5519

ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 19.12.2022 ປີທີ 21 ສະບັບທີ 5.519 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f 0v'r;dgIq k8ts]vfwx -6 7a om5 'la '7q ,oy pq ,mu j ,u lu la ory glf0v'9u o lk,a d7u da ol6 h -q o lh k'xtgmfla '7q ,oy pq ,ma oltw\Iv[fh ko F ອ່ານຕໍ່ໜ້າ 4 ry 9k]tokIj k'dq f\kp ;j kfh ;pdkod;flv[csj ']a f gxu f37'dko9a f]t[P[ \= h oa [w22h k .sh wfh ,kf8t4ko dt-;' xd- c]t xdl 7v'g9Q ks]Po7e dy ]kpy 'xn o .o-P'0;k'gd, 2022 3I'\= l6 odk' 103 dv'ma [zj k8a f7q og9a [ rtpkfglA og]n vfsq ;.9v5 f8a odtma osa o d= ]tou mevy fleg]a f ltrkcsj '-kf ry 9k]tok Ij k'dq f\kp ;j kfh ;p|a 'ln zj kocfo xtmkoxtgmf 1h P,1k, c]t gIa f;Pd 16j g,n v'cvf ຂປລ. ໃນຕອນບ່າຍຂອງວັນທີ 15 ທັນວາ 2022, ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ໂດຍການ ເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງ ຊາດ, ທ່ານ ວຽງທະວີສອນ ເທບພະ ຈັນ ປະທານອົງການກວດສອບແຫ່ງ ລັດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ເຊິ່ງປກອບມີ XII ພາກ, ເພີ່ມຂຶ້ນ 2 ພາກ, 13 ໝວດ ຂປລ. ວັນທີ14ທັນວາ2022ຜ່ານ ມາ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ແອດ ແຂວງຫົວພັນ ໂດຍໄດ້ຮັບຟັງ ການລາຍງານສະພາບການຊີ້ນຳ-ນຳ ພາວຽກງານຮອບດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງ ແລະ ການຈັດຕັ້ງປະຕິບັດ ສອງວາລະ ແຫ່ງຊາດ ຢູ່ພາຍໃນເມືອງ ຈາກທ່ານ ທອງສຸກ ສົມພາວັນ ກຳມະການພັກ ແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງແອດ. ຈາກນັ້ນ, ທ່ານປະທານປະເທດ ກໍໄດ້ມີຄຳເຫັນຊີ້ນຳຫລາຍບັນຫາ ຂປລ. ໃນວາລະດຳເນີນ ກອງປະ ຊຸມສະໄໝສາມັນເທື່ອທີ 4 ຂອງສະ ພາແຫ່ງຊາດຊຸດທີ IXວັນທີ 16 ທັນວາ 2022, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ໜັງສືຜ່ານແດນ (ສ້າງໃໝ່) ປະກອບມີ 9 ພາກ, 11 ໝວດ ແລະ 72 ມາດຕາ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ປະ ຂປລ. ໃນວັນທີ 15 ທັນວາ 2022 ນີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ ເປີດງານວາງສະ ແດງ ແລະ ຂາຍສິນຄ້າໂອດັອບ 5 ແຂວງພາກເໜືອ ແລະ 1 ແຂວງພາກ ກາງ ເພື່ອສ້າງຂະບວນການຂໍ່ານັບຮັບ ຂປລ.ໃນວັນທີ 15 ທັນວາ 2022 ໂຮງໝໍສູນກາງ 103 ກອງທັບ ໄດ້ສຳ ເລັດການຜ່າຕັດຄົນເຈັບທີ່ເປັນພະຍາດ ເສັ້ນເລືອດວຽນຫົວໃຈອຸດຕັນກະທັນ ຫັນ ກໍລະນີທໍາອິດ ໃນໄລຍະ 46 ປີ ນັບແຕ່ມື້ສ້າງຕັ້ງໂຮງໝໍສູນກາງ 103 ກອງທັບ. ຄົນເຈັບກໍລະນີດັ່ງກ່າວເປັນເພດ ຊາຍ,ອາຍຸ 60 ປີໄດ້ເຂົ້າມາໂຮງໝໍໃນ ຕອນບ່າຍຂອງວັນທີ 15 ທັນວາ2022 ດ້ວຍອາການຮ່າງກາຍອິດເມື່ອຍ,ເຈັບ ສຽບໜ້າໜ້າເອິກ,ຫາຍໃຈບໍ່ອີ່ມ. ຕາມ ການກວດກາຂອງທິມງານທ່ານໝໍສຸກ ເສີນ ເຫັນວ່າ: ຄົນເຈັບມີອາການອິດ ເມື່ອຍ, ເຈັບສຽບໜ້າເອິກເບື້ອງຊ້າຍ -P'0;k' gxu f;k'ltcf' ly o7h k3vfa v[ 8h voIa [;a ole7a o ຕ້ອນມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022), ວັນ ເກີດຂອງ ປະທານ ໄກສອນ ພົມວິ ຫານ ຄົບຮອບ 102 ປີ, ສະເຫລີມ ສະຫລອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງ ຫລວງປະທານພອນ ຢູ່ແຂວງຊຽງ ຂວາງ ເຊິ່ງງານດັ່ງກ່າວ ໄດ້ເລີ່ມມາແຕ່ ວັນທີ 13 ທັນວ າແລະ ຈະດໍາເນີນໄປ ຈົນຮອດວັນທີ 22 ທັນວາ 2022. ງານວາງສະແດງ ແລະ ຂາຍສິນ ຄ້າໂອດັອບ ໃນຄັ້ງນີ້, ມີ 38 ຫ້ອງວາງ ສະແດງ, ມີສິນຄ້າໂອດັອບຂອງ ແຂວງ ຊຽງຂວາງ 20 ຫົວໜ່ວຍ, 22 ລາຍ ການເຂົ້າຮ່ວມ, ມີມູນຄ່າ 3 ຕື້ກວ່າກີບ. ນອກນັ້ນ, ຍັງມີສິນຄ້າໂອດ໋ອບ ຂອງ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 7 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 okpq d]a f4t,q o8u Ij ;,dv'xt-5 ,l5 fpvf lts]v'dkorq ;ra o vk-Po{vu 16 7q [Iv[ 45 xu ຂປລ. ໃນວັນທີ 14 ທັນວາ 2022, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດ ຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ສະຫະ ພາບ ເອີຣົບ(ອາຊຽນອີຢູ) ຄົບຮອບ 45 ປີ ທີ່ບຣຸກແຊນ, ປະເທດແບນຊິກ, ພາຍໃຕ້ການເປັນ ປະ ທານຮ່ວມຂອງ ກໍາປູເຈຍ ແລະ ອີຢູ. ບັນດາຜູ້ນໍາອາຊຽນ ແລະ ອີຢູ ໄດ້ ສະແດງຄວາມຊົມເຊີຍແລະຕີລາຄາສູງ F ອ່ານຕໍ່ໜ້າ 2 ທ່ານ ພັນຄໍາ ວິພາວັນ ຜູ້ທີ 4 ແຖວທຳອິດ (ນັບຈາກຊ້າຍ)

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/12/2022 xtgmf]k; ປະທານປະເທດ... ຂປລ. ພິທີເປີດໂຄງການ ຈັດລະ ບຽບໝໍ້ນັບໄຟຟ້າໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມໃນຕົວເມືອງ ຈັດ ຂຶ້ນໃນວັນທີ 18 ທັນວາ 2022 ຢູ່ເສັ້ນ ທາງຮ່ອມຂ້າງວັດອົງຕື້, ເມືອງຈັນທະ ບູລີ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີ ບັນດາຮອງລັດຖະມົນຕີ, ພ້ອມດ້ວຍ ຄະນະນໍາ ແລະ ພະນັກງານອ້ອມຂ້າງ ລັດວິສາຫະກິດໄຟຟ້າລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ສໍາລັບພະນັກ ງານໄຟຟ້າຢູ່ບັນດາແຂວງ ແມ່ນເຂົ້າ ຮ່ວມຜ່ານລະບົບວີດິໂອອອນລາຍ ເຊິ່ງ ໂຄງການນີ້, ຈະເປັນຈຸດເລີ່ມຕົ້ນການ ເສີມສ້າງຄວາມສວຍງາມ ໃນຕົວເມືອງ ນະຄອນຫລວງວຽງຈັນ ແລະ ໃນຂອບ ເຂດທົ່ວປະເທດໃນຕໍ່ໜ້າ. ໂອກາດນີ້, ທ່ານ ຈັນທະບູນ ສຸກອາ ລຸນຜູ້ອໍານວຍການໃຫຍ່ລັດວິສາຫະກິດ ໄຟຟ້າລາວ ໄດ້ກ່າວວ່າ: ການຈັດຕັ້ງປະ ຕິບັດໂຄງການນີ້ ແມ່ນໜຶ່ງໃນໜ້າ ວຽກຂອບການຮ່ວມມື ລະຫວ່າງ ລັດ ວິສາຫະກິດໄຟຟ້າລາວ ແລະ ອົງການ ປົກຄອງ ນະຄອນຫລວງວຽງຈັນ ເຊິ່ງ ໄດ້ມີການລົງນາມບົດບັນທຶກຮ່ວມມື ມາແຕ່ປີ2021, ໂຄງການນີ້ນອກຈາກ ສະແດງໃຫ້ເຫັນວ່າ ໄຟຟ້າລາວ ໄດ້ເຮັດ ໜ້າທີ່ສະໜອງໄຟຟ້າ ໃຫ້ສັງຄົມຢ່າງ ທົ່ວເຖິງແລ້ວ ຍັງໄດ້ເອົາໃຈໃສ່ຮັກສາ ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນທາງດ້ານມາດຕະຖານ ແລະ ຄວາມປອດໄພຂອງສັງຄົມ ກໍຄືຜູ້ຊົມ ໃຊ້ໄຟຟ້າ ອີກດ້ວຍ. ໂຄງການດັ່ງກ່າວ ຍັງກວມເອົາໜ້າວຽກບໍາລຸງ-ສ້ອມ ແປງລະບົບໄຟອໍານາດຈະລາຈອນ, ໄຟ ເຍືອງທາງ, ຕັດຕົ້ນໄມ້ຕາມແລວສາຍ ໄຟຟ້າ, ຈັດລະບຽບສາຍໄຟ-ສາຍໂທ ລະສັບ ລວມເຖິງການວາງມາດຕະ ການປະຢັດໄຟໃນສໍານັກງານ-ອົງການ ຕ່າງໆນໍາດ້ວຍ. ໃນພິທີດັ່ງກ່າວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍາວຍການໃຫຍ່ ລັດວິສາ ຫະກິດໄຟຟ້າລາວ ຍັງໄດ້ມອບຄອມພິວ ເຕີໂນດບຸກຈໍານວນ3ໜ່ວຍໃຫ້ແກ່ທ່ານ ສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອປະກອບສ່ວນນໍາ ໃຊ້ເຂົ້າໃນວຽກງານສື່ມວນຊົນ ໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນດີກວ່າ ເກົ່າ. ຂ່າວ-ພາບ: ສຸພາສະຫວັນ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ ບັນດາຜົນງານທີ່ຄະນະພັກ-ອຳນາດ ການປົກຄອງ ແລະ ປະຊາຊົນບັນດາ ເຜົ່າ ຊາວເມືອງແອດ ໄດ້ພ້ອມກັນພັດ ທະນາພື້ນຖານໂຄງລ່າງປົວແປງຊິວິດ ການເປັນຢູ່ໃຫ້ດີຂື້ນເປັນກ້າວໆມາ. ພ້ອມນີ້ ທ່ານຮຽກຮ້ອງໃຫ້ຄະນະພັກອຳນາດການປົກຄອງ ແລະ ປະຊາຊົນ ບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ຮັກສາມູນ ເຊື້ອຄວາມສາມັກຄີ, ເອົາໃຈໃສ່ເຮັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ເອົາໃຈໃສ່ສຶກສາ ອົບຮົມຊາວໜຸຸຸຸ່ມ-ໄວໜຸ່ມທີ່ຈະເປັນຜູ້ ສືບທອດພາລະກິດຂອງຊາດໃນຕໍ່ໜ້າ ໃຫ້ຫ່າງໄກຈາກສິ່ງເສບຕິດຫລືອະບາຍ ຍາມຸກຕ່າງໆ, ຂຸດຄົ້ນ ແລະ ນຳໃຊ້ທ່າ ແຮງບົ່ມຊ້ອນທີ່ມີພາຍໃນເມືອງ ເຂົ້າ ໃນການແກ້ໄຂ-ລຶບລ້າງຄວາມທຸກ ຍາກຕາມແນວທາງນະໂຍບາຍ, ລະ ບຽບກົດໝາຍຂອງພັກ-ລັດວາງອອກ. ໃນໂອກາດດຽວກັນນີ້,ທ່ານປະທານ ປະເທດ ພ້ອມດ້ວຍຄະນະ ຍັງໄດ້ທ່ຽວ ຊົມ ປາວັງສະຫງວນ ຂົວອູ່ນໍ້າແອດ ແລະ ຕະຫລາດເມືອງແອດ ຕື່ມອີກ. ພື້ນຖານຂອງປະເທດຊາດ; ເຮັດໃຫ້ຫົວ ໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນ ກໍາໄລ ຫລື ເປົ້າໝາຍຖືກກວດສອບ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ສະ ກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການ ເງິນແລະງົບປະມານແຫ່ງລັດ;ປົກປ້ອງ ສິດຜົນປະໂຫຍດ ຂອງລັດ, ຂອງລວມ ໝູ່ ແລະ ຂອງປະຊາຊົນ, ເຮັດໃຫ້ການ ຈັດຕັ້ງ, ພະນັກງານ-ລັດຖະກອນທີ່ເຮັດ ວຽກຄຸ້ມຄອງງົບປະມານ-ການເງິນ ມີ ສະຕິ ເຄົາລົບກົດໝາຍ. ພ້ອມນີ້, ຍັງມີຄວາມສຳຄັນໃນ ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດການຈັດຕັ້ງມີ ຄວາມໜັກແໜ້ນເຂັ້ມແຂງ; ຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ ໃຫ້ຂະ ຫຍາຍຕົວໝັ້ນຄົງ, ໜັກແໜ້ນ; ປະກອບ ສ່ວນ ເຂົ້າໃນການຍົກສູງຄຸນນະພາບ ໃນການແກ້ໄຂຜົນການກວດສອບ ເປັນ ຕົ້ນ ແມ່ນການເກັບກູ້ເງິນຄືນເຂົ້າງົບປະ ມານແຫ່ງລັດ ຕາມຜົນການກວດສອບ ໄດ້ຫລາຍຂຶ້ນກວ່າເກົ່າ; ປະກອບສ່ວນ ເຂົ້າໃນການປ້ອງກັນ ແລະ ແກ້ໄຂບັນ ຫາກ່ຽວ ຂ້ອງຕ່າງໆທີ່ເກີດຂຶ້ນ ໃນໄລ ຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ. ຂ່າວ ສົມຫວັງ; ພາບ: ເກດສະໜາ ເຊິ່ງຈະຊ່ວຍຫລຸດຜ່ອນການນໍາໃຊ້ ທີ່ບໍ່ຖືກຕ້ອງກັບເປົ້າໝາຍລວມທັງການ ກະທຳຜິດ ຫລື ການກໍ່ອາຊະຍາກໍາ ທີ່ ກ່ຽວຂ້ອງກັບໜັງສືຜ່ານແດນ. ນອກຈາກນີ້, ທ່ານ ທອງຜ່ານ ສະ ຫວັນເພັດ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດ ໝາຍບັບດັ່ງກ່າວ, ຈະເປັນການແກ້ໄຂ ບັນດາຂໍ້ຄົງຄ້າງຕ່າງໆ; ຜັນຂະຫຍາຍ ລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວ ຂ້ອງ ເປັນຕົ້ນ ກົດໝາຍວ່າດ້ວຍການ ເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງ ປະເທດ ຢູ່ ສປປ ລາວ, ກົດໝາຍ ວ່າ ດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ, ກົດໝາຍ ວ່າດ້ວຍສັນຊາດລາວ ກໍຄື ການຍົກລະ ດັບວຽກງານໜັງສືຜ່ານແດນໃຫ້ມີ ຄວາມຮັບ ປະກັນ ແລະ ຫັນເປັນທັນສະ ໄໝ ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂຂອງອົງການການບິນ ພົນລະເຮືອນສາກົນ (ICAO) ກໍຄື ສົນທິສັນ ຍາທີ່ກ່ຽວຂ້ອງອື່ນ ທີ່ ສປປ ລາວ ເປັນພາຄີ ໄດ້ກຳນົດໄວ້ນັ້ນ, ຈຶ່ງມີ ຄວາມຈໍາເປັນພາວະວິໄສ ໃນການສ້າງ ກົດໝາຍສະບັບດັ່ງກ່າວ ເພື່ອກຳນົດ ຫລັກການ, ລະບຽບການ ແລະ ມາດ ຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານໜັງສືຜ່ານ ແດນ ເຊິ່ງຈະເຮັດໃຫ້ການຄຸ້ມຄອງ ວຽກງານດັ່ງກ່າວລວມສູນ ແລະ ເປັນ ເອກະພາບ, ການປະຕິບັດວຽກງານໜັງ ສືຜ່ານແດນມີຄວາມຖືກຕ້ອງ, ຊັດເຈນ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ ກໍຄືການ ຫັນຂະແໜງການການຕ່າງປະເທດ ໄປສູ່ການຄຸ້ມຄອງລັດ ດ້ວຍກົດໝາຍ ເທື່ອລະກ້າວ. ຂ່າວ: ກິດຕາ; ພາບ: ເກດສະໜາ ພາຍໃນ ແລະ ຕ່າງປະເທດ ໄດ້ແລກ ປ່ຽນບົດຮຽນກ້າວໄປເຖິງການຊື້-ຂາຍ ໃຫ້ກວ້າງຂວາງ, ເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງ ສະແດງສິນຄ້າ ໃນຄັ້ງນີ້, ສ້າງເງື່ອນ ໄຂໃນການຊຸກຍູ້ສົ່ງເສີມຜູ້ຜະລິດ ເພື່ອ ພັດທະນາສິນຄ້າ ທົດແທນການນໍາເຂົ້າ ເທື່ອລະກ້າວ. ທ່ານ ບົວວອນ ວົງປັນຍາ ຍັງໃຫ້ ຮູ້ອີກວ່າ: ໃນໄລຍະຜ່ານມາຈົນເຖິງ ປັດ ຈຸບັນ, ພະແນກອຸດສາຫະກຳ ແລະ ການ ຄ້າແຂວງຊຽງຂວາງ ໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ຊຸກຍູ້ ສົ່ງເສີມການຜະລິດສິຄ້າ ເລີ່ມຈາກຜະ ລິດຂອງສະມາຊິກພາຍໃນຄອບຄົວ, ກ້າວໄປສູ່ການຜະລິດເປັນເປັນກຸ່ມ ແລະ ກ້າວໄປສູ່ຕິດກາໝາຍສິນຄ້າຕ່າງໆ ເຊັ່ນ: ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງ ຜະລິດຕະພັນ ມາເຖິງປັດຈຸບັນແຂວງ ຊຽງຂວາງ ມີສິນຄ້າຕິດກາໝາຍ ໜຶ່ງ ເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ທັງ ໝົດ 26 ຫົວໜ່ວຍ, 28 ລາຍການ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຄ້າຍຄືເຂັມແທງ ແລະ ເຈັບລາມຂື້ນບ່າ ໄຫລ່ຊ້າຍ,ອາການເຈັບບໍ່ມີທ່າທີ່ຫລຸດ ຜ່ອນສົມທົບອິດເມື່ອຍອ່ອນເພຍ, ຫາຍ ໃຈບໍ່ອີ່ມ,ປວດຮາກ, ຮາກ. ຜ່ານການບົ່ງມະຕິພະຍາດ ຂອງ ຄະນະອໍານວຍການໂຮງໝໍ ແລະ ພາກ ສ່ວນວິຊາການທີ່ກ່ຽວຂ້ອງແມ່ນ ເປັນ ພະຍາດເສັ້ນເລືອດວຽນຫົວໃຈອຸດ ນາຍົກລັດຖະມົນຕີ... ພິຈາລະນາ... ສະພາແຫ່ງຊາດ... ຊຽງຂວາງ... ເປີດໂຄງການ... ໂຮງໝໍສູນກາງ... ເສັ້ນເລືອດຫົວໃຈ ກ່ອນຜ່າຕັດ ເສັ້ນເລືອດຫົວໃຈ ຫລັງຜ່າຕັດ ຕັນກະທັນຫັນ, ຕ້ອງໄດ້ແກ້ໄຂຜ່າຕັດ ຫລອດເລືອດກະທັນຫັນ. ການຜ່າຕັດ ໄດ້ດໍາເນີນໃນເວລາ 17:00 ໂມງ ດ້ວຍ ເຕັກນິກໃສ່ຫລອດຢາງແຍ່ເຂົ້າເສັ້ນ ເລືອດຂອງຫົວໃຈ ສົມທົບກັບເຕັກນິກ ທາງວິຊາການທີ່ທັນສະໄໝ. ການຜ່າ ຕັດດໍາເນີນດ້ວຍຄວາມເຄັ່ງຮ້ອນ ແລະ ຄວາມຮັບຜິດຊອບສູງ ແກ່ຍາວ 2 ຊົ່ວ ໂມງກວ່າ ຈຶ່ງສໍາເລັດ. ພາຍຫລັງຜ່າຕັດແກ້ໄຂແລ້ວ, ອາ ການຂອງຄົນເຈັບແມ່ນດີຂຶ້ນ,ສະພາບ ຮ່າງກາຍຄ່ອຍກັບຄືນສູ່ສະພາບປົກ ກະຕິ. ນີ້ສະແດງເຖິງ ການພັດທະນາ ແລະ ຄວາມກ້າວໜ້າທາງດ້ານວິຊາການ ຂອງ ໂຮງໝໍສູນກາງ 103 ກອງທັບ ນັບມື້ນັບໄດ້ຮັບການປັບປຸງ, ຍົກສູງ ແລະ ກ້າວກະໂດດຂຶ້ນຢ່າງບໍ່ຢຸດຢັ້ງ. ຕໍ່ໝາກຜົນຂອງການພົວພັນຮ່ວມມື ອາ ຊຽນ-ອີຢູ ຕະຫລອດໄລຍະ 45 ປີທີ່ ຜ່ານມາ, ຊຶ່ງໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ຈາກການຮ່ວມມືແບບ ປົກກະຕິ ກ້າວເຂົ້າສູ່ການຮ່ວມມືແບບ ຄູ່ຮ່ວມຍຸດທະສາດ ໃນປີ 2020. ປັດ ຈຸບັນ, ອີຢູ ເປັນຄູ່ຄ້າໃຫຍ່ອັນດັບ 3 ຂອງອາຊຽນ ແລະ ອາຊຽນກໍເປັນຄູ່ຄ້າ ໃຫຍ່ ອັນດັບ 3 ຂອງ ອີຢູ, ມູນຄ່າການ ຄ້າສອງຝ່າຍບັນລຸໄດ້ 268.92 ຕື້ໂດ ລາສະຫະລັດ ໃນປີ 2021. ພ້ອມກັນນີ້, ອີຢູ ກໍເປັນຜູ້ລົງທຶນໂດຍກົງລາຍໃຫຍ່ ຂອງອາຊຽນ, ຊຶ່ງມີມູນຄ່າ 26.534 ຕື້ໂດລາສະຫະລັດ ໃນປີ 2021. ບັນດາຜູ້ນໍາອາຊຽນ ແລະ ອີຢູ ຍັງ ໄດ້ທົບທວນຄືນການຈັດຕັ້ງປະຕິ ບັດບັນດາໂຄງການການຮ່ວມມື ພາຍ ໃຕ້ ແຜນປະຕິບັດງານອາຊຽນ-ອີຢູ (2018-2022) ຊຶ່ງເຫັນວ່າໄດ້ຮັບ ຜົນສໍາເລັດ ຫລາຍດ້ານເປັນຕົ້ນດ້ານ ການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນຂໍ້ມູນຂ່າວສານ, ວິທະ ຍາສາດ-ເຕັກໂນໂລຊີ, ການເຊື່ອມຈອດ ແລະ ອື່ນໆ. ບັນດາຜູ້ນໍາ ອາຊຽນ-ອີຢູ ໄດ້ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືກັນ ຫລາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິ ບັດແຜນປະຕິບັດງານອາຊຽນ-ອີຢູ ສະບັບໃໝ່ (2023-2027) ທີ່ໄດ້ຮັບ ຮອງເອົາໃນໂອກາດກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ອີຢູ ໃນເດືອນສິງຫາ 2022 ໂດຍເນັ້ນໃສ່ ການຮ່ວມມືດ້ານສາທາລະນະສຸກ, ການໄປມາຫາ ສູ່ກັນຂອງປະຊາຊົນ ສອງພາກພື້ນ, ການຂົນສົ່ງທາງອາ ກາດ, ການຄ້າ, ການລົງທຶນ, ການຮັບມື ກັບໄພພິບັດທາງທໍາມະຊາດ, ການຕ້ານ ການກໍ່ການຮ້າຍ ແລະ ອື່ນໆ. ບັນດາ ຜູ້ນໍາອາຊຽນໄດ້ສະແດງຄວາມຊົມ ເຊີຍຕໍ່ການປະກອບສ່ວນຂອງອີຢູ ເຂົ້າໃນຂະບວນການ ສ້າງປະຊາຄົມ ອາຊຽນ ກໍຄື ການເຊື່ອມໂຍງ-ເຊື່ອມ ຈອດອາຊຽນ ແລະ ໄດ້ສະແດງຄວາມ ຍິນດີຕໍ່ຄວາມໝາຍໝັ້ນຂອງອີຢູ ທີ່ຈະ ສືບຕໍ່ໃຫ້ການສະໜັບສະໜູນການຈັດ ຕັ້ງປະຕິບັດແຜນວຽກສະບັບທີ 4 ຂອງ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາ ຊຽນ(IAI)ແລະແຜນແມ່ບົດເພື່ອການ ເຊື່ອມຈອດອາຊຽນ 2025(MPAC 2025). ພ້ອມກັນນີ້, ບັນດາຜູ້ນໍາອາ ຊຽນແລະອີຢູໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ເພີ່ມຂຶ້ນ 6 ໝວດ ແລະ ມີ 96 ມາດຕາ ເພີ່ມຂຶ້ນ 21 ມາດຕາ. ໃນນີ້, ມີການປັບ ປຸງ 64 ມາດຕາ, ສ້າງໃໝ່ 25 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 7 ມາດ ຕາ. ຈາກນັ້ນ ບັນດາສະມາຊິກສະພາ ແຫ່ງຊາດ( ສສຊ) ຫລາຍເຂດເລືອກ ຕັ້ງໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງ ກົດໝາຍດັ່ງກ່າວ ເພື່ອໃຫ້ການປັບປຸງ ກົດໝາຍໃນຄັ້ງນີ້ ມີຄຸນນະພາບ, ຖືກ ຕ້ອງ, ຄົບຖ້ວນ, ສົມບູນສອດຄ່ອງກັບ ຫລັກການແຫ່ງກົດໝາຍ ແລະ ສາມາດ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງໂລ່ງລ່ຽນ ປະກອບສ່ວນຊຸກຍູ້ການຈັດເກັບລາຍ ຮັບໃຫ້ຄົບຖ້ວນ, ປ້ອງກັນ ແລະ ຈໍາກັດ ການຮົ່ວໄຫລ ຂອງລາຍຮັບ; ພ້ອມທັງ ຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດ ໄດ້ຢ່າງມີປະສິດທິຜົນ. ທ່ານ ວຽງທະວີສອນ ເທບພະຈັນ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການກວດ ສອບແຫ່ງລັດ ເປັນໜຶ່ງໃນບັນດາກົດ ໝາຍຂອງ ສປປ ລາວ ເຊິ່ງໄດ້ປະກອບ ສ່ວນອັນສຳຄັນ ເຂົ້າໃນການຍົກສູງປະ ສິດທິພາບ ຂອງການຄຸ້ມຄອງລັດ ຄຸ້ມ ຄອງສັງຄົມດ້ວຍກົດໝາຍ, ເປັນເຄື່ອງມື ໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະ ເພາະ ອົງການກວດສອບແຫ່ງລັດ, ນໍາໃຊ້ ເປັນບ່ອນອີງໃນການນຳພາ-ຊີ້ ນຳວຽກງານກວດສອບ ໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນ. ຜ່ານການຈັດ ຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະ ຜ່ານມາປະກົດເຫັນວ່າການກຳນົດເນື້ອ ໃນບາງມາດຕາ ຍັງບໍ່ຄົບຖ້ວນ, ບໍ່ຮັດ ກຸມ, ບໍ່ຈະແຈ້ງ, ບໍ່ຊັດເຈນ ເຮັດໃຫ້ການ ຕີຄວາມໝາຍຕໍ່ບາງເນື້ອໃນ ບໍ່ເປັນເອ ກະພາບກັນ ຫລື ບໍ່ໄປໃນທິດທາງດຽວ ກັນ, ການກຳນົດສາຍພົວພັນພາລະ ບົດບາດ ລະຫວ່າງອົງການກວດສອບ ແຫ່ງລັດແລະບາງອົງການອຳນາດລັດ ທີ່ເຄື່ອນໄຫວໃນວຽກງານທີ່ກ່ຽວພັນ ກັນ ໂດຍສະເພາະໃນວຽກງານແກ້ໄຂ ຜົນການກວດສອບຍັງບໍ່ຊັດເຈນເຮັດໃຫ້ ການນຳໄປຈັດຕັ້ງຜັນຂະຫຍາຍພົບຂໍ້ ຫຍຸ້ງຍາກ ຫລື ບໍ່ໄດ້ດີເທົ່າທີ່ຄວນ. ທ່ານ ວຽງທະວີສອນ ເທບພະຈັນ ຍັງກ່າວວ່າ: ພາຍຫລັງກົດໝາຍສະບັບ ນີ້ຖືກປັບປຸງ ແລະ ຮັບຮອງແລ້ວຈະເຮັດ ໃຫ້ວຽກງານກວດສອບແຫ່ງລັດ ມີປະ ສິດທິພາບ, ປະສິດທິຜົນສູງຂຶ້ນກວ່າ ເກົ່າ; ສະພາແຫ່ງຊາດ ມີຂໍ້ມູນທີ່ຊັດເຈນ ຂຶ້ນກວ່າເກົ່າ ເພື່ອເປັນບ່ອນອີງໃນການ ພິຈາລະນາ ຫລື ຕົກລົງບັນຫາສໍາຄັນ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍ ສະບັບ ດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ຖືກຕ້ອງ, ສອດຄ່ອງກັບແນວ ທາງທີ່ພັກ, ລັດວາງອອກ. ທ່ານທອງຜ່ານສະຫວັນເພັດໄດ້ຍົກ ໃຫ້ເຫັນເຖິງຜົນປະໂຫຍດ ພາຍຫລັງ ທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ມີຜົນສັກສິດ ສປປ ລາວ ຈະມີກົດໝາຍ ທີ່ເປັນລະບົບຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ການ ຄຸ້ມຄອງ, ຕິດຕາມກວດກາວຽກງານ ໜັງສືຜ່ານແດນ; ລັດຈະມີນະໂຍບາຍ ທີ່ເໝາະສົມສໍາລັບວຽກງານໜັງສືຜ່ານ ແດນ ເພື່ອເຮັດໃຫ້ການປະຕິບັດວຽກ ງານ ດັ່ງກ່າວມີປະສິດທິພາບ ແລະ ປະ ສິດທິຜົນຂຶ້ນກວ່າເກົ່າ; ຈະເປັນບ່ອນ ອີງທາງດ້ານກົດໝາຍ ທີ່ສຳຄັນໃຫ້ແກ່ ກະຊວງການຕ່າງປະເທດ, ລັດຖະບານ ເພື່ອຄຸ້ມຄອງວຽກງານໜັງສືຜ່ານ ແດນ; ຈະເປັນບ່ອນອີງໃນການກໍານົດ ໂຄງປະກອບການຈັດຕັ້ງທີ່ປະຕິບັດ ວຽກງານໜັງສືຜ່ານແດນ; ການກໍານົດ ຂັ້ນຕອນ ແລະ ຄຳຮ້ອງ ກໍຄື ເອກະສານ ປະກອບຕ່າງໆ ທີ່ລະອຽດຈະແຈ້ງ, ຈະເປັນບ່ອນອີງໃຫ້ບຸກຄະລາກອນ ຂອງອົງການໜັງສືຜ່ານແດນໃນການ ກວດກາ ແລະ ພິຈາລະນາອອກ, ໂຈະ ແລະ ປະຕິເສດ, ລົບລ້າງ ແລະ ຖອນ ຄືນ ໜັງສືຜ່ານແດນ ກໍຄື ການອໍານວຍ ຄວາມສະດວກ ແລະ ສາມາດຕອບສະ ໜອງ ໄດ້ຄວາມຮຽກຮ້ອງຕ້ອງການ ຂອງສາທາລະນະຊົນທີ່ຂໍນໍາໃຊ້ ຫລື ປ່ຽນໜັງສືຜ່ານແດນ; ກຳນົດໃຫ້ມີການ ສ້າງຖານຂໍ້ມູນໜັງສືຜ່ານແດນ ດ້ວຍ ລະບົບເອເລັກໂຕຣນິກ ຈະຊ່ວຍໃຫ້ການ ຄຸ້ມຄອງ, ນຳໃຊ້ ແລະ ປ້ອນຂໍ້ມູນມີ ຄວາມວ່ອງໄວ, ທັນສະໄໝ, ຮັບປະກັນ ແລະ ຍາວນານ; ມີກົນໄກການປະສານ ສົມທົບລະຫວ່າງການຈັດຕັ້ງລັດທີ່ກ່ຽວ ຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກົມກຽວ ແລະ ຈະແຈ້ງ ເຊິ່ງຈະຊ່ວຍ ໃຫ້ວຽກງານໜັງສືຜ່ານແດນ ມີຄວາມ ຄ່ອງຕົວ, ມີຄຸນນະພາບ ແລະ ປະສິດທິ ພາບສູງຂຶ້ນກວ່າເກົ່າ; ມີການກຳນົດ ຄວາມຮັບຜິດຊອບຂອງຜູ້ຖືໜັງສືຜ່ານ ແດນ ກໍຄື ຂໍ້ຫ້າມຕ່າງໆຢ່າງຈະແຈ້ງ ບາງແຂວງພາກເໜືອ ແລະ ພາກກາງ 42 ລາຍການ, ມີມູນຄ່າ 130 ລ້ານ ກວ່າກີບ. ນອກນີ້, ຍັງມີຜະລິດຕະພັນ ກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທີ່ເປັນທ່າແຮງຂອງ ແຂວງຊຽງຂວາງຈຳນວນໜຶ່ງ. ທ່ານ ບົວວອນ ວົງປັນຍາ ຮອງຫົວ ໜ້າພະແນກອຸດສາຫະກຳ ແລະ ການ ຄ້າແຂວງຊຽງຂວາງ, ຫົວໜ້າຜູ້ຊີ້ນຳ ວຽກງານສົ່ງເສີມວິສາຫະກິດ ແລະ ການຄ້າໃຫ້ຮູ້ວ່າ: ການຈັດວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້, ເພື່ອສ້າງໂອ ກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນ ເພື່ອເຈລະຈາທາງທຸລະກິດແບບຕົວຕໍ່ ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການຈັດ ວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມື ການຕະຫລາດທີ່ສຳຄັນ ສາມາດຊ່ວຍ ໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງ ສະແດງນໍາສະເໜີຂາຍ ຫລື ໂຄສະນາ ສິນຄ້າໃຫ້ກຸ່ມລູກຄ້າຖືກເປົ້າໝາຍ, ທັງ ເປັນສື່ກາງທີ່ມີປະສິດທິຜົນໃນການ ເລີ່ມຕົ້ນ ແລະ ຮັກສາຄວາມສຳພັນ ລະ ຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອ ນຳໄປສູ່ອຸດສາຫະກຳ ແລະ ທຸລະກິດ ຂອງຜູ້ປະກອບການມີປະສິດທິຜົນ ແລະ ເປັນຊ່ອງທາງການສື່ສານຄຸນລັກ ສະນະທີ່ດີໃຫ້ຜູ້ມາວາງສະແດງ. ພ້ອມ ນີ້, ຜູ້ມາຮ່ວມງານຍັງໄດ້ຂໍ້ມູນສິນຄ້າ ໃໝ່ ເພື່ອຕິດຕໍ່ສື່ສານການຊື້-ຂາຍສິນ ຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບ ການປັບປຸງທັກສະການຂາຍ, ເປັນ ເງື່ອນໄຂການພັດທະນາສິນຄ້າໃຫ້ສາ ມາດສົ່ງອອກໃຫ້ນັບມື້ຂະຫຍາຍຕົວ ແລະ ເປີດໂອກາດໃຫ ຫົວໜ່ວຍທຸລະກິດ ທີ່ມີຄວາມສົນໃຈຮ່ວມກັນ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຊຸກຍູ້ໃຫ້ ອາຊຽນອີຢູ ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອຟື້ນ ຟູເສດຖະກິດຫລັງພະຍາດໂຄວິດ-19 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເສດ ຖະກິດພາກພື້ນໂດຍການເສີມຂະຫຍາຍ ການຮ່ວມມືດ້ານການເຊື່ອມຈອດຕ່ອງ ໂສ້ການຜະລິດພາກພື້ນ ແລະ ລະຫວ່າງ ພາກພື້ນ, ການຫັນເປັນເສດຖະກິດດີຈິ ຕອນ, ການສົ່ງເສີມການຄ້າ ແລະ ການ ລົງທຶນ, ການທ່ອງທ່ຽວ, ການພັດທະ ນາຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ, ການພັດທະນາ ສີຂຽວ, ການປ່ຽນແປ່ງດິນຟ້າອາກາດ ແລະ ອື່ນໆ. ໃນຕອນທ້າຍ, ກອງປະຊຸມໄດ້ຮັບ ຮອງເອົາຖະແຫລງການຮ່ວມ ຂອງ ກອງປະຊຸມສຸດຍອດສະເຫລີມສະ ຫລອງການພົວພັນ ອາຊຽນ-ອີຢູ ເພື່ອ ເປັນທິດທາງໃຫ້ແກ່ການຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ອາຊຽນ ແລະ ອີຢູ ໃນອະນາຄົດ. ໃນໂອກາດເຂົ້າຮ່ວມກອງປະຊຸມ ສຸດຍອດການພົວພັນ ອາຊຽນ-ອີຢູ, ທ່ານນາຍົກລັດຖະມົນຕີພັນຄຳວິພາວັນ ຍັງໄດ້ມີໂອກາດພົບປະສອງຝ່າຍກັບ ທ່ານ ຟາມ ມິງ ຈິ່ງ ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ ໂດຍໄດ້ປຶກສາ ຫາລືກ່ຽວກັບການກະກຽມໃຫ້ແກ່ການ ພົບປະຂອງສອງກົມການເມືອງ, ການ ມາຢ້ຽມຢາມສປປລາວ ແລະ ການເຂົ້າ ຮ່ວມສະຫລຸບປີມິດຕະພາບຂອງນາຍົກ ລັດຖະມົນຕີຫວຽດນາມໃນທ້າຍປີນີ້. ນອກນັ້ນ, ກໍໄດ້ເຂົ້າຮ່ວມພົບປະສາມ ນາຍົກ ຊຶ່ງໄດ້ຖືໂອກາດແລກປ່ຽນຄໍາ ເຫັນກັບ ນາຍົກຮຸນເຊນ ໃນການຊຸກຍູ້ ໃຫ້ມີການລົງນາມແຜນດໍາເນີນງານ ກ່ຽວກັບການເປັນຄູ່ຮ່ວມມືຍຸດທະສາດ ໝັ້ນຄົງ ຍາວນານ ແລະ ສົນທິສັນຍາ ວ່າດ້ວຍການປັກຫລັກໝາຍຊາຍແດນ 86%. ພ້ອມກັນນັ້ນ, ທ່ານ ນາຍົກລັດ ຖະມົນຕີ ກໍໄດ້ພົບປະກັບ ທ່ານ ຊາກ ມິແຊນ ປະທານສະພາອີຢູ ໂດຍສອງ ຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງອາຊຽນ-ອີຢູ ກໍຄື ສປປ ລາວ-ອີຢູ ແລະ ຝ່າຍອີຢູໄດ້ແຈ້ງໃຫ້ ຊາບກ່ຽວກັບທຶນການຊ່ວຍເຫລືອຈາກ ອີຢູ ດ້ານງົບປະມານຈໍານວນ 550 ລ້ານເອີໂລ ສໍາລັບສົກປີ 2021-2024 ຕໍ່ໂຄງການບຸລິມະສິດຕ່າງໆຂອງ ສປປ ລາວ ແລະ ຍັງໄດ້ພົບປະກັບ ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາຣີ ຊຶ່ງ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະແມ່ນຂົງເຂດການສຶກສາ ທີ່ ຮົງກາໄດ້ ໃຫ້ທຶນການສຶກສາ ແກ່ ສປປ ລາວ ປີລະ 150 ທຶນ. ນອກຈາກນີ້,ທ່ານນາຍົກລັດຖະມົນ ຕີ ພັນຄຳ ວິພາວັນ ຍັງໄດ້ສືບຕໍ່ ພົບປະ ສອງຝ່າຍ ກັບທ່ານ ໂອລາຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນໂດຍໄດ້ມີ ການປຶກສາຫາລື, ພ້ອມທັງຕີລາຄາ ການພົວພັນຮ່ວມມືສອງຝ່າຍໃນໄລ ຍະຜ່ານມາ ກໍຄື ການທິດທາງຂອງ ການຮ່ວມມືໃນອະນາຄົດ ແລະ ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີການພົບ ປະສອງຝ່າຍ ກັບ ທ່ານ ມາກ ຣຸດທ໌ ນາຍົກລັດຖະ ມົນຕີ ໂຮນລັງ ໂດຍທັງ ສອງໄດ້ພ້ອມກັນຕີລາຄາການພົວພັນ ຮ່ວມມືໃນໄລຍະຜ່ານມາ ກໍຄືແຜນການ ຮ່ວມມືໃນອະນາຄົດຮ່ວມກັນ. ທ່ານ ພັນຄໍາ ວິພາວັນ ຜູ້ເຄິ່ງກາງ

19/12/2022 xtgmf]k; 3 0j k; c]t gsfdko co;7y f-U oe0v'xtmko wdlvo rq ,;y sko .o;Pd'kodkolb dlk gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ll- xtdv[7egsa o .lj Ij k'dq f\kp;j kfh ;pdkod;fdk]a f ທຸກສາຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ; ໄດ້ສໍາເລັດການລຶບລ້າງຄວາມບໍ່ ຮູ້ໜັງສືໃຫ້ປະຊາຊົນ ໂດຍພື້ນຖານ; ໄດ້ເຮັດໃຫ້ນັກຮຽນ-ນັກສຶກສາມີ ແບບແຜນດຳລົງຊີວິດ ທີ່ປອດໃສ, ມີນ້ຳໃຈຮັກຊາດຮັກລະບອບໃໝ່,ຮູ້ ເສີມຂະຫຍາຍມູນເຊື້ອທີ່ດີງາມຂອງ ຊາດ ເຮັດໃຫ້ໂສມໜ້າທາງດ້ານວັດ ທະນະທຳ-ສັງຄົມມີການປ່ຽນແປງ; ເຮັດໃຫ້ພະນັກງານ, ກຳມະກອນ, ກຳລັງປະກອບອາວຸດ ແລະ ປະ ຊາຊົນລາວບັນດາເຜົ່າເພີ່ມຄວາມ ເຊື່ອໝັ້ນຕໍ່ພັກ, ຕໍ່ລະບອບໃໝ່ເຊິ່ງ ເປັນການສ້າງກຳລັງແຮງໃໝ່ໃນ ເບື້ອງຕົ້ນແກ່ປະເທດຊາດ. ພຽງ ແຕ່ໄລຍະເວລາສັ້ນໆພວກເຮົາກໍສາ ມາດຜ່ານຜ່າຄວາມຫຍຸ້ງຍາກ ຫລາຍປະການ. ສາມາດສ້າງຕັັ້ງ ແລະ ຂະຫຍາຍໂອກາດການສຶກສາ ຢ່າງຮອບດ້ານເຊິ່ງມີລັກສະນະ ປະຊາຊົນ ແລະ ມີປັດໄຈໂຮງຮຽນ ສັງຄົມນິຍົມ ເຊິ່ງເປັນພື້ນຖານໃຫ້ ແກ່ການປ່ຽນແປງໃໝ່ທາງດ້ານ ຈິນຕະນາການກ່ຽວກັບການສຶກສາ ເຮັດໃຫ້ການສຶກສາສອດຄ່ອງກັບ ສະພາວະຄວາມເປັນຈິງທາງດ້ານ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ” ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາຕື່ມອີກວ່າ: “ທົ່ວພັກ, ທົ່ວລັດ ແລະ ທົ່ວປວງ ຊົນລາວຕ້ອງມີການປ່ຽນແປງ ໃໝ່ທາງດ້ານຈິນຕະນາການກ່ຽວ ກັບການສຶກສາ,ຈັດວາງວຽກງານ ການສຶກສາໃຫ້ຖືກຕ້ອງກັບທີ່ຕັ້ງ ຂອງມັນໃນຍຸດທະສາດກ່ຽວກັບຄົນ ຖືເອົາການສຶກສາອົບຮົມສ້າງຄົນ ໃໝ່ສັງຄົມນິຍົມເປັນສຳຄັນ”. ອີງໃສ່ແນວທາງການປ່ຽນແປງ ໃໝ່ຮອບດ້ານຢ່າງມີຫລັກການ ຂອງພັກ, ໃນລະຫວ່າງ ປີ 19901991 ຂະແໜງການສຶກສາໄດ້ດໍາ ເນີນການປະຕິຮູບການສຶກສາເປັນ ຄັ້ງທີ 2 ໂດຍສຸມໃສ່ປະຕິຮູບໂຄງ ການຫລັກສູດ, ປຶ້ມຕຳລາຮຽນ ເພື່ອແນໃສ່ ໃຫ້ການສຶກສາມີຄຸນ ນະພາບທັງສອດຄ່ອງກັບຍຸກສະໄໝ ແລະ ເຮັດໃຫ້ການສຶກສາສາມາດ ຕອບສະໜອງກັບການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດໃນ ໄລຍະໃໝ່. ຜ່ານພຶດຕິກຳຕົວຈິງຄືດັ່ງກ່າວ ນັ້ນ, ເຖິງແມ່ນວ່າຈະເປັນໄລຍະແຫ່ງ ການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກ ຮານກໍຄືໄລຍະປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ເວລາໃດ, ປະທານ ໄກສອນ ພົມວິ ຫານ ກໍເປັນຫ່ວງເປັນໄຍ ແລະ ເອົາ ໃຈໃສ່ຕໍ່ວຽກງານການສຶກສາໂດຍ ຢຶດຖືເອົາປະທານ ໄກສອນ ພົມວິ ຫານ ເປັນນັກປະຕິຮູບການສຶກສາ ແລະ ເປັນຜູ້ມີວິໄສທັດທີ່ຍາວໄກ ທັງຖືກຕ້ອງອັນໄດ້ເຮັດໃຫ້ວຽກ ງານການສຶກສາຢູ່ປະເທດກາຍເປັນ ການສຶກສາວິທະຍາສາດກ້າວໜ້າ ແລະ ທັນສະໄໝ. ຜົນສຳເລັດຂອງ ການປະຕິບັດຍຸດທະສາດການສຶກ ສາແຕ່ປີ 1987 ຮອດປີ 2000 ນັ້ນ ໄດ້ກາຍເປັນພື້ນຖານທີ່ໜັກແໜ້ນ ເຂັ້ມແຂງໃຫ້ແກ່ການພັດທະນາ ການສຶກສາໃນສະຕະວັດທີ 21 ຂອງປະເທດລາວ. ປັດຈຸບັນ, ແນວ ທາງຂອງພັກ ແລະແຜນນະໂຍບາຍ ຂອງລັດຍັງໄດ້ດຳເນີນຕາມແນວ ຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ອົບຮົມສັ່ງ ສອນໄວ້ຕະຫລອດມາ. * ບັນດາສະມາຊິກສະພາແຫ່ງ ຊາດ (ສສຊ) ໄດ້ຜັດປ່ຽນກັນຂຶ້ນ ປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການກວດກາລັດສະບັບ ປັບປຸງ ເປັນຕົ້ນ ໄດ້ເພີ່ມມາດຕາ, ປັບປຸງ, ປ່ຽນແປງ ແລະ ເພີ່ມຄໍາສັບ ເຂົ້າຕື່ມຈໍານວນໜຶ່ງເພື່ອໃຫ້ເນື້ອ ໃນຈະແຈ້ງ, ຮັດກຸມ ແລະ ຖືກຕ້ອງ ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ. ຮ່າງກົດໝາຍ ດັ່ງກ່າວ ໄດ້ນຳສະ ເໜີໂດຍ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອ ທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 13 ທັນວາ 2022 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ. ທ່ານ ສີຄຳ ບຸນມີໄຊ ສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກ ຕັ້ງທີ 8 ແຂວງຫົວພັນ ໄດ້ມີຄຳເຫັນ ແລກປ່ຽນໃສ່ຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບນີ້ ຢູ່ມາດ ຕາ 29 (ການແກ້ໄຂຜົນການກວດ ກາ) ແລະ ມາດ30 (ການຕິດຕາມ, ຊຸກຍູ້, ກວດກາການແກ້ໄຂຜົນການ ກວດກາ) ເຊິ່ງກົດໝາຍກວດກາ ດັ່ງກ່າວໄດ້ນຳໃຊ້ມາຫລາຍປີແລ້ວ ແຕ່ຜ່ານການຈັດຕັ້ງປະຕິບັດ ໂດຍ ສະເພາະ ບັນດາການກວດກາແມ່ນ ເຮັດໄດ້ດີສົມຄວນ ເຊັ່ນ: ມີການຕິດ ຕາມກວດກາແຕ່ລະໄລຍະແຕ່ບັນ ຫາທີ່ຫຍັງປະຕິບັດໜ້ອຍທີ່ສຸດ ແມ່ນການແກ້ໄຂຂອງຜົນການກວດ ກາ ແລະ ການຕິດຕາມຜົນການ ກວດກາ ເຊິ່ງຮ່າງກົດໝາຍວ່າດ້ວຍ ການກວດກາລັດ ສະບັບປັບປຸງ ນີ້ເຫັນວ່າເນື້ອໃນມີການຮັດກຸ່ມ ຫລາຍຂຶ້ນ ແຕ່ຍັງມີບາງເນື້ອໃນຍັງ ເຫັນວ່າບໍ່ຈະແຈ້ງເຂົ້າໃຈຍາກ ສະເໝີໃຫ້ປັບປຸງ ແລະ ແກ້ໄຂເພີ່ມ ທັງນີ້ເພື່ອເຮັດໃຫ້ກົດໝາຍດັ່ງ ກ່າວ ມີເນື້ອໃນຄົບຖ້ວນ, ພາວະວິ ໄສ, ຈັດຕັ້ງປະຕິບັດໄດ້ງ່າຍທັງສອດ ຄ່ອງກັບກົດໝາຍ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ. ທ່ານ ຫຸມແພງ ອິນທະຈັກ ສສຊ ເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ໄດ້ປະກອບຄຳເຫັນຕໍ່ກົດໝາຍດັ່ງ ກ່າວ ເຊັ່ນມາດຕາ 35 (ທີ່ຕັ້ງຂອງ ການກວດກາລັດແຕ່ລະຂັ້ນ) ເປັນ ມາດຕາໃໝ່ທີ່ຄວນເບິ່ງຄືນກ່ຽວກັບ ຂໍ້ທີ 4 ອົງການກວດກາລັດຂັ້ນ ພະແນກການ, ຂັ້ນແຂວງ, ມາດຕາ 49 ( ຫົວ ໜ້າຂະແໜງກວດກາລັດ ຂັ້ນພະແນກການຂັ້ນແຂວງ) ໃຫ້ ກຳນົດຈະແຈ້ງ ແລະ ຄົບຖ້ວນຕື່ມ ສຳລັບການແຕ່ງຕັ້ງ, ຍົກຍ້າຍ, ປົດ ຕຳແໜ່ງ, ຫົວໜ້າຂະແໜງກວດກາ ລັດຂອງສະພາປະຊາຊົນຂັ້ນແຂວງ, ສານໄອຍະການຂັ້ນແຂວງຄວນປະ ຕິບັດຄືກັບມາດຕາ 41 ຄືກັນກັບ ຢູ່ຂັ້ນສູນກາງ.ໃນຂະນະທີທ່ານນາງ ທັດສະດາພອນ ຈັນທະມາດ ສສຊ ເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ປະກອບຄຳເຫັນຕໍ່ກົດໝາຍດັ່ງ ກ່າວ ໂດຍສະເພາະມາດຕາທີ 1 ກ່ຽວກັບ(ຈຸດປະສົງ) ຄວນຈະເພີ່ມ ເຕີມຄຳອະທິບາຍເນື້ອໃນເພື່ອໃຫ້ ອ່ານເຂົ້າໃຈງ່າຍ, ສະເໜີໃຫ້ຕັດບາງ ເນື້ອຫາໃຫ້ສັ້ນກະທັດຮັດໃນມາດ ຕາທີ 9 (ຂອບເຂດການນໍາໃຊ້ກົດ ໝາຍ). ການປະກອບຄຳຄິດຄຳເຫັນ ຂອງ ບັນດາ ສສຊ ກົດໝາຍວ່າ ດ້ວຍການກວດກາລັດສະບັບປັບ ປຸງ ແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ເຊິ່ງຈະກາຍເປັນນິຕິກຳພື້ນຖານ ໃຫ້ວຽກງານຄຸ້ມຄອງ,ກວດກາແລະ ເປັນບ່ອນອີງໃຫ້ການນຳພາ-ຊີ້ນຳ ຂອງຄະນະພັກ, ອົງການປົກຄອງ ແລະ ການເຄື່ອນໄຫວວຽກງານ ກວດກາລັດ. ທ່ານ ສີຄຳ ບຸນມີໄຊ ໂດຍ:: ກິດຕາ ພາບ: ເກດສະໜາ ທ່ານ ໄກສອນພົມວິຫານລົງຢ້ຽມຢາມແລະ ໂອ້ລົມກັບປະຊາຊົນ ເມືອງຊຽງຄໍ້ ກ່ຽວກັບໄຊຊະນະ ຂອງການປະຕິວັດ ແລະ ການປະລາໄຊ ຂອງຈັກອາເມລິກາ ແລະ ລູກມືປະຕິການ, ໃນວັນທີ 14/12/1961 * ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງ ການໃນວັນທີ 5 ທັນວາ 2022 ນີ້ ທີ່ຫໍສະພາແຫ່ງຊາດ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງ ການເງິນ ໄດ້ຂຶ້ນສະເໜີລາຍງານສະ ຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດປີ 2021, ການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ11 ເດືອນ, ຄາດຄະເນ ໝົດປີ 2022 ແລະ ທິດທາງແຜນ ງົບປະມານແຫ່ງລັດປີ 2023. ໃນນີ້ທ່ານລັດຖະມົນຕີຍົກໃຫ້ ເຫັນວ່າ: ໃນປີ2022ມີສິ່ງທີ່ພົ້ນເດັ່ນ ທີ່ລັດຖະບານກໍ່ຄືຂະແໜງການ ເງິນໄດ້ສຸມໃສ່ໃນການເພີ່ມທະວີ ການຄຸ້ມຄອງລາຍຮັບຕ້ານການ ຮົ່ວໄຫລຂອງລາຍຮັບງົບປະມານ ໂດຍສຸມໃສ່ການຫັນວຽກງານເປັນ ທັນສະໄໝໃນການຄຸ້ມຄອງການຈັດ ເກັບລາຍຮັບໂດຍໃຫ້ຫົວໜ່ວຍທຸ ລະກິດເຂົ້າໃນລະບົບຄຸ້ມຄອງອາ ກອນແບບທັນສະໄໝ (TaxRIS), ແຈ້ງມອບລາຍຮັບຂະແໜງຄຸ້ມຄອງ ຊັບສິນຂອງລັດ ແລະ ຂະແໜງປະ ຕິຮູບລັດວິສາຫະກິດ ແລະ ການ ປະກັນໄພ (ຄ່າພາກຫລວງ, ຄ່າ ຊັບພະຍາກອນທຳມະຊາດ,ຄ່າບິນ ຜ່ານ, ຄ່າສຳປະທານ, ເງິນນປັນຜົນ ກຳໄລ, ຕົ້ນທຶນ ແລະ ດອກເບ້ຍກູ້ ຢືມ) ຜ່ານລະບົບ TaxRIS ທັງ ໝົດ; ໄດ້ປັບປຸງລະບົບການເຊື່ອມ ໂຍງຖານຂໍ້ມູນທີ່ດິນ, ຖານແຮງງານ ກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ເພື່ອຄຸ້ມຄອງການເກັບ ລາຍຮັບ ແລະ ການຄຸ້ມຄອງຖານ ລາຍຮັບດັ່ງກ່າວ ເຂົ້າໃນລະບົບທີ່ ທັນສະໄໝ. ຜ່ານການສູ້ຊົນຈັດຕັ້ງປະຕິບັດ ງົບປະມານແຫ່ງລັດ 11 ເດືອນ, ສ າ ມ າ ດ ປ ະ ຕິ ບັ ດ ໄ ດ້ ທັ ງ ໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງ ແຜນການປີ (ບໍ່ລວມເອົາລາຍ ຮັບຈາກການຫຼຸດຜ່ອນອັດຕາອາ ກອນຊົມໃຊ້ເພື່ອດັດສົມລາຄານ້ຳ ມັນ ທີ່ລັດຖະບານໄດ້ຊ່ວຍໜູນພະ ນັກງານ, ທະຫານ, ຕຳຫລວດຮອດ ປະຊາຊົນທົ່ວສັງຄົມຈຳນວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂື້ນ 26%. ສຳລັບລາຍຮັບພາຍໃນປະຕິບັດ ໄດ້26.655ຕື້ກີບເທົ່າກັບ92,03% ຂອງແຜນການປີທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% ແລະ ຄາດຄະເນລາຍຮັບ ໝົດປີ 2022 ຈະປະຕິບັດໃຫ້ໄດ້ 32.447 ຕື້ກີບ ເທົ່າກັບ 102,70% ຫລື ເທົ່າກັບ 16,88% ຂອງ GDP (ມະຕິສະພາແຫ່ງຊາດຮັບຮອງ 16,44% ຂອງ GDP). ໃນນີ້: ຄາດວ່າລາຍຮັບພາສີ-ອາກອນຈະ ບັນລຸໄດ້ 26.323 ຕື້ກີບເທົ່າກັບ 103,01% ຂອງແຜນການປີ,ລາຍ ຮັບທີ່ບໍ່ແມ່ນພາສີ-ອາກອນ 3.702 ຕື້ກີບ ເທົ່າກັບ108,62%ຂອງແຜນ ການປີ; ລາຍຮັບຊ່ວຍເຫລືອລ້າ 2.422 ຕື້ກີບເທົ່າກັບ 98,46% ຂອງແຜນການປີ. ພ້ອມດຽວກັນນີ້, ໃນທ້າຍປີ 2022 ໄດ້ຄົ້ນຄວ້າຫລາຍມາດຕະ ການເພີ່ມເຕີມເພື່ອສູ້ຊົນຈັດຕັ້ງປະ ຕິບັດລາຍຮັບໃຫ້ບັນລຸໄດ້ທັງໝົດ 33.574 ຕື້ກີບເທົ່າກັບ 106,27% ຂອງແຜນການປີ.ດ້ານລາຍຈ່າຍ ງົບປະມານແຫ່ງລັດ 11 ເດືອນ, ສາມາດປະຕິບັດໄດ້ 25.694 ຕື້ ກີບ ເທົ່າກັບ 72,56% ຂອງແຜນ ການປີ. ໃນນີ້: ຂັ້ນສູນກາງປະຕິບັດ ໄດ້17.871ຕື້ກີບເທົ່າກັບ69,96% ຂອງແຜນການປີ ແລະ ຂັ້ນທ້ອງຖິ່ນ ປະຕິບັດໄດ້ 7.824 ຕື້ກີບ ເທົ່າກັບ 79,27% ຂອງແຜນການປີ (ສຳ ລັບການເບີກຈ່າຍເງິນເດືອນຂັ້ນ ສູນກາງສຳເລັດ ຮອດເດືອນພະ ຈິກ 2022, ສ່ວນຂັ້ນທ້ອງຖິ່ນສໍາ ເລັດເປັນສ່ວນໃຫຍ່). ສຳລັບທິດທາງແຜນການສ້າງ ແຜນງົບປະມານແຫ່ງລັດປີ 2023 ຈະໄດ້ສູ້ຊົນຮັບປະກັນແກ້ໄຂບັນ ຫາຄວາມຫຍຸ້ງຍາກດ້ານເສດຖະ ກິດ- ການເງິນໃຫ້ສຳເລັດຕາມບັນ ດາຄາດໝາຍທີ່ໄດ້ກຳນົດໄວ້ໃນ ວາລະແຫ່ງຊາດໃນປີ 2023, ແນ ໃສ່ການສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂື້ນຂອງລາຍຮັບງົບປະ ມານແຫ່ງລັດ, ສູ້ຊົນຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການປະຢັດແລະ ຕ້ານການຟຸ້ມເຟືອຍສະບັບເລກທີ 205/ລບ ໃຫ້ເປັນຮູບປະທຳ, ເພື່ອ ສ້າງທ່າແຮງໃຫ້ການສະສົມແຫ່ງ ລັດໃຫ້ເພີ່ມຂຶ້ນ, ເດັດຂາດບໍ່ໃຫ້ຕົກ ເຂົ້າໃນການເກີດວິກິດການ ແລະ ເປັນປະເທດທີ່ບໍ່ສາມາດຊຳລະໜີ້ ສິນໄດ້ ແລະ ຍົກລະດັບຄວາມໜ້າ ເຊື່ອຖືຂອງ ສປປ ລາວ ຕໍ່ສາກົນໃຫ້ ສູງຂຶ້ນ ແລະ ຄາດຄະເນສູ້ຊົນເກັບ ລາຍຮັບທັງໝົດໃນປີ 2023 ຈໍາ ນວນ 38.448 ຕື້ກີບ ທຽບໃສ່ແຜນ ຂອງປີຜ່ານມາເພີ່ມຂຶ້ນ 21,70% ຫລື ເທົ່າກັບ16,42%ຂອງGDP. ສະເພາະລາຍຮັບພາຍໃນຈຳນວນ 34.898 ຕື້ກີບທຽບໃສປີ 2022 ເພີ່ມຂຶ້ນ 20,49% ຫລື ເທົ່າກັບ 14,90% ຂອງ GDP (ມູນຄ່າ GDP ເທົ່າກັບ 234.160 ຕື້ກີບ). 0tc|'dkog'o l5 ,.lj grju ,mt;u dko75 h ,7v' ]kpIa [8h kodkoIq j ;ws]0v''[q xt,ko y

RkJQdWJsaXNoZXIy MTc3MTYxMQ==