lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/12/2022 xtgmf]k; ປະທານ... ກອງປະຊຸມ... ໃນຮູບການ-ວິທີການປຸກລະດົມຂົນ ຂວາຍ ແລະ ສ້າງການຫັນປ່ຽນຮູບ ແບບການຮ່ວມສຳພັນ ລະຫວ່າງອົງ ການພາຄີດ້ວຍກັນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ ຄະນະ ກຳມະການແນວລາວສ້າງຊາດ ແຕ່ ລະຂັ້ນ ຈົ່ງສືບຕໍ່ສຶກສາຄົ້ນຄວ້າພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງອົງການ ແນວລາວສ້າງຊາດ, ມະຕິກອງປະຊຸມ ໃຫຍ່ຜູແທນ ທົ່ວປະເທດ ຄັ້ງທີXI ຂອງ ແນວລາວສ້າງຊາດ ແລະ ບັນດານິຕິ ກຳຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ແລະ ມະຕິ 108/ກມສພ ຂອງກົມການເມືອງສູນກາງພັກ ວ່າ ດ້ວຍວຽກງານແນວໂຮມ ແລະ ວຽກ ງານມະຫາຊົນຂອງພັກໃນໄລຍະໃໝ່ ເພື່ອສາມາດກຳແໜ້ນບັນດາເນື້ອໃນທີ່ ສຳຄັນແລະເປັນບ່ອນອີງໃນການເຄື່ອນ ໄຫວວຽກງານຕ່າງໆ; ສືບຕໍ່ສຶກສາອົບ ຮົມ ແລະ ເປັນຫລັກແຫລ່ງໃນການ ເຕົ້າ ໂຮມຄວາມສາມັກຄີປອງດອງ ຂອງ ທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າຕົນເອງໃນການທຳການຜະ ລິດກະສິກໍາເປັນສິນຄ້າ ເພື່ອແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນ ພາຍໃນ ເມືອງໃຫ້ໄດ້ຮັບການພັດທະນາດີຂຶ້ນ ພ້ອມທັງປະກອບສ່ວນເຂົ້າໃນສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ແລະ ເປັນການຈັດຕັ້ງຜັນຂະຫຍາຍສອງ ວາລະແຫ່ງຊາດເຂົ້າສູ່ລວງເລິກ. ແມ່ນສືບຕໍ່ປະເຊີນກັບຫລາຍດ້ານ ໂດຍ ສະເພາະການແພ່ລະບາດຂອງພະຍາດ ໂຄວິດ-19ທີ່ແກ່ຍາວ,ການຜັນແປຂອງ ສະພາບການຂອງພາກພື້ນ ແລະ ສາ ກົນ, ບັນຫາໄພເງິນເຟີ້, ລາຄາພະລັງ ງານມີຄວາມຜັນຜວນເຮັດໃຫ້ສົ່ງຜົນ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ທັງໃຫ້ເຫັນໄດ້ບັນຫາຢ່າງພາ ວະວິໄສ, ສາມາດວາງແຜນເພື່ອຮັບມື ທີ່ດີກັບສະພາບການ ທີ່ເປັນສິ່ງທ້າທາຍ ໃນການປະຕິບັດແຜນໃນປີ 2022 ນີ້. ແຕ່ເຖິງແນວໃດກໍຕາມ ພາຍໃຕ້ ການຊີ້ນໍາ-ນໍາພາຂອງ ຄະນະບໍລິຫານ ງານສູນກາງພັກ, ຂອງສະພາແຫ່ງ ຊາດ, ຂອງລັດຖະບານ, ໄດ້ມີຄວາມ ຊ່ວຍໜູນສໍາຄັນແມ່ນການເຕົ້າໂຮມ ຄວາມສາມັກຄີໃນຮອບດ້ານ, ສົ່ງເສີມ ຂະຫຍາຍນໍ້າໃຈຮັກຊາດ, ຄວາມເສຍ ສະລະ, ການປະກອບສ່ວນຂອງສັງ ຄົມທຸກຊັ້ນຄົນເຮັດໃຫ້ສາມາດປະຄັບ ປະຄອງມາໄດ້ ໃນການຄຸ້ມຄອງວຽກ ງານທາງດ້ານເສດຖະກິດ. ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ບັນດາຄະນະພັກຮາກ ຖານ ແລະ ບັນດາສະມາຊິກພັກ ໃຫ້ສຸມ ໃສ່ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະໃຫ້ຮັບປະກັນໄດ້ ແລະ ພ້ອມກັນ ປຶກສາຫາລືໃນບັນດາວຽກງານຕ່າງ ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ ແລະ ເຫັນ ວ່າຍັງບໍ່ທັນໂລ່ງລ່ຽນ. ສໍາລັບທິດທາງ ໃນການສ້າງແຜນ ໃນປີ 2023 ແມ່ນ ຕ້ອງຮັບປະກັນລາຍຮັບ-ລາຍຈ່າຍ ພາຍໃນປົກກະຕິ ແລະ ໃຫ້ມີສ່ວນທີ່ ເຫລືອໄວ້ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງ ຍາກທີ່ສະສົມ ແລະ ເພື່ອຮັບປະກັນ ບໍ່ ໃຫ້ປະເທດຕົກເຂົ້າເປັນປະເທດທີ່ບໍ່ສາ ມາດຊໍາລະໜີ້ສິນໄດ້ ທັງສຸມໃສ່ວຽກ ງານຫັນເປັນທັນສະໄໝ ໃຫ້ເປັນຮູບປະ ທໍາຫລາຍຂຶ້ນ. ນອກນັ້ນ, ຍັງໃຫ້ເຫັນໄດ້ບັນດາໜ້າ ວຽກຕ່າງໆທີ່ຈະໄດ້ພ້ອມກັນສຸມໃສ່ ໃນ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນ: ການເບີກຈ່າຍຂອງລາຍຮັບງົບປະ ມານ ແມ່ນຕ້ອງໄດ້ມີການກວດກາຄືນ ພາຍຫລັງເບີກຈ່າຍຂອງບັນດາຂະ ແໜງການຢ່າງລະອຽດ, ປັບປຸງບັນ ດາຂອດຂັ້ນຕ່າງໆໃນການເຮັດວຽກ ງານ ໂດຍໃຫ້ຫັນໄປນໍາໃຊ້ລະບົບທີ່ທັນ ສະໄໝເຂົ້າໃນການຄວບຄຸມ ຫລື ຄຸ້ມ ຄອງໃຫ້ຫລາຍຂຶ້ນ, ມີການປັບປຸງຄົ້ນ ຄວ້າບັນດານະໂຍບາຍຕ່າງໆ ໃຫ້ສອດ ຄ່ອງກັບສະພາບການໃນປັດຈຸບັນ, ມີ ການສະຫລຸບຖອດຖອນບົດຮຽນຄືນ ໃໝ່ໃນການປະຕິບັດວຽກງານຂອງຄັງ ເງິນແຕ່ລະແຂວງ ໃຫ້ມີຄວາມເປັນ ເອກະພາບ ໂດຍສະເພາະການບໍລິຫານ ແຫລ່ງເງິນ, ການສະຫລຸບລາຍງານ ຕ່າງໆຂອງຂະແໜງການກ່ຽວຂ້ອງ ໃຫ້ມີການປະສານງານຢ່າງກົມກຽວ. ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດ ຕັ້ງປະຕິບັດວຽງານຂອງຂະແໜງລາຍ ຈ່າຍ ແລະ ຂະແໜງ ການປິ່ນອ້ອມ ໄດ້ ມີຄວາມກຽມພ້ອມຊອກຫາກົນໄກວິທີ ການຕ່າງໆ ໃນການປະຕິບັດວຽກງານ ໃຫ້ໄດ້ຮັບຜົນສໍາເລັດ. ຂອງສານຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ. ທ່ານ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະຊາຊົນສູງ ສຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນສໍາເລັດຂອງອົງການໄອຍະການ ປະຊາຊົນ ໃນການປະຕິບັດວຽກງານ ຕິດຕາມກວດກາທົ່ວໄປ ໃນໄລຍະຜ່ານ ມາ ແລະ ໃຫ້ທິດຊີ້ນໍາວ່າວຽກງານນີ້ ແມ່ນການຕິດຕາມກວດກາການເຄົາ ລົບການປະຕິບັດກົດໝາຍ ແລະ ການ ປະຕິບັດກົດຫມາຍທົ່ວໄປ, ການລະເມີດ ແລະການແກ້ໄຂການລະເມີດກົດໝາຍ, ກົດຫມາຍປົກຄອງ, ກົດໝາຍອາຍາ, ການປ້ອງກັນອາຊະຍາກໍາ, ການຊອກ ຫາໜໍ່ແໜງ ອາຊະຍາກໍາ ແລະ ການ ດໍາເນີນຄະດີອາຍາ. ການຄົ້ນຄວ້າຂໍ້ມູນ ອາຊະຍາກໍາ, ການຕິດຕາມກວດກາ ການ ດໍາເນີນຄະດີປົກຄອງ, ການຕິດ ຕາມກວດກາການປະຕິບັດຄໍາຕັດສິນ ຂອງສານ ເປັນວຽກງານໜຶ່ງທີ່ມີຄວາມ ໝາຍຄວາມສໍາຄັນໃນອັນດັບແຖວໜ້າ ຂອງອົງການໄອຍະການປະຊາຊົນ ເປັນ ວຽກງານໜຶ່ງທີ່ນອນຢູ່ໃນພາລະບົດ ບາດ, ສິດ ແລະ ໜ້າທີ່ຂອງອົງການ ໄອຍະການປະຊາຊົນ. ນັບແຕ່ໄດ້ຮັບ ການກໍ່ຕັ້ງ ໃນປີ 1990 ເປັນຕົ້ນມາ ອົງ ຂວາງເກມ 2022, ເຮັດໃຫ້ງມະຫະ ກຳກິລາ ຄັ້ງນີ້ ປິດລົງດ້ວຍຜົນສຳເລັດ ອັນຈົບງາມ, ໂດຍມີທ່ານ ບຸນຈັນ ສີວົງ ພັນ ເຈົ້າແຂວງຊຽງຂວາງ, ທັງເປັນ ປະທານຈັດງມະຫະກຳກິລາແຫ່ງຊາດ ຄັ້ງທີ 11, ພ້ອມດ້ວຍບັນດາຫົວໜ້າ ອະນຸກຳມະການຕ່າງໆເຂົ້າຮ່ວມ. ໃນກອງປະຊຸມ, ບັນດາຫົວໜ້າອະ ນຸກຳມະການ ໄດ້ຜັດປ່ຽນກັນລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຕົນ ໃນການຮັບໃຊ້ງານກິລາ ຊຽງ ຂວາງເກມ 2022 ນັບແຕ່ກ່ອນເປີດ ການແຂ່ງຂັນຢ່າງເປັນທາງການ ຈົນ ມາຮອດປັດຈຸບັນ ເພື່ອຖອດຖອນບົດ ຮຽນ, ແກ້ໄຂຂໍ້ຂາດຕົກບົກຜ່ອງ, ຂໍ້ຄົງ ຄ້າງ ຫລື ຂອດ, ຂັ້ນ ທີ່ເຫັນວ່າຍັງບໍ່ ສອດຄ່ອງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ເພື່ອເຮັດໃຫ້ວຽກງານຂອງ ແຕ່ລະອະນຸ ກຳມະການ ດຳເນີນໄປຢ່າງໂລ່ງ ລ່ຽນ, ເຮັດ ໃຫ້ມະຫະກຳ ກິລາແຫ່ງຊາດ ຄັ້ງທີ 11 ປິດລົງດ້ວຍຜົນສຳເລັດອັນຈົບ ງາມ, ຮັກສາໄດ້ຄວາມສະຫງົບ, ປອດ ໄພ, ສອດຄ່ອງຕາມແນວທາງນະໂຍ ບາຍຂອງພັກ, ລັດ ວາງອອກ. ໂອກາດດັ່ງກ່າວ,ທ່ານບຸນຈັນສີວົງ ພັນ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ການປະຕິບັດໜ້າທີ່ວຽກງານຂອງ ແຕ່ລະອະນຸກຳມະການ ໃນໄລຍະຜ່ານ ມາ ກໍຄື ປັດຈຸບັນ ທີ່ເຮັດໃຫ້ການເປີດ ມະຫະກຳກິລາແຫ່ງຊາດຄັ້ງນີ້ ດຳ ເນີນໄປດ້ວຍຜົນສຳເລັດອັນຈົບງາມ, ເຮັດໃຫ້ການແຂ່ງຂັນກິລາແຕ່ລະປະ ເພດ ດຳເນີນໄປຢ່າງໂລ່ງລ່ຽນ, ມີບາງ ປະເພດກິລາໄດ້ສຳເລັດການແຂ່ງຂັນ ແລະມອບຫລຽນເປັນທີ່ຮຽບຮ້ອຍແລ້ວ ເຊິ່ງເປັນຜົນງານ ແລະ ໜ້າທີ່ຮັບຜິດ ຊອບຂອງແຕ່ລະອະນຸກຳມະການທີ່ ກ່ຽວຂ້ອງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດ ຈົນປະສົບຜົນສຳເລັດຕາມຄາດໝາຍ. ພ້ອມນັ້ນ, ທ່ານ ບຸນຈັນ ສີວົງພັນ ຍັງ ໄດ້ເນັ້ນໃຫ້ບັນດາອະນຸກຳມະການສືບ ຕໍ່ຈັດຕັ້ງປະຕິບັດ, ປະສານສົມທົບ ເຊິ່ງ ກັນ ແລະ ກັນ ເປັນປົກກະຕິ ເພື່ອເຮັດ ໃຫ້ວຽກງານຂອງຕົນດຳເນີນໄປດ້ວຍ ຜົນສຳເລັດ, ປາສະຈາກຂໍ້ຂາດຕົກບົກ ຜ່ອງ ເພື່ອປະກອບສ່ວນ ເຮັດໃຫ້ພິທີປິດ ມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຈົບ ລົງດ້ວຍຜົນສຳເລັດອັນຈົບງາມ. ພ້ອມດຽວກັນ,ທ່ານບຸນຈັນສີວົງພັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ການຈັດຕັ້ງປະຕິບັດວຽກງານຂອງບັນ ດາສື່ມວນຊົນ ທັງສູນກາງ ແລະ ທ້ອງ ຖິ່ນ, ທີ່ໄດ້ສຸມທຸກກຳລັງແຮງໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກໍຄື ການ ແຂ່ງຂັນກິລາປະເພດຕ່າງໆ ນັບແຕ່ ກ່ອນເປີດການແຂ່ງຂັນຈົນຮອດປັດຈຸ ບັນດ້ວຍຄວາມຮັບຜິດຊອບສູງ, ມີຈັນ ຍາບັນ, ຈັນຍາທຳ, ສອດຄ່ອງຕາມ ແນວທາງ. ຂ່າວ: ທະນູທອງ ພາບ: ຂັນໄຂ ສສຊ... ໄລສິດ ລັດຖະມົນຕີກະຊວງສາທາລະ ນະສຸກ. ໃນໂອກາດນີ້, ສະມາຊິກສະພາແຫ່ງ ຊາດ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ກໍໄດ້ສະເໜີໃຫ້ປັບປຸງເພີ່ມຕື່ມກ່ຽວ ກັບດ້ານເຕັກນິກວິທະຍາ ໂດຍສະເພາະ ຂໍ້ຫ້າມຂອງພະນັກງານ ກ່ຽວກັບການ ປອມແປງເອກະສານ(ໃບກວດສຸຂະ ພາບ). ພ້ອມກັນນີ້ ຍັງມີມາດຕາ 58, 59 ກ່ຽວກັບຄະນະກຳມະການລະດັບ ແຂວງ ແລະ ເມືອງ, ມາດຕາ 61, 62 ສິດ ແລະ ໜ້າທີ່ ຂອງພະແນກສາທາ ລະນະສຸກແຂວງ, ນະຄອນຫລວງ ແລະ ມາດຕາ 69 ເລື່ອງງົບປະມານ. ນອກຈາກນີ້, ຍັງມີເລື່ອງນະໂຍບາຍ ໂດຍສະເໜີໃຫ້ກະຊວງທີ່ກ່ຽວຂ້ອງ ເພີ່ມໂຄງການ ແລະ ທຶນເຂົ້າຕື່ມ ກ່ຽວ ກັບການຄວບຄຸມ ແລະ ປ້ອງກັນຕິດຕໍ່ ທາງເພດສຳພັນ ໂດຍສະເພາະພະຍາດ ເອັສໄອວີ ເນື່ອງຈາກວ່າສະພາບປັດຈຸ ບັນຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຜ່ານການກວດກາຕິດຕາມ ເຫັນວ່າມີ ທ່າອ່ຽງເພີ່ມຂຶ້ນ ແລະ ໜ້າເປັນຫ່ວງ ຫລາຍ ເພາະຕົວເລກຕິດເຊື້ອຮອດເດືອນ ພະຈິກ 2022 ນີ້ມີເຖິງ 245 ຄົນ, ຍິງ 98 ຄົນ, ເສຍຊີວິດແລ້ວ 106 ຄົນ, ເພດ ຍິງ 37 ຄົນ. ຖ້າບໍ່ມີການຄວບ ຄຸມ ແລະ ປ້ອງກັນອາດເຮັດໃຫ້ພະຍາດຕິດຕໍ່ທາງ ເພດສຳພັນ ຈະແພ່ຂະຫຍາຍອອກເປັນ ວົງກວ້າງໄດ້. ທ່ານ ນາງ ສົມປະເສີດ ສີຫາລາດ ສສຊ ເຂດເລືອກຕັ້ງທີ1ນະຄອນຫລວງ ວຽງຈັນ ກໍໄດ້ສະເໜີປັບປຸງເນື້ອ ໃນຢູ່ ບາງພາກ, ໝວດ ແລະ ບາງມາດຕາ ເປັນຕົ້ນ ພາກທີ 3 ກ່ຽວກັບຄວາມຮັບ ຜິດຊອບ ແລະ ການມີສ່ວນຮ່ວມ ໂດຍ ສະເພາະ ມາດຕາ 36, 37 ແລະ 38 ຢາກໃຫ້ເພີ່ມຄຳວ່າ ຕ້ອງອຳນວຍ ຄວາມສະດວກໃສ່ຕື່ມ ຍ້ອນວ່າ ເວລາມີ ພະຍາດລະບາດເກີດຂຶ້ນ ເຮັດໃຫ້ບາງ ພາກສ່ວນບໍ່ໃຫ້ການຮ່ວມມື ແລະ ບໍ່ອຳ ນວຍຄວາມສະດວກໃຫ້ແກ່ຄະນະຮັບ ຜິດລົງໄປກວດກາ ໂດຍສະເພາະພາກ ເອກະຊົນ. ພ້ອມນີ້, ມາດຕາ 64 ກ່ຽວ ກັບຄະນະກຳມະການຮັກສາສຸຂະພາບ ຂັ້ນບ້ານ ຢາກໃຫ້ເພີ່ມຕື່ມກ່ຽວກັບການ ໃຫ້ສຸຂະສຶກສາຂັ້ນບ້ານ ແລະ ມາດຕາ 19ການຄວບຄຸມຢາກເພີ່ມຕື່ມກ່ຽວກັບ ການຟື້ນຟູສະພາບ ໃຫ້ສູ່ສະພາບປົກກະ ຕິ ພາຍຫລັງມີການລະບາດຂອງພະ ຍາດແລ້ວ ແລະ ການຍົກເລີກເຂດລະ ບາດ ກໍຄືສະພາບແນວຄິດຈິດໃຈລວມ ທັງ ສະພາບເສດຖະກິດ-ສັງຄົມ. ຂ່າວ: ມະນີທອນ, ພາບ: ເກດສະໜາ ເລຂາພັກ... ຄະນະຮັບຜິດຊອບ... ຢູ່ພາຍໃນປະເທດນັບມື້ນັບຂະຫຍາຍ ຕົວຢ່າງກ້ວາງຂວາງ ເປັນຕົ້ນການ ຊຳລະຄ່າສາທາລະນຸປະໂພກ ຜ່ານ ແອັບພີເຄຊັນເທິງມືຖື (ຄ່າໄຟຟ້າ, ຄ່າ ນໍ້າປະປາ ແລະ ອື່ນໆ); ການຈັບຈ່າຍ ໃຊ້ສອຍປະຈຳວັນ, ທຸລະກິດ-ບໍລິການ ບາງຫົວໜ່ວຍ ໄດ້ພະຍາຍາມແຂ່ງຂັນ ກັນຫັນປ່ຽນຈາກ ຮູບແບບບໍລິການດັ້ງ ເດີມມານຳໃຊ້ເຕັກໂນໂລຊີ ທັນສະໄໝ ເຊັ່ນ: ລະບົບ e-Banking, e-Payment, e-Cornerce, e-Services, ໂລຈິສຕິກ ແລະ ອື່ນໆ. ສຳລັບອົງການ ລັດເອງ ເຫັນວ່າມີການປະຍຸກໃຊ້ເຕັກ ໂນໂລຊີ ເຂົ້າມານໍາໃຊ້ໃນຂອດບໍລິການ ຂອງລັດຫລາຍຂຶ້ນ ເຊັ່ນ: ລະບົບຊຳລະ ຄ່າທຳນຽມ, ລະບົບໜັງສືຜ່ານແດນ ເອເລັກໂຕຣນິກ, ລະບົບພາສີເອເລັກ ໂຕຣນິກ, ລະບົບອາກອນເອເລັກໂຕຣ ນິກ ແລະ ອື່ນໆ. ນອກນັ້ນ ກໍມີການເປີດກວ້າງການ ພົວພັນຮ່ວມມືກັບສາກົນ ຕາມທິດທາງ ແລະ ນະໂຍບາຍຂອງພັກ-ລັດຖະບານ ລາວ ກໍໄດ້ມີການເຈລະຈາເຂົ້າຮ່ວມ ເປັນພາຄີໃນສົນທິສັນຍາ ແລະ ສັນຍາ ຮ່ວມມືສາກົນຕ່າງໆ ເຊິ່ງສະແດງໃຫ້ ເຫັນວ່າ ທ່າອ່ຽງຂອງການພັດທະນາ ຄືຄວາມກ້າວໜ້າ ຂອງເຕັກໂນໂລຊີ ເປັນປັດໄຈທີ່ສໍາຄັນກໍ່ໃຫ້ເກີດມີການຫັນ ປ່ຽນພຶດຕິກຳ ແລະ ວິທີການຂອງຜູ້ຄົນ. ສະນັ້ນ ເພື່ອປັບຕົວໃຫ້ທັນ ແລະ ເຂົ້າກັບ ສະພາບການພັດທະນເສດຖະກິດ-ສັງ ຄົມຂອງຍຸກ ມັນມີຄວາມຈໍາເປັນຕ້ອງ ໄດ້ພິຈາລະນາປັບປຸງຕົນເອງ ໃຫ້ເຂົ້າ ກັບ ທ່າອ່ຽງຂອງສາກົນ ໂດຍຈຳເປັນ ຕ້ອງໄດ້ປັບປຸງສະພາບແວດລ້ອມ, ກົນໄກໃນການຄຸ້ມຄອງ, ສົ່ງເສີມ, ການ ໝູນໃຊ້ເຕັກໂນໂລຊີຂອງຍຸກ ແລະ ການ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ທັນສະພາບ. ທ່ານ ລັດຖະມົນຕີກະຊວງເຕັກໂນຊີ ແລະການສື່ສານກ່າວຕື່ມວ່າ:ການຄາດ ຄະເນຜົນໄດ້ຮັບ ແລະ ຜົນກະທົບ, ພາຍ ຫລັງທີ່ກົດໝາຍສະບັບນີ້ ໄດ້ຜ່ານການ ຮັບຮອງຈາກສະພາແຫ່ງຊາດແລ້ວ ຈະກາຍເປັນນິຕິກຳພື້ນຖານໃຫ້ແກ່ ການຄຸ້ມຄອງວຽກງານທຸລະກຳທາງ ເອເລັກໂຕຣນິກ ໃຫ້ມີປະສິດຕິຜົນກວ່າ ເກົ່າ ແນໃສ່ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ 11 ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ວິໄສທັດ ແລະ ຍຸດທະສາດການ ພັດທະນາເຕັກໂນໂລຊີແລະການສື່ສານ ຂອງປະເທດເຮົາໃຫ້ປາກົດຜົນເປັນຈິງ. ເມື່ອທຽບໃສ່ກົດໝາຍສະບັບເກົ່າ, ກົດ ໝາຍສະບັບປັບປຸງນີ້ ຈະໄດ້ຮັບຜົນປະ ໂຫຍດຕົ້ນຕໍ ໂດຍສະເພາະກົນໄກການ ຄຸ້ມຄອງການດຳເນີນທຸລະກິດ ເປັນຕົ້ນ ແມ່ນ ການອະນຸຍາດດໍາເນີນທຸລະກິດ; ການປະຕິບັດເງື່ອນໄຂເພີ່ມເຕີມ ພາຍ ຫລັງການໄດ້ຮັບອະນຸຍາດດໍາເນີນທຸ ລະກິດ, ຄວາມໜ້າເຊື່ອຖືຂອງການເຮັດ ທຸລະກຳທາງເອເລັກໂຕຣນິກ, ການພິ ສູດ ແລະ ຢັ້ງຢືນຕົວຕົນທາງດີຈິຕອນ ເຊິ່ງຈະສ້າງຄວາມເຊື່ອໝັ້ນ, ຄວາມ ປອດໄພໃຫ້ແກ່ການເຮັດທຸລະກຳທາງ ເອເລັກໂຕຣນິກ; ກົດໝາຍສະບັບນີ້ ຍັງ ເປັນພື້ນຖານອັນສຳຄັນໃຫ້ແກ່ຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ ລວມທັງຂະແໜງການອື່ນ ເພື່ອນຳໃຊ້ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງ ຄົມ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງຜູ້ເຮັດທຸລະກຳທາງ ເອເລັກໂຕຣນິກ, ເຊື່ອມໂຍງກັບພາກພື້ນ ແລະສາກົນທັງເປັນການຊຸກຍູ້ແລະສົ່ງ ເສີມການລົງທຶນຂອງຫົວໜ່ວຍທຸລະ ກິດ ທັງພາຍໃນ ແລະ ຕ່າງປະເທດ. ຂ່າວ: ມະນີທອນ, ພາບ: ເກດສະໜາ ພິຈາລະນາ... ດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດເຫັນ ເພື່ອໃຫ້ ມີເນື້ອໃນຄົບຖ້ວນຮັດກຸມ ແລະ ສອດ ຄ່ອງກັບສະພາບໃນປັດຈຸບັນ. ທ່ານ ບໍ່ວຽງຄຳ ວົງດາລາ ກ່າວ ວ່າ: ກົດໝາຍວ່າດ້ວຍທຸລະກຳທາງເອ ເລັກໂຕຣນິກ (ສະບັບປີ 2012) ໄດ້ ຖືກຮັບຮອງຈາກກອງປະຊຸມສະໄໝ ສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ປະກາດໃຊ້ໃນປີ 2013 ເປັນຕົ້ນມາ ໃນໄລຍະ 10 ກວ່າ ປີຜ່ານມາ ມີບົດບາດສຳຄັນເຂົ້າໃນ ວຽກງານການຄຸ້ມຄອງ ສົ່ງເສີມການ ເຮັດທຸລະກຳທາງເອເລັກໂຕຣນິກ ເຮັດ ໃຫ້ການເຮັດທຸລະກໍາແບບອອນລາຍ ການໄອຍະການປະຊາຊົນ ກໍໄດ້ເອົາໃຈ ໃສ່ໃນການ ປະຕິບັດຫນ້າທີ່ຂອງຕົນ ໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດຫມາຍຂອງບັນດາ ກະຊວງ, ອົງການລັດ ທຽບເທົ່າກະ ຊວງ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ ແລະ ພົນລະເມືອງ ໂດຍສະເພາະການ ຕິດຕາມກວດກາທົ່ວໄປ ຢ່າງມີຜົນສໍາ ເລັດ ໂດຍພື້ນຖານ. ທ່ານ ໄຊຊນະ ໂຄດພູທອນ ຍັງກ່າວ ຕື່ມອີກວ່າ: ໃນຊຸມປີຕໍ່ໜ້ານີ້ອົງການໄອ ຍະການປະຊາຊົນ ແລະ ອົງການໄອຍະ ການທະຫານທົ່ວປະເທດ ຕ້ອງເພີ່ມທະ ວີຄວາມຮັບຜິດຊອບຂອງຕົນ ໃນການ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນວຽກ ງານຕິດຕາມກວດກາທົ່ວໄປເປັນຢ່າງ ດີ, ຍົກລະດັບພະນັກງານໄອຍະການ ປະຊາຊົນກ່ຽວກັບການຕິດຕາມກວດ ກາທົ່ວໄປ; ສ້າງນິຕິກໍາເປັນຕົ້ນຄໍາສັ່ງ, ຄໍາແນະນໍາກ່ຽວກັບວຽກງານຕິດ ຕາມກວດກາທົ່ວໄປ; ສ້າງປື້ມຄູ່ມືກ່ຽວ ກັບການຕິດຕາມກວດກາການດໍາເນີນ ຄະດີປົກຄອງ, ປື້ມຄູ່ມືກ່ຽວກັບການ ຕິດຕາມກວດກາການປ້ອງກັນອາຊະ ຍາກໍາ, ປື້ມຄູ່ມືການຕິດຕາມກວດກາ ການປະຕິບັດຄໍາຕັດສິນຂອງສານ; ສ້າງກົນໄກປະສານງານວຽກງານຕິດ ຕາມກວດກາທົ່ວໄປ ລະຫວ່າງອົງການ ໄອຍະການປະຊາຊົນ ກັບ ລັດຖະບານ, ອົງການປົກຄອງທ້ອງຖິ່ນ, ສານປະຊາ ຊົນ, ອົງການປະຕິບັດຄໍາຕັດສີນຂອງ ສານ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ຫ້ອງ ການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ພາກ, ແຂວງ, ນະຄອນຫລວງ ຕ້ອງຄົ້ນຄວ້າ ເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບວຽກ ງານຕິດຕາມກວດກາທົ່ວໄປ ແລະ ຈັດ ຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມ ໃນຄັ້ງນີ້ ເປັນແຜນການລະອຽດຂອງ ກົມກອງ ແລະ ທ້ອງຖິ່ນຂອງຕົນຢ່າງມີ ປະສິດທິຜົນ, ປັບປຸງກົນໄກປະສານ ງານໃຫ້ກົມກຽວລະຫວ່າງ ສາຍຕັ້ງສາຍຂວາງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການບໍລິການທາງດ້ານກົດໝາຍແກ່ ປະຊາຊົນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າ ເຖິງຂະບວນການຍຸຕິທໍາໄດ້ສະດວກ, ວ່ອງໄວມີຄວາມໂປ່ງໃສ, ຍຸຕິທໍາ, ຖືສໍາ ຄັນການຕິດຕາມກວດກາຂອງສະພາ ແຫ່ງຊາດ, ສະພາປະຊາຊົນ ແຂວງ-ນະ ຄອນຫລວງ ກໍຄືການກວດກາຂອງ ປະ ຊາຊົນ ຕໍ່ການປະຕິບັດໜ້າທີ່ຂອງອົງ ການໄອຍະການປະຊາຊົນທຸກຂັ້ນ. ຂ່າວ-ພາບ ສົມຫວັງ ຄະນະມິດຕະພາບ... (ຂປລ/ສພຊ) ກອງປະຊຸມສະ ຫລຸບວຽກງານ ການເຄື່ອນໄຫວຂອງ ຄະນະມິດຕະພາບ ລັດຖະສະ ພາ ລາວໄທໄລຍະ5ປີຜ່ານມາ(2016-2020) ແລະ ທິດທາງແຜນການເຄື່ອນໄຫວ 5 ປີ ຕໍ່ໜ້າ (2021-2025) ແລະ ແຜນການປີ 2023 ໄດ້ມີຂຶ້ນໃນຕອນ ແລງຂອງວັນທີ 15 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫລວງ ວຽງຈັນ ເພື່ອເປັນການແລກ ປ່ຽນຖອດ ຖອນບົດຮຽນ ໃນການປະຕິບັດໜ້າທີ່ ເຊິ່ງກັນແລະກັນຂອງຄະນະມິດຕະພາບ ລັດຖະສະພາ ລາວ-ໄທ. ໂດຍການເປັນ ປະທານຂອງທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານ ສະມາ ຊິກສະພາແຫ່ງຊາດ, ປະທານຄະນະ ມິດຕະພາບລັດຖະ ສະພາລາວ ແລະ ໄທ, ມີບັນດາທ່ານຮອງ ຄະນະມິດຕະ ພາບ ແລະ ບັນທ່ານຄະນະມິດຕະພາບ ລາວ ແລະ ໄທ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການຜ່ານ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງສະມາຊິກສະ ພາແຫ່ງຊາດ ເຄື່ອນໄຫວຄະນະມິດຕະ ພາບລັດຖະສະພາລະຫວ່າງສະພາແຫ່ງ ຊາດແລະລັດຖະສະພາ ແຫ່ງຣາຊະອາ ນາຈັກໄທ ສະບັບເລກທີ 133/ຄປຈ. ຕສ, ລົງວັນທີ 17/05/2021; ເຜີຍແຜ່ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍພາລະບົດບາດ ແລະ ການ ເຄື່ອນໄຫວ ຂອງຄະນະມິດຕະພາບ ລັດ ຖະສະພາ ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ກັບ ລັດຖະສະພາຕ່າງ ປະເທດ ສະບັບເລກທີ 08/ຄປຈ.ຕສ, ລົງວັນທີ 17/07/2021; ຜົນສໍາ ເລັດການເຄື່ອນໄຫວ ຂອງຄະນະມິດຕະ ພາບລັດຖະສະພາ ລາວ-ໄທ ໄລຍະ 5 ປີ (2021-2025) ແລະ ແຜນຈຸດ ສຸມປີ 2023 ແລະ ເຜີຍແຜ່ເນື້ອໃນບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ແລະ ລັດ ຖະສະພາ ແຫ່ງ ຣາຊະອານາຈັກໄທ; ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນປຶກ ສາຫາລື ກ່ຽວກັບແຜນການ ປະຈໍາປີ 2023. ພາບ - ຂ່າວ: ສອນສັກ ວັນວິໄຊ
RkJQdWJsaXNoZXIy MTc3MTYxMQ==