະຫລະ ເພື່ອປະຊາຊົນແລະປະເທດ ຊາດ ຈະເຮັດສຳເລັດພາລະໜ້າທີ່ ທີ່ ສຳຄັນຫຍຸ້ງຍາກ ແຕ່ມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້. ຂ່າວ: ມະນີທອນ, ພາບ: ຂັນໄຊ ການນຳຫລັກແຫລ່ງ ຢູ່ແຂວງຈຳ ປາສັກ ໃນວັນທີ 17 ມີນາ 2023 ໂດຍທ່ານໄດ້ເນັ້ນໃຫ້ແຂວງຈຳ ປາສັກ ເອົາໃຈໃສ່ວຽກງານກໍ່ສ້າງ ພັກ-ພະນັກງານໂດຍສະເພາະຄະນະ ພັກທຸກຂັ້ນຕ້ອງເພີ່ມທະວີການນໍາ ພາການເມືອງ-ແນວຄິດໃຫ້ຫລາຍ ຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນ ແຖວພະນັກງານນຳພາ, ພະນັກ ງານຫລັກແຫລ່ງແຕ່ລະຂັ້ນໄດ້ຮັບ ການປະກອບຄວາມຮູ້ລັດທິມາກເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ, ຂອງຊາດ, ສ້າງຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກໃນ ແຕ່ລະໄລຍະ ເພື່ອສ້າງໃຫ້ພະນັກ ງານນໍາພາ, ຫລັກແຫລ່ງຂອງພັກລັດ ມີຄວາມເປັນເອກະພາບສູງ ດ້ານແນວຄິດ ແລະ ການກະທຳ. ພ້ອມກັນນັ້ນ, ພະນັກງານນໍາພາ, ຫລັກແຫລ່ງ ຕ້ອງຍົກສູງຄວາມຮັບ ຜິດຊອບທາງດ້ານການເມືອງ, ຄວາມເປັນແບບຢ່າງນໍາໜ້າໃນ ການຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິ ກໍາທີ່ກ່ຽວຂ້ອງກັບວຽກງານກໍ່ ສ້າງພັກ ໃຫ້ຖືກຕ້ອງ, ສອດຄ່ອງກັບ ສະພາບ ຄວາມເປັນຈິງຂອງແຕ່ລະ ໜ່ວຍພັກ ເພື່ອຮັບປະກັນສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສຳລັບການກະກຽມກອງປະຊຸມ 3ຂັ້ນໂດຍລວມແມ່ນຍັງຮັກສາການ ຈັດຕັ້ງປະຕິບັດ ໂດຍສະເພາະດ້ານ ເນື້ອໃນໃຫ້ເອົາໃຈໃສ່ໃນຂັ້ນຮາກ ຖານການພັດທະນາບ້ານ ໃຫ້ໄປ ຕາມແນວທາງນະໂຍບາຍແທ້ໆ, ພັດ ທະນາຕາມຈຸດພິເສດ, ທ່າແຮງໃນ ດ້ານເສດຖະກິດ-ສັງຄົມ, ຕ້ອງພັດ ທະນາໃຫ້ເທົ່າທຽມສະເໝີກັນໃນ ທຸກພາກສ່ວນ ແລະ ການກະກຽມ ກອງປະຊຸມຄົບຄະນະພັກ ແຂວງ ຈຳປາສັກ ກາງສະໄໝໃຫ້ຈັດຕັ້ງ ປະຕິບັດຄໍາສັ່ງຂອງຄະນະເລຂາທິ ການສູນກາງພັກ ວ່າດ້ວຍການດໍາ ເນີນກອງປະຊຸມຄົບຄະນະກາງສະ ໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ເລກທີ 268/ຄລສພ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນ ກາງພັກ ວ່າດ້ວຍການຈັດຕັ້ງປະ ຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ ຄຈສພ ເພື່ອຮັບປະກັນການດໍາເນີນ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ຈໍາປາສັກ ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກກໍໄດ້ ລາຍງານໂດຍສັງເຂບກ່ຽວກັບການ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ, ການດໍາເນີນກອງ ປະຊຸມກາງສະໄໝ ຂອງ 12 ອົງ ຄະນະພັກ ແລະ ການນຳພາ-ຊີ້ນໍາ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໄດ້ສໍາເລັດການສ້າງແຜນກໍານົດພະ ນັກງານນໍາພາ-ຄຸ້ມຄອງ ໃນທົ່ວ ແຂວງ ໄປພ້ອມກັບການສັບຊ້ອນ, ຈັດວາງພະນັກງານທີ່ຢູ່ໃນແຜນກຳ ນົດຂັ້ນເມືອງ-ນະຄອນຄຸ້ມຄອງ; ສຳເລັດການປັບປຸງກົງຈັກການຈັດ ຕັ້ງພະແນກການ, ກົມກອງອ້ອມ ຂ້າງແຂວງ ແລະ ເມືອງ, ປັບປຸງຂະ ແໜງການທີ່ຂຶ້ນກັບພະແນກ 191 ຂະແໜງ ເປັນ 151 ຂະແໜງ ແລະ 4 ໜ່ວຍງານ ສຳເລັດຕາມແຜນ; ຢູ່ຂັ້ນເມືອງ ສຳເລັດການປັບປຸງບັນ ດາໜ່ວຍງານທີ່ຂຶ້ນກັບຫ້ອງການ ຂອງເມືອງ, ນະຄອນ, ພ້ອມນັ້ນກໍໄດ້ ຈັດວາງສັບຊ້ອນບຸກຄະລາກອນ ເຂົ້າໃສຕຳແໜ່ງງານຕ່າງໆ ຕາມ ທິດກະທັດຮັດສົມເຫດສົມຜົນ. ຂ່າວ: ທັດຊະນະ ຖານ ແລະ ສະຫາຍ ຈັນທະພອນ ຄຳມະນີຈັນ ກຳມະການຄະນະພັກ ຮາກຖານ, ປະທານກວດກາພັກສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຜັດປ່ຽນກັນເຜີຍແຜ່ເອກະສານ ດັ່ງກ່າວ ເຊິ່ງແຕ່ລະສະຫາຍກໍໄດ້ ເນັ້ນ ໃຫ້ສະມາຊິກພັກສະຖານທູດ ແລະ ນັກສຶກສາ ຈົ່ງພ້ອມກັນຄົ້ນຄວ້າ ໃຫ້ເຂົ້າໃຈ ແລະ ກໍາໄດ້ບັນດາເຫດ ການ ການເມືອງທີ່ສຳຄັນຂອງພັກ, ຂອງຊາດ ລວມທັງເນື້ອໃນຈິດໃຈ ຂອງບັນດາເອກະສານທີ່ນໍາມາເຜີຍ ແຜ່ໃນຄັ້ງນີ້ເພື່ອເປັນບ່ອນອີງໃນການ ຝຶກຝົນຫລໍ່ຫລອມ ແລະ ປະຕິບັດ ວຽກງານວິຊາສະເພາະຂອງຕົນ. ຂ່າວ+ພາບ: ສະຖານທູດລາວທີ່ ຮ່າໂນ້ຍ ດາຄະນະໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງ ເປັນທາງການແຕ່ວັນທີ 18-20 ມີນາ 2023 ແລະ ໄດ້ເຂົ້າຮ່ວມ ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍປະຈຳປີ2023ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງພາຍໃນ ລາຊະອານາຈັກກໍາປູເຈຍ ຢ່າງເປັນ ທາງການໃນວັນທີ 19 ມີນາ 2023 ເຊິ່ງພິທີຕ້ອນຮັບຢ່າງເປັນທາງ ການໄດ້ຈັດຂຶ້ນຢູ່ກະຊວງປ້ອງກັນ ຄວາມສະຫງົບ. ຈາກນັ້ນ, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ແລະ ສົມເດັດ ກຣໍລາ ໂຮມ ຊໍ ເຄັງ ກໍໄດ້ຮ່ວມເປັນປະທານ ກອງປະຊຸມວ່າດ້ວຍການຮ່ວມມື ສອງຝ່າຍ ປະຈໍາປີ 2023 ໂດຍມີ ບັນດາຄະນະຜູ້ແທນຂັ້ນສູງຂອງ ສອງຝ່າຍ, ພ້ອມດ້ວຍການນຳຈາກ ແຂວງທີ່ມີຊາຍຕິດຈອດກັນຂອງ ສອງປະເທດ ເຊັ່ນ: ແຂວງຈໍາປາສັກ ແລະ ແຂວງອັດຕະປື ຂອງ ສປປ ລາວ ແລະ ແຂວງສະຕຶງແຕຣງ, ແຂວງຣັດຕະນະຄີລີ ແລະ ແຂວງ ພະວິຫານ ລາຊະອານາຈັກ ກໍາປູ ເຈຍ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້,ສອງຝ່າຍ ໄດ້ພ້ອມກັນທົບທວນຄືນ ແລະ ຕີລາ ຄາສະພາບ ແລະ ຜົນສໍາເລັດການ ພົວພັນຮ່ວມມືລະຫວ່າງສອງຝ່າຍ ໃນການຈັດຕັ້ງປະຕິບັດແຜນການ ຮ່ວມມືຕາມບົດບັນທຶກວ່າດ້ວຍການ ຮ່ວມມືສອງຝ່າຍທີ່ລັດຖະມົນຕີຂອງ ທັງສອງກະຊວງໄດ້ລົງນາມຮ່ວມ ກັນໃນປີ 2021 ຜ່ານມາ, ພ້ອມທັງ ປຶກສາຫາລື ແລະ ຮັບຮອງເອົາແຜນ ການຮ່ວມມືລະຫວ່າງສອງກະຊວງ ໃນປີ 2023. ເຖິງວ່າໃນປີ 2022 ຜ່ານມາ ທັງສອງຝ່າຍ ຈະບໍ່ໄດ້ຈັດ ຕັ້ງປະຕິດບັດທຸກກິດຈະກຳ ທີ່ໄດ້ກໍາ ນົດໄວ້ຢູ່ໃນບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງທີ່ສອງລັດ ຖະມົນຕີໄດ້ລົງນາມໃນເດືອນພະຈິກ 2021ຜ່ານລະບົບກອງປະຊຸມທາງ ໄກເນື່ອງຈາກການແພ່ລະບາດຂອງ ພະຍາດໂຄວິດ-19, ແຕ່ຄະນະຜູ້ ແທນຂັ້ນສູງທັງສອງຝ່າຍ ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ເນື້ອໃນ ຈິດໃຈ ແລະ ການຮ່ວມມືທີ່ດີລະ ຫວ່າງເຈົ້າໜ້າທີ່ກ່ຽວຂ້ອງໃນທຸກ ລະດັບ ໂດຍສະເພາະແມ່ນບັນດາ ແຂວງຊາຍແດນຂອງສອງປະເທດ. ສໍາລັບການຮ່ວມມືໃນການຮັກສາ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ການແກ້ໄຂບັນຫາ ຕ່າງໆປະກອບສ່ວນສໍາຄັນເຂົ້າໃນ ການເສີມສ້າງສາຍພົວພັນແບບ ບ້ານໃກ້ເຮືອນຄຽງທີ່ດີ. ກອງປະຊຸມ ໄດ້ຕີລາຄາສະພາບ ການຮ່ວມມືທີ່ຍັງປະຕິບັດບໍ່ທັນໄດ້ ແລະ ເຫັນວ່າ ສອງຝ່າຍຍັງຕ້ອງໄດ້ ເພີ່ມທະວີໃນການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຫລາຍຂຶ້ນເຊັ່ນ: ການຢ້ຽມຢາມແລກປ່ຽນປະສົບ ການຂອງກົມກອງວິຊາສະເພາະ, ການປະຊຸມພົບປະລະຫວ່າງທ້ອງ ຖິ່ນ, ການຝຶກອົບຮົມບຸກຄະລາ ກອນ, ການສຶກສາອົບຮົມປະຊາຊົນ ທີ່ດໍາລົງຊີວິດຢູ່ລຽບຕາມຊາຍແດນ ຂອງສອງປະເທດ ໃຫ້ຮ່ວມກັນຈັດ ຕັ້ງປະຕິບັດກົດໝາຍກໍຄືລະບຽບ ການເຂົ້າ-ອອກເມືອງຂອງສອງປະ ເທດ. ພ້ອມກັນນີ້, ຄະນະຜູ້ແທນ ສອງຝ່າຍ ຍັງໄດ້ຮ່ວມກັນພິຈາລະ ນາ ແລະ ຕົກລົງເປັນເອກະພາບກັນ ຮັບຮອງເອົາແຜນການຕ່າງໆທີ່ທັງ ສອງກະຊວງຈະສືບຕໍ່ຮ່ວມມືກັນ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຄວາມສະຫງົບຮອບດ້ານໃນປີ 2023 ເປັນຕົ້ນ ການຮ່ວມມືຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຕາມຊາຍແດນ, ການຮ່ວມມືໃນການກວດກາ ແລະ ຄວບຄຸມຢາເສບຕິດ, ການຮ່ວມ ມືດ້ານການຕ້ານການຄ້າມະນຸດ, ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມບໍລິເວນຊາຍແດນ ແລະ ການຂ້າມຊາຍແດນ, ການຮ່ວມມື ໃນການສະກັດກັ້ນ ແລະ ຕ້ານອາ ຊະຍາກໍາທາງໂທລະຄົມ ແລະຄອມ ພິວເຕີ, ການຮ່ວມມືແລກປ່ຽນການ ຢ້ຽມຢາມຂອງຄະນະຜູ້ແທນ, ການ ຮ່ວມມືດ້ານການກໍ່ສ້າງກໍາລັງ ແລະ ການຮ່ວມມືດ້ານອື່ນໆ ເພື່ອໃຫ້ມີ ຄວາມຖືກຕ້ອງ, ສອດຄ່ອງກັບແນວ ທາງການຕ່າງປະເທດຂອງສອງ ປະເທດ ແລະ ເຮັດໃຫ້ໝາກຜົນຂອງ ການພົວພັນຮ່ວມມືລະຫວ່າງສອງ ກະຊວງ ໃນຕໍ່ໜ້ານີ້ສາມາດຮັບປະ ກັນ ໃຫ້ສອງປະເທດລາວ ແລະ ກຳປູເຈຍມີຄວາມສະຫງົບ, ປອດໄພ ແລະ ສ້າງເງື່ອນໄຂເອື້ອອຳນວຍ ໃຫ້ ແກ່ການສ້າງສາພັດທະນາຂອງ ສອງປະເທດ. ໃນໂອກາດດຽວນີ້,ທ່ານພົນເອກ ວິໄລ ຫລ້າຄໍາຟອງ ແລະ ສົມເດັດ ກຣໍລາໂຮມ ຊໍ ເຄັງ ກໍໄດ້ລົງນາມ ໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງ ກັນຄວາມ ສະຫງົບ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ແລະ ກະຊວງພາຍໃນ ແຫ່ງ ລາຊະອານາ ຈັກກໍາປູເຈຍ ປະຈໍາປີ 2023 ເພື່ອ ເປັນບ່ອນອີງໃຫ້ແກ່ພາກສ່ວນທີ່ ກ່ຽວຂ້ອງຂອງທັງສອງກະຊວງ ຮ່ວມມືກັນຈັດຕັ້ງປະຕິບັດໃຫ້ມີຜົນ ສໍາເລັດຕາມຄາດໝາຍ. ຂ່າວ: ບຸນເຫລືອ
RkJQdWJsaXNoZXIy MTc3MTYxMQ==