g9Q krk[-P'0;k' rq [ dt-;'xh v'da oxtgmfIv[-u '-totg]u f[kolq j ' gsfdko{dkora fmtok xtgmf]k; ( oa ddy ]k,;p;6 -6 dv'ma [g0Q k-u 's]Po7e 7 I5j o 20/12/2022 ປະຈຳວັນທີ 19/12/2022 ເວລາ: 16:00 ໂມງ ລ/ດ ພາກສ່ວນ ລວມ ຫລຽນຄຳ ຫລຽນເງິນ ຫລຽນທອງ ຫລຽນລາງວັນ ລວມ ປ້ອງກັນປະເທດ ຊຽງຂວາງ ປ້ອງກັນຄວາມສະຫງົບ ຫົວພັນ ຫລວງພະບາງ ຜົ້ງສາລີ ເຊກອງ ຫລວງນ້ຳທາ 1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 57 51 77 185 44 45 35 124 42 41 83 166 29 18 38 83 21 27 33 81 14 6 10 30 21 15 25 61 3 0 4 7 2 4 3 9 2 6 6 14 5 7 6 18 3 3 1 7 2 3 7 12 295 295 421 1.011 ສະຫວັນນະເຂດ ນະຄອນຫລວງວຽງຈັນັ ນັນ ຄຳມ່ວນ້ ຳ້ຳ ສາທາລະນະສຸກ ອຸດົມໄຊ ບໍລິຄຳໄຊ 7e,j ;o pkfwfh s]Po7e dy ]kfvdxu dwdj xtgrfmu ,py ' dv'ma [-tot7e,j ;o 7;h kc-a ,[kolq j 'skf-kp 9 17 28 54 9 9 7 25 ສາລະວັນ 2 1 2 5 ໄຊຍະບູລີ ອັດຕະປື 4 4 4 12 15 15 19 49 ຈຳປາສັກ ໄຊສົມບູນ 4 3 0 7 3 5 21 29ົ້ ງີ ວຽງຈັນ 2 5 8 15 ບໍ່ແກ້ວ ພະລັງງານ ແລະ ບໍ່ແຮ່ 2 10 6 18 ຂປລ. ກະຊວງປ້ອງກັນປະເທດ (ກອງທັບ) ສ້າງຜົນງານຢ່າງໂດດ ເດັ່ນສາມາດເອົາ ຊະນະ ແຂວງ ຄໍາມ່ວນ 2-0 ໃນການແຂ່ງຂັນກິລາ ບານສົ່ງຫາດຊາຍ ປະເພດທີມຊາຍ ໃນມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ໃນວັນ ທີ 18 ທັນວາ 2022 ທີ່ສະໜາມ ບານສົ່ງຫາດຊາຍບໍລິເວນແຄມນໍ້າ ຫງໍາເມືອງແປກ ແຂວງຊຽງຂວາງ, ສ່ວນອັນດັບ 3 ເປັນຂອງເຈົ້າພາບ ແຂວງຊຽງຂວາງ. ດ້ວຍຄວາມດີໃຈຫລັງຈາກຄວ້າ ແຊັມ ທ່ານ ທິນນະກອນ ພັນທະດີ ຫົວໜ້າຄູຝຶກທີມບານສົ່ງຫາດຊາຍ ທີມຊາຍ ກອງທັບໄດ້ໂດດລົງນໍ້າ ຫງໍາ ເພື່ອເປັນການສະຫລອງແຊັມ ທາມກາງອາກາດໜາວເຢັນຫລັງ ກ່ອນໜ້ານີ້ໄດ້ສັນຍາໄວ້ວ່າຖ້າຫາກ ພາທີມໄດ້ແຊັມຈະໂດດນໍ້າຫງໍາ ເພື່ອ ເປັນການສະຫລອງ. ສໍາລັບທີມບານສົ່ງຊາຍປະກອບ ມີ 10 ພາກສ່ວນຄື: 2 ກະ ຊວງ, 1 ນະຄອນຫລວງ ແລະ 7 ແຂວງ ແບ່ງ ອອກເປັນ 2 ກຸ່ມ, ກຸ່ມ ກ ປະກອບມີ ແຂວງເຊກອງ, ຄຳມ່ວນ, ອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງ ກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນ ຫລວງວຽງຈັນ, ແຂວງໄຊຍະບູລີ, ຈຳປາສັກ ແລະ ເຈົ້າພາບ ແຂວງ ຊຽງຂວາງ. ຂະນະທີ່ແຊັມປະເພດທີມຍິງຕົກ ເປັນຂອງ ແຂວງຈໍາປາສັກ ທີ່ເອົາ ຊະນະກະຊວງປ້ອງກັນປະເທດ2-0 ເຊັດ ຄວ້າແຊັມໄປຄອງ, ສ່ວນອັນ ດັບ 3 ເປັນຂອງ ແຂວງອັດຕະປື ເອົາຊະນະເຈົ້າພາບ ແຂວງຊຽງ ຂວາງ 2-0 ເຊັດ. ສຳລັບທີມບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງເປັນ 2 ກຸ່ມ, ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງ ຈຳປາສັກ, ຄຳມ່ວນ ແລະ ແຂວງ ຫລວ ພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາ ລະນະສຸກ ແລະ ແຂວງອັດຕະປື. ຂາວ ພາບ: -arI Creators ຂປລ. ກິລາມວຍວູຊູ ໃນມະຫະ ກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຊວາງເກມ 2022 ໄດ້ແຂ່ງ ຂັນລະຫວ່າງວັນທີ 16-19 ທັນວາ 2022 ທີ່ສະໜາມກິລາຄັງໄຂ ແຂວງຊຽງຂວາງ ໂດຍມີນັກກິລາ 75 ຄົນ, ຍິງ 14 ຄົນຈາກ 9 ພາກ ສ່ວນຄື: ກະຊວງປ້ອງກັນປະເທດ, ຊຽງຂວາງເຈົ້າພາບ, ຄໍາມ່ວນ, ຫລວງພະບາງ, ເຊກອງ, ບໍລິຄຳໄຊ, ຈຳປາສັກ, ສາລະວັນ ແລະ ນະຄອນ ຫລວງວຽງຈັນ ຮ່ວມແຂ່ງຂັນຊີງ 48 ຫລຽນ, ໃນນີ້ປະເພດ ຕໍ່ສູ້ຊີງ 14 ຫລຽນຄໍາ, 14 ຫລຽນເງິນ ແລະ 32 ຫລຽນທອງ, ປະເພດຟ້ອນຊີງ 3 ຫລຽນຄຳ, 3 ຫລຽນເງິນ ແລະ 6 ຫລຽນທອງ. ສໍາລັບກະຊວງປ້ອງກັນປະເທດ ໄດ້ສົ່ງນັກກິລາເຂົ້າຮ່ວມ 7 ຄົນ, ຊີງ 7 ລຸ້ນ ແລະ ຜ່ານການແຂ່ງຂັນ ໃນວັນທີ 17-18 ທັນວາ ນີ້ ໄດ້ເຂົ້າ ສູ່ຮອບຊີງຫລຽນຄຳທັງ 7 ຮຸ່ນ ເຊິ່ງ ຈະແຂ່ງຂັນໃນວັນທີ 19 ທັນວານີ້. ຂປລ. ການແຂ່ງຂັນບານສົ່ງ ຊາຍ ໃນຮົ່ມຮອບຮອງຊະນະເລີດ ໃນວັນທີ 18 ທັນວາ 2022 ທີ່ສະ ໜາມກິລາບານສົ່ງ ໃນຮົ່ມໄຊຊະນະ ຄູ່ທໍາອິດ ກະຊວງປ້ອງກັນປະເທດ ແຊັມເກົ່າໃນອຸດົມໄຊເກມ 2014 ພົບ ແຂວງຫລວງພະບາງ, ຄູ່ທີ 2 ເຈົ້າພາບ ຊຽງຂວາງ ພົບ ນະຄອນ ຫລວງວຽງຈັນ. ຜົນການແຂ່ງຂັນກະຊວງປ້ອງ ກັນປະເທດ ເອົາຊະນະແຂວງຫລວງ ພະບາງ ຂາດຮອຍ 3-1 ເຊັດ, ສ່ວນ ຊຽງຂວາງ ໂຊຟອມເກັ່ງເອົາຊະ ນະນະຄອນຫລວງຫວຸດວິດ3-2 ເຊັດດ້ວຍຄະແນນ 3-2 ເຊັດ (32- 34, 25-21, 21-25, 25-18 ແລະ 15-08) ຈາກຜົນການແຂ່ງ ຂັນ ໃນນັດນີ້ເຮັດໃຫ້ຊຽງຂວາງເຈົ້າ ພາບຜ່ານເຂົ້າຮອບຊີງຊະນະເລີດ ຈະພົບກັບ ກະຊວງປ້ອງກັນປະເທດ ໃນວັນທີ 21 ທັນວາ 2022 ທີ່ສະ ໜາມກິລາບານສົ່ງໃນຮົ່ມໄຊຊະນະ. ຂ່າວ: ຄ.ຄົນທໍາມະດາ ຂປລ. ການແຂ່ງຂັນກິລາຕີດອກ ປີກໄກ່ ໃນງານກິລາມະຫະກຳແຫ່ງ ຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022, ຮອບຊີງຊະນະເລີດປະເພດ ທີມຍິງແຂ່ງຂັນໃນວັນທີ17ທັນວາ 2022 ແຂວງຄຳມ່ວນ ສາມາດເອົາ ຊະນະ ນະຄອນຫລວງວຽງຈັນ3-1 ເຊັດ, ຍາດໄດ້ຫລຽນຄໍາໄປຄອງ. ການແຂ່ງຂັນກິລາດອກປີກໄກ່ ໄດ້ເລີ່ມແຂ່ງຂັນ ມາແຕ່ວັນທີ 15 ທັນວາ2022ແລະຈະດຳເນີນການ ແຂ່ງຂັນໄປຈົນເຖິງວັນທີ 22 ທັນ ວາ 2022 ເຊິ່ງແຂວງຄຳມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈຳນວນ 7 ລາຍການ, ແຂ່ງຂັນໄປ ແລ້ວ 2 ລາຍການ ແລະ ຍັງຈະໄດ້ ສືບຕໍ່ແຂ່ງຂັນຕື່ມອີກ 5 ລາຍການ ຄື: ປະເພດ ທີມຄູ່ຍິງ, ທີມຄູ່ຊາຍ, ປະເພດດ່ຽວຍິງ, ດ່ຽວຊາຍ ແລະ ປະເພດຄູ່ປະສົມ. ແຂວງຄຳມ່ວນ ຈະສູ້ຊົນໃຫ້ໄດ້ເພີ່ມອີກ 1 ຫລຽນຄຳ ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ວາງ ໄວ້ 2 ຫລຽນຄຳ. ຂ່າວ: ທະນູທອງ ຂປລ.ການແຂ່ງຂັນກິລາກະຕໍ້ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ພາຍຫລັງດຳເນີນມາແຕ່ວັນທີ 9 ທັນວາ ແລະ ປິດລົງ ໃນວັນທີ 19 ທັນວາ 2022 ຢູ່ສະໂມສອນເດີ່ນຮົ່ມ ວິທະຍາໄລຄູຄັງໄຂເມືອງແປກ, ຊຽງຂວາງ. ຜົນການແຂ່ງຂັນ ແຂວງຊຽງຂວາງເຈົ້າພາບເປັນເຈົ້າ ຫລຽນຄຳ, ສາມາດຍາດໄດ້ 6 ຫລຽນຄໍາ, 7 ຫລຽນເງິນ, 1 ຫລຽນ ທອງ, ລວມ 14 ຫລຽນ; ສ່ວນ ກະຊວງປ້ອງກັນປະເທດສາມາດ ຍາດໄດ້ 3 ຫລຽນຄໍາ, 4 ຫລຽນ ເງິນ, 2 ຫລຽນທອງ; ກະຊວງປ້ອງ ກັນຄວາມສະຫງົບ ໄດ້ 3 ຫລຽນ ຄໍາ; ແຂວງຄໍາມ່ວນ ໄດ້ 1 ຫລຽນ ຄໍາ, 2 ຫລຽນເງິນ, 1 ຫລຽນທອງ; ແຂວງຫລວງພະບາງ ໄດ້ 1 ຫລຽນ ຄໍາ, 3 ຫລຽນທອງ; ນະຄອນຫລວງ ວຽງຈັນ ໄດ້ 1 ຫລຽນເງິນ, 10 -P'0;k' 7v'g9Q ks]Po7e dy ]kdt8= .o-P'0;k'gd, h ຫລຽນທອງ ແລະ ແຂວງສະຫວັນ ນະເຂດຍາດໄດ້ 6 ຫລຽນທອງ. ການແຂ່ງຂັນກິລາກະຕໍ້ ໃນມະ ຫະກຳກິລາແຫ່ງຊາດ ຄັ້ງທີ XI, ມີ 2 ປະເພດ ຄື: ກະຕໍ້ຊິນລອນ ແລະ ກະຕໍ້ທົ່ວໄປ; ໃນນັ້ນ, ປະເພດກະຕໍ້ ຊິນລອນ ມີນັກກິລາ ຈາກ 6 ພາກ ສ່ວນເຂົ້າຮ່ວມແຂ່ງຂັນຄື: ກະຊວງ ປ້ອງກັນປະເທດ, ແຂວງຫລວງພະ ບາງ, ສະຫວັນນະເຂດ, ຄຳມ່ວນ, ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຈົ້າພາບ, ຊີງ 8 ຫລຽນຄໍາ, 8 ຫລຽນເງິນ ແລະ 16 ຫລຽນທອງ. ສຳລັບ ກະຕໍ້ທົ່ວໄປ, ມີນັກກິລາ ຈາກ 2 ກະຊວງ, 8 ແຂວງ ແລະ 1 ນະຄອນຫລວງ ເຂົ້າຮ່ວມແຂງຂັນ ຄື: ກະຊວງປ້ອງກັນປະເທດ, ກະ ຊວງປ້ອງກັນຄວາມສະຫງົບ, ນະ ຄອນຫລວງວຽງຈັນ, ບໍ່ແກ້ວ, ຫລວງພະບາງ, ອັດຕະປື, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາ ສັກ ແລະ ແຂວງຊຽງຂວາງ ເຈົ້າ ພາບ, ຊີງໄຊ 6 ຫລຽນຄໍາ, 6 ຫລຽນເງິນ ແລະ 12 ຫລຽນທອງ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==