ຂປລ
ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.
ໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ໃນການຕ້ອນຮັບອັນອົບອຸ່ນ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການການກະກຽມບັນດາໜ້າວຽກ ແລະ ແນວຄວາມຄິດທີ່ດີ ໃນການຈັດເວທີດັ່ງກ່າວ ເຊິ່ງກອງປະຊຸມຄັ້ງນີ້ແມ່ນຄັ້ງທີ 2 ແລະ ເຫັນໄດ້ວ່າເປັນກິດຈະກໍາໜຶ່ງ ທີ່ສໍາຄັນຂອງອາຊຽນ ໃນການປະກອບສ່ວນສ້າງຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ ໃນທ່າມກາງຄວາມຜັນແປ ຂອງພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດຂອງໂລກ ໃນປັດຈຸບັນ. ນອກຈາກນີ້, ກໍໄດ້ລາຍງານຜົນການພົບປະບໍ່ເປັນທາງການ ກັບ ສະຫາຍ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນ, ລັດຖະມົນຕີຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ປຶກສາຫາລືບາງວຽກງານ ທີ່ຕິດພັນກັບການຊຸກຍູ້ ການພົວພັນຮ່ວມມືສອງປະເທດ ໂດຍສະເພາະແມ່ນ ການຜັນຂະຫຍາຍຂໍ້ຕົກລົງ ຂອງສອງກົມການເມືອງ ກໍຄື ຜົນສໍາເລັດຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ທີ່ໄດ້ຈັດຂຶ້ນໃນຕົ້ນ ເດືອນມັງກອນ 2025 ທີ່ຜ່ານມາ ເຊິ່ງສອງຝ່າຍ ໄດ້ຢືນຢັນຮ່ວມກັນ ທີ່ຈະພ້ອມກັນ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ຂອງສອງພັກ-ສອງລັດຖະບານ ແລະ ບັນດາໂຄງການຮ່ວມມືສອງຝ່າຍຕ່າງໆ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາຄືນການພົວພັນຮ່ວມມືສອງປະເທດໃນໄລຍະຜ່ານ ເຫັນໄດ້ວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ. ສະເພາະໃນປີ 2025 ກໍມີການຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຂອງສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ, ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພິເສດ, ສອງປະເທດ ລາວ-ຫວຽດນາມ ຮ່ວມກັບ ສະຫາຍ ກຳປູເຈຍ ສາມຝ່າຍກໍໄດ້ສຳເລັດ ການຈັດກອງປະຊຸມສຸດຍອດຜູ້ນຳ 3 ພັກການເມືອງ ເຊິ່ງກອງປະຊຸມຄັ້ງນີ້, ມີລັກສະນະເປີດກວ້າງ ໂດຍມີການເຂົ້າຮ່ວມຂອງ ສາມນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະ ຊວງການຕ່າງປະເທດ. ພ້ອມກັນນັ້ນ, ສາມນາຍົກລັດຖະມົນຕີ ກໍໄດ້ພົບປະເຮັດວຽກຮ່ວມກັນ ແລະ ສະເໜີໃຫ້ສາມຝ່າຍ ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫາຍຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ. ຜົນສຳເລັດຂອງການພົບປະລະຫວ່າງ ຜູ້ນຳຂັ້ນສູງຂອງສາມພັກການເມືອງ ລາວ-ຫວຽດນາມ-ກຳປູເຈຍ ໄດ້ເປັນພື້ນຖານສຳຄັນໃຫ້ແກ່ການຮັດແໜ້ນ ສາຍພົວພັນອັນເປັນມູນເຊື້ອທີ່ດີງາມຂອງສາມປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດ ທີ່ແທ້ຈິງມາສູ່ປະຊາຊົນ ສາມຊາດອິນດູຈີນ ກໍຄື ເພື່ອການປະກອບສ່ວນເຂົ້າໃນ ຄວາມມີສະຖຽນລະພາບ ໃນພາກພື້ນ ແລະ ສາກົນ.

ໃນຂະນະດຽວກັນ, ທ່ານ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ນຳພາຄະນະ ມາເຂົ້າຮ່ວມເວທີອະນາ ຄົດອາຊຽນ ໃນຄັ້ງນີ້, ພ້ອມທັງສະເໜີໃຫ້ສອງປະເທດ ສືບຕໍ່ຮັດແໜ້ນການຮ່ວມມືກັນຢ່າງໃກ້ຊິດ ໂດຍສະເພາະ ການເປັນເສນາທິການ ໃຫ້ແກ່ການນຳຂັ້ນສູງ ຂອງສອງປະເທດ ຫວຽດນາມ-ລາວ ໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈ ໃສ່ຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ລົງນາມຮ່ວມກັນແລ້ວ ໂດຍສະເພາະບັນດາໂຄງການທີ່ສຳຄັນ ເຊັ່ນ: ໂຄງການທ່າເຮືອຫວຸງອ່າງ, ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ແລະ ໂຄງການອື່ນໆອີກຈຳນວນໜຶ່ງ. ທັງນີ້, ກໍເພື່ອໃຫ້ບັນດາໂຄງການດັ່ງກ່າວໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ຊຸກຍູ້ສົ່ງເສີມ ການຮ່ວມມືໃນຂະແໜງການອື່ນໆ ທີ່ມີທ່າແຮງຮ່ວມກັນ ໃຫ້ຫລາຍຍິ່ງໆຂຶ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ.
ຂ່າວ-ພາບ: ກຕທ
KPL