ຂປລ
ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.
ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລະຫວ່າງ ລາວ-ຈີນ ຈາກເມືອງນາໝໍ້, ແຂວງອຸດົມໄຊ ຫາ ສິບສອງພັນນາ ສປ ຈີນ ເປັນໂຄງການກໍ່ສ້າງສຳຄັນທີ່ໄດ້ຂຽນເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຄາດວ່າຈະກໍ່ສ້າງສຳເລັດໃນປີ 2026 ເຊິ່ງກົງກັບວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ- ສປ ຈີນ ຄົບຮອບ 65 ປີ. ໂຄງການດັ່ງກ່າວ, ແມ່ນການແລກປ່ຽນພະລັງງານໄຟຟ້າລະຫວ່າງ ລາວ-ຈີນ ຄາດວ່າຈະສູງເຖິງ 1.500 ເມກາວັດ, ຂະໜາດການສົ່ງໄຟຟ້າສະອາດຕົກຢູ່ປະມານ 3 ຕື້ກິໂລວັດໂມງ ເຊິ່ງເປັນການຊຸກຍູ້ການແລກປ່ຽນພະລັງງານໄຟຟ້າ ລະ ຫວ່າງ ລາວ-ຈີນ ໃຫ້ມີຂະໜາດໃຫຍ່ກວ່າເກົ່າ ແລະ ເປັນການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດດ້ານໄຟຟ້າ ລະຫວ່າງ ສອງປະເທດ.

ໂຄງການດັ່ງກ່າວ, ແບ່ງເປັນ 2 ຊ່ວງ ຄື: ຊ່ວງຢູ່ລາວ ລົງທຶນກໍ່ສ້າງໂດຍ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDL-T) ແລະ ຊ່ວງຢູ່ຈີນ ລົງທຶນກໍ່ສ້າງໂດຍ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ໂຄງ ການນີ້ຈະສ້າງສະຖານີໄຟຟ້າ 500 ກິໂລໂວນ ທີ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ສ້າງສາຍສົ່ງໄຟຟ້າ 500 ກິໂລໂວນ ວົງຈອນດ່ຽວ ແຕ່ເມືອງນາໝໍ້ ຫາ ສິບສອງພັນນາ ແຂວງຢຸນນານ ເຊິ່ງມີຄວາມຍາວທັງໝົດ 183,5 ກິໂລແມັດ. ພ້ອມກັນນັ້ນ, ຈະກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວນ ວົງຈອນຄູ່ ເຊື່ອມຕໍ່ລະບົບສາຍສົ່ງຫລັກ ຢູ່ພາກເໜືອຂອງລາວ, ພາຍຫລັງກໍ່ສ້າງສຳເລັດແລ້ວ ຈະປະກອບສ່ວນເຂົ້າໃນການພັດທະນາ ສປປ ລາວ ໃຫ້ກາຍເປັນຈຸດໃຈກາງດ້ານພະລັງງານສະອາດ ທີ່ເຊື່ອມໂຍງເຊື່ອມຈອດພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ.

ທ່ານ ນາງ ຟາງຫົງ ໄດ້ມີຄໍາເຫັນວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ເປັນບາດກ້າວທີ່ສຳຄັນຂອງປະເທດລາວ ແລະ ປະເທດຈີນ ໃນການລົງເລິກການຮ່ວມມືທີ່ເປັນຮູບປະທຳ ພາຍຫລັງທີ່ສຳເລັດໂຄງການ ເສັ້ນທາງລົດໄຟຈີນ-ລາວ ແລະ ເປັນຂີດໝາຍອັນສຳຄັນອີກປະການໜຶ່ງ ໃນການປະກອບສ່ວນເສີມກໍ່ສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ພະລັງງານໄຟຟ້າປຽບເໝືອນ “ນັກຮົບແນວໜ້າ” ຂອງການພັດທະນາເສດຖະກິດ-ສັງຄົມ, ເປັນການໜູນຊ່ວຍທີ່ສຳຄັນ ໃນການປັບ ປຸງຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແລະ ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ເຊິ່ງພວກເຮົາຕ້ອງໄດ້ສືບຕໍ່ປະຕິບັດຕາມຄວາມເຫັນດີເຫັນພ້ອມ ຂອງການນຳຂັ້ນສູງຂອງສອງພັກ-ສອງລັດ, ຍຶດໝັ້ນການກໍ່ສ້າງແລວທາງເສດຖະກິດ ລາວ-ຈີນເປັນແກນຫລັກ, ສືບຕໍ່ລົງເລິກການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດພະລັງງານ ໄຟຟ້າ ໂດຍຜ່ານການເຊື່ອມຕໍ່ຕາຂ່າຍໄຟຟ້າ.

ທ່ານ ໂພໄຊ ໄຊຍະສອນ ກໍໄດ້ຄຳເຫັນວ່າ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ແມ່ນໂຄງການພັດທະນາຂະແໜງພະລັງງານ ທີ່ມີລັກສະນະຍຸດທະສາດ ເຊິ່ງຖືກກໍານົດໄວ້ໃນແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ(2021-2025), ຖ້າໂຄງການນີ້ສ້າງສໍາເລັດ ຈະສ້າງເປັນເງື່ອນໄຂທ່າແຮງທາງດ້ານເສດຖະກິດ ໂດຍສະເພາະ ການເຊື່ອມໂຍງ ແລະ ແລກປ່ຽນພະລັງ ງານລະຫວ່າງ ສປປ ລາວ ກັບບັນດາແຂວງພາກໃຕ້ຂອງ ສປ ຈີນ, ສ້າງໃຫ້ ສປປ ລາວ ກາຍເປັນສູນກາງແຫ່ງການເຊື່ອມໂຍງດ້ານພະລັງງານ ແລະ ເປັນສູນກາງດ້ານການແລກປ່ຽນຊື້ຂາຍພະລັງງານທີ່ສຳ ຄັນຂອງພາກພື້ນອາຊຽນ ອີກດ້ວຍ.
ພ້ອມກັນນີ້, ທ່ານ ຫລິວເວີ່ຍ ກໍໄດ້ຕີລາຄາວ່າ: ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຈະຖືການເລີ່ມຕົ້ນກໍ່ສ້າງໂຄງການດັ່ງກ່າວ ເປັນໂອກາດທີ່ດີໃນການຊຸກຍູ້ການນໍາໃຊ້ເຕັກໂນໂລຊີ, ອຸປະກອນທີ່ທັນສະ ໄໝ ແລະ ມາດຕະຖານທີ່ກ້າວໜ້າ, ສົ່ງເສີມການເຊື່ອມໂຍງໄຟຟ້າ ລະຫວ່າງ ພາກພື້ນໃນລະດັບສູງ, ສ້າງເວທີແຫ່ງການສື່ສານແລກປ່ຽນລະຫວ່າງພາກພື້ນ, ສ້າງແບບຢ່າງໃນການຮ່ວມມືດ້ານພະລັງງານໄຟ ຟ້າໃນລະດັບພາກພື້ນ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.
ນອກຈາກນັ້ນ, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຍັງໄດ້ມອບອຸປະກອນໄຟຟ້າ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການດໍາເນີນງານ ແລະ ການບໍາລຸງຮັກ ສາລະບົບໄຟຟ້າຂອງລາວ ຕື່ມອີກ.
KPL