2k,;y ok,y ; ]k;{9k3di lh k';PdgIa f.sh xt-k-q o-P'0;k' 20/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d mq j 'wssu ocs]j '75 o7j k,= ]tfq d3]d ເມື່ອເອີ່ຍເຖິງຊຽງຂວາງ ແລ້ວ, ທຸກທ່ານຍ່ອມຮູ້ດີວ່າເປັນດິນ ແດນທີ່ຕິດພັນກັບທົ່ງໄຫຫີນ ແລະ ພູມໃຈເປັນທີ່ສຸດຄືຊື່ສຽງໄດ້ ໂດ່ງ ດັງໄປທົ່ວໂລກ. ແນວໃດກໍດີ,ໄຫຫີນ ຍັງຄົງເປັນເລຶ່ອງປິດສະໜາບໍ່ວ່າ ຈະເປັນການຍັງບໍ່ທັນຮູ້ວ່າຜະລິດ ຂຶ້ນໄລຍະໃດ, ໃຜຜະລິດ ແລະ ຜະ ລິດເພື່ອຫຍັງ,ແຕ່ປະຊາຊົນລາວຈຳ ນວນບໍ່ໜ້ອຍ ຍັງຄົງເຊື່ອວ່າ: ໄຫ ຫີນຜະລິດຂຶ້ນ ໃນຍຸກຂຸນເຈືອງ, ຜະ ລິດຂຶ້ນເພື່ອມ່າເຂົ້າເຮັດເຫລົ້າໄວ້ ລ້ຽງໄພ່ພົນ ໃນໂອກາດສະຫລອງ ໄຊຊະນະຈາກພວກລາວແມນ. ເປັນເວລາຫລາຍປີທີ່ນັກບູຮານ ວິທະຍາທັງພາຍໃນ ແລະ ຕ່າງປະ ເທດໄດ້ສຳຫລວດ ແລະ ສັນນິ ຖານ ຊຶ່ງເປັນການໄຂປິດສະໜາ ແຈ້ງອອກວ່າ: ອາດຈະຜະລິດເມື່ອ 2.500 ຫາ 3.000 ກວ່າປີຜ່ານ ມາ ຫລັງການເຈາະຫີນກ້ອນໃຫຍ່ ໃນຍຸກໂລຫະທອງເຫລືອງ hສຳ ລິດi ແລະ ໂລຫະເຫລັກ ຊຶ່ງເປັນ ສະໄໝທີ່ມະນຸດເຮົາຮູ້ນຳໃຊ້ເຫລັກ ເຮັດເຄຶ່ອງມືຜະລິດ ແລະ ເຄື່ອງ ເອ້ຢ້ອງຫລາຍຊະນິດບໍ່ວ່າຈະເປັນ ສຽມ, ຂວານ, ສິ່ວ, ປອກແຂນ ແລະ ອື່ນໆ. ຈາກຄົ້ນກວ່າ 85 ແຫ່ງ ເກມນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດ ໄດ້ຫລັ່ງໄຫລມາທ່ຽວ ສະຖານທີ່ທ່ອງທ່ຽວພາຍໃນແຂວງ ຊຶ່ງໜຶ່ງໃນນີ້ກໍຄືແຫລ່ງໄຫຫີນມໍລະ ດົກໂລກໂດຍເຫັນໄດ້ໃນ 11 ເດືອນ ປີນີ້ມີນັກທ່ອງທ່ຽວເຂົ້າມາ 43 ພັນກວ່າຄົນ ຊຶ່ງຕາມສະຖິຕິຂອງ ຫ້ອງການມໍລະດົກໂລກໄຫຫີນເປີດ ເຜີຍວ່າ: ຈາກເດືອນມັງກອນທີ່ມີ ນັກທ່ອງທ່ຽວລາວ 2.940 ຄົນ, ຕ່າງປະເທດ 40 ຄົນ, ແຕ່ມາຮອດ ເດືອນພະຈິກມີເຖິງ 5.200 ຄົນ, ຕ່າງປະເທດ 900 ຄົນ ນີ້ຄືສັນຍານ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າແຫລ່ງ ໄຫຫີນມໍລະດົກໂລກສ້າງຄວາມພູມ ໃຈໃຫ້ແກ່ຄົນລາວເຮົາ ແລະ ສ້າງ ຄວາມປະທັບໃຈໃຫ້ແກ່ນັກທ່ອງ ທຽວຕ່າງປະເທດຫລາຍຂຶ້ນ. ຊື່ສຽງ ແລະ ພາບພົດຂອງປະ ເທດລາວກໍຄືແຂວງຊຽງຂວາງ ກັນ ມາໂດ່ງດັງໄປທົ່ວໂລກອີກເທື່ອໜຶ່ງ ສາມາດເຮັດໃຫ້ແຂກຄົນທຸກສາລະ ທິດສົນໃຈມາທ່ຽວຊົມນັບມື້ເພີ່ມ ຂຶ້ນ, ການເປັນມໍລະດົກໂລກໄດ້ຊຸກ ຍູ້ອຸດສາຫະກຳການທ່ອງທ່ຽວ ດ້ານວັດທະນະທຳແລະທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກຄຸນ ຄ່າທີ່ແທ້ຈິງຂອງມໍລະດົກ ແລະ ຜົນ ໄດ້ຈາກການນຳໃຊ້ຄຸນຄ່າຂອງມໍ ລະດົກດັ່ງກ່າວໄດ້ຢ່າງລົງໂຕ. ທີ່ກະແຈກກະຈາຍ ຕາມເນີນພູ-ສັນ ພູຕ່າງໆພົບໄຫຫີນຫລາຍກວ່າ 2.100 ໜ່ວຍ ບາງແຫລ່ງມີໜ້ອຍຫລາຍ, ໃຫຍ່-ນ້ອຍແຕກຕ່າງກັນ. ແນວໃດກໍດີລັດຖະບານ ສປປ ລາວ ໄດ້ກຳນົດເອົາ 11 ແຫລ່ງໂດຍມີ ໄຫຫີນ 1.325 ໜ່ວຍ ທີ່ເປັນຕົວ ແທນໃຫ້ແກ່ແຫລ່ງໄຫຫີນຕ່າງໆ ຢູ່ 4 ເມືອງ ຄືເມືອງແປກ, ເມືອງຜາ ໄຊ, ເມືອງພູກູດ ແລະ ເມືອງຄຳ ສະເໜີເຂົ້າເປັນມໍລະດົກໂລກ. ເອົາ ເປັນວ່ານັບແຕ່ເຂົ້າເປັນມໍລະດົກ, ຄົນທົ່ວໂລກຕ່າງຫລັ່ງໄຫລເຂົ້າ ມາສຳພັດຄວາມມະຫັດສະຈັນ ຂອງແຫລ່ງໄຫຫີນ ຢູ່ເມືອງແປກ ບໍ່ ວ່າຈະເປັນໄຫຫີນ 1 ບ້ານນາໂອທີ່ ຕັ້ງຢູ່ເຂດຮາບພຽງ ແລະ ສວຍສົດ ງົດງາມເຖິງ 334 ໜ່ວຍ, ໄຫຫີນ 12 ແລະ 52 ຕັ້ງຢູ່ສັນພູໃກ້ບ້ານຜາ ມີ 436 ໜ່ວຍ ທີ່ຄວັດເຈາະຢ່າງ ປານີດງົດງາມ, ໄຫ ຫີນ 21 ພູເກັງ ບ້ານຄັງໜອງຫລວງ ທີ່ເປັນແຫລ່ງ ຜະລິດໄຫຫີນໃຫຍ່ກວ່າໝູ່, ແຫລ່ງ ໄຫຫີນຢູ່ເມືອງຜາໄຊ ກໍມີ3 ຈຸດ ຄືໄຫຫີນ 2 ບ້ານນາໂຄ້ຕັ້ງ, ໄຫຫີນ 3 ບ້ານຊຽງດີ, ໄຫຫີນ 8 ຢູ່ຮ່ອມພູ ທາງທິດໃຕ້ຂອງໄຫຫີນ 3, ສ່ວນ ໄຫຫີນຢູ່ເມືອງພູກູດ ກໍມີໄຫຫີນ 25 ບ້ານສອງຮັກ, ໄຫຫີນ 28 ບ້ານ ນາຄວນ ແລະ ແຫລ່ງສຸດທ້າຍຢູ່ ເມືອງຄຳ ປະກອບມີໄຫຫີນ 23 ບ້ານນໍ້າຮົ່ມໃກ້ບໍ່ນໍ້າອຸ່ນ, ໄຫຫີນ42 ບ້ານຊາງ(ສັນພູຊ້າງ). ເຖິງວ່າ ມີຊື່ສຽງໂດ່ງດັງ, ແຕ່ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດບໍ່ ສາມາດເດີນທາງມາທ່ຽວຊົມໄດ້ ເນື່ອງຈາກການລະບາດພະຍາດ ໂຄວິດ-19. ແນວໃດກໍດີພາຍຫລັງ ລັດຖະບານຜ່ອນຜັນມາດຕະການ ປ້ອງກັນໂຄວິດ-19 ມານີ້ເຮັດໃຫ້ ການທ່ອງທຽວປະເທດເຮົາເລີ່ມ ຄຶກຄັກໂດຍສະເພາະການທອງ ທ່ຽວແຂວງຊຽງຂວາງຍິ່ງຕອນ ກະກຽມ ແລະ ຕອນເປີດຊຽງຂວາງ ດ້ວຍການເປີດກວ້າງຂອງ ພັກ-ລັດຖະບານໃນແຕ່ລະໄລຍະຕໍ່ ການລົງທຶນໃສ່ດ້ານຕ່າງໆພາຍ ໃນປະເທດເຮົາເຮັດໃຫ້ວຽກແຕ່ລະ ດ້ານມີການພັດທະນາດີຂຶ້ນ ຊຶ່ງໜຶ່ງ ໃນນີ້ກໍແມ່ນວຽກງານກະສິກຳເຫັນ ວ່າມີການຂະຫຍາຍຕົວຢ່າງກວ້າງ ຂວາງ ອັນສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ ບໍ່ໜ້ອຍແຕ່ເໜືອຮອດໃຕ້ມີອາຊີບ, ມີລາຍຮັບເຂົ້າມາໃນຄອບຄົວເພື່ອ ແກ້ໄຂຄວາມທຸກຍາກໃຫ້ຫລຸດລົງ. ດັ່ງບໍລິສັດ ພັດທະນາກະສິກໍາລາວຍີ່ປຸ່ນ ຊຽງຂວາງ ຈຳກັດ (ລາວຈາໂກຣ)ໄດ້ດໍາເລີ່ມດຳເນີນໂຄງ ການຟາມ ໄວຕາມິວລາວ-ຈາໂກຣ (VinamiMk -ao-+agro) ກໍແມ່ນ ໜຶ່ງໃນຫລາຍໂຄງການທີ່ສາມາດ ສ້າງວຽກເຮັດງານທຳແກ່ປະຊາ ຊົນຫລາຍກວ່າ 100 ຄົນ ແລະ ອີກບໍ່ດົນມີແຜນຮັບແຮງງານລາວ ເພີ່ມອີກ 500 ຄົນ. ທ່ານ ແສງປັນ ເພັດດາລາ ອຳ ນວຍການທີ່ດິນ ຂອງບໍລິສັດພັດ ທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງ ຂວາງ ຈໍາກັດ ໄດ້ໃຫ້ສຳພາດວ່າ: ໂຄງການໄດ້ເລີ່ມລົງມືກໍ່ສ້າງໂຄງ ລ່າງພື້ນຖານມາແຕ່ເດືອນພຶດສະ ພາປີ2019 ແລະ ມາຮອດປັດຈຸ ບັນໄດ້ມີການຈ້າງງານແລ້ວ 200 ກວ່າຄົນ.ໃນນີ້ ມີວິຊາການຫວຽດ ນາມ 26 ຄົນ, ເຫລືອນັ້ນແມ່ນແຮງ ງານຄົນລາວໝາຍຄວາມວ່າ ປັດ ຈຸບັນໂຄງການນີ້ ໄດ້ສ້າງວຽກເຮັດ ງານທໍາໃຫ້ຄົນລາວແລ້ວ 100 ກວ່າຄົນ. ການດໍາເນີນວຽກງານ ຂອງໂຄງການ, ປັດຈຸບັນໄດ້ດຳ ເນີນໃນເນື້ອທີ່ 1.000 ກວ່າເຮັກຕາ ແລະ ຈະບຸກເບີກເພີ່ມຕື່ມໃຫ້ໄດ້ ເຖິງ 2.000 ເຮັກຕາ, ແລ້ວຈຶ່ງບຸກ ເບີກໃຫ້ໄດ້ 5.000 ເຮັກຕາ ຕາມ ແຜນການດ້ວຍການລົງທຶນເບື້ອງ ຕົ້ນແມ່ນ 120 ລ້ານໂດລາ ແລະ ຈະ ໄດ້ເພີ່ມຂຶ້ນເປັນ 150 ລ້ານໂດລາ. ໃນນັ້ນ, ສ່ວນຫລາຍບັນດາລາຍ ການຂອງໂຄງການໄດ້ສຳເລັດ 99-100 , ບາງລາຍການກຳລັງ ຢູ່ໃນຂັ້ນຕອນການຕິດຕັ້ງຂັ້ນສຸດ ທ້າຍ. ໃນເດືອນກໍລະກົດຜ່ານມາ ບໍລິສັດໄດ້ນໍາງົວນົມ ມາແຕ່ສະຫະ ລັດອາເມຣິກາ ຈຳນວນ 1.000 ໂຕທຳອິດ, ຄາດວ່າຕົ້ນປີ 2023 ຈະເລີ່ມເອົາເຂົ້າມາເທື່ອລະນ້ອຍ ເພືີ່ອໃຫ້ໄດ້ 4.000 ໂຕ. ພາຍຫລັງ ສໍາເລັດໂຄງລ່າງພື້ນຖານດ້ານ ການປູກພືດໃນການສະໜອງອາ ຫານໃຫ້ງົວ ແລະ ໂຮງງານຜະລິດ ອາຫານສັດສຳເລັດ ກໍຈະນໍາງົວ ເຂົ້າມາເພີ່ມໃຫ້ໄດ້ 8.000 ໂຕຕາມ ແຜນການ. ແນວໃດກໍດີປັດຈຸບັນ ໄດ້ທຳການປະສົມພັນທຽມແລ້ວ, ງົວນົມ ໄດ້ມີການຖືພາ ແລະ ຄາດ ວ່າໃນເດືອນພຶດສະພາ ປີ 2023 ກໍຈະໄດ້ເລີ່ມຮີດນົມງົວ ກໍຄືຜະລິດ ນົມງົວສົດຊຸດທຳອິດຂອງໂຄງ ການ ແລະ ຫລັງຈາກນັ້ນກໍມີແຜນ ຮັບງານລາວປະມານ 500 ອັດຕາ ຕາມຄວາມເໝາະສົມ ເພື່ອປະກອບ ສ່ວນສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາ ຊົນນັບມື້ຫລຸດລົງເປັນກ້າວໆ. ທ່ານ ແສງປັນ ເພັດດາລາ ຍັງ ໃຫ້ຮູ້ອີກວ່າ: ໃນຕະຫລະອດ 3 ປີ ແຫ່ງການດຳເນີນໂຄງການບໍລິສັດ ໄດ້ມອບພັນທະພາສີເຂົ້າງົບປະ ມານແຫ່ງລັດໂດຍທາງກົງ ແລະ ທາງອ້ອມ ຊຶ່ງຍອດມູນຄ່າການຊື້ ສິນຄ້າ, ບໍລິການຢູ່ທ້ອງຖິ່ນແມ່ນ ຫລາຍກວ່າ 13 ຕື້ກີບ. ຖ້າໂຄງການ ໄດ້ດໍາເນີນໄປຮອດເວລາທີ່ມີງົວ ໃນ ຈໍານວນ 8.000 ໂຕ ຕາມແຜນ ການກໍຈະສາມາດສ້າງວຽກເຮັດ ງານທຳໂດຍກົງໃຫ້ແຮງງານລາວ ຫລາຍຮ້ອຍຄົນ ແລະ ມີວຽກເຮັດ ງານທາງອ້ອມໃຫ້ຫລາຍກວ່າພັນ ຄົນ. ຜ່ານການຂະຫຍາຍການຜະ ລິດ ເພື່ອສະໜອງສະບຽງອາຫານ ກໍຄືການບໍລິການໃຫ້ແກ່ໂຄງການ ທັງເປັນການປະກອບລາຍຮັບອາ ກອນມູນຄ່າເພີ່ມແລະອາກອນລາຍ ຮັບຂອງບໍລິສັດເຂົ້າງົບປະມານ ຂອງລັດອີກດ້ວຍ ທັງປະກອບສ່ວນ ຊຸກຍູ້ສັງຄົມ ໂດຍສະເພາະແມ່ນໄດ້ ໃຫ້ການສະໜັບສະໜູນງານກິລາ ຊຽງຂວາງເກມ 50 ລ້ານກີບ.
RkJQdWJsaXNoZXIy MTc3MTYxMQ==