ກອງປະຊຸມສຳມະນາ ທິດສະດີ ສອງພັກຈີນ-ຫວຽດນາມ ຄັ້ງທີ 20

13/11/2025 20:35
Email Print 154
ຂປລ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານ ປະເທດຈີນ ໄດ້ສົ່ງສານ ອວຍພອນ ຕໍ່ກອງ ປະຊຸມ ສຳມະນາ ທິດສະດີ ສອງພັກຈີນ-ຫວຽດນາມ ຄັ້ງທີ 20.

ຂປລ.ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ພະຈິກນີ້, ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ ປະທານ ປະເທດຈີນ ໄດ້ສົ່ງສານອວຍພອນ ຕໍ່ກອງ ປະຊຸມ ສຳມະນາ ທິດສະດີ ສອງພັກຈີນ-ຫວຽດນາມ ຄັ້ງທີ 20. ເນື້ອໃນສານອວຍພອນ ລະບຸວ່າ: ສອງພັກຄວາມມູນິດຈີນ ແລະ ພັກກອມມູນິດຫວຽດນາມ ຕ່າງກໍ່ຍຶດໝັ້ນ ແລະ ພັດທະນາ ລັດທິມາກ, ຍຶດໝັ້ນ ເດີນຕາມເສັ້ນທາງ ສັງຄົມນິຍົມ ຢ່າງໝັ້ນໜຽວບໍ່ປ່ຽນແປງ, ນຳພາປະເທດຕົນ ດຳເນີນການກໍ່ສ້າງ ສັງຄົມນິຍົມ,ຜະເຊີນໜ້າກັບ ບັນຫາທີ່ຄືກັນ ຫລື ຄ້າຍຄືກັນ ຈຳນວນຫລາຍ ໃນຍຸກສະໄໝນີ້. ກອງປະຊຸມ ສຳມະນາ ທິດສະດີ ສອງພັກຈີນ-ຫວຽດນາມ ແມ່ນເວທີສຳຄັນ ສຳລັບ ສອງພັກໃນການແລກປ່ຽນ ຄວາມຄິດຄວາມເຫັນ ແລະ ສົນທະນາກັນ ໂດຍເສີມຂະຫຍາຍ ບົດບາດ ອັນຕັ້ງໜ້າ ເຂົ້າໃນການຮັດ   ແໜ້ນ ມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີ ຄວາມເຫັນດີ ເຫັນພ້ອມ ດ້ານແນວຄິດ ແລະ ຊຸກຍູ້ການພົວພັນຈີນ-ຫວຽດນາມ ໃຫ້ຂະຫຍາຍຕົວ. ຫວັງວ່າ ສອງຝ່າຍ ຈະສືບຕໍ່ ແລກປ່ຽນຖອດຖອນ ບົດຮຽນໃນດ້ານການປົກຄອງ ບໍລິການປະເທດ, ສະໜັບ ສະໜູນ ດ້ານທິດສະດີ ເພື່ອພາລະກິດ ສັງຄົມນິຍົມ ຂອງປະເທດຕົນ ແລະການສ້າງຄູ່ ຮ່ວມຊາຕາກຳ ຈີນ- ຫວຽດນາມ, ພ້ອມທັງ ປະກອບສ່ວນເທົ່າທີ່ຄວນ ເຂົ້າໃນພາລະກິດ ອັນຍິ່ງໃຫຍ່ ແຫ່ງສັນຕິພາບ ແລະ ການພັດທະນາ ຂອງມວນມະນຸດ. ໃນມວັນດຽວກັນ, ກອງປະຊຸມ ສຳມະນາ ທິດສະດີ ສອງ ພັກຈີນ-ຫວຽດນາມ ຄັ້ງທີ 20 ໄດ້ຈັດຂຶ້ນ ຢູ່ນະຄອນນິ່ງບິງ ຂອງ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top