ສະພາສູງ ສ.ອາເມລິກາ ຮັບຮອງເອົາຍັດຕິກ່ຽວກັບການຈັດສັນງົບປະມານເປັນການຊົ່ວຄາວ

12/11/2025 11:59
ຂປລ ສະພາສູງ ສ.ອາເມລິກາ ໄດ້ຮັບຮອງເອົາ “ຍັດຕິ ກ່ຽວກັບ ການຈັດສັນ ງົບປະມານ ຢ່າງຕໍ່ເນື່ອງ ແລະ ແກ່ຍາວເວລາ” ເຊິ່ງເປັນ ບາດກ້າວສຳຄັນ ເພື່ອສິ້ນສຸດ “ການຢຸດເຮັດວຽກ” ຂອງລັດຖະບານ.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສະພາສູງ ສ.ອາເມລິກາ ໄດ້ຮັບຮອງເອົາຍັດຕິ ກ່ຽວກັບ ການຈັດສັນ ງົບປະມານ ຢ່າງຕໍ່ເນື່ອງ ແລະ ແກ່ຍາວເວລາເຊິ່ງເປັນ ບາດກ້າວສຳຄັນ ເພື່ອສິ້ນສຸດ ການຢຸດເຮັດວຽກຂອງລັດຖະບານ. ຍັດຕິສະບັບດັ່ງກ່າວ ຈະສະໜອງເງິນທຶນ ໃຫ້ລັດຖະບານ ສ.ອາເມລິກາ ເຖິງວັນທີ 30 ມັງກອນປີ 2026, ພ້ອມທັງ ຍົກເລີກມາດຕະການ ຢຸດຈ້າງລັດຖະບານ ສ່ວນໜຶ່ງ ໃນໄລຍະຢຸດເຮັດວຽກ”.ຍັດຕິດັ່ງກ່າວ ຈະລົງຄະແນນສຽງໃນສະພາຕ່ຳ, ຫລັງຈາກນັ້ນ ຈະສົ່ງໃຫ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມ ເພື່ອສິ້ນສຸດການຢຸດເຮັດວຽກຂອງລັດຖະບານ ທີ່ແກ່ຍາວເວລາກວ່າໝູ່ ໃນປະຫວັດສາດ ຂງ ສ.ອາເມລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top