ຮັກສາການຫົວໜ້າ ຄຕພ ຕ້ອນຮັບທູດ ສ ເກົາຫລີ ປະຈໍາ ລາວ

27/02/2025 16:51
ຂປລ ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງຊູ (Jung Yung-Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.



ຂປລ. ໃນວັນທີ
26 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງຊູ (Jung Yung-Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ ທ່ານ Jung Yung-Soo ທີ່ໄດ້ເດີນທາງມາຢ້ຽມຂ່ຳນັບໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ສປປ ລາວ-ສ ເກົາຫລີ ຕະຫລອດໄລຍະ 30 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດ ໂຄງການຮ່ວມມືຂອງສອງຝ່າຍ ເປັນຕົ້ນ ຂົງເຂດສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ກະສິກຳ, ການພັດທະນາຊົນນະບົດ ແລະ ອື່ນໆ ເຊິ່ງເປັນການ ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ, ພ້ອມທັງຍິນດີຈະຮ່ວມກັບ ທ່ານເອກອັກຄະລັດຖະທູດ ສືບຕໍ່ຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນ ຄໍາຄິດເຫັນກ່ຽວກັບ ສະພາບການ ພົ້ນເດັ່ນພາຍໃນປະເທດ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. 

ທ່ານ ຈອງ ຢອງຊູ ກໍໄດ້ສະແດງຄວາມຂອບໃຈມາ​ຍັງ ທ່ານ ບຸນເຫລືອ ພັນດານຸວົງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ການໄດ້ຮັບມອບໝາຍໜ້າທີ່ ອັນສໍາຄັນໃຫ້ດໍາລົງຕໍາແໜ່ງເປັນ ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ເຊື່ອໝັ້ນວ່າ ດ້ວຍປະສົບການຂອງທ່ານ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ສປປ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025

      2/27/2025 5:40:11 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄຂຂຶ້ນໃນວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳ ເດືອນ ກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.

    • ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວການເມືອງ

      ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

      2/27/2025 5:32:39 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      2/27/2025 5:25:48 PM

      ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

    • ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກການເມືອງ

      ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກ

      2/27/2025 5:23:59 PM

      ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.

    • ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກການເມືອງ

      ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກ

      2/27/2025 5:17:52 PM

      ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ads
ads

Top