ສວນດອກໄມ້ງາມຟາມ ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ມື້

27/02/2025 09:50
Email Print 107
ຂປລ ປັດຈຸບັນ ການດຳເນີນທຸລະກິດການບໍລິການແມ່ນມີຫລາຍເປັນ ຕົ້ນແມ່ນການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ເປີດບໍລິການສະຖານທີ່ທ່ອງທ່ຽວແບບເປັນສ່ວນເປັນຟາມກໍມີຫລາຍ, ໂດຍສະເພາະແມ່ນສວນດອກໄມ້ທ່ີກຳລັງເປັນທ່ີນິຍົມຊົມຊອບຈາກຊາວນະຄອນຫລວງວຽງຈັນ.

     *ປັດຈຸບັນ ການດຳເນີນທຸລະກິດການບໍລິການແມ່ນມີຫລາຍເປັນ ຕົ້ນແມ່ນການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ເປີດບໍລິການສະຖານທີ່ທ່ອງທ່ຽວແບບເປັນສ່ວນເປັນຟາມກໍມີຫລາຍ, ໂດຍສະເພາະແມ່ນສວນດອກໄມ້ທ່ີກຳລັງເປັນທ່ີນິຍົມຊົມຊອບຈາກຊາວນະຄອນຫລວງວຽງຈັນ, ເພາະຜູ້ປະກອບການເພິ່ນໄດ້ນໍາເອົາດອກໄມ້ຫລາກຫລາຍຊະນິດ ມາປູກເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າມາພັກຜ່ອນ, ເຮັດກິດຈະກຳກັບຄອບຄົວ,  ນັກຊົມສວນດອກ ດອກໄມ້ທີ່ກໍາລັງເບັງບານໃນມື້ວັນພັກວັນເສົາ, ວັນອາທິດ ຫລື ເວລາຫວ່າງ ຂອງຄົນທີ່ເວລາໜ້ອຍ ຢາກພາຄອບຄົວມາພັກຜ່ອນ. ພ້ອມນັ້ນ ກໍຍັງເປັນການສ້າງລາຍຮັບໃຫ້ແກ່ຜູ້ປະກອບການໄດ້ມີລາຍຮັບຫລາຍລ້ານກີບຕໍ່ມື້ ແລະ ຍັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳມີລາຍໄດ້ເຂົ້າຄອບຄົວເໝືອນດັ່ງສວນດອກໄມ້ງາມຟາມ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງນະຄອນຫລວງວຽງຈັນ ທີ່ກໍາໄດ້ຮັບຄວາມນິຍົມຊົມຊອບ ເນື່ອງຈາກວ່າສະຖານທີ່ແຫ່ງນີ້ ຢູ່ໃກ້ກັບຕົວເມືອງການໄປ, ການມາກ່ໍສະດວກສະບາຍ  ມີດອກໄມ້ຫລາຍສາຍພັນ ທີ່ປູກປະດັບປະດາຢ່າງເປັນລະບຽບຮຽບຮ້ອຍໃນເນື້ອ ທີ່ 6 ເຮັກຕາ ໄວ້ຄ່ອຍບໍລິການນັກທ່ອງທ່ຽວເຂົ້າມາທ່ຽວ ເຊິ່ງສາມາດສ້າງລາຍຮັບຫລາຍລ້ານກີບຕໍ່ມື້.

    ທ່ານ ນາງ ອຸໄລພອນ ວົງຄໍາມຸນຕີ ເຈົ້າຂອງສວນດອກໄມ້ງາມຟາມໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ຈຸດເລີ່ມຕົ້ນຂອງສວນດອກໄມ້ງາມຟາມ ຍ້ອນເມື່ອກ່ອນຕົນເອງກໍເຮັດສວນດອກໄມ້ ປູກດອກດາວເຮືອງຂາຍໃນວັນສິນ, ງານດອງຢູ່ແລ້ວ ແລະ ດ້ວຍຄວາມມັກໃນການເຮັດກະສິກຳຢູ່ແລ້ວ ກໍຄືປູກດອກໄມ້ຈຶ່ງເປັນ ແຮງບັນດານໃຈໃນການປູກ. ອີກຢ່າງໜຶ່ງ ຍ້ອນເຫັນວ່າປະຊາຊົນຢູ່ບໍລິເວນນີ້ ນິຍົມປູກດອກດາວເຮືອງພື້ນບ້ານເຊິ່ງມັນຢູ່ບໍ່ໄດ້ດົນຈຶ່ງມີແນວຄວາມຄິດຢາກປູກດອກໄມ້ພັນຕ່າງໆທີ່ມັນຢູ່ໄດ້ດົນຈຶ່ງປຶກສາກັບໝູ່ທີ່ເພີ່ນຮຽນຈົບ ດ້ານການກະເສດມາຈາກປະເທດຍີ່ປຸ່ນ ສຶກສາເອົາດອກໄມ້ທີ່ຢູ່ ໄດ້ດົນເຂົ້າກັບອາກາດບ້ານເຮົາ ແລະ ດອກໃຫຍ່ມາພັດທະນາປູກໃນສວນເຫັນວ່າໄດ້ຮັບຜົນດີ ຈຶ່ງເຮັດເປັນສວນຟາມດອກໄມ້ ແຫ່ງນີ້ຂຶ້ນ. ພ້ອມນັ້ນກໍຍັງໄດ້ ແນະນໍາວິທີການປູກສໍາລັບຄົນທີ່ສົນໃຈໃນການປູກດອກໄມ້ ໂດຍສະເພາະແມ່ນດອກດາວເຮືອງ. ກ່ອນຈະເປີດສ່ວນດອກໄມ້ງາມຟາມນີ້ ຕົນເອງລິເລີ່ມຈາກປະສົບການເຮັດສວນດອກດາວເຮືອງ ເປັນເວລາຫລາຍປີມາແລ້ວບວກກັບການສຶກສາດອກໄມ້ຊະນິດອື່ນໆນຳພ້ອມຈຶ່ງໄດ້ປູກດອກຕາເວັນ, ດອກ 3 ປີ ຫລື ວ່າສ້ອຍໄກ່ເສີມ. ເມື່ອປີຜ່ານມາເຫັນວ່າມີ ຄວາມສວຍງາມຈຶ່ງເປີດບໍລິການໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມຄວາມສວຍງາມຂອງດອກໄມ້  ເຊິ່ງພາຍຫລັງເປີດສວນເຫັນວ່າມີນັກທ່ອງທ່ຽວຫລ່ັງໄຫລເຂົ້າມາເປັນຈໍານວນຫລວງຫລາຍ ໂດຍສະເພາະແມ່ນໄລຍະແລງໆ, ວັນເສົາ, ວັນທິດນັກທ່ອງທ່ຽວຈະມາເລາະຖ່າຍຮູບ, ນັ່ງພັກຜ່ອນຢອນໃຈກິນອາຫານແຊບໆ, ຟັງເພງມ່ວນໆຈາກການບໍລິການທາງຮ້ານພວກເຮົາເພື່ອເຮັດໃຫ້ລູກຄ້າສົດຊື່ນ, ແຈ່ມໃສຄາຍ ຄວາມອິດເມື່ອຍຈາກການເຮັດວຽກງານ. ນອກນ້ັັນ, ໃນສວນຍັງໄດ້ແບ່ງເຂດດອກໄມ້ເພື່ອຖ່າຍຮູບ, ມີສະຖານທີ່ກິດຈະກິດໃຫ້ເດັກນ້ອຍຫລິ້ນ ແລະ ທີ່ສຳຄັນທາງສວນຍັງໄດ້ເປີດໃຫ້ຄວາມຮູ້ສຳລັບຜູ້ທີ່ຕ້ອງການຮຽນຮູ້ເພື່ອໄປປະກອບອາຊີບ, ໃນນັ້ນທາງສວນກໍຍັງມີດອກໄມ້ໄວຈຳໜ່າຍໃຫ້ລູກຄ້ານຳອີກ. ຈຸດພິເສດທາງສວນຫລັກໆແມ່ນເນັ້ນກຸ່ມລູກຄ້າທີ່ເປັນຄອບຄົວ ເພາະຈະມີບ່ອນຫລີ້ນເດັກນ້ອຍ, ມີກິດຈະກຳໃຫ້ເດັກນ້ອຍລະບາຍສີຝຶກສະມາທິໃຫ້ເດັກນ້ອຍບໍ່ຫລິ້ນໂທລະສັບຕະຫລອດເວລາ ແລະ ກໍມີດອກໄມ້ງາມໆໄວ້ໃຫ້ລູກຄ້າໄດ້ຖ່າຍຮູບ. 

     ສໍາລັບ ການບໍລິການຄ້າເຂົ້າສວນຜູ້ໃຫຍ່ ແມ່ນ 20.000 ກີບ, ເດັກນ້ອບແມ່ນບໍ່ໄດ້ເສຍຄ່າເຂ້ົາ, ສ່ວນອາຫານຂອງຮ້ານບໍ່ຫລາກຫລາຍມີແຕ່ປະເພດຈືນປີກໄກ່, ຂາໄກ່, ລູກຊີ້ນ, ຮ໋ອດດ໋ອກ, ປີ້ງເປັດ ແລະ ປະເພດຕໍາຈະມີເທົ່ານີ້ບໍ່ຫລາຍເພາະເຮົາຈະຖະນັດ ເລື່ອງສວນຫລາຍກວ່າ. ນອກຈາກນີ້ແລ້ວ ສວນເຮົາຍັງມີເບ້ຍດອກດາວເຮືອງຂາຍເບ້ຍລະ 1.000 ກີບ ເຊິ່ງມື້ໜຶ່ງຈະໄດ້ຂາຍເບ້ຍດອກດາວເຮືອງປະມານ 400-500 ເບ້ຍຕໍ່ມື້ສ້າງລາຍຮັບຫລາຍລ້ານກີບຕໍ່ມື້ເຊິ່ງຈຸດນີ້ ມັນໄດ້ສ້າງຜົນດີຫລາຍຢ່າງບໍ່ວ່າຈະເປັນສູນສຶກສາຮຽນຮູ້ສໍາລັບຄົນທີ່ມີຄວາມສົນໃຈປູກດອກໄມ້ປະດັບ, ອັນທີສອງແມ່ນປະກອບສ່ວນສ້າງວຽກເຮັດງານທໍາໃຫ້ປະຊາຊົນ ເນື່ອງຈາກວ່າສວນ ເຮົາກໍມີທັງພະນັກງານປະຈໍາ ແລະ ພະນັກງານເສີມເປັນບາງຄັ້ງຄາວ. 

    ທ່ານ ນາງ ອຸໄລພອນ ເວົ້າຕື່ມວ່າ:  ສໍາລັບການເປີດສວນດອກໄມ້ ແມ່ນຈະເປີດລະດູດຽວ ຄືໄລຍະລະດູໜາວ, ສ່ວນໄລຍະລະດູຮ້ອນຈະປິດ ເພາະອາກາດຮ້ອນຫລາຍເຮັດໃຫ້ຕົ້ນດອກໄມ້ຍຸບຈະບໍ່ງາມ. ສະນັ້ນ, ຈຶ່ງເລືອກເປີດບໍລິການແຕ່ລະດູໜາວຈະເໝາະສົມກວ່າລະດູຮ້ອນ.  ສໍາລັບທ່ານໃດທີ່ສົນໃຈ ທ່ີກໍາລັງເບິ່ງຫາສະຖານທີ່ພັກຜ່ອນຢ່ອນໃຈ ທີ່ສວຍງາມໃກ້ຕົວເມືອງ ຢາກຂໍແນະນໍາສວນດອກໄມ້ງາມຟາມເລີຍ ຮັບຮອງວ່າບໍໍ່ຜິດຫວັງແນ່ນອນສະຖານທີ່ຕັ້ງຢູ່ທາງ 450 ບ້ານນາບຽນເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຫລື ສອບຖາມລາຍລະອຽດໄດ້ທີ່ເບີ 020 58064669.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ການ​ເສຍອາກອນ​ຈາກ​ສິນຄ້າ​ດີຈິ​ຕອນ ​ແລະ ບໍລິການ​ຮູບ​ແບບ​ດີຈິ​ຕອນ​ບົດ-ສາລະຄະດີ

      ການ​ເສຍອາກອນ​ຈາກ​ສິນຄ້າ​ດີຈິ​ຕອນ ​ແລະ ບໍລິການ​ຮູບ​ແບບ​ດີຈິ​ຕອນ​

      2/27/2025 11:07:03 AM

      *ສະບັບ​ກ່ອນ​ໄດ້​ຍົກ​ເອົາ​ບາງ​ຕົວຢ່າງ​ຈາກ​ປະ​ເທດ​ເພື່ອນ​ບ້ານ ທີ່​ເຫລົ່າຢູທູບ​ເບີ (Youtuber), ຕິກ​ຕ໋ອກ​ເກີ (TikToker) ຫລື ອິນ​ຟລູ​ເອນ​ເຊີ (Influencer) ຕ້ອງ​ໄດ້​ມອບ​ພັນທະ​ອາກອນ​ໃຫ້​ລັດ ພາຍຫລັງ​ມີ​ລາຍ​ຮັບ​ຈາກ​​ແພ​ລັດ​ຟອມສື່​ອອນ​ລາຍ​ຕ່າງໆ.

    • ສາມເປົ້າໝາຍສູ້ຊົນສ້າງເສດຖະກິດເອກະລາວ ເປັນເຈົ້າຕົນເອງໃນໄລຍະໃໝ່ບົດ-ສາລະຄະດີ

      ສາມເປົ້າໝາຍສູ້ຊົນສ້າງເສດຖະກິດເອກະລາວ ເປັນເຈົ້າຕົນເອງໃນໄລຍະໃໝ່

      2/26/2025 10:33:47 AM

      ກັບມາພໍ້ກັນອີກເທື່ອໜຶ່ງສໍາລັບ “ຄໍລຳສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນຮຽກຮ້ອງເຖິງທຸກພາກສ່ວນຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.

    • ຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງສາກົນບົດ-ສາລະຄະດີ

      ຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງສາກົນ

      2/26/2025 10:23:23 AM

      ວັນທີ 8 ມີນາ ເປັນທີ່ຮູ້ຈັກກັນໃນນາມວັນແມ່ຍິງສາກົນທີ່ເຮັດວຽກ (International Working Wo-men’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາໃນແຕ່ລະປີ. (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 )

    • ທຸກບ້ານທົ່ວແຂວງອັດຕະປື ໄດ້ຊົມໃຊ້ໄຟຟ້າ 100%ບົດ-ສາລະຄະດີ

      ທຸກບ້ານທົ່ວແຂວງອັດຕະປື ໄດ້ຊົມໃຊ້ໄຟຟ້າ 100%

      2/26/2025 10:17:29 AM

      ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ເພື່ອໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນແຂວງອັດຕະປື ມີ 140 ບ້ານ ໄດ້ຊົມໃຊ້ໄຟຟ້າແລ້ວ 100% ແລະ ທົ່ວແຂວງ ມີ 32.135 ຄົວເຮືອນ ໄດ້ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ.

    • ຄອບຄົວຕົວແບບ ການປູກຖົ່ວລຽນເປັນສິນຄ້າບົດ-ສາລະຄະດີ

      ຄອບຄົວຕົວແບບ ການປູກຖົ່ວລຽນເປັນສິນຄ້າ

      2/25/2025 11:07:20 AM

      ຖົ່ວລຽນ ແມ່ນໝາກໄມ້ເສດຖະກິດທີ່ຕະຫລາດຕ້ອງການຫລາຍ ຍ້ອນສັງຄົມນິຍົມບໍລິໂພກແຕ່ຖ່ົວລຽນ ແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ ໂດຍສະເພາະແມ່ນຄົນທີ່ບໍ່ມີຄວາມຮູ້ເວລາປູກອັດຕາການລອດຕາຍແມ່ນຕໍ່າ, ການບົວລະບັດຮັກສາກໍ່ຍາກ.

ads
ads

Top