ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

27/02/2025 16:38
ຂປລ ຂປລ. ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ ເຊິ່ງໄດ້ປະກາດ ໃນວັນທີ 19 ກຸມພາ 2025 ຜ່ານມາ ໂດຍຈະມີຜົນສັກສິດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 5 ເມສາ 2025 ເປັນຕົ້ນໄປ.




ຂປລ. ໃນວັນທີ
26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ ເຊິ່ງໄດ້ປະກາດ ໃນວັນທີ 19 ກຸມພາ 2025 ຜ່ານມາ ໂດຍຈະມີຜົນສັກສິດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 5 ເມສາ 2025 ເປັນຕົ້ນໄປ.

ທ່ານ ອາລຸນ ບຸນຍົງ  ໄດ້ໃຫ້ຮູ້ວ່າ: ຂໍ້ຕົກລົງສະບັບດັ່ງກ່າວ, ເປັນການຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ການຄຸ້ມຄອງເງິນຕາຕ່າງປະເທດ ສະບັບ ເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023 ເຊິ່ງໄດ້ມອບໃຫ້ ທະນາຄານແຫ່ງ ສປປ ລາວ ປັບປຸງລະບົບການຊຳລະພາຍໃນປະເທດ ໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາ ຖືກຕ້ອງຕາມຈຸດປະສົງ ຂອງການຊຳລະທີ່ແທ້ຈິງ ເພື່ອເຮັດໃຫ້ການນໍາໃຊ້ເງິນ ຕາຕ່າງປະເທດຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ອີງຕາມຄວາມຈໍາ ເປັນພາວະວິໄສຂອງສັງຄົມລາວ ທີ່ຍັງມີຄວາມຈຳເປັນໃນການນໍາໃຊ້ ເງິນຕາຕ່າງປະເທດ ເພື່ອຊຳລະພາຍໃນ ແລະ ກັບຕ່າງປະເທດ. ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ດໍາເນີນການຄົ້ນຄວ້າຂໍ້ຕົກລົງດັ່ງກ່າວ ໂດຍໄດ້ມີການວິເຄາະຂໍ້ມູນ ການນໍາໃຊ້ບັນຊີເງິນຝາກຢູ່ ສປປ ລາວ, ມີການຖອດຖອນບົດຮຽນຈາກຕ່າງປະເທດ, ຄົ້ນຄວ້າຕາມຫລັກການຂອງສາກົນ ແລະ ຜ່ານການປະກອບຄໍາເຫັນຈາກພາກລັດ, ເອກະຊົນ ແລະ ສັງຄົມ ວົງກວ້າງ.

ຂໍ້ຕົກລົງສະບັບດັ່ງກ່າວ, ມີຈຸດປະສົງເປັນການສົ່ງເສີມ ຜູ້ທີ່ມີເງິນຕາຕ່າງປະເທດ ຖືຄອງໃນຮູບແບບເງິນສົດ ໃຫ້ນໍາເງິນຕາຕ່າງປະເທດໄປຝາກໄວ້ ນໍາທະນາຄານທຸລະກິດ ແລະ ເປັນການປັບປຸງລະບົບ ການຊຳລະພາຍໃນປະເທດ ໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງ ຂອງການຊຳລະທີ່ແທ້ຈິງ ເຮັດໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ ເຊິ່ງບໍ່ໄດ້ຈຳກັດ ສິດໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກເງິນຕາຕ່າງປະເທດ ແຕ່ຢ່າງໃດ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຍັງສາມາດຄອບຄອງເງິນຕາ ຕ່າງປະເທດໃນບັນຊີເງິນຝາກ ໂດຍບໍ່ຈໍາກັດຈໍານວນ, ສາມາດ ຝາກ, ຖອນເງິນ ໄດ້ຕາມປົກກະຕິ ຄືທີ່ຜ່ານມາ ແລະ ສາມາດໂອນເງິນຕາ ຕ່າງປະເທດຢູ່ພາຍໃນ ສປປ ລາວ ໄດ້ ໂດຍບໍ່ຈຳກັດຈໍານວນ.

ເນື້ອໃນສໍາຄັນຂອງຂໍ້ຕົກລົງສະບັບດັ່ງກ່າວ, ແມ່ນໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກ ເງິນຕາຕ່າງປະເທດຢູ່ ສປປ ລາວ ມີຜົນບັງຄັບໃຊ້ສໍາລັບ ຜູ້ມີ ແລະ ຜູ້ກຳລັງຈະມີບັນຊີເງິນຝາກ ເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງຂໍ້ຕົກລົງດັ່ງກ່າວ, ບໍ່ໄດ້ນໍາໃຊ້ກັບ ບັນຊີເງິນຝາກ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ, ໝາຍຄວາມວ່າການດໍາເນີນທຸລະກຳ ກັບຕ່າງປະເທດ ເປັນຕົ້ນ ຊຳລະສິນຄ້ານໍາເຂົ້າ, ເງິນລົງທຶນຕ່າງປະເທດ ແມ່ນສາມາດເຄື່ອນໄຫວ ທຸລະກຳໄດ້ປົກກະຕິ ຄືດັ່ງທີ່ຜ່ານມາ ຕາມລະບຽບການກ່ຽວຂ້ອງ. ພ້ອມທັງໄດ້ກຳນົດເງື່ອນໄຂໃໝ່ ເປັນຕົ້ນ ຜູ້ທີ່ຈະເປີດບັນຊີເງິນຝາກເງິນຕາຕ່າງປະເທດ ຕ້ອງເປັນຜູ້ທີ່ມີເງິນຕາຕ່າງປະເທດ ໄວ້ໃນການຄອບຄອງ ຫລື ມີແຫລ່ງລາຍຮັບເປັນເງິນຕາຕ່າງປະເທດ; ການໂອນເງິນຕາຕ່າງປະ ເທດລະຫວ່າງບັນຊີເງິນຝາກ ແມ່ນບໍ່ໄດ້ຈຳກັດຈຳນວນ ເຊິ່ງການໂອນເງິນຕາຕ່າງປະເທດ ລະຫວ່າງບັນຊີເງິນຝາກທີ່ອອກຊື່ບັນຊີຕ່າງກັນ ຈະມີຄ່າທໍານຽມການໂອນເງິນ ຈາກທະນາຄານທຸລະກິດ ຕົ້ນທາງ 0,5% ຂອງມູນຄ່າທຸລະກຳ ໂດຍກຳນົດຄ່າທໍານຽມ ຕໍ່າສຸດບໍ່ຫລຸດ 1 ໂດລາສະຫະລັດ ຫລື ທຽບເທົ່າ ແລະ ສູງສຸດບໍ່ເກີນ 50 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ໜຶ່ງທຸລະກຳ.

ສຳລັບ ບັນຊີເງິນຝາກຂອງບຸກຄົນ ຖ້າເປັນການໂອນບໍ່ເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ ແຕ່ຖ້າໂອນເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າ ຂຶ້ນໄປຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ສ່ວນບັນຊີເງິນຝາກຂອງວິສາຫະກິດ ຖ້າເປັນການໂອນບໍ່ເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປ ຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ບັນຊີເງິນຝາກຂອງການຈັດຕັ້ງ ຖ້າເປັນການໂອນບໍ່ເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປ ຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ ກ່ຽວຂ້ອງ.

ການໂອນເງິນ ແມ່ນສາມາດດໍາເນີນຜ່ານທຸກຊ່ອງທາງ ໃຫ້ບໍລິການຂອງທະນາຄານທຸລະກິດ ເປັນຕົ້ນ ໂອນຜ່ານ ແອັບພິເຄຊັນຂອງທະນາຄານ ຫລື ຜ່ານປ່ອງບໍລິການຂອງທະນາຄານ. ກໍລະນີ ການໂອນເງິນໃນວົງເງິນທີ່ຕ້ອງໄດ້ຄັດຕິດເອກະສານທີ່ກ່ຽວຂ້ອງ ທ່ານສາມາດສໍາເນົາເອກະສານ ກ່ຽວຂ້ອງດັ່ງກ່າວ ໃຫ້ໜ່ວຍບໍລິການຂອງທະນາຄານ ຫລື ແນບຮູບພາບເອກະສານກ່ຽວຂ້ອງດັ່ງກ່າວ ໃນແອັບພີເຄຊັນຂອງ ທະນາຄານ ເພື່ອໃຫ້ສາມາດດໍາເນີນຂັ້ນຕອນການໂອນເງິນໄດ້ທັນທີ. ສຳລັບ ເອກະສານສານທີ່ກ່ຽວຂ້ອງ ກັບຈຸດປະສົງ ສາມາດເປັນໃບຮຽກເກັບເງິນ, ສັນ ຍາ, ສໍາມະໂນຄົວ ກໍລະນີໂອນພາຍໃນຄອບຄົວ ຫລື ໜັງສື, ເອກະສານຕ່າງໆ ທີ່ອອກໂດຍ ຜູ້ຮັບ ຫລື ຜູ້ຊຳລະ.

ການອອກຂໍ້ຕົກລົງສະບັບນີ້, ຈະເປັນການສົ່ງເສີມການນໍາໃຊ້ເງິນກີບ, ເປັນການຫລຸດຜ່ອນການແລກ ປ່ຽນເງິນຕາຕ່າງປະເທດຊະຊາຍ ແລະ ໃຫ້ບໍລິການເງິນຕາຕ່າງປະເທດ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ເພື່ອເຮັດໃຫ້ ການນໍາໃຊ້ເງິນຕາຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍຫລາຍຍິ່ງຂຶ້ນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນວັດທະນະທຳ-ສັງຄົມ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 12:34:15 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

    • ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024ວັດທະນະທຳ-ສັງຄົມ

      ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

      2/26/2025 12:18:03 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກງານ ລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກ ປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ

      2/25/2025 3:50:36 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ໃນວັນທີ 24 ກຸມພາ 2025 ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

    • ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3ວັດທະນະທຳ-ສັງຄົມ

      ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

      2/25/2025 3:16:35 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.

    • ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳວັດທະນະທຳ-ສັງຄົມ

      ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳ

      2/25/2025 11:01:36 AM

      ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ.

ads
ads

Top