ຂປລ
ຂົວທາງດ່ວນ ຍົກລະດັບ ລະຫວ່າງ ນະຄອນຫລວງ ເຊອຸນ ກັບເມືອງ ເຊຈົງ ໃນ ສ.ເກົາຫລີ ພວມຢູ່ ໃນລະຫວ່າງ ການກໍ່ສ້າງ ພັງລົງມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 4ຄົນ ແລະ ບາດເຈັບອີກ 6ຄົນ
ຂປລ.ສຳນັກຂ່າວ ຢອນຮັບ, ເມື່ອບໍ່ດົນມານີ້, ຂົວທາງດ່ວນ ຍົກລະດັບ ລະຫວ່າງ ນະຄອນຫລວງ ເຊອຸນ ກັບເມືອງ ເຊຈົງ ໃນ ສ.ເກົາຫລີ ພວມຢູ່ ໃນລະຫວ່າງ ການກໍ່ສ້າງ ພັງລົງມາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 4ຄົນ ແລະ ບາດເຈັບອີກ 6ຄົນ ຫລັງຈາກ ເກີດອຸບັດເຫດ ໃນຈຸດກໍ່ສ້າງ ໃນເມືອງອັນຊອງ ທີ່ຢູ່ຫ່າງຈາກ ນະຄອນຫລວງ ເຊອຸນ ໄປທາງໃຕ້ ປະມານ 70 ກິໂລແມັດ ໂດຍໂຄງສ້າງຂອງ ຄານເບຕົງ ຂະໜາດ ຄວາມຍາວ 50ແມັດ ຈຳນວນ 5ຈຸດ ທີ່ຄຳຍັນ ຂົວທາງດ່ວນ ພັງລົງມາ ຕິດຕໍ່ກັນ ຫລັງຈາກ ໂຄງສ້າງເບຕົງ ເຫລົ່ານີ້ ຖືກເຄນ ຍົກຂຶ້ນໄປ ວາງໄວ້ ເທິງໂຄງສ້າງ ຂອງເສົາຕໍມໍຂົວ.ປັດຈຸບັນ ສຳນັກງານ ດັບເພີງ ແຫ່ງຊາດ ສ.ເກົາຫລີ ໄດ້ສົ່ງເຮີຣີກົບເຕ້ 3 ລຳ ແລະ ເຈົ້າໜ້າທີ່ ເກືອບ 1500ຄົນ ເຂົ້າຮ່ວມປະຕິບັດ ການຄົ້ນຫາ ແລະ ກູ້ໄພແລ້ວ ພ້ອມທັງ ສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL