gsfdko{dkora fmtok xtgmf]k; ( 19/12/2022 ປະຈຳວັນທີ 18/12/2022 ເວລາ: 19:14 ໂມງ ລ/ດ ພາກສ່ວນ ລວມ ຫລຽນຄຳ ຫລຽນເງິນ ຫລຽນທອງ ຫລຽນລາງວັນ ລວມ ປ້ອງກັນປະເທດ ຊຽງຂວາງ ປ້ອງກັນຄວາມສະຫງົບ ພະລັງງານ ແລະ ບໍ່ແຮ່ ຫົວພັນ ຫລວງພະບາງ ຜົ້ງສາລີ ອັດຕະປື ຫລວງນ້ຳທາ 1 2 3 4 5 6 7 8 9 10 11 12 13 14 15 16 17 18 19 20 21 22 53 40 71 164 42 44 34 120 27 18 33 78 20 25 30 75 20 15 25 60 13 5 7 25 12 4 18 44 9 17 27 53 9 9 7 25 5 6 6 17 4 4 4 12 4 3 0 7 2 5 8 15 3 4 19 26 2 4 3 9 2 3 1 6 2 1 2 5 2 9 4 15 3 0 4 7 0 3 4 7 275 275 391 941 ສະຫວັນນະເຂດ ສາລະວັນັ ນັນ ຄຳມ່ວນົ້ ງີົ້ງີ ສາທາລະນະສຸກ ບໍ່ແກ້ວ ອຸດົມໄຊັ ງໍ່ ແ່ ບໍລິຄຳໄຊ ວຽງຈັນ້ ຳ້ຳ ໄຊຍະບູລີ dt-;' xd- c]t xdl 7v'g9Q ks]Po7e dy ]kpy 'xn o .o-P'0;k'gd, 2022 g]j u ,dkoc0j '0a ody ]k ,;p]k; .o-P'0;k'gd, ຂປລ. ກິລາຍິງປືນ ໃນມະຫະກຳ ກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງ ຂວາງເກມ 2022, ໄດ້ສຳເລັດລົງ ຢ່າງຈົບງາມ, ຜ່ານການແຂ່ງຂັນກະ ຊວງປ້ອງກັນປະເທດ (ປກຊ) ຍາດໄດ້ 11 ຫລຽນຄໍາ, 14 ຫລຽນເງິນ, 12 ຫລຽນທອງ, ກະຊວງປ້ອງກັນ ຄວາມ ສະຫງົບ (ປກສ)11 ຫລຽນຄໍາ , 11 ຫລຽນເງິນ, 14 ຫລຽນທອງ; ນະ ຄອນຫລວງວຽງຈັນ 6 ຫລຽນຄໍາ, 2 ຫລຽນເງິນ, 17 ຫລຽນທອງ; ຊຽງຂວາງ ເຈົ້າພາບ 2 ຫລຽນຄໍາ, 1 ຫລຽນເງິນ, 7 ຫລຽນທອງ; ຫລວງພະບາງ 1 ຫລຽນຄໍາ, 2 ຫລຽນເງິນ, 8 ຫລຽນທອງ; ຄໍາ ມ່ວນ, 1 ຫລຽນຄໍາ, 2 ຫລຽນ ເງິນ, 6 ຫລຽນທອງ; ຜົ້ງສາລີ 1 ຫລຽນຄໍາ, 1 ຫລຽນເງິນ, 1 ຫລຽນທອງ; ຫົວພັນ 1 ຫລຽນຄໍາ, 1 ຫລຽນເງິນ, 1 ຫລຽນທອງ ແລະ ແຂວງສະຫວັນນະເຂດ ໄດ້ 2 ຫລຽນທອງ. ກິລາຍິງປືນ ໃນມະຫະກຳກິລາ ແຫ່ງຊາດ ຄັ້ງທີ XI ໄດ້ແບ່ງການ ແຂ່ງຂັນອອກເປັນ 3 ໄລຍະ ຄື: ໄລຍະທີ 1 ເລີ່ມແຂ່ງຂັນໃນວັນທີ 14-20 ພະຈິກ, ໄລຍະທີ 2 ເລີ່ມແຕ່ ວັນທີ 23-29 ພະຈິກ 2022 ຢູ່ສະ ໜາມຝຶກຊ້ອມກິລາຍິງປືນ 5 ເມສາ ນະຄອນຫລວງວຽງຈັນ, ສ່ວນໄລ ຍະທີ 3 ໄດ້ເປີດການແຂ່ງຂັນໃນ ວັນທີ 14-15 ທັນວາ 2022 ຢູ່ໂຮງ ຮຽນປກສຊັ້ນຕົ້ນເລກ3ແຂວງຊຽງ ຂວາງ, ຈົບການແຂ່ງຂັນກະຊວງ ປ້ອງກັນປະເທດ ແລະ ກະຊວງ ປ້ອງກັນຄວາມສະຫງົບຍາດໄດ້ 11 ຫລຽນຄໍາ ຮ່ວມກັນເປັນເຈົ້າ ຫລຽນຄໍາ. ກິລາຍິງປືນ ມີ 9 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຄື:ກະຊວງປ້ອງ ກັນຄວາມສະຫງົບ,ກະຊວງປ້ອງ ກັນປະເທດ, ນະຄອນຫລວງວຽງ ຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ ແລະ ແຂວງສະຫວັນນະເຂດ, ມີ ການແຂ່ງຂັນທັງໝົດ34ລາຍການ, ຊີງ 34 ຫລຽນຄໍາ, 34 ຫລຽນເງິນ ແລະ 68 ຫລຽນທອງ. ຂປລ. ການແຂ່ງຂັນກິລາເຕະ ບານຍິງ ໃນງານກິລາຊຽງຂວາງ ເກມ 2022, ແຂວງຊຽງຂວາງ ແຂ່ງຂັນ 2 ນັດ ຊະນະ 2 ນັດ, ມີ 6 ຄະແນນ, ຈັດຢູ່ໃນອັນດັບ 1 ຂອງ ຕາຕະລາງການແຂ່ງຂັນໃນຂະນະ ທີ່ນະຄອນຫລວງວຽງຈັນ ລົງສະ ໜາມ 2 ນັດ, ຊະນະ 2 ນັດ ເຊັ່ນດຽວ ກັນ, ມີ 6 ຄະແນນ, ຢູ່ອັນດັບ 2 ຂອງຕາຕະລາງ ເຊິ່ງທັງສອງທີມ ຈະໄດ້ແຂ່ງຂັນກັນໃນນັດທີ 3 ໃນ ວັນທີ 18 ທັນວາ ຢູ່ສະໜາມກິລາ ໄຊຊະນະ, ຫລັງຈາກນັ້ນ, ທັງສອງ ທີມ (ທີມທີ່ມີຄະ ແນນອັນດັບ 1 ແລະ 2) ຈະໄດ້ລົງແຂ່ງຂັນກັນອີກ ຄັ້ງ 1 ເພື່ອຊີງເອົາຫລຽນຄຳ ໃນວັນ ທີ 20 ທັນວາ 2022 ຢູ່ສະໜາມ ກິລາໄຊຊະນະ. ສວນແຂວງຫລວງ ພະບາງ ແລະ ແຂວງຈຳປາສັກ ລົງ ແຂ່ງ 2 ນັດ ເສຍໝົດສອງນັດ, ມີ 0 ຄະແນນ, ທັງສອງທີມຈະໄດ້ລົງ ແຂ່ງຂັນກັນ ໃນນັດທີ 3 ໃນວັນທີ 18 ທັນວາ 2022 ຢູ່ສະໜາມກິລາ ໄຫຫີນ. ຜ່ານການແຂ່ງຂັນ ໃນວັນທີ 16 ທັນວາ 2022 ແຂວງຊຽງຂວາງ ສາມາດເອົາຊະນະ ແຂວງຫລວງ ພະບາງ 3-1 ປະຕູ, ໃນເຄິ່ງເວລາ ທຳອິດຊຽງຂວາງ ເປັນຝ່າຍເປີດ ເກມບຸກພຽງ 4 ນາທີ ສາມາດຂຶ້ນ ນຳກ່ອນ ເປັນ 1-0 ປະຕູ ຈາກການ ຍິງປະຕູຂອງ ນາງ ຄຳອົ້ນ ວິລິວົງ, ນັກເຕະນ້ຳເບີ 16, ຫລັງຈາກນັ້ນ, ຜ່ານໄປບໍ່ພໍເທົ່າໃດນາທີແຂວງຊຽງ ຂວາງກໍຂຶ້ນນຳອີກ1ປະຕູເປັນ2-0 ປະຕູ ຈາກການຍິງປະຕູຂອງນາງ ໃຈຄຳ ໄຊຍະປະເສີດ, ນັກເຕະນ້ຳ ເບີ 11 ໃນນາທີໆ 12. ຕໍ່ມາ ແຂວງ ຫລວງພະບາງ ໄດ້ເປີດເກມບຸກໜັກ ຈົນສາມາດຍິງປະຕູໄດ້ ເປັນ 2-1 ປະຕູ, ຈາກການຍິງປະຕູຂອງ ນາງ ຈິນດາ ສີຫາລາດ ນັກເຕະນ້ຳເບີ 8, ໃນນາທີທີ 17. ຈາກນັ້ນ, ເກມການ ແຂ່ງຂັນຍິ່ງດຸເດືອດຂຶ້ນໄປເລື້ອຍໆ ແຕ່ກໍບໍ່ສາມາດຍິງປະຕູກັນໄດ້ເພີ່ມ ອີກ ຈົນຈົບການແຂ່ງຂັນເຄິ່ງເວ ລາທີ 1. ໃນເຄິ່ງເວລາທີ 2 ທັງສອງທີມ ຍັງເປີດເກມບຸກໃສ່ກັນຢ່າງຕໍ່ເນື່ອງ ຈົນ ຮອດຕອນທ້າຍຂອງເຄິ່ງເວລາ ທີ 2 ແຂວງຊຽງຂວາງ ຂຶ້ນນຳອີກ 1 ປະຕູ ເປັນ 3-1 ປະຕູ ຈາກການ ເຕະແຈ ຂອງຝ່າຍຊຽງຂວາງບານ ໄດ້ພຸ່ງ ເ ຂົ້າໄປຫາຜູ້ຮັກສາປະ g8t[kopy ' -P'0;k' c]t ot7vos];' -tot 2 oa f];f dP,-u 's]Po7e ຕູແຕ່ຜູ້ຮັກສາປະຕູບໍ່ສາມາດສະ ກັດໄວໄດ້ບານໄດ້ຫລຸດມືຜູ້ຮັກສາ ປະຕູເຂົ້າໄປໃນຕາຄ່າຍປະຕູຢ່າງ ສວຍງາມ, ຈົບເກມການແຂ່ງຂັນ ແຂວງຊຽງຂວາງ ເອົາຊະນະແຂວງ ຫລວງພະບາງ 3-0 ປະຕູ, ເຮັດ ໃຫ້ແຂວງຊຽງຂວາງ ຜ່ານເຂົ້າ ຮອບຊີງຊະນະເລີດ. ໃນວັນດຽວກັນ, ທີມນັກກິລາ ເຕະບານຍິງ ນະຄອນຫລວງວຽງ ຈັນ ກໍໄດ້ພົບກັບ ແຂວງຈຳປາສັກ (ລົງສະໜາມນັດທີ 2), ຜ່ານການ ແຂ່ງຂັນໃນເຄິ່ງເວລາທຳອິດ,ນະ ຄອນຫລວງວຽງຈັນ ໄດ້ປະຕູຂຶ້ນ ນໍາກ່ອນ 1-0 ປະຕູ ຈາກການຍິງ ຂອງນາງອິນທິດາ ຄູນສີ,ໃນນາທີໆ 44, ສ່ວນເຄິ່ງເວລາທີ 2 ນະຄອນ ຫລວງວຽງຈັນ ຍັງຄຸມເກມ ໄດ້ ເໜືອກວ່າ ກ່ອນທີ່ໄລຍະທ້າຍເກມ ໃນນາທີໆ88ນາງຮຸ່ງໄຊສະຫວ່າງ ໄດ້ຍິງອີກ 1 ປະຕູ ແລະ ເອົາຊະນະ ຈໍາປາສັກ 2-0 ປະຕູ, ຜ່ານເຂົ້າ ຮອບຊີງຊະນະເລີດ, ເຊິ່ງນະຄອນ ຫລວງວຽງຈັນ ຈະໄດ້ລົງແຂ່ງຂັນ ກັບແຂວງຊຽງຂວາງ ເຈົ້າພາບນັດ ທີ 3 ໃນວັນທີ 18 ທັນວາ 2022 ແລະ ຈະໄດ້ກັບມາແຂ່ງກັນອີກ ເພື່ອ ຊີງເອົາຫລຽນຄຳ ໃນວັນທີ 20 ທັນວາ 2022. ການແຂ່ງຂັນບານເຕະຍິງ ໃນ ຊຽງຂວາງເກມມີພຽງ4 ພາກສ່ວນ ເຂົ້າຮ່ວມຄື: ແຂວງຊຽງຂວາງ ເຈົ້າ ພາບ, ຫລວງພະບາງ,ນະຄອນ ຫລວງວຽງຈັນ ແລະ ຈຳປາສັກໂດຍ ຮູບແບບການແຂ່ງຂັນພົບກັນໝົດ ທຸກທີມ, ແລ້ວຄັດເອົາທີມທີ່ມີຕິດ ອັນດັບ 1 ແລະ 2 ມາຊີງຫລຽນຄຳ, ສ່ວນທີ 3 ໄດ້ຫລຽນທອງ ໄປເລີຍ. ຂ່າວ: ທະນູທອງ,ພາບ: ອ່າຍຄຳ ຂປລ. ການແຂ່ງຂັນກິລາມວຍ ລາວ ໃນມະຫະກໍາກິລາ ແຫ່ງຊາດ ຄັ້ງທີ11(ຊຽງຂວາງເກມ2022) ໄດ້ເລີ່ມຂຶ້ນ ເປັນທາງການໃນວັນທີ 16 ທັນວາ 2022 ຢູ່ສະໜາມກິລາ ສວນມອນ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ, ມີນັກກິລາ ເຂົ້າ ຮ່ວມແຂ່ງຂັນທັງໝົດ 104 ຄົນ, ຍິງ 30 ຄົນ. ໃນນັ້ນ, ມາຈາກ 13 ພາກສ່ວນ, ຊີງເອົາ 19 ຫລຽນຄໍາ, 19 ຫລຽນເງິນ, 38 ຫລຽນທອງ ເຊິ່ງການແຂ່ງຂັນ ໄດ້ແບ່ງອອກເປັນ 2 ເພດ ຄື: ປະເພດຕໍ່ສູ້ 68 ຄົນ, ຍິງ 12 ຄົນ ແລະ ປະເພດຟ້ອນລາຍລາວ 36 ຄົນ, ຍິງ 18 ຄົນ ເຊິ່ງການແຂ່ງ ຂັນຮອບຄັດເລືອກ ໄດ້ເລີ່ມຂຶ້ນ ໃນ ວັນທີ 16-17 ທັນວາ 2022, ສ່ວນ ຮອບຮອງຊະນະເລີດ ຈະໄດ້ຈັດ ຂຶ້ນໃນວັນທີ 18 ທັນວາ 2022, ຟ້ອນລາຍລາວ ຮອບຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ 19 ທັນວາ 2022, ພ້ອມມອບຫລຽນລາງວັນ, ສຳລັບຮອບຊີງຊະນະເລີດມວຍ ລາວ ປະເພດຕໍ່ສູ້ຈະຈັດໃນວັນທີ 20 ທັນວາ 2022. ສໍາລັບການແຂ່ງຂັນໃນມື້ທຳ ອິດໃນວັນທີ 16 ທັນວາ 2022, ມີ ການແຂ່ງຂັນປະເພດຊາຍ 15 ຄູ່ ຄື: ຮຸ່ນນໍ້າ 51 ກິໂລ ເປັນການພົບກັນ ລະຫວ່າງ ທ້າວ ພຸດທະສິນ ມາ ໂສພາ ຈາກແຂວງໄຊສົມບູນ ເສຍ ໃຫ້ ທ້າວ ພິມພອນ ລາວົງສະຫວັນ ຈາກກະຊວງ ປກຊ; ຮຸ່ນນໍ້າໜັກ 54 ກິໂລ ທ້າວ ໂຊກໄຊ ວົງນ້ອຍ ຈາກແຂວງເຊກອງ ເສຍໃຫ້ທ້າວ ຫລິວ ສີບຸນເຮືອງ ຈາກນະຄອນ ຫລວງວຽງຈັນ, ທ້າວ ຄໍາ ສີສັກ ຈາກແຂວງ ຈໍາປາສັກ ຊະນະ ເຈມ ບອນ ກິນດາລັດຈາກແຂວງບໍລິຄໍາ ໄຊ, ທ້າວ ເດດສັກດາ ປະສານສຸກ ຈາກກະຊວງ ປກຊ ຊະນະ ນັອກ ທ້າວ ສົມໝາຍ ຊາຍພາຈາກ ແຂວງ ຊຽງຂວາງ. ສ່ວນ ຮຸ່ນນໍ້າໜັກ 57 ກິໂລ ທ້າວ ຫຸມພັນຄໍາມະຕິຈາກແຂວງຄໍາມ່ວນ ຊະນະ ທ້າວ ອາເຈິນ ຄໍາມະນີວົງ ຈາກ ແຂວງໄຊສົມບູນ, ທ້າວອະນັນ ຕະສັກ ຈາກແຂວງຫລວງພະບາງ ຊະນະ ທິບພະວົງ ດາວເຮືອງ ຈາກ ແຂວງສະຫວັນນະເຂດ, ທ້າວ ສຸກນາ ແກ້ວຕະຫລາດ ຈາກນະ ຄອນ ຫລວງວຽງຈັນ ຊະນະນ໋ອກ ທ້າວ ວິໄນ ພິມຈັນດາ ຈາກແຂວງ ບໍລິຄໍາໄຊ, ທ້າວ ເພັດຈໍາປາ ແກ້ວ ປະເສີດ ຈາກແຂວງເຊກອງ ເສຍ ໃຫ້ທ້າວ ສອນໄຊ ທອງຄໍາ ຈາກ ແຂວງຊຽງຂວາງ; ຮຸ່ນນໍ້າໜັກ 60 ກິໂລ ເປັນການພົບກັນ ແລະ ຫວ່າງ ທ້າວ ທອງບາງ ເຊື້ອພົມ ຈາກກະ ຊວງ ປກສ ຊະນະນັອກ ທ້າວ ພອນສະຫວັນ ສຸລິວົງ ຈາກແຂວງ ບໍລິຄໍາໄຊ, ທ້າວ ອັດຕະໄຊ ສີຫາ ບຸດຈາກ ແຂວງຈໍາປາສັກ ເສຍໃຫ້ ທ້າວ ລີໂອ ສີຊະນະ ຈາກນະຄອນ ຫລວງວຽງຈັນ. ໃນຂະນະທີ່ຮຸ່ນນໍ້າ ໜັກ 63,5 ກິໂລ ເປັນການພົບກັນ ລະຫວ່າງທ້າວຄໍາພູສູນດາລາຈາກ ນະຄອນຫລວງວຽງຈັນ ຊະນະ ທ້າວ ກຸ້ງ ລາດຊະສັກ ຈາກແຂວງ ຊຽງຂວາງ, ທ້າວ ແສງສຸລີ ຈັນທະ ປັນຍາ ຈາກແຂວງໄຊສົມບູນ ເສຍ ໃຫ້ທ້າວ ສຸບິນ ບັນຊາເດດ ຈາກ ແຂວງສາລະວັນ; ຮຸ່ນນໍ້າໜັກ 67 ກິໂລ ທ້າວ ກ້ອງ ຊາຍແດນ ຈາກ ແຂວງເຊກອງ ເສຍໃຫ້ທ້າວ ຄໍາ ເພື່ອນ ແສງຄໍາຢອງ ຈາກແຂວງ ຊຽງຂວາງ, ທ້າວ ບຸນມີ ບຸດດາລາ ຈາກແຂວງຈໍາປາສັກ ເສຍນ໋ອກ ໃຫ້ ທ້າວ ບຸນມາ ຈໍາປາສັກຈາກ ແຂວງ ບໍລິຄໍາໄຊ, ທ້າວ ໄກນະຄອນ ເທບສີເມືອງ ຈາກນະຄອນຫລວງ ວຽງຈັນ ຊະນະ ທ້າວ ດອນຈັນ ເພັດ ມາລາ ຈາກແຂວງຫລວງພະບາງ. ຂ່າວ: ທະນູທອງ 39 40 78 157 ນະຄອນຫລວງວຽງຈັນ ຈຳປາສັກ ໄຊສົມບູນໍ່ ແ້ແ້ ວໍ່ວ ເຊກອງ 2 6 6 14
RkJQdWJsaXNoZXIy MTc3MTYxMQ==