ຂປລ
*ສະບັບກ່ອນໄດ້ຍົກເອົາບາງຕົວຢ່າງຈາກປະເທດເພື່ອນບ້ານ ທີ່ເຫລົ່າຢູທູບເບີ (Youtuber), ຕິກຕ໋ອກເກີ (TikToker) ຫລື ອິນຟລູເອນເຊີ (Influencer) ຕ້ອງໄດ້ມອບພັນທະອາກອນໃຫ້ລັດ ພາຍຫລັງມີລາຍຮັບຈາກແພລັດຟອມສື່ອອນລາຍຕ່າງໆ.
*ສະບັບກ່ອນໄດ້ຍົກເອົາບາງຕົວຢ່າງຈາກປະເທດເພື່ອນບ້ານ ທີ່ເຫລົ່າຢູທູບເບີ (Youtuber), ຕິກຕ໋ອກເກີ (TikToker) ຫລື ອິນຟລູເອນເຊີ (Influencer) ຕ້ອງໄດ້ມອບພັນທະອາກອນໃຫ້ລັດ ພາຍຫລັງມີລາຍຮັບຈາກແພລັດຟອມສື່ອອນລາຍຕ່າງໆ. ມາສະບັບນີ້ ຂໍນໍາສະເໜີ ກ່ຽວກັບການເສຍພັນທະອາກອນ ຈາກສິນຄ້າດິຈິຕອນ ຢູ່ສປປ ລາວ.
ໃນວັນທີ 24 ກຸມພາ 2024, ກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 0560/ກງ ເຖິງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດໍາເນີນທຸລະກິດ ແລະ ຜູ້ມີລາຍໄດ້ ກ່ຽວກັບການສະໜອງສິນຄ້າດິຈິຕອນ ແລະ ບໍລິການຮູບດິຈິຕອນ (Digital Platform) ຫລື ກິດຈະ ກໍາການຄ້າທາງເອເລັກໂຕຣນິກ ໃນນັ້ນ ໄດ້ລະບຸເຖິງຈຸດປະສົງຂອງແຈ້ງການ ກໍຄື ການປະຕິບັດພັນທະອາກອນຈາກ ສິນຄ້າດິຈິຕອນ ແລະ ບໍລິການຮູບແບບດິຈິຕອນ ຫລື ກິດຈະກໍາການຄ້າທາງເລັກໂຕຣນິກ.
ການຄ້າເອເລັກໂຕຣນິກ ໝາຍເຖິງການຊື້ຂາຍ, ການແລກປ່ຽນສິນຄ້າ ຫລື ການບໍລິການ ລະຫວ່າງຜູ້ຄ້າ ແລະ ລູກຄ້າ ໂດຍນໍາໃຊ້ຊ່ອງທາງເອເລັກໂຕຣນິກ, ສ່ວນຊ່ອງທາງເອເລັກໂຕຣນິກ ກໍຄື ຜູ້ຄ້າ, ບຸກຄົນ ຫລື ນິຕິບຸກຄົນ ທີ່ເປັນເຈົ້າຂອງເວັບໄຊ ຫລື ໂປຣແກຣມການຄ້າທາງເອເລັກໂຕຣນິກ.
ໃນແຈ້ງການສະບັບດັ່ງກ່າວ, ໄດ້ກໍານົດແຕ່ລະປະເພດຜູ້ເສຍອາກອນ ທີ່ເປັນທັງວິສາຫະກິດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ; ຈຸນລະວິສາຫະກິດ ແລະ ພາກສ່ວນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວມີລາຍໄດ້ ເຊິ່ງແຕ່ລະປະເພດ ໄດ້ຖືກກໍານົດກ່ຽວກັບຂັ້ນຕອນ ແລະ ວິທີການຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ, ການຍື່ນໃບແຈ້ງອາກອນລາຍໄດ້ດ້ວຍຕົນເອງ ແລະ ອື່ນໆ, ແຕ່ບໍ່ໄດ້ກໍານົດວ່າ ຕ້ອງມີລາຍໄດ້ຈາກການຄ້າ ຫລື ການບໍລິການດິຈິຕອນ ເທົ່າໃດ ຈຶ່ງຈະຕ້ອງລົງທະບຽນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ມີພຽງກໍານົດໄວ້ໃນປະເພດ ຈຸນລະວິສາຫະກິດ ເທົ່ານັ້ນ,ໂດຍລະບຸໄວ້ໃນໜ້າທີ 3 ຂອງແຈ້ງການວ່າ: ຜ່ານການດໍາເນີນ ທຸລະກິດ ຖ້າມີຂໍ້ມູນລາຍຮັບປະຈໍາປີເກີນ ສີ່ຮ້ອຍລ້ານກີບຂຶ້ນໄປ (400 ລ້ານກີບ) ຂຶ້ນໄປ ຕ້ອງເຂົ້າສູ່ລະບົບອາກອນມູນຄ່າເພີ່ມ, ປະຕິບັດພັນທະອາກອນປະເພດຕ່າງໆ. ກໍລະນີ ຈຸນລະວິສາຫະກິດ ບໍ່ຄົບເງື່ອນໄຂເຂົ້າໃນລະບົບອາກອນມູນຄ່າເພີ່ມ ແຕ່ຢູ່ລະບົບອາກອນລາຍໄດ້ແມ່ນ ສາມາດສະໝັກໃຈເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ ແລະ ໃຫ້ປະຕິບັດ ພັນທະອາກອນປະເພດຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງຄໍາແນະນຳສະບັບນີ້ (1.ວິສາຫະກິດທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ).
ຢ່າງໃດກໍຕາມ, ໃນດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ເລກທີ 296/ລບ ລົງວັນທີ 12 ທັນວາ 2021 ໃນພາກທີ III ໝວດທີ I ມາດຕາ 10 ໄດ້ກ່າວເຖິງການແຈ້ງການຄ້າທາງເອເລັກໂຕຣນິກ ໝາຍວ່າ ບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາເນີນທຸລະກິດການຄ້າທາງເອເລັກ ໂຕຣນິກ ຕ້ອງໄດ້ສະໜອງຂໍ້ມູນໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ.
ບຸກຄົນ ຫລື ນິຕິບຸກຄົນ ທີ່ໄດ້ດຳເນີນການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ຫລື ການຄ້າໃນ ຕະຫລາດທາງເອເລັກໂຕຣນິກ ກ່ອນດຳລັດສະບັບນີ້ ຕ້ອງແຈ້ງການດໍາເນີນທຸລະກິດ ພາຍໃນ ເກົ້າສິບ ວັນ ນັບແຕ່ ວັນທີ່ດໍາລັດສະບັບນີ້ມີຜົນບັງຄັບໃຊ້ ເປັນຕົ້ນໄປ. ຖ້າບໍ່ ມາແຈ້ງຕາມກຳນົດເວລາດັ່ງກ່າວ ຈະຖືກປະຕິບັດມາດ ຕະການ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.
ສັງລວມແລ້ວ, ໃນດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ແລະ ແຈ້ງການກ່ຽວກັບການປະຕິບັດພັນທະອາກອນຈາກສິນຄ້າ ດິຈິຕອນ ແລະ ບໍລິການຮູບດິຈິຕອນ (Digital Platform) ຫລື ກິດຈະກໍາການຄ້າທາງເອເລັກໂຕຣນິກ ບໍ່ໄດ້ລະບຸແຈ້ງກ່ຽວກັບການກໍານົດລາຍໄດ້ຢ່າງລະອຽດ ຫລືເປັນອັນສະເພາະ ຕໍ່ຜູ້ມີລາຍໄດ້ຈາກການຄ້າດິຈິຕອນ ຫລື ການບໍລິການດິຈິຕອນ ວ່າ ຕ້ອງມອບພັນທະໃຫ້ລັດຈັກສ່ວນຮ້ອຍຂອງລາຍຮັບ, ຕ້ອງມີລາຍໄດ້ເທົ່າໃດຕໍ່ປີ ຈຶ່ງມອບພັນທະອາກອນ. ດັ່ງນັ້ນ, ບັນດາທ່ານທີ່ເຮັດການຄ້າ ຫລື ການບໍລິການດ້ານນີ້ ອາດຈະສອບຖາມ ພົວພັນກັບສະມາຄົມການຄ້າເອເລັກໂຕຣນິກ ຫລື ພາກສ່ວນກ່ຽວຂ້ອງກ່ຽວກັບລາຍລະອຽດຕື່ມ ເພາະອາດຈະຖືກກໍານົດຢູ່ໃນນິຕິກໍາ ຫລື ແຈ້ງການອື່ນໆ ທີ່ກ່ຽວພັນກັນ. ແລະຖ້າໄດ້ຂໍ້ມູນຈາກພາກສ່ວນກ່ຽວຂ້ອງເພີ່ມເຕີມ ຈະເອົາມານໍາສະເໜີໃຫ້ບັນດາທ່ານໄດ້ຮັບຊາບຕໍ່ໄປ.
ໂດຍ: ສ. ສີວັນໄຊ
KPL