20/12/2022 xtgmf]k; 3 0j k; c]t gsfdko Ij eIPogvq kc[[1j k' c]t 75 olq ,[a f ly omext8y ;a f 0v'xtmko wdlvo rq ,;y sko je qk jk 5o q , a f yo y ;a f q, y s je qk jk 5o q , a f gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K [a ofk ll- xtdv[7egsa o.sh Ij k'dq f\kp;j kfh ;pwvptdkomtsko ໂດຍ: ເປີດເຜີຍ ໂດຍ: ສົມຫວັງ ພາບ: ເກດສະໜາ glA omk']q fw2 ]k;{9u o c,j o glA omk'csj 'dkora fmtok \q fxu ,u zq o'koL າ¤ອ ໂດຍ: C(5/ 5Iink 5ank ເລີ່ມແຕ່ ວັນທີ 3 ທັນວາ 2021 ມາຮອດປັດຈຸບັນ, ເສັ້ນທາງ ລົດໄຟລາວ-ຈີນໄດ້ດຳເນີນການມາ ເກືອບ 1 ປີ. ໃນໄລຍະນີ້, ເສັ້ນທາງລົດໄຟ ລາວ- ຈີນໄດ້ຮັບຜົນງານຢ່າງກ້າວ ກະໂດດຂ້າມ, ໄດ້ມີບົດບາດເປັນ ຕົວແບບນຳພາ, ກະຈາຍການຊຸກຍູ້ ຢ່າງພົ້ນເດັ່ນໃນການແລກປ່ຽນບຸກ ຄະລາກອນລະຫວ່າງລາວ-ຈີນ, ການຄ້າ ແລະ ການພັດທະນາເຂດ ເສດຖະກິດທີ່ລຽບຕາມເສັ້ນທາງ, ຊຸກຍູ້ການຮ່ວມມືເຊື່ອມໂຍງເຊື່ອມ ຈອດເຂົ້າກັບພາກພື້ນເຂົ້າສູ່ລະ ດັບໃໝ່. ໃນປີນີ້, ເສັ້ນທາງລົດໄຟລາວຈີນມີຈັງຫວະເຕີບໂຕຢ່າງແຂງແຮງ ຄື: ໜຶ່ງແມ່ນໄດ້ຫລຸດຜ່ອນຕົ້ນທຶນ ຂົນສົ່ງ, ເພີ່ມຄວາມຖີ່ຂອງການຂົນ ສົ່ງສິນຄ້າຈາກສອງຝ່າຍ. ເມື່ອ ທຽບກັບທາງຫລວງ, ການນຳໃຊ້ ທາງລົດໄຟຄາດວ່າ ຕົ້ນທຶນການຂົນ ສົ່ງຂອງລາວ ຈະຫລຸດລົງໄດ້ເຖິງ 30-40 , ມີທາງເລືອກໃນການ ຂົນສົ່ງທີ່ດີກວ່າໃຫ້ແກ່ການເຄື່ອນ ໄຫວການຄ້າຂ້າມຊາຍແດນ. ຕາມ ສະຖິຕິ, ອັດຕາການເຕີບໂຕຂອງ ສິນຄ້າທີ່ຂົນສົ່ງໂດຍເສັ້ນທາງລົດ ໄຟລາວ-ຈີນສະເລ່ຍຕໍ່ເດືອນແມ່ນ 17,09 . ວັນທີ1ກໍລະກົດ 2022, ສະໜາມຄ່ຽນຖ່າຍສິນຄ້າທີ່ສະຖານີ ວຽງຈັນໃຕ້ທາງລົດໄຟລາວ-ຈີນໄດ້ ສ້າງສຳເລັດ ແລະ ເປີດການນຳໃຊ້ ຢ່າງເປັນທາງການ, ເວລາການຂົນ ສົ່ງຈາກທ່າກຳປັ່ນແຫລມສະບັງປະ ເທດໄທໄປຄຸນໝິງ ສປ ຈີນ ໄດ້ປະ ຢັດເວລາໄດ້ປະມານ 1 ວັນ, ຕົ້ນທຶນ “ “ ທ່າມກາງບັນຍາກາດທີ່ ທົ່ວ ພັກ, ທົ່ວລັດ, ທົ່ວກຳລັງປະກອບອາ ວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມພ້ອມກັນຕັ້ງໜ້າຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຂົ້າສູ່ລວງເລິກຂອງວຽກ ງານຢ່າງຫ້າວຫັນ ແລະ ມີຜົນສຳ ເລັດໃນຫລາຍດ້ານ; ການຈັດຕັ້ງ ສະເຫລີມສະຫລອງວັນສະຖາປະ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 (13 ທັນ ວາ 1920-13 ທັນວາ 20222) ຜູ້ນຳທີ່ແສນເຄົາລົບຮັກຂອງປວງ ຊົນລາວທັງຊາດ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ສະຫລາດ ຫລັກແຫລມ, ມີໄຫວພິບອັນແຫລມ ຄົມ, ມີນ້ຳໃຈປະຕິວັດອັນເດັດດ່ຽວ ໜຽວແໜ້ນ; ເພິ່ນໄດ້ກຳເນີດ-ເຕີບ ໃຫຍ່ໃນຄອບຄົວຂ້າລາຊະການ ທ່າມກາງສະພາບທີ່ປະເທດຊາດຕົກ ເປັນຫົວເມືອງຂຶ້ນຂອງຈັກກະພັດ ຕ່າງດ້າວ ແລະ ປະຊາຊົນຕົກຢູ່ໃນ ຄວາມລຳບາກຍາກເຂັນ. ປະທານ ໄກສອນ ພົມວິຫານ ໄດ້ມີຄວາມ ຕື່ນຕົວ ແລະ ເຂົ້າຮ່ວມກັບບັນດາ ເພື່ອນມິດສະຫາຍທີ່ມີນ້ຳໃຈຮັກ ຊາດ ເພື່ອຊອກຫາເສັ້ນທາງກອບ ກູ້ເອົາຄວາມເປັນເອກະລາດແຫ່ງ ຊາດ; ເພິ່ນໄດ້ນຳພາປຸກລະດົມເຕົ້າ ໂຮມຄວາມສາມັກຄີປະຊາຊົນທຸກ ຊົນເຜົ່າ, ທຸກຊັ້ນຄົນຢ່າງກວ້າງ ຂວາງລຸກຂຶ້ນຕໍ່ສູ້ດ້ວຍຫລາຍຮູບ ການ. ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມກັບບັນດານັກປະຕິວັດ ຜູ້ອາວຸໂສຂອງພັກເຮົາ ຈັດຕັ້ງແນວ ລາວອິດສະຫລະຂຶ້ນ ຊຶ່ງເປັນຕົ້ນ ກຳເນີດຂອງແນວຮັກຊາດ ກໍຄືແນວ ລາວສ້າງຊາດໃນປັດຈຸບັນ; ໄດ້ຮ່ວມ ກັບໝູ່ຄະນະ ກໍ່ຕັ້ງພັກປະຊາຊົນປະ ຕິວັດລາວຂຶ້ນແລະເປັນຜູ້ນຳສູງສຸດ ຂອງພັກ ໃນເວລາຍາວນານເກືອບ 40 ປີ; ຈັດຕັ້ງກໍ່ສ້າງກຳລັງປະກອບ ອາວຸດປະຕິວັດຄືກອງທັບປະຊາຊົນ ແລະ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ເພື່ອເປັນກຳລັງຕໍ່ຕ້ານ ດັບສູນສັດຕູ ຈົນສາມາດຍາດໄດ້ ໄຊຊະນະຢ່າງສະຫງ່າງາມ, ປະ ກາດສ້າງຕັ້ງລັດ ສປປ ລາວ ຊຶ່ງ ແມ່ນລັດທີ່ເປັນຕົວແທນອັນແທ້ຈິງ ແຫ່ງສິດຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າ. ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບ ການເຕີບໃຫຍ່ຂະຫຍາຍຕົວຂອງ ພັກ, ຂອງກຳລັງປະກອບອາວຸດ ແລະ ຂອງການປະຕິວັດລາວ ເວົ້າ ລວມ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດຕະຫລອດຊີວິດຂອງເພິ່ນ ໃຫ້ແກ່ພາລະກິດປະຕິວັດຂອງປະ ຊາຊົນລາວ. ແບບຢ່າງ ແລະ ຄຸນສົມ ບັດສິນທຳປະຕິວັດອັນສຸດກົກສຸດ ປາຍຂອງເພິ່ນແມ່ນຈິດໃຈຮັກຊາດ ອັນສູງສົ່ງ ແລະ ການອຸທິດຕົນເພື່ອ ຊາດ, ເພື່ອປະຊາຊົນດ້ວຍຄວາມ ສັດຊື່ບໍລິສຸດ. ດ້ວຍຄຸນທາດປະຕິວັດ ຄືດັ່ງກ່າວ ເມື່ອຕົກຢູ່ໃນສະພາບການ ທີ່ມີຄວາມຫຍຸ້ງຍາກສັບສົນເທົ່າ ໃດເພິ່ນກໍ່ມີມານະຈິດສູງສົ່ງ ແລະ ອຸທິດຕົນດ້ວຍຄວາມອຸ່ນອຽນທຸ່ນ ທ່ຽງ ແລະ ມີຄວາມເຊື່ອໝັ້ນຕໍ່ການ ນຳພາຂອງພັກ; ຍາມໃດເພິ່ນກໍ່ຕັດ ສິນໃຈສູງຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນແບບຢ່າງ ໃນການກະທຳຕົວຈິງ. ຄຸນສົມບັດອັນດີເດັ່ນຂອງປະ ທານ ໄກສອນ ພົມວິຫານ ແມ່ນ ຄວາມເດັດຂາດ ແລະ ແນວຄິດປະ ຕິວັດສຸດກົກສຸດປາຍ, ມີຫົວຄິດປະ ດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດ ຊອບ ເປັນຕົ້ນແມ່ນໃນການປະຕິບັດ ¤ນ¤Ì້ ¨ÁນÅ ÃÅ ¤ານÃາ ນ¦©Á່ານ «ອນ Ê Æ ານ §ÃາÁÆ ານª ່ Å ¤າÊ ນ ¤ຕÆ Å Ãາ ນາÊ ÃÅ ¤Ê ນຕÇ Ãາ «າ©¢ານ§ ÃÅ ້າ Ç Ç ຕÃາ າÃາ© ¤§Á Ë ນາÃÇ ªນÅ ນÁÇ ໃນການຂົນສົ່ງຫລຸດລົງຫລາຍກວ່າ 20 , ຄາດວ່າແຕ່ລະປີສາມາດ ດຶງດູດສິນຄ້າຕ່່າງໆຂ້າມຊາຍແດນ ຈາກປະເທດໄທ ເຊັ່ນ: ຜະລິດຕະ ພັນກະສິກຳ, ຢາງພາລາ ແລະ ອື່ນໆ ຈຳນວນ 300.000 ໂຕນຂຶ້ນໄປ ຈຳໜ່າຍໄປເຂດທີ່ຫລຽບຕາມເສັ້ນ ທາງລົດໄຟ ລາວ-ຈີນ. ສອງແມ່ນຂະຫຍາຍຂະໜາດ ການຂົນສົ່ງສິນຄ້າຂ້າມຊາຍແດນ ແລະ ເພີ່ມທະວີຄວາມຫລາກຫລາຍ ຂອງສິນຄ້າຂົນສົ່ງ. ຕາມສະຖິຕິ ຂອງດ່ານພາສີ, ນັບແຕ່ໄດ້ເປີດ ການນຳໃຊ້ ແລະ ດຳເນີນງານຂອງ ເສັ້ນທາງລົດໄຟ ລາວ-ຈີນ ເປັນ ເວ ລາ 11 ເດືອນຜ່ານມານີ້, ໄດ້ມີການ ຕິດຕາມກວດກາ ແລະ ປ່ອຍສິນ ຄ້າເຂົ້າອອກໄດ້ 1.678 ລ້ານໂຕນ, ໄດ້ຂົນສົ່ງສິນຄ້າລວມທັງໝົດໄດ້ 9,86 ລ້ານໂຕນ, ຍອດມູນຄ່າການ ຂົນສົ່ງທັງຫມົດ 12,18 ຕື້ຢວນ. ຍຸດໂທບາຍ ເພື່ອປະຕິບັດຍຸດທະ ສາດຂອງການປະຕິວັດ. ພາຍຫລັງ ປະເທດຊາດໄດ້ຮັບການປົດປ່ອຍ ຢ່າງສົມບູນ, ເພິ່ນກໍບໍ່ໄດ້ລົດລະຕໍ່ ການຈັດຕັ້ງນຳພາ ເພື່ອເຮັດໃຫ້ພາ ລະກິດຂອງການປະຕິວັດໃນໄລ ຍະໃໝ່ ໄດ້ຮັບຜົນສຳເລັດຍິ່ງໆຂຶ້ນ. ດ້ວຍຄຸນທາດຮັກຊາດ, ຄຸນທາດ ນັກປະຕິວັດຜູ້ດີເດັ່ນຄືດັ່ງກ່າວນັ້ນ ໄດ້ກາຍເປັນການປະກອບສ່ວນ ສຳ ຄັນໃນການຊຸກຍູ້ພາລະກິດການຕໍ່ ສູ້ໃນເມື່ອກ່ອນ ກໍຄືໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນມີຄວາມ ກ້າວໜ້າຍິ່ງຂຶ້ນພາລະກິດອັນສຸງສົ່ງ ຂອງປະທານ ໄກສອນ ພົມວິຫານ ຍາມໃດກໍເປັນແສງສະຫວ່າງແຫ່ງ ການກ້າວເດີນ ແລະ ເປັນແບບຢ່າ ງທີ່ດີໃຫ້ແກ່ປະຊາຊົນລາວບັນດາ ເຜົ່າ, ເປັນທວນໄຟທີ່ບໍ່ມີວັນດັບມອດ ແລະ ຍືນຍົງຢູ່ໃນພາລະກິດປະຕິວັດ ຂອງພວກເຮົາຕະຫລອດໄປ. ອ່ານຕໍ່¤Å ໜ້າ ມະຫະກໍາກິລາແຫ່ງຊາດຄັ້ງ ທີ 11 ພວມດໍາເນີນຢ່າງຟົດຟື້ນ ມ່ວນຊື່ນເຕັມໄປດ້ວຍນໍ້າໃຈນັກກິ ລາ ໃນແຕ່ລະການແຂ່ງຂັນທີ່ແຂວງ ຊຽງຂວາງ. ພ້ອມກັບບັນຍາກາດດັ່ງ ກ່າວ, ຫລາຍບ່ອນຫລາຍທີ່ກໍ່ມີ ການກະກຽມສະຫລຸບ-ສະຫລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາກົນ ທີ່ຫຍັບມໍ່ເຂົ້າມາໆ. ຫລາຍທັດສະ ນະເວົ້າວ່າໄລຍະທຸກທ້າຍປີ ຢາກ ໃຫ້ມີການທົບທວນຄືນວ່າຕະຫລອດ ໜຶ່ງປີມານີ້ ເຮົາເຮັດອັນໃດໄດ້ແດ່, ມີ ອັນພົ້ນເດັ່ນເຫັນຈະແຈ້ງແມ່ນຫຍັງ, ທັງຖອດຖອນໃຫ້ໄດ້ບັນດາບົດຮຽນ ທີ່ຄວນສືບຕໍ່ເສີມຂະຫຍາຍ ແລະ ອັນທີ່ຍັງຂາດຕົກບົກພ່ອງຕ້ອງປັບ ປຸງ-ແກ້ໄຂ ເພື່ອໃຫ້ປີຕໍ່ໄປເຮັດອັນ ໃດກໍ່ລຸໂລ່ງ-ສໍາເລັດຕາມ ເປົ້າໝາຍ. ຄໍາເຫັນທີ່ນໍາມາຕັ້ງເປັນປະ ເດັນແລກປ່ຽນກັບຜູ້ອ່ານຕໍ່ນີ້ບໍ່ໄດ້ ໝາຍມີແຕ່ການເຮັດລ້າເຮັດການ ພາກລັດ-ເອກະຊົນ...ແຕ່ຢາກໃຫ້ ກວມເອົາທຸກຄົນທັງໃນໄວອາຍຸເຮັດ ວຽກ ແລະ ພວມສຶກສາຮໍ່າຮຽນ, ລອງຄຶດຄືນຫລັງຊັ່ງຊາ ໜຶ່ງປີຫາກໍ່ ຜ່ານມາໃສ່ປີກ່ອນ, ເປັນຈັ່ງໃດ ການດໍາລົງຊີວິດທີ່ດໍາເນີນມາມີທ່າ ກ້າວ, ຢໍ່າເຖົ້າ-ຢຸດຈຶ້ງຫລືລັກສະນະ ຖອຍຫລັງ...ປະການໃດກໍ່ຕາມ, ລ້ວນຈະນໍາໄປສູ່ການເສີມຂະຫຍາຍ ອັນທີ່ເຮັດໄດ້ດີໃຫ້ດີຂຶ້ນຕໍ່ໄປ ແລະ ອັນທີ່ຍັງເຮັດບໍ່ໄດ້ສໍາເລັດ ກໍ່ຈະມີ ແນວຄິດບືນຕົວຕໍ່ໄປເຊັ່ນກັນ ເພື່ອ ບັນລຸໝາກຜົນໃນອາຊີບນັ້ນໆ ກໍ່ຄື ການສຶກສາຮໍ່າຮຽນ ຫລື ດ້ວຍການ ກະທໍາທີ່ເປັນປະໂຫຍດໃດໆກໍ່ຕາມ. ນຶກເຖິງຫົວຂໍ້ກະວີຂອງນັກກະວີ ປະຕິວັດດາວຄ້າງຟ້າ ທີ່ໄດ້ປະໄວ້ ຊຶ່ງຜົນງານລໍ້າຄ່າຫລວງຫລາຍ, ທ່ານ ສົມສີ ເດຊາ ຄໍາພູ, ທີ່ວ່າພິກ ແຜ່ນດິນປີ້ນແຜ່ນຟ້າຢາກເຫັນໜ້າ ໃຫ້ເບິ່ງຫລັງ...ຜູ້ຂ້າປະດັບໃຈໃນວະ ລີທ້າຍ hຢາກເຫັນເຫັນໜ້າໃຫ້ເບິ່ງ ຫລັງi. ບໍ່ແມ່ນການວິຈານກະວີ ບົດດັ່ງກ່າວ, ແຕ່ຂໍເອົາມາສົມທຽບ ຊີວິດ ແລະ ວຽກງານທີ່ພວກເຮົາ ຄວນຖອດຖອນເອົາບົດຮຽນອັນລໍ້າ ຄ່າຜ່ານມາ ກໍ່ຄືບັນດາມູນເຊື້ອຜົນ ງານດີງາມ ແລະ ຊອກໃຫ້ເລິກໃຫ້ ເຫັນອັນທີ່ຄວນປັບປຸງແກ້ໄຂອັນ ໄດ້ຈາກພຶດຕິກໍາຜ່ານມາ, ຖ້າຖອດ ໄດ້ເລິກເຊິ່ງ ທັງສອງດ້ານການ ວາງແຜນອະນາຄົດ ໂດຍອີງໃສ່ທ່າ ແຮງ ແລະ ຈຸດພິເສດ-ເງື່ອນໄຂສະ ພາບຕົວຈິງແລ້ວ, ຜົນສໍາເລັດຄິດ ວ່າກໍ່ຈະພໍຢື້ເຖິງ, ຕາມຫລາຍທັດສະ ນະເພິ່ນວ່າ. ໜຶ່ງປີຜ່ານມາແມ່ນມີຜົນສໍາເລັດ ຫລວງຫລາຍໃນຊີວິດ-ວຽກງານ, ດ້ວຍພຶດຕິກໍາຕົວຈິງໃນໂລກພາ ວະວິໄສແນ່ນອນບໍ່ອາດປາສະຈາກ ບັນດາຂໍ້ຂາດຕົກບົກພ່ອງທີ່ບໍ່ຄວນ ຖືເບົາ, ເຖິງແມ່ນອັນມະຍິກມະ ຍ່ອຍຄວນຊອກວິທີກໍາຈັດປັດເປົ່າ ບໍ່ໃຫ້ເກີດເປັນດັ່ງມັດໄຟນ້ອຍໆ ທີ່ຍັງມີຄວາມສ່ຽງເກີດໄພ ແລະ ຄວນເຂົ້າໃຈວ່າທຸກບັນຫາລ້ວນມີ ທາງແກ້-ທາງອອກ, ສໍາຄັນເຮົາ ຢາກແກ້ ມີຄໍາເວົ້າໜຶ່ງທີ່ເປັນ ໜ້າຄິດວ່າ: ບໍ່ຄວນຢ້ານບັນຫາ(ອຸ ປະສັກ-ຄວາມຫຍຸ້ງຍາກ...), ເມື່ອ ພໍ້ບັນຫາ ກໍ່ບໍ່ຄວນໜີບັນຫາ, ບັນ ຫາມີໄວ້ໃກ້ແກ້... ສະນັ້ນເຖິງແມ່ນ ໄລຍະເວລາຜ່ານມາ ເຮົາມີຄວາມ ບົກພ່ອງໃດກໍ່ບໍ່ຄວນຢ້ານວ່າຈະ ແກ້ໄຂບໍ່ໄດ້, ຂໍພຽງແຕ່ມີຄວາມຕັ້ງ ໃຈບັນຫາທີ່ເຄີຍໜັກໃຈກໍ່ສາມາດ ແກ້ໄຂໄດ້ດ້ວຍຄວາມມານະພະ ຍາຍາມ. ກຽມສະຫລຸບ-ສະຫລອງສົ່ງ ທ້າຍປີເກົ່າ, ຕ້ອນຮັບປີໃໝ່ຖອດ ຖອນໃຫ້ໄດ້ອັນໄດ້ເຮັດໄດ້ດີ, ບໍ່ໄດ້ດີ ແລະ ອັນທີ່ຍັງຂາດຕົກບົກພ່ອງ. ອັນ ດີກໍ່ເອົາ, ອັນບໍ່ທັນເຮັດໄດ້ດີກໍ່ກ້າ ຫານຮັບເອົາມາແກ້ໄຂ...ດ້ວຍຈິດ ໃຈຜ່ອງໃສ, ເພື່ອກ້າວໄປໜ້າດ້ວຍ ທ່າເຂັ້ມແຂງ-ໝັ້ນຄົງ-ມີຜົນສໍາເລັດ. ຂປລ. ໃນວັນທີ 15 ທັນວາ 2022, ການດຳເນີນກອງປະຊຸມສະ ໄໝສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX, ບັນດາສະມາ ຊິກສະພາແຫ່ງຊາດ(ສສຊ) ໄດ້ປະ ກອບຄຳຄິດເຫັນໃສ່ຮ່າງກົດໝາຍ ວ່າດ້ວຍໄອຍະການທະຫານສະບັບ ປັບປຸງ ເຊິ່ງສະເໜີໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ ໂດຍໄດ້ລົງ ເລິກບາງໝວດ, ບາງພາກ ແລະ ບາງມາດຕາ ເພື່ອໃຫ້ມີເນື້ອໃນຮັດ ກຸມ,ຄົບຖ້ວນສົມບູນແລະສອດຄ່ອງ ກັບກັບສະພາບໃນປັດຈຸບັນ ແລະ ສາ ມາດຈັດຕັ້ງປະຕິບັດໄດ້ຢ່າງມີປະ ສິດທິຜົນ. ທ່ານ ວຽງໄຊ ສີວິໄລ ສະມາຊິກ ສະພາແຫ່ງຊາດເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ກໍໄດ້ປະກອບ ຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເໜີໃຫ້້ເບິ່ງຄືນໃນມາດຕາ 6 ຂອບເຂດການດຳເນີນຄະດີ ຂອງອົງການໄອຍະການທະຫານ ຕໍ່ການກະທຳຜິດທາງອາຍາຂອງ ບຸກຄົນນອກກອງທັບທີ່ກໍ່ຄວາມເສຍ ຫາຍຕໍ່ຄວາມໝັ້ນຄົງຂອງຊາດ, ມາດຕາ 19 ສິດ ແລະ ໜ້າທີ່ຂອງ ອົງການໄອຍະການທະຫານແຂວງ, ນະຄອນຫລວງ ໂດຍສະເໜີໃຫ້ເອົາ ການຄຸ້ມຄອງທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂຶ້ນໄປແທນ ໃນຂໍ້ທີ 1. ທາງດ້ານທ່ານ ກົງເພັດ ແກ້ວ ບົວພາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ແຂວງຫລວງ ນໍ້າທາ ໄດ້ປະກອບຄຳເຫັນໃສ່ມາດ ຕາ21ຄະນະກຳມະການໄອຍະການ ທະຫານຂັ້ນສູງສະເໜີໃຫ້ເບິ່ງຄືນ ກ່ຽວກັບສະມາຊິກຂອງຄະນະກຳ ມະການທະຫານ ແລະ ເບິ່ງຕາມກົງ ຈັກຕົວຈິງ, ມາດຕາ 24 ມາດຖານ ຂອງຫົວໜ້າ, ຮອງຫົວໜ້າ ແລະ ພະ ນັກງານໄອຍະການທະຫານໂດຍ ສະເໜີໃຫ້ມີມາດຖານເງື່ອນໄຂລວມ ຂອງອົງການໄອຍະການທະຫານ ແລະ ມາດຖານເງື່ອນໄຂ ສະເພາະ. ບັນດາສະມາຊິກສະພາແຫ່ງ ຊາດຫລາຍເຂດເລືອກຕັ້ງກໍໄດ້ມີ ຄວາມ ສົນໃຈ ແລະ ສຸມໃສ່ປະ ກອບຄຳເຫັນໃນຫລາຍໝວດຫລາຍ ມາດຕາຂອງການປັບປຸງກົດໝາຍ ສະບັບນີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຈະແຈ້ງ ແລະ ສົມບູນຂຶ້ນກວ່າເກົ່າ. Á່ານ Ê §Å ¨້Ê າ
RkJQdWJsaXNoZXIy MTc3MTYxMQ==