ການຄ້າ ລະຫວ່າງ ສ.ອາເມລິກາ-ເອີຣົບ ຈະສົ່ງຜົນກະທົບເພີ່ມຂຶ້ນ ຢ່າງພົ້ນເດັ່ນໃນປີໜ້າ

13/11/2025 20:33
ຂປລ ນະໂຍບາຍພາສີ ຂອງ ສ.ອາເມລິກາ ແລະ ສະ​ພາບການ​ຄ້າ ​ທີ່​ເຄັ່ງ​ຕຶງ ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ​ ລະ​ຫວ່າງ ສ.​ອາ​ເມ​ລິ​ກາ-ເອີ​ຣົບ ທີ່​ມີ​ຜົນ​ກະ​ທົບ ​ຕໍ່​ເສດ​ຖະ​ກິດ ​ເອີ​ຣົບ​ນັ້ນ ຄາດ​ວ່າ​ ຈະ​​ຮ້າຍແຮງຂຶ້ນ​ຢ່າງ​ຫລວງ​ຫລາຍ​ໃນປີ 2026

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອ​ບໍ່​ດົນ​ມານີ້, ສະ​​ພາການ​ຄ້າ​ ແລະ ​ອຸດ​ສາ​ຫະ​ກຳ ເອີ​ຣົບ ​ປະ​ກາດ​ ຜົນ​ການ​ສຳ​ຫລວດ ​ສະ​ບັບ​ໜຶ່ງ ​ໂດຍ​ສະ​ແດງ​ ໃຫ້​ເຫັນ​ວ່າ: ນະໂຍບາຍພາສີ ຂອງ ສ.ອາເມລິກາ ແລະ ສະ​ພາບການ​ຄ້າ ​ທີ່​ເຄັ່ງ​ຕຶງ ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ​ ລະ​ຫວ່າງ ສ.​ອາ​ເມ​ລິ​ກາ-ເອີ​ຣົບ ທີ່​ມີ​ຜົນ​ກະ​ທົບ ​ຕໍ່​ເສດ​ຖະ​ກິດ ​ເອີ​ຣົບ​ນັ້ນ ຄາດ​ວ່າ​ ຈະ​​ຮ້າຍແຮງຂຶ້ນ​ຢ່າງ​ຫລວງ​ຫລາຍ​ໃນປີ 2026, ທັງອາດ ຈະ​ສົ່ງຜົນ​ຕາມ​​ມາ ​ຫລາຍ​ຢ່າງ ເຊັ່ນ: ການລົງທຶນ ຂອງວິສາຫະກິດ ຫລຸດລົງຕື່ມ​ອີກ ແລະ​​ ການປະ​ກອບ ​ອາ​ຊີບ ຍາກ​ຂຶ້ນ.ອີງຕາມການສໍາຫລວດດັ່ງກ່າວ, ໃນປີນີ້, ເນື່ອງຈາກ ວິສາຫະກິດ​ຕ່າງໆ ໄດ້ນໍາໃຊ້ ມາດຕະການ ທີ່​ແນ​ໃສ່ ​ໄລ​ຍະ​ຍາວຫລາຍ​ຢ່າງ ລວມທັງ ການປັບປຸງ​ ຕ່ອງ​ໂສ້ ການສະໜອງລ່ວງໜ້າ ແລະ ການສັ່ງຈອງວັດຖຸດິບ ທີ່ສໍາຄັນ​ເປັນ​ຕົ້ນ, ຜົນກະທົບ ດ້ານລົບຈາກ​ຄວາມຂັດແ​ຍ້ງ ດ້ານການຄ້າ ​ທີ່​ມີຕໍ່ການເຕີບໂຕ​​ ດ້ານເສດຖະກິດ ລວມຂອງເຂດ ​ໃຊ້​ເງິນ​ເອີ​ໂຣ ຈຶ່ງບໍ່​ຫລາຍ​ປານ​ໃດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top