ຂປລ
ຂປລ. ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຝຶກຊ້ອມ ເຊິ່ງນັກສິລະປິນມາຈາກຫລາຍພາກສ່ວນ ໄດ້ປະ ກອບເຂົ້າກັນ ປະມານ 300 ກວ່າຄົນ ເຊິ່ງການຝຶກຊ້ອມໄດ້ພົບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ຄະນະຮັບ ຜິດຊອບ ແລະ ນັກສິລະປິນ ກໍມີຄວາມພ້ອມທີ່ ຈະສະແດງຮັບໃຊ້ວັນສໍາຄັນໃນປີ 2025, ການສະແດງໃນຄັ້ງນີ້ ໄດ້ແບ່ງອອກເປັນ 2 ພາກຄື: ພາກທີ 1 ຊົມເສບວົງດົນຕີ ຊິມໂຟນີ້ (ອໍແກດສະຕຣາ) ໃນຫົວຂໍ້: ຮັກບ້ານເກີດ ແລະ ພາກທີ 2 ຊົມການສະແດງປະສົມປະສານ ລະຫວ່າງດົນຕີ ຟ້ອນ ຮ້ອງເພງ ລະຄອນ ກາຍຍະສິນ ປະກອບພາບ ແສງ ສີ ໃນຫົວຂໍ້: ພາຍໃຕ້ຮົ່ມທຸງພັກ ແລະ ຜ່ານການທົດລອງສະແດງອອກມາ ແມ່ນມີເນື້ອໃນ ແລະ ງົດງາມປະທັບໃຈ.

ຂ່າວ-ພາບ: ສນຊ
KPL