ສປ ຈີນ ມີຍອດການຈຳໜ່າຍລົດພະລັງງານໃໝ່ ຫລາຍກວ່າ 50%

12/11/2025 11:37
ຂປລ ນັບແຕ່​ ເດືອນ​ມັງ​ກອນ ຫາ​ເດືອນ​ຕຸ​ລາ​ປີ​ນີ້, ຍອດ​ການ​ຈຳ​ໜ່າຍ​ລົດ ​ພະ​ລັງ​ງານ​ໃໝ່​ຂອງ​ ສປ ຈີນ ສືບ​ຕໍ່ ​ເພີ່ມ​ຂຶ້ນ​ຫລາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 11 ພະ​ຈິກ​ນີ້, ​ຕົວ​ເລກ​ ສະ​ຖິ​ຕິຫລ້າ​ສຸດ ​ທີ່​ເປີດ​ເຜີຍ​ ໂດຍສະ​ມາ​ຄົມ ​ອຸດ​ສາ​ຫະ​ກຳ​ ລົດ​ຍົນ​ຈີ​ນ​ ສະ​ແດງ​ ໃຫ້​ເຫັນ​ວ່າ: ​ນັບແຕ່​ ເດືອນ​ມັງ​ກອນ ຫາ​ເດືອນ​ຕຸ​ລາ​ປີ​ນີ້, ຍອດ​ການ​ຈຳ​ໜ່າຍ​ລົດ ​ພະ​ລັງ​ງານ​ໃໝ່​ຂອງ​ ສປ ຈີນ ສືບ​ຕໍ່ ​ເພີ່ມ​ຂຶ້ນ​ຫລາຍ. ໃນ​ນັ້ນ, ສ​ະ​ເພາະ ຍອດ​​ການ​ຈຳ​ໜ່າຍ ​ລົດ​ພະ​ລັງ​ງານ​ໃໝ່ ໃນ​ເດືອ​ນ​ຕຸ​ລາ ​ແລ້ວ​ນີ້ ບັນ​ລຸ ຫລາຍກວ່າ 50% ຂອງ​ຍອດ​​ການ​ຈຳ​ໜ່າຍ​ລົດ​​ຍົນໃໝ່ ​ທັງ​ໝົດ ເປັນ​ຄັ້ງ​ທຳ​ອິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top