ຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ

27/02/2025 16:46
ຂປລ ຂປລ. ຄະນະ​ຜູ້​ແທນ​ລາວ ນໍາ​ໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ (ADMM Retreat) ທີ່ເມືອງປີນັງ, ປະເທດມາເລເຊຍ ໃນວັນທີ 26 ກຸມພາ 2025



ຂປລ. ຄະນະ​ຜູ້​ແທນ​ລາວ ນໍາ​ໂດຍ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ
, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ (ADMM Retreat) ທີ່ເມືອງປີນັງ, ປະເທດມາເລເຊຍ ໃນວັນທີ 26 ກຸມພາ 2025 ໂດຍການເປັນປະທານ ຂອງ ທ່ານ ດາໂຕະ ເຊີຣີ ໂມຮາມັດ ຄາເລັດ ບິນນໍດິນ ລັດຖະມົນຕີກະ ຊວງປ້ອງກັນປະເທດມາເລເຊຍ, ມີລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະມາຊິກອາ ຊຽນ, ຕີມໍ-ແລັດສະເຕ ໃນນາມປະເທດສັງເກດການ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້, ໄດ້ດໍາເນີນພາຍໃຕ້ຄຳຂວັນ
ການເພີ່ມທະວີຄວາມສາມັກຄີຂອງອາຊຽນ ແລະ ການຮ່ວມມືຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍ ທີ່ພົ້ນເດັ່ນຕໍ່ຄວາມໝັ້ນຄົງ”. ຕໍ່ກັບບັນຫາດັ່ງ ກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບ ການເສີມສ້າງຄວາມສາມັກຄີ ແລະ ພື້ນຖານແນວຄວາມຄິດອາຊຽນ ໃນການສົ່ງເສີມການພົວພັນຮ່ວມມືຂອງພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພົ້ນເດັ່ນ ເຊິ່ງສົ່ງຜົນກະທົບຕໍ່ການປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ເພື່ອປະກອບສ່ວນເຂົ້າໃນ ການເອື້ອອໍານວຍຄວາມສະ ດວກໃຫ້ແກ່ການສ້າງສາ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ.




ໃນກອງປະຊຸມ
ADMM Retreat ຄັ້ງນີ້, ຍັງໄດ້ຮັບຮອງເອົາ ຖະແຫລງການຮ່ວມຂອງລັດ ຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍການຮ່ວມມືດ້ານວຽກງານປັນຍາປະດິດ ໃນຂະແໜງການປ້ອງກັນຊາດເຊິ່ງເອກະສານດັ່ງກ່າວ, ໄດ້ສະແດງຄວາມໝັ້ນໝາຍ ໃນການສົ່ງເສີມຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ ໃນການນໍາໃຊ້ປັນຍາປະດິດ ໃນຂະແໜງການປ້ອງກັນຊາດຂອງອາຊຽນ ໃຫ້ສອດ ຄ່ອງລະບຽບກົດໝາຍສາກົນ ແລະ ບັນດາແຜນງານ ພາຍໃຕ້ຂອບການຮ່ວມມືຂອງອາຊຽນ; ສົ່ງເສີມຂໍ້ລິເລີ່ມການຮ່ວມມື ໃນການພັດທະນາຂີດຄວາມສາມາດ ທາງດ້ານເຕັກໂນໂລຊີ ໃນບັນດາຂະແໜງການປ້ອງກັນຊາດ ເພື່ອເສີມສ້າງ ການຮ່ວມມືໃນການຂັບເຄື່ອນ ແລະ ຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາ ວຽກງານປັນຍາປະດິດ ໃນບັນດາປະເທດສະມາຊິກອາຊຽນ; ພັດທະນາການຮ່ວມມືດ້ານ ວຽກງານປັນຍາປະດິດ ໃນຂະແໜງການປ້ອງກັນຊາດ ເພື່ອເພີ່ມທະວີ ແລະ ສ້າງຄວາມຮູ້ສາມາດ ທາງດ້ານປັນຍາປະດິດ ໂດຍຜ່ານກົນໄກການ ຮ່ວມມືທີ່ກ່ຽວຂ້ອງຂອງອາຊຽນ ແລະ ຊຸກຍູ້ສົ່ງເສີມວຽກງານປັນຍາປະດິດ ເຂົ້າໃນກິດຈະກໍາທີ່ເໝາະສົມຂອງໜ່ວຍງານຜູ້ຊ່ຽວຊານ ໃນຂອບກອງປະຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ-ບວກ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ອາຊຽນ ແລະ ທັງເປັນການເສີມສ້າງຂີດຄວາມສາມາດ ໃນການແກ້ໄຂບັນດາສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງຂອງພາກພື້ນ.

ພ້ອມ​ນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືວຽກງານອື່ນໆ ທີ່ກ່ຽວຂ້ອງ ໂດຍສະເພາະ ການພິຈາລະ ນາ ແລະ ການເຫັນດີເປັນເອກະພາບຂອງອາຊຽນ ໃນການຮັບຮອງເອົາປະເທດ ເຢຍລະມັນ ແລະ ຕວກກີ ເຂົ້າຮ່ວມສັງເກດການ ໃນບັນດາໜ່ວຍງານຜູ້ຊ່ຽວຊານ ໃນຂອບກອງປະຊຸມ ADMM-ບວກ ໃນຮອບວຽນປີ 2024-2027.

ຂ່າວ-ພາບ: ທອງມາ ໄຊຍະເພັງສາ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025ການເມືອງ

      ໄຂກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນກຸມພາ 2025

      2/27/2025 5:40:11 PM

      ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ 2025 ໄຂຂຶ້ນໃນວັນທີ 27 ກຸມພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານ ສະພາບພົ້ນເດັ່ນປະຈຳ ເດືອນ ກຸມພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມີນາ 2025.

    • ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວການເມືອງ

      ສະຫລຸບໂຄງການສ້າງຄວາມເຂັັ້ມແຂງໃຫ້ແກ່ສື່ມວນຊົນລາວ

      2/27/2025 5:32:39 PM

      ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ອົງການແຄຣ໌ນານາຊາດ ປະຈຳລາວ ຈັດກອງປະຊຸມປະຈໍາປີທີ 2 ຂອງໂຄງການສ້າງຄວາມເຂັັ້ມແຂງ ໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການ ຈັດຕັັ້ງມະຫາຊົນ ແລະ ອົງການຈັດຕັັ້ງທາງສັງຄົມ ເພື່ອການພັດທະນາສີຂຽວໃນລາວ ຫລື GAMCIL ໃນວັນທີ 27 ກຸມພາ 2025 ຢູ່ນະຄອນຫຼວງວຽງຈັນ

    • ສານສະແດງຄວາມເສົ້າສະຫລົດໃຈການເມືອງ

      ສານສະແດງຄວາມເສົ້າສະຫລົດໃຈ

      2/27/2025 5:25:48 PM

      ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຕໍ່ການຈາກໄປ ຂອງ ທ່ານ ທານິນ ໄກຣວິຊຽນ ອະດີດນາຍົກລັດຖະມົນຕີ ແລະ ອະດີດອົງຄະມົນຕີ ໃນຣາຊະການທີ 9 ແຫ່ງ ຣາຊະອານາຈັກໄທ.

    • ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກການເມືອງ

      ສະຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ ຍຶດໝັ້ນຕໍ່ການນຳພາຂອງພັກ

      2/27/2025 5:23:59 PM

      ຂປລ. ຕະຫລອດໄລຍະຜ່ານມາ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ) ໄດ້ຍຶດໝັ້ນຕໍ່ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ວຽກງານດ້ານຕ່າງໆ ຂອງສະຖາບັນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ.

    • ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກການເມືອງ

      ນະຄອນຫລວງວຽງຈັນ-ຮ່າໂນ້ຍ ສືບຕໍ່ຮ່ວມມືວຽກງານກວດກາພັກ

      2/27/2025 5:17:52 PM

      ຂປລ. ກອງປະຊຸມພົບປະ ແລະ ພິທີລົງນາມບົດບັນທຶກການຮ່ວມມື ລະຫວ່າງຄະນະກວດກາພັກນະຄອນຫລວງວຽງຈັນ ແລະ ຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ ຈັດຂຶ້ນວັນທີ 26 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິລະສັກ ນາມມຸນຕຣີ ກຳມະການປະຈຳພັກ, ປະທານຄະນະ ກວດກາພັກ ນະຄອນຫລວງວຽງຈັນ (ນວ), ທ່ານ ຮວ່າງ ຈ໋ອງ ກວ໊ຽດ ຄະນະປະຈຳພັກ, ປະທານຄະນະກຳມະການກວດກາພັກ ນະຄອນຫລວງຮ່າໂນ້ຍ, ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ads
ads

Top