5519

19/12/2022 xtgmf]k; 3 0j k; c]t gsfdko co;7y f-U oe0v'xtmko wdlvo rq ,;y sko .o;Pd'kodkolb dlk gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ll- xtdv[7egsa o .lj Ij k'dq f\kp;j kfh ;pdkod;fdk]a f ທຸກສາຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ; ໄດ້ສໍາເລັດການລຶບລ້າງຄວາມບໍ່ ຮູ້ໜັງສືໃຫ້ປະຊາຊົນ ໂດຍພື້ນຖານ; ໄດ້ເຮັດໃຫ້ນັກຮຽນ-ນັກສຶກສາມີ ແບບແຜນດຳລົງຊີວິດ ທີ່ປອດໃສ, ມີນ້ຳໃຈຮັກຊາດຮັກລະບອບໃໝ່,ຮູ້ ເສີມຂະຫຍາຍມູນເຊື້ອທີ່ດີງາມຂອງ ຊາດ ເຮັດໃຫ້ໂສມໜ້າທາງດ້ານວັດ ທະນະທຳ-ສັງຄົມມີການປ່ຽນແປງ; ເຮັດໃຫ້ພະນັກງານ, ກຳມະກອນ, ກຳລັງປະກອບອາວຸດ ແລະ ປະ ຊາຊົນລາວບັນດາເຜົ່າເພີ່ມຄວາມ ເຊື່ອໝັ້ນຕໍ່ພັກ, ຕໍ່ລະບອບໃໝ່ເຊິ່ງ ເປັນການສ້າງກຳລັງແຮງໃໝ່ໃນ ເບື້ອງຕົ້ນແກ່ປະເທດຊາດ. ພຽງ ແຕ່ໄລຍະເວລາສັ້ນໆພວກເຮົາກໍສາ ມາດຜ່ານຜ່າຄວາມຫຍຸ້ງຍາກ ຫລາຍປະການ. ສາມາດສ້າງຕັັ້ງ ແລະ ຂະຫຍາຍໂອກາດການສຶກສາ ຢ່າງຮອບດ້ານເຊິ່ງມີລັກສະນະ ປະຊາຊົນ ແລະ ມີປັດໄຈໂຮງຮຽນ ສັງຄົມນິຍົມ ເຊິ່ງເປັນພື້ນຖານໃຫ້ ແກ່ການປ່ຽນແປງໃໝ່ທາງດ້ານ ຈິນຕະນາການກ່ຽວກັບການສຶກສາ ເຮັດໃຫ້ການສຶກສາສອດຄ່ອງກັບ ສະພາວະຄວາມເປັນຈິງທາງດ້ານ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ” ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາຕື່ມອີກວ່າ: “ທົ່ວພັກ, ທົ່ວລັດ ແລະ ທົ່ວປວງ ຊົນລາວຕ້ອງມີການປ່ຽນແປງ ໃໝ່ທາງດ້ານຈິນຕະນາການກ່ຽວ ກັບການສຶກສາ,ຈັດວາງວຽກງານ ການສຶກສາໃຫ້ຖືກຕ້ອງກັບທີ່ຕັ້ງ ຂອງມັນໃນຍຸດທະສາດກ່ຽວກັບຄົນ ຖືເອົາການສຶກສາອົບຮົມສ້າງຄົນ ໃໝ່ສັງຄົມນິຍົມເປັນສຳຄັນ”. ອີງໃສ່ແນວທາງການປ່ຽນແປງ ໃໝ່ຮອບດ້ານຢ່າງມີຫລັກການ ຂອງພັກ, ໃນລະຫວ່າງ ປີ 19901991 ຂະແໜງການສຶກສາໄດ້ດໍາ ເນີນການປະຕິຮູບການສຶກສາເປັນ ຄັ້ງທີ 2 ໂດຍສຸມໃສ່ປະຕິຮູບໂຄງ ການຫລັກສູດ, ປຶ້ມຕຳລາຮຽນ ເພື່ອແນໃສ່ ໃຫ້ການສຶກສາມີຄຸນ ນະພາບທັງສອດຄ່ອງກັບຍຸກສະໄໝ ແລະ ເຮັດໃຫ້ການສຶກສາສາມາດ ຕອບສະໜອງກັບການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດໃນ ໄລຍະໃໝ່. ຜ່ານພຶດຕິກຳຕົວຈິງຄືດັ່ງກ່າວ ນັ້ນ, ເຖິງແມ່ນວ່າຈະເປັນໄລຍະແຫ່ງ ການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກ ຮານກໍຄືໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ເວລາໃດ, ປະທານ ໄກສອນ ພົມວິ ຫານ ກໍເປັນຫ່ວງເປັນໄຍ ແລະ ເອົາ ໃຈໃສ່ຕໍ່ວຽກງານການສຶກສາໂດຍ ຢຶດຖືເອົາປະທານ ໄກສອນ ພົມວິ ຫານ ເປັນນັກປະຕິຮູບການສຶກສາ ແລະ ເປັນຜູ້ມີວິໄສທັດທີ່ຍາວໄກ ທັງຖືກຕ້ອງອັນໄດ້ເຮັດໃຫ້ວຽກ ງານການສຶກສາຢູ່ປະເທດກາຍເປັນ ການສຶກສາວິທະຍາສາດກ້າວໜ້າ ແລະ ທັນສະໄໝ. ຜົນສຳເລັດຂອງ ການປະຕິບັດຍຸດທະສາດການສຶກ ສາແຕ່ປີ 1987 ຮອດປີ 2000 ນັ້ນ ໄດ້ກາຍເປັນພື້ນຖານທີ່ໜັກແໜ້ນ ເຂັ້ມແຂງໃຫ້ແກ່ການພັດທະນາ ການສຶກສາໃນສະຕະວັດທີ 21 ຂອງປະເທດລາວ. ປັດຈຸບັນ, ແນວ ທາງຂອງພັກ ແລະແຜນນະໂຍບາຍ ຂອງລັດຍັງໄດ້ດຳເນີນຕາມແນວ ຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ອົບຮົມສັ່ງ ສອນໄວ້ຕະຫລອດມາ. * ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໄດ້ຜັດປ່ຽນກັນຂຶ້ນ ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການກວດກາລັດສະບັບ ປັບປຸງ ເປັນຕົ້ນ ໄດ້ເພີ່ມມາດຕາ, ປັບປຸງ, ປ່ຽນແປງ ແລະ ເພີ່ມຄໍາສັບ ເຂົ້າຕື່ມຈໍານວນໜຶ່ງເພື່ອໃຫ້ເນື້ອ ໃນຈະແຈ້ງ, ຮັດກຸມ ແລະ ຖືກຕ້ອງ ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ. ຮ່າງກົດໝາຍ ດັ່ງກ່າວ ໄດ້ນຳສະ ເໜີໂດຍ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອ ທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ທັນວາ 2022 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ. ທ່ານ ສີຄຳ ບຸນມີໄຊ ສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກ ຕັ້ງທີ 8 ແຂວງຫົວພັນ ໄດ້ມີຄຳເຫັນ ແລກປ່ຽນໃສ່ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບນີ້ ຢູ່ມາດ ຕາ 29 (ການແກ້ໄຂຜົນການກວດ ກາ) ແລະ ມາດ30 (ການຕິດຕາມ, ຊຸກຍູ້, ກວດກາການແກ້ໄຂຜົນການ ກວດກາ) ເຊິ່ງກົດໝາຍກວດກາ ດັ່ງກ່າວໄດ້ນຳໃຊ້ມາຫລາຍປີແລ້ວ ແຕ່ຜ່ານການຈັດຕັ້ງປະຕິບັດ ໂດຍ ສະເພາະ ບັນດາການກວດກາແມ່ນ ເຮັດໄດ້ດີສົມຄວນ ເຊັ່ນ: ມີການຕິດ ຕາມກວດກາແຕ່ລະໄລຍະແຕ່ບັນ ຫາທີ່ຫຍັງປະຕິບັດໜ້ອຍທີ່ສຸດ ແມ່ນການແກ້ໄຂຂອງຜົນການກວດ ກາ ແລະ ການຕິດຕາມຜົນການ ກວດກາ ເຊິ່ງຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບປັບປຸງ ນີ້ເຫັນວ່າເນື້ອໃນມີການຮັດກຸ່ມ ຫລາຍຂຶ້ນ ແຕ່ຍັງມີບາງເນື້ອໃນຍັງ ເຫັນວ່າບໍ່ຈະແຈ້ງເຂົ້າໃຈຍາກ ສະເໝີໃຫ້ປັບປຸງ ແລະ ແກ້ໄຂເພີ່ມ ທັງນີ້ເພື່ອເຮັດໃຫ້ກົດໝາຍດັ່ງ ກ່າວ ມີເນື້ອໃນຄົບຖ້ວນ, ພາວະວິ ໄສ, ຈັດຕັ້ງປະຕິບັດໄດ້ງ່າຍທັງສອດ ຄ່ອງກັບກົດໝາຍ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ. ທ່ານ ຫຸມແພງ ອິນທະຈັກ ສສຊ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ປະກອບຄຳເຫັນຕໍ່ກົດໝາຍດັ່ງ ກ່າວ ເຊັ່ນມາດຕາ 35 (ທີ່ຕັ້ງຂອງ ການກວດກາລັດແຕ່ລະຂັ້ນ) ເປັນ ມາດຕາໃໝ່ທີ່ຄວນເບິ່ງຄືນກ່ຽວກັບ ຂໍ້ທີ 4 ອົງການກວດກາລັດຂັ້ນ ພະແນກການ, ຂັ້ນແຂວງ, ມາດຕາ 49 ( ຫົວ ໜ້າຂະແໜງກວດກາລັດ ຂັ້ນພະແນກການຂັ້ນແຂວງ) ໃຫ້ ກຳນົດຈະແຈ້ງ ແລະ ຄົບຖ້ວນຕື່ມ ສຳລັບການແຕ່ງຕັ້ງ, ຍົກຍ້າຍ, ປົດ ຕຳແໜ່ງ, ຫົວໜ້າຂະແໜງກວດກາ ລັດຂອງສະພາປະຊາຊົນຂັ້ນແຂວງ, ສານໄອຍະການຂັ້ນແຂວງຄວນປະ ຕິບັດຄືກັບມາດຕາ 41 ຄືກັນກັບ ຢູ່ຂັ້ນສູນກາງ.ໃນຂະນະທີທ່ານນາງ ທັດສະດາພອນ ຈັນທະມາດ ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນຕໍ່ກົດໝາຍດັ່ງ ກ່າວ ໂດຍສະເພາະມາດຕາທີ 1 ກ່ຽວກັບ(ຈຸດປະສົງ) ຄວນຈະເພີ່ມ ເຕີມຄຳອະທິບາຍເນື້ອໃນເພື່ອໃຫ້ ອ່ານເຂົ້າໃຈງ່າຍ, ສະເໜີໃຫ້ຕັດບາງ ເນື້ອຫາໃຫ້ສັ້ນກະທັດຮັດໃນມາດ ຕາທີ 9 (ຂອບເຂດການນໍາໃຊ້ກົດ ໝາຍ). ການປະກອບຄຳຄິດຄຳເຫັນ ຂອງ ບັນດາ ສສຊ ກົດໝາຍວ່າ ດ້ວຍການກວດກາລັດສະບັບປັບ ປຸງ ແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ເຊິ່ງຈະກາຍເປັນນິຕິກຳພື້ນຖານ ໃຫ້ວຽກງານຄຸ້ມຄອງ,ກວດກາແລະ ເປັນບ່ອນອີງໃຫ້ການນຳພາ-ຊີ້ນຳ ຂອງຄະນະພັກ, ອົງການປົກຄອງ ແລະ ການເຄື່ອນໄຫວວຽກງານ ກວດກາລັດ. ທ່ານ ສີຄຳ ບຸນມີໄຊ ໂດຍ:: ກິດຕາ ພາບ: ເກດສະໜາ ທ່ານ ໄກສອນພົມວິຫານລົງຢ້ຽມຢາມແລະ ໂອ້ລົມກັບປະຊາຊົນ ເມືອງຊຽງຄໍ້ ກ່ຽວກັບໄຊຊະນະ ຂອງການປະຕິວັດ ແລະ ການປະລາໄຊ ຂອງຈັກອາເມລິກາ ແລະ ລູກມືປະຕິການ, ໃນວັນທີ 14/12/1961 * ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 5 ທັນວາ 2022 ນີ້ ທີ່ຫໍສະພາແຫ່ງຊາດ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງ ການເງິນ ໄດ້ຂຶ້ນສະເໜີລາຍງານສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປີ 2021, ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ11 ເດືອນ, ຄາດຄະເນ ໝົດປີ 2022 ແລະ ທິດທາງແຜນ ງົບປະມານແຫ່ງລັດປີ 2023. ໃນນີ້ທ່ານລັດຖະມົນຕີຍົກໃຫ້ ເຫັນວ່າ: ໃນປີ2022ມີສິ່ງທີ່ພົ້ນເດັ່ນ ທີ່ລັດຖະບານກໍ່ຄືຂະແໜງການ ເງິນໄດ້ສຸມໃສ່ໃນການເພີ່ມທະວີ ການຄຸ້ມຄອງລາຍຮັບຕ້ານການ ຮົ່ວໄຫລຂອງລາຍຮັບງົບປະມານ ໂດຍສຸມໃສ່ການຫັນວຽກງານເປັນ ທັນສະໄໝໃນການຄຸ້ມຄອງການຈັດ ເກັບລາຍຮັບໂດຍໃຫ້ຫົວໜ່ວຍທຸ ລະກິດເຂົ້າໃນລະບົບຄຸ້ມຄອງອາ ກອນແບບທັນສະໄໝ (TaxRIS), ແຈ້ງມອບລາຍຮັບຂະແໜງຄຸ້ມຄອງ ຊັບສິນຂອງລັດ ແລະ ຂະແໜງປະ ຕິຮູບລັດວິສາຫະກິດ ແລະ ການ ປະກັນໄພ (ຄ່າພາກຫລວງ, ຄ່າ ຊັບພະຍາກອນທຳມະຊາດ,ຄ່າບິນ ຜ່ານ, ຄ່າສຳປະທານ, ເງິນນປັນຜົນ ກຳໄລ, ຕົ້ນທຶນ ແລະ ດອກເບ້ຍກູ້ ຢືມ) ຜ່ານລະບົບ TaxRIS ທັງ ໝົດ; ໄດ້ປັບປຸງລະບົບການເຊື່ອມ ໂຍງຖານຂໍ້ມູນທີ່ດິນ, ຖານແຮງງານ ກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ເພື່ອຄຸ້ມຄອງການເກັບ ລາຍຮັບ ແລະ ການຄຸ້ມຄອງຖານ ລາຍຮັບດັ່ງກ່າວ ເຂົ້າໃນລະບົບທີ່ ທັນສະໄໝ. ຜ່ານການສູ້ຊົນຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ 11 ເດືອນ, ສ າ ມ າ ດ ປ ະ ຕິ ບັ ດ ໄ ດ້ ທັ ງ ໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງ ແຜນການປີ (ບໍ່ລວມເອົາລາຍ ຮັບຈາກການຫຼຸດຜ່ອນອັດຕາອາ ກອນຊົມໃຊ້ເພື່ອດັດສົມລາຄານ້ຳ ມັນ ທີ່ລັດຖະບານໄດ້ຊ່ວຍໜູນພະ ນັກງານ, ທະຫານ, ຕຳຫລວດຮອດ ປະຊາຊົນທົ່ວສັງຄົມຈຳນວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂື້ນ 26%. ສຳລັບລາຍຮັບພາຍໃນປະຕິບັດ ໄດ້26.655ຕື້ກີບເທົ່າກັບ92,03% ຂອງແຜນການປີທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% ແລະ ຄາດຄະເນລາຍຮັບ ໝົດປີ 2022 ຈະປະຕິບັດໃຫ້ໄດ້ 32.447 ຕື້ກີບ ເທົ່າກັບ 102,70% ຫລື ເທົ່າກັບ 16,88% ຂອງ GDP (ມະຕິສະພາແຫ່ງຊາດຮັບຮອງ 16,44% ຂອງ GDP). ໃນນີ້: ຄາດວ່າລາຍຮັບພາສີ-ອາກອນຈະ ບັນລຸໄດ້ 26.323 ຕື້ກີບເທົ່າກັບ 103,01% ຂອງແຜນການປີ,ລາຍ ຮັບທີ່ບໍ່ແມ່ນພາສີ-ອາກອນ 3.702 ຕື້ກີບ ເທົ່າກັບ108,62%ຂອງແຜນ ການປີ; ລາຍຮັບຊ່ວຍເຫລືອລ້າ 2.422 ຕື້ກີບເທົ່າກັບ 98,46% ຂອງແຜນການປີ. ພ້ອມດຽວກັນນີ້, ໃນທ້າຍປີ 2022 ໄດ້ຄົ້ນຄວ້າຫລາຍມາດຕະ ການເພີ່ມເຕີມເພື່ອສູ້ຊົນຈັດຕັ້ງປະ ຕິບັດລາຍຮັບໃຫ້ບັນລຸໄດ້ທັງໝົດ 33.574 ຕື້ກີບເທົ່າກັບ 106,27% ຂອງແຜນການປີ.ດ້ານລາຍຈ່າຍ ງົບປະມານແຫ່ງລັດ 11 ເດືອນ, ສາມາດປະຕິບັດໄດ້ 25.694 ຕື້ ກີບ ເທົ່າກັບ 72,56% ຂອງແຜນ ການປີ. ໃນນີ້: ຂັ້ນສູນກາງປະຕິບັດ ໄດ້17.871ຕື້ກີບເທົ່າກັບ69,96% ຂອງແຜນການປີ ແລະ ຂັ້ນທ້ອງຖິ່ນ ປະຕິບັດໄດ້ 7.824 ຕື້ກີບ ເທົ່າກັບ 79,27% ຂອງແຜນການປີ (ສຳ ລັບການເບີກຈ່າຍເງິນເດືອນຂັ້ນ ສູນກາງສຳເລັດ ຮອດເດືອນພະ ຈິກ 2022, ສ່ວນຂັ້ນທ້ອງຖິ່ນສໍາ ເລັດເປັນສ່ວນໃຫຍ່). ສຳລັບທິດທາງແຜນການສ້າງ ແຜນງົບປະມານແຫ່ງລັດປີ 2023 ຈະໄດ້ສູ້ຊົນຮັບປະກັນແກ້ໄຂບັນ ຫາຄວາມຫຍຸ້ງຍາກດ້ານເສດຖະ ກິດ- ການເງິນໃຫ້ສຳເລັດຕາມບັນ ດາຄາດໝາຍທີ່ໄດ້ກຳນົດໄວ້ໃນ ວາລະແຫ່ງຊາດໃນປີ 2023, ແນ ໃສ່ການສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂື້ນຂອງລາຍຮັບງົບປະ ມານແຫ່ງລັດ, ສູ້ຊົນຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການປະຢັດແລະ ຕ້ານການຟຸ້ມເຟືອຍສະບັບເລກທີ 205/ລບ ໃຫ້ເປັນຮູບປະທຳ, ເພື່ອ ສ້າງທ່າແຮງໃຫ້ການສະສົມແຫ່ງ ລັດໃຫ້ເພີ່ມຂຶ້ນ, ເດັດຂາດບໍ່ໃຫ້ຕົກ ເຂົ້າໃນການເກີດວິກິດການ ແລະ ເປັນປະເທດທີ່ບໍ່ສາມາດຊຳລະໜີ້ ສິນໄດ້ ແລະ ຍົກລະດັບຄວາມໜ້າ ເຊື່ອຖືຂອງ ສປປ ລາວ ຕໍ່ສາກົນໃຫ້ ສູງຂຶ້ນ ແລະ ຄາດຄະເນສູ້ຊົນເກັບ ລາຍຮັບທັງໝົດໃນປີ 2023 ຈໍາ ນວນ 38.448 ຕື້ກີບ ທຽບໃສ່ແຜນ ຂອງປີຜ່ານມາເພີ່ມຂຶ້ນ 21,70% ຫລື ເທົ່າກັບ16,42%ຂອງGDP. ສະເພາະລາຍຮັບພາຍໃນຈຳນວນ 34.898 ຕື້ກີບທຽບໃສປີ 2022 ເພີ່ມຂຶ້ນ 20,49% ຫລື ເທົ່າກັບ 14,90% ຂອງ GDP (ມູນຄ່າ GDP ເທົ່າກັບ 234.160 ຕື້ກີບ). 0tc|'dkog'o l5 ,.lj grju ,mt;u dko75 h ,7v' ]kpIa [8h kodkoIq j ;ws]0v''[q xt,ko y

RkJQdWJsaXNoZXIy MTc3MTYxMQ==