-P'0;k' fy ocfocsj 'mqj 'wssu o]n ok, 19/12/2022 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 8ec]h ;|u 9t,u 3mfmk'vkpk ໂດຍ: ສາວບ້ານໂນນ * ໃນປັດຈຸບັນນີ້ ເມື່ອເວົ້າເຖິງ ເລື່ອງອຸບັດເຫດຕາມທ້ອງຖະໜົນ ແມ່ນເກີດຂຶ້ນເກືອບທຸກໆມື້ ແລະ ເປັນປາກົດການຫຍໍ້ທໍ້ໃນສັງຄົມດັ່ງ ທີ່ພວກເຮົາໄດ້ຮັບຮູ້ທາງສື່ຕ່າງໆ ເປັນຕົ້ນ: ໜັງສືພິມ, ໂທລະພາບ, ໂທລະໂຄ່ງ ແລະ ມີບາງຄົນກໍຈະພົບ ເຫັນດ້ວຍຕົວທ່ານເອງ. ອຸບັດເຫດ ແມ່ນເຫດທີ່ເກີດຂຶ້ນໂດຍບໍ່ຄາດ ຄິດ, ແມ່ນເຫດການທີ່ເກີດຂຶ້ນດ້ວຍ ຄວາມບັງເອີນ ແລະ ດ້ວຍຄວາມບໍ່ ລະມັດລະວັງ, ຖ້າຫາກວ່າມັນເກີດ ຂຶ້ນແລ້ວ ແນ່ນອນວ່າມັນຈະສ້າງ ຄວາມເສຍຫາຍກັບບຸກຄົນ ແລະ ພາຫະນະ, ຜົນເສຍຫາຍທາງດ້ານ ວັດຖຸຊັບສິນ, ຜົນເສຍຫາຍທາງ ດ້ານສຸຂະພາບ, ເຮັດໃຫ້ເສຍເວລາ ໃນການທຳມາຫາກິນ ແລະ ຮ້າຍ ແຮງໄປກວ່ານັ້ນບາງກໍລະນີອາດ ຈະເຮັດໃຫ້ຜູ້ຖືກເຄາະຮ້າຍເສຍຊີ ວິດກໍມີ. ໄລຍະນີ້ ປະເທດຂອງພວກເຮົາ ກຳລັງພັດທະນາ, ພື້ນຖານໂຄງ ລ່າງ ເຊັ່ນ : ໄດ້ສ້ອມແປງເສັ້ນທາງ ທີ່ເປ່ເພ, ຮ່ອງລະບາຍນໍ້າເພື່ອອຳ ນວຍຄວາມສະດວກສະບາຍໃນ ການສັນຈອນໄປມາໃນແຕ່ລະມື້ ແລະ ພາຫະນະກໍມີລັກສະນະເພີ່ມ ຂຶ້ນທຸກໆມື້,ສະນັ້ນ,ຈຶ່ງເຮັດໃຫ້ການ ສັນຈອນມີລັກສະນະແອອັດໂດຍ ສະເພາະເວລາເລັ່ງດ່ວນ ແລະ ຕາມ ຈຸດສີແຍກ, ສວນເຈົ້າໜ້າທີ່ຕຳ ຫລວດຈະລາຈອນຍາມໃດກໍໄດ້ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ໜ້າທີ່ຢ່າງເຂັ້ມງວດ. ນອກນັ້ນ, ກໍໄດ້ມີການໂຄສະນາເຜີຍແຜ່ກົດ ໝາຍວ່າດ້ວຍການຈະລາຈອນ ທາງບົກແລະ ກົດໝາຍອື່ນໆທີ່ກ່ຽວ ຂ້ອງຢູ່ຕາມສະຖາບັນ, ໂຮງຮຽນ ແລະ ຕາມຈຸດທີ່ສຳຄັນເພື່ອໃຫ້ຜູ້ຂັບ ຂີ່ຮັບຮູ້, ເຂົ້າໃຈ, ເຄົາລົບ ແລະ ປະ ຕິບັດລະບຽບກົດຈະລາຈອນຢ່າງ ເຂັ້ມງວດ. ອຸບັດເຫດເກີດຂຶ້ນສ່ວນ ຫລາຍແມ່ນຍ້ອນຜູ້ຂັບຂີ່ລະເມີດ ກົດຈະລາຈອນເຊັ່ນ: ເມົາແລ້ວຂັບ, ຂັບຂີ່ໄວ້ເກີນຂອບເຂດ, ລວງໄຟ ແດງ ແລະ ອື່ນໆ. ໃນເມື່ອເກີດອຸບັດ ເຫດບາງກໍລະນີກໍໄດ້ເອົາຕົວລົບໜີ ຈາກເຫດການອັນນີ້ມັນສ່ອງແສງ ໃຫ້ພວກເຮົາເຫັນເຖິງການຂາດ ນໍ້າໃຈມະນຸດສະທຳຕໍ່ກັນ. ການກະທຳດັ່ງກ່າວແມ່ນຜິດ ຕໍ່ກົດໝາຍອາຍາທີ່ກຳນົດໄວ້ໃນ ມາດຕາ 87 ໄດ້ລະບຸໄວ້ວ່າ. ບຸກຄົນ ຜູ້ໃດຫາກໄດ້ເຮັດໃຫ້ອຸບັດເຫດ ເກີດຂຶ້ນແລ້ວ ລົບໜີຈະຖືກລົງໂທດ ຕັດອິດສະພາບແຕ່ຫົກເດືອນຫາ ສອງປີ ແລະ ຈະຖືກປັບໃໝ່ ແຕ່ 200.000 ກີບ. ຫາ 1.000.000 ກີບ. ຄວາມພະຍາຍາມກໍ່ການກະ ທຳຜິດກໍຈະຖືກລົງໂທດ. ນອກນັ້ນ ຕ້ອງມີຄວາມຮັບຜິດຊອບທາງ ແພ່ງຕື່ມອີກ. ສະນັ້ນ ເພື່ອເຮັດໃຫ້ ບັນຫາອຸບັດເຫດບົນທ້ອງຖະໜົນ ຫລຸດໜ້ອຍ ຂໍຮຽກຮ້ອງມາຍັງຜູ້ ຂັບຂີ່ຈົ່ງຂັບຂີ່ຢ່າງມີສະຕິ, ມີຄວາມ ລະມັດລະວັງສູງ, ໃຫ້ກຽດເຊິ່ງ ກັນ ແລະ ກັນສິ່ງສຳຄັນຕ້ອງພ້ອມ ກັນປະຕິບັດກົດຈະລາຈອນຢ່າງ ເຂັ້ມງວດ, ເພື່ອຫລີກເວັ້ນອຸບັດເຫດ ທີ່ຈະເກີດຂຶ້ນ. ພາບປະກອບ “ຊຽງຂວາງ ພູກູດມີໄຊ ທົ່ງໄຫ ຫີນລືນາມ ສາວງາມ ເມືອງພວນ ເຊີນຊວນທ່ຽວຊົມ ແຂວງວິລະ ຊົນ” ເປັນຄໍາຂວັນຂອງແຂວງຊຽງ ຂວາງ ທີ່ຂຶ້ນຊື່ລືຊາວ່າເປັນດິນແດນ ແຫ່ງທົ່ງໄຫຫີນອັນເປັນຕາໜ້າອັດ ສະຈັນໃຈແຫ່ງໜຶ່ງ ຂອງ ສປປ ລາວ. ແຂວງຊຽງຂວາງຕັ້ງຢູ່ທາງ ພາກເໜືອຂອງ ສປປ ລາວ ມີເນື້ອ ທີ່ທັງໝົດ ກວ່າ 16.000 ກິໂລ ຕາ ແມັດ, ມີປະຊາຊົນຫລາກຫລາຍຊົນ ເຜົ່າອາໄສຢູ່ປະມານ 3 ແສນຄົນ ແລະ ປະກອບດ້ວຍ 7 ເມືອງຄື: ເມືອງແປກ, ເມືອງຄູນ, ເມືອງຄໍາ, ເມືອງຜາໄຊ, ເມືອງພູກູດ, ເມືອງ ໜອງແຮດ ແລະ ເມືອງໝອກ. ແຂວງນີ້ປຽບເໝືອນວິມານ ແຫ່ງທໍາມະຊາດຈອມດອຍ ທີ່ງົດ ງາມ ແລະ ອາກາດທີ່ໜາວເຢັນ ເກືອບຕະຫລອດປີ ຍ້ອນຕັ້ງຢູ່ເທິງ ພູພຽງສູງກວ່າລະດັບນ້ຳທະເລ 1.200 ກວ່າແມັດ ຊຶ່ງມີສັນຍາ ນາມວ່າ “ສະວິດເຊີແລນເມືອງ ລາວ” ແຂວງຊຽງຂວາງເປັນຈຸດ ຍຸດທະສາດອັນສໍາຄັນໃນປະຫວັດ ສາດ ໂດຍສະເພາະໃນປາງສົງຄາມ ທີ່ຖືກຮຸກຮານໂດຍຈັກກະພັດລ່າ ເມືອງຂຶ້ນແບບໃໝ່, ມາຮອດປັດຈຸ ບັນແຂວງດັ່ງກ່າວໄດ້ຮັບການ ພັດທະນາຂຶ້ນຢ່າງຫລວງຫລາຍ ແລະ ມີແຫລ່ງທ່ອງທ່ຽວທີ່ສໍາຄັນ ແລະ ໜ້າດຶງດູດຫລາຍແຫ່ງເມື່ອ ທ່ານເດີນທາງໄປທ່ຽວແຂວງຊຽງ ຂວາງ, ນອກຈາກທ່ານຈະໄດ້ເຫັນ ຄວາມສວຍງາມຂອງສະຖານ ທີ່ຕ່າງໆແລ້ວທ່ານກໍຍັງສາມາດ ຊີມອາຫານພື້ນເມືອງທີ່ມີລົດຊາດ ແຊບຊ້ອຍ ແລະ ມີຊື່ສຽງໂດ່ງດັງ ໂດຍສະເພາະແມ່ນລາບນົກແອ່ນ ຕຸ້ງ, ເຂົ້າໄກ່ນ້ອຍ, ເຫັດຫວາຍ ແລະ ຊຸບຜັກໃບຈອງ ພ້ອມທັງມ່ວນຊື່ນ ກັບການຟັງສຽງຂັບລໍາຊຽງຂວາງ ອັນເປັນເອກະລັກຂອງແຂວງນີ້ ອີກດ້ວຍ. ທ້າຍປີນີ້ ຢູ່ແຂວງຊຽງຂວາງ ມີຫລາຍງານ ແລະ ເທດສະການທີ່ ໜ້າສົນໃຈເຊັ່ນ: ບຸນຖໍ້າປິວ ເມືອງ ຄໍາ, ມະຫາກໍາກິລາແຫ່ງຊາດຊຽງ ຂວາວເກມ, ສະຫລອງໄຫຫີນເປັນ ມໍລະດົກໂລກ, ບຸນກິນຈຽງຂອງ ຊົນເຜົ່າມົ້ງ ປີນີ້ເພີ່ນຈັດຍິ່ງໃຫຍ່, ໄປເບິ່ງດອກໝາກ ໝັ້ນເຖື່ອນບານ. ພ້ອມນີ້ແຂວງຊຽງຂວາງຍັງມີ ຫລາຍສະຖານທີ່ທອງທ່ຽວໜ້າ ສົນໃຈ ແລະ ບໍ່ບໍ່ຄວນພາດເຊັ່ນ: ທົ່ງໄຫຫີນ1(ເມືອງແປກ), ພູເກັງ (ເມືອງແປກ), ພູຊ້າງ (ເມືອງ ແປກ), ບໍ່ນໍ້າອຸ່ນ (ເມືອງຄໍາ), ວັດ ເພຍວັດ (ເມືອງຄູນ), ທາດຝຸ່ນ (ເມືອງຄູນ) ແລະ ອື່ນໆ ຊຶ່ງລ້ວນ ແຕ່ງົດງາມ ແລະ ໜ້າສົນໃຈລໍຄອຍ ໃຫ້ທ່ານໄດ້ໄປສຳຜັດ. ຂປລ. ເມື່ອບໍ່ດົນມານີ້, ສະຫະພັນ ສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ (AFFA) ໄດ້ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ຄັ້ງທີ 32 ພາຍໃຕ້ຫົວຂໍ້ “ຊຸກຍູ້ເສດຖະກິດ ແລະອຸດສາຫະກຳການຂົນສົ່ງໃນພາກ ພື້ນອາຊຽນ ແລະ ອາຊີ, ພາຍຫລັງ ການລະບາດພະຍາດ ໂຄວິດ-19 ເປັນ ບາດກ້າວການຫັນປ່ຽນໃໝ່”. ທີ່ນະ ຄອນຫລວງວຽງຈັນ ສປປ ລາວ ເຊິ່ງ ມີສະມາຊິກ ຈາກ AFFA ເຂົ້າຮ່ວມ. ໃນໂອກາດນີ້, ສະມາຊິກ ສະຫະພັນ ສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ ໄດ້ພ້ອມກັນປຶກສາຫາລືແລກປ່ຽນຄຳ ຄິດຄຳເຫັນ ໂດຍສະເພາະແມ່ນ ສຸມໃສ່ ແກ້ໄຂຄວາມບໍ່ແນ່ນອນຂອງທຸລະກິດ ທີ່ເກີດຈາກການລະບາດຂອງພະຍາດ ໂຄວິດ-19, ບັນຫາຄວາມຕ້ອງການ ສິນຄ້າຂອງສາກົນຍັງຕໍ່າ, ບັນຫາຕູ້ ຄອນເທນເນີ ແລະ ຄວາມວຸ່ນວາຍ ຈາກອັດຕາຄ່າຂົນສົ່ງທີ່ສູງໃນໄລຍະ ເກີດການແພ່ລະບາດຂອງພະຍາດໂຄ ວິດກ້າວໄປສູ່ລາຄາທີ່ຕໍ່າລົງ. ສະຫະ ພັນສະມາຄົມ ຜູ້ຂົນສົ່ງສິນຄ້າອາຊຽນ ຮັບຮູ້ວ່າ ອຸດສາຫະກໍາການຂົນສົ່ງ ແລະ ໂລຈິສຕິກ ມີໂອກາດຂະຫຍາຍຕົວ ແລະ ມີທິດທາງໃໝ່ ທີ່ຈະພັດທະນາໃນ ຊຸມປີຂ້າງໜ້າ; ເຖິງຢ່າງໃດກໍຕາມ ຍັງ ມີສິ່ງທ້າທາຍໃນບັນຫາ ທີ່ຈະຕ້ອງ ປະເຊີນໜ້າ. ການຫັນເປັນທຸລະກິດ, ການຮ່ວມມືເຊິ່ງກັນແລະກັນລະຫວ່າງ ບັນດາສະມາຊິກດ້ວຍກັນ ແລະ ບັນດາ ຄູ່ຮ່ວມມືຂອງຕົນຢູ່ທົ່ວໂລກ ໂດຍສະ ເພາະພາຍໃນບັນດາປະເທດອາຊຽນ ແລະ ປາຊີຟິກ, ການສ້າງຄວາມສາ ມາດທີ່ດີເລີດ ແລະ ຄວາມເຂົ້າໃຈກັບ ຍຸກດີຈີຕອນ ໃຫ້ດີໆຈະຊ່ວຍການປະ ຕິບັດຂໍ້ລິເລີ່ມທັງໝົດ ຂອງຂະແໜງ ການຂົນສົ່ງ ແລະ ໂລຈິສຕິກ ທີ່ກອງເລ ຂາອາຊຽນໄດ້ວາງອອກໄວ້ໄດ້ຫລາຍ. ທ່ານ Satvinder Singh ຮອງ vk[2k -5 dp6h glf4tdy f c]t v5 fltstde0q olqj ' .orkdrN o ເລຂາທິການໃຫຍ່ອາຊຽນ ສຳລັບ ປະຊາຄົມເສດຖະກິດອາຊຽນ ໄດ້ກ່າວ ວ່າ: ສະຫະພັນສະມາຄົມ ຜູ້ຂົນສົ່ງ ສິນຄ້າອາຊຽນ ມີບົດບາດສຳຄັນໃນ ຂະແໜງການຂົນສົ່ງຂອງພາກພື້ນ ອາຊຽນ ແລະ ຂົງເຂດອຶ່ນໆ ປະກອບ ສ່ວນໃນການພັດທະນາເສດຖະກິດ ອາຊຽນ; ປັດຈຸບັນອຸດສາຫະກຳຂົນສົ່ງ ແລະ ໂລຈິສຕິກ ແມ່ນມີບົດບາດອັນ ໃຫຍ່ຫລວງ ທັງຮັບປະກັນການຈໍລະ ຈອນສິນຄ້າ ຢູ່ພາຍໃນພາກພື້ນ, ນອກ ພາກພື້ນ ແລະ ຮັບປະກັນຂະບວນການ ຂົນສົ່ງຜ່ານແດນລຽບຕາມຂໍ້ລິເລີ່ມ ຂອງອາຊຽນ. ໃນໂອກາດດຽວກັນ ທ່ານ ວຽງສະ ຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ກ່າວວ່າ: ລັດຖະບານລາວ ຈະໃຫ້ ການສະໜັບສະໜູນ ຂົງເຂດຂົນສົ່ງ ອາຊຽນຢ່າງຕັ້ງໜ້າ ທັງນີ້ກໍເພື່ອຮັບປະ ກັນການຈໍລະຈອນສິນຄ້າ ພາຍໃນ ພາກພື້ນໄດ້ຢ່າງວ່ອງໄວ; ນອກຈາກນີ້ ກໍຍັງຕ້ອງການຫັນ ສປປ ລາວ ຈາກປະ ເທດປິດກາຍເປັນ “ປະເທດເຊື່ອມ ຈອດ” ແລະ ຮັບປະກັນການເຊື່ອມ ໂຍງເຂົ້າກັບອາຊຽນ ໂດຍສະເພາະ ແມ່ນກັບພາກພື້ນ ແລະ ສປ ຈີນ. ໃນໂອກາດດັ່ງກ່າວ ບັນດາສະມາ ຊິກ ສະຫະພັນສະມາຄົມ ຜູ້ຂົນສົ່ງສິນ ຄ້າອາຊຽນ ກໍໄດ້ເລືອກຕັ້ງຄະນະຊຸດ ໃໝ່ ຜ່ານການຄັດເລືອກເຫັນວ່າ ທ່ານ Alvin Chua Seng Wah ມາ ຈາກປະເທດມາເລເຊຍ ເປັນປະທານ ສະຫະພັນສະມາຄົມ ຜູ້ຂົນສົ່ງສິນຄ້າ ອາຊຽນ (AFFA) ຜູ້ໃໝ່ ໃນສະໄໝ 2022 ຫາ 2024, ພ້ອມທັງໄດ້ສະແດງ ວິໄສທັດ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ດຳເນີນບັນດາໂຄງການທີ່ວາງ ໄວ້ ເຊິ່ງສະຫະພັນສະມາຄົມ ຜູ້ຂົນສົ່ງ ສິນຄ້າອາຊຽນ ຈະສືບຕໍ່ມີບົດບາດໃໝ່ ທີ່ໃຫຍ່ກວ່າເກົ່າໃນອຸດສາຫະກໍາການ ຂົນສົ່ງ ແລະ ໂລຈິສຕິກ ເພື່ອການພັດ ທະນາທີ່ດີກວ່າ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==