ຂປລ
ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິລະສັກ ນາມມຸນຕຣີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕໍ່ລາຄາສູງຄະ ນະຜູ້ແທນຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ທີ່ເດີນທາງມາເຮັດວຽກ ແລະ ຢ້ຽມ ຢາມ ນວ ຂອງທ່ານ ຮ່ວາງ ຈ໋ອງ ກວ໊ຽດ ພ້ອມຄະນະ ຖືເປັນມິດສະຫາຍທີ່ດີ ໃນການເສີມສ້າງຄວາມສາມັກຄີຮັກແພງ ແລະ ການຮ່ວມມືພິເສດ ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍ ໂດຍສະເພາະສອງຄະນະກວດກາພັກ ໃຫ້ເຂົ້າສູ່ລວງເລິກ, ຊ່ວຍເຫລືອເຊິ່ງກັນ ແລະ ກັນເຮັດໃຫ້ວຽກງານ ມີຄຸນນະພາບສູງຂຶ້ນໄປເລື້ອຍໆ. ພ້ອມກັນນັ້ນ, ກໍໄດ້ລາຍງານສະພາບການລວມຂອງ ນວ ແລະ ບາງວຽກຈຸດສຸມ ຂອງຄະນະ ກວດກາພັກ ນວ ທີ່ພວມສຸມໃສ່ປະຕິບັດໃນໄລຍະນີ້.

ນອກຈາກນີ້, ທ່ານ ວິໄລສັກ ນາມມຸນຕຣີ ກໍໄດ້ສະເໜີແຜນຍຸດທະສາດການປັບປຸງ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ພາລະບົດບາດໜ້າທີ່ ຂອງວຽກງານກວດກາພັກ ທີ່ສອງນະຄອນຄວນສຸມໃສ່, ລົງເລິກບັນຫາໃດເປັນບຸລິມະສິດ ເພື່ອເປັນທິດທາງໜ້າທີ່ລວມ ກຳນົດເຂົ້າໃນລາຍງານການເມືອງ ແລະ ແຜນພັດທະນາຂະແໜງ ການກວດກາພັກໃນຕໍ່ໜ້າ, ການຮ່ວມມືກ່ຽວກັບ ການກໍ່ສ້າງພະນັກງານວິຊາການ ແລະ ວິຊາສະເພາະ, ແຜນຜັນຂະຫຍາຍການຮ່ວມມື ຕາມບົດບັນທຶກຄວາມເຂົ້າ ໃຈທີ່ເຊັນກັນໃນຄັ້ງນີ້. ເພື່ອຮອງຮັບການຮ່ວມມື ໃນຕໍ່ໜ້າໃຫ້ມີໝາກຜົນ ໃນຕອນທ້າຍຂອງພິທີ ທ່ານ ວິໄລສັກ ນາມມຸນຕຣີ ແລະ ທ່ານ ຮວ່າງ ຈ໋ອງ ກວ໊ຽດ ກໍໄດ້ເຊັນບົດບັນທຶກ (MOU) ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກວດກາພັກ ນະຄອນຫລວງຮ່າໂນ້ຍ ຕື່ມອີກ.

KPL