ຂປລ
ການປ່ຽນແປງ ຂອງດິນຟ້າອາກາດ ແມ່ນກ່ຽວຂ້ອງກັບ ອະນາຄົດ ຮ່ວມກັນຂອງມວນມະນຸດ. ບໍ່ວ່າຈະເປັນປະເທດ ພວມພັດທະນາ ຫລື ປະເທດ ພັດທະນາແລ້ວ, ທຸກຝ່າຍ ແມ່ນຢູ່ໃນເຮືອລຳດຽວກັນ, ການເກາະແຂນກັນ ແລະ ດຳເນີນການຮ່ວມກັນ ແມ່ນທາງເລືອກພຽງຢ່າງດຽວ ທີ່ຖືກຕ້ອງທີ່ສຸດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ໃນກອງປະຊຸມ ສົນທິສັນຍາ ຂອງອົງການ ສະຫະ ປະຊາຊາດ ວ່າດ້ວຍການ ປ່ຽນແປງ ຂອງດິນຟ້າອາກາດ ຄັ້ງທີ 30, ທ່ານ ກົ່ວເຈ່ຍຄູ່ນ ໂຄສົກກະຊວງ ການຕ່າງປະເທດຈີນ ກົ່ວເຈ່ຍຄູ່ນ ເປີດເຜີຍວ່າ: ການປ່ຽນແປງ ຂອງດິນຟ້າອາກາດ ແມ່ນກ່ຽວຂ້ອງກັບ ອະນາຄົດ ຮ່ວມກັນຂອງມວນມະນຸດ. ບໍ່ວ່າຈະເປັນປະເທດ ພວມພັດທະນາ ຫລື ປະເທດພັດ ທະນາແລ້ວ, ທຸກຝ່າຍ ແມ່ນຢູ່ໃນເຮືອລຳດຽວກັນ, ການເກາະແຂນກັນ ແລະ ດຳເນີນການຮ່ວມກັນ ແມ່ນທາງເລືອກພຽງຢ່າງດຽວ ທີ່ຖືກຕ້ອງທີ່ສຸດ. ສປ ຈີນ ແມ່ນ“ປະເທດ ທີ່ປະຕິບັດຕົວຈິງ” ໃນການຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ແລະ ໄດ້ຖືເອົາ ການບັນລຸ ການປ່ອຍກາກບອນ ເຖິງຈຸດສູງສຸດ ແລະ ການປ່ອຍ ກາກບອນເປັນສູນ ເປັນຍຸດທະສາດແຫ່ງຊາດ, ໄດ້ສ້າງນະໂຍບາຍ ຫລຸດ ຜ່ອນ ການປ່ອຍກາກບອນ ທີ່ເປັນລະບົບ ແລະ ຄົບຖ້ວນສົມບູນ ທີ່ສຸດໃນໂລກ, ໄດ້ສ້າງລະບົບ ພະລັງງານ ໝູນວຽນ ທີ່ມີຂະໜາດໃຫຍ່ ກວ່າໝູ່ ແລະ ພັດທະນາ ໄວທີ່ສຸດໃນໂລກ. ສປ ຈີນ ຈະຮ່ວມ ກັບທຸກຝ່າຍ ເພື່ອຊຸກຍູ້ ໃຫ້ໄດ້ຮັບໝາກຜົນທີ່ຕັ້ງໜ້າ ໃນກອງປະຊຸມຄັ້ງນີ້ ແລະ ປະກອບສ່ວນໃໝ່ ຕໍ່ການປັບປຸງ ດິນຟ້າອາກາດທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL