ສປ ຈີນ ປະຢັດຕົ້ນທຶນການຈໍລະຈອນສິນຄ້າໃນທົ່ວປະເທດຫລາຍກວ່າ 400 ຕື້ຢວນ

27/02/2025 15:31
ຂປລ ສະຫະພັນ ການຈໍລະຈອນ ສິນຄ້າ ແລະ ການຈັດຊື້ຂອງ ສປ ຈີນ ໄດ້ເປີດເຜີຍ ບົດລາຍງານ ການວິເຄາະ ຍອດລາຍ​ຈ່າຍ ​ດ້ານການຈໍລະຈອນ ສິນຄ້າ ໃນທົ່ວປະເທດຈີນ ປີ 2024 ຊຶ່ງໄດ້ສະແດງໃຫ້ເຫັນ ໃນຊຸມປີ ທີ່ຜ່ານມາ,

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ວັນທີ 27 ກຸມພານີ້, ສະຫະພັນ ການຈໍລະຈອນ ສິນຄ້າ ແລະ ການຈັດຊື້ຂອງ ສປ ຈີນ ໄດ້ເປີດເຜີຍ ບົດລາຍງານ ການວິເຄາະ ຍອດລາຍຈ່າຍ ດ້ານການຈໍລະຈອນ ສິນຄ້າ ໃນທົ່ວປະເທດຈີນ ປີ 2024 ຊຶ່ງໄດ້ສະແດງໃຫ້ເຫັນ ໃນຊຸມປີ ທີ່ຜ່ານມາ, ອັດຕາສ່ວນ ຂອງຍອດລາຍຈ່າຍ ດ້ານການຈໍລະຈອນ ສິນຄ້າ ທົ່ວປະເທດຈີນ ໃນລວມຍອດ ຜະລິດຕະພັນ ພາຍໃນ ຫລື GDP ຂອງ ສປ ຈີນ ໄດ້ຫລຸດລົງ ຢ່າງຕໍ່ເນື່ອງ, ມາຮອດປີ 2024 ໄດ້ຫລຸດລົງ ຮອດລະດັບຕໍ່າສຸດ, ໂດຍໄດ້ປະຢັດຕົ້ນທຶນ ການຈໍລະຈອນ ສິນຄ້າ ຫລາຍກວ່າ 400 ຕື້ຢວນ.ປີ 2024, ອັດຕາສ່ວນ ຂອງຍອດລາຍຈ່າຍ ດ້ານການຈໍລະຈອນ ສິນຄ້າ ທົ່ວປະເທດ ກວມ GDP ຂອງສປ ຈີນ ຢູ່ໃນລະດັບ 14,1%, ຫລຸດລົງ 0,3% ເມື່ອທຽບໃສ່ປີ 2023, ໝາຍຄວາມວ່າ: ຕົ້ນທຶນ ການຈໍລະຈອນ ສິນຄ້າໃນ GDP ແຕ່ລະ 100 ຢວນໃດ, ຈາກ 14,4 ຢວນໃນປີ 2023 ໄດ້ຫລຸດລົງມາ ຢູ່ທີ່ 14,1 ຢວນ ໃນປີ 2024. ເມື່ອຄິດໄລ່ ໂດຍອີງຕາມ GDP ໃນປີ 2024 ຂອງສປ ຈີນ ແລ້ວ, ແມ່ນສາມາດ ປະຢັດຕົ້ນທຶນ ການຈໍລະຈອນ ສິນຄ້າ ໄດ້ຫລາຍກວ່າ 400 ຕື້ຢວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top