ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຍັດຕິ ກ່ຽວກັບ ການເບີກ ງົບປະມານ ຊົ່ວຄາວ ຂອງລັດຖະບານ ທີ່ຮັບຮອງ ໂດຍສະພາສູງ ແລະ ສະພາຕ່ຳຂອງ ສ.ອາເມລິກາ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ພະຈິກນີ້, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນຍັດຕິ ກ່ຽວກັບ ການເບີກ ງົບປະມານ ຊົ່ວຄາວ ຂອງລັດຖະບານ ທີ່ຮັບຮອງ ໂດຍສະພາສູງ ແລະ ສະພາຕ່ຳຂອງ ສ.ອາເມລິກາ, ໂດຍໄດ້ສິ້ນສຸດ “ການຢຸດເຮັດວຽກ” ຂອງລັດຖະບານ ທີ່ດຳເນີນ ເປັນເວລາ 43 ວັນ ເຊິ່ງເປັນ “ການຢຸດເຮັດວຽກ” ດົນທີ່ສຸດ ໃນປະຫວັດສາດ. ຍັດຕິສະບັບດັ່ງກ່າວ ຈະເບີກງົບປະມານ ໃຫ້ລັດຖະບານ ສະຫະລັດ ອາເມລິກາ, ເຮັດໃຫ້ ອົງກອນ ຂອງລັດຖະບານ ສ່ວນໃຫຍ່ ສາມາດ ດຳເນີນງານ ໄດ້ຈົນເຖິງ ວັນທີ 30 ມັງກອນປີ 2026./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL