ພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບອາດຊະຍາກຳ ທາງອິນເຕີເນັດ

10/10/2025 07:26
Email Print 392
ຂປລ ພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບ ອາດຊະຍາກຳ ທາງອິນເຕີເນັດ ຈະຈັດຂຶ້ນ ລະຫວ່າງ ວັນທີ 25 – 26 ຕຸລາ ຢູ່ຮ່າໂນ້ຍ ແມ່ນການ ຖືເປັນ ສຳຄັນຂອງ ສປຊ ຕໍ່ຖານະບົດບາດ, ການປະກອບສ່ວນຂອງ ສສ ຫວຽດນາມ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບ ອາດຊະຍາກຳ ທາງອິນເຕີເນັດ ຈະຈັດຂຶ້ນ ລະຫວ່າງ ວັນທີ 25 – 26 ຕຸລາ ຢູ່ຮ່າໂນ້ຍ ແມ່ນການ ຖືເປັນ ສຳຄັນຂອງ ສປຊ ຕໍ່ຖານະບົດບາດ, ການປະກອບສ່ວນຂອງ ສສ ຫວຽດນາມ.ຈາກນັ້ນ ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ ເລື່ອງ ສປຊ ເລືອກເອົານະຄອນຫລວງ ຮ່າໂນ້ຍ ແມ່ນສະຖານທີ່ຈັດພິທີເປີດການລົງນາມ ສົນທິສັນຍາ ສປຊ ກ່ຽວກັບ ອາດຊະຍາກຳທາງອິນເຕີເນັດ ໄດ້ສ້າງຂີດໝາຍສຳຄັນ ໃນປະຫວັດສາດ ການທູດຫລາຍ ຝ່າຍຂອງ ສສ ຫວຽດນາມ ແລະ ການພົວພັນ ຫວຽດນາມ-ສປຊ. ແບ່ງປັນກ່ຽວກັບ ວິວັດການເລີ່ມຕົ້ນ ບັນດາການເຈລະຈາ ກ່ຽວກັບ ສົນທິສັນຍາ ແລະ ການປະກອບສ່ວນ ຂອງ ສສຫວຽດນາມ ໃນວິວັດການນີ້, ທ່ານ ຮອງລັດຖະມົນຕີ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດ ກໍ່ແມ່ນໜຶ່ງໃນບັນດາປະເທດນຳໜ້າ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນ 8 ຮອບ ເຈລະຈາສົນທິສັນຍາ. ທ່ານ ອັນໂຕນີໂ ກູເຕີເຣສ(Antonio Guterres),ເລຂາທິການໃຫຍ່ ສປຊ ຖືເຫດການນີ້ ເປັນສຳຄັນທີ່ສຸດ ແລະ ໄດ້ຮັບຄຳເເຊື້ອເຊີນ ເຂົ້າຮ່ວມພິທີເປີດການລົງນາມ ທີ່ກົງກັບໂອກາດສະເຫລີມ ສະຫລອງ 80 ປີ ແຫ່ງວັນສ້າງຕັ້ງ ສປຊ. ສິ່ງນີ້ສະແດງ ໃຫ້ເຫັນການຖືເປັນສຳຄັນຂອງ ສປຊ ຕໍ່ສົນທິສັນຍານີ້ ກໍ່ຄື ການຖືເປັນສຳຄັນຂອງ ສປຊ ທີ່ມີຕໍ່ຖານະບົດບາດ, ການປະກອບສ່ວນຂອງ ສສ ຫວຽດນາມ ໃນ ປະຊາຄົມສາກົນ. ເລື່ອງນະຄອນຫລວງ ຮ່າໂນ້ຍ ໄດ້ຮັບຮູ້ ໃນເອກະສານ ຂອງສົນທິສັນຍາ ກໍ່ສ່ອງແສງ ໃຫ້ເຫັນການຢັ້ງຢືນ ຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນຂອງ ສສ ຫວຽດນາມ ເຂົ້າສົນ ທິສັນຍາ ສະບັບນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top