ຂປລ
ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ທ່ານ ນາງ ໄພວັນ ຈັນງາຄຳ ຜູ້ອຳນວຍການດ້ານແຜນງານ, ອົງການແຄຣ໌ນານາຊາດ ປະຈໍາລາວ, ມີຮອງຫົວໜ້າພະແນກ ຖວທ ແລະ ຄະນະຜູ້ປະສານໂຄງການຂັ້ນແຂວງ ຈາກນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ຍົກໃຫ້ເຫັນການກັນຈັດຕັ້ງປະຕິບັດໂຄງ ການຕະຫລອດໄລຍະ 2 ປີ ຊຶ່ງມີຫລາຍກິດຈະກຳໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມແຜນທີ່ວາງໄວ້ ເປັນຕົ້ນ ການສ້າງເວັບໄຊ ຂອງສະມາຄົມ ແລະ ເປີດນໍາຢ່າງເປັນທາງການ ເປັນໜຶ່ງໃນກິດຈະກຳຂອງໂຄງການ ເພື່ອເປັນຊ່ອງທາງໃນການຮຽນຮູ້ບົດຮຽນຕ່າງໆ ລວມທັງການເຜີຍແຜ່ຜົນງານທີ່ກ່ຽວ ຂ້ອງກັບວຽກງານຂ່າວໃນປະເທດລາວ ເຮັດໃຫ້ນັກຂ່າວທົ່ວປະເທດ ສາມາດເຂົ້າເຖິງແຫລ່ງຂໍ້ມູນຢ່າງງ່າຍດາຍ, ການລົງສໍາຫລວດເກັບກໍາຂໍ້ມູນ ກ່ຽວກັບຄວາມຕ້ອງການຝຶກອົບຮົມນັກຂ່າວ ແລະ ຄວາມຕ້ອງການຂອງໂຄງການຢູ່ 3 ພາກ ເພື່ອອອກແບບ ແລະ ສ້າງຫລັກສູດ ສໍາລັບສິດສອນ ແລະ ແຜນຝຶກອົບຮົມ ໃຫ້ນັກຂ່າວໃນ ຂອບເຂດທົ່ວປະເທດ, ການຈັດຊຸດຝຶກອົບຮົມຄູຝຶກນັກຂ່າວ (TOT), ການຈັດຊຸດຝຶກອົບຮົມນັກຂ່າວຢູ່ 3 ພາກ ຄື: ພາກເໜືອຢູ່ແຂວງຫລວງພະບາງ, ພາກໃຕ້ຢູ່ຈໍາປາສັກ ແລະ ພາກກາງຢູ່ນະຄອນຫລວງວຽງຈັນ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ”, ການລົງໄປທັດສະນະສຶກສາ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ນັກຂ່າວກ່ຽວກັບ ໂລກະທັດຂອງຊຸມຊົນ ວ່າດ້ວຍບົດບາດຍິງ-ຊາຍ ຕໍ່ຄວາມສຳຄັນຂອງ ການພັດທະນາສີຂຽວຢູ່ເມືອງຂວາ ແຂວງຜົ້ງສາລີ ແລະ ເມືອງດາກຈຶງ ແຂວງເຊກອງ, ການຈັດການປະກວດແຂ່ງຂັນ ຜະລິດຕະພັນການລາຍງານຂ່າວບັນຫາສີຂຽວດີເດັ່ນ, ການຈັດໂຄງການແລກປ່ຽນ ແລະ ຝຶກອົບຮົມປະຕິບັດຕົວຈິງ ໃຫ້ນັກຂ່າວລາວຢູ່ປະເທດໄທ ແລະ ຫລ້າສຸດແມ່ນ ການຈັດເວທີເສວະນາລະດັບພາກພື້ນ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ ໃນຍຸກດີຈິຕອນ” ໂດຍການເຂົ້າຮ່ວມຂອງວິທະຍາກອນ ນັກວິຊາການອາວຸໂສຈາກປະເທດລາວ, ຫວຽດນາມ, ໄທ ແລະ ນັກຂ່າວລາວ ຈາກທົ່ວປະເທດໃນຮູບແບບເຊິ່ງໜ້າ ແລະ ອອນລາຍ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ຕີລາຄາສູງຕໍ່ຜົນສໍາເລັດ ການຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານ ໂດຍສະເພາະ ການສ້າງຕໍາລາສື່ສານມວນຊົນໃໝ່, ນໍາເອົາວິທີການສິດສອນສົ່ງຄວາມຮູ້ໃໝ່, ຝຶກອົບຮົມໃຫ້ນັກຂ່າວ ແລະ ຄູຝຶກຢູ່ 3 ພາກຂອງລາວ. ນອກນັ້ນ, ໂຄງການ GAMCIL ຍັງໄດ້ຈັດການແຂ່ງຂັນຜະລິດ ບົດຂ່າວອອນລາຍ ວ່າດ້ວຍການລາຍງານຂ່າວບັນຫາສີຂຽວ ໂດຍຜູ້ຊະນະເລີດຈຳນວນ 6 ຄົນ ໄດ້ຮັບໂອກາດເດີນທາງ ໄປແລກປ່ຽນບົດຮຽນ ແລະ ປະສົບການກັບຜູ້ມີຊ່ຽວຊານ ໃນການລາຍງານຂ່າວ ການພັດທະນາສີຂຽວ ແລະ ຍືນຍົງຢູ່ປະເທດໄທ ໃນລະຫວ່າງຕົ້ນເດືອນກຸມພາຜ່ານມານີ້.
ພ້ອມນີ້, ໃນກອງປະຊຸມ ຍັງໄດ້ມອບລາງວັນໃຫ້ນັກຂ່າວ ທີ່ສົ່ງຜົນງານເຂົ້າຮ່ວມແຂ່ງຂັນຜະລິດ ຕະພັນການລາຍງານຂ່າວບັນຫາສີຂຽວດີເດັ່ນ ໃນນີ້ລາງວັນຊະນະເລີດມີ 3 ຄົນຄື: ຈາກແຂວງຫລວງພະບາງ 2 ຄົນ ແລະ ສາລະວັນ 1 ຄົນ, ຮອງຊະນະເລີດມີ 3 ຄົນ ຈາກນະຄອນຫລວງວຽງຈັນ, ຈໍາປາສັກ, ສາລະວັນ ແລະ ລາງວັນຊົມເຊີຍມີ 4 ຄົນ.
ໂຄງການ GAMCIL ໄດ້ຮັບການຕົກລົງເຫັນດີອະນຸມັດ ຈາກກະຊວງການຕ່າງປະເທດ ແລະ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍແມ່ນສະມາຄົມນັກຂ່າວແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ ຮ່ວມກັບອົງການແຄຣ໌ ນານາຊາດ ປະຈຳລາວ ພາຍໃຕ້ການຊີ້ນຳຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ ຫລື EU ເປັນເວລາ 4 ປີ ນັບແຕ່ປີ 2023-2027 ໂດຍໄດ້ມີການລົງນາມ ບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ GAMCIL ຮ່ວມກັນຢ່າງເປັນທາງການໃນວັນທີ 14 ກັນຍາ 2023 ຜ່ານມາ.
KPL