ສານສະແດງຄວາມເສົ້າສະຫລົດໃຈ

27/02/2025 17:25
ຂປລ ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

ຂປລ. ໃນວັນທີ 26 ກຸມພາ 2025 ນີ້,ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

ເນື້ອໃນສານລະບຸໄວ້ວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຊາບຂ່າວກ່ຽວກັບການຈາກໄປຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ ເປັນການສູນເສຍບຸກຄົນທີ່ສຳຄັນ ທີ່ມີຜົນງານ ແລະ ຄຸນງາມຄວາມດີຢ່າງຫລວງຫລາຍ ໃນການຮັບໃຊ້ປະເທດຊາດ ເຊິ່ງທ່ານໄດ້ອຸທິດເຫື່ອແຮງຂອງຕົນ ເພື່ອປະເທດຊາດຕະຫລອດມາ ກໍຄື ການພົວພັນຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ໄທ ໃນໄລຍະຜ່ານມາ.

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມ ສ່ວນຕົວ,ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າເສຍໃຈມາຍັງ ທ່ານນາຍົກລັດຖະມົນຕີ,ຄະນະລັດຖະບານ ແຫ່ງ ຣາຊະອານາຈັກໄທ ແລະ ຄອບ ຄົວ ໄກຣວິຊຽນ ມານະໂອກາດນີ້ດ້ວຍ.

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025

      2/27/2025 5:40:11 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄຂຂຶ້ນໃນວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳ ເດືອນ ກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.

    • ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວການເມືອງ

      ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

      2/27/2025 5:32:39 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

    • ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກການເມືອງ

      ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກ

      2/27/2025 5:23:59 PM

      ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.

    • ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກການເມືອງ

      ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກ

      2/27/2025 5:17:52 PM

      ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນການເມືອງ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 5:00:47 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

ads
ads

Top