ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

27/02/2025 17:00
ຂປລ ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.



ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການ ເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ
500 ກິໂລໂວນ ໃນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລະຫວ່າງ ລາວ-ຈີນ ຈາກເມືອງນາໝໍ້, ແຂວງອຸດົມໄຊ ຫາ ສິບສອງພັນນາ ສປ ຈີນ ​ເປັນໂຄງການກໍ່ສ້າງສຳຄັນ ທີ່ໄດ້ຂຽນເຂົ້າໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຄາດວ່າຈະກໍ່ສ້າງສຳເລັດໃນປີ 2026 ເຊິ່ງກົງກັບວັນສ້າງຕັ້ງ ສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ- ສປ ຈີນ ຄົບຮອບ 65 ປີ. ໂຄງການດັ່ງກ່າວ, ແມ່ນການແລກປ່ຽນ ພະລັງງານໄຟຟ້າລະຫວ່າງ ລາວ-ຈີນ ຄາດວ່າຈະສູງເຖິງ 1.500 ເມກາວັດ, ຂະໜາດການສົ່ງໄຟຟ້າສະອາດຕົກຢູ່ປະມານ 3 ຕື້ກິໂລວັດໂມງ ເຊິ່ງເປັນການຊຸກຍູ້ການແລກປ່ຽນພະລັງງານໄຟຟ້າ ລະ ຫວ່າງ ລາວ-ຈີນ ໃຫ້ມີຂະໜາດໃຫຍ່ກວ່າເກົ່າ ແລະ ​ເປັນ​ການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດດ້ານໄຟຟ້າ ລະຫວ່າງ ສອງປະເທດ.




ໂຄງການດັ່ງກ່າວ, ແບ່ງເປັນ
2 ຊ່ວງ ຄື: ຊ່ວງຢູ່ລາວ ລົງທຶນກໍ່ສ້າງໂດຍ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDL-T) ແລະ ຊ່ວງຢູ່ຈີນ ລົງທຶນກໍ່ສ້າງໂດຍ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ໂຄງ ການນີ້ຈະສ້າງສະຖານີໄຟຟ້າ 500 ກິໂລໂວນ ທີ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ສ້າງສາຍສົ່ງໄຟຟ້າ 500 ກິໂລໂວນ ວົງຈອນດ່ຽວ ແຕ່ເມືອງນາໝໍ້ ຫາ ສິບສອງພັນນາ ແຂວງຢຸນນານ ເຊິ່ງມີຄວາມຍາວທັງໝົດ 183,5 ກິໂລແມັດ. ພ້ອມກັນນັ້ນ, ຈະກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ ວົງຈອນຄູ່ ເຊື່ອມຕໍ່ລະບົບສາຍສົ່ງຫລັກ ຢູ່ພາກເໜືອຂອງລາວ, ພາຍຫລັງກໍ່ສ້າງສຳເລັດແລ້ວ ຈະປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ໃຫ້ກາຍເປັນຈຸດໃຈ ກາງດ້ານພະລັງງານສະອາດ ທີ່ເຊື່ອມໂຍງເຊື່ອມຈອດພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.

ທ່ານ ນາງ ຟາງຫົງ ໄດ້ມີ​ຄໍາ​ເຫັນວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ເປັນບາດກ້າວທີ່ສຳຄັນຂອງປະເທດລາວ ແລະ ປະເທດຈີນ ໃນການລົງເລິກການຮ່ວມມື ທີ່ເປັນຮູບປະທຳ ພາຍຫລັງທີ່ສຳເລັດໂຄງການ ເສັ້ນທາງລົດໄຟຈີນ-ລາວ ແລະ ເປັນຂີດໝາຍອັນສຳຄັນອີກປະການໜຶ່ງ ໃນການປະກອບສ່ວນ ເສີມກໍ່ສ້າງຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ”. ພະລັງງານໄຟຟ້າປຽບເໝືອນ ນັກຮົບແນວໜ້າຂອງການພັດທະນາ ເສດຖະກິດ-ສັງຄົມ, ເປັນການໜູນຊ່ວຍທີ່ສຳຄັນ ໃນການປັບ ປຸງຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ​ເຊິ່ງພວກ​ເຮົາຕ້ອງໄດ້ສືບຕໍ່ ປະຕິບັດຕາມຄວາມເຫັນດີ ເຫັນພ້ອມ ຂອງການນຳຂັ້ນສູງ ຂອງສອງພັກ-ສອງລັດ, ຍຶດໝັ້ນການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນເປັນແກນຫລັກ, ສືບຕໍ່ລົງເລິກການຮ່ວມມື ລະຫວ່າງ ສອງຝ່າຍໃນຂົງເຂດພະລັງງານ ໄຟຟ້າ ໂດຍຜ່ານການເຊື່ອມຕໍ່ຕາຂ່າຍໄຟຟ້າ.




ທ່ານ ໂພໄຊ ໄຊຍະສອນ ກໍ​ໄດ້ຄຳເຫັນວ່າ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ
500 ກິໂລໂວນ ແມ່ນໂຄງການພັດທະນາຂະແໜງພະລັງງານ ທີ່ມີລັກສະນະຍຸດທະສາດ ​ເຊິ່ງຖືກກໍານົດໄວ້ໃນແຜນພັດທະນາ ວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ(2021-2025), ຖ້າໂຄງການນີ້ສ້າງສໍາເລັດ ຈະສ້າງເປັນເງື່ອນໄຂທ່າແຮງ ທາງດ້ານເສດຖະກິດ ໂດຍສະເພາະ ການເຊື່ອມໂຍງ ແລະ ແລກປ່ຽນພະລັງ ງານລະຫວ່າງ ສປປ ລາວ ກັບບັນດາແຂວງພາກໃຕ້ຂອງ ສປ ຈີນ, ສ້າງໃຫ້ ສປປ ລາວ ກາຍເປັນສູນກາງແຫ່ງ ການເຊື່ອມໂຍງດ້ານພະລັງງານ ແລະ ເປັນສູນກາງດ້ານການແລກປ່ຽນຊື້ຂາຍພະລັງງານທີ່ສຳ ຄັນຂອງພາກພື້ນອາຊຽນ ອີກດ້ວຍ.




ພ້ອມ​ກັນ​ນີ້, ທ່ານ ຫລິວເວີ່ຍ ກໍໄດ້ຕີລາຄາວ່າ: ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຈະຖືການເລີ່ມຕົ້ນກໍ່ສ້າງໂຄງການດັ່ງກ່າວ ເປັນໂອກາດທີ່ດີ ໃນການຊຸກຍູ້ການນໍາໃຊ້ເຕັກໂນໂລຊີ
, ອຸປະກອນທີ່ທັນສະ ໄໝ ແລະ ມາດຕະຖານທີ່ກ້າວໜ້າ, ສົ່ງເສີມການເຊື່ອມໂຍງໄຟຟ້າ ລະຫວ່າງ ພາກພື້ນໃນລະດັບສູງ, ສ້າງເວທີແຫ່ງການສື່ສານ ແລກປ່ຽນລະຫວ່າງພາກພື້ນ, ສ້າງແບບຢ່າງໃນການຮ່ວມມື ດ້ານພະລັງງານໄຟ ຟ້າໃນລະດັບພາກພື້ນ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.

ນອກຈາກນັ້ນ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຍັງໄດ້ມອບອຸປະກອນໄຟຟ້າ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ເພື່ອປະກອບສ່ວນເຂົ້າໃນ ການຍົກລະດັບການດໍາເນີນງານ ແລະ ການບໍາລຸງຮັກ ສາລະບົບໄຟຟ້າຂອງລາວ ຕື່ມ​ອີກ.

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025

      2/27/2025 5:40:11 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄຂຂຶ້ນໃນວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳ ເດືອນ ກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.

    • ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວການເມືອງ

      ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

      2/27/2025 5:32:39 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      2/27/2025 5:25:48 PM

      ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

    • ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກການເມືອງ

      ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກ

      2/27/2025 5:23:59 PM

      ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.

    • ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກການເມືອງ

      ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກ

      2/27/2025 5:17:52 PM

      ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ads
ads

Top