ອັດຕາການເກີດຢູ່ ສ.ເກົາຫລີ ເພີ່ມຂຶ້ນຄັ້ງທຳອິດ ໃນຮອບ 9 ປີ

27/02/2025 18:55
ຂປລ ສະຖິຕິ ການເກີດ ຂອງ ປະຊາກອນ ຢູ່ປະເທດນີ້ ເມື່ອປີກາຍ ໄດ້ເພີ່ມຂຶ້ນ ເປັນຄັ້ງທຳອິດ ຫລັງຈາກ ຫລຸດລົງ ມາຕະຫລອດ ນັບແຕ່ ປີ 2015 ຜ່ານມາ . ເມື່ອປີກາຍນີ້ ສ.ເກົາຫລີ ມີເດັກນ້ອຍເກີດໃໝ່ ຈຳນວນ 238.300 ຄົນ

ຂປລ. ສຳນັກ​ຂ່າວ​ ຕ່າງປະ​ເທດ ລາຍ​ງານ ​ຈາກ​ ນະຄອນຫລວງ ​ເຊ​ອຸນ ປະ​ເທດ ສ.​ເກົາຫລີ ​ເມື່ອ​ບໍ່​ດົນ​ມາ​ນີ້​,  ຕາມຂໍ້​ມູນເບື້ອງຕົ້ນ ຢ່າງ​ເປັນ​ທາງ​ການ​ ຂອງ ສ.​ເກົາຫລີ ​ເປີດ​ເຜີຍ​ວ່າ: ສະຖິຕິ​ ການ​ເກີດ​ ຂອງ​ ປະ​ຊາກ​ອນ ຢູ່​​ປະ​ເທດນີ້ ​ເມື່ອ​ປີ​ກາຍ ໄດ້​ເພີ່ມ​ຂຶ້ນ ​ເປັນ​ຄັ້ງ​ທຳ​ອິດ ຫລັງ​ຈາກ​ ຫລຸດ​ລົງ​ ມາ​ຕະຫລອດ ນັບແຕ່​ ປີ 2015 ຜ່ານມາ . ເມື່ອປີກາຍນີ້ ສ.ເກົາຫລີ ມີເດັກນ້ອຍເກີດໃໝ່ ຈຳນວນ 238.300 ຄົນ ເພີ່ມຂຶ້ນ ເມື່ອທຽບໃສ່ປີ 2023 ຜ້່ານມາ.ນີ້ຖືເປັນ ຄັ້ງທຳອິດໃນຮອບ 9 ປີ, ຕົວເລກ ສະຖິຕິການເກີດ ຂອງ ເດັກນ້ອຍໃນ.​ເກົາຫລີ ໄດ້ເພີ່ມຂຶ້ນ ອີກຄັ້ງ ຫລັງຈາກ ຫລຸດລົງ ຢ່າງຕໍ່ເນື່ອງ ນັບຕັ້ງແຕ່ ມີການບັນທຶກ ສະຖິຕິ ການເກີດ ຂອງເດັກ  ຈຳນວນ438.400 ຄົນເມື່ອປີ 2015 ຜ່ານມາ./

KPL

ຂ່າວອື່ນໆ

ads
ads

Top