ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກ

27/02/2025 17:23
ຂປລ ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.




ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.

ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະ ທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ​ໄດ້ໃຫ້ສຳພາດ ເນື່ອງໃນໂອກາດກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ໃນວັນທີ 26 ກຸມພາ 2025 ນີ້ວ່າ: ຕະຫລອດໄລຍະ 70 ປີຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ໃກ້ຊິດຕິດແທດ, ນຳພາ-ຊີ້ນຳທຸກຂົງເຂດວຽກງານ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ​ໂດຍສະເພາະ ວຽກງານຂອງສະຖາບັນວິທະຍາສາດເສດຖະ ກິດ-ສັງຄົມແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີຜົນສຳເລັດອັນພົ້ນເດັ່ນ ໃນຫລາຍດ້ານ ໂດຍສະເພາະ ແມ່ນໄລຍະຜັນຂະຫຍາຍມະຕິິ XI ຂອງພັກ ຄະນະພັກ ສວສສຊ ໄດ້ສຸມໃສ່ ຈັດຕັ້ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິກອງປະຊຸມດັ່ງກ່າວ, ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025), ວິໄສທັດຮອດປີ 2030 ແລະ ແຜນພັດທະນາ ເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 (2020-2025) ຂອງລັດຖະບານ ເຂົ້າສູ່ວຽກງານລວມຂອງ ສວສສຊ ໂດຍໄດ້ຫັນເປັນວິໄສທັດ ແລະ ຈຸດສຸມລວມ ຄື: ຕ້ອງພັດທະນາສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການ, ເປັນໃຈກາງການຄົ້ນຄວ້າ, ໃຫ້ຄຳປຶກ ສາ ແລະ ສະໜອງຂໍ້ມູນຂ່າວສານ ເພື່ອຮັບໃຊ້ການກຳນົດທິດທາງ ແລະ ນະໂຍບາຍພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍວິໄສທັດ ແລະ ຈຸດໝາຍດັ່ງກ່າວ, ໃຫ້ປະກົດຜົນເປັນຈິງ, ຄະນະພັກ-ຄະນະນຳ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ມີການກຳນົດຍຸດທະສາດ ໃນການພັດທະນາວຽກງານຂອງ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ອອກຄື: ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ຍົກສູງບົດບາດຂອງສະຖາບັນ; ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມ ພາຍໃນ ແລະ ຕ່າງປະ ເທດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ໃນໄລຍະຜ່ານມາ ສວສສຊ ໄດ້ມີໂຄງການຄົ້ນຄວ້າ ທີ່ສຳເລັດອອກຮັບໃຊ້ສັງຄົມ ຈຳນວນຫລາຍໂຄງການ ເຊັ່ນ: ໂຄງການປະຫວັດສາດພັກປະຊາຊົນປະຕິ ວັດລາວ, ໂຄງການປະເມີນເສດຖະກິດ ມະຫາພາກປະຈຳປີ, ບັນດາໂຄງການທີ່ກ່ຽວກັບເຜົ່າ ແລະ ສາສະໜາ, ວັດທະນະທຳ, ປະຫວັດສາດ, ນະໂຍບາຍທາງດ້ານເສດຖະກິດ ແລະ ສັງຄົມ, ການພັດທະນາວິສາຫະກິດຕ່າງໆ ແລະ ຈັດພິມວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມຫລາຍສະບັບ, ມີການຮ່ວມມືກັບສາກົນ ເຊິ່ງມີບັນດາສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລຂອງ ສສ ຫວຽດນາມ, ສປ ຈີນ, ກຳປູເຈຍ, ສ ກູບາ, ອິນເດຍ ແລະ ຍັງມີອົງການອຸຍ​ນີ​ເຊບ ແລະ ອົງການຈັດຕັ້ງສາກົນອື່ນໆ ອີກຫລາຍອົງການ. ​ໃນປີ 2024 ສວສສຊ ໄດ້ອະນຸມັດໂຄງການຄົ້ນຄ້ວາວິທະຍາສາດ 14 ໂຄງການ ທີ່ກໍາລັງຈັດຕັ້ງປະຕິບັດ, ໄດ້ເປັນເຈົ້າພາບ ຈັດສຳມະນາວິທະຍາສາດສາກົນ; ໃນທ້າຍເດືອນມັງກອນຜ່ານມາ ກໍໄດ້ສຳເລັດການຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄ້ວາ ປະຈຳປີ 2024 ພາຍໃຕ້ຫົວຂໍ້: ກາລະໂອກາດ ແລະ ສິ່ງທ້າທາຍ ຂອງການພັດທະນາແບບຍືນຍົງ ແລະ ການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ພາຍໃຕ້ເງື່ອນ ໄຂແຫ່ງການຄຸ້ມຄອງລັດ ແລະ ສັງຄົມ ດ້ວຍກົດໝາຍ ຢູ່ ສປປ ລາວແລະ ກອງປະຊຸມທີ່ສໍາຄັນອື່ນໆ. ພິເສດ ປະທານ ສວສສຊ ໄດ້ຮັບການແຕ່ງຕັ້ງ ໃຫ້ເປັນຫົວໜ້າຄະນະສະເພາະກິດ ເພື່ອລົງເລິກ ຄົ້ນຄ້ວາບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການປະຕິບັດຕາມພາລະບົດບາດຂອງຕົນ, ຜົນງານການຄົ້ນຄ້ວາຂອງຄະນະສະເພາະກິດ ໄດ້ຊ່ວຍສະໜອງຂໍ້ມູນຂ່າວສານ ກໍຄື ວິທີການ ແລະ ມາດຕະການ ໃນການແກ້ໄຂບັນຫາເງິນເຟີ້ ຢ່າງມີວິທະຍາສາດ ເຊິ່ງໄລຍະ 5-6 ເດືອນທີ່ຜ່ານມາ ສະພາບເງິນເຟີ້ ແລະ ອັດຕາແລກປ່ຽນ ໄດ້ຫັນເຂົ້າສູ່ລະບົບ ແລະ ໄດ້ຮັບການແກ້ໄຂ ຢ່າງເປັນຮູບປະທຳ. ສ່ວນລາຄາສິນຄ້າບາງປະເພດ ຖືວ່າໄດ້ຮັບການຄວບຄຸມ ໃນລະດັບທີ່ສົມເຫດສົມຜົນ. ນອກຈາກນີ້, ຄະນະນຳ ສວສສຊ ຍັງໄດ້ປະກອບເຂົ້າໃນຫລາຍວຽກງານຂອງ ສູນກາງພັກ ແລະ ລັດຖະບານ.

ໂອກາດນີ້, ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ອວຍພອນໄຊອັນປະເສີດ ແລະ ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ອະດີດປະທານພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດກົມການເມືອງສູນກາງພັກ, ເລຂາທິການສູນກາງພັກອາວຸໂສ ຈົ່ງມີອາຍຸໝັ້ນຂວັນຍືນ, ມີສຸຂະພາບເຂັ້ມແຂງ, ເປັນຮົ່ມໂພໄຊອັນປະເສີດ ໃຫ້ແກ່ພັກ-ລັດ ແລະ ປວງຊົນລາວບັນດາເຜົ່າ, ສືບຕໍ່ເປັນຄັນທຸງແຫ່ງຄວາມສາມັກຄີ ເປັນປຶກແຜ່ນຂອງຊາດ ແລະ ໃຫ້ຄຳຄິດຄຳເຫັນ ປຶກສາຫາລືທີ່ເປັນປະໂຫຍດ ໃຫ້ແກ່ການພັດທະນາ ສປປ ລາວ ໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງ ອວຍພອນໄຊ ອັນປະເສີດ ໃຫ້ການນຳຂັ້ນສູງ ພັກ, ລັດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຫ້າວຫັນໝັ້ນຍືນ, ສືບຕໍ່ນຳພາ-ຊີ້ນຳ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ ຢ່າງຍາວນານ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025

      2/27/2025 5:40:11 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄຂຂຶ້ນໃນວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳ ເດືອນ ກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.

    • ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວການເມືອງ

      ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

      2/27/2025 5:32:39 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      2/27/2025 5:25:48 PM

      ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

    • ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກການເມືອງ

      ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກ

      2/27/2025 5:17:52 PM

      ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນການເມືອງ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 5:00:47 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

ads
ads

Top