ທ່ານ ສີ ຈິ້ນຜິງ ພົບປະກັບ ເຈົ້າຊີວິດ ແອັດສະປາຍ

13/11/2025 20:33
Email Print 247
ຂປລ ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ກັບ ສົມ​ເດັດ ເຟ​ລິ​ເປ​ ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ ເຈົ້າ​ຊີ​ວິດ​ ແອັດ​ສະ​ປາຍ ​ທີ່​ເດີນ​ທາງ ມາ​ຢ້ຽມ​ຢາມ ສປ ​ຈີນ ​ທາງ​ລັດ​ຖະ​ກິດ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 12 ພະ​ຈິກ​ນີ້, ຢູ່ຫໍ​ສະ​ພາປະ​ຊາ​ຊົນ ​​ທີ່​ນະ​ຄອນຫລວງ ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ກັບ​ກັບ ສົມ​ເດັດ ເຟ​ລິ​ເປ​ ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ ເຈົ້າ​ຊີ​ວິດ​ ແອັດ​ສະ​ປາຍ ​ທີ່​ເດີນ​ທາງ ມາ​ຢ້ຽມ​ຢາມ ສປ ​ຈີນ ​ທາງ​ລັດ​ຖະ​ກິດ.ໃນໂກາດນີ້ ທ່ານ​ ສີ ​ຈິ້ນ​ຜິງ ໄດ້​ສະ​ແດງ ​ຄວາມ​ຍິນ​ດີ ​ຕ້ອນ​ຮັບ​ຕໍ່ ສົມ​ເດັດ ເຟ​ລິ​ເປ​ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ​ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ ແລະ ​ກ່າ​ວວ່າ: ​ຜະ​ບໍ​ລົມ​ວົງ​ສາ​ນຸ​ວົງ​​ ແອັດ​ສະ​ປາຍ ​ໄດ້​ປະ​ກອບ​ສ່ວນ​ ອັນ​ພົ້ນ​ເດັ່ນ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ ສາຍ​ພົວ​ພັນ ​ລະ​ຫວ່າງ​ ສປ ຈີນ-ແອັດ​ສະ​ປາຍ. ສປ ຈີ​ນ ​ຍິນ​​ດີຮ່ວມ​ກັບ ​ແອັດ​ສະ​ປາຍ ​​ເກາະ​ແຂນ​ກັນ​ ສ້າງ​ສາຍ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ ຮອບ​ດ້ານ ​ທີ່​ມີ​ຄວາມ​ໜຽວ​ແໜ້ນ​ ທາງ​ຍຸດ​ທະ​ສາດ ຫລາຍກວ່າ​ເກົ່າ, ມີ​ພະ​ລັງ​ຊີ​ວິດ ​ດ້ານ​ການ​ພັດ​ທະ​ນາ ຫລາຍກວ່າ​ເກົ່າ ແລະ​ ມີ​ອິດ​ທິ​ພົນ​ສາ​ກົນ​ ສູງກວ່າ​ເກົ່າ, ສ້າງ​ລະ​ບົບ​ຄຸ້ມ​ຄອງ​​ທົ່ວໂລກ ​ທີ່​ຍຸ​ຕິ​ທຳ ແລະ ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ​ຂອງມ​ວນ​ມະ​ນຸດ. ສົມ​ເດັດ ເຟ​ລິ​ເປ ​ທີ 6 ຮານ​ປາ​ໂບ​ລ ອັນ​ໂຟນ​ໂຊ ກ່າວ​ວ່າ ຜົນ​ງານ​ການ​ພັດ​ທະ​ນາ​ຂອ​ງ ສປ ​ຈີນ​ ປະ​ຈັກ​ຕາ​ຊາວ​ໂລກ, ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ. ລັດ​ຖະ​ບານ​ ແອັດ​ສະ​ປາຍ ​ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ ຫລັກ​ການ ​ປະ​ເທດ​ຈີນ​ດຽວ, ສະ​ໜັບ​ ສະ​ໜູນ ​ການ​ປົກ​ປັກ​ຮັກ​ສາ ​ຜືນ​ແຜ່ນ​ດິນ ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ຍິນ​ດີ​ຮ່ວມ​ກັບ​ ສປ ຈີນ​ ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ ລະ​ຫວ່າງ​ ສອງ​ຝ່າຍ​ພັດ​ທະ​ນາ​ ກ້າວ​ໄປ​ຂ້າງ​ໜ້າ ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ຄວາມ​ຜາ​ສຸກ ຫລາຍກວ່າ​ເກົ່າ ​ໃຫ້​ແກ່ ​ປະ​ຊາ​ຊົນ​ສອງ​ປະ​ເທດ, ປະ​ກອບ​ສ່ວນຫລາຍ​ກວ່​າ​ເກົ່າ ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ​ສະ​ຖຽນ​ລະ​ພາບ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top