5519

-6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko 19/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກສະບັບກ່ອນ *** ສິບສອງ: ບັນລຸເປົ້າໝາຍສູ້ຊົນໃນ ການສ້າງຕັ້ງກອງທັບປົດປ່ອຍປະຊາຊົນ ຈີນຄົບຮອບ 100 ປີ ສ້າງສະພາບໃໝ່ ແຫ່ງຄວາມທັນສະໄໝດ້ານການປ້ອງ ກັນປະເທດ ແລະກອງທັບ ການບັນລຸເປົ້າໝາຍສູ້ຊົນໃນໂອກາດ ກອງທັບປົດປ່ອຍປະຊາຊົນຈີນສ້າງຕັ້ງ ຂຶ້ນຄົບຮອບ 100 ປີຕາມກຳນົດເວລາ, ເລັ່ງສ້າງກອງທັບປະຊາຊົນໃຫ້ເປັນ ກອງທັບລະດັບແຖວໜ້າຂອງໂລກເປັນ ຄວາມຮຽກຮ້ອງຕາມຍຸດທະສາດແຫ່ງ ການສ້າງສາປະເທດສັງຄົມນິຍົມທັນສະ ໄໝຢ່າງຮອບດ້ານ. ຕ້ອງຈັດຕັ້ງປະຕິບັດ ແນວຄິດຂອງພັກໃນການສ້າງກອງທັບ ໃຫ້ເຂັ້ມແຂງໃນຍຸກໃໝ່, ຈັດຕັ້ງປະຕິບັດ ທິດທາງຍຸດທະສາດການທະຫານໃນຍຸກ ໃໝ່, ຍຶດໝັ້ນໃນການນຳພາແບບເດັດຖານ ຂອງພັກທີ່ມີຕໍ່ກອງທັບປະຊາຊົນ, ຍຶດໝັ້ນ ໃນການສ້າງກອງທັບດ້ວຍການເມືອງ, ສ້າງກອງທັບໃຫ້ເຂັ້ມແຂງດ້ວຍ ການປະ ຕິຮູບ, ສ້າງກອງທັບໃຫ້ເຂັ້ມແຂງດ້ວຍ ວິທະຍາສາດເຕັກນິກ, ສ້າງກອງທັບໃຫ້ ເຂັ້ມແຂງ ດ້ວຍຜູ້ມີຄວາມຮູ້ຄວາມສາ ມາດ, ຄຸ້ມຄອງກອງທັບຕາມກົດໝາຍ, ຍຶດໝັ້ນໃນຫລັກການທັງຕໍ່ສູ້, ທັງກຽມ ພ້ອມສູ້ຮົບ, ທັງກໍ່ສ້າງໄປພ້ອມ, ຍຶດໝັ້ນ ໃນການພັດທະນາແບບເຊື່ອມໂຍງການ ຫັນເປັນກົນຈັກ, ຫັນເປັນເຕັກໂນໂລຊີຂໍ້ ມູນຂ່າວສານ ແລະ ຫັນເປັນແບບອັດສະ ລິຍະ, ເລັ່ງການຫັນເປັນທັນສະໄໝໃນ ດ້ານທິດສະດີການທະຫານ, ດ້ານຮູບ ແບບການຈັດຕັ້ງຂອງກອງທັບ, ດ້ານພະ ນັກງານ-ນັກຮົບ ແລະດ້ານອາວຸດຍຸດໂທ ປະກອນ, ຍົກສູງຄວາມສາມາດທາງຍຸດ ທະສາດໃນການປົກປ້ອງອະທິປະໄຕ, ຄວາມໝັ້ນຄົງແລະຜົນປະໂຫຍດດ້ານ ການພັດທະນາຂອງປະເທດຊາດ, ປະຕິ ບັດພາລະໜ້າທີ່ຂອງ ກອງທັບປະຊາຊົນ ໃນຍຸກໃໝ່ຢ່າງມີປະສິດທິຜົນ. ການເພີ່ມທະວີການກໍ່ສ້າງພັກຂອງ ກອງທັບປະຊາຊົນຢ່າງຮອບດ້ານ, ຕ້ອງ ຮັບປະກັນໃຫ້ກອງທັບປະຕິບັດຕາມ ການບັນຊາການຂອງພັກຕະຫລອດໄປ. ບູລະນະ ແລະ ປະຕິບັດຕາມລະບຽບການ ແລະກົນໄກວ່າດ້ວຍຄວາມຮັບຜິດຊອບ ໂດຍປະທານຄະນະກຳມະການການທະ ຫານ. ລົງເລິກການຝຶກຝົນຫລໍ່ຫລອມ ດ້ວຍທິດສະດີປະດິດສ້າງຂອງພັກ, ດຳ ເນີນຂະບວນການສຶກສາອົບຮົມແລະປະຕິ ບັດຕົວຈິງໃນຫົວຂໍ້“ຮຽນຮູ້ແນວຄິດການ ສ້າງກອງທັບໃຫ້ເຂັ້ມແຂງ, ສ້າງຄຸນງາມ ຄວາມດີໃນພາລະກິດສ້າງກອງທັບໃຫ້ ເຂັ້ມແຂງ”. ເພີ່ມທະວີການຮຽນຮູ້ ແລະ ສຶກສາອົບຮົມປະຫວັດສາດຂອງກອງ ທັບ, ພັດທະນາວັດທະນະທຳສ້າງກອງ ທັບເຂັ້ມແຂງໃຫ້ຈະເລີນກ້າວໜ້າ, ເພີ່ມ ທະວີການບຳລຸງສ້າງຈິດໃຈສູ້ຮົບ. ເສີມ ສ້າງລະບົບການຈັດຕັ້ງພັກຂອງກອງທັບ ປະຊາຊົນໃຫ້ເຂັ້ມແຂງ, ຊຸກຍູ້ການປັບ ປຸງສຶກສາອົບຮົມດ້ານການເມືອງຢ່າງ ເປັນປົກກະຕິ ແລະເປັນລະບຽບການ, ຍຶດໝັ້ນໃນການປັບປຸງແບບແຜນ, ເຂັ້ມ ງວດລະບຽບວິໄນແລະຕ້ານການສໍ້ລາດ ບັງຫລວງຢ່າງບໍ່ລົດລະ. ເພີ່ມທະວີການຫັດແອບການທະຫາ ນເພື່ອກຽມພ້ອມສູ້ຮົບຢ່າງຮອບດ້ານ, ຍົກສູງຄວາມສາມາດໃນການຕໍ່ສູ້ເອົາ ຊະນະຂອງກອງທັບປະຊາຊົນ. ຄົ້ນຄວ້າ ແລະ ກຳແໜ້ນຈຸດພິເສດແລະກົດເກນ ຂອງສົງຄາມທີ່ຫັນເປັນເຕັກໂນໂລຊີຂໍ້ ມູນຂ່າວສານແລະອັດສະລິຍະ, ປະດິດ ສ້າງການຊີ້ນຳຍຸດທະສາດການທະຫານ, ພັດທະນາຍຸດທະສາດ ແລະຍຸດທະວິທີ ສູ້ຮົບຂອງສົງຄາມປະຊາຊົນ. ສ້າງລະ ບົບກຳລັງເກງຂາມທາງຍຸດທະສາດທີ່ ເຂັ້ມແຂງ, ເພີ່ມອັດຕາສ່ວນຂອງກຳລັງ ສູ້ຮົບໃນຂົງເຂດໃໝ່ ແລະແບບໃໝ່, ເລັ່ງ ພັດທະນາກຳລັງສູ້ຮົບແບບອັດຕະໂນມັດ ແລະອັດສະລິຍະ, ປະສົມປະສານການກໍ່ ສ້າງ ແລະ ນຳໃຊ້ລະບົບເຕັກນິກເຄືອຂ່າຍ ອິນເຕີເນັດ ແລະ ຂໍ້ມູນຂ່າວສານໃຫ້ເປັນ ເອກະພາບກັນ. ປັບປຸງລະບົບບັນຊາການ ສູ້ຮົບປະສົມໃຫ້ມີລະດັບສູງຂຶ້ນ, ຊຸກຍູ້ ການສ້າງລະບົບ ແລະ ຄວາມສາມາດ ໃນການສອດແນມເຕືອນໄພລ່ວງໜ້າ, ຮ່ວມສຳພັນໂຈມຕີ, ການຄ້ຳປະກັນທາງ ສະໜາມຮົບ, ການຮັບປະກັນສັງລວມ. ລົງເລິກຊຸກຍູ້ການຝຶກແອບການທະຫານ ແບບສູ້ຮົບຈິງ, ລົງເລິກການຫັດແອບ ແບບປະສົມ, ຫັດແອບແບບຕໍ່ຕ້ານກັນ, ຝຶກແອບການທະຫານດ້ວຍວິທະຍາສາດ ເຕັກນິກ. ເພີ່ມທະວີການນຳໃຊ້ກຳລັງ ການທະຫານຢ່າງເປັນປົກກະຕິ ແລະ ມີຄວາມຫລາກຫລາຍ, ເດັດດ່ຽວດຳເນີນ ການຕໍ່ສູ້ທາງການທະຫານຢ່າງຄ່ອງ ແຄ້ວ, ສ້າງສະພາບການຄວາມໝັ້ນຄົງ, ສະກັດກັ້ນ ແລະ ຄວບຄຸມວິກິດການ ແລະ ການປະທະກັນ, ໃຫ້ເອົາຊະນະໃນສົງ ຄາມພາກພື້ນ. ຕ້ອງເພີ່ມທະວີການຄຸ້ມຄອງການທະ ຫານຢ່າງຮອບດ້ານ, ປັບປຸງແລະເສີມ ຂະຫຍາຍໝາກຜົນແຫ່ງການປະຕິຮູບ ການປ້ອງກັນປະເທດແລະກອງທັບ, ບູ ລະນະໂຄງປະກອບກຳລັງການທະຫານ ໃຫ້ສົມບູນ, ປັບປຸງລະບຽບການນະໂຍ ບາຍການທະຫານໃຫ້ເປັນລະບົບແລະມີ ປະສິດທິພາບສູງຂຶ້ນ. ເພີ່ມທະວີການວາງ ແຜນເປັນເອກະພາບກັນກ່ຽວກັບການສູ້ ຮົບ, ການກໍ່ສ້າງແລະການກຽມພ້ອມສູ້ ຮົບໃນໜ້າທີ່ສຳຄັນແຫ່ງການກໍ່ສ້າງການ ປ້ອງກັນປະເທດແລະກອງທັບ, ເລັ່ງສ້າງ ພະລາທິການໃຫ້ຫັນເປັນທັນສະໄໝ, ປະຕິ ບັດ ໂຄງການສຳຄັນແຫ່ງວິທະຍາສາດ ເຕັກນິກ ແລະ ອາວຸດຍຸດໂທປະກອນປ້ອງ ກັນປະເທດ, ເລັ່ງໃຫ້ວິທະຍາສາດເຕັກນິກ ຫັນເປັນກຳລັງສູ້ຮົບ. ລົງເລິກການປະຕິ ຮູບວິທະຍາຄານຂອງກອງທັບ, ສ້າງ ຄວາມເຂັ້ມແຂງໃຫ້ກັບລະບົບບຳລຸງສ້າງ ຜູ້ມີຄວາມຮູ້ຄວາມສາມາດດ້ານການ ທະຫານແບບໃໝ່, ປະດິດສ້າງການຄຸ້ມ ຄອງຊັບພະຍາກອນມະນຸດການທະຫານ. ເພີ່ມທະວີການສ້າງກົນໄກແລະວາງແຜນ ຍຸດທະສາດໃນດ້ານການຄຸ້ມຄອງກອງ ທັບຕາມກົດໝາຍ, ບູລະນະລະບົບລະ ບຽບກົດໝາຍການທະຫານທີ່ມີສີສັນ ພິເສດຂອງຈີນ. ປັບປຸງການຄຸ້ມຄອງ ຍຸດທະສາດ, ຍົກສູງປະສິດທິພາບການ ປະຕິບັດງານຂອງລະບົບການທະຫານ ແລະຍົກສູງປະສິດທິຜົນດ້ານການນຳໃຊ້ ຊັບພະຍາກອນປ້ອງກັນປະເທດ. *** ອ່ານຕໍ່ສະບັບໜ້າ *** ltrk[= ]y sko ]a f;y lkstdy f s;pra fmtok ;k'dt8j kfvdw,h 16j ry ry mtra o wdlvo rq ,;y sko gxu f'kolt8kfva [ ]k; 2022 lh k'cI'-5 dp6h m5 ]tdy fg]uj ,.\j ຂປລ. ກົມສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງອຸດ ສາຫະກຳ ແລະ ການຄ້າ ຮ່ວມກັບ ກະ ຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມການຄ້າ ICT ລາວ ເປີດ ງານສະຕາດອັບເຟສ ຕິໂວລາວ 2022 (Lao Startup Festival 2022) ໃນວັນທີ 16 ທັນວາ 2022 ເພື່ອສ້າງ ແຮງກະຕຸກຊຸກຍູ້ ແລະ ເປັນເວທີໃຫ້ ບັນດາທຸລະກິດສະຕາດອັບ(ທຸລະກິດ ລິເລີ່ມໃໝ່), ຊາວໜຸ່ມ-ນັກສຶກສາ ແລະ ບຸກຄົນທີ່ສົນໃຈເຮັດທຸລະກິດສະຕາດ ອັບໄດ້ສະແດງຜົນງານ,ການແລກປ່ຽນ ບົດຮຽນດ້ານເຕັກໂນໂລຊີ ແລະ ນະວັດ ຕະກຳ ເພື່ອເປັນການສ້າງເຄື່ອຂ່າຍ ຂອງສະຕາດອັບ ແລະ ເປັນໂອກາດອັນ ດີໃນການເຜີຍແຜ່ຄວາມຮູ້ກ່ຽວກັບ ວຽກງານສະຕາດອັບໃຫ້ສັງຄົມໄດ້ເຂົ້າ ໃຈຫລາຍຂຶ້ນ. ທ່ານບຸນເພັງສີບຸນເຮືອງຫົວໜ້າກົມ ສົ່ງເສີມ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ກະຊວງອຸດສາຫະກຳ ແລະການຄ້າໄດ້ໃຫ້ຮູ້ວ່າ: ການຈັດງານ Lao Startup Festival 2022 ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໂດຍສະເພາະແມ່ນວຽກ ສົ່ງເສີມການສ້າງສະຕາດອັບໃຫ້ແກ່ຈຸນ ລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ (ຈນກ) ຖືເປັນກິດຈະ ກໍາໜຶ່ງ ທີ່ຜັນຂະຫຍາຍແຜນວຽກ ຂອງກະຊວງອຸດສາຫະກໍາ ແລະ ການ ຄ້າ ພາຍໃຕ້ກອບນະໂຍບາຍ “ແຜນແມ່ ບົດສຶກສາການຊຸກຍູ້ ແລະ ພັດທະນາ ທຸລະກິດລິເລີ່ມ (ສະຕາດອັບ)” ໃນໄລ ຍະກ້າວສູ່ເສດຖະກິດດີຈິຕອນ ທີ່ລັດຖະ ບານ ໄດ້ຮອງຮັບຢ່າງເປັນທາງການ ໃນກອງປະຊຸມຄະນະລັດຖະບານ ປະ ຈຳເດືອນສິງຫາ 2021 ຜ່ານມາ, ທັງ ເປັນການຜັນຂະຫຍາຍກົດໝາຍສົ່ງ ເສີມ ຈນກ ແລະ ແຜນພັດທະນາ ຈນກ 2021-2025 ທີ່ໄດ້ຖືກຮັບຮອງໃນປີ 2022. ນອກນີ້, ຍັງເປັນການສົ່ງເສີມ ວຽກງານການຄຸ້ມຄອງ ແລະ ສົ່ງເສີມ ທຸລະກິດສະຕາດອັບ ເພື່ອສາມາດເຂົ້າ ເຖິງຕະຫລາດທັງພາຍໃນ ແລະ ຕ່າງ ປະເທດ, ການເຜີຍແຜ່ສ້າງຈິດສຳນຶກ ໃຫ້ແກ່ຜູ້ປະກອບກິດຈະການ ທຸລະກິດ ສະຕາດອັບກ່ຽວກັບກົດໝາຍ ແລະ ລະບຽບການທາງດ້ານສະຕາດອັບ ຕິດພັນກັບການສ້າງ ແລະ ພັດທະນາຜູ້ ປະກອບກິດຈະການໃໝ່ ຫລື ທຸລະກິດ ສະຕາດອັບ ເຊິ່ງເປັນນະໂຍບາຍຈຸດສຸມ ໜຶ່ງ ທີ່ນອນໃນແຜນພັດທະນາ ຈນກ 2021-2025. ງານດັ່ງກ່າວຈະດຳເນີນໄປຮອດ ວັນທີ 18 ທັນວາ 2022 ປະກອບມີ ຫລາຍກິດຈະກຳເປັນຕົ້ນ ການວາງສະ ແດງຜົນງານສະຕາດອັບ ຈາກພາຍໃນ ຂປລ. ຄະນະສະພາບໍລິຫານ, ຄະນະ ອໍານວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ນໍາໂດຍ ທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະ ຊວງການເງິນ, ປະທານສະພາບໍລິ ຫານບໍລິສັດລັດວິສາຫະກິດ ຫວຍພັດ ທະນາ, ທ່ານ ຄຳເຜັ່ນ ບຸບຜາວົງ ຜູ້ອໍາ ນວຍການບໍລິສັດລັດວິສາຫະກິດ ຫວຍ ພັດທະນາ, ມີບັນດາຄະນະກໍາມະການ, ຕົວແທນຈໍາໜ່າຍຫວຍພັດທະນາ ປະ ຈໍານະຄອນຫລວງວຽງຈັນໄດ້ເຂົ້າວາງ ກະຕ່າດອກໄມ້ ເນື່ອງໃນໂອກາດສະ ເຫລີມສະຫລອງວັນປະຫວັດສາດ ຂອງ ຊາດວັນທີ2ທັນວາຄົບຮອບ47ປີແລະ ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ໃນວັນທີ 14 ທັນວາ 2022 ນີ້, ທີ່ຫໍພິພະທະພັນ ໄກສອນ ພົມວິຫານ. ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບ ຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນ ງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດ ຂອງຕົນເພື່ອຜົນປະໂຫຍດລວມຂອງ ຊາດ, ເພື່ອອະນາຄົດຂອງລູກຫລານ ບັນດາເຜົ່າ, ທ່ານໄດ້ສຸມສະຕິປັນຍາ ເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງ ດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະ ຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນ ລາວບັນດາເຜົ່າຕະຫລອດກາລະນານ. ປະທານ ໄກສອນ ພົມວິຫານ ແມ່ນ ນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະ ເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະ ຫລາດຫລັກແຫລມ, ມີໄຫວພິບອັນ ແຫລມຄົມ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວ ແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນ ວິລະບູລຸດຂອງຊາດລາວເຮົາ. ໃນໂອກາດດຽວກັນ, ຄະນະສະພາ ບໍລິຫານ, ຄະນະອໍານວຍການ, ພະນັກ ງານບໍລິສັດລັດວິສາຫະກິດຫວຍພັດ ທະນາ ແລະ ຕົວແທນຈໍາໜ່າຍຫວຍ ພັດທະນາ ປະຈໍານະຄອນຫລວງວຽງ ຈັນ ຍັງໄດ້ເຂົ້າຢຽມຊົມຫ້ອງວາງແດງ ຮູບພາບການເຄື່ອນໄຫວ ໃນສະໄໝປະ ຫວັດສາດຂອງ ປະທານ ໄກສອນ ພົມ ວິຫານ ແລະ ໄດ້ມອບເງິນຈຳນວນ 40 ລ້ານກີບ ເພື່ອປະກອບສ່ວນປົກປັກຮັກ ສາໃຫ້ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ, ຕ່າງໜ້າມອບໂດຍ ທ່ານ ສົມບູນ ອິນທະປັດຖາ ແລະຕາງ ໜ້າຮັບໂດຍ ທ່ານ ນາງ ອ່ອນຈັນ ສຸວັນ ນະແສງ ຮອງຫົວໜ້າກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນ ສະຖານຜູ້ນຳປະຕິບັດ ໂດຍມີພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ຂ່າວ-ພາບ: ກະຊວງການເງິນ ຂປລ.ໃນວັນທີ 9 ທັນວາ 2022, ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ ຈັດກອງປະຊຸມສະຫລຸບຜົນງານການຈັດ ຕັ້ງປະຕິບັດວຽກງານ ປະຈໍາປີ 2022, ວາງທິດທາງແຜນການປະຈຳປີ 2023, ພ້ອມທັງ ຍ້ອງຍໍຜົນງງານ 5 ປີ(20162020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງ ພັກ, ຫົວໜ້າ ຄຈສພ, ມີບັນດາຄະນະພັກ, ຮອງຫົວໜ້າ ຄຈສພ, ຄະນະກົມ-ຫ້ອງ ການ, ພະນັກງານ-ລັດຖະກອນ ພ້ອມດ້ວຍ ພະນັກງານບຳນ ານເຂົ້າຮ່ວມ. ກອງປະຊຸມ ໄດ້ຜ່ານຮ່າງບົດສະຫລຸບ ຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກ ງານຂອງ ຄຈ ສພ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023, ທັງ ເປັນການທົບທວນຄືນການຈັດຕັ້ງຜັນ ຂະຫຍາຍ ມະຕິກອງປະຊຸມວຽກງານ ຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິ ກອງ ປະຊຸມໃຫຍ່ອົງຄະນະພັກ ຄຈສພ ຄັ້ງທີ IX ແລະ ຄົ້ນຄວ້າເຊື່ອມຊຶມມະຕິກອງປະ ຊຸມໃຫຍ່ຄັ້ງທີXI ຂອງພັກ ໃນຂົງເຂດວຽກ ງານກໍ່ສ້າງພັກ-ພະນັກງານ ແລະ ການ ປັບປຸງກົງຈັກການຈັດຕັ້ງ ໃຫ້ມີບາດກ້າວ ຫັນປ່ຽນຢ່າງຕັ້ງໜ້າ ເຊິ່ງໃນປີ 2022 ນີ້ ໄດ້ມີຜົນສຳເລັດຫລາຍດ້ານ ໂດຍສະເພາະ ແມ່ນການສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຢູ່ ບັນດາອົງຄະນະພັກ ກະຊວງ-ອົງການ ແລະ ທ້ອງຖິ່ນ; ໄດ້ປັບປຸງ ແລະ ສ້າງນິຕິກໍາ ຈໍານວນໜຶ່ງ; ປັບປຸງພາລະບົດບາດ ແລະ ຫລຸດກົງຈັກການຈັດຕັ້ງບາງຂະແໜງ ການ. ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຫລາຍບັນ ຫາທີ່ບໍ່ທັນຕອບສະໜອງໄດ້ກັບການເລັ່ງ ທວງ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານການເມືອງ ຂອງພັກ-ລັດ ໃນເງື່ອນໄຂໃໝ່. ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນບາງ ບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ກໍຄືບັນ ຫາທີ່ບໍ່ທັນໄດ້ເຮັດ ຫລື ເຮັດບໍ່ທັນສໍາເລັດ ຕາມແຜນການກໍານົດໄວ້ ຫລື ໄດ້ເຮັດແຕ່ ບໍ່ທັນຄົບຖ້ວນເລິກເຊິ່ງ, ພ້ອມກັນຊອກຫາ ສາເຫດ ແລະ ປຶກສາຫາລື, ຊອກຫາວິທີ ການ, ມາດຕະການໃນການຈັດຕັ້ງປະຕິບັດ ໃນປີຕໍ່ໜ້າ, ແນໃສ່ປັບປຸງກົນໄກລະບົບ ການເຮັດວຽກ, ການນໍາພາ-ຊີ້ນໍາ ທີ່ແທດ ເໝາະກັບການປະຕິບັດວຽກງານຕົວຈິງ ໃຫ້ດີກວ່າເກົ່າ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມ ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ ຮ່າງບົດສະຫລຸບຕາມຄຳຖາມເຈາະຈີ້ມ ຂອງປະທານກອງປະຊຸມຢ່າງກົງໄປກົງ ມາແບບສ້າງສັນ. ໂອກາດນີ້ ໄດ້ມີພິທີຍ້ອງຍໍຜົນງານ 5 ປີ (2016-2020) ແລະ ເປີດຂະບວນ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ເພື່ອເປັນການຊຸກຍູ້ໃຫ້ ພະນັກງານ-ລັດຖະກອນ ມີຄວາມບຸກບືນ ຫ້າວຫັນ ສືບຕໍ່ປະຕິບັດໜ້າທີ່ການເມືອງ ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພ າບ ແລະ ປະສິດທິຜົນຢ່າງຈົບງາມ. ຜ່ານ ຂະບວນດັ່ງກ່າວ ມີພະນັກງານ-ລັດຖະ ກອນ ໄດ້ຮັບຫລຽນໄຊແຮງງານຊັ້ນ I ຈຳນວນ 10 ສະຫາຍ, ຍິງ 2 ສະຫາຍ; ຫລຽນໄຊແຮງງານຊັ້ນ II ຈຳນວນ 32 ສະຫາຍ, ຍິງ 6 ສະຫາຍ; ຫລຽນໄຊແຮງ ງານຊັ້ນ III ຈຳນວນ 22 ສະຫາຍ, ຍິງ 5 ສະຫາຍ; ຫລຽນກາແຮງງານຈຳ ນວນ 52 ທ່ານ, ຍິງ21 ທ່ານ; ໃບຍ້ອງຍໍ ລັດຖະບານຈຳນວນ 41 ທ່ານ, ຍິງ 21 ທ່ານ ແລະ ໃບຍ້ອງຍໍ ຄຈສພ ຈຳນວນ 21 ສະຫາຍ, ຍິງ 7 ສະຫາຍ. ໂອກາດນີ້, ສະຫາຍ ຫົວໜ້າ ຄຈສພ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນ ດາຜູ້ທີ່ໄດ້ຮັບການຍ້ອງຍໍ ແລະຮຽກຮ້ອງ ໃຫ້ບັນດາສະຫາຍເຫລົ່ານັ້ນ ຈົ່ງສືບຕໍ່ເອົາ ໃຈໃສ່ເປັນແບບຢ່າງ ໃນການຈັດຕັ້ງປະ ຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສູງ ຂຶ້ນກວ່າເກົ່າ, ພ້ອມຊີ້ນຳໃຫ້ຄະນະພັກ, ຄະນະນຳ ຄຈສພ ຊຸກ ຍູ້-ຕິດຕາມກໍ່ສ້າງພະ ນັກງານ ທີ່ຍັງບໍ່ໄດ້ຮັບການຍ້ອງຍໍໃນຄັ້ງ ນີ້ຢ່າງໃກ້ຊິດ ເພື່ອເຮັດໃຫ້ເຂົາເຈົ້າກາຍ ເປັນພະນັກງານທີ່ດີເດັ່ນໃນຕໍ່ໜ້າ ແລະ ເຮັດໃຫ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ບັນ ລຸຜົນສຳເລັດຕາມລະດັບຄາດໝາຍ. ພາບ: ບານມູນປະເສີດ; ຂ່າວ: ສ.ສົດໃສ 79lr lts]5 [zq o'ko 2022 rh v,gxu f 0t[;oc0j '0a o Ia d-kf c]t ra fmtok ແລະ ຕ່າງປະເທດ, ເວທີສົນທະນາ ແລະ ແລກປ່ຽນບົດຮຽນຈາກຜູ້ປະກອບ ກິດ ຈະການສະຕາດອັບຈາກພາຍໃນ ແລະ ຕ່າງປະເທດ, ເວທີການແຂ່ງຂັນ ສະຕາດອັບລາວ (Lao Startup Award) ເຊິ່ງປີນີ້ໄດ້ມີຜູ້ເຂົ້າຮ່ວມສະ ໝັກຈໍານວນ 50 ກວ່າຫົວໜ່ວຍ. ທ່ານ ບຸນເຖິງ ດວງສະຫວັນ ຮອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການສົ່ງເສີມ ສະ ຕາດອັບ ຢູ່ປະເທດເຮົາແມ່ນຍັງຢູ່ໃນໄລ ຍະເລີ່ມຕົ້ນ ເຊິ່ງສະພາບການສົ່ງເສີມ ແລະ ດຳເນີນທຸລະກິດ ສະຕາດອັບ ຍັງ ມີຂໍ້ຈຳກັດຫລາຍສົມຄວນ ໂດຍສະ ເພາະລະບົບນິເວດທາງທຸລະກິດ ຫລື ecosystem ຍັງມີຫລາຍອົງປະກອບ ທີ່ບໍ່ທັນສົມບູນ ຫລື ຍັງຂາດ ເຊັ່ນ: ລະ ບົບການລົງທຶນຮ່ວມ ເພື່ອເຂົ້າເຖິງ ແຫລ່ງທຶນ, ນິຕິກຳຄຸ້ມຄອງ ແລະ ສົ່ງ ເສີມສະເພາະ, ການຮ່ວມມືກັບສະຖາ ບັນການສຶກສາດ້ານການພັດທະນາ ແພັດຟອມ ຫລື ທຸລະກິດ, ນະໂຍບາຍ ດ້ານພາສີ-ອາກອນສະເພາະ ແລະ ທີ່ສຳ ຄັນແມ່ນຄວາມຮັບຮູ້ ແລະ ເຂົ້າໃຈຂອງ ສັງຄົມຕໍ່ກັບທຸລະກິດປະເພດ ສະຕາດ ອັບ. ຍ້ອນເຫດຜົນດັ່ງກ່າວນີ້, ຈິ່ງເຫັນ ວ່າການພັດທະນາທຸລະກິດປະເພດ ສະຕາດອັບ ຢູ່ບ້ານເຮົາມີຄວາມຊັກຊ້າ, ຈຳນວນຫົວໜ່ວຍທຸລະກິດ ສະຕາດອັບ ແມ່ນຍັງມີໜ້ອຍ. ເຖິງແນວໃດກໍຕາມ, ຂ້າພະເຈົ້າຍັງເຊື່ອໝັ້ນວ່າ ການສົ່ງເສີມ ທຸລະກິດດັ່ງກ່າວ ຢູ່ສປປ ລາວ ຍັງມີໂອ ກາດໃນການພັດທະນາ ແລະ ຂະຫຍາຍ ຕົວໃນຕໍ່ໜ້າ. ຂ່າວ: ມະນີທອນ

RkJQdWJsaXNoZXIy MTc3MTYxMQ==