ຂປລ
ສະພາຊ່ຽວຊານ ດ້ານເສດຖະກິດ ເຢຍລະມັນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ຢູ່ນະຄອນຫລວງ ແບັກແລັງເພື່ອ ລາຍງານກ່ຽວກັບ ສະພາບການ ດຳເນີນງານທາງເສດຖະກິດປີນີ້ ແລະ ການຄາດຄະເນ ການພັດທະນາປີໜ້າ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 12 ພະຈິກນີ້, ສະພາຊ່ຽວຊານ ດ້ານເສດຖະກິດ ເຢຍລະມັນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ຢູ່ນະຄອນຫລວງ ແບັກແລັງ ເພື່ອລາຍງານກ່ຽວກັບ ສະພາບການ ດຳເນີນງານທາງເສດຖະກິດປີນີ້ ແລະ ການຄາດຄະເນ ການພັດທະນາປີໜ້າ.ສະພາດັ່ງກ່າວ ຄາດວ່າ ເສດຖະກິດ ຂອງເຢຍລະມັນໃນປີ 2025 ແລະ ປີ 2026 ຈະເຕີບໂຕ ບໍ່ແຮງປານໃດ, ຕ່ຳກວ່າ ທີ່ຄາດຄະເນ ໄວ້ກ່ອນໜ້ານີ້, ພ້ອມທັງ ໃຫ້ຮູ້ວ່າ ຈຸດພິເສດຂອງເສດຖະກິດ ທົ່ວໂລກ ໃນປັດຈຸບັນ ເກີດມີລັດທິປົກປ້ອງ ຫລາຍຂຶ້ນ ແລະ ນະໂຍບາຍ ການຄ້າຂອງ ສ.ອາເມລິກາ ຄາດຄະເນ ໄດ້ຍາກ, ເຮັດໃຫ້ການຄ້າທົ່ວໂລກ ຫລຸດໜ້ອຍລົງ ຢ່າງຕໍ່ເນື່ອງ. ຫລັງຈາກ ຊຸດໂຊມລົງ ເປັນເວລາ 2 ປີແລ້ວ, ເສດຖະກິດ ເຢຍລະມັນປີນີ້ ໄດ້ເຕີບໂຕ ແຕ່ບໍ່ແຮງປານໃດ, ຖ້າຢາກໃຫ້ກັບຄືນສູ່ ເສັ້ນທາງ ການເຕີບໂຕ ຕ້ອງເພີ່ມທະວີ ການປະດິດສ້າງ ແລະ ການລົງທຶນ, ແຕ່ນະໂຍບາຍພາສີ ຂອງ ສ.ອາເມລິກາ ໄດ້ສ້າງຜົນກະທົບທາງລົບ ຕໍ່ການຟື້ນຟູເສດຖະກິດ ຂອງເຢຍລະມັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL