ຂປລ
ກະຊວງເສດຖະກິດການຄ້າ ແລະ ອຸດສາຫະກຳຂອງ ຍີ່ປຸ່ນ ເປີດເຜີຍວ່າ: ຜົນຜະລິດອຸດສາຫະກຳໃນເດືອນກັນຍາ ໄດ້ປັບຕົວຂຶ້ນ 2,2% ເມື່ອທຽບໃສ່ ເດືອນຜ່ານມາ, ຊຶ່ງເປັນ ການເພີ່ມຂຶ້ນ ຄັ້ງທຳອິດ ໃນຮອບ 3 ເດືອນ
ຂປລ.ສຳນັກຂ່າວກ່ຽວໂດຂອງຍີ່ປຸ່ນ ລາຍງານວ່າ: ກະຊວງເສດຖະກິດການຄ້າ ແລະ ອຸດສາຫະກຳຂອງ ຍີ່ປຸ່ນ ເປີດເຜີຍວ່າ: ຜົນຜະລິດອຸດສາຫະກຳໃນເດືອນກັນຍາ ໄດ້ປັບຕົວຂຶ້ນ 2,2% ເມື່ອທຽບໃສ່ ເດືອນຜ່ານມາ, ຊຶ່ງເປັນ ການເພີ່ມຂຶ້ນ ຄັ້ງທຳອິດ ໃນຮອບ 3 ເດືອນ , ໂດຍໄດ້ແຮງຊຸກຍູ້ ຈາກການຜະລິດ ເຄື່ອງກົນຈັກ ທີ່ເພີ່ມຂຶ້ນຢ່າງເຂັ້ມແຂງ. ຕົວເລກດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຜົນຜະລິດ ອຸດສາຫະກຳ ຂອງ ຍີ່ປຸ່ນ ກັບຄືນມາຟື້ນຕົວ ອີກຄັ້ງ ຫລັງຈາກຫລຸດລົງ 1,5% ໃນເດືອນສິງຫາ. ຢ່າງໃດກໍ່ຕາມ ກະຊວງກ່ຽວຂ້ອງ ຍັງຮັກສາ ການປະເມີນ ພື້ນຖານຂອງເດືອນກັນຍາໄວ້ເທົ່າກັບ ເດືອນສິງຫາ ເນື່ອງຈາກວ່າ ຜົນຜະລິດ ອຸດສາຫະກຳ ໄດ້ມີການປ່ຽນແປງ ແລະ ບໍ່ຕົວເລກຊັດເຈນ./
KPL